ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເນເຮມີຢາ 9
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເນເຮມີຢາ

      • ປະຊາຊົນ​ສາລະພາບ​ຄວາມ​ຜິດ (1-​38)

        • ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຫ້​ອະໄພ (17)

ເນເຮມີຢາ 9:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 7:6; ຢນ 3:5, 6

ເນເຮມີຢາ 9:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 9:1, 2; ນຮຢ 13:3
  • +ລລວ 26:40; ອຊຣ 9:6; ພສ 106:6; ດນອ 9:8

ເນເຮມີຢາ 9:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 8:3, 8

ເນເຮມີຢາ 9:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 8:7
  • +ນຮຢ 8:4

ເນເຮມີຢາ 9:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 33:10, 11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    2/2024, ໜ້າ 9-10

ເນເຮມີຢາ 9:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 6:4

ເນເຮມີຢາ 9:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 12:1, 2
  • +ປຖກ 11:31
  • +ປຖກ 17:5

ເນເຮມີຢາ 9:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 22:10-12
  • +ປຖກ 15:18

ເນເຮມີຢາ 9:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:23-25; 3:7

ເນເຮມີຢາ 9:10

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:3; ພບຍ 6:22
  • +ອພຍ 5:2
  • +ອພຍ 9:16

ເນເຮມີຢາ 9:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 14:21, 22
  • +ອພຍ 15:1, 5, 10

ເນເຮມີຢາ 9:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 13:21; 14:19, 20

ເນເຮມີຢາ 9:13

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ກົດໝາຍ​ຂອງ​ຄວາມຈິງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:11
  • +ພບຍ 4:10, 36
  • +ພບຍ 4:8

ເນເຮມີຢາ 9:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 16:29; 20:8-11; ພບຍ 5:12-14

ເນເຮມີຢາ 9:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 16:4
  • +ອພຍ 17:6

ເນເຮມີຢາ 9:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:44
  • +ພບຍ 9:6

ເນເຮມີຢາ 9:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:11, 41
  • +ຈຊບ 14:1, 4
  • +ອພຍ 34:6; ຈຊບ 14:18
  • +ພບຍ 4:31

ເນເຮມີຢາ 9:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:1, 4

ເນເຮມີຢາ 9:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:19, 20
  • +ອພຍ 40:38; ຈຊບ 9:15

ເນເຮມີຢາ 9:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 11:17, 25
  • +ອພຍ 16:14, 15
  • +ຈຊບ 20:8

ເນເຮມີຢາ 9:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 16:35; ຈຊບ 14:33; ພບຍ 2:7
  • +ພບຍ 29:5

ເນເຮມີຢາ 9:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 11:23
  • +ຈຊບ 21:23, 24; ພບຍ 2:31
  • +ຈຊບ 21:26
  • +ຈຊບ 21:33, 35

ເນເຮມີຢາ 9:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:1, 5
  • +ປຖກ 12:7; 26:3

ເນເຮມີຢາ 9:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:29-31; ຢຊ 21:43
  • +ຢຊ 18:1

ເນເຮມີຢາ 9:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:4, 5
  • +ພບຍ 8:7-9
  • +ຢຊ 24:13

ເນເຮມີຢາ 9:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:20; 32:15; ຜຕສ 2:12
  • +2ກສ 21:11; ພສ 106:38

ເນເຮມີຢາ 9:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:14
  • +ພບຍ 31:17
  • +ຜຕສ 2:18; 3:9, 15; 1ຊມ 12:11; 2ກສ 13:4, 5

ເນເຮມີຢາ 9:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:19
  • +ຜຕສ 4:1, 2; 6:1
  • +ຜຕສ 6:6
  • +ພສ 106:43-45

ເນເຮມີຢາ 9:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:13, 14; 2ຂຄ 24:19
  • +ລລວ 18:5

ເນເຮມີຢາ 9:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 10:21
  • +2ຂຄ 36:15, 16; ອຊຢ 42:24; ຢຣມ 40:2, 3

ເນເຮມີຢາ 9:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:6; ພບຍ 4:31
  • +ອຊກ 14:22

ເນເຮມີຢາ 9:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:9; ດນອ 9:4
  • +2ກສ 24:12, 14
  • +ຢຣມ 34:18-20
  • +ສສ 4:13, 14
  • +2ກສ 17:6

ເນເຮມີຢາ 9:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 9:5

ເນເຮມີຢາ 9:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:47; 32:15

ເນເຮມີຢາ 9:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:48; ອຊຣ 9:9

ເນເຮມີຢາ 9:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:15, 33; ນຮຢ 5:4

ເນເຮມີຢາ 9:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 23:3; 2ຂຄ 15:12; ອຊຣ 10:3
  • +ນຮຢ 10:28, 29

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ນຮຢ. 9:1ຢຊ 7:6; ຢນ 3:5, 6
ນຮຢ. 9:2ອຊຣ 9:1, 2; ນຮຢ 13:3
ນຮຢ. 9:2ລລວ 26:40; ອຊຣ 9:6; ພສ 106:6; ດນອ 9:8
ນຮຢ. 9:3ນຮຢ 8:3, 8
ນຮຢ. 9:4ນຮຢ 8:7
ນຮຢ. 9:4ນຮຢ 8:4
ນຮຢ. 9:5ຢຣມ 33:10, 11
ນຮຢ. 9:6ພບຍ 6:4
ນຮຢ. 9:7ປຖກ 12:1, 2
ນຮຢ. 9:7ປຖກ 11:31
ນຮຢ. 9:7ປຖກ 17:5
ນຮຢ. 9:8ປຖກ 22:10-12
ນຮຢ. 9:8ປຖກ 15:18
ນຮຢ. 9:9ອພຍ 2:23-25; 3:7
ນຮຢ. 9:10ອພຍ 7:3; ພບຍ 6:22
ນຮຢ. 9:10ອພຍ 5:2
ນຮຢ. 9:10ອພຍ 9:16
ນຮຢ. 9:11ອພຍ 14:21, 22
ນຮຢ. 9:11ອພຍ 15:1, 5, 10
ນຮຢ. 9:12ອພຍ 13:21; 14:19, 20
ນຮຢ. 9:13ອພຍ 19:11
ນຮຢ. 9:13ພບຍ 4:10, 36
ນຮຢ. 9:13ພບຍ 4:8
ນຮຢ. 9:14ອພຍ 16:29; 20:8-11; ພບຍ 5:12-14
ນຮຢ. 9:15ອພຍ 16:4
ນຮຢ. 9:15ອພຍ 17:6
ນຮຢ. 9:16ຈຊບ 14:44
ນຮຢ. 9:16ພບຍ 9:6
ນຮຢ. 9:17ຈຊບ 14:11, 41
ນຮຢ. 9:17ຈຊບ 14:1, 4
ນຮຢ. 9:17ອພຍ 34:6; ຈຊບ 14:18
ນຮຢ. 9:17ພບຍ 4:31
ນຮຢ. 9:18ອພຍ 32:1, 4
ນຮຢ. 9:19ຈຊບ 14:19, 20
ນຮຢ. 9:19ອພຍ 40:38; ຈຊບ 9:15
ນຮຢ. 9:20ຈຊບ 11:17, 25
ນຮຢ. 9:20ອພຍ 16:14, 15
ນຮຢ. 9:20ຈຊບ 20:8
ນຮຢ. 9:21ອພຍ 16:35; ຈຊບ 14:33; ພບຍ 2:7
ນຮຢ. 9:21ພບຍ 29:5
ນຮຢ. 9:22ຢຊ 11:23
ນຮຢ. 9:22ຈຊບ 21:23, 24; ພບຍ 2:31
ນຮຢ. 9:22ຈຊບ 21:26
ນຮຢ. 9:22ຈຊບ 21:33, 35
ນຮຢ. 9:23ປຖກ 15:1, 5
ນຮຢ. 9:23ປຖກ 12:7; 26:3
ນຮຢ. 9:24ຈຊບ 14:29-31; ຢຊ 21:43
ນຮຢ. 9:24ຢຊ 18:1
ນຮຢ. 9:25ພບຍ 3:4, 5
ນຮຢ. 9:25ພບຍ 8:7-9
ນຮຢ. 9:25ຢຊ 24:13
ນຮຢ. 9:26ພບຍ 31:20; 32:15; ຜຕສ 2:12
ນຮຢ. 9:262ກສ 21:11; ພສ 106:38
ນຮຢ. 9:27ຜຕສ 2:14
ນຮຢ. 9:27ພບຍ 31:17
ນຮຢ. 9:27ຜຕສ 2:18; 3:9, 15; 1ຊມ 12:11; 2ກສ 13:4, 5
ນຮຢ. 9:28ຜຕສ 2:19
ນຮຢ. 9:28ຜຕສ 4:1, 2; 6:1
ນຮຢ. 9:28ຜຕສ 6:6
ນຮຢ. 9:28ພສ 106:43-45
ນຮຢ. 9:292ກສ 17:13, 14; 2ຂຄ 24:19
ນຮຢ. 9:29ລລວ 18:5
ນຮຢ. 9:30ຣມ 10:21
ນຮຢ. 9:302ຂຄ 36:15, 16; ອຊຢ 42:24; ຢຣມ 40:2, 3
ນຮຢ. 9:31ອພຍ 34:6; ພບຍ 4:31
ນຮຢ. 9:31ອຊກ 14:22
ນຮຢ. 9:32ພບຍ 7:9; ດນອ 9:4
ນຮຢ. 9:322ກສ 24:12, 14
ນຮຢ. 9:32ຢຣມ 34:18-20
ນຮຢ. 9:32ສສ 4:13, 14
ນຮຢ. 9:322ກສ 17:6
ນຮຢ. 9:33ດນອ 9:5
ນຮຢ. 9:35ພບຍ 28:47; 32:15
ນຮຢ. 9:36ພບຍ 28:48; ອຊຣ 9:9
ນຮຢ. 9:37ພບຍ 28:15, 33; ນຮຢ 5:4
ນຮຢ. 9:382ກສ 23:3; 2ຂຄ 15:12; ອຊຣ 10:3
ນຮຢ. 9:38ນຮຢ 10:28, 29
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
ຄຳພີໄບເບິນສະບັບແປໂລກໃໝ່
ເນເຮມີຢາ 9:1-38

ເນເຮມີຢາ

9 ໃນ​ວັນ​ທີ 24 ຂອງ​ເດືອນ​ທີ 7 ພວກ​ອິດສະຣາເອນ​ໄດ້​ມາ​ລວມ​ກັນ. ເຂົາ​ເຈົ້າ​ພາກັນ​ອົດ​ເຂົ້າ ນຸ່ງ​ຜ້າ​ເນື້ອຫຍາບ ແລະ​ເອົາ​ຂີ້​ດິນ​ໂຮຍ​ໃສ່​ຫົວ.+ 2 ລູກ​ຫຼານ​ຂອງ​ພວກ​ອິດສະຣາເອນ​ໄດ້​ເຊົາ​ພົວ​ພັນ​ກັບ​ຄົນ​ຕ່າງ​ຊາດ​ແລ້ວ.+ ເຂົາ​ເຈົ້າ​ໄດ້​ຢືນ​ຂຶ້ນ​ແລະ​ສາລະພາບ​ຄວາມ​ຜິດທີ່​ພໍ່​ແມ່​ຂອງ​ເຂົາ​ເຈົ້າ​ໄດ້​ເຮັດ.+ 3 ຈາກ​ນັ້ນ ເຂົາ​ເຈົ້າ​ໄດ້ຢືນ​ຕໍ່ແລະ​ອ່ານ​ປຶ້ມ​ກົດ​ໝາຍ+​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ດ້ວຍ​ສຽງ​ດັງ 3 ຊົ່ວໂມງ ແລ້ວ​ເຂົາ​ເຈົ້າ​ກໍ​ສາລະພາບ​ຄວາມ​ຜິດ​ຂອງ​ໂຕເອງແລະ​ໝູບ​ລົງ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ອີກ 3 ຊົ່ວໂມງ.

4 ເຢຊູອາ ບານີ ກັດມີເອນ ເຊບານີຢາ ບຸນນີ ເຊເຣບີຢາ+ ບານີ ແລະ​ເກນານີ​ກໍ​ຢືນ​ຢູ່​ເທິງ​ເວທີ+​ຂອງ​ພວກ​ເລວີ​ແລະ​ອະທິດຖານ​ສຽງ​ດັງ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ. 5 ຈາກ​ນັ້ນ ພວກ​ເລວີ​ທີ່​ຊື່​ເຢຊູອາ ກັດມີເອນ ບານີ ຮາຊັບເນຢາ ເຊເຣບີຢາ ໂຮດີຢາ ເຊບານີຢາ ແລະ​ເປທາຮີຢາ​ກໍ​ເວົ້າ​ວ່າ: “ໃຫ້​ລຸກ​ຂຶ້ນ​ແລະ​ສັນລະເສີນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຕະຫຼອດໄປ.+ ໃຫ້​ພວກ​ເຈົ້າ​ສັນລະເສີນ​ຊື່​ທີ່​ຍິ່ງ​ໃຫຍ່​ຂອງ​ເພິ່ນ​ເຊິ່ງ​ສົມຄວນ​ໄດ້​ຮັບ​ການ​ອວຍພອນ​ແລະ​ການ​ສັນລະເສີນ​ທຸກ​ຢ່າງ.

6 ພະ​ເຢໂຫວາ ພະອົງ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ພະເຈົ້າ​ທ່ຽງແທ້.+ ພະອົງ​ເປັນ​ຜູ້​ສ້າງ​ສະຫວັນ​ທີ່​ກວ້າງ​ໃຫຍ່​ແລະທຸກ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ ພະອົງ​ສ້າງ​ໂລກ​ແລະ​ທຸກ​ສິ່ງ​ທີ່​ຢູ່​ໃນ​ໂລກ ພະອົງ​ສ້າງ​ທະເລ​ແລະ​ທຸກ​ສິ່ງ​ທີ່​ຢູ່​ໃນ​ທະເລ. ພະອົງ​ເຮັດ​ໃຫ້​ທຸກ​ສິ່ງ​ມີ​ຊີວິດ​ຢູ່​ຕໍ່​ໄປ​ໄດ້ ແລະ​ທຸກ​ສິ່ງ​ໃນ​ສະຫວັນ​ໝູບ​ໜ້າ​ລົງ​ນະມັດສະການ​ພະອົງ. 7 ພະອົງ​ແມ່ນ​ພະ​ເຢໂຫວາ​ພະເຈົ້າ​ທ່ຽງແທ້. ພະອົງ​ໄດ້​ພາ​ອັບຣາມ+​ອອກ​ມາ​ຈາກ​ເມືອງ​ອູເຣ+​ທີ່​ເປັນ​ຂອງ​ພວກ​ການເດອາ ແລ້ວ​ປ່ຽນ​ຊື່​ລາວ​ເປັນ​ອັບຣາຮາມ.+ 8 ພະອົງ​ເຫັນ​ວ່າ​ລາວ​ເປັນ​ຄົນ​ທີ່​ມີ​ຫົວໃຈ​ສັດຊື່ ພະອົງ+​ຈຶ່ງ​ເຮັດ​ສັນຍາ​ກັບ​ລາວ​ວ່າ​ຈະ​ເອົາ​ແຜ່ນດິນ​ຂອງ​ພວກ​ການາອານ ພວກ​ເຮດ ພວກ​ອາໂມ ພວກ​ເປຣິຊີ ພວກ​ເຢບຸດ ແລະ​ພວກ​ກີກາຊີ​ໃຫ້​ລາວ​ກັບ​ລູກ​ຫຼານ+​ຂອງ​ລາວ ແລະ​ພະອົງ​ກໍ​ໄດ້​ເຮັດ​ຕາມ​ທີ່​ສັນຍາ​ໄວ້ ຍ້ອນ​ວ່າ​ພະອົງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ.

9 ຕອນ​ທີ່​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ເຈິ​ຄວາມ​ລຳບາກ​ຫຼາຍ​ໃນ​ເອຢິບ+ ພະອົງ​ກໍ​ເຫັນ ແລະ​ເມື່ອ​ເຂົາ​ເຈົ້າ​ຮ້ອງ​ຂໍ​ໃຫ້​ພະອົງ​ຊ່ວຍຢູ່​ທະເລ​ແດງ ພະອົງ​ກໍ​ຟັງ. 10 ແລ້ວ​ພະອົງ​ກໍ​ໄດ້​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ເພື່ອ​ລົງໂທດ​ຟາໂຣ*​ກັບ​ຄົນ​ຂອງ​ລາວ​ແລະ​ປະຊາຊົນ​ທີ່​ຢູ່​ໃນ​ປະເທດ​ນັ້ນ+ ຍ້ອນ​ພະອົງ​ຮູ້​ວ່າ​ເຂົາ​ເຈົ້າ​ກົດ​ຂີ່​ຂົ່ມເຫງ+​ຄົນ​ຂອງ​ພະອົງ. ພະອົງ​ໄດ້​ເຮັດ​ໃຫ້​ໂຕເອງ​ມີ​ຊື່ສຽງ​ຈົນ​ຮອດ​ທຸກ​ມື້​ນີ້.+ 11 ພະອົງ​ໄດ້​ແຍກ​ທະເລ​ແດງ​ຕໍ່​ໜ້າ​ເຂົາ​ເຈົ້າ​ແລະ​ໃຫ້​ເຂົາ​ເຈົ້າ​ຍ່າງ​ຂ້າມ​ທະເລ​ຢູ່​ເທິງ​ດິນ​ແຫ້ງ.+ ພະອົງ​ໂຍນ​ພວກ​ສັດຕູ​ຂອງເຂົາ​ເຈົ້າ​ລົງ​ໄປ​ໃນ​ທະເລ​ເລິກ​ຄື​ກັບ​ໂຍນ​ຫີນ​ລົງ​ໄປ​ໃນທະເລ​ທີ່​ປັ່ນປ່ວນ.+ 12 ໃນ​ຕອນ​ກາງເວັນ ພະອົງ​ນຳ​ທາງ​ເຂົາ​ເຈົ້າ​ດ້ວຍ​ເສົາ​ຂີ້ເຝື້ອ ແລະ​ໃນ​ຕອນ​ກາງຄືນ ພະອົງ​ນຳ​ທາງ​ເຂົາ​ເຈົ້າ​ດ້ວຍ​ເສົາ​ໄຟ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ຄວນ​ໄປ​ທາງ​ໃດ.+ 13 ພະອົງ​ມາ​ພູ​ຊີນາຍ+​ແລະ​ເວົ້າ​ກັບ​ເຂົາ​ເຈົ້າ​ຈາກ​ສະຫວັນ.+ ພະອົງ​ໃຫ້​ກົດ​ໝາຍ​ເພື່ອ​ເຂົາ​ເຈົ້າ​ຈະ​ຕັດສິນ​ຄະດີ​ໄດ້​ຢ່າງ​ຍຸຕິທຳ ໃຫ້ກົດ​ໝາຍ​ທີ່​ເຊື່ອ​ຖື​ໄດ້* ໃຫ້​ຂໍ້​ກຳນົດ ແລະ​ໃຫ້​ຄຳ​ສັ່ງ​ທີ່​ດີ​ຕ່າງ​ໆ​ກັບ​ເຂົາ​ເຈົ້າ.+ 14 ພະອົງ​ສອນ​ເຂົາ​ເຈົ້າ​ໃຫ້​ຖື​ວັນ​ຊະບາໂຕ​ແລະ​ໃຫ້​ຕັ້ງ​ໄວ້​ເປັນ​ມື້​ບໍລິສຸດ.+ ພະອົງ​ໃຫ້​ຄຳ​ສັ່ງ ຂໍ້​ກຳນົດ ແລະ​ກົດ​ໝາຍ​ກັບ​ເຂົາ​ເຈົ້າ​ຜ່ານ​ທາງ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະອົງ. 15 ຕອນ​ທີ່​ເຂົາ​ເຈົ້າ​ຫິວ​ເຂົ້າ ພະອົງ​ກໍ​ໃຫ້​ມີ​ຂອງກິນ​ຕົກ​ລົງ​ມາ​ຈາກ​ຟ້າ+ ແລະ​ຕອນ​ທີ່​ເຂົາ​ເຈົ້າ​ຫິວ​ນ້ຳ ພະອົງ​ກໍ​ໃຫ້​ມີ​ນ້ຳ​ໄຫຼ​ອອກ​ມາ​ຈາກ​ຫີນ.+ ພະອົງ​ຍັງ​ໄດ້​ບອກ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນ​ທີ່​ພະອົງ​ສັນຍາ​ວ່າ​ຈະ​ໃຫ້​ເຂົາ​ເຈົ້າ.

16 ແຕ່​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ເປັນ​ຄົນ​ບໍ່​ເຊື່ອ​ຟັງ+​ແລະ​ຫົວ​ແຂງ.+ ເຂົາ​ເຈົ້າ​ບໍ່​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະອົງ. 17 ເຂົາ​ເຈົ້າ​ບໍ່​ເຊື່ອ​ຟັງ+​ພະອົງ​ແລະ​ລືມ​ການອັດສະຈັນ​ຕ່າງ​ໆ​ທີ່​ພະອົງ​ໄດ້​ເຮັດ​ເພື່ອ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ເປັນ​ຄົນ​ຫົວ​ແຂງ​ແລະ​ແຕ່ງຕັ້ງ​ຫົວ​ໜ້າ​ຜູ້​ໜຶ່ງ​ໃຫ້​ພາ​ເຂົາ​ເຈົ້າ​ກັບ​ໄປ​ເປັນ​ທາດ​ຢູ່​ເອຢິບ.+ ແຕ່​ພະອົງ​ເປັນ​ພະເຈົ້າ​ທີ່​ພ້ອມ​ຈະ​ໃຫ້​ອະໄພ ໃຈ​ດີ ມີ​ຄວາມ​ເມດຕາ ບໍ່​ໃຈ​ຮ້າຍ​ງ່າຍ ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່​ສຸດ+ ແລະ​ພະອົງ​ບໍ່​ປະຖິ້ມ​ເຂົາ​ເຈົ້າ.+ 18 ເຂົາ​ເຈົ້າ​ໄດ້​ຫຼໍ່​ຮູບ​ງົວ​ນ້ອຍ​ຂຶ້ນ​ມາ​ແລະ​ເວົ້າ​ວ່າ ‘ນີ້​ແມ່ນ​ພະເຈົ້າ​ຂອງພວກ​ເຮົາທີ່​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ເອຢິບ.’+ ເຂົາ​ເຈົ້າ​ດູຖູກ​ພະອົງ​ຫຼາຍ​ເທື່ອ 19 ແຕ່​ພະອົງ​ກໍ​ອີ່ຕົນ​ເຂົາ​ເຈົ້າ​ແລະ​ບໍ່​ໄດ້​ປະຖິ້ມ​ເຂົາ​ເຈົ້າ​ຢູ່​ບ່ອນ​ກັນ​ດານ.+ ໃນ​ຕອນ​ກາງເວັນ ພະອົງ​ກໍ​ຍັງ​ນຳ​ທາງ​ເຂົາ​ເຈົ້າ​ດ້ວຍ​ເສົາ​ຂີ້ເຝື້ອ ແລະ​ໃນ​ຕອນ​ກາງຄືນ ພະອົງ​ກໍ​ນຳ​ທາງ​ເຂົາ​ເຈົ້າ​ດ້ວຍ​ເສົາ​ໄຟ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ຄວນ​ໄປ​ທາງ​ໃດ.+ 20 ພະອົງ​ໃຫ້​ພະລັງບໍລິສຸດ​ຂອງ​ພະອົງ​ກັບ​ເຂົາ​ເຈົ້າ​ເພື່ອ​ເຂົາ​ເຈົ້າ​ຈະ​ມີສະຕິປັນຍາ.+ ພະອົງ​ຍັງ​ໃຫ້​ເຂົາ​ເຈົ້າ​ມີ​ມານາ​ກິນ+ ແລະ​ຕອນ​ທີ່​ເຂົາ​ເຈົ້າ​ຫິວ​ນ້ຳ ພະອົງ​ກໍ​ຍັງ​ໃຫ້​ເຂົາ​ເຈົ້າ​ມີ​ນ້ຳ​ກິນ.+ 21 ຕະຫຼອດ 40 ປີ​ທີ່​ເຂົາ​ເຈົ້າ​ຢູ່​ໃນ​ບ່ອນ​ກັນ​ດານ ພະອົງ​ໃຫ້​ເຂົາ​ເຈົ້າ​ມີ​ຂອງກິນ.+ ເຂົາ​ເຈົ້າ​ບໍ່​ໄດ້​ຂາດ​ຫຍັງ​ເລີຍ. ເຄື່ອງນຸ່ງ​ຂອງ​ເຂົາ​ເຈົ້າ​ກໍ​ບໍ່​ເກົ່າ+​ແລະ​ຕີນ​ຂອງ​ເຂົາ​ເຈົ້າ​ກໍ​ບໍ່​ບວມ.

22 ພະອົງ​ໄດ້​ເອົາ​ປະເທດ​ຕ່າງ​ໆ​ແລະ​ຄົນ​ໃນ​ປະເທດ​ເຫຼົ່າ​ນັ້ນ​ໃຫ້​ເຂົາ​ເຈົ້າ ແລ້ວ​ກໍ​ແບ່ງ​ດິນ​ໃຫ້​ເຂົາ​ເຈົ້າ.+ ເຂົາ​ເຈົ້າ​ຈຶ່ງ​ໄດ້ເປັນ​ເຈົ້າ​ຂອງ​ແຜ່ນດິນ​ຂອງ​ສີໂຮນ+​ກະສັດ​ຂອງ​ເມືອງ​ເຮັດຊະໂບນ+​ແລະເປັນ​ເຈົ້າ​ຂອງແຜ່ນດິນ​ຂອງ​ໂອກ+​ກະສັດ​ຂອງ​ບາຊານ. 23 ພະອົງ​ໃຫ້​ເຂົາ​ເຈົ້າ​ມີ​ລູກ​ຫຼານ​ຫຼາຍ​ຄື​ກັບ​ດາວ​ຢູ່​ເທິງ​ຟ້າ.+ ພະອົງ​ພາ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະອົງ​ສັນຍາ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ວ່າ​ຈະ​ເອົາ​ໃຫ້​ເຂົາ​ເຈົ້າ.+ 24 ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນ​ນັ້ນ.+ ພະອົງ​ໄດ້ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເອົາ​ຊະນະພວກ​ການາອານ+​ທີ່​ຢູ່​ຫັ້ນ. ພະອົງ​ໄດ້​ມອບ​ພວກ​ກະສັດ​ແລະ​ພວກ​ປະຊາຊົນ​ທັງ​ໝົດ​ໃຫ້​ພວກ​ອິດສະຣາເອນ​ແລະ​ໃຫ້​ເຂົາ​ເຈົ້າ​ຈັດ​ການ​ໄດ້​ຕາມ​ໃຈ. 25 ເຂົາ​ເຈົ້າ​ໄດ້​ຍຶດ​ເອົາ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ+ ແຜ່ນດິນ​ທີ່​ອຸດົມ​ສົມບູນ+ ເຮືອນ​ທີ່​ມີ​ແຕ່​ເຄື່ອງ​ແພງ​ໆ​ ນ້ຳ​ສ້າງ ສວນ​ໝາກ​ລະແຊັງ ສວນ​ໝາກກອກ+ ແລະ​ຕົ້ນ​ໄມ້​ທີ່​ມີ​ໝາກ​ດົກ. ເຂົາ​ເຈົ້າ​ຈຶ່ງ​ໄດ້​ກິນ​ຈົນ​ໜຳ​ໃຈ​ແລະ​ຈົນ​ຕຸ້ຍ​ຈົນ​ພີ. ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ແບບ​ນີ້​ກໍ​ຍ້ອນສິ່ງ​ດີ​ໆ​ທີ່​ພະອົງ​ເຮັດ​ໃຫ້​ເຂົາ​ເຈົ້າ.

26 ແຕ່​ຫຼັງ​ຈາກ​ນັ້ນ ເຂົາ​ເຈົ້າ​ພັດ​ບໍ່​ເຊື່ອ​ຟັງ​ພະອົງ ບໍ່​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະອົງ ແລະ​ກະບົດ​ຕໍ່​ພະອົງ.+ ພະອົງ​ໄດ້​ສົ່ງ​ພວກ​ຜູ້ພະຍາກອນ​ໄປ​ເຕືອນ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ຫາ​ພະອົງ ແຕ່​ເຂົາ​ເຈົ້າ​ພັດ​ຂ້າ​ຜູ້ພະຍາກອນ​ເຫຼົ່າ​ນັ້ນ​ແລະ​ຍັງ​ໄດ້​ດູຖູກ​ພະອົງ​ຫຼາຍ.+ 27 ຍ້ອນ​ແນວ​ນີ້ ພະອົງ​ຈຶ່ງ​ມອບ​ເຂົາ​ເຈົ້າ​ໃຫ້​ພວກ​ສັດຕູ+​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມທຸກ​ລຳບາກ​ຫຼາຍ.+ ແຕ່​ເມື່ອ​ເຂົາ​ເຈົ້າ​ຕົກ​ຢູ່​ໃນ​ສະພາບ​ແບບ​ນັ້ນ​ແລະ​ຮ້ອງ​ຂໍ​ໃຫ້​ພະອົງ​ຊ່ວຍ ພະອົງ​ກໍ​ຍັງ​ຟັງ​ເຂົາ​ເຈົ້າ​ຈາກ​ສະຫວັນ. ຍ້ອນ​ພະອົງ​ມີ​ຄວາມ​ເມດຕາ​ຫຼາຍ ພະອົງ​ຈຶ່ງ​ໃຫ້​ມີ​ຄົນ​ມາ​ຊ່ວຍ​ເຂົາ​ເຈົ້າ​ຈາກ​ພວກ​ສັດຕູ.+

28 ເມື່ອ​ພະອົງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້ລອດ​ຈາກ​ພວກ​ສັດຕູແລ້ວ ເຂົາ​ເຈົ້າ​ກໍ​ເຮັດ​ຊົ່ວ​ຕໍ່​ພະອົງ​ອີກ+ ພະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກ​ສັດຕູ​ມາ​ປົກຄອງ​ເຂົາ​ເຈົ້າ.+ ແຕ່​ເມື່ອ​ເຂົາ​ເຈົ້າ​ກັບ​ມາ​ຫາ​ພະອົງ​ແລະ​ຂໍ​ໃຫ້​ພະອົງ​ຊ່ວຍ+ ພະອົງ​ກໍ​ຟັງ​ເຂົາ​ເຈົ້າ​ຈາກ​ສະຫວັນ​ແລະ​ຊ່ວຍ​ເຂົາ​ເຈົ້າ. ພະອົງ​ຊ່ວຍ​ເຂົາ​ເຈົ້າ​ແບບ​ນີ້​ຫຼາຍ​ເທື່ອ​ຍ້ອນ​ພະອົງ​ມີ​ຄວາມ​ເມດຕາ​ຫຼາຍ.+ 29 ເຖິງ​ວ່າ​ພະອົງ​ເຕືອນ​ເຂົາ​ເຈົ້າ​ເພື່ອ​ໃຫ້​ກັບ​ມາ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະອົງ ແຕ່​ເຂົາ​ເຈົ້າ​ກໍ​ຍິ່ງ​ຈອງຫອງ​ແລະ​ບໍ່​ເຊື່ອ​ຟັງ​ກົດ​ໝາຍ​ນັ້ນ.+ ພະອົງ​ບອກ​ວ່າ​ຄົນ​ທີ່​ເຮັດ​ຕາມ​ຂໍ້​ກຳນົດ​ຂອງ​ພະອົງ​ຈະ​ມີ​ຊີວິດ​ຕໍ່​ໄປ+ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ເຮັດ​ຕາມ. ເຂົາ​ເຈົ້າ​ເປັນ​ຄົນ​ຫົວ​ແຂງ ດື້​ດ້ານ ແລະ​ບໍ່​ເຊື່ອ​ຟັງ. 30 ພະອົງ​ໄດ້​ອົດ​ທົນ​ກັບ​ເຂົາ​ເຈົ້າ+​ຫຼາຍ​ປີ​ແລະ​ເຕືອນ​ເຂົາ​ເຈົ້າ​ໂດຍ​ທາງ​ພວກ​ຜູ້ພະຍາກອນ​ທີ່​ໄດ້​ຮັບ​ພະລັງບໍລິສຸດ​ຂອງ​ພະອົງ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ຟັງ. ໃນ​ທີ່​ສຸດ ພະອົງ​ກໍ​ມອບ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ຊາດ​ຕ່າງ​ໆ​ທີ່​ຢູ່ອ້ອມ​ຂ້າງ.+ 31 ແຕ່​ຍ້ອນ​ພະອົງ​ເປັນ​ພະເຈົ້າ​ທີ່​ໃຈ​ດີ​ແລະ​ມີ​ຄວາມ​ເມດຕາ​ຫຼາຍ+ ພະອົງ​ຈຶ່ງ​ບໍ່​ປະຖິ້ມ​ແລະ​ບໍ່​ທຳລາຍ+​ເຂົາ​ເຈົ້າ.

32 ພະເຈົ້າ​ຂອງ​ພວກ​ເຮົາ ພະອົງ​ເປັນ​ພະເຈົ້າ​ທີ່​ຍິ່ງ​ໃຫຍ່​ແລະ​ມີ​ລິດ​ເດດ​ຫຼາຍ​ທີ່​ຄົນ​ຕ້ອງ​ຢ້ານ​ແລະ​ນັບ​ຖື. ພະອົງ​ເຮັດ​ຕາມ​ສັນຍາ​ສະເໝີ​ແລະ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ.+ ພວກ​ເຮົາ ພວກ​ກະສັດ ພວກ​ເຈົ້າ​ນາຍ+ ພວກ​ປະໂລຫິດ+ ພວກ​ຜູ້ພະຍາກອນ+ ພວກ​ປູ່ຍ່າຕານາຍ ແລະ​ພວກ​ປະຊາຊົນ​ຂອງ​ພະອົງ​ນັບ​ຕັ້ງ​ແຕ່​ສະໄໝ​ພວກ​ກະສັດ​ຂອງ​ອັດຊີເຣຍ+​ຈົນ​ຮອດ​ທຸກ​ມື້​ນີ້​ໄດ້​ເຈິ​ຄວາມທຸກ​ຍາກ​ລຳບາກ​ຫຼາຍ. ຂໍ​ພະອົງ​ຢ່າ​ຖື​ວ່າ​ຄວາມທຸກ​ຍາກ​ລຳບາກ​ທີ່​ພວກ​ເຮົາ​ເຈິ​ເປັນ​ເລື່ອງ​ນ້ອຍ​ໆ​. 33 ບໍ່​ວ່າ​ພວກ​ເຮົາ​ຈະ​ເຈິ​ເລື່ອງ​ດີ​ຫຼື​ເລື່ອງ​ຮ້າຍ ພະອົງ​ກໍຍຸຕິທຳກັບ​ພວກ​ເຮົາ​ສະເໝີ. ພະອົງ​ເຮັດ​ທຸກ​ສິ່ງ​ດ້ວຍ​ຄວາມ​ສັດຊື່ ແຕ່​ພວກ​ເຮົາ​ນີ້​ແຫຼະ​ທີ່​ເຮັດ​ຊົ່ວ​ເອງ.+ 34 ພວກ​ກະສັດ ພວກ​ເຈົ້າ​ນາຍ ພວກ​ປະໂລຫິດ ແລະ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ບໍ່​ໄດ້​ເຮັດ​ຕາມ​ກົດ​ໝາຍ​ແລະ​ບໍ່​ສົນ​ໃຈ​ຟັງ​ຄຳ​ສັ່ງ​ແລະ​ຄຳ​ເຕືອນ​ຂອງ​ພະອົງ. 35 ເຖິງ​ວ່າ​ເຂົາ​ເຈົ້າ​ຈະມີ​ກະສັດ​ປົກຄອງ​ຕາມ​ທີ່​ເຂົາ​ເຈົ້າ​ຢາກ​ໄດ້ ໄດ້​ຮັບ​ສິ່ງ​ດີ​ໆ​ຫຼາຍ​ຢ່າງ​ຈາກ​ພະອົງ ແລະ​ໄດ້​ຢູ່​ໃນ​ແຜ່ນດິນ​ທີ່​ກວ້າງ​ໃຫຍ່​ແລະ​ອຸດົມ​ສົມບູນ​ທີ່​ພະອົງ​ເອົາ​ໃຫ້​ເຂົາ​ເຈົ້າ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ຮັບ​ໃຊ້​ພະອົງ+​ແລະ​ບໍ່​ເຊົາ​ເຮັດ​ຊົ່ວ. 36 ຍ້ອນ​ແນວ​ນີ້ ພວກ​ເຮົາ​ຈຶ່ງ​ເປັນ​ທາດ+​ຢູ່​ແຜ່ນດິນ​ນີ້ ທັງ​ໆ​ທີ່​ພະອົງ​ເອົາ​ແຜ່ນດິນ​ນີ້​ໃຫ້​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ກິນ​ຜົນລະປູກ​ທີ່​ດີ​ໆ​ແລະມີ​ຄວາມ​ສຸກ​ກັບ​ສິ່ງ​ທີ່​ດີ​ໆ​. 37 ຍ້ອນ​ພວກ​ເຮົາ​ເຮັດ​ຜິດ ຜົນລະປູກ​ທີ່​ດີ​ໆ​ຈຶ່ງ​ຕົກ​ເປັນ​ຂອງພວກ​ກະສັດ​ຕ່າງ​ຊາດທີ່​ພະອົງ​ໃຫ້​ປົກຄອງ​ພວກ​ເຮົາ.+ ເຂົາ​ເຈົ້າປົກຄອງ​ພວກ​ເຮົາແລະ​ຝູງ​ສັດ​ຂອງ​ພວກ​ເຮົາ​ຕາມ​ໃຈ​ມັກ ເຊິ່ງ​ເຮັດ​ໃຫ້​ພວກ​ເຮົາ​ລຳບາກ​ຫຼາຍ.

38 ຍ້ອນ​ສິ່ງ​ທັງ​ໝົດ​ນີ້ ພວກ​ເຮົາ​ຈຶ່ງ​ຕັດສິນ​ໃຈ​ຂຽນ​ຄຳ​ສັນຍາ​ໄວ້+ ແລ້ວ​ໃຫ້​ພວກ​ເຈົ້າ​ນາຍ ພວກເລວີ ແລະ​ພວກ​ປະໂລຫິດ​ຈ້ຳ​ກາໃສ່.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌