ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ເທຊະໂລນິກ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ເທຊະໂລນິກ

      • ວຽກ​ຮັບໃຊ້​ຂອງ​ໂປໂລ​ຢູ່​ເມືອງ​ເທຊະໂລນິກ (1-12)

      • ຄົນ​ເທຊະໂລນິກ​ຍອມຮັບ​ຄຳສອນ​ຂອງ​ພະເຈົ້າ (13-16)

      • ໂປໂລ​ຢາກ​ເຈິ​ພີ່ນ້ອງ​ຄົນ​ເທຊະໂລນິກ​ຫຼາຍ (17-20)

1 ເທຊະໂລນິກ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 17:1, 4

1 ເທຊະໂລນິກ 2:2

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເຈິ​ອຸປະສັກ​ຢ່າງ​ໜັກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:12, 22-24
  • +ກຈກ 17:1, 2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 133

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 59

1 ເທຊະໂລນິກ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 17:3; ຢຣມ 11:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2024, ໜ້າ 30-31

1 ເທຊະໂລນິກ 2:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:33

1 ເທຊະໂລນິກ 2:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 11:9; 2ທຊ 3:8, 10

1 ເທຊະໂລນິກ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 15:13
  • +ຢຮ 13:35

1 ເທຊະໂລນິກ 2:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 18:3; 20:34; 2ກຣ 11:9; 2ທຊ 3:8, 10

1 ເທຊະໂລນິກ 2:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:31
  • +1ກຣ 4:15

1 ເທຊະໂລນິກ 2:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 4:1; ກລຊ 1:10; 1ປຕ 1:15
  • +ລກ 22:28-30
  • +1ປຕ 5:10

1 ເທຊະໂລນິກ 2:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 1:2, 3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 5

1 ເທຊະໂລນິກ 2:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 17:5

1 ເທຊະໂລນິກ 2:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 2:22, 23; 7:52
  • +ມທ 23:34

1 ເທຊະໂລນິກ 2:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 11:52; ກຈກ 13:49, 50
  • +ຣມ 1:18

1 ເທຊະໂລນິກ 2:19

ໄຂເງື່ອນ

  • *

    ເບິ່ງ​ຄຳ​ວ່າ “ການ​ມາ” ໃນ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 5:23; 2ທຊ 1:4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ທຊ. 2:1ກຈກ 17:1, 4
1ທຊ. 2:2ກຈກ 16:12, 22-24
1ທຊ. 2:2ກຈກ 17:1, 2
1ທຊ. 2:4ສພສ 17:3; ຢຣມ 11:20
1ທຊ. 2:5ກຈກ 20:33
1ທຊ. 2:62ກຣ 11:9; 2ທຊ 3:8, 10
1ທຊ. 2:8ຢຮ 15:13
1ທຊ. 2:8ຢຮ 13:35
1ທຊ. 2:9ກຈກ 18:3; 20:34; 2ກຣ 11:9; 2ທຊ 3:8, 10
1ທຊ. 2:11ກຈກ 20:31
1ທຊ. 2:111ກຣ 4:15
1ທຊ. 2:12ອຟຊ 4:1; ກລຊ 1:10; 1ປຕ 1:15
1ທຊ. 2:12ລກ 22:28-30
1ທຊ. 2:121ປຕ 5:10
1ທຊ. 2:131ທຊ 1:2, 3
1ທຊ. 2:14ກຈກ 17:5
1ທຊ. 2:15ກຈກ 2:22, 23; 7:52
1ທຊ. 2:15ມທ 23:34
1ທຊ. 2:16ລກ 11:52; ກຈກ 13:49, 50
1ທຊ. 2:16ຣມ 1:18
1ທຊ. 2:191ທຊ 5:23; 2ທຊ 1:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
ຄຳພີໄບເບິນສະບັບແປໂລກໃໝ່
1 ເທຊະໂລນິກ 2:1-20

ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງເທຊະໂລນິກ

2 ພີ່ນ້ອງ​ເອີ້ຍ ພວກ​ເຈົ້າ​ກໍ​ຮູ້​ວ່າ​ການ​ທີ່​ພວກ​ເຮົາໄປ​ຫາ​ພວກ​ເຈົ້າ​ນັ້ນ​ເກີດ​ຜົນ​ດີ​ແທ້​ໆ​.+ 2 ເຖິງ​ວ່າ​ຕອນ​ທຳອິດ ພວກ​ເຮົາ​ຕ້ອງ​ທົນທຸກ​ແລະ​ຖືກ​ດູຖູກ​ໃນ​ເມືອງ​ຟີລິບປອຍ+​ແບບ​ທີ່​ພວກ​ເຈົ້າ​ຮູ້ ແຕ່​ພວກ​ເຮົາ​ກໍ​ລວບລວມ​ຄວາມ​ກ້າ​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະເຈົ້າ​ຂອງ​ພວກ​ເຮົາ ແລ້ວ​ໄປ​ບອກ​ຂ່າວດີ​ຂອງ​ເພິ່ນ​ກັບ​ພວກ​ເຈົ້າ+​ທັງ​ໆ​ທີ່​ເຈິ​ການ​ຕໍ່ຕ້ານ​ຢ່າງ​ໜັກ.* 3 ຄຳ​ແນະນຳ​ທີ່​ພວກ​ເຮົາ​ໃຫ້​ພວກ​ເຈົ້າ​ນັ້ນ​ບໍ່​ໄດ້​ມາ​ຈາກ​ຄວາມ​ຄິດ​ຜິດ​ໆ​ຫຼື​ເຈຕະນາ​ທີ່​ບໍ່​ດີ ແລະ​ບໍ່​ແມ່ນ​ການ​ຫຼອກລວງ. 4 ພະເຈົ້າ​ພໍໃຈ​ທີ່​ຈະ​ຝາກ​ຂ່າວດີ​ໄວ້​ກັບ​ພວກ​ເຮົາ ພວກ​ເຮົາ​ຈຶ່ງ​ປະກາດ​ຂ່າວດີ​ນີ້​ບໍ່​ແມ່ນ​ເພື່ອ​ເອົາ​ໃຈ​ມະນຸດ ແຕ່​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ. ເພິ່ນ​ເປັນ​ຜູ້​ກວດ​ເບິ່ງ​ຫົວໃຈ​ພວກ​ເຮົາ.+

5 ທີ່ຈິງ ພວກ​ເຈົ້າ​ກໍ​ຮູ້​ວ່າ​ພວກ​ເຮົາ​ບໍ່​ເຄີຍ​ໃຊ້​ຄຳ​ເວົ້າ​ປະຈົບ​ປະແຈງ​ຫຼື​ທຳທ່າ​ເຮັດ​ເປັນ​ຄົນ​ດີເພື່ອ​ໂລບ​ຢາກ​ໄດ້​ບາງ​ຢ່າງ.+ ພະເຈົ້າ​ເປັນ​ພະຍານ​ເລື່ອງ​ນີ້​ໄດ້. 6 ພວກ​ເຮົາ​ບໍ່​ຢາກ​ໃຫ້​ຜູ້​ໃດ​ຍົກຍ້ອງ​ພວກ​ເຮົາ ບໍ່​ວ່າ​ຈະ​ເປັນ​ພວກ​ເຈົ້າ​ຫຼື​ຄົນ​ອື່ນ. ພວກ​ເຮົາ​ເປັນ​ອັກຄະ​ສາວົກ​ຂອງ​ພະຄລິດ. ທີ່ຈິງ ພວກ​ເຮົາ​ຈະ​ເຮັດ​ໃຫ້​ໂຕເອງ​ເປັນ​ພາລະ​ໃຫ້​ພວກ​ເຈົ້າ​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ຫຼາຍ​ກໍ​ໄດ້.+ 7 ແຕ່​ເມື່ອ​ຢູ່​ກັບ​ພວກ​ເຈົ້າ ພວກ​ເຮົາປະຕິບັດ​ຕໍ່ພວກ​ເຈົ້າ​ດ້ວຍ​ຄວາມ​ອ່ອນໂຍນ​ຄື​ແມ່​ລູກ​ອ່ອນ​ທະນຸ​ຖະໜອມ​ລູກ​ຂອງ​ໂຕເອງ. 8 ພວກ​ເຮົາ​ຮັກ​ພວກ​ເຈົ້າ​ແທ້​ໆ​ ພວກ​ເຮົາ​ຈຶ່ງ​ບໍ່​ໄດ້​ໃຫ້​ແຕ່​ຂ່າວດີ​ຂອງ​ພະເຈົ້າ​ກັບ​ພວກ​ເຈົ້າ​ເທົ່າ​ນັ້ນ ແຕ່​ຕັ້ງໃຈ​ຈະ​ໃຫ້​ຊີວິດ​ຂອງ​ພວກ​ເຮົາ​ນຳ+ ຍ້ອນ​ພວກ​ເຮົາ​ຮັກ​ພວກ​ເຈົ້າຫຼາຍ.+

9 ພີ່ນ້ອງ​ເອີ້ຍ ພວກ​ເຈົ້າ​ຄື​ຊິ​ຈື່​ໄດ້​ວ່າ​ຕອນ​ທີ່​ປະກາດ​ຂ່າວດີ​ຂອງ​ພະເຈົ້າ​ໃຫ້​ພວກ​ເຈົ້າ​ຟັງ ພວກ​ເຮົາ​ເຮັດ​ວຽກ​ໜັກ​ແລະ​ເມື່ອຍ​ຫຼາຍ. ພວກ​ເຮົາ​ເຮັດ​ວຽກ​ທັງ​ເວັນ​ທັງ​ຄືນ​ເພື່ອ​ຈະບໍ່​ເປັນ​ພາລະ​ຂອງ​ຜູ້​ໃດ.+ 10 ພວກ​ເຈົ້າ​ແລະ​ພະເຈົ້າ​ເປັນ​ພະຍານ​ຢືນຢັນ​ໄດ້​ວ່າ ຕອນ​ທີ່​ພວກ​ເຮົາ​ຢູ່​ກັບ​ພວກ​ເຈົ້າ​ທີ່​ເປັນ​ຜູ້​ທີ່​ມີ​ຄວາມ​ເຊື່ອ ພວກ​ເຮົາ​ສັດຊື່​ແລະ​ເຮັດ​ທຸກ​ສິ່ງ​ແບບ​ຖືກຕ້ອງ​ແລະ​ບໍ່​ມີ​ບ່ອນ​ຕິ. 11 ພວກ​ເຈົ້າ​ກໍ​ຮູ້​ດີ​ວ່າ​ພວກ​ເຮົາ​ເຕືອນ​ພວກ​ເຈົ້າ​ທຸກ​ຄົນ​ເລື້ອຍ​ໆ​ ລວມ​ທັງ​ປອບໃຈ​ແລະ​ແນະນຳ​ພວກ​ເຈົ້າ+​ຄື​ກັບ​ທີ່​ພໍ່+​ເຮັດ​ຕໍ່​ລູກ 12 ເພື່ອ​ໃຫ້​ພວກ​ເຈົ້າ​ໃຊ້​ຊີວິດ​ໃນ​ແບບ​ທີ່​ພະເຈົ້າ​ພໍໃຈ.+ ເພິ່ນ​ເລືອກ​ພວກ​ເຈົ້າ​ໃຫ້​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ເພິ່ນ+​ແລະ​ໄດ້​ຮັບ​ກຽດ​ຈາກ​ເພິ່ນ.+

13 ນີ້​ເປັນ​ເຫດຜົນ​ທີ່​ພວກ​ເຮົາ​ຂອບໃຈ​ພະເຈົ້າ​ມາ​ຕະຫຼອດ+ ຍ້ອນ​ວ່າ​ເມື່ອ​ພວກ​ເຈົ້າ​ໄດ້​ຍິນ​ຄຳສອນ​ຂອງ​ພະເຈົ້າ​ຈາກ​ພວກ​ເຮົາ ພວກ​ເຈົ້າ​ຍອມຮັບ​ຄຳສອນ​ນັ້ນ​ຄື​ກັບ​ເປັນ​ຄຳສອນ​ຂອງ​ພະເຈົ້າ​ແທ້​ໆ​ ບໍ່​ແມ່ນ​ຂອງ​ມະນຸດ. ຄຳສອນ​ນັ້ນ​ກຳລັງ​ເກີດ​ຜົນ​ກັບ​ພວກ​ເຈົ້າ​ທີ່​ເປັນ​ຜູ້​ທີ່​ມີ​ຄວາມ​ເຊື່ອ. 14 ພີ່ນ້ອງ​ເອີ້ຍ ພວກ​ເຈົ້າ​ຮຽນ​ແບບ​ຕົວຢ່າງ​ຂອງ​ປະຊາຄົມ​ຄລິດສະຕຽນ​ຫຼາຍ​ບ່ອນ​ໃນ​ແຂວງ​ຢູດາຍ​ທີ່​ເປັນ​ປະຊາຄົມ​ຂອງ​ພະເຈົ້າ​ຄື​ກັນ. ພວກ​ເຈົ້າ​ທົນທຸກ​ຍ້ອນ​ຖືກ​ຄົນ​ຊາດ​ດຽວ​ກັນ​ຂົ່ມເຫງ+​ຄື​ກັບ​ທີ່​ເຂົາເຈົ້າ​ທົນທຸກ​ຍ້ອນ​ຖືກ​ພວກ​ຢິວ​ຂົ່ມເຫງ. 15 ພວກ​ຢິວ​ເຖິງຂັ້ນ​ຂ້າພະ​ເຢຊູ​ຜູ້​ເປັນ​ນາຍ+​ກັບ​ພວກ​ຜູ້​ພະຍາກອນ ແລະ​ໄດ້​ຂົ່ມເຫງ​ພວກ​ເຮົາ​ນຳ​ອີກ.+ ເຂົາເຈົ້າ​ເຮັດ​ໃຫ້​ພະເຈົ້າ​ບໍ່​ພໍໃຈ ແລະ​ຍັງ​ກີດກັນ​ຄົນ​ອື່ນ​ບໍ່​ໃຫ້​ຮັບ​ສິ່ງ​ທີ່​ເປັນ​ປະໂຫຍດ. 16 ເຂົາເຈົ້າ​ພະຍາຍາມ​ຂັດຂວາງ​ພວກ​ເຮົາ​ບໍ່​ໃຫ້​ປະກາດ​ແລະ​ບໍ່​ໃຫ້​ພວກ​ເຮົາ​ຊ່ວຍ​ຄົນ​ຕ່າງ​ຊາດ​ໃຫ້​ໄດ້​ຮັບ​ຄວາມ​ລອດ.+ ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ຄວາມ​ຜິດ​ຂອງ​ເຂົາເຈົ້າ​ມີ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​. ພະເຈົ້າ​ຈະ​ສະແດງ​ຄວາມ​ໃຈ​ຮ້າຍ​ຕໍ່​ເຂົາເຈົ້າ​ແທ້​ໆ​.+

17 ພີ່ນ້ອງ​ເອີ້ຍ ຕອນ​ທີ່​ພວກ​ເຮົາ​ບໍ່​ໄດ້​ຢູ່​ນຳ​ພວກ​ເຈົ້າ​ໄລຍະ​ໜຶ່ງ (ມີ​ແຕ່​ໂຕ​ເທົ່າ​ນັ້ນ​ທີ່​ບໍ່​ຢູ່ ແຕ່​ໃຈ​ຍັງ​ຢູ່​ນຳ) ພວກ​ເຮົາ​ຢາກ​ເຫັນ​ໜ້າ​ພວກ​ເຈົ້າ​ຫຼາຍ​ແທ້​ໆ​ ແລະ​ພວກ​ເຮົາ​ພະຍາຍາມ​ເປັນ​ພິເສດ​ເພື່ອ​ຈະ​ໄປ​ຫາ​ພວກ​ເຈົ້າ​ໃຫ້​ໄດ້. 18 ພວກ​ເຮົາ​ຢາກ​ໄປ​ຫາ​ພວກ​ເຈົ້າ​ອີກ. ໂດຍ​ສະເພາະ​ຂ້ອຍ​ໂປໂລ​ໄດ້​ພະຍາຍາມ​ຮອດ 2 ເທື່ອ​ແລ້ວ​ວ່າ​ຈະ​ໄປ ແຕ່​ກໍ​ຖືກ​ຊາຕານ​ຂັດຂວາງ. 19 ອັນໃດ​ຈະ​ເປັນ​ຄວາມ​ຫວັງ ຄວາມ​ຍິນດີ ຫຼື​ມົງກຸດ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ພູມໃຈ​ເມື່ອ​ຢູ່​ຕໍ່​ໜ້າ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ໃນ​ໄລຍະ​ທີ່​ເພິ່ນ​ກັບ​ມາ?* ບໍ່​ແມ່ນ​ພວກ​ເຈົ້າ​ບໍ?+ 20 ພວກ​ເຈົ້າ​ຫັ້ນ​ແຫຼະ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ພູມໃຈ​ແລະ​ຍິນດີ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌