ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງເທຊະໂລນິກ
2 ພີ່ນ້ອງເອີ້ຍ ພວກເຈົ້າກໍຮູ້ວ່າການທີ່ພວກເຮົາໄປຫາພວກເຈົ້ານັ້ນເກີດຜົນດີແທ້ໆ.+ 2 ເຖິງວ່າຕອນທຳອິດ ພວກເຮົາຕ້ອງທົນທຸກແລະຖືກດູຖູກໃນເມືອງຟີລິບປອຍ+ແບບທີ່ພວກເຈົ້າຮູ້ ແຕ່ພວກເຮົາກໍລວບລວມຄວາມກ້າດ້ວຍຄວາມຊ່ວຍເຫຼືອຈາກພະເຈົ້າຂອງພວກເຮົາ ແລ້ວໄປບອກຂ່າວດີຂອງເພິ່ນກັບພວກເຈົ້າ+ທັງໆທີ່ເຈິການຕໍ່ຕ້ານຢ່າງໜັກ.* 3 ຄຳແນະນຳທີ່ພວກເຮົາໃຫ້ພວກເຈົ້ານັ້ນບໍ່ໄດ້ມາຈາກຄວາມຄິດຜິດໆຫຼືເຈຕະນາທີ່ບໍ່ດີ ແລະບໍ່ແມ່ນການຫຼອກລວງ. 4 ພະເຈົ້າພໍໃຈທີ່ຈະຝາກຂ່າວດີໄວ້ກັບພວກເຮົາ ພວກເຮົາຈຶ່ງປະກາດຂ່າວດີນີ້ບໍ່ແມ່ນເພື່ອເອົາໃຈມະນຸດ ແຕ່ເພື່ອເຮັດໃຫ້ພະເຈົ້າພໍໃຈ. ເພິ່ນເປັນຜູ້ກວດເບິ່ງຫົວໃຈພວກເຮົາ.+
5 ທີ່ຈິງ ພວກເຈົ້າກໍຮູ້ວ່າພວກເຮົາບໍ່ເຄີຍໃຊ້ຄຳເວົ້າປະຈົບປະແຈງຫຼືທຳທ່າເຮັດເປັນຄົນດີເພື່ອໂລບຢາກໄດ້ບາງຢ່າງ.+ ພະເຈົ້າເປັນພະຍານເລື່ອງນີ້ໄດ້. 6 ພວກເຮົາບໍ່ຢາກໃຫ້ຜູ້ໃດຍົກຍ້ອງພວກເຮົາ ບໍ່ວ່າຈະເປັນພວກເຈົ້າຫຼືຄົນອື່ນ. ພວກເຮົາເປັນອັກຄະສາວົກຂອງພະຄລິດ. ທີ່ຈິງ ພວກເຮົາຈະເຮັດໃຫ້ໂຕເອງເປັນພາລະໃຫ້ພວກເຈົ້າຕ້ອງເສຍຄ່າໃຊ້ຈ່າຍຫຼາຍກໍໄດ້.+ 7 ແຕ່ເມື່ອຢູ່ກັບພວກເຈົ້າ ພວກເຮົາປະຕິບັດຕໍ່ພວກເຈົ້າດ້ວຍຄວາມອ່ອນໂຍນຄືແມ່ລູກອ່ອນທະນຸຖະໜອມລູກຂອງໂຕເອງ. 8 ພວກເຮົາຮັກພວກເຈົ້າແທ້ໆ ພວກເຮົາຈຶ່ງບໍ່ໄດ້ໃຫ້ແຕ່ຂ່າວດີຂອງພະເຈົ້າກັບພວກເຈົ້າເທົ່ານັ້ນ ແຕ່ຕັ້ງໃຈຈະໃຫ້ຊີວິດຂອງພວກເຮົານຳ+ ຍ້ອນພວກເຮົາຮັກພວກເຈົ້າຫຼາຍ.+
9 ພີ່ນ້ອງເອີ້ຍ ພວກເຈົ້າຄືຊິຈື່ໄດ້ວ່າຕອນທີ່ປະກາດຂ່າວດີຂອງພະເຈົ້າໃຫ້ພວກເຈົ້າຟັງ ພວກເຮົາເຮັດວຽກໜັກແລະເມື່ອຍຫຼາຍ. ພວກເຮົາເຮັດວຽກທັງເວັນທັງຄືນເພື່ອຈະບໍ່ເປັນພາລະຂອງຜູ້ໃດ.+ 10 ພວກເຈົ້າແລະພະເຈົ້າເປັນພະຍານຢືນຢັນໄດ້ວ່າ ຕອນທີ່ພວກເຮົາຢູ່ກັບພວກເຈົ້າທີ່ເປັນຜູ້ທີ່ມີຄວາມເຊື່ອ ພວກເຮົາສັດຊື່ແລະເຮັດທຸກສິ່ງແບບຖືກຕ້ອງແລະບໍ່ມີບ່ອນຕິ. 11 ພວກເຈົ້າກໍຮູ້ດີວ່າພວກເຮົາເຕືອນພວກເຈົ້າທຸກຄົນເລື້ອຍໆ ລວມທັງປອບໃຈແລະແນະນຳພວກເຈົ້າ+ຄືກັບທີ່ພໍ່+ເຮັດຕໍ່ລູກ 12 ເພື່ອໃຫ້ພວກເຈົ້າໃຊ້ຊີວິດໃນແບບທີ່ພະເຈົ້າພໍໃຈ.+ ເພິ່ນເລືອກພວກເຈົ້າໃຫ້ມີສ່ວນໃນການປົກຄອງຂອງເພິ່ນ+ແລະໄດ້ຮັບກຽດຈາກເພິ່ນ.+
13 ນີ້ເປັນເຫດຜົນທີ່ພວກເຮົາຂອບໃຈພະເຈົ້າມາຕະຫຼອດ+ ຍ້ອນວ່າເມື່ອພວກເຈົ້າໄດ້ຍິນຄຳສອນຂອງພະເຈົ້າຈາກພວກເຮົາ ພວກເຈົ້າຍອມຮັບຄຳສອນນັ້ນຄືກັບເປັນຄຳສອນຂອງພະເຈົ້າແທ້ໆ ບໍ່ແມ່ນຂອງມະນຸດ. ຄຳສອນນັ້ນກຳລັງເກີດຜົນກັບພວກເຈົ້າທີ່ເປັນຜູ້ທີ່ມີຄວາມເຊື່ອ. 14 ພີ່ນ້ອງເອີ້ຍ ພວກເຈົ້າຮຽນແບບຕົວຢ່າງຂອງປະຊາຄົມຄລິດສະຕຽນຫຼາຍບ່ອນໃນແຂວງຢູດາຍທີ່ເປັນປະຊາຄົມຂອງພະເຈົ້າຄືກັນ. ພວກເຈົ້າທົນທຸກຍ້ອນຖືກຄົນຊາດດຽວກັນຂົ່ມເຫງ+ຄືກັບທີ່ເຂົາເຈົ້າທົນທຸກຍ້ອນຖືກພວກຢິວຂົ່ມເຫງ. 15 ພວກຢິວເຖິງຂັ້ນຂ້າພະເຢຊູຜູ້ເປັນນາຍ+ກັບພວກຜູ້ພະຍາກອນ ແລະໄດ້ຂົ່ມເຫງພວກເຮົານຳອີກ.+ ເຂົາເຈົ້າເຮັດໃຫ້ພະເຈົ້າບໍ່ພໍໃຈ ແລະຍັງກີດກັນຄົນອື່ນບໍ່ໃຫ້ຮັບສິ່ງທີ່ເປັນປະໂຫຍດ. 16 ເຂົາເຈົ້າພະຍາຍາມຂັດຂວາງພວກເຮົາບໍ່ໃຫ້ປະກາດແລະບໍ່ໃຫ້ພວກເຮົາຊ່ວຍຄົນຕ່າງຊາດໃຫ້ໄດ້ຮັບຄວາມລອດ.+ ການເຮັດແບບນີ້ເຮັດໃຫ້ຄວາມຜິດຂອງເຂົາເຈົ້າມີຫຼາຍຂຶ້ນເລື້ອຍໆ. ພະເຈົ້າຈະສະແດງຄວາມໃຈຮ້າຍຕໍ່ເຂົາເຈົ້າແທ້ໆ.+
17 ພີ່ນ້ອງເອີ້ຍ ຕອນທີ່ພວກເຮົາບໍ່ໄດ້ຢູ່ນຳພວກເຈົ້າໄລຍະໜຶ່ງ (ມີແຕ່ໂຕເທົ່ານັ້ນທີ່ບໍ່ຢູ່ ແຕ່ໃຈຍັງຢູ່ນຳ) ພວກເຮົາຢາກເຫັນໜ້າພວກເຈົ້າຫຼາຍແທ້ໆ ແລະພວກເຮົາພະຍາຍາມເປັນພິເສດເພື່ອຈະໄປຫາພວກເຈົ້າໃຫ້ໄດ້. 18 ພວກເຮົາຢາກໄປຫາພວກເຈົ້າອີກ. ໂດຍສະເພາະຂ້ອຍໂປໂລໄດ້ພະຍາຍາມຮອດ 2 ເທື່ອແລ້ວວ່າຈະໄປ ແຕ່ກໍຖືກຊາຕານຂັດຂວາງ. 19 ອັນໃດຈະເປັນຄວາມຫວັງ ຄວາມຍິນດີ ຫຼືມົງກຸດທີ່ເຮັດໃຫ້ພວກເຮົາພູມໃຈເມື່ອຢູ່ຕໍ່ໜ້າພະເຢຊູຜູ້ເປັນນາຍຂອງພວກເຮົາໃນໄລຍະທີ່ເພິ່ນກັບມາ?* ບໍ່ແມ່ນພວກເຈົ້າບໍ?+ 20 ພວກເຈົ້າຫັ້ນແຫຼະທີ່ເຮັດໃຫ້ພວກເຮົາພູມໃຈແລະຍິນດີ.