ຊາມູເອນສະບັບທີໜຶ່ງ
4 ຊາມູເອນເປັນຜູ້ສົ່ງຂ່າວຂອງພະເຈົ້າໃຫ້ພວກອິດສະຣາເອນ.
ໃນຕອນນັ້ນ ພວກອິດສະຣາເອນໄດ້ໄປຕໍ່ສູ້ກັບພວກຟີລິດສະຕີນ. ເຂົາເຈົ້າຕັ້ງຄ້າຍຢູ່ເມືອງເອເບັນເອເຊ ສ່ວນພວກຟີລິດສະຕີນຕັ້ງຄ້າຍຢູ່ເມືອງອາເຟັກ. 2 ພວກຟີລິດສະຕີນໄດ້ຍົກກອງທັບມາຕໍ່ສູ້ພວກອິດສະຣາເອນ. ເຂົາເຈົ້າເປັນຝ່າຍຊະນະແລະຂ້າທະຫານອິດສະຣາເອນຕາຍປະມານ 4.000 ຄົນ. 3 ເມື່ອພວກທະຫານທີ່ຍັງເຫຼືອກັບມາຄ້າຍ ພວກຜູ້ນຳຂອງອິດສະຣາເອນກໍຖາມວ່າ: “ເປັນຫຍັງພະເຢໂຫວາຈຶ່ງຍອມໃຫ້ພວກຟີລິດສະຕີນຊະນະພວກເຮົາ?+ ໃຫ້ພວກເຮົາໄປເອົາຫີບສັນຍາຂອງພະເຢໂຫວາຢູ່ເມືອງຊີໂລ+ມານີ້ເພື່ອຈະຊ່ວຍພວກເຮົາໃຫ້ຊະນະສັດຕູໄດ້.” 4 ເຂົາເຈົ້າຈຶ່ງສົ່ງຄົນໄປເມືອງຊີໂລເພື່ອໄປຫາມຫີບສັນຍາຂອງພະເຢໂຫວາຜູ້ບັນຊາການກອງທັບຜູ້ນັ່ງຢູ່ບັນລັງເທິງ*ເຄຣູບ+ມາໄວ້ຢູ່ຄ້າຍ. ຕອນທີ່ຫາມຫີບສັນຍາຂອງພະເຈົ້າທ່ຽງແທ້ມາ ລູກຊາຍ 2 ຄົນຂອງເອລີເຊິ່ງກໍຄືໂຮບນີແລະຟີເນຮາດ+ກໍມານຳ.
5 ເມື່ອຫີບສັນຍາຂອງພະເຢໂຫວາມາຮອດຄ້າຍແລ້ວ ພວກອິດສະຣາເອນກໍຮ້ອງສຽງດັງຈົນພື້ນດິນສະເທືອນ. 6 ເມື່ອພວກຟີລິດສະຕີນໄດ້ຍິນສຽງຮ້ອງ ເຂົາເຈົ້າກໍເວົ້າວ່າ: “ເປັນຫຍັງພວກເຮັບເຣີຈຶ່ງຮ້ອງສຽງດັງແທ້?” ໃນທີ່ສຸດ ເຂົາເຈົ້າກໍຮູ້ວ່າພວກອິດສະຣາເອນໄປເອົາຫີບສັນຍາຂອງພະເຢໂຫວາມາໄວ້ຢູ່ຄ້າຍ. 7 ພວກຟີລິດສະຕີນຈຶ່ງຢ້ານແລະເວົ້າວ່າ: “ພະເຈົ້າຢູ່ກັບພວກນັ້ນແລ້ວ!+ ພວກເຮົາຕ້ອງຕາຍແທ້ໆ. ບໍ່ເຄີຍມີເລື່ອງແບບນີ້ເກີດຂຶ້ນມາກ່ອນ! 8 ຕາຍຄັກໆ! ໃຜຈະຊ່ວຍພວກເຮົາໃຫ້ລອດຈາກພະເຈົ້າຜູ້ມີລິດເດດອົງນີ້ໄດ້? ພະເຈົ້າອົງນີ້ຕົ໋ວທີ່ໃຊ້ຫຼາຍວິທີເພື່ອຂ້າພວກເອຢິບໃນບ່ອນກັນດານ!+ 9 ພວກຟີລິດສະຕີນເອີ້ຍ ເຮົາເປັນລູກຜູ້ຊາຍຕ້ອງກ້າຫານ. ເຮົາຈະບໍ່ຍອມຮັບໃຊ້ພວກເຮັບເຣີ ຄືກັບທີ່ພວກມັນເຄີຍຮັບໃຊ້ເຮົາ.+ ລູກຜູ້ຊາຍຕ້ອງສູ້ບໍ່ຖອຍ!” 10 ພວກຟີລິດສະຕີນຕໍ່ສູ້ຈົນຊະນະພວກອິດສະຣາເອນ+ ແລະພວກອິດສະຣາເອນກໍໜີໄປເຕັ້ນຂອງໂຕເອງ. ມີທະຫານຕາຍຈຳນວນຫຼາຍ ສະເພາະພວກອິດສະຣາເອນຕາຍຮອດ 30.000 ຄົນ. 11 ຮ້າຍແຮງກວ່ານັ້ນ ຫີບສັນຍາຂອງພະເຈົ້າກໍຖືກຍຶດໄປ ແລະລູກຊາຍ 2 ຄົນຂອງເອລີເຊິ່ງກໍຄືໂຮບນີແລະຟີເນຮາດກໍຕາຍຄືກັນ.+
12 ໃນມື້ນັ້ນ ມີຜູ້ຊາຍຄົນໜຶ່ງໃນຕະກູນເບັນຢາມິນແລ່ນໜີຈາກສະໜາມຮົບໄປເມືອງຊີໂລ. ເຄື່ອງນຸ່ງຂອງລາວຂາດແລະລາວມີຂີ້ດິນຢູ່ຫົວ.+ 13 ຕອນທີ່ລາວມາຮອດ ເອລີນັ່ງຖ້າຟັງຂ່າວຢູ່ແຄມທາງ ຍ້ອນລາວເປັນຫ່ວງຫີບສັນຍາຂອງພະເຈົ້າທ່ຽງແທ້.+ ຜູ້ຊາຍຄົນນັ້ນເຂົ້າໄປໃນເມືອງເພື່ອເລົ່າເລື່ອງທີ່ເກີດຂຶ້ນໃຫ້ຄົນໃນເມືອງຟັງ ແລະທຸກຄົນກໍຮ້ອງໄຫ້ເສຍໃຈ. 14 ເມື່ອເອລີໄດ້ຍິນສຽງຮ້ອງໄຫ້ກໍຖາມວ່າ: “ເກີດຫຍັງຂຶ້ນຄືສຽງດັງແທ້?” ຜູ້ຊາຍຄົນນັ້ນກໍຟ້າວເລົ່າໃຫ້ເອລີຟັງ. 15 (ຕອນນັ້ນເອລີອາຍຸ 98 ປີແລ້ວ ແລະລາວເບິ່ງບໍ່ເຫັນຮຸ່ງ.)+ 16 ລາວບອກເອລີວ່າ: “ຂ້ອຍຫາກໍໜີມາຈາກສະໜາມຮົບມື້ນີ້.” ເອລີຈຶ່ງຖາມວ່າ: “ເກີດຫຍັງຂຶ້ນ?” 17 ລາວຕອບວ່າ: “ພວກອິດສະຣາເອນແລ່ນໜີຈາກພວກຟີລິດສະຕີນຍ້ອນສູ້ບໍ່ໄດ້ແລະມີຄົນຕາຍບັກຫຼາຍໆ.+ ລູກຊາຍ 2 ຄົນຂອງເຈົ້າເຊິ່ງກໍຄືໂຮບນີແລະຟີເນຮາດກໍຕາຍຄືກັນ+ ແລະຫີບສັນຍາຂອງພະເຈົ້າທ່ຽງແທ້ກໍຖືກພວກຟີລິດສະຕີນຍຶດໄປແລ້ວ.”+
18 ເມື່ອໄດ້ຍິນວ່າຫີບສັນຍາຂອງພະເຈົ້າທ່ຽງແທ້ຖືກຍຶດໄປ ເອລີກໍຫງາຍຫຼັງຕົກຈາກຕັ່ງທີ່ລາວນັ່ງຢູ່ຂ້າງປະຕູເມືອງແລະຄໍຫັກຕາຍ ຍ້ອນວ່າລາວຕຸ້ຍແລະເຖົ້າຫຼາຍ. ເອລີຮັບໃຊ້ເປັນຜູ້ຕັດສິນຂອງອິດສະຣາເອນ 40 ປີ. 19 ລູກໃພ້ຂອງເອລີທີ່ເປັນເມຍຂອງຟີເນຮາດຖືພາໃກ້ຊິເກີດລູກ. ເມື່ອລາວໄດ້ຍິນຂ່າວວ່າຫີບສັນຍາຂອງພະເຈົ້າທ່ຽງແທ້ຖືກຍຶດໄປ ແລະຊ້ຳບໍ່ໜຳພໍ່ປູ່ກັບຜົວກໍຕາຍ ລາວຈຶ່ງເຈັບທ້ອງແຮງຈົນຂົດຢູ່ແລະເກີດລູກກະທັນຫັນ. 20 ຕອນທີ່ລາວໃກ້ຊິຕາຍ ພວກຜູ້ຍິງທີ່ຢືນຢູ່ທາງຂ້າງບອກລາວວ່າ: “ບໍ່ຕ້ອງຢ້ານເດີ້ ເຈົ້າໄດ້ລູກຊາຍ.” ແຕ່ລາວກໍບໍ່ຕອບແລະບໍ່ເວົ້າຫຍັງຈັກຄຳ. 21 ລາວຕັ້ງຊື່ໃຫ້ລູກວ່າອີຄາບົດ*+ ແລະເວົ້າວ່າ: “ເຂົາເຈົ້າເອົາສະຫງ່າລາສີຂອງອິດສະຣາເອນໄປແລ້ວ.”+ ລາວເວົ້າຈັ່ງຊັ້ນກໍຍ້ອນວ່າຫີບສັນຍາຂອງພະເຈົ້າທ່ຽງແທ້ຖືກຍຶດໄປແລ້ວແລະຍ້ອນສິ່ງທີ່ເກີດຂຶ້ນກັບພໍ່ປູ່ແລະຜົວຂອງລາວ.+ 22 ລາວເວົ້າວ່າ: “ເຂົາເຈົ້າເອົາສະຫງ່າລາສີຂອງອິດສະຣາເອນໄປແລ້ວ ຍ້ອນຫີບສັນຍາຂອງພະເຈົ້າທ່ຽງແທ້ຖືກຍຶດໄປແລ້ວ.”+