ເພງໂສກເສົ້າ
א [ອາເລບ]*
1 ເຢຣູຊາເລັມເຊິ່ງເປັນເມືອງທີ່ເຄີຍມີຄົນຫຼາຍ+ ຕອນນີ້ຖືກຖິ້ມໃຫ້ຮ້າງເປົ່າແລ້ວ.
ລາວທີ່ເຄີຍເປັນຂວັນໃຈຂອງຊາດຕ່າງໆ+ ຕອນນີ້ເປັນຄືກັບແມ່ໝ້າຍແລ້ວ.
ລາວທີ່ເຄີຍເປັນເຈົ້າຍິງຂອງແຂວງຕ່າງໆກາຍມາເປັນທາດແລ້ວ.+
ב [ເບດ]
2 ໃນຕອນກາງຄືນ ລາວຮ້ອງໄຫ້ໂສກເສົ້າຫຼາຍ+ແລະນ້ຳຕາກໍໄຫຼອາບແກ້ມ.
ບໍ່ມີຄົນຮັກຂອງລາວຈັກຄົນມາປອບໃຈລາວ.+
ໝູ່ຂອງລາວທຸກຄົນກໍທໍລະຍົດລາວ+ແລະກາຍມາເປັນສັດຕູຂອງລາວ.
ג [ກີເມວ]
3 ລູກສາວຂອງຢູດາຖືກຈັບໄປເປັນຊະເລີຍ.+ ລາວຕ້ອງທົນທຸກແລະຖືກບັງຄັບໃຫ້ເປັນທາດ.+
ລາວຕ້ອງໄປຢູ່ກັບຊາດຕ່າງໆ+ແລະບໍ່ມີຄວາມສະຫງົບໃຈເລີຍ.
ພວກສັດຕູຂອງລາວ*ນຳທັນລາວຕອນທີ່ລາວປົກປ້ອງໂຕເອງບໍ່ໄດ້.
ד [ດາເລດ]
4 ທາງຕ່າງໆທີ່ຈະໄປຊີໂອນພາກັນໂສກເສົ້າຍ້ອນບໍ່ມີໃຜມາຮ່ວມສະຫຼອງເທດສະການ.+
ປະຕູເມືອງທັງໝົດເປ່ເພໝົດແລ້ວ.+ ພວກປະໂລຫິດກໍຖອນຫາຍໃຈ.
ຜູ້ສາວທີ່ບໍລິສຸດ*ກໍພາກັນຮ້ອງໄຫ້ທຸກໃຈຫຼາຍ.
ה [ເຮ]
5 ພວກຜູ້ທຳລາຍລາວກາຍມາເປັນເຈົ້ານາຍຂອງລາວແລະພວກສັດຕູຂອງລາວບໍ່ກັງວົນຫຍັງເລີຍ.+
ພະເຢໂຫວາເຮັດໃຫ້ລາວໂສກເສົ້າຍ້ອນຄວາມຜິດທີ່ລາວໄດ້ເຮັດ.+
ລູກຂອງລາວຖືກພວກສັດຕູຈັບໄປເປັນຊະເລີຍ.+
ו [ວາວ]
6 ລູກສາວຂອງຊີໂອນບໍ່ມີສະຫງ່າລາສີແລ້ວ.+
ພວກເຈົ້ານາຍຂອງເມືອງນີ້ເປັນຄືກັບກວາງທີ່ຊອກຫາທົ່ງຫຍ້າບໍ່ເຫັນ
ແລະຍ່າງແບບໝົດເຫື່ອໝົດແຮງຕໍ່ໜ້າຜູ້ທີ່ໄລ່ລ່າ.
ז [ຊາຢິນ]
7 ຕອນທີ່ເຢຣູຊາເລັມທົນທຸກແລະຄົນໃນເມືອງບໍ່ມີບ່ອນຢູ່
ລາວກໍຄິດເຖິງສິ່ງທີ່ມີຄ່າທັງໝົດທີ່ລາວເຄີຍມີໃນສະໄໝແຕ່ກີ້.+
ຄົນຂອງລາວຕົກຢູ່ໃນມືຂອງສັດຕູແລະບໍ່ມີໃຜຊ່ວຍລາວ+
ແລະເມື່ອສັດຕູເຫັນແນວນັ້ນ ເຂົາເຈົ້າກໍເຍາະເຍີ້ຍລາວທີ່ລາວຈິບຫາຍ.+
ח [ເຮດ]
8 ເຢຣູຊາເລັມເຮັດຜິດຮ້າຍແຮງຫຼາຍ+
ລາວຈຶ່ງໜ້າລັງກຽດ.
ທຸກຄົນທີ່ເຄີຍໃຫ້ກຽດລາວກໍດູຖູກລາວຍ້ອນເຂົາເຈົ້າເຫັນລາວປະໂປ້+
ລາວຈຶ່ງຮ້ອງຄາງ+ແລະປິ່ນໜ້າໜີດ້ວຍຄວາມອັບອາຍ.
ט [ເທດ]
9 ເຄື່ອງນຸ່ງຂອງລາວມີຮອຍເປື້ອນ.
ລາວບໍ່ໄດ້ຄິດເຖິງອະນາຄົດຂອງລາວເລີຍ.+
ຄວາມຈິບຫາຍຂອງລາວເປັນຕາໜ້າຕົກໃຈຫຼາຍແລະບໍ່ມີໃຜປອບໃຈລາວເລີຍ.
ລາວເວົ້າວ່າ: “ພະເຢໂຫວາເອີ້ຍ ຂໍພະອົງເບິ່ງຄວາມທຸກຂອງລູກ ຍ້ອນສັດຕູກຳລັງເວົ້າອວດເລື່ອງໄຊຊະນະຂອງໂຕເອງ.”+
י [ໂຢດ]
10 ພວກສັດຕູໄດ້ປຸ້ນເອົາຊັບສົມບັດທັງໝົດຂອງລາວໄປ.+
ລາວເຫັນຊາດຕ່າງໆເຂົ້າໄປໃນບ່ອນບໍລິສຸດຂອງລາວ+
ທັງໆທີ່ພະອົງໄດ້ສັ່ງໄວ້ແລ້ວວ່າ ຫ້າມເຂົາເຈົ້າໄປລວມໂຕກັບປະຊາຊົນຂອງພະອົງ.
כ [ຄາບ]
11 ຄົນຂອງລາວພາກັນຖອນຫາຍໃຈ. ເຂົາເຈົ້າກຳລັງຊອກຫາແນວກິນ.+
ເຂົາເຈົ້າເອົາຂອງມີຄ່າໄປແລກເອົາອາຫານມາກິນເພື່ອຈະລອດຕາຍ ແຕ່ກໍໄດ້ມາໜ້ອຍດຽວ.
ພະເຢໂຫວາເອີ້ຍ ເບິ່ງແມ້! ລູກກາຍເປັນຜູ້ຍິງທີ່ບໍ່ມີຄ່າແລ້ວ.
ל [ລາເມດ]
12 ພວກເຈົ້າທີ່ກຳລັງຍ່າງໄປຕາມຫົນທາງບໍ່ຮູ້ສຶກຫຍັງເລີຍບໍ?
ເບິ່ງແມ້!
ນີ້ແມ່ນສິ່ງທີ່ພະເຢໂຫວາເຮັດກັບຂ້ອຍໃນມື້ທີ່ເພິ່ນໃຈຮ້າຍ.+
ມີຄວາມເຈັບປວດແບບໃດຄືກັບຄວາມເຈັບປວດຂອງຂ້ອຍບໍ?
מ [ເມັມ]
13 ເພິ່ນສົ່ງໄຟຈາກຟ້າມາຈູດກະດູກຂອງຂ້ອຍ+ທຸກອັນ.
ເພິ່ນກາງຕານ່າງໄວ້ດັກຕີນຂ້ອຍແລະບັງຄັບຂ້ອຍໃຫ້ຖອຍກັບໄປ.
ເພິ່ນເຮັດໃຫ້ຂ້ອຍກາຍເປັນຜູ້ຍິງທີ່ຖືກຖິ້ມ.
ຂ້ອຍບໍ່ສະບາຍໝົດມື້ໝົດເວັນ.
נ [ນູນ]
14 ຄວາມຜິດຂອງຂ້ອຍເປັນຄືກັບແອກທີ່ເພິ່ນມັດໃສ່ຂ້ອຍ.
ມັນຢູ່ເທິງຄໍຂອງຂ້ອຍແລະເຮັດໃຫ້ຂ້ອຍໝົດເຫື່ອໝົດແຮງ.
ພະເຢໂຫວາມອບຂ້ອຍໄວ້ໃນມືຂອງຄົນທີ່ຂ້ອຍສູ້ບໍ່ໄດ້.+
ס [ຊາເມກ]
15 ພະເຢໂຫວາໂຍນຄົນເກັ່ງໆທີ່ຢູ່ນຳຂ້ອຍອອກໄປຈົນໝົດ.+
ເພິ່ນເອີ້ນຄົນມາລວມໂຕກັນເພື່ອຕໍ່ສູ້ຂ້ອຍແລະທຳລາຍຄົນໜຸ່ມຂອງຂ້ອຍ.+
ພະເຢໂຫວາໄດ້ຢຽບລູກສາວທີ່ບໍລິສຸດຂອງຢູດາໃນອ່າງຢຽບໝາກລະແຊັງ.+
ע [ອາຢິນ]
16 ຂ້ອຍຮ້ອງໄຫ້ຍ້ອນສິ່ງເຫຼົ່ານີ້.+ ຕາຂອງຂ້ອຍມີແຕ່ນ້ຳຕາ
ຍ້ອນຄົນທີ່ຈະປອບໃຈຂ້ອຍແລະເຮັດໃຫ້ຂ້ອຍສົດຊື່ນກໍຢູ່ໄກຈາກຂ້ອຍ.
ພວກລູກຊາຍຂອງຂ້ອຍຖືກປະຖິ້ມຍ້ອນສັດຕູຊະນະແລ້ວ.
פ [ເພ]
17 ຊີໂອນເດ່ມືອອກໄປ+ ແຕ່ກໍບໍ່ມີໃຜປອບໃຈລາວ.
ພະເຢໂຫວາສັ່ງທຸກຄົນທີ່ຢູ່ອ້ອມຂ້າງຢາໂຄບໃຫ້ເຮັດໂຕເປັນສັດຕູກັບລາວ.+
ເຢຣູຊາເລັມກາຍເປັນສິ່ງທີ່ໜ້າລັງກຽດສຳລັບເຂົາເຈົ້າ.+
צ [ຊາເດ]
18 ພະເຢໂຫວາເປັນພະເຈົ້າທີ່ຍຸຕິທຳ.+ ຍ້ອນຂ້ອຍບໍ່ໄດ້ເຮັດຕາມຄຳສັ່ງຂອງເພິ່ນ ເພິ່ນຈຶ່ງລົງໂທດຂ້ອຍ.+
ຊາດຕ່າງໆເອີ້ຍ ຂໍໃຫ້ຟັງແລະເບິ່ງວ່າຂ້ອຍເຈັບປວດສ່ຳໃດ.
ພວກຜູ້ສາວທີ່ບໍລິສຸດແລະພວກຊາຍໜຸ່ມຖືກຈັບໄປເປັນຊະເລີຍແລ້ວ.+
ק [ໂຄບ]
19 ຂ້ອຍເອີ້ນຫາພວກຄົນຮັກຂອງຂ້ອຍ ແຕ່ເຂົາເຈົ້າຫັກຫຼັງຂ້ອຍໝົດແລ້ວ.+
ພວກປະໂລຫິດແລະພວກຜູ້ນຳໃນເມືອງຂອງຂ້ອຍກໍຕາຍ
ຕອນທີ່ເຂົາເຈົ້າໄປຊອກຫາແນວກິນເພື່ອຈະລອດຊີວິດ.+
ר [ເຣດ]
20 ພະເຢໂຫວາເອີ້ຍ ເບິ່ງແມ້! ລູກທຸກໃຈຫຼາຍ.
ລູກຮູ້ສຶກກະວົນກະວາຍ.
ຫົວໃຈຂອງລູກແຕກສະຫຼາຍ ຍ້ອນລູກໄດ້ກະບົດຕໍ່ພະອົງ.+
ຢູ່ນອກເຮືອນກໍມີດາບທີ່ຂ້າລູກຂອງລູກ+ແລະຢູ່ໃນເຮືອນກໍມີຄົນຕາຍ.
ש [ຊິນ]
21 ຄົນອື່ນໆໄດ້ຍິນສຽງຖອນຫາຍໃຈຂອງລູກ ແຕ່ພັດບໍ່ມີໃຜຈັກຄົນປອບໃຈລູກ.
ສັດຕູທັງໝົດຂອງລູກໄດ້ຍິນເລື່ອງຄວາມຈິບຫາຍຂອງລູກ.
ເຂົາເຈົ້າພາກັນດີໃຈ ຍ້ອນພະອົງເຮັດໃຫ້ສິ່ງນີ້ເກີດຂຶ້ນກັບລູກ.+
ແຕ່ຈະມີມື້ໜຶ່ງທີ່ພະອົງຈະເຮັດກັບເຂົາເຈົ້າຄືກັບທີ່ພະອົງໄດ້ສັນຍາໄວ້.+ ໃນມື້ນັ້ນເຂົາເຈົ້າຈະເປັນຄືກັບລູກ.+
ת [ເທົາ]
22 ຂໍໃຫ້ພະອົງເຫັນຄວາມຊົ່ວທັງໝົດຂອງເຂົາເຈົ້າແລະຂໍພະອົງລົງໂທດເຂົາເຈົ້າໃຫ້ໜັກໆໂລດ+
ຄືກັບທີ່ພະອົງໄດ້ລົງໂທດລູກໜັກໆຍ້ອນຄວາມຜິດທັງໝົດຂອງລູກ.
ລູກຖອນຫາຍໃຈບໍ່ເຊົາແລະລູກເຈັບປວດໃຈຫຼາຍ.
א [ອາເລບ]*
2 ຄວາມໃຈຮ້າຍຂອງພະເຢໂຫວາປົກຄຸມເມືອງຊີໂອນຄືກັບຂີ້ເຝື້ອທີ່ຕຶບໜາ.
ເພິ່ນໄດ້ໂຍນຄວາມງາມຂອງອິດສະຣາເອນຈາກສະຫວັນລົງມາເທິງໂລກ.+
ໃນມື້ທີ່ເພິ່ນໃຈຮ້າຍ ເພິ່ນບໍ່ໄດ້ນຶກເຖິງບ່ອນວາງຕີນຂອງເພິ່ນເລີຍ.+
ב [ເບດ]
2 ພະເຢໂຫວາໄດ້ທຳລາຍບ່ອນຢູ່ທັງໝົດຂອງຢາໂຄບແລະບໍ່ອີ່ຕົນເລີຍ.
ເພິ່ນຮື້ປ້ອມສູງຂອງລູກສາວຢູດາດ້ວຍຄວາມໃຈຮ້າຍ.+
ເພິ່ນເຮັດໃຫ້ເມືອງນີ້ແລະພວກເຈົ້ານາຍເສຍກຽດແລະຈິບຫາຍ.+
ג [ກີເມວ]
3 ດ້ວຍຄວາມໃຈຮ້າຍ ເພິ່ນເຮັດໃຫ້ອິດສະຣາເອນໝົດເຫື່ອໝົດແຮງ.*
ເມື່ອສັດຕູເຂົ້າມາໃກ້ ເພິ່ນກໍຫົດມືຂວາຂອງເພິ່ນເຂົ້າ.+
ຄວາມໃຈຮ້າຍຂອງເພິ່ນຕໍ່ຢາໂຄບເປັນຄືກັບໄຟທີ່ເຜົາໄໝ້ທຸກຢ່າງທີ່ຢູ່ອ້ອມຂ້າງ.+
ד [ດາເລດ]
4 ຄືກັບສັດຕູ ເພິ່ນຫ້າງທະນູແລະຍົກມືຂວາຂອງເພິ່ນຂຶ້ນຕໍ່ສູ້ພວກເຮົາ.+
ເພິ່ນຂ້າທຸກຄົນທີ່ເປັນຕາຮັກ.+
ເພິ່ນເທຄວາມໃຈຮ້າຍຂອງເພິ່ນທີ່ເປັນຄືກັບໄຟ+ໃສ່ເຕັ້ນຂອງເມືອງຊີໂອນ.+
ה [ເຮ]
5 ພະເຢໂຫວາກາຍມາເປັນສັດຕູ.+
ເພິ່ນທຳລາຍອິດສະຣາເອນ.
ເພິ່ນທຳລາຍປ້ອມສູງທັງໝົດ.
ເພິ່ນທຳລາຍເມືອງຕ່າງໆທີ່ມີກຳແພງອ້ອມ.
ເພິ່ນເຮັດໃຫ້ລູກສາວຂອງຢູດາຮ້ອງໄຫ້ແລະໂສກເສົ້າເສຍໃຈຫຼາຍ.
ו [ວາວ]
6 ເພິ່ນມ້າງຕູບຂອງເພິ່ນ+ຄືກັບມ້າງຕູບຢູ່ສວນ.
ເພິ່ນທຳລາຍບ່ອນທີ່ໃຊ້ສະຫຼອງເທດສະການຂອງເພິ່ນ.+
ພະເຢໂຫວາເຮັດໃຫ້ຄົນໃນຊີໂອນລືມເທດສະການແລະວັນຊະບາໂຕ
ແລະເພິ່ນບໍ່ຍອມຮັບກະສັດແລະປະໂລຫິດຍ້ອນເພິ່ນໃຈຮ້າຍແຮງ.+
ז [ຊາຢິນ]
7 ພະເຢໂຫວາບໍ່ຍອມຮັບແທ່ນບູຊາຂອງເພິ່ນ.
ເພິ່ນບໍ່ສົນໃຈບ່ອນບໍລິສຸດຂອງເພິ່ນ.+
ເພິ່ນມອບກຳແພງກັບປ້ອມສູງຕ່າງໆໄວ້ໃນມືຂອງພວກສັດຕູ.+
ເຂົາເຈົ້າຮ້ອງສຽງດັງຢູ່ໃນວິຫານຂອງພະເຢໂຫວາ+ຄືກັບມື້ທີ່ມີການສະຫຼອງເທດສະການ.
ח [ເຮດ]
8 ພະເຢໂຫວາຕັ້ງໃຈທີ່ຈະທຳລາຍກຳແພງເມືອງຊີໂອນ.+
ເພິ່ນເນັ່ງສາຍແທກອອກໄປແລ້ວ.+
ເພິ່ນກຽມພ້ອມຢ່າງເຕັມທີທີ່ຈະທຳລາຍ.
ເພິ່ນເຮັດໃຫ້ກຳແພງຮ້ອງໄຫ້
ແລະກຳແພງເມືອງກໍກາຍເປັນຊາກຫັກພັງໝົດແລ້ວ.
ט [ເທດ]
9 ປະຕູຕ່າງໆຂອງເມືອງພັງລົງແລະກອງຢູ່ດິນ.+
ເພິ່ນໄດ້ທຳລາຍປະຕູແລະກອນປະຕູເຫຼົ່ານັ້ນ.
ກະສັດແລະພວກເຈົ້ານາຍຂອງເມືອງກໍຖືກຈັບໄປເປັນຊະເລີຍຢູ່ຊາດຕ່າງໆ.+
ບໍ່ມີໃຜເຮັດຕາມກົດໝາຍ*ອີກແລ້ວ ແມ່ນແຕ່ພວກຜູ້ພະຍາກອນກໍບໍ່ໄດ້ຮັບນິມິດຈາກພະເຢໂຫວາ.+
י [ໂຢດ]
10 ພວກຜູ້ນຳຂອງເມືອງຊີໂອນນັ່ງຢູ່ພື້ນແລະມິດຢູ່.+
ເຂົາເຈົ້ານຸ່ງຜ້າເນື້ອຫຍາບແລະເອົາຂີ້ດິນໂຮຍໃສ່ຫົວ.+
ພວກຜູ້ສາວທີ່ບໍລິສຸດ*ຂອງເຢຣູຊາເລັມພາກັນໝູບໜ້າລົງພື້ນ.
כ [ຄາບ]
11 ຂ້ອຍຮ້ອງໄຫ້ຈົນເມື່ອຍຕາ.+
ຂ້ອຍຮູ້ສຶກກະວົນກະວາຍ.
ຫົວໃຈຂອງຂ້ອຍແຕກສະຫຼາຍແທ້ໆ* ຍ້ອນຄວາມຈິບຫາຍຂອງລູກສາວຂອງຂ້ອຍ ປະຊາຊົນຂອງຂ້ອຍ*+
ຍ້ອນເດັກນ້ອຍແລະແອນ້ອຍເປັນລົມຢູ່ຕາມເດີ່ນຕ່າງໆຂອງເມືອງ.+
ל [ລາເມດ]
12 ເຂົາເຈົ້າເວົ້າກັບແມ່ຂອງເຂົາເຈົ້າຕະຫຼອດວ່າ: “ແມ່ ລູກຫິວເຂົ້າຫິວນ້ຳ”*+
ຕອນທີ່ເຂົາເຈົ້າເປັນລົມຢູ່ຕາມເດີ່ນຕ່າງໆຂອງເມືອງຄືກັບຄົນທີ່ບາດເຈັບ
ແລະເຂົາເຈົ້າກໍຕາຍຢູ່ອ້ອມກອດຂອງແມ່.
מ [ເມັມ]
13 ເມືອງເຢຣູຊາເລັມເອີ້ຍ ຂ້ອຍຈະຍົກຕົວຢ່າງຫຍັງໃຫ້ເຈົ້າຟັງດີ?
ຂ້ອຍຈະສົມທຽບເຈົ້າກັບຫຍັງດີ?
ເມືອງຊີໂອນເອີ້ຍ ຂ້ອຍຈະເອົາເຈົ້າໄປປຽບກັບຫຍັງດີ? ຂ້ອຍຈະປອບໃຈເຈົ້າແນວໃດດີ?
ບາດຂອງເຈົ້າໃຫຍ່ສ່ຳກັບທະເລ+ ຜູ້ໃດຈະປິ່ນປົວເຈົ້າໄດ້?+
נ [ນູນ]
14 ນິມິດທີ່ພວກຜູ້ພະຍາກອນບອກເຈົ້າເປັນເລື່ອງຕົວະແລະບໍ່ມີປະໂຫຍດ.+
ເຂົາເຈົ້າບໍ່ໄດ້ເປີດໂປງຄວາມຜິດຂອງເຈົ້າເພື່ອຈະຊ່ວຍເຈົ້າໃຫ້ລອດຈາກການຖືກຈັບໄປເປັນຊະເລີຍ+
ແຕ່ເຂົາເຈົ້າພັດເວົ້ານິມິດຕົວະແລະປະກາດເລື່ອງທີ່ບໍ່ຖືກຕ້ອງໃຫ້ເຈົ້າຟັງຕະຫຼອດ.+
ס [ຊາເມກ]
15 ທຸກຄົນທີ່ຍ່າງຜ່ານຫົນທາງກໍຕົບມືແລະເຍາະເຍີ້ຍ.+
ເຂົາເຈົ້າຜິວປາກດ້ວຍຄວາມງຶດ+ແລະແກວ່ງຫົວໃສ່ເມືອງເຢຣູຊາເລັມ ແລ້ວເວົ້າວ່າ:
“ນີ້ບໍເມືອງທີ່ເຂົາເຈົ້າເວົ້າວ່າ ‘ງາມແທ້ງາມວ່າແລະເຮັດໃຫ້ຄົນທົ່ວໂລກມີຄວາມສຸກ’?”+
פ [ເພ]
16 ພວກສັດຕູທຸກຄົນໄດ້ອ້າປາກໃສ່ເຈົ້າ.
ເຂົາເຈົ້າຜິວປາກ ກັດແຂ້ວ ແລະເວົ້າວ່າ: “ພວກເຮົາກືນເມືອງນີ້ໄດ້ແລ້ວ.+
ພວກເຮົາລໍຖ້າມື້ນີ້ມາດົນແລ້ວ.+ ມັນມາຮອດແລ້ວ ແລະພວກເຮົາໄດ້ເຫັນແລ້ວ!”+
ע [ອາຢິນ]
17 ພະເຢໂຫວາໄດ້ເຮັດຕາມທີ່ເພິ່ນຕັ້ງໃຈໄວ້.+ ເພິ່ນໄດ້ເຮັດຕາມທີ່ເພິ່ນເວົ້າ+
ຕາມທີ່ເພິ່ນໄດ້ສັ່ງໄວ້ດົນນານມາແລ້ວ.+
ເພິ່ນທຳລາຍເຈົ້າແບບບໍ່ອີ່ຕົນເລີຍ.+
ເພິ່ນເຮັດໃຫ້ພວກສັດຕູມີກຳລັງຫຼາຍຂຶ້ນ*ແລະເອົາຊະນະເຈົ້າໄດ້.
צ [ຊາເດ]
18 ກຳແພງເມືອງຊີໂອນເອີ້ຍ ຫົວໃຈຂອງເຈົ້າຮ້ອງຫາພະເຢໂຫວາ.
ໃຫ້ນ້ຳຕາຂອງເຈົ້າໄຫຼທັງເວັນທັງຄືນຄືກັບແມ່ນ້ຳ.
ໃຫ້ເຈົ້າຮ້ອງໄຫ້ບໍ່ເຊົາ. ຢ່າໃຫ້ຕາຂອງເຈົ້າໄດ້ພັກ.
ק [ໂຄບ]
19 ລຸກຂຶ້ນແມ້! ໃຫ້ເຈົ້າຮ້ອງໄຫ້ໝົດຄືນ.
ໃຫ້ເຈົ້າຮ້ອງໄຫ້ແລະບອກທຸກຢ່າງທີ່ຢູ່ໃນໃຈເຈົ້າໃຫ້ພະເຢໂຫວາຟັງ.
ໃຫ້ຍົກມືຂຶ້ນແລະອະທິດຖານຫາເພິ່ນເພື່ອຊີວິດພວກລູກຂອງເຈົ້າ
ທີ່ກຳລັງເປັນລົມຢູ່ທຸກຈອກທຸກແຈຍ້ອນຄວາມອຶດຢາກ.+
ר [ເຣດ]
20 ພະເຢໂຫວາເອີ້ຍ ຂໍພະອົງເບິ່ງຄົນທີ່ພະອົງລົງໂທດຢ່າງໜັກ.
ພວກຜູ້ຍິງຄວນຈະກິນລູກທີ່ແຂງແຮງຂອງໂຕເອງ ລູກທີ່ເຂົາເຈົ້າລ້ຽງມາບໍ?+
ພວກປະໂລຫິດກັບພວກຜູ້ພະຍາກອນຄວນຈະຖືກຂ້າຢູ່ບ່ອນບໍລິສຸດຂອງພະເຢໂຫວາບໍ?+
ש [ຊິນ]
21 ເດັກນ້ອຍແລະຜູ້ເຖົ້ານອນຕາຍຢູ່ຕາມຫົນທາງ.+
ພວກຜູ້ສາວທີ່ບໍລິສຸດແລະພວກຊາຍໜຸ່ມກໍຖືກຂ້າດ້ວຍດາບ.+
ພະອົງຂ້າເຂົາເຈົ້າໃນມື້ທີ່ພະອົງໃຈຮ້າຍແຮງ. ພະອົງຂ້າແບບບໍ່ອີ່ຕົນເລີຍ.+
ת [ເທົາ]
22 ພະອົງເອີ້ນຄວາມຢ້ານມາຈາກທຸກທິດທຸກທາງຄືກັບເອີ້ນຄົນມາສະຫຼອງເທດສະການ.+
ໃນມື້ທີ່ພະເຢໂຫວາໃຈຮ້າຍ ຈະບໍ່ມີຜູ້ໃດລອດຊີວິດຫຼືໜີໄປໄດ້.+
ທຸກຄົນທີ່ຂ້ອຍໄດ້ເກີດແລະລ້ຽງມາກໍຖືກພວກສັດຕູຂ້າຖິ້ມ.+
א [ອາເລບ]*
3 ຂ້ອຍເປັນຜູ້ທີ່ເຫັນຄົນອື່ນທົນທຸກຍ້ອນໄມ້ແສ້ຂອງຄວາມໃຈຮ້າຍຂອງເພິ່ນ.
2 ເພິ່ນໄລ່ຂ້ອຍໜີແລະເຮັດໃຫ້ຂ້ອຍຍ່າງຢູ່ໃນຄວາມມືດບໍ່ແມ່ນຢູ່ໃນຄວາມສະຫວ່າງ.+
3 ເພິ່ນເດ່ມືຂອງເພິ່ນມາຕໍ່ສູ້ຂ້ອຍຕະຫຼອດ.+
ב [ເບດ]
4 ເພິ່ນເຮັດໃຫ້ຊີ້ນແລະຜິວໜັງຂອງຂ້ອຍເປື່ອຍໄປ.
ເພິ່ນຫັກກະດູກຂອງຂ້ອຍ.
5 ເພິ່ນກັກໂຕຂ້ອຍໄວ້. ເພິ່ນເອົາຢາພິດຂົມໆແລະຄວາມຍາກລຳບາກມາລ້ອມຂ້ອຍ.+
6 ເພິ່ນບັງຄັບຂ້ອຍໃຫ້ນັ່ງຢູ່ໃນບ່ອນມືດຄືກັບຄົນທີ່ຕາຍມາດົນແລ້ວ.
ג [ກີເມວ]
7 ເພິ່ນເຮັດກຳແພງລ້ອມຂ້ອຍເພື່ອຂ້ອຍຈະໜີໄປບໍ່ໄດ້.
ເພິ່ນເອົາໂສ້ທອງແດງໜັກໆມາລ່າມຂ້ອຍໄວ້.+
8 ເມື່ອຂ້ອຍຮ້ອງຂໍຄວາມຊ່ວຍເຫຼືອຢ່າງໝົດຫວັງ ເພິ່ນກໍບໍ່ຟັງ*ຄຳອະທິດຖານຂອງຂ້ອຍ.+
9 ເພິ່ນເອົາຫີນທີ່ຕັດເປັນກ້ອນມາຕັນທາງຂ້ອຍໄວ້.
ເພິ່ນເຮັດໃຫ້ທາງຂອງຂ້ອຍຄົດບ້ຽວ.+
ד [ດາເລດ]
10 ເພິ່ນດັກທຳຮ້າຍຂ້ອຍຄືກັບໂຕໝີໂຕສິງທີ່ດັກຊຸ້ມຢູ່.+
12 ເພິ່ນຫ້າງທະນູຂອງເພິ່ນແລະເອົາຂ້ອຍເປັນເປົ້າ.
ה [ເຮ]
13 ເພິ່ນເອົາລູກທະນູຈາກບັ້ງຂອງເພິ່ນແທງໝາກໄຂ່ຫຼັງຂອງຂ້ອຍ.
14 ຂ້ອຍຖືກຊາດຕ່າງໆຫົວຂວັນໃສ່ແລະເຂົາເຈົ້າຮ້ອງເພງເຍາະເຍີ້ຍຂ້ອຍໝົດມື້.
15 ເພິ່ນເອົາແນວຂົມໆແລະຕົ້ນໄມ້ຂົມໃຫ້ຂ້ອຍກິນເລື້ອຍໆ.+
ו [ວາວ]
16 ເພິ່ນໃຫ້ຂ້ອຍຫຍ້ຳຂີ້ຫີນນ້ອຍໆຈົນແຂ້ວແຕກ.
ເພິ່ນຍູ້ຂ້ອຍລົງໄປຢູ່ກອງຂີ້ເທົ່າ.+
17 ພະອົງເຮັດໃຫ້ລູກບໍ່ມີຄວາມສະຫງົບສຸກ. ລູກລືມໄປແລ້ວວ່າຄວາມສຸກເປັນແນວໃດ.
18 ລູກຈຶ່ງເວົ້າວ່າ: “ລູກບໍ່ມີສະຫງ່າລາສີແລ້ວ. ລູກບໍ່ຫວັງຫຍັງຈາກພະເຢໂຫວາອີກແລ້ວ.”
ז [ຊາຢິນ]
19 ຂໍພະອົງຈື່ຄວາມທຸກຂອງລູກແລະຈື່ວ່າລູກບໍ່ມີບ່ອນຢູ່.+ ຂໍພະອົງຈື່ວ່າລູກກິນຕົ້ນໄມ້ຂົມແລະຢາພິດທີ່ຂົມໆ.+
20 ພະອົງຈະຈື່ໄດ້ແນ່ນອນແລະຈະມາຊ່ວຍລູກ.+
21 ລູກຄິດເຖິງເລື່ອງນີ້ ລູກຈຶ່ງຈະລໍຖ້າພະອົງດ້ວຍຄວາມອົດທົນ.+
ח [ເຮດ]
22 ຍ້ອນຄວາມຮັກທີ່ໝັ້ນຄົງຂອງພະເຢໂຫວາ ພວກເຮົາຈຶ່ງບໍ່ເຈິຈຸດຈົບ.+
ຄວາມເມດຕາຂອງພະອົງບໍ່ມີມື້ໝົດ.+
23 ພະອົງເມດຕາພວກເຮົາທຸກໆມື້.+ ພະອົງໄວ້ໃຈໄດ້ສະເໝີ.+
24 ຂ້ອຍເວົ້າວ່າ: “ພະເຢໂຫວາເປັນສ່ວນແບ່ງຂອງຂ້ອຍ.+ ຍ້ອນແນວນີ້ ຂ້ອຍຈະລໍຖ້າເພິ່ນດ້ວຍຄວາມອົດທົນ.”+
ט [ເທດ]
25 ພະເຢໂຫວາເຮັດດີຕໍ່ຄົນທີ່ຫວັງເພິ່ງເພິ່ນ+ແລະຄົນທີ່ຊອກຫາເພິ່ນສະເໝີ.+
26 ມັນເປັນເລື່ອງທີ່ດີທີ່ຈະຢູ່ມິດໆ+ແລະລໍຖ້າການຊ່ວຍໃຫ້ລອດຈາກພະເຢໂຫວາ.*+
27 ມັນເປັນເລື່ອງທີ່ດີທີ່ຄົນເຮົາຈະເຈິຄວາມຍາກລຳບາກຕັ້ງແຕ່ຍັງໜຸ່ມ.+
י [ໂຢດ]
28 ໃຫ້ລາວນັ່ງມິດໆຢູ່ຄົນດຽວ ບໍ່ວ່າພະເຈົ້າຈະຍອມໃຫ້ລາວເຈິຫຍັງກໍຕາມ.+
29 ໃຫ້ລາວໝູບໜ້າລົງພື້ນ+ ຍ້ອນອາດຈະມີຄວາມຫວັງທີ່ລາວຈະຖືກຊ່ວຍໃຫ້ລອດ.+
30 ໃຫ້ລາວປິ່ນແກ້ມໃຫ້ຄົນທີ່ຕົບລາວ. ໃຫ້ລາວຍອມຮັບເອົາການດູຖູກຢ່າງເຕັມທີ.
כ [ຄາບ]
31 ພະເຢໂຫວາຈະບໍ່ຖິ້ມພວກເຮົາຕະຫຼອດໄປ.+
32 ເຖິງວ່າເພິ່ນເຮັດໃຫ້ພວກເຮົາໂສກເສົ້າ ແຕ່ເພິ່ນກໍຈະເມດຕາພວກເຮົາຍ້ອນເພິ່ນມີຄວາມຮັກທີ່ໝັ້ນຄົງຫຼາຍ.+
33 ເພິ່ນບໍ່ຢາກເຮັດໃຫ້ມະນຸດທຸກລຳບາກຫຼືເສຍໃຈ.+
ל [ລາເມດ]
34 ການກົດຂີ່ຂົ່ມເຫງນັກໂທດທັງໝົດທີ່ຢູ່ໃນໂລກ+
35 ການບໍ່ໃຫ້ຄວາມຍຸຕິທຳກັບຄົນໜຶ່ງຕໍ່ໜ້າພະເຈົ້າສູງສຸດ+
36 ການສໍ້ໂກງຄົນໜຶ່ງໃນຄະດີຂອງລາວ
ພະເຢໂຫວາຈະບໍ່ຍອມທົນກັບການເຮັດສິ່ງເຫຼົ່ານີ້.
מ [ເມັມ]
37 ຖ້າພະເຢໂຫວາບໍ່ໄດ້ສັ່ງ ໃຜຈະເວົ້າແລະເຮັດໃຫ້ເກີດຂຶ້ນຕາມນັ້ນໄດ້?
38 ແນວທີ່ດີແລະແນວທີ່ບໍ່ດີຈະບໍ່ໄດ້ອອກມານຳກັນ
ຈາກປາກຂອງພະເຈົ້າສູງສຸດ.
39 ມະນຸດຈະຈົ່ມກ່ຽວກັບຜົນຈາກການເຮັດຜິດຂອງໂຕເອງໄດ້ຈັ່ງໃດ?+
נ [ນູນ]
40 ໃຫ້ພວກເຮົາກວດເບິ່ງວິທີໃຊ້ຊີວິດຂອງໂຕເອງຢ່າງລະອຽດ+ແລະກັບມາຫາພະເຢໂຫວາ.+
41 ໃຫ້ພວກເຮົາຍົກມືຂຶ້ນແລະອະທິດຖານຫາພະເຈົ້າຜູ້ຢູ່ໃນສະຫວັນຢ່າງຈິງໃຈແລະເວົ້າວ່າ:+
42 “ພວກເຮົາໄດ້ເຮັດຜິດແລະກະບົດຕໍ່ພະອົງ+ແລະພະອົງບໍ່ຍົກໂທດໃຫ້ພວກເຮົາ.+
ס [ຊາເມກ]
43 ພະອົງໃຈຮ້າຍ ພະອົງຈຶ່ງບໍ່ຟັງຄຳອະທິດຖານຂອງພວກເຮົາ.+
ພະອົງໄລ່ລ່າພວກເຮົາແລະຂ້າພວກເຮົາແບບບໍ່ອີ່ຕົນ.+
44 ພະອົງເອົາຂີ້ເຝື້ອມາຂວາງໄວ້ເພື່ອຄຳອະທິດຖານຂອງພວກເຮົາຈະບໍ່ໄປຮອດພະອົງ.+
45 ພະອົງເຮັດໃຫ້ພວກເຮົາເປັນຄືກັບຂີ້ເຫຍື້ອແລະເຮັດໃຫ້ຊາດຕ່າງໆບໍ່ຍອມຮັບພວກເຮົາ.”
פ [ເພ]
46 ພວກສັດຕູທັງໝົດຂອງພວກເຮົາເວົ້າຕໍ່ຕ້ານພວກເຮົາ.+
47 ພວກເຮົາຮູ້ສຶກຢ້ານແລະທົນທຸກຕະຫຼອດ.+ ພວກເຮົາຖືກປະຖິ້ມແລະຖືກທຳລາຍ.+
48 ນ້ຳຕາຂ້ອຍໄຫຼຄືກັບແມ່ນ້ຳເມື່ອຂ້ອຍໄດ້ຍິນກ່ຽວກັບຄວາມຈິບຫາຍຂອງຄົນຊາດດຽວກັນກັບຂ້ອຍ.+
ע [ອາຢິນ]
51 ຂ້ອຍຮູ້ສຶກທຸກໃຈເມື່ອເຫັນສິ່ງທີ່ເກີດຂຶ້ນກັບເມືອງຕ່າງໆທີ່ຢູ່ອ້ອມແອ້ມເມືອງຂ້ອຍ.+
צ [ຊາເດ]
52 ພວກສັດຕູໄລ່ລ່າຂ້ອຍໂດຍບໍ່ມີເຫດຜົນຄືກັບລ່ານົກ.
53 ເຂົາເຈົ້າໂຍນຂ້ອຍລົງໃນຂຸມເພື່ອຈະຂ້າຂ້ອຍ. ເຂົາເຈົ້າດຶກກ້ອນຫີນໃສ່ຂ້ອຍບໍ່ເຊົາ.
54 ນ້ຳໄຫຼຖ້ວມຫົວຂ້ອຍແລະຂ້ອຍກໍເວົ້າວ່າ: “ຂ້ອຍບໍ່ລອດແລ້ວ.”
ק [ໂຄບ]
55 ພະເຢໂຫວາເອີ້ຍ ລູກຮ້ອງອອກຊື່ພະອົງຈາກຂຸມເລິກ.+
56 ຂໍພະອົງຟັງສຽງຂອງລູກ. ຂໍພະອົງຢ່າປິດຫູໄວ້ຈາກສຽງຮ້ອງຂໍຄວາມຊ່ວຍເຫຼືອແລະສຽງຮ້ອງຂໍການບັນເທົາທຸກຂອງລູກ.
57 ພະອົງເຂົ້າມາໃກ້ລູກໃນມື້ທີ່ລູກຮ້ອງຫາພະອົງ. ພະອົງບອກວ່າ: “ບໍ່ຕ້ອງຢ້ານເດີ້.”
ר [ເຣດ]
58 ພະເຢໂຫວາເອີ້ຍ ພະອົງໄດ້ສູ້ຄະດີໃຫ້ລູກ. ພະອົງໄດ້ໄຖ່ຊີວິດລູກແລ້ວ.+
59 ພະເຢໂຫວາເອີ້ຍ ພະອົງເຫັນແລ້ວວ່າເຂົາເຈົ້າເຮັດຜິດຕໍ່ລູກແນວໃດ.
ຂໍພະອົງໃຫ້ຄວາມຍຸຕິທຳກັບລູກ.+
60 ພະອົງກໍເຫັນແລ້ວວ່າເຂົາເຈົ້າວາງແຜນຮ້າຍແລະແກ້ແຄ້ນລູກແນວໃດ.
ש [ຊິນ]
61 ພະເຢໂຫວາເອີ້ຍ ພະອົງໄດ້ຍິນຄຳເຍາະເຍີ້ຍແລະແຜນຊົ່ວຂອງເຂົາເຈົ້າແລ້ວ.+
62 ພວກຜູ້ຕໍ່ຕ້ານລູກໄດ້ພາກັນລັກວາງແຜນໝົດມື້ເພື່ອຈະທຳຮ້າຍລູກ.
63 ຂໍພະອົງເບິ່ງເຂົາເຈົ້າແມ້ ບໍ່ວ່າຈະນັ່ງຫຼືຈະຢືນ ເຂົາເຈົ້າກໍຮ້ອງເພງເຍາະເຍີ້ຍລູກ.
ת [ເທົາ]
64 ພະເຢໂຫວາເອີ້ຍ ພະອົງຈະຕອບແທນເຂົາເຈົ້າຕາມການກະທຳຂອງເຂົາເຈົ້າ.
65 ພະອົງຈະເຮັດໃຫ້ເຂົາເຈົ້າເປັນຄົນຫົວແຂງຄືກັບທີ່ພະອົງໄດ້ສາບແຊ່ງເຂົາເຈົ້າ.
66 ພະເຢໂຫວາ ພະອົງຈະໄລ່ລ່າເຂົາເຈົ້າດ້ວຍຄວາມໃຈຮ້າຍແລະທຳລາຍເຂົາເຈົ້າໃຫ້ໝົດໄປຈາກໂລກນີ້.
א [ອາເລບ]*
4 ຄຳຢ່າງດີທີ່ເຫຼື້ອມໆກາຍເປັນຄຳສີເສົ້າແລ້ວ.+
ຫີນຂອງບ່ອນບໍລິສຸດ+ກໍກະຈັດກະຈາຍກັນໄປຢູ່ທຸກຈອກທຸກແຈ.+
ב [ເບດ]
2 ພວກຄົນໃນເມືອງຊີໂອນທີ່ມີຄ່າສ່ຳກັບຄຳຢ່າງດີ
ຕອນນີ້ພັດຖືກເບິ່ງວ່າເປັນຄືກັບໝໍ້ດິນ
ທີ່ເປັນຜົນງານຂອງຊ່າງປັ້ນໝໍ້.
ג [ກີເມວ]
3 ແມ່ນແຕ່ໝາໄນກໍຍັງເອົານົມໃຫ້ລູກມັນກິນ
ແຕ່ຄົນຊາດດຽວກັນກັບຂ້ອຍນິຕີ້ພັດໂຫດຮ້າຍ+ຄືກັບນົກກະຈອກເທດຢູ່ໃນບ່ອນກັນດານ.+
ד [ດາເລດ]
4 ລີ້ນຂອງແອນ້ອຍທີ່ຍັງບໍ່ທັນໄດ້ເຊົານົມຕິດກັບເພດານປາກຍ້ອນວ່າຫິວນ້ຳ.
ເດັກນ້ອຍຮ້ອງຂໍອາຫານ+ ແຕ່ກໍບໍ່ມີຜູ້ໃດເອົາໃຫ້.+
ה [ເຮ]
5 ຄົນທີ່ເຄີຍກິນອາຫານດີໆນອນຫິວຢູ່ຕາມຫົນທາງ.+
ຄົນທີ່ເຄີຍນຸ່ງເຄື່ອງແພງໆ*ຕັ້ງແຕ່ຍັງນ້ອຍ+ກໍນອນຢູ່ກອງຂີ້ເທົ່າ.
ו [ວາວ]
6 ໂທດ*ຂອງຄົນຊາດດຽວກັບຂ້ອຍໜັກກວ່າໂທດ*ຂອງເມືອງໂຊໂດມ+
ເຊິ່ງຖືກທຳລາຍບາດດຽວແລະບໍ່ມີໃຜຊ່ວຍໄດ້.+
ז [ຊາຢິນ]
7 ພວກນາຊີຣີຂອງຊີໂອນ+ເຄີຍບໍລິສຸດກວ່າຫິມະແລະຂາວກວ່ານ້ຳນົມ.
ເຂົາເຈົ້າແດງກວ່າປະກາລັງ*ແລະເປັນຄືກັບແກ້ວໄພລິນທີ່ເຫຼື້ອມໆ.
ח [ເຮດ]
8 ແຕ່ຕອນນີ້ເຂົາເຈົ້າພັດດຳກວ່າຂີ້ໝິ້ນໝໍ້.
ຄົນທີ່ເຫັນເຂົາເຈົ້າຕາມຫົນທາງກໍຈື່ບໍ່ໄດ້.
ເຂົາເຈົ້າຈ່ອຍຈົນເຫຼືອແຕ່ໜັງຫຸ້ມກະດູກ.+ ຜິວໜັງຂອງເຂົາເຈົ້າເປັນຄືກັບໄມ້ແຫ້ງໆ.
ט [ເທດ]
9 ຄົນທີ່ຖືກຂ້າດ້ວຍດາບກໍດີກວ່າຄົນທີ່ຕາຍດ້ວຍຄວາມອຶດຢາກ+
ແລະກໍດີກວ່າຄົນທີ່ຄ່ອຍໆໝົດເຫື່ອໝົດແຮງຍ້ອນບໍ່ມີອາຫານກິນ.
י [ໂຢດ]
10 ຜູ້ຍິງທີ່ໃຈດີ*ພາກັນຕົ້ມລູກຂອງໂຕເອງກິນ.+
ລູກຂອງເຂົາເຈົ້າກາຍເປັນອາຫານ*ໃນໄລຍະທີ່ຄົນຊາດດຽວກັນກັບຂ້ອຍເຈິຄວາມຈິບຫາຍ.+
כ [ຄາບ]
11 ພະເຢໂຫວາສະແດງຄວາມໃຈຮ້າຍຂອງເພິ່ນ.
ເພິ່ນເທຄວາມໃຈຮ້າຍແຮງຂອງເພິ່ນອອກມາ+
ແລະເພິ່ນເປັນຜູ້ຈູດໄຟເຜົາຖານຮາກຂອງຊີໂອນ.+
ל [ລາເມດ]
12 ພວກກະສັດໃນໂລກແລະທຸກຄົນທີ່ຢູ່ໃນແຜ່ນດິນທີ່ອຸດົມສົມບູນບໍ່ເຊື່ອວ່າ
ພວກສັດຕູຈະບຸກເຂົ້າໄປປະຕູເມືອງເຢຣູຊາເລັມ.+
מ [ເມັມ]
13 ມັນເປັນຍ້ອນພວກປະໂລຫິດໄດ້ເຮັດຜິດແລະພວກຜູ້ພະຍາກອນໄດ້ເຮັດບາບ.+
ເຂົາເຈົ້າໄດ້ເທເລືອດຂອງຄົນທີ່ເຮັດສິ່ງທີ່ຖືກຕ້ອງຢູ່ກາງເມືອງ.+
נ [ນູນ]
14 ເຂົາເຈົ້າຍ່າງໄປຕາມຫົນທາງຄືກັບຄົນຕາບອດ.+
ເຂົາເຈົ້າເປື້ອນເລືອດ+
ຈົນບໍ່ມີໃຜຈັບເຄື່ອງນຸ່ງຂອງເຂົາເຈົ້າໄດ້.
ס [ຊາເມກ]
15 ເຂົາເຈົ້າຮ້ອງບອກຄົນອື່ນວ່າ: “ຢ່າມາໃກ້ ພວກເຮົາບໍ່ສະອາດ! ຢ່າມາໃກ້
ຢ່າມາໃກ້! ຢ່າມາຈັບຢ່າມາບາຍພວກເຮົາ!”
ຍ້ອນເຂົາເຈົ້າກາຍເປັນຄົນທີ່ບໍ່ມີບ່ອນຢູ່ແລະຍ່າງເລາະໄປເລື້ອຍໆ.
ຄົນຈາກຊາດຕ່າງໆກໍພາກັນເວົ້າວ່າ: “ເຂົາເຈົ້າຢູ່ນີ້ກັບພວກເຮົາ*ບໍ່ໄດ້ເດີ້.+
פ [ເພ]
16 ພະເຢໂຫວາເຮັດໃຫ້ເຂົາເຈົ້າກະຈັດກະຈາຍໄປ.+
ເພິ່ນບໍ່ພໍໃຈເຂົາເຈົ້າອີກຕໍ່ໄປ.
ຄົນອື່ນໆກໍຈະບໍ່ນັບຖືພວກປະໂລຫິດ+ແລະບໍ່ສົນໃຈພວກຜູ້ນຳອີກ.”+
ע [ອາຢິນ]
17 ພວກເຮົາຊອກຫາຄົນທີ່ຈະຊ່ວຍພວກເຮົາຈົນເມື່ອຍຕາແຕ່ກໍບໍ່ໄດ້ຫຍັງ.+
ພວກເຮົາຂໍຄວາມຊ່ວຍເຫຼືອຈາກຊາດທີ່ຊ່ວຍພວກເຮົາບໍ່ໄດ້.+
צ [ຊາເດ]
18 ສັດຕູຂອງພວກເຮົາໄລ່ລ່າພວກເຮົາ+ຈົນພວກເຮົາຍ່າງຕາມຫົນທາງບໍ່ໄດ້.
ຈຸດຈົບຂອງພວກເຮົາມາໃກ້ແລ້ວ. ຈຸດຈົບຂອງຊີວິດພວກເຮົາມາຮອດແລ້ວ.
ק [ໂຄບ]
19 ຜູ້ທີ່ໄລ່ລ່າພວກເຮົາໄວກວ່ານົກອິນຊີທີ່ບິນຢູ່ເທິງຟ້າ.+
ເຂົາເຈົ້າໄລ່ນຳພວກເຮົາຢູ່ເທິງພູຕ່າງໆແລະດັກຊຸ້ມໂຈມຕີພວກເຮົາຢູ່ໃນບ່ອນກັນດານ.
ר [ເຣດ]
20 ຜູ້ທີ່ພະເຢໂຫວາແຕ່ງຕັ້ງ+ເຊິ່ງເປັນຄືກັບລົມຫາຍໃຈຂອງພວກເຮົາຖືກຈັບຂັງໄວ້ໃນຂຸມໃຫຍ່ຂອງເຂົາເຈົ້າ.+
ພວກເຮົາເຄີຍເວົ້າກ່ຽວກັບຜູ້ນີ້ວ່າ: “ຍ້ອນລາວປົກປ້ອງພວກເຮົາ ພວກເຮົາກໍຈະຢູ່ລອດເມື່ອຢູ່ນຳຊາດຕ່າງໆ.”
ש [ຊິນ]
21 ລູກສາວຂອງເອໂດມເອີ້ຍ+ ໃຫ້ເຈົ້າດີໃຈແລະໃຊ້ຊີວິດຢ່າງມີຄວາມສຸກໃນແຜ່ນດິນອູເຊ.
ແຕ່ເຈົ້າກໍຈະໄດ້ຮັບຈອກຂອງຄວາມຈິບຫາຍຄືກັນ.+ ເຈົ້າຈະເມົາແລະປະໂປ້.+
ת [ເທົາ]
22 ລູກສາວຂອງຊີໂອນເອີ້ຍ ການລົງໂທດສຳລັບຄວາມຜິດຂອງເຈົ້າຈົບລົງແລ້ວ.
ເພິ່ນຈະບໍ່ເຮັດໃຫ້ເຈົ້າຖືກຈັບໄປເປັນຊະເລີຍອີກ.+
ແຕ່ລູກສາວຂອງເອໂດມເອີ້ຍ ເພິ່ນຈະລົງໂທດເຈົ້າສຳລັບຄວາມຜິດຂອງເຈົ້າ.
ເພິ່ນຈະເປີດໂປງຄວາມບາບຂອງເຈົ້າ.+
5 ພະເຢໂຫວາເອີ້ຍ ຂໍພະອົງຈື່ສິ່ງທີ່ເກີດຂຶ້ນກັບພວກເຮົາ
ແລະຂໍເບິ່ງຄວາມອັບອາຍຂາຍໜ້າຂອງພວກເຮົາ.+
2 ມໍລະດົກຂອງພວກເຮົາຖືກຍົກໃຫ້ຄົນແປກໜ້າແລະເຮືອນຂອງພວກເຮົາຖືກຍົກໃຫ້ຄົນຕ່າງຊາດ.+
3 ພວກເຮົາກາຍເປັນລູກກຳພ້າພໍ່ແລະແມ່ຂອງພວກເຮົາກໍເປັນຄືກັບແມ່ໝ້າຍ.+
4 ພວກເຮົາຕ້ອງໄດ້ຊື້ນ້ຳກິນ+ແລະຟືນກໍຕ້ອງໄດ້ຊື້ຄືກັນ.
5 ຄົນທີ່ໄລ່ລ່າພວກເຮົາມາໃກ້ຫຼາຍແລ້ວແລະຈະຈັບພວກເຮົາໄດ້ແລ້ວ.
ພວກເຮົາບໍ່ມີເຫື່ອບໍ່ມີແຮງ ແຕ່ກໍບໍ່ໄດ້ພັກເລີຍ.+
6 ພວກເຮົາໄປເພິ່ງເອຢິບ+ແລະອັດຊີເຣຍ+ເພື່ອຈະມີອາຫານພໍກິນ.
7 ປູ່ຍ່າຕານາຍຂອງພວກເຮົາທີ່ເຄີຍເຮັດຜິດບໍ່ຢູ່ແລ້ວ ແຕ່ພວກເຮົາກຳລັງຮັບໂທດແທນເຂົາເຈົ້າ.
8 ພວກຄົນຮັບໃຊ້ກໍປົກຄອງພວກເຮົາແລະບໍ່ມີໃຜຊ່ວຍພວກເຮົາໃຫ້ລອດຈາກເຂົາເຈົ້າໄດ້ເລີຍ.
9 ພວກເຮົາຕ້ອງສ່ຽງຊີວິດໄປຊອກຫາອາຫານ+ ຍ້ອນມີພວກຄົນຖືອາວຸດຢູ່ໃນບ່ອນກັນດານ.
10 ຜິວໜັງຂອງພວກເຮົາຮ້ອນຄືກັບເຕົາໄຟ ຍ້ອນຄວາມຫິວໂຫຍ.+
11 ເຂົາເຈົ້າຂົ່ມຂືນເມຍຂອງພວກເຮົາຢູ່ຊີໂອນແລະຂົ່ມຂືນພວກຜູ້ສາວທີ່ບໍລິສຸດຢູ່ເມືອງຕ່າງໆຂອງຢູດາ.+
12 ພວກເຈົ້ານາຍຖືກເອົາເຊືອກມັດມືເບື້ອງໜຶ່ງແລະແຂວນໄວ້+ ແລະພວກຜູ້ນຳກໍຖືກດູຖູກ.+
13 ພວກຄົນໜຸ່ມຕ້ອງແບກຫີນໂມ້ແລະພວກເດັກນ້ອຍຜູ້ຊາຍກໍສະດຸດລົ້ມຍ້ອນແບກຟືນໜັກ.
14 ພວກຜູ້ນຳບໍ່ໄດ້ຢູ່ປະຕູເມືອງແລ້ວ+ແລະພວກຄົນໜຸ່ມກໍບໍ່ໄດ້ຫຼິ້ນດົນຕີແລ້ວ.+
15 ພວກເຮົາບໍ່ມີຄວາມສຸກແລ້ວ. ແທນທີ່ພວກເຮົາຈະໄດ້ເຕັ້ນລຳ ພວກເຮົາພັດຕ້ອງໄວ້ທຸກ.+
16 ມົງກຸດຕົກຈາກຫົວຂອງພວກເຮົາແລ້ວ. ພວກເຮົາຕ້ອງຈິບຫາຍຍ້ອນພວກເຮົາເຮັດຜິດ.
17 ຍ້ອນສິ່ງທັງໝົດນີ້ ພວກເຮົາຈຶ່ງເຈັບປວດໃຈຫຼາຍ+
ແລະຕາຂອງພວກເຮົາກໍມົວ.+
18 ພູຊີໂອນຖືກຖິ້ມໃຫ້ຮ້າງເປົ່າ+ ພວກໝາໄນຈຶ່ງໄປຢູ່ຫັ້ນ.
19 ພະເຢໂຫວາເອີ້ຍ ພະອົງນັ່ງເທິງບັນລັງຕະຫຼອດໄປ.
ພະອົງມີສິດປົກຄອງເປັນກະສັດຕະຫຼອດໄປ.+
20 ເປັນຫຍັງພະອົງລືມພວກເຮົາແລະປະຖິ້ມພວກເຮົາດົນປານນີ້?+
21 ພະເຢໂຫວາເອີ້ຍ ຂໍພະອົງພາພວກເຮົາກັບມາຫາພະອົງແລະພວກເຮົາກໍຈະກັບມາຫາພະອົງດ້ວຍຄວາມເຕັມໃຈ.+
ຂໍໃຫ້ທຸກສິ່ງດີຄືກັບສະໄໝແຕ່ກີ້.+
22 ແຕ່ພະອົງຖິ້ມພວກເຮົາໄປແລ້ວ
ພະອົງຍັງໃຈຮ້າຍໃຫ້ພວກເຮົາບໍ່ເຊົາ.+
ເພງນີ້ແຕ່ງແບບລຽງລຳດັບຕາມໂຕອັກສອນໃນພາສາເຮັບເຣີ. ເບິ່ງຄຳວ່າ “ລຽງລຳດັບຕາມໂຕອັກສອນ” ໃນສ່ວນອະທິບາຍຄຳສັບ.
ຫຼື “ພວກທີ່ຂົ່ມເຫງລາວ”
ແປຕາມໂຕວ່າ “ຜູ້ຍິງທີ່ບໍ່ເຄີຍແຕ່ງດອງແລະບໍ່ເຄີຍມີເພດສຳພັນ”
ເພງນີ້ແຕ່ງແບບລຽງລຳດັບຕາມໂຕອັກສອນໃນພາສາເຮັບເຣີ. ເບິ່ງຄຳວ່າ “ລຽງລຳດັບຕາມໂຕອັກສອນ” ໃນສ່ວນອະທິບາຍຄຳສັບ.
ແປຕາມໂຕວ່າ “ຕັດເຂົາທຸກເຂົາ”
ຫຼື “ຄຳສອນ”
ແປຕາມໂຕວ່າ “ຜູ້ຍິງທີ່ບໍ່ເຄີຍແຕ່ງດອງແລະບໍ່ເຄີຍມີເພດສຳພັນ”
ແປຕາມໂຕວ່າ “ຕັບຂອງຂ້ອຍຖືກເທອອກມາຢູ່ເທິງດິນ”
ນີ້ແມ່ນການສົມທຽບໃນບົດກອນເຊິ່ງອາດໝາຍເຖິງການສະແດງຄວາມອີ່ຕົນຫຼືເຫັນອົກເຫັນໃຈ
ແປຕາມໂຕວ່າ “ເຂົ້າແລະເຫຼົ້າແວງຢູ່ໃສ”
ແປຕາມໂຕວ່າ “ຍົກເຂົາ”
ເພງນີ້ແຕ່ງແບບລຽງລຳດັບຕາມໂຕອັກສອນໃນພາສາເຮັບເຣີ. ເບິ່ງຄຳວ່າ “ລຽງລຳດັບຕາມໂຕອັກສອນ” ໃນສ່ວນອະທິບາຍຄຳສັບ.
ຫຼື “ຂັດຂວາງ; ບໍ່ສົນໃຈ”
ຫຼືອາດແປວ່າ “ເຮັດໃຫ້ຂ້ອຍນອນຢູ່ລ້າໆ”
ຫຼື “ລໍຖ້າການຊ່ວຍໃຫ້ລອດຈາກພະເຢໂຫວາດ້ວຍຄວາມອົດທົນ”
ເພງນີ້ແຕ່ງແບບລຽງລຳດັບຕາມໂຕອັກສອນໃນພາສາເຮັບເຣີ. ເບິ່ງຄຳວ່າ “ລຽງລຳດັບຕາມໂຕອັກສອນ” ໃນສ່ວນອະທິບາຍຄຳສັບ.
ແປຕາມໂຕວ່າ “ສີແດງສົດ”
ແປຕາມໂຕວ່າ “ຄວາມຜິດ”
ແປຕາມໂຕວ່າ “ບາບ”
ເບິ່ງສ່ວນອະທິບາຍຄຳສັບ
ຫຼື “ມີຄວາມອີ່ຕົນ”
ຫຼື “ອາຫານສຳລັບການໄວ້ອາໄລ”
ຫຼື “ຢູ່ນີ້ຄືກັບຄົນຕ່າງຊາດ