ທຳມະຊາດສອນຫຍັງເຮົາ?
“ລອງຖາມພວກສັດເບິ່ງແມ້ ແລ້ວມັນຈະສອນເຈົ້າ ຖາມນົກໃນທອງຟ້ານຳ ແລ້ວມັນຈະບອກເຈົ້າ. ແນມເບິ່ງໂລກອ້ອມໂຕເຈົ້າແມ້ ແລ້ວມັນຈະສອນເຈົ້າ ປາໃນທະເລກໍຈະບອກເຈົ້ານຳ.”—ໂຢບ 12:7, 8, ລ.ມ.
ໃນໄລຍະບໍ່ເທົ່າໃດປີມານີ້ ບັນດານັກວິທະຍາສາດແລະວິສະວະກອນຍອມໃຫ້ພືດແລະສັດສອນເຂົາເຈົ້າແທ້ໆ. ເຂົາເຈົ້າສຶກສາແລະຮຽນແບບລັກສະນະຂອງສິ່ງມີຊີວິດຫຼາຍຊະນິດ ເຊິ່ງເປັນສາຂາວິຊາໜຶ່ງທີ່ເອີ້ນວ່າໄບໂອມິເມຕິກສ໌ ເພື່ອສ້າງຜະລິດຕະພັນໃໝ່ແລະປັບປຸງເຄື່ອງຈັກກົນທີ່ມີຢູ່ແລ້ວໃຫ້ມີປະສິດທິພາບຫຼາຍຂຶ້ນ. ເມື່ອເຈົ້າພິຈາລະນາຕົວຢ່າງຕໍ່ໄປນີ້ ຂໍໃຫ້ຖາມໂຕເອງວ່າ ‘ໃຜສົມຄວນໄດ້ຮັບກຽດສຳລັບການອອກແບບເຫຼົ່ານີ້?’
ຮຽນຈາກຄີປາວານ
ນັກອອກແບບຍົນຮຽນຫຍັງໄດ້ຈາກປາວານຫຼັງອານ? ເບິ່ງຄືວ່າຈະຮຽນໄດ້ຫຼາຍຢ່າງເຕີບ. ປາວານຫຼັງອານທີ່ໃຫຍ່ເຕັມທີແລ້ວຈະມີນ້ຳໜັກປະມານ 30 ໂຕນ ຫຼືໜັກເທົ່າກັບລົດບັນທຸກທີ່ຂົນເຄື່ອງເຕັມຄັນລົດ ແຖມຍັງມີລຳໂຕທີ່ຂ້ອນຂ້າງແຂງແລະມີຄີຄ້າຍຄືກັບປີກນົກຂະໜາດໃຫຍ່. ປາວານທີ່ມີຄວາມຍາວປະມານ 12 ແມັດນີ້ເຄື່ອນໄຫວໃນນ້ຳໄດ້ຄ່ອງແຄ້ວຢ່າງເປັນຕາງຶດ. ຕົວຢ່າງເຊັ່ນ ເມື່ອອອກຫາອາຫານ ປາວານຫຼັງອານອາດຈະລອຍວົນຂຶ້ນມາເປັນວົງກົ້ນຫອຍຢູ່ກ້ອງຝູງສັດຈຳພວກກຸ້ງຫຼືປາທີ່ເປັນອາຫານຂອງມັນ ແລະໃນຂະນະດຽວກັນກໍພົ່ນຟອງອາກາດອອກມາເປັນລຳ. ຟອງອາກາດທີ່ເປັນຄືມອງນີ້ເຊິ່ງອາດມີເສັ້ນຜ່າສູນກາງນ້ອຍພຽງ 1,5 ແມັດ ຈະເຮັດໜ້າທີ່ດັກສັດໂຕນ້ອຍໆເຫຼົ່ານີ້ໃຫ້ລວມໂຕກັນຢູ່ໜ້ານ້ຳ. ຈາກນັ້ນມັນກໍຈະອ້າປາກຮຸບເຫຍື່ອທີ່ຖືກຈັດໄວ້ຢ່າງເປັນລະບຽບ.
ສິ່ງທີ່ເຮັດໃຫ້ນັກຄົ້ນຄວ້າງຶດຫຼາຍກໍຄື ປາວານທີ່ມີລຳໂຕແຂງແບບນີ້ຈະຫັນລ້ຽວເປັນວົງທີ່ແຄບຢ່າງເຫຼືອເຊື່ອແບບນັ້ນໄດ້ແນວໃດ. ເຂົາເຈົ້າຄົ້ນພົບວ່າເຄັດລັບກໍຢູ່ທີ່ຮູບຊົງຂອງຄີນັ້ນເອງ. ຂອບດ້ານໜ້າຂອງຄີບໍ່ໄດ້ກ້ຽງຄືປີກຍົນ ແຕ່ມີລັກສະນະຄ້າຍຄືແຂ້ວເລື່ອຍໂດຍມີປຸ່ມນູນອອກມາເປັນແຖວ.
ໃນຂະນະທີ່ປາວານພຸ່ງໂຕໄປໃນນ້ຳ ປຸ່ມເຫຼົ່ານີ້ຈະຊ່ວຍເພີ່ມແຮງຍົກແລະຫຼຸດແຮງຕ້ານ. ໂດຍວິທີໃດ? ວາລະສານແນເຈີຣານຫິດສະຕໍຣີ ອະທິບາຍວ່າປຸ່ມເຫຼົ່ານີ້ເຮັດໃຫ້ນ້ຳໄຫຼຜ່ານຄີໄວຂຶ້ນເປັນກະແສວົນໄດ້ຢ່າງດີ ແມ່ນແຕ່ຕອນທີ່ປາວານລອຍຂຶ້ນສູ່ໜ້ານ້ຳໃນທ່າທີ່ເປັນມຸມຊັນຫຼາຍ. ຖ້າຄີມີຂອບໜ້າກ້ຽງ ປາວານຈະບໍ່ສາມາດຫັນລ້ຽວຂຶ້ນເປັນວົງແຄບຂະໜາດນັ້ນໄດ້ ເນື່ອງຈາກນ້ຳຈະແຫວກເປັນແນວແລະໄຫຼວົນຢູ່ຫຼັງຄີເຊິ່ງເຮັດໃຫ້ບໍ່ມີແຮງຍົກ.
ການຄົ້ນພົບນີ້ສາມາດນຳໄປໃຊ້ປະໂຫຍດໃນທາງໃດໄດ້ແດ່? ປີກຍົນທີ່ສ້າງຂຶ້ນຕາມແບບຂອງຄີປາວານນີ້ບໍ່ຈຳເປັນຕ້ອງມີແຜ່ນເສີມແຮງຍົກຫຼືກົນໄກຢ່າງອື່ນຫຼາຍອັນທີ່ຊ່ວຍຄວບຄຸມກະແສລົມຄືໃນປັດຈຸບັນນີ້. ປີກຍົນແບບນີ້ຄືຊິປອດໄພກວ່າແລະເບິ່ງແຍງຮັກສາໄດ້ງ່າຍກວ່າ. ຈອນ ລອງ ຜູ້ຊ່ຽວຊານທາງດ້ານຊີວະກົນລະສາດເຊື່ອວ່າອີກບໍ່ດົນ “ເຮົາຄືຊິເຫັນປີກຂອງຍົນໂດຍສານທຸກລຳມີປຸ່ມນູນຄືກັນກັບຄີປາວານຫຼັງອານ.”
ຮຽນແບບປີກຂອງນົກນາງນວນ
ແນ່ນອນ ປີກຍົນກໍຮຽນແບບຈາກຮູບຊົງຂອງປີກນົກຢູ່ແລ້ວ. ແຕ່ບໍ່ດົນມານີ້ວິສະວະກອນໄດ້ຮຽນແບບໃຫ້ໃກ້ຄຽງຫຼາຍຂຶ້ນໄປອີກ. ວາລະສານນິວໄຊເອນຕິດສ໌ ລາຍງານວ່າ “ນັກຄົ້ນຄວ້າຢູ່ມະຫາວິທະຍາໄລຟຼໍຣິດາໄດ້ສ້າງຍົນຕົ້ນແບບນ້ອຍໆທີ່ໃຊ້ເຄື່ອງຄວບຄຸມຈາກໄລຍະໄກເຊິ່ງມີຄວາມສາມາດຄືກັບນົກນາງນວນທີ່ຈະບິນຈຶ້ງຢູ່ກາງອາກາດ ເຈີດລົງມາແລະເຫີນຂຶ້ນໄດ້ຢ່າງວ່ອງໄວ.”
ນົກນາງນວນບິນໂລດໂຜນໄປໃນອາກາດໄດ້ໂດຍງໍປີກບ່ອນຂໍ້ສອກແລະກົກໄຫຼ່. ວາລະສານນີ້ບອກວ່າ ໂດຍຮຽນແບບປີກທີ່ງໍໄດ້ນີ້ “ຍົນຕົ້ນແບບນ້ອຍໆຂະໜາດ 24 ນິ້ວລຳນີ້ໃຊ້ຈັກນ້ອຍໆເພື່ອຄວບຄຸມກ້ານໂລຫະຫຼາຍກ້ານເຊິ່ງເຮັດໃຫ້ປີກເໜັງໄດ້.” ປີກທີ່ໄດ້ຮັບການອອກແບບມາຢ່າງດີເຮັດໃຫ້ຍົນລຳນ້ອຍໆລຳນີ້ສາມາດບິນຈຶ້ງແລະບິນເຈີດລົງໄປລະຫວ່າງຕຶກສູງໄດ້. ກອງທັບອາກາດຂອງສະຫະລັດກະຕືລືລົ້ນທີ່ຈະພັດທະນາຍົນທີ່ສາມາດຄວບຄຸມໃຫ້ບິນໄດ້ຄ່ອງແຄ້ວແບບນີ້ເພື່ອໃຊ້ໃນການຊອກຫາອາວຸດເຄມີຫຼືອາວຸດຊີວະພາບໃນເມືອງໃຫຍ່ໆ.
ຮຽນແບບຈາກຕີນກັບແກ້
ສັດບົກກໍມີແນວທີ່ຈະສອນມະນຸດໄດ້ຫຼາຍຢ່າງຄືກັນ. ເພື່ອເປັນຕົວຢ່າງ ກັບແກ້ມີຄວາມສາມາດທີ່ຈະໄຕ່ນຳຝາແລະເກາະຢູ່ເທິງເພດານໄດ້. ແມ່ນແຕ່ໃນສະໄໝຄຳພີໄບເບິນ ສັດຊະນິດນີ້ກໍເປັນທີ່ຮູ້ຈັກຍ້ອນຄວາມສາມາດທີ່ເປັນຕາງຶດນີ້. (ສຸພາສິດ 30:28) ອັນໃດແມ່ນເຄັດລັບທີ່ເຮັດໃຫ້ກັບແກ້ສາມາດຕ້ານແຮງດຶງດູດຂອງໂລກໄດ້?
ຄວາມສາມາດຂອງກັບແກ້ທີ່ຈະເກາະຕິດກັບພື້ນຜິວທີ່ກ້ຽງຄືກັບແກ້ວແວ່ນໄດ້ນັ້ນມາຈາກຂົນເສັ້ນນ້ອຍໆທີ່ເອີ້ນວ່າເຊຕາ ເຊິ່ງຢູ່ທີ່ຕີນຂອງມັນ. ຕີນຂອງມັນບໍ່ໄດ້ມີກາວຊຶມອອກມາ. ແຕ່ມັນໃຊ້ແຮງຂອງໂມເລກູນຂະໜາດນ້ອຍໆ. ໂມເລກູນຂອງພື້ນຜິວສອງຢ່າງຈະຕິດກັນໄດ້ຍ້ອນແຮງດູດອ່ອນໆທີ່ເອີ້ນວ່າແຮງແວນເດີວານສ໌. ຕາມປົກກະຕິ ແຮງນີ້ບໍ່ສາມາດຕ້ານແຮງດຶງດູດຂອງໂລກໄດ້ ເຊິ່ງເປັນເຫດຜົນທີ່ເຮັດໃຫ້ເຈົ້າບໍ່ສາມາດປີນຝາໄດ້ໂດຍພຽງແຕ່ເອົາມືແປະຝາ. ແນວໃດກໍຕາມ ຂົນເຊຕາຢູ່ຕີນກັບແກ້ເຮັດໃຫ້ມີຜິວສຳຜັດກັບຝາຫຼາຍຂຶ້ນ. ຂົນເສັ້ນນ້ອຍໆຫຼາຍພັນເສັ້ນຢູ່ຕີນຂອງກັບແກ້ຊ່ວຍເພີ່ມແຮງແວນເດີວານສ໌ ເຮັດໃຫ້ເກີດແຮງດູດຫຼາຍພໍທີ່ຈະຮັບນ້ຳໜັກຂອງໂຕມັນໄດ້.
ການຄົ້ນພົບນີ້ອາດນຳໄປໃຊ້ປະໂຫຍດແນວໃດ? ວັດສະດຸສັງເຄາະທີ່ເຮັດຮຽນແບບຕີນກັບແກ້ອາດໃຊ້ແທນແຖບຍຶດຕິດເວວໂຄຣ ເຊິ່ງກໍເປັນແນວຄິດທີ່ຮຽນແບບຈາກທຳມະຊາດອີກຢ່າງໜຶ່ງ.a ວາລະສານດິອິໂຄໂນມິດສ໌ ອ້າງເຖິງຄຳເວົ້າຂອງນັກຄົ້ນຄວ້າຄົນໜຶ່ງທີ່ວ່າ ວັດສະດຸທີ່ເຮັດຈາກ “ເທັບຕີນກັບແກ້” ອາດມີປະໂຫຍດເປັນພິເສດ “ໃນທາງການແພດ ບ່ອນທີ່ກາວເຄມີບໍ່ສາມາດໃຊ້ໄດ້.”
ໃຜສົມຄວນໄດ້ຮັບກຽດ?
ຂະນະດຽວກັນ ອົງການບໍລິຫານການບິນແລະອະວະກາດຂອງສະຫະລັດອາເມຣິກາກຳລັງພັດທະນາຫຸ່ນຍົນເຊິ່ງຍ່າງໄດ້ຄືແມງເງົາ ສ່ວນວິສະວະກອນຢູ່ປະເທດແຟງລັງກໍໄດ້ສ້າງລົດໄຖທີ່ມີຫົກຂາທີ່ສາມາດປີນຂ້າມສິ່ງກີດຂວາງຄືກັນກັບແມງໄມ້ຂະໜາດໃຫຍ່. ນັກຄົ້ນຄວ້າຄົນອື່ນໆໄດ້ອອກແບບເນື້ອຜ້າທີ່ມີລັກສະນະເປັນກີບນ້ອຍໆຫຼາຍກີບທີ່ເປີດແລະປິດໄດ້ໂດຍຮຽນແບບວິທີທີ່ຫມາກແປກອ້າແລະຫຸບກີບ. ບໍລິສັດຫນຶ່ງທີ່ຜະລິດລົດກຳລັງພັດທະນາລົດທີ່ຮຽນແບບຮູບຊົງຂອງປາເປົ້າສີ່ລ່ຽມທີ່ມີແຮງຕ້ານຕ່ຳຢ່າງໜ້າແປກໃຈ. ແລະນັກຄົ້ນຄວ້າຄົນອື່ນໆກໍກຳລັງວິເຄາະຄຸນສົມບັດການດູດຊັບແຮງກະທົບຂອງເປືອກຫອຍອາບາລອນ ໂດຍຕັ້ງໃຈຈະຜະລິດເສື້ອເກາະກັນລູກປືນທີ່ມີນ້ຳໜັກເບົາແລະທົນທານຫຼາຍຂຶ້ນ.
ມີຄວາມຄິດດີໆຫຼາຍຢ່າງແທ້ໆທີ່ໄດ້ຈາກທຳມະຊາດ ຈົນເຖິງຂະໜາດທີ່ນັກຄົ້ນຄວ້າໄດ້ເຮັດຖານຂໍ້ມູນເຊິ່ງເກັບລວບລວມຂໍ້ມູນກ່ຽວກັບລະບົບທາງຊີວະພາບໄວ້ໄດ້ຫຼາຍພັນລະບົບແລ້ວ. ວາລະສານດິອິໂຄໂນມິດສ໌ ບອກວ່າ ນັກວິທະຍາສາດສາມາດຄົ້ນເບິ່ງໃນຖານຂໍ້ມູນນີ້ເພື່ອຫາ “ວິທີແກ້ບັນຫາຂອງທຳມະຊາດກ່ຽວກັບເລື່ອງການອອກແບບ.” ລະບົບຂອງທຳມະຊາດທີ່ເກັບໄວ້ໃນຖານຂໍ້ມູນນີ້ເອີ້ນວ່າ “ສິດທິບັດຊີວະພາບ”. ຕາມປົກກະຕິ ເຈົ້າຂອງສິດທິບັດຈະເປັນບຸກຄົນຫຼືບໍລິສັດເຊິ່ງຈົດທະບຽນແນວຄິດໃໝ່ຫຼືເຄື່ອງຈັກກົນໃໝ່. ວາລະສານດິອິໂຄໂນມິດສ໌ ເວົ້າເຖິງເລື່ອງຖານຂໍ້ມູນສິດທິບັດຊີວະພາບນີ້ວ່າ “ໂດຍເອີ້ນແນວຄິດທີ່ສະຫຼາດຫຼັກແຫຼມຂອງໄບໂອມິເມຕິກນີ້ວ່າ ‘ສິດທິບັດຊີວະພາບ’ ພວກນັກຄົ້ນຄວ້າກໍກຳລັງເນັ້ນວ່າ ແທ້ໆແລ້ວທຳມະຊາດເປັນເຈົ້າຂອງສິດທິບັດເຫຼົ່ານີ້.”
ທຳມະຊາດໄດ້ຄວາມຄິດທີ່ສະຫຼາດທັງໝົດນີ້ມາຈາກໃສ? ນັກຄົ້ນຄວ້າຫຼາຍຄົນຄືຊິຖືວ່າການອອກແບບທີ່ໜ້າງຶດງໍ້ທີ່ເຫັນໄດ້ໃນທຳມະຊາດນີ້ເກີດຈາກການລອງຜິດລອງຖືກແບບວິວັດທະນາການເຊິ່ງໃຊ້ເວລາຫຼາຍລ້ານປີ. ແຕ່ນັກຄົ້ນຄວ້າຄົນອື່ນໆລົງຄວາມເຫັນຕ່າງອອກໄປ. ນັກຈຸນລະຊີວະວິທະຍາທີ່ຊື່ໄມເຄິນ ບີຮີ ຂຽນໄວ້ໃນໜັງສືພິມເດິນິວຢອກທາມສ໌ ໃນປີ 2005 ວ່າ: “ການອອກແບບເຊິ່ງປາກົດຢ່າງຈະແຈ້ງ [ໃນທຳມະຊາດ] ໃຫ້ຂໍ້ໂຕ້ແຍ່ງງ່າຍໆທີ່ບໍ່ສາມາດປະຕິເສດໄດ້ວ່າ ຖ້າສິ່ງນັ້ນເບິ່ງຄືເປັດ ຍ່າງຄືເປັດ ແລະຮ້ອງຄືເປັດ ແລະຍັງບໍ່ມີຫຼັກຖານທີ່ໜ້າເຊື່ອຖືອື່ນໃດທີ່ຊີ້ໃຫ້ເຫັນວ່າມັນບໍ່ແມ່ນເປັດ ເຮົາກໍມີເຫດຜົນທີ່ຈະລົງຄວາມເຫັນວ່າມັນກໍຄືເປັດຫັ້ນແຫຼະ.” ຂໍ້ສະຫຼຸບຂອງລາວແມ່ນຫຍັງ? “ຢ່າປະຕິເສດວ່າບໍ່ມີການອອກແບບພຽງເພາະເຫັນຈົນລຶ້ງຕາແລ້ວ.”
ແນ່ນອນ ວິສະວະກອນທີ່ອອກແບບປີກຍົນທີ່ມີປະສິດທິພາບຫຼາຍຂຶ້ນແລະປອດໄພຫຼາຍຂຶ້ນສົມຄວນໄດ້ຮັບກຽດສຳລັບການອອກແບບຂອງລາວ. ຄ້າຍຄືກັນ ນັກປະດິດທີ່ຄິດຄົ້ນຜ້າພັນບາດທີ່ໃຊ້ປະໂຫຍດໄດ້ຫຼາຍຂຶ້ນ ຫຼືເນື້ອຜ້າທີ່ໃສ່ສະບາຍຂຶ້ນ ຫຼືຍານພາຫະນະທີ່ມີປະສິດທິພາບຫຼາຍຂຶ້ນ ກໍສົມຄວນໄດ້ຮັບກຽດ. ທີ່ຈິງ ຜູ້ຜະລິດທີ່ຮຽນແບບສິ່ງປະດິດຂອງຄົນອື່ນແຕ່ບໍ່ຍອມຮັບຫຼືໃຫ້ກຽດຜູ້ອອກແບບອາດຖືກເບິ່ງວ່າເປັນອາດຊະຍາກອນ.
ຖ້າຈັ່ງຊັ້ນ ການທີ່ນັກຄົ້ນຄວ້າທີ່ໄດ້ຮັບການຝຶກອົບຮົມຢ່າງດີເຊິ່ງຮຽນແບບລະບົບໃນທຳມະຊາດແບບແປະໆບາງໆເພື່ອແກ້ໄຂບັນຫາທາງວິສະວະກຳທີ່ຫຍຸ້ງຍາກ ພັດໄປຍ້ອງຍໍໃຫ້ກຽດວິວັດທະນາການທີ່ບໍ່ມີສະຕິປັນຍາວ່າໄດ້ຄິດຄົ້ນແນວຄິດດັ້ງເດີມຢ່າງສະຫຼາດຫຼັກແຫຼມ ເຈົ້າຄິດວ່າເປັນເລື່ອງມີເຫດຜົນບໍ? ຖ້າສິ່ງທີ່ຮຽນແບບສິ່ງອື່ນມາຍັງຕ້ອງມີຜູ້ອອກແບບທີ່ມີສະຕິປັນຍາ ແລ້ວຕົ້ນແບບເດ? ແທ້ໆແລ້ວ ໃຜສົມຄວນໄດ້ຮັບກຽດຫຼາຍກວ່າ ສິລະປິນຕົ້ນສະບັບຫຼືລູກສິດທີ່ຮຽນແບບຜົນງານຂອງສິລະປິນຄົນນັ້ນ?
ຂໍ້ສະຫຼຸບທີ່ສົມເຫດສົມຜົນ
ຫລັງຈາກທົບທວນຫຼັກຖານຂອງການອອກແບບໃນທຳມະຊາດແລ້ວ ຄົນທີ່ມີເຫດຜົນຫຼາຍຄົນເຫັນດີກັບຄວາມຄິດຂອງຜູ້ຂຽນຄຳເພງທີ່ຂຽນວ່າ: “ພະເຢໂຫວາ ຜົນງານຂອງພະອົງມີຫຼາຍແທ້ໆ ພະອົງສ້າງທຸກຢ່າງດ້ວຍສະຕິປັນຍາ ໂລກເຕັມໄປດ້ວຍສິ່ງທີ່ພະອົງສ້າງໄວ້.” (ຄຳເພງ 104:24, ລ.ມ.) ໂປໂລຜູ້ຂຽນຄຳພີໄບເບິນໄດ້ຂໍ້ສະຫຼຸບຄ້າຍໆກັນ. ລາວໄດ້ຂຽນວ່າ: “ເຖິງວ່າມະນຸດບໍ່ສາມາດເຫັນພະເຈົ້າໄດ້ ແຕ່ເມື່ອພວກເຂົາສັງເກດເບິ່ງສິ່ງທີ່ພະອົງສ້າງໄວ້ກໍຈະເຫັນຄຸນລັກສະນະຕ່າງໆຂອງພະອົງຢ່າງຈະແຈ້ງ ຕັ້ງແຕ່ການສ້າງໂລກເປັນຕົ້ນມາ.”—ໂຣມ 1:19, 20
ແນວໃດກໍຕາມ ຄົນທີ່ຈິງໃຈຫຼາຍຄົນທີ່ນັບຖືຄຳພີໄບເບິນແລະເຊື່ອເລື່ອງພະເຈົ້າອາດໂຕ້ແຍ່ງວ່າພະເຈົ້າອາດໃຊ້ວິວັດທະນາການເພື່ອສ້າງສິ່ງທີ່ໜ້າງຶດງໍ້ໃນໂລກແຫ່ງທຳມະຊາດ. ຄຳພີໄບເບິນສອນແນວໃດໃນເລື່ອງນີ້?
[ຂໍ້ຄວາມໄຂເງື່ອນ]
a ເວວໂຄຣເປັນລະບົບຍຶດຕິດທີ່ໃຊ້ຂໍເກາະກັບຫ່ວງເຊິ່ງອາໄສແບບຂອງເມັດຫຍ້າຂວາກ
[ຖ້ອຍຄຳທີ່ຍົກມາ]
ທຳມະຊາດໄດ້ແນວຄິດດີໆຫຼາຍຢ່າງຂະໜາດນີ້ມາຈາກໃສ?
[ຖ້ອຍຄຳທີ່ຍົກມາ]
ໃຜເປັນເຈົ້າຂອງສິດທິບັດທຳມະຊາດ?
[ຂອບ/ຮູບພາບ]
ຖ້າສິ່ງທີ່ຮຽນແບບສິ່ງອື່ນມາຕ້ອງມີຜູ້ອອກແບບທີ່ມີສະຕິປັນຍາ ແລ້ວຕົ້ນແບບເດ?
ຕີນກັບແກ້ບໍ່ເປື້ອນ ບໍ່ຖິ້ມຮອຍຕີນເອົາໄວ້ ເກາະກັບພື້ນຜິວໄດ້ທຸກຊະນິດຍົກເວັ້ນແຕ່ເທບຟ໌ລອນ ເກາະແລະປ່ອຍໄດ້ໂດຍບໍ່ຕ້ອງອອກແຮງຫຼາຍ. ນັກຄົ້ນຄວ້າກຳລັງພະຍາຍາມຮຽນແບບຕີນກັບແກ້ນີ້
ຍົນທີ່ສາມາດຄວບຄຸມໃຫ້ບິນໄດ້ຄ່ອງແຄ້ວນີ້ຮຽນແບບປີກຂອງນົກນາງນວນ
ຮູບຊົງຂອງປາເປົ້າສີ່ລ່ຽມທີ່ມີແຮງຕ້ານຕ່ຳຢ່າງໜ້າແປກໃຈນີ້ເປັນແຮງບັນດານໃຈໃຫ້ເກີດການພັດທະນາລົດຕົ້ນແບບ
[ທີ່ມາຂອງຮູບພາບ]
Airplane: Kristen Bartlett/University of Florida; gecko foot: Breck P. Kent; box fish and car: Mercedes-Benz USA
[ຂອບ/ຮູບພາບ]
ລະບົບນຳທາງທີ່ສະຫຼາດໂດຍສັນຊາດຕະຍານ
ສັດຫຼາຍຊະນິດ “ສະຫຼາດໂດຍສັນຊາດຕະຍານ” ໃນວິທີທີ່ພວກມັນເດີນທາງໄປບ່ອນຕ່າງໆໃນໂລກ. (ສຸພາສິດ 30:24, 25, ລ.ມ.) ໃຫ້ເຮົາມາເບິ່ງສອງຕົວຢ່າງນຳກັນ.
◼ ການຄວບຄຸມການຈະລາຈອນຂອງມົດ ມົດທີ່ອອກຫາອາຫານຫາທາງກັບຮັງໄດ້ແນວໃດ? ນັກຄົ້ນຄວ້າໃນສະຫະລາຊະອານາຈັກອັງກິດຄົ້ນພົບວ່າ ນອກຈາກການຖິ້ມກິ່ນທີ່ເປັນເຄື່ອງໝາຍໄວ້ ມົດບາງຊະນິດຍັງໃຊ້ເລຂາຄະນິດເພື່ອເຮັດທາງຍ່າງທີ່ຊ່ວຍໃຫ້ມັນກັບຮັງໄດ້ງ່າຍຂຶ້ນ. ເພື່ອເປັນຕົວຢ່າງ ວາລະສານນິວໄຊເອນຕິດສ໌ບອກວ່າ ມົດຟາໂຣ “ເຮັດທາງຍ່າງເປັນເສັ້ນລັດສະໝີແຜ່ອອກຈາກຮັງເຊິ່ງມີທາງແຍກເປັນມຸມປະມານ 50 ເຖິງ 60 ອົງສາ.” ມີຫຍັງທີ່ໜ້າງຶດງໍ້ກ່ຽວກັບການເຮັດວຽກແບບນີ້? ເມື່ອມົດຍ່າງກັບຮັງ ແລະມາຮອດທາງແຍກ ສັນຊາດຕະຍານຈະບອກໃຫ້ມັນເລືອກທາງທີ່ຫັກລ້ຽວໜ້ອຍທີ່ສຸດ ເຊິ່ງໃນທີ່ສຸດຈະນຳມາຮອດຮັງຢ່າງແນ່ນອນ. ບົດຄວາມນັ້ນບອກວ່າ “ທາງແຍກທີ່ມີລັກສະນະທາງເລຂາຄະນິດເຮັດໃຫ້ການສັນຈອນໃນເຄືອຂ່າຍທາງຍ່າງຂອງມົດມີປະສິດທິພາບຫຼາຍຂຶ້ນ ໂດຍສະເພາະເມື່ອມີມົດຍ່າງໄປຕາມທາງເຫຼົ່ານັ້ນທັງໄປແລະກັບ ແລະເຮັດໃຫ້ມົດແຕ່ລະໂຕບໍ່ຕ້ອງເສຍພະລັງງານໄປກັບການຍ່າງຜິດທາງ.”
◼ ເຂັມທິດຂອງນົກ ນົກຫຼາຍຊະນິດມີລະບົບນຳທາງທີ່ແມ່ນຢຳເຖິງວ່າຕ້ອງເດີນທາງເປັນໄລຍະທາງໄກໆແລະບໍ່ວ່າຈະມີສະພາບອາກາດແບບໃດ. ມັນເຮັດໄດ້ແນວໃດ? ນັກຄົ້ນຄວ້າໄດ້ຄົ້ນພົບວ່ານົກສາມາດຮັບຮູ້ທົ່ງແມ່ເຫຼັກຂອງໂລກໄດ້. ແນວໃດກໍຕາມ ວາລະສານໄຊເອນຊ໌ບອກວ່າ “ເສັ້ນທົ່ງແມ່ເຫຼັກຂອງໂລກຈະແຕກຕ່າງກັນໄປໃນແຕ່ລະບ່ອນແລະບໍ່ໄດ້ຊີ້ໄປທາງທິດເໜືອແທ້ໆສະເໝີໄປ.” ອັນໃດຊ່ວຍປ້ອງກັນບໍ່ໃຫ້ນົກອົບພະຍົບບິນອອກໄປນອກເສັ້ນທາງ? ເບິ່ງຄືວ່ານົກປັບເຂັມທິດໃນໂຕມັນໂດຍອາໄສດວງຕາເວັນທີ່ກຳລັງຕົກໃນຕອນແລງຂອງທຸກມື້. ວາລະສານໄຊເອນຊ໌ບອກວ່າ ເນື່ອງຈາກຈຸດທີ່ດວງຕາເວັນຕົກປ່ຽນໄປຕາມເສັ້ນແວງແລະລະດູການ ນັກຄົ້ນຄວ້າຈຶ່ງຄິດວ່ານົກເຫຼົ່ານີ້ຕ້ອງສາມາດຊົດເຊີຍການປ່ຽນແປງນີ້ໂດຍອາໄສ “ໂມງຊີວະພາບເຊິ່ງບອກໃຫ້ພວກມັນຮູ້ວ່າຕອນນັ້ນເປັນຊ່ວງໃດຂອງປີ.”
ໃຜກຳນົດໃຫ້ມົດສາມາດເຂົ້າໃຈເລຂາຄະນິດ? ໃຜເຮັດໃຫ້ນົກມີເຂັມທິດ ໂມງຊີວະພາບ ແລະສະໝອງທີ່ສາມາດແປຂໍ້ມູນເຫຼົ່ານີ້ໄດ້? ວິວັດທະນາການທີ່ບໍ່ມີສະຕິປັນຍາ ຫຼືພະຜູ້ສ້າງທີ່ມີສະຕິປັນຍາ?
[ທີ່ມາຂອງຮູບພາບ]
© E.J.H. Robinson 2004