ບົດ 6
ບຸດແຫ່ງຄຳສັນຍາ
ແທນທີ່ຈະກັບຄືນໄປເມືອງນາຊາເລດ ໂຍເຊບແລະມາລີຍັງຢູ່ໃນເບດເລເຫມຕໍ່ໄປ. ເມື່ອພະເຍຊູອາຍຸໄດ້ແປດມື້ ພວກເຂົາຈຶ່ງໃຫ້ພະອົງຮັບສິນຕັດຕາມກົດໝາຍທີ່ພະເຈົ້າໄດ້ປະທານກັບໂມເຊ. ອີກຢ່າງໜຶ່ງ ເບິ່ງຄືວ່າເປັນທຳນຽມທີ່ຈະຕັ້ງຊື່ລູກຊາຍໃນມື້ທີແປດ. ເຂົາຈຶ່ງໄດ້ຕັ້ງຊື່ລູກນັ້ນວ່າ ເຍຊູ ດັ່ງທີ່ທູດສະຫວັນຄາບລິເອນໄດ້ສັ່ງໄວ້ກ່ອນໜ້ານີ້.
ເວລາຜ່ານໄປໄດ້ເດືອນປາຍ ແລະພະເຍຊູມີອາຍຸໄດ້ 40 ມື້. ຕອນນີ້ພໍ່ແມ່ຈະພາພະອົງໄປໃສ? ໄປທີ່ພະວິຫານໃນເມືອງເຢຣຶຊາເລມເຊິ່ງຫ່າງຈາກບ່ອນເຂົາຢູ່ພຽງບໍ່ຈັກກິໂລແມັດ. ຕາມພະບັນຍັດເຊິ່ງພະເຈົ້າປະທານໃຫ້ກັບໂມເຊ ພາຍຫຼັງບຸດຊາຍໄດ້ກຳເນີດ 40 ມື້ ແມ່ຕ້ອງໄປທີ່ວິຫານເພື່ອຖວາຍເຄື່ອງບູຊາຊຳລະກາຍໃຫ້ສະອາດ.
ມາລີຈຶ່ງເຮັດເຊັ່ນນີ້. ນາງນຳເອົານົກນ້ອຍສອງຕົວມາຖວາຍເປັນເຄື່ອງບູຊາ. ນີ້ເຮັດໃຫ້ເຮົາຮູ້ຖານະທາງເສດຖະກິດຂອງໂຍເຊບແລະມາລີ. ກົດໝາຍຂອງໂມເຊບົ່ງບອກວ່າຄວນຖວາຍລູກແກະເຊິ່ງມີຄ່າສູງກວ່ານົກ. ຍົກເວັ້ນແຕ່ເມື່ອແມ່ບໍ່ສາມາດຖວາຍລູກແກະໄດ້ ນົກເຂົາຫຼືນົກກາງແກສອງຕົວພໍ.
ໃນພະວິຫານ ຊາຍສູງອາຍຸຄົນໜຶ່ງອູ້ມພະເຍຊູໄວ້ໃນແຂນ. ເຂົາຊື່ຊີເມໂອນ. ພະເຈົ້າແຈ້ງໃຫ້ເຂົາຮູ້ວ່າ ເຂົາຈະບໍ່ຕາຍໄປກ່ອນໄດ້ເຫັນພະຄລິດຫຼືພະເມຊີທີ່ພະເຢໂຫວາສັນຍາໄວ້. ເມື່ອຊີເມໂອນມາທີ່ພະວິຫານໃນມື້ນີ້ ພະວິນຍານບໍລິສຸດນຳເຂົາໄປຫາເດັກນ້ອຍເຊິ່ງໂຍເຊບແລະມາລີນຳມາ.
ຂະນະຊີເມໂອນອູ້ມພະເຍຊູຢູ່ນັ້ນ ເຂົາກ່າວຂອບພະຄຸນພະເຈົ້າວ່າ “ດຽວນີ້ພະອົງເຈົ້າ ໃຫ້ຂ້າໃຊ້ຂອງພະອົງລາໄປດ້ວຍຄວາມສຸກສຳລານ ຕາມພະຄຳຂອງພະອົງ. ເຫດວ່າຕາຂອງຂ້າພະເຈົ້າໄດ້ເຫັນການພົ້ນຂອງພະອົງ. ທີ່ພະອົງໄດ້ຈັດແຈ່ງຕໍ່ໜ້າພວກປະເທດທັງປວງ ເປັນແຈ້ງທີ່ຈະໄດ້ສ່ອງແຈ້ງແກ່ພວກຕ່າງປະເທດ ແລະເປັນລັດສະໝີຂອງຍິດສະລາເອນພວກຂອງພະອົງ.”
ໂຍເຊບແລະມາລີຕ່າງກໍປະຫຼາດໃຈເມື່ອເຂົາໄດ້ຍິນດັ່ງນີ້. ຕໍ່ຈາກນັ້ນຊີເມໂອນອວຍພອນເຂົາທັງສອງແລະກ່າວແກ່ມາລີວ່າບຸດຂອງນາງ “ເປັນທີ່ຕັ້ງໄວ້ໃຫ້ພວກຍິດສະລາເອນຕົກລົງຫຼາຍຄົນແລະຂຶ້ນໃໝ່ອີກຫຼາຍຄົນ” ແລະຄວາມໂສກເສົ້າຄືກັບດາບຈະສຽບແທງເຂົ້າໄປໃນຈິດວິນຍານຂອງນາງ.
ນາງອັນນາຍິງຜູ້ທຳນວາຍອາຍຸ 84 ປີຢູ່ນຳໃນໂອກາດນີ້. ທີ່ຈິງນາງບໍ່ເຄີຍຂາດຈາກພະວິຫານ. ໃນຕອນນັ້ນ ນາງເຂົ້າມາໃກ້ແລະເລີ່ມຂອບພະຄຸນພະເຈົ້າ ແລະກ່າວເຖິງພະເຍຊູພະກຸມານກັບທຸກຄົນທີ່ປະສົງຈະຟັງ.
ເຫດການຕ່າງໆ ທີ່ພະວິຫານເທື່ອນີ້ເຮັດໃຫ້ໂຍເຊບແລະມາລີຍິນດີຫຼາຍພຽງໃດ! ແມ່ນແລ້ວ ສິ່ງທັງປວງເຫຼົ່ານີ້ເຮັດໃຫ້ເຂົາທັງສອງໝັ້ນໃຈແນ່ນອນວ່າບຸດຄົນນີ້ເປັນຜູ້ທີ່ພະເຈົ້າໄດ້ສັນຍາໄວ້. ລຶກາ 2:21-38; ພວກເລວີ 12:1-8.
▪ ເບິ່ງຄືວ່າຊາດຍິດສະລາເອນມີທຳນຽມຕັ້ງຊື່ບຸດຊາຍຂອງຕົນເມື່ອໃດ?
▪ ມີຂໍ້ຮຽກຮ້ອງໃຫ້ແມ່ຊາວຍິດສະລາເອນເຮັດຫຍັງເມື່ອບຸດຊາຍອາຍຸ 40 ມື້ ແລະການປະຕິບັດຕາມຂໍ້ຮຽກຮ້ອງນີ້ ເຜີຍໃຫ້ເຫັນຖານະທາງເສດຖະກິດຂອງມາລີເປັນຢ່າງໃດ?
▪ ໃນໂອກາດນີ້ ແມ່ນໃຜແດ່ສະແດງວ່າເຂົາຮູ້ຈັກຖານະຕຳແໜ່ງຂອງພະເຍຊູ ແລະເຂົາສະແດງໃຫ້ເຫັນເລື່ອງນີ້ໂດຍວິທີໃດ?