ບົດສິບສອງ
ເຈົ້າສາມາດເອົາຊະນະບັນຫາທີ່ເຮັດຄວາມເສຍຫາຍແກ່ຄອບຄົວໄດ້
1. ມີບັນຫາອັນໃດທີ່ເຊື່ອງໄວ້ຢູ່ໃນບາງຄອບຄົວ?
ລົດຍົນເກົ່າຄັນນັ້ນຫາກໍລ້າງແລະຂັດເງົາແລ້ວ. ສຳລັບຜູ້ທີ່ຍ່າງຜ່ານໄປມາ ລົດຄັນນັ້ນເບິ່ງເຫຼື້ອມມາບໆ ເກືອບຈະເປັນລົດໃໝ່. ແຕ່ພາຍໃຕ້ພື້ນຜິວລົດນັ້ນ ຂີ້ໝ້ຽງພວມກັດກິນຕົວຖັງລົດ. ຄ້າຍກັບບາງຄອບຄົວ. ແມ່ນວ່າທຸກສິ່ງທີ່ປາກົດດ້ານນອກເບິ່ງດີ ໃບໜ້າທີ່ຍິ້ມແຍ້ມເຊື່ອງເອົາຄວາມຢ້ານກົວແລະຄວາມເຈັບປວດໄວ້. ພາຍໃນເຮືອນ ມີສິ່ງທີ່ລອບທຳລາຍສັນຕິສຸກໃນຄອບຄົວ. ບັນຫາສອງປະການທີ່ສົ່ງຜົນກະທົບແມ່ນ ການຕິດເຫຼົ້າແລະຄວາມຮຸນແຮງ.
ຄວາມເສຍຫາຍທີ່ເກີດຈາກການຕິດເຫຼົ້າ
2. (ກ) ທັດສະນະຂອງຄຳພີໄບເບິນເລື່ອງການໃຊ້ເຄື່ອງດື່ມທີ່ມີເຫຼົ້າເປັນຢ່າງໃດ? (ຂ) ການຕິດເຫຼົ້າແມ່ນຫຍັງ?
2 ຄຳພີໄບເບິນບໍ່ໄດ້ຕຳໜິການໃຊ້ເຄື່ອງດື່ມທີ່ມີເຫຼົ້າຢ່າງພໍປະມານ ແຕ່ຄຳພີໄບເບິນຕຳໜິການເມົາເຫຼົ້າ. (ສຸພາສິດ 23:20, 21; 1 ໂກລິນໂທ 6:9, 10; 1 ຕີໂມເຕ 5:23; ຕິໂຕ 2:2, 3) ຢ່າງໃດກໍດີ ການຕິດເຫຼົ້າໜັກຍິ່ງກວ່າການເມົາເຫຼົ້າ ເປັນການຕິດເຫຼົ້າແບບຊຳເຮື້ອແລະບໍ່ສາມາດຄວບຄຸມການບໍລິໂພກຂອງເຂົາ. ຜູ້ທີ່ຕິດເຫຼົ້າອາດເປັນຜູ້ໃຫຍ່ໄດ້. ໜ້າເສົ້າ ພວກເຂົາອາດເປັນຫນຸ່ມສາວໄດ້ດ້ວຍ.
3, 4. ຈົ່ງພັນລະນາເຖິງຜົນກະທົບຂອງການຕິດເຫຼົ້າທີ່ມີຕໍ່ຄູ່ສົມລົດແລະຕໍ່ລູກໆ?
3 ຄຳພີໄບເບິນຊີ້ແຈງໄວ້ດົນມາແລ້ວວ່າ ການໃຊ້ສຸລາຢ່າງຜິດໆ ອາດທຳລາຍຄວາມສະຫງົບສຸກໃນຄອບຄົວໄດ້. (ພະບັນຍັດຕິທີ2 21:18-21) ທັງຄອບຄົວຈະໄດ້ຮັບຜົນກະທົບທີ່ເຮັດໃຫ້ເຊື່ອມຜຸຂອງການຕິດເຫຼົ້າ. ຄູ່ສົມລົດອາດໝົກມຸ່ນພະຍາຍາມຈະຍຸດຕິການດື່ມຂອງຜູ້ທີ່ຕິດເຫຼົ້າຫຼືຈະຮັບມືກັບພຶດຕິກຳທີ່ບໍ່ອາດຄາດການໄດ້ຂອງເຂົາ.a ນາງພະຍາຍາມທີ່ຈະເຊື່ອງສຸລາໄວ້, ເອົາຖິ້ມ, ເຊື່ອງເງິນຂອງເຂົາ, ແລະອ້ອນວອນໃຫ້ສະແດງຄວາມຮັກຂອງເຂົາຕໍ່ຄອບຄົວ, ຕໍ່ຊີວິດ, ແມ່ນແຕ່ຕໍ່ພະເຈົ້າ—ແຕ່ຄົນທີ່ຕິດເຫຼົ້າຍັງຄົງດື່ມຢູ່. ຂະນະທີ່ຄວາມພະຍາຍາມຂອງນາງທີ່ຈະຄວບຄຸມການດື່ມຂອງເຂົານັ້ນປະສົບຄວາມລົ້ມເຫຼວຊ້ຳແລ້ວຊ້ຳອີກ ນາງຮູ້ສຶກຂ້ອງຂັດໃຈແລະໄຮ້ຄວາມສາມາດ. ນາງອາດເລີ່ມທົນທຸກຍ້ອນຄວາມຢ້ານກົວ, ຄວາມຄຽດ, ຄວາມຮູ້ສຶກຜິດ, ຄວາມຫງຸດຫງິດ, ຄວາມກັງວົນ, ແລະການຂາດຄວາມນັບຖືຕົນເອງ.
4 ເດັກໆ ໜີບໍ່ພົ້ນຜົນກະທົບຈາກການຕິດເຫຼົ້າຂອງພໍ່ແມ່. ບາງຄົນຖືກທຳຮ້າຍຮ່າງກາຍ. ສ່ວນຄົນອື່ນໆ ຖືກທຳຮ້າຍທາງເພດ. ເຂົາອາດເຖິງກັບໂທດຕົນເອງທີ່ພໍ່ຫຼືແມ່ຕິດເຫຼົ້າອີກຊ້ຳ. ຫຼາຍເທື່ອ ຄວາມສາມາດຂອງເຂົາທີ່ຈະວາງໃຈຄົນອື່ນຖືກທຳລາຍໂດຍພຶດຕິກຳທີ່ບໍ່ຄົງເສັ້ນຄົງວາຂອງພໍ່ຫຼືແມ່ທີ່ຕິດເຫຼົ້າ. ເນື່ອງຈາກບໍ່ສາມາດເວົ້າເຖິງສິ່ງທີ່ເກີດຂຶ້ນໃນບ້ານໄດ້ຢ່າງສະດວກໃຈ ເດັກອາດຮຽນທີ່ຈະເກັບກົດຄວາມຮູ້ສຶກຂອງຕົນໄວ້ ຊຶ່ງຫຼາຍເທື່ອຍັງຜົນເປັນຄວາມເສຍຫາຍຕໍ່ຮ່າງກາຍ. (ສຸພາສິດ 17:22) ເດັກເຫຼົ່ານີ້ອາດຂາດຄວາມໝັ້ນໃຈໃນຕົນເອງ ຫຼືຂາດຄວາມນັບຖືຕົນເອງຈົນເຖິງຕອນເປັນຜູ້ໃຫຍ່.
ຄອບຄົວອາດຈະເຮັດອັນໃດແດ່
5. ຈະຈັດການກັບການຕິດເຫຼົ້າໄດ້ຢ່າງໃດ ແລະເປັນຫຍັງເລື່ອງນີ້ຈຶ່ງຍາກ?
5 ແມ່ນວ່ານັກວິຊາການຫຼາຍຄົນບອກວ່າໂລກຕິດເຫຼົ້າບໍ່ອາດປິ່ນປົວໃຫ້ເຊົາຂາດໄດ້ກໍຕາມ ແຕ່ສ່ວນຫຼາຍເຫັນພ້ອມວ່າການຫາຍເປັນປົກກະຕິໃນລະດັບໜຶ່ງເປັນໄປໄດ້ໂດຍໂຄງການງົດເວັ້ນເຫຼົ້າຢ່າງເດັດຂາດ. (ທຽບກັບມັດທາຽ 5:29.) ຢ່າງໃດກໍດີ ການເຮັດໃຫ້ຜູ້ທີ່ຕິດເຫຼົ້າຍອມຮັບຄວາມຊ່ວຍເຫຼືອນັ້ນເປັນເລື່ອງເວົ້າງ່າຍແຕ່ເຮັດຍາກ ເນື່ອງຈາກເຂົາມັກບໍ່ຍອມຮັບວ່າຕົນມີບັນຫາ. ຢ່າງໃດກໍຕາມ ເມື່ອສະມາຊິກໃນຄອບຄົວລົງມືຈັດການກັບວິທີທີ່ໂລກຕິດເຫຼົ້າມີຜົນກະທົບຕໍ່ພວກເຂົາແລ້ວ ຄົນທີ່ຕິດເຫຼົ້າອາດເລີ່ມເຂົ້າໃຈແຈ້ງວ່າຕົວເຂົາມີບັນຫາ. ນາຍແພດຄົນໜຶ່ງຊຶ່ງມີປະສົບການໃນການຊ່ວຍເຫຼືອຜູ້ທີ່ຕິດເຫຼົ້າແລະຄອບຄົວຂອງເຂົາບອກວ່າ “ຂ້ອຍຄຶດວ່າສິ່ງສຳຄັນທີ່ສຸດແມ່ນ ໃຫ້ຄອບຄົວເຮັດວຽກປະຈຳວັນຕໍ່ໄປໃນວິທີທີ່ເປັນປະໂຫຍດຫຼາຍທີ່ສຸດເທົ່າທີ່ພວກເຂົາເຮັດໄດ້. ຄົນທີ່ຕິດເຫຼົ້າຕ້ອງສັງເກດເຫັນຫຼາຍຂຶ້ນເລື້ອຍໆ ວ່າມີຄວາມແຕກຕ່າງຊ່ຳໃດລະຫວ່າງຕົວເຂົາກັບຄົນອື່ນໃນຄອບຄົວ.”
6. ອັນໃດເປັນແຫຼ່ງທີ່ໃຫ້ຄຳແນະນຳດີທີ່ສຸດສຳລັບຄອບຄົວທີ່ມີສະມາຊິກຕິດເຫຼົ້າ?
6 ຫາກມີຄົນທີ່ຕິດເຫຼົ້າໃນຄອບຄົວຂອງເຈົ້າ ຄຳແນະນຳທີ່ມີຂຶ້ນໂດຍການດົນໃຈໃນຄຳພີໄບເບິນສາມາດຊ່ວຍເຈົ້າໃນການດຳເນີນຊີວິດຕາມວິທີທີ່ເປັນປະໂຫຍດຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້. (ເອຊາອີ 48:17; 2 ຕີໂມເຕ 3:16, 17) ຈົ່ງພິຈາລະນາຫຼັກການບາງຢ່າງທີ່ໄດ້ຊ່ວຍຄອບຄົວຕ່າງໆ ໃຫ້ຮັບມືຢ່າງເປັນຜົນສຳເລັດກັບການຕິດເຫຼົ້າ.
7. ຫາກວ່າສະມາຊິກຄອບຄົວເປັນຄົນທີ່ຕິດເຫຼົ້າ ໃຜຕ້ອງຮັບຜິດຊອບ?
7 ຢ່າຮັບເອົາຄຳຕິຕຽນທັງໝົດ. ຄຳພີໄບເບິນກ່າວວ່າ “ທຸກຄົນຈະແບກພາລະຂອງຕົນເອງ.” ແລະ “ພວກເຮົາທຸກຄົນຈະຕ້ອງໃຫ້ການຕົວເອງແກ່ພະເຈົ້າ.” (ຄາລາຊີ 6:5, ລ.ມ.; ໂລມ 14:12) ຜູ້ທີ່ຕິດເຫຼົ້າອາດພະຍາຍາມບອກເປັນໄນວ່າ ສະມາຊິກໃນຄອບຄົວເປັນຕົ້ນເຫດໃຫ້ເຂົາເປັນຢ່າງນັ້ນ. ຕົວຢ່າງເຊັ່ນ ເຂົາອາດເວົ້າວ່າ “ຫາກພວກເຈົ້າປະຕິບັດກັບຂ້ອຍດີກວ່ານີ້ ຂ້ອຍຄົງຈະບໍ່ດື່ມ.” ຫາກຄົນອື່ນສະແດງອອກມາວ່າເຫັນພ້ອມກັບເຂົາແລ້ວ ກໍທໍ່ກັບສະໜັບສະຫນູນເຂົາໃຫ້ດື່ມຕໍ່ໄປ. ແຕ່ເຖິງແມ່ນວ່າເຮົາໄດ້ຮັບຜົນຮ້າຍຈາກສະພາບແວດລ້ອມຫຼືຈາກຄົນອື່ນໆ ເຮົາທຸກຄົນ—ລວມທັງຄົນທີ່ຕິດເຫຼົ້າດ້ວຍ—ຕ້ອງຮັບຜິດຊອບໃນສິ່ງທີ່ເຮົາເຮັດ.—ທຽບກັບຟີລິບ 2:12.
8. ມີວິທີໃດແດ່ທີ່ອາດຈະຊ່ວຍຜູ້ທີ່ຕິດເຫຼົ້າໃຫ້ຜະເຊີນກັບຜົນທີ່ເກີດຈາກບັນຫາຂອງເຂົາ?
8 ຢ່າຄຶດວ່າເຈົ້າຕ້ອງປົກປ້ອງຜູ້ທີ່ຕິດເຫຼົ້າໄວ້ຈາກຜົນທີ່ເກີດຂຶ້ນຈາກການດື່ມຂອງເຂົາສະເໝີໄປ. ສຸພາສິດໃນຄຳພີໄບເບິນກ່ຽວກັບຄົນທີ່ມັກຄຽດຮ້າຍນັ້ນອາດນຳມາໃຊ້ເຊັ່ນກັນກັບຄົນທີ່ຕິດເຫຼົ້າວ່າ “ປ່ອຍໃຫ້ຄົນໂມໂຫຮັບຜົນກຳທີ່ລາວເຮັດ ຄັນຊ່ອຍລາວເທື່ອໜຶ່ງແລ້ວ ເຈົ້າກໍຈະຊ່ອຍລາວອີກໃນຄັ້ງຕໍ່ໄປ.” (ສຸພາສິດ 19:19, ສະບັບແປ 97) ໃຫ້ຄົນທີ່ຕິດເຫຼົ້າຮູ້ສຶກເຖິງຜົນຈາກການດື່ມຂອງເຂົາ. ໃຫ້ເຂົາເຮັດຄວາມສະອາດສິ່ງທີ່ເຂົາເຮັດເປິເປື້ອນໄວ້ ຫຼືໃຫ້ເຂົາໂທລະສັບບອກນາຍຈ້າງຂອງເຂົາຕອນເຊົ້າຫຼັງຈາກທີ່ມີການດື່ມ.
9, 10. ເຫດໃດຄອບຄົວຂອງຄົນທີ່ຕິດເຫຼົ້າຄວນຍອມຮັບຄວາມຊ່ວຍເຫຼືອ ແລະເຂົາຄວນສະແຫວງຫາຄວາມຊ່ວຍເຫຼືອຈາກໃຜໂດຍສະເພາະ?
9 ຍອມຮັບຄວາມຊ່ວຍເຫຼືອຈາກຄົນອື່ນ. ສຸພາສິດ 17:17 (ລ.ມ.) ບອກວ່າ “ມິດແທ້ຍ່ອມຮັກຢູ່ທຸກເວລາ ແລະເປັນພີ່ນ້ອງຊຶ່ງເກີດມາເພື່ອຍາມທີ່ມີຄວາມທຸກຍາກ.” ເມື່ອມີຄົນທີ່ຕິດເຫຼົ້າຢູ່ໃນຄອບຄົວຂອງເຈົ້າ ຍ່ອມມີຄວາມທຸກຍາກ. ເຈົ້າຈຳຕ້ອງໄດ້ຮັບການຊ່ວຍເຫຼືອ. ຢ່າລັ່ງເລທີ່ຈະໝາຍພຶ່ງ “ມິດແທ້” ເພື່ອໄດ້ການຄ້ຳຊູ. (ສຸພາສິດ 18:24) ການເວົ້າກັບຄົນອື່ນຊຶ່ງເຂົ້າໃຈບັນຫາຫຼືເປັນຜູ້ເຄີຍຜະເຊີນສະພາບການຄ້າຍກັນອາດເຮັດໃຫ້ເຈົ້າໄດ້ຂໍ້ແນະທີ່ໃຊ້ໄດ້ຜົນແທ້ໃນເລື່ອງສິ່ງທີ່ຄວນເຮັດແລະສິ່ງທີ່ບໍ່ຄວນເຮັດ. ແຕ່ຈົ່ງເປັນຄົນສົມດຸນ. ຈົ່ງເວົ້າກັບຄົນທີ່ເຈົ້າໄວ້ວາງໃຈ. ຜູ້ທີ່ຈະຮັກສາ “ສິ່ງທີ່ໄດ້ສົນທະນາແບບໄວ້ເນື້ອເຊື່ອໃຈກັນ” ຂອງເຈົ້າ.—ສຸພາສິດ 11:13, ລ.ມ.
10 ຮຽນຮູ້ທີ່ຈະວາງໃຈຄລິດສະຕຽນຜູ້ເຖົ້າແກ່. ຜູ້ເຖົ້າແກ່ໃນປະຊາຄົມຄລິດສະຕຽນສາມາດເປັນແຫຼ່ງສຳຄັນຂອງຄວາມຊ່ວຍເຫຼືອ. ຊາຍຜູ້ອາວຸໂສເຫຼົ່ານີ້ມີຄວາມຮູ້ໃນພະຄຳຂອງພະເຈົ້າແລະມີປະສົບການໃນການນຳຫຼັກການຂອງຄຳພີໄບເບິນມາໃຊ້. ພວກເຂົາອາດປາກົດວ່າເປັນ “ເໝືອນທີ່ຫຼົບຊ່ອນໃຫ້ພົ້ນລົມແລະທີ່ກຳບັງໃຫ້ພົ້ນພາຍຸຝົນ ເໝືອນສາຍທານໃນປະເທດທີ່ແລ້ງນ້ຳ ເໝືອນຮົ່ມເງົາແຫ່ງຫີນຜາໃຫຍ່ໃນແດນກັນດານ.” (ເອຊາອີ 32:2, ລ.ມ.) ຄລິດສະຕຽນຜູ້ເຖົ້າແກ່ບໍ່ພຽງແຕ່ປ້ອງກັນປະຊາຄົມໃນຖານະເປັນກຸ່ມໄວ້ຈາກອິດທິພົນທີ່ເປັນອັນຕະລາຍເທົ່ານັ້ນ ແຕ່ພວກເຂົາຍັງປອບໂຍນ, ໃຫ້ຄວາມສົດຊື່ນ, ແລະໃຫ້ຄວາມສົນໃຈເປັນສ່ວນຕົວຕໍ່ປັດເຈກບຸກຄົນຊຶ່ງມີບັນຫາດ້ວຍ. ຈົ່ງຮັບປະໂຫຍດເຕັມທີຈາກຄວາມຊ່ວຍເຫຼືອຂອງເຂົາ.
11, 12. ໃຜຈັດກຽມການຊ່ວຍເຫຼືອສຳຄັນທີ່ສຸດໃຫ້ກັບຄອບຄົວຂອງຜູ້ທີ່ຕິດເຫຼົ້າ ແລະໃຫ້ມີການເກື້ອກູນເຊັ່ນນັ້ນໂດຍວິທີໃດ?
11 ສຳຄັນທີ່ສຸດ ຈົ່ງຮັບເອົາກຳລັງຈາກພະເຢໂຫວາ. ຄຳພີໄບເບິນຮັບຮອງກັບເຮົາຢ່າງອົບອຸ່ນວ່າ “ພະເຢໂຫວາສະຖິດຢູ່ໃກ້ຜູ້ທີ່ມີຫົວໃຈຊອກຊ້ຳ ແລະພະອົງຊ່ວຍຄົນເຫຼົ່ານັ້ນທີ່ໝົດກຳລັງໃຈໃຫ້ລອດ.” (ຄຳເພງ 34:18, ລ.ມ.) ຫາກເຈົ້າຮູ້ສຶກຊອກຊ້ຳໃຈຫຼືໝົດກຳລັງໃຈເນື່ອງຈາກຄວາມກົດດັນໃນການຢູ່ນຳສະມາຊິກຄອບຄົວທີ່ຕິດເຫຼົ້າແລ້ວ ຂໍໃຫ້ຮູ້ວ່າ “ພະເຢໂຫວາສະຖິດຢູ່ໃກ້.” ພະອົງເຂົ້າໃຈວ່າສະພາບການໃນຄອບຄົວຂອງເຈົ້າລຳບາກຂະໜາດໃດ.—1 ເປໂຕ 5:6, 7.
12 ການເຊື່ອສິ່ງທີ່ພະເຈົ້າຕັດໃນພະຄຳຂອງພະອົງສາມາດຊ່ວຍເຈົ້າໃຫ້ຈັດການກັບຄວາມກັງວົນໃຈ. (ຄຳເພງ 130:3, 4; ມັດທາຽ 6:25-34; 1 ໂຍຮັນ 3:19, 20) ການສຶກສາພະຄຳຂອງພະເຈົ້າແລະດຳເນີນຊີວິດຕາມຫຼັກການໃນພະຄຳນັ້ນເຮັດໃຫ້ເຈົ້າສາມາດໄດ້ຮັບຄວາມຊ່ວຍເຫຼືອຈາກພະວິນຍານບໍລິສຸດຂອງພະເຈົ້າຊຶ່ງສາມາດໃຫ້ເຈົ້າມີ “ກຳລັງທີ່ເກີນກວ່າກຳລັງປົກກະຕິ” ເພື່ອຮັບມືມື້ຕໍ່ມື້.—2 ໂກລິນໂທ 4:7, ລ.ມ.b
13. ບັນຫາປະການທີສອງຊຶ່ງນຳຄວາມເສຍຫາຍແກ່ຫຼາຍຄອບຄົວນັ້ນແມ່ນຫຍັງ?
13 ການໃຊ້ເຫຼົ້າໃນທາງຜິດອາດນຳໄປສູ່ບັນຫາອີກຢ່າງໜຶ່ງທີ່ເຮັດໃຫ້ເກີດຄວາມເສຍຫາຍແກ່ຫຼາຍຄອບຄົວ—ນັ້ນແມ່ນ ຄວາມຮຸນແຮງພາຍໃນຄອບຄົວ.
ຄວາມເສຍຫາຍທີ່ເກີດຈາກຄວາມຮຸນແຮງພາຍໃນຄອບຄົວ
14. ຄວາມຮຸນແຮງພາຍໃນຄອບຄົວເລີ່ມຕົ້ນເມື່ອໃດ ແລະສະຖານະການໃນທຸກມື້ນີ້ເປັນເຊັ່ນໃດ?
14 ການກະທຳທີ່ຮຸນແຮງເທື່ອທຳອິດໃນປະຫວັດສາດຂອງມະນຸດເປັນເຫດການຄວາມຮຸນແຮງໃນຄອບຄົວຊຶ່ງກ່ຽວຂ້ອງກັບສອງອ້າຍນ້ອງຄື ກາອີນແລະອາເບນ. (ຕົ້ນເດິມ 4:8) ຕັ້ງແຕ່ນັ້ນມາ ມະນຸດຊາດຖືກຮົບກວນດ້ວຍຄວາມຮຸນແຮງພາຍໃນຄອບຄົວທຸກຮູບແບບ. ມີສາມີທີ່ທຸບຕີພັນລະຍາ, ພັນລະຍາທຳຮ້າຍສາມີ, ພໍ່ແມ່ຕີລູກນ້ອຍໆ ຂອງຕົນຢ່າງທາລຸນ, ແລະລູກທີ່ໃຫຍ່ແລ້ວປະທຸດສະຮ້າຍພໍ່ແມ່ຜູ້ແກ່ຊະລາ.
15. ສະມາຊິກໃນຄອບຄົວໄດ້ຮັບຜົນກະທົບດ້ານອາລົມຢ່າງໃດຈາກຄວາມຮຸນແຮງພາຍໃນຄອບຄົວ?
15 ຄວາມເສຍຫາຍທີ່ເກີດຈາກຄວາມຮຸນແຮງພາຍໃນຄອບຄົວມີຫຼາຍຍິ່ງກວ່າຮອຍແປ້ວທາງກາຍ. ພັນລະຍາຄົນໜຶ່ງທີ່ເຄີຍຖືກທຸບຕີບອກວ່າ “ເຮົາຕ້ອງຮັບມືກັບຄວາມຮູ້ສຶກຜິດແລະອັບອາຍຫຼາຍ. ເກືອບທຸກເຊົ້າ ເຮົາຢາກຈະນອນຕໍ່ໄປ ຫວັງແຕ່ວ່ານັ້ນເປັນຝັນຮ້າຍເທົ່ານັ້ນ.” ເດັກໆ ທີ່ເຫັນຫຼືປະສົບຄວາມຮຸນແຮງພາຍໃນຄອບຄົວອາດເປັນຄົນຮຸນແຮງເມື່ອເຂົາໃຫຍ່ຂຶ້ນແລະເມື່ອມີຄອບຄົວຂອງຕົນເອງ.
16, 17. ການທຳຮ້າຍທາງອາລົມແມ່ນຫຍັງ ແລະສະມາຊິກໃນຄອບຄົວໄດ້ຮັບຜົນກະທົບຢ່າງໃດຈາກເລື່ອງນີ້?
16 ຄວາມຮຸນແຮງພາຍໃນຄອບຄົວບໍ່ຈຳກັດແຄ່ການທຳຮ້າຍຮ່າງກາຍ. ຫຼາຍເທື່ອເປັນການປະທຸດສະຮ້າຍທາງວາຈາ. ສຸພາສິດ 12:18 ບອກວ່າ “ມີຄົນທີ່ມັກເວົ້າຖ້ອຍຄຳທີ່ແທງຄືດາບ.” “ການແທງ” ເຫຼົ່ານີ້ຊຶ່ງສໍ່ລັກສະນະຄວາມຮຸນແຮງພາຍໃນຄອບຄົວລວມເຖິງການດ່າວ່າຮ້ອງໃສ່, ອີກທັງການຕຳໜິວິຈານຢູ່ສະເໝີ, ການເວົ້າໃຫ້ເສຍຫາຍ, ແລະການຂົ່ມຂູ່ຈະໃຊ້ກຳລັງຢ່າງຮຸນແຮງ. ບາດແຜຂອງຄວາມຮຸນແຮງດ້ານອາລົມຈະບໍ່ປາກົດແລະຄົນອື່ນມັກຈະບໍ່ສັງເກດ.
17 ທີ່ໜ້າເສົ້າຢ່າງຍິ່ງແມ່ນການທຳຮ້າຍເດັກທາງດ້ານອາລົມ—ນັ້ນແມ່ນ—ການເອົາແຕ່ຕິແລະດູຖູກຄວາມສາມາດ, ປັນຍາ, ຫຼືຄຸນຄ່າຂອງຄວາມເປັນຄົນຂອງເດັກ. ການໝິ່ນປະໝາດດ້ວຍວາຈາເຊັ່ນນັ້ນອາດທຳລາຍກຳລັງໃຈຂອງເດັກ. ແທ້ຈິງ ລູກທຸກຄົນຈຳຕ້ອງໄດ້ຮັບການຕີສອນ. ແຕ່ຄຳພີໄບເບິນສັ່ງຜູ້ເປັນພໍ່ວ່າ “ຢ່າຍົວະລູກຂອງຕົນໃຫ້ຂັດເຄືອງໃຈ ຢ້ານວ່າ ເຂົາຈະທໍ້ຖອຍໃຈ.”—ໂກໂລດ 3:21, ປ.ມ.
ວິທີຫຼີກເວັ້ນຄວາມຮຸນແຮງພາຍໃນຄອບຄົວ
18. ຄວາມຮຸນແຮງພາຍໃນຄອບຄົວເລີ່ມຕົ້ນຢູ່ໃສ ແລະຄຳພີໄບເບິນສະແດງວ່າອັນໃດເປັນວິທີຢຸດຢັ້ງການກະທຳເຊັ່ນນັ້ນ?
18 ຄວາມຮຸນແຮງພາຍໃນຄອບຄົວເລີ່ມຕົ້ນໃນຫົວໃຈແລະຈິດໃຈ ວິທີທີ່ເຮົາປະຕິບັດເລີ່ມຕົ້ນກັບວິທີທີ່ເຮົາຄຶດ. (ຍາໂກໂບ 1:14, 15) ເພື່ອຈະຍຸດຕິຄວາມຮຸນແຮງ ຜູ້ປະທຸດສະຮ້າຍຕ້ອງປ່ຽນແນວຄວາມຄຶດຂອງເຂົາ. (ໂລມ 12:2) ເປັນໄປໄດ້ບໍ? ພະຄຳຂອງພະເຈົ້າມີພະລັງທີ່ຈະປ່ຽນແປງຜູ້ຄົນ. ພະຄຳນັ້ນສາມາດຖອນຮາກທັດສະນະທີ່ກໍ່ໃຫ້ເກີດຄວາມເສຍຫາຍ “ຊຶ່ງຝັງຮາກເລິກ” ອີກດ້ວຍ. (2 ໂກລິນໂທ 10:4, ລ.ມ.; ເຫບເລິ 4:12) ຄວາມຮູ້ຖ່ອງແທ້ກ່ຽວກັບຄຳພີໄບເບິນສາມາດຊ່ວຍໃຫ້ເກີດການປ່ຽນແປງຢ່າງຄົບຖ້ວນໃນຜູ້ຄົນຈົນເວົ້າໄດ້ວ່າເຂົາສວມບຸກຄະລິກພາບໃໝ່.—ເອເຟດ 4:22-24; ໂກໂລດ 3:8-10.
19. ຄລິດສະຕຽນຄວນມີທັດສະນະແລະປະຕິບັດຕໍ່ຄູ່ສົມລົດຢ່າງໃດ?
19 ທັດສະນະຕໍ່ຄູ່ສົມລົດ. ພະຄຳຂອງພະເຈົ້າກ່າວວ່າ “ສາມີຈຶ່ງຄວນຈະຮັກພັນລະຍາຂອງຕົນເໝືອນກັບຮັກກາຍຂອງຕົນເອງ ຜູ້ທີ່ຮັກພັນລະຍາຂອງຕົນກໍຮັກຕົວເອງ.” (ເອເຟດ 5:28, ລ.ມ.) ຄຳພີໄບເບິນກ່າວດ້ວຍວ່າ ສາມີຄວນ “ໃຫ້ກຽດແກ່ພັນລະຍາເໝືອນໜຶ່ງເປັນພາຊະນະທີ່ອ່ອນແອກວ່າ.” (1 ເປໂຕ 3:7, ລ.ມ.) ພັນລະຍາໄດ້ຮັບການເຕືອນສອນໃຫ້ “ຮັກສາມີ” ແລະໃຫ້ມີ “ຄວາມນັບຖືຢ່າງສຸດຊຶ້ງ” ຕໍ່ສາມີ. (ຕິໂຕ 2:4, ລ.ມ.; ເອເຟດ 5:33, ລ.ມ.) ແນ່ນອນ ບໍ່ມີສາມີທີ່ຢຳເກງພະເຈົ້າຄົນໃດຈະເວົ້າໄດ້ຢ່າງສັດຈິງວ່າເຂົາ ໃຫ້ກຽດພັນລະຍາຂອງເຂົາຫາກເຂົາປະທຸດສະຮ້າຍນາງທາງກາຍຫຼືທາງວາຈາ. ແລະບໍ່ມີພັນລະຍາຄົນໃດຊຶ່ງຮ້ອງສຽງດັງໃສ່ສາມີ, ເອີ້ນເຂົາດ້ວຍຄຳເວົ້າແດກດັນ, ຫຼືຮ້າຍດ່າເຂົາຢູ່ເລື້ອຍ ຈະເວົ້າໄດ້ວ່ານາງຮັກແລະນັບຖືເຂົາຢ່າງແທ້ຈິງ.
20. ພໍ່ແມ່ຮັບຜິດຊອບຕໍ່ຜູ້ໃດໃນເລື່ອງລູກໆ ຂອງຕົນ ແລະເປັນຫຍັງພໍ່ແມ່ຈຶ່ງບໍ່ຄວນຄາດໝາຍຈາກລູກໆ ຢ່າງທີ່ບໍ່ກົງກັບສະພາບຈິງ?
20 ທັດສະນະທີ່ຖືກຕ້ອງຕໍ່ລູກ. ລູກບໍ່ພຽງແຕ່ສົມຄວນ ແທ້ຈິງ ຈຳຕ້ອງໄດ້ຮັບຄວາມຮັກແລະຄວາມເອົາໃຈໃສ່ຈາກພໍ່ແມ່ຂອງເຂົາ. ພະຄຳຂອງພະເຈົ້າຮຽກລູກວ່າ “ມໍລະດົກຈາກພະເຢໂຫວາ” ແລະ “ລາງວັນ.” (ຄຳເພງ 127:3, ລ.ມ.) ພໍ່ແມ່ມີໜ້າທີ່ຮັບຜິດຊອບຈຳເພາະພະເຢໂຫວາທີ່ຈະເອົາໃຈໃສ່ເບິ່ງແຍງມໍລະດົກນັ້ນ. ຄຳພີໄບເບິນກ່າວເຖິງ “ລັກສະນະນິດໄສຢ່າງເດັກ” ແລະ “ຄວາມໂງ່” ຂອງໄວເດັກ. (1 ໂກລິນໂທ 13:11, ລ.ມ.; ສຸພາສິດ 22:15, ລ.ມ.) ພໍ່ແມ່ບໍ່ຄວນແປກໃຈຫາກເຂົາພົບຄວາມໂງ່ໃນຕົວລູກ. ເດັກບໍ່ແມ່ນຜູ້ໃຫຍ່. ພໍ່ແມ່ບໍ່ຄວນຮຽກຮ້ອງເກີນກວ່າທີ່ຄວນຈະເປັນສຳລັບໄວຂອງລູກ, ພື້ນເພຂອງຄອບຄົວ, ແລະຄວາມສາມາດຂອງລູກ.—ເບິ່ງຕົ້ນເດິມ 33:12-14.
21. ຜູ້ເຫຼື້ອມໃສໃນພະເຈົ້າມອງເບິ່ງພໍ່ແມ່ທີ່ສູງອາຍຸແລະປະຕິບັດກັບທ່ານຢ່າງໃດ?
21 ທັດສະນະຕໍ່ພໍ່ແມ່ຜູ້ສູງອາຍຸ. ລະບຽບການພວກເລວີ 19:32 ກ່າວວ່າ “ເຈົ້າຈົ່ງຄຳນັບຄົນທີ່ມີຜົມຫງອກແລະຈົ່ງນັບຖືຄົນເຖົ້າແລ້ວ.” ດັ່ງນັ້ນ ພະບັນຍັດຂອງພະເຈົ້າສົ່ງເສີມຄວາມນັບຖືແລະການຄຳນຶງເຖິງຢ່າງສູງສົ່ງຕໍ່ຜູ້ສູງອາຍຸ. ນີ້ອາດເປັນການທ້າທາຍເມື່ອພໍ່ຫຼືແມ່ທີ່ເຖົ້າແກ່ແລ້ວເບິ່ງຄືຮຽກຮ້ອງຫຼາຍເກີນໄປຫຼືເຈັບປ່ວຍແລະບາງເທື່ອເຄື່ອນໄຫວແລະຄຶດຢ່າງຊ້າໆ. ເຖິງຢ່າງນັ້ນກໍດີ ລູກໆ ໄດ້ຮັບການເຕືອນໃຫ້ “ຕອບແທນບຸນຄຸນພໍ່ແມ່ . . . ສະເໝີ.” (1 ຕີໂມເຕ 5:4, ລ.ມ.) ທັງນີ້ໝາຍເຖິງການປະຕິບັດກັບທ່ານຢ່າງມີສັກສີແລະດ້ວຍຄວາມນັບຖື ບາງທີເຖິງກັບຈັດຫາດ້ານການເງິນໃຫ້ທ່ານດ້ວຍ. ການປະຕິບັດຢ່າງໂຫດຮ້າຍກັບພໍ່ແມ່ຜູ້ແກ່ຊະລາທາງດ້ານຮ່າງກາຍຫຼືດ້ານອື່ນໆ ຂັດກັນຢ່າງແທ້ຈິງກັບແນວທາງທີ່ຄຳພີໄບເບິນສັ່ງໃຫ້ເຮົາປະຕິບັດ.
22. ຄຸນລັກສະນະສຳຄັນໃນການເອົາຊະນະຄວາມຮຸນແຮງພາຍໃນຄອບຄົວແມ່ນຫຍັງ ແລະຈະສະແດງຄຸນລັກສະນະນັ້ນໄດ້ຢ່າງໃດ?
22 ຈົ່ງປູກຝັງການຮູ້ຈັກບັງຄັບຕົນ. ສຸພາສິດ 29:11 ກ່າວວ່າ “ຄົນໂງ່ປ່ອຍອາລົມອອກມາໝົດ ແຕ່ຜູ້ທີ່ສະຫຼາດຈະລະງັບອາລົມຈົນເຖິງທີ່ສຸດ.” ເຈົ້າຈະຄວບຄຸມອາລົມໄດ້ຢ່າງໃດ? ແທນທີ່ຈະປ່ອຍໃຫ້ຄວາມຂັດຂ້ອງໃຈກໍ່ຕົວຂຶ້ນພາຍໃນ ຈົ່ງຮີບລົງມືຈັດການຍຸດຕິຄວາມຫຍຸ້ງຍາກທີ່ເກີດຂຶ້ນ. (ເອເຟດ 4:26, 27) ອອກຈາກສະຖານທີ່ທີ່ເກີດເຫດຫາກເຈົ້າຮູ້ສຶກຕົວວ່າການຄວບຄຸມອາລົມພວມຈະບໍ່ຢູ່. ຈົ່ງອະທິດຖານຂໍພະວິນຍານບໍລິສຸດຂອງພະເຈົ້າໃຫ້ການຮູ້ຈັກບັງຄັບຕົນເກີດຂຶ້ນໃນຕົວເຈົ້າ. (ຄາລາຊີ 5:22, 23) ການໄປຍ່າງຫຼິ້ນຫຼືການອອກກຳລັງກາຍແດ່ອາດຊ່ວຍເຈົ້າຄວບຄຸມອາລົມໄດ້. (ສຸພາສິດ 17:14, 27) ພະຍາຍາມທີ່ຈະ “ຊ້ານານຈະຮ້າຍ.”—ສຸພາສິດ 14:29.
ຈະແຍກກັນຢູ່ຫຼືວ່າຈະຢູ່ນຳກັນຕໍ່ໄປ?
23. ອາດເກີດຫຍັງຂຶ້ນຫາກວ່າສະມາຊິກໃນປະຊາຄົມຄລິດສະຕຽນຍອມຈຳນົນຊ້ຳແລ້ວຊ້ຳອີກໂດຍບໍ່ກັບໃຈຈາກການບັນດານໂທສະ ບາງທີລວມທັງການທຳຮ້າຍຮ່າງກາຍຂອງຄົນໃນຄອບຄົວ?
23 ຄຳພີໄບເບິນຈັດ “ການເປັນສັດຕູກັນ, ການຜິດກັນ, . . . ຄວາມຄຽດກັນ” ຢູ່ໃນບັນດາການທີ່ພະເຈົ້າຕຳໜິແລະຖະແຫຼງວ່າ “ຄົນທັງຫຼາຍທີ່ກະທຳຢ່າງນັ້ນ ຈະຮັບແຜ່ນດິນຂອງພະເຈົ້າເປັນມູນກໍບໍ່ໄດ້.” (ຄາລາຊີ 5:19-21) ເພາະສະນັ້ນ ຜູ້ໃດກໍຕາມທີ່ອ້າງວ່າເປັນຄລິດສະຕຽນຊຶ່ງຍອມຈຳນົນຊ້ຳແລ້ວຊ້ຳອີກໂດຍບໍ່ກັບໃຈຈາກການບັນດານໂທສະຢ່າງຮຸນແຮງ ບາງທີລວມເຖິງການທຳຮ້າຍຮ່າງກາຍຄູ່ສົມລົດຫຼືລູກໆ ອາດຖືກຕັດສຳພັນຈາກປະຊາຄົມຄລິດສະຕຽນ. (ທຽບກັບ 2 ໂຍຮັນ 9, 10.) ໂດຍວິທີນີ້ ປະຊາຄົມໄດ້ຮັບການຮັກສາໄວ້ໃຫ້ສະອາດປັດສະຈາກຜູ້ທີ່ກະທຳທາລຸນ.—1 ໂກລິນໂທ 5:6, 7; ຄາລາຊີ 5:9.
24. (ກ) ຄູ່ສົມລົດທີ່ຖືກທຳຮ້າຍອາດເລືອກປະຕິບັດຢ່າງໃດ? (ຂ) ຫມູ່ເພື່ອນແລະຜູ້ເຖົ້າແກ່ທີ່ເປັນຫ່ວງອາດເກື້ອຫນູນຝ່າຍທີ່ຖືກທຳຮ້າຍໄດ້ຢ່າງໃດ? ແຕ່ພວກເຂົາບໍ່ຄວນເຮັດອັນໃດ?
24 ຈະວ່າຢ່າງໃດກັບຄລິດສະຕຽນທີ່ຕອນນີ້ຖືກຄູ່ສົມລົດທີ່ກະທຳທາລຸນນັ້ນທຸບຕີຊຶ່ງບໍ່ສະແດງທ່າທີວ່າຈະປ່ຽນແປງເລີຍ? ບາງຄົນເລືອກທີ່ຈະຢູ່ກິນກັບຄູ່ສົມລົດທີ່ເຮັດທາລຸນນັ້ນດ້ວຍເຫດຜົນຢ່າງໃດຢ່າງໜຶ່ງ. ສ່ວນຄົນອື່ນໆ ຕັດສິນໃຈເລືອກທີ່ຈະຈາກໄປ ເພາະຮູ້ສຶກວ່າສຸຂະພາບທາງຮ່າງກາຍ, ຈິດໃຈ, ແລະທາງວິນຍານ—ບາງທີແມ່ນແຕ່ຊີວິດຂອງເຂົາດ້ວຍ—ຢູ່ໃນອັນຕະລາຍ. ສິ່ງທີ່ຜູ້ຕົກເປັນເຫຍື່ອຂອງຄວາມຮຸນແຮງພາຍໃນຄອບຄົວເລືອກຈະເຮັດໃນສະພາບການເຫຼົ່ານີ້ແມ່ນການຕັດສິນໃຈສ່ວນຕົວຈຳເພາະພະເຢໂຫວາ. (1 ໂກລິນໂທ 7:10, 11) ເພື່ອນມິດ, ຍາດພີ່ນ້ອງ, ຫຼືຄລິດສະຕຽນຜູ້ເຖົ້າແກ່ທີ່ປາຖະໜາດີອາດຢາກສະເໜີຄວາມຊ່ວຍເຫຼືອແລະໃຫ້ຄຳແນະນຳ ແຕ່ເຂົາບໍ່ຄວນກົດດັນໃຫ້ຜູ້ຕົກເປັນເຫຍື່ອລົງມືດຳເນີນການຢ່າງໃດຢ່າງໜຶ່ງໂດຍສະເພາະ. ນັ້ນແມ່ນການຕັດສິນໃຈທີ່ເຂົາຕ້ອງເຮັດເອງ.—ໂລມ 14:4; ຄາລາຊີ 6:5.
ຈຸດຈົບສຳລັບບັນຫາທີ່ເຮັດໃຫ້ເສຍຫາຍ
25. ພະປະສົງຂອງພະເຢໂຫວາສຳລັບຄອບຄົວແມ່ນຫຍັງ?
25 ເມື່ອພະເຢໂຫວານຳອາດາມແລະເອວາໃຫ້ຢູ່ຮ່ວມກັນໃນການສົມລົດນັ້ນ ພະອົງບໍ່ເຄີຍປະສົງທີ່ຈະໃຫ້ຄອບຄົວຜຸພັງໄປເນື່ອງຈາກບັນຫາທີ່ເຮັດໃຫ້ເສຍຫາຍ ເຊັ່ນ ການຕິດເຫຼົ້າຫຼືຄວາມຮຸນແຮງ. (ເອເຟດ 3:14, 15) ຄອບຄົວຄວນຈະເປັນສະຖານທີ່ຊຶ່ງຄວາມຮັກແລະຄວາມສະຫງົບສຸກຈະເຟື່ອງຟູແລະສະມາຊິກແຕ່ລະຄົນຈະໄດ້ຮັບການເອົາໃຈໃສ່ເບິ່ງແຍງຄວາມຈຳເປັນທາງຈິດໃຈ, ທາງອາລົມ, ແລະທາງວິນຍານ. ຢ່າງໃດກໍດີ ເມື່ອເລີ່ມມີບາບ ຊີວິດຄອບຄົວຈຶ່ງເສື່ອມລົງຢ່າງໄວ.—ທຽບກັບຜູ້ເທສນາປ່າວປະກາດ 8:9.
26. ມີອະນາຄົດອັນໃດຄອຍຖ້າຄົນເຫຼົ່ານັ້ນທີ່ພະຍາຍາມຈະດຳເນີນຊີວິດສອດຄ່ອງກັບຂໍ້ຮຽກຮ້ອງຂອງພະເຢໂຫວາ?
26 ໜ້າຍິນດີທີ່ ພະເຢໂຫວາບໍ່ໄດ້ປະລະພະປະສົງຂອງພະອົງສຳລັບຄອບຄົວ. ພະອົງສັນຍາຈະນຳມາຊຶ່ງໂລກໃໝ່ທີ່ສະຫງົບສຸກຊຶ່ງຜູ້ຄົນ “ຈະຢູ່ຢ່າງປອດໄພ ບໍ່ມີຜູ້ໃດຈະເຮັດໃຫ້ເຂົາຕື່ນຕົກໃຈ.” (ເອເຊກຽນ 34:28) ໃນຕອນນັ້ນ ການຕິດເຫຼົ້າ, ຄວາມຮຸນແຮງພາຍໃນຄອບຄົວ, ແລະບັນຫາອື່ນໆ ທັງໝົດທີ່ເຮັດໃຫ້ຄອບຄົວເສຍຫາຍໃນທຸກມື້ນີ້ຈະເປັນເຫດການໃນອະດີດ. ຜູ້ຄົນຈະຍິ້ມແຍ້ມ ບໍ່ແມ່ນເຊື່ອງຄວາມຢ້ານແລະຄວາມເຈັບປວດໄວ້ ກໍເພາະເຂົາປະສົບ “ຄວາມສະຫນຸກດ້ວຍຄວາມສຸກສຳລານອັນບໍລິບູນ.”—ຄຳເພງ 37:11.
a ແມ່ນວ່າເຮົາພາດພິງເຖິງຄົນຕິດເຫຼົ້າວ່າເປັນຜູ້ຊາຍ ຫຼັກການເຫຼົ່ານີ້ນຳມາໃຊ້ເຊັ່ນດຽວກັນເມື່ອຄົນຕິດເຫຼົ້າເປັນຜູ້ຍິງ.
b ໃນບາງປະເທດ ມີສູນຮັກສາ, ໂຮງໝໍ, ແລະໂຄງການຟື້ນຟູສຸຂະພາບຊຶ່ງຊ່ຽວຊານໃນການຊ່ວຍຄົນຕິດເຫຼົ້າແລະຄອບຄົວຂອງເຂົາ. ຈະສະແຫວງຫາການຊ່ວຍເຫຼືອແບບນີ້ຫຼືບໍ່ເປັນການຕັດສິນໃຈສ່ວນຕົວ. ສະມາຄົມວອຊເທົາເວີຣ໌ບໍ່ໄດ້ສະໜັບສະຫນູນວິທີຮັກສາຢ່າງໃດຢ່າງໜຶ່ງໂດຍສະເພາະ. ຢ່າງໃດກໍຕາມ ຕ້ອງລະວັງ ເພື່ອວ່າໃນການສະແຫວງຫາຄວາມຊ່ວຍເຫຼືອນັ້ນ ເຮົາຈະບໍ່ເຂົ້າໄປພົວພັນໃນການກະທຳທີ່ອະລຸ້ມອະລ່ວຍກັບຫຼັກການຂອງຄຳພີໄບເບິນ.