ບົດສິບເອັດ
ຮັກສາຄວາມສະຫງົບສຸກໃນຄອບຄົວຂອງເຈົ້າ
1. ມີສະພາບການອັນໃດແດ່ທີ່ອາດກໍ່ໃຫ້ເກີດການແຕກແຍກໃນຄອບຄົວ?
ຄວາມສຸກຍ່ອມເປັນຂອງຄົນເຫຼົ່ານັ້ນທີ່ຢູ່ໃນຄອບຄົວຊຶ່ງມີຄວາມຮັກ, ຄວາມເຂົ້າໃຈ, ແລະສະຫງົບສຸກ. ຫວັງວ່າຄອບຄົວຂອງເຈົ້າຈະເປັນເຊັ່ນນັ້ນ. ໜ້າເສົ້າໂສກເສຍໃຈ ຄອບຄົວຈຳນວນນັບບໍ່ຖ້ວນບໍ່ເປັນແບບນັ້ນແລະແຕກແຍກເນື່ອງຈາກເຫດຜົນບໍ່ຢ່າງໃດກໍຢ່າງໜຶ່ງ. ສິ່ງໃດເຮັດໃຫ້ຄອບຄົວແຕກແຍກ? ໃນບົດນີ້ເຮົາຈະພິຈາລະນາສາມສິ່ງ. ໃນບາງຄອບຄົວ ສະມາຊິກບໍ່ໄດ້ຖືສາສະໜາດຽວກັນໝົດ. ສ່ວນຄອບຄົວອື່ນໆ ລູກໆ ອາດບໍ່ໄດ້ມີພໍ່ແມ່ແທ້ໆ ຄົນດຽວກັນ. ແລະຍັງມີຄອບຄົວອື່ນອີກທີ່ການດີ້ນຮົນເພື່ອຫາລ້ຽງຊີວິດຫຼືຄວາມປາຖະໜາທີ່ຈະໄດ້ສິ່ງຝ່າຍວັດຖຸຫຼາຍຂຶ້ນເບິ່ງຄືວ່າບັງຄັບສະມາຊິກຄອບຄົວຕ້ອງແຍກຈາກກັນ. ແຕ່ສະພາບການທີ່ເຮັດໃຫ້ຄອບຄົວໜຶ່ງແຕກແຍກກັນອາດບໍ່ສົ່ງຜົນກະທົບຕໍ່ອີກຄອບຄົວໜຶ່ງ. ອັນໃດເຮັດໃຫ້ເກີດຄວາມແຕກຕ່າງກັນ?
2. ບາງຄົນສະແຫວງຫາການຊີ້ນຳໃນຊີວິດຄອບຄົວຈາກບ່ອນໃດ ແຕ່ແຫຼ່ງໃດໃຫ້ການຊີ້ນຳທີ່ດີທີ່ສຸດ?
2 ທັດສະນະເປັນປັດໄຈສຳຄັນອັນໜຶ່ງ. ຫາກເຈົ້າພະຍາຍາມຢ່າງຈິງໃຈທີ່ຈະເຂົ້າໃຈທັດສະນະຂອງອີກຝ່າຍໜຶ່ງ ເຈົ້າຄົງຈະມີຄວາມສັງເກດເຂົ້າໃຈຫຼາຍຂຶ້ນເຖິງວິທີທີ່ຈະຮັກສາຄອບຄົວໃຫ້ມີຄວາມປອງດອງກັນ. ປັດໄຈທີສອງແມ່ນ ແຫຼ່ງແຫ່ງການຊີ້ນຳຂອງເຈົ້າ. ຫຼາຍຄົນປະຕິບັດຕາມຄຳແນະນຳຂອງເພື່ອນຮ່ວມງານ, ເພື່ອນບ້ານ, ນັກຂຽນຄໍລັມປະຈຳໜັງສືພິມ, ຫຼືຂໍ້ຊີ້ແນະອື່ນໆ ຂອງມະນຸດ. ແຕ່ວ່າ ບາງຄົນໄດ້ພົບສິ່ງທີ່ພະຄຳຂອງພະເຈົ້າບອກໄວ້ກ່ຽວກັບສະພາບການຂອງຕົນ ແລ້ວເຂົາໄດ້ເອົາຄວາມຮູ້ນັ້ນໄປໃຊ້. ການເຮັດດັ່ງນີ້ຈະຊ່ວຍຄອບຄົວໃຫ້ຮັກສາຄວາມສະຫງົບສຸກໃນບ້ານໄດ້ຢ່າງໃດ?—2 ຕີໂມເຕ 3:16, 17.
ຫາກສາມີມີຄວາມເຊື່ອທີ່ຕ່າງຈາກເຈົ້າ
3. (ກ) ຄຳແນະນຳຂອງຄຳພີໄບເບິນກ່ຽວກັບການສົມລົດກັບຄົນທີ່ມີຄວາມເຊື່ອຕ່າງກັນນັ້ນແມ່ນຫຍັງ? (ຂ) ມີຫຼັກການພື້ນຖານອັນໃດແດ່ຊຶ່ງຄວນນຳມາໃຊ້ຫາກຝ່າຍໜຶ່ງມີຄວາມເຊື່ອແລະອີກຝ່າຍໜຶ່ງບໍ່ມີຄວາມເຊື່ອ?
3 ຄຳພີໄບເບິນແນະນຳຢ່າງໜັກແໜ້ນບໍ່ໃຫ້ສົມລົດກັບຄົນທີ່ມີຄວາມເຊື່ອທາງສາສະໜາຕ່າງກັນ. (ພະບັນຍັດຕິທີ2 7:3, 4; 1 ໂກລິນໂທ 7:39) ຢ່າງໃດກໍດີ ອາດເປັນໄປໄດ້ທີ່ເຈົ້າຮຽນຮູ້ຄວາມຈິງຈາກຄຳພີໄບເບິນຫຼັງຈາກເຈົ້າແຕ່ງດອງແລ້ວ ແຕ່ສາມີຂອງເຈົ້າບໍ່ໄດ້ຮຽນ. ຫາກເປັນເຊັ່ນນັ້ນຈະວ່າຢ່າງໃດ? ແນ່ນອນ ຄຳປະຕິຍານໃນການສົມລົດຍັງມີຜົນໃຊ້ຢູ່. (1 ໂກລິນໂທ 7:10) ຄຳພີໄບເບິນເນັ້ນຄວາມຜູກພັນຖາວອນຂອງການສົມລົດແລະສະໜັບສະຫນູນຜູ້ແຕ່ງດອງແລ້ວໃຫ້ແກ້ໄຂຄວາມແຕກຕ່າງແທນທີ່ຈະໜີສິ່ງເຫຼົ່ານັ້ນ. (ເອເຟດ 5:28-31; ຕິໂຕ 2:4, 5) ແຕ່ຈະວ່າຢ່າງໃດຫາກສາມີຄັດຄ້ານຢ່າງແຂງແຮງຕໍ່ການທີ່ເຈົ້າປະຕິບັດຕາມສາສະໜາຂອງຄຳພີໄບເບິນ? ເຂົາອາດພະຍາຍາມກີດຂວາງເຈົ້າໄວ້ຈາກການເຂົ້າຮ່ວມການປະຊຸມຂອງປະຊາຄົມ ຫຼືເຂົາອາດເວົ້າວ່າບໍ່ຕ້ອງການໃຫ້ພັນລະຍາຂອງເຂົາໄປຕາມບ້ານເພື່ອເວົ້າເລື່ອງສາສະໜາ. ເຈົ້າຈະເຮັດຢ່າງໃດ?
4. ພັນລະຍາຈະສະແດງການຮ່ວມຄວາມຮູ້ສຶກໄດ້ໃນທາງໃດຖ້າຫາກສາມີບໍ່ຮ່ວມຄວາມເຊື່ອດຽວກັນ?
4 ຈົ່ງຖາມຕົວເອງວ່າ ‘ເປັນຫຍັງສາມີຂອງຂ້ອຍຈຶ່ງຮູ້ສຶກເຊັ່ນນັ້ນ?’ (ສຸພາສິດ 16:20, 23) ຫາກເຂົາບໍ່ເຂົ້າໃຈແທ້ໆ ວ່າເຈົ້າພວມເຮັດຫຍັງຢູ່ ເຂົາອາດຈະເປັນຫ່ວງເຈົ້າ. ຫຼືເຂົາອາດຢູ່ພາຍໃຕ້ຄວາມກົດດັນຈາກພີ່ນ້ອງ ເນື່ອງຈາກເຈົ້າບໍ່ເຂົ້າສ່ວນອີກຕໍ່ໄປໃນທຳນຽມບາງຢ່າງທີ່ສຳຄັນສຳລັບພວກເຂົາ. ສາມີຄົນໜຶ່ງບອກວ່າ “ເມື່ອຢູ່ເຮືອນຄົນດຽວຂ້ອຍຮູ້ສຶກວ່າຖືກປະຖິ້ມ.” ຊາຍຄົນນີ້ຮູ້ສຶກວ່າ ເຂົາພວມສູນເສຍພັນລະຍາໃຫ້ກັບສາສະໜາໜຶ່ງໄປ. ແຕ່ຄວາມເຍີ້ຍິ່ງກັນເຂົາໄວ້ບໍ່ໃຫ້ຍອມຮັບວ່າ ເຂົາຮູ້ສຶກເປົ່າປ່ຽວ. ສາມີຂອງເຈົ້າອາດຕ້ອງການຄຳຮັບຮອງວ່າ ຄວາມຮັກທີ່ເຈົ້າມີຕໍ່ພະເຢໂຫວາບໍ່ໄດ້ໝາຍຄວາມວ່າ ດຽວນີ້ເຈົ້າຮັກສາມີນ້ອຍກວ່າທີ່ເຄີຍຮັກໃນອະດີດ. ຈົ່ງເຮັດໃຫ້ແນ່ໃຈວ່າເຈົ້າຈະໃຫ້ເວລາກັບເຂົາ.
5. ພັນລະຍາຊຶ່ງມີສາມີທີ່ຕ່າງຄວາມເຊື່ອຕ້ອງຮັກສາຄວາມສົມດຸນອັນໃດ?
5 ຢ່າງໃດກໍຕາມ ຕ້ອງຄຳນຶງເຖິງສິ່ງທີ່ສຳຄັນກວ່ານັ້ນອີກ ເພື່ອເຈົ້າຈະຈັດການກັບສະພາບການນັ້ນຢ່າງສຸຂຸມ. ພະຄຳຂອງພະເຈົ້າກະຕຸ້ນເຕືອນພັນລະຍາວ່າ “ເຈົ້າທັງຫຼາຍທີ່ເປັນພັນລະຍາ ຈົ່ງອ່ອນນ້ອມຕໍ່ສາມີຂອງເຈົ້າ ຊຶ່ງເປັນສິ່ງສົມຄວນໃນອົງພະຜູ້ເປັນເຈົ້າ.” (ໂກໂລດ 3:18, ລ.ມ.) ດັ່ງນັ້ນ ພະຄຳຂອງພະເຈົ້າເຕືອນໃຫ້ລະວັງນ້ຳໃຈຂອງການເປັນເອກະເທດ. ນອກຈາກນີ້ ໂດຍກ່າວວ່າ “ຊຶ່ງເປັນສິ່ງສົມຄວນໃນອົງພະຜູ້ເປັນເຈົ້າ” ຂໍ້ພະຄຳພີນີ້ບົ່ງຊີ້ວ່າການຍອມຢູ່ໃຕ້ອຳນາດສາມີຄວນຄຳນຶງເຖິງການຍອມຢູ່ໃຕ້ອຳນາດຂອງອົງພະຜູ້ເປັນເຈົ້າດ້ວຍ. ຕ້ອງມີຄວາມສົມດຸນ.
6. ພັນລະຍາຄລິດສະຕຽນຄວນຄຳນຶງເຖິງຫຼັກການອັນໃດແດ່?
6 ສຳລັບຄລິດສະຕຽນ ການເຂົ້າຮ່ວມການປະຊຸມຂອງປະຊາຄົມແລະການໃຫ້ຄຳພະຍານກັບຄົນອື່ນກ່ຽວກັບຄວາມເຊື່ອທີ່ອາໄສຄຳພີໄບເບິນນັ້ນເປັນລັກສະນະສຳຄັນຂອງການນະມັດສະການແທ້ແລະເປັນສິ່ງທີ່ບໍ່ຄວນລະເລີຍ. (ໂລມ 10:9, 10, 14; ເຫບເລິ 10:24, 25) ດັ່ງນັ້ນແລ້ວ ເຈົ້າຈະເຮັດຢ່າງໃດ ຖ້າມະນຸດສັ່ງເຈົ້າໂດຍກົງບໍ່ໃຫ້ເຮັດຕາມຂໍ້ຮຽກຮ້ອງທີ່ລະບຸໄວ້ຊັດເຈນຂອງພະເຈົ້າ? ບັນດາອັກຄະສາວົກຂອງພະເຍຊູຄລິດຖະແຫຼງວ່າ “ພວກຂ້າພະເຈົ້າຈຳຕ້ອງເຊື່ອຟັງພະເຈົ້າໃນຖານະເປັນຜູ້ຄອບຄອງຍິ່ງກວ່າມະນຸດ.” (ກິດຈະການ 5:29, ລ.ມ.) ຕົວຢ່າງຂອງພວກເຂົາໃຫ້ແບບຢ່າງຊຶ່ງນຳມາໃຊ້ໄດ້ກັບສະພາບການຫຼາຍຢ່າງໃນຊີວິດ. ຄວາມຮັກຕໍ່ພະເຢໂຫວາຈະກະຕຸ້ນເຈົ້າໃຫ້ສະແດງຄວາມເຫຼື້ອມໃສຕໍ່ພະອົງບໍ ຊຶ່ງແມ່ນສິດທິອັນຊອບທຳຂອງພະອົງຢູ່ແລ້ວ? ຂະນະດຽວກັນ ຄວາມຮັກແລະຄວາມນັບຖືທີ່ເຈົ້າມີຕໍ່ສາມີຈະເປັນເຫດໃຫ້ເຈົ້າພະຍາຍາມເຮັດເຊັ່ນນີ້ໃນແບບທີ່ເຂົາພໍຈະຍອມຮັບໄດ້ບໍ?—ມັດທາຽ 4:10; 1 ໂຍຮັນ 5:3.
7. ພັນລະຍາຄລິດສະຕຽນຕ້ອງມີຄວາມຕັ້ງໃຈແນ່ວແນ່ອັນໃດ?
7 ພະເຍຊູໃຫ້ຂໍ້ສັງເກດວ່າອາດຈະບໍ່ເປັນເຊັ່ນນີ້ສະເໝີໄປ. ພະອົງເຕືອນວ່າ ເນື່ອງຈາກການຕໍ່ຕ້ານການນະມັດສະການແທ້ ສະມາຊິກທີ່ມີຄວາມເຊື່ອໃນບາງຄອບຄົວຈະຮູ້ສຶກວ່າຖືກຕັດຂາດ ຄ້າຍກັບມີດາບມາຢູ່ລະຫວ່າງເຂົາກັບຄົນອື່ນໃນຄອບຄົວ. (ມັດທາຽ 10:34-36) ຍິງຄົນໜຶ່ງໃນຍີ່ປຸ່ນປະສົບສິ່ງນີ້. ນາງຖືກສາມີຕໍ່ຕ້ານມາໄດ້ 11 ປີ. ເຂົາປະຕິບັດກັບນາງຢ່າງທາລຸນໂຫດຮ້າຍ ແລະຫຼາຍເທື່ອໃສ່ກະແຈໃຫ້ນາງຢູ່ນອກບ້ານ. ແຕ່ນາງອົດທົນ. ເພື່ອນໆ ໃນປະຊາຄົມຄລິດສະຕຽນໄດ້ຊ່ວຍເຫຼືອນາງ. ນາງອະທິດຖານບໍ່ຢຸດຢັ້ງແລະໄດ້ຮັບການຫນູນໃຈຫຼາຍຈາກ 1 ເປໂຕ 2:20. ຍິງຄລິດສະຕຽນຜູ້ນີ້ໝັ້ນໃຈວ່າ ຫາກນາງຢືນຢັດໝັ້ນຄົງ ຈັກມື້ໜຶ່ງສາມີຈະຮ່ວມຮັບໃຊ້ພະເຢໂຫວາກັບນາງ. ແລະເຂົາກໍໄດ້ເຮັດເຊັ່ນນັ້ນ.
8, 9. ພັນລະຍາຄວນປະຕິບັດຢ່າງໃດເພື່ອຫຼີກເວັ້ນການວາງອຸປະສັກໂດຍບໍ່ຈຳເປັນໄວ້ຕໍ່ໜ້າສາມີ?
8 ມີຫຼາຍສິ່ງຊຶ່ງໃຊ້ໄດ້ຜົນທີ່ເຈົ້າສາມາດເຮັດເພື່ອໂນ້ມນ້າວເຈຕະຄະຕິຂອງຄູ່ຄອງຂອງເຈົ້າ. ຕົວຢ່າງເຊັ່ນ ຫາກສາມີຄັດຄ້ານສາສະໜາຂອງເຈົ້າກໍຢ່າໃຫ້ເຂົາມີສາເຫດທີ່ຟັງຂຶ້ນໃນການຈົ່ມເລື່ອງອື່ນ. ຈົ່ງເບິ່ງແຍງບ້ານເຮືອນໃຫ້ສະອາດ. ເອົາໃຈໃສ່ການປາກົດຕົວຂອງເຈົ້າ. ຈົ່ງສະແດງຄວາມຮັກແລະຄວາມຢັ່ງຮູ້ຄ່າຢ່າງບໍ່ອັ້ນ. ແທນທີ່ຈະວິຈານ ຈົ່ງເປັນຄົນເກື້ອຫນູນ. ສະແດງໃຫ້ເຫັນວ່າເຈົ້າໝາຍພຶ່ງເຂົາຖານະປະມຸກ. ຢ່າແກ້ເຜັດຫາກເຈົ້າຮູ້ສຶກວ່າໄດ້ຮັບການປະຕິບັດຢ່າງບໍ່ສົມຄວນ. (1 ເປໂຕ 2:21, 23) ຈົ່ງຍອມໃຫ້ກັບຄວາມບໍ່ສົມບູນຂອງມະນຸດ ແລະຫາກເກີດການຜິດຖຽງກັນຂຶ້ນ ຈົ່ງຖ່ອມຕົນເປັນຝ່າຍຂໍໂທດກ່ອນ.—ເອເຟດ 4:26.
9 ຢ່າໃຫ້ການເຂົ້າຮ່ວມປະຊຸມຂອງເຈົ້າເປັນເຫດໃຫ້ເຂົາຕ້ອງກິນອາຫານຊ້າລົງ. ເຈົ້າອາດເລືອກທີ່ຈະເຂົ້າສ່ວນໃນງານເຜີຍແພ່ແບບຄລິດສະຕຽນຕອນທີ່ສາມີບໍ່ຢູ່ບ້ານ. ເປັນການສຸຂຸມທີ່ພັນລະຍາຄລິດສະຕຽນຈະລະເວັ້ນຈາກການເຜີຍແພ່ກັບສາມີເມື່ອເຂົາບໍ່ຢາກຟັງ. ແທນທີ່ຈະເຮັດເຊັ່ນນັ້ນ ນາງປະຕິບັດຕາມຄຳແນະນຳຂອງອັກຄະສາວົກເປໂຕທີ່ວ່າ “ທ່ານທັງຫຼາຍທີ່ເປັນພັນລະຍາ ຈົ່ງຍອມຢູ່ໃຕ້ອຳນາດສາມີຂອງຕົນເອງ ເພື່ອວ່າ ຖ້າຄົນໃດບໍ່ເຊື່ອຟັງພະຄຳ ແມ່ນບໍ່ເອີ່ຍປາກ ເຂົາກໍອາດຖືກໂນ້ມນ້າວໂດຍການປະພຶດຂອງພັນລະຍາ ເນື່ອງຈາກໄດ້ເຫັນປະຈັກພະຍານເຖິງການປະພຶດອັນບໍລິສຸດຂອງທ່ານທັງຫຼາຍພ້ອມກັບຄວາມນັບຖືອັນສຸດຊຶ້ງ.” (1 ເປໂຕ 3:1, 2, ລ.ມ.) ພັນລະຍາຄລິດສະຕຽນພະຍາຍາມສະແດງຜົນແຫ່ງພະວິນຍານຂອງພະເຈົ້າໃຫ້ເຕັມທີຍິ່ງຂຶ້ນ.—ຄາລາຊີ 5:22, 23.
ເມື່ອພັນລະຍາບໍ່ແມ່ນຄລິດສະຕຽນ
10. ສາມີທີ່ມີຄວາມເຊື່ອຄວນປະພຶດຢ່າງໃດຕໍ່ພັນລະຍາຫາກນາງມີຄວາມເຊື່ອຕ່າງກັບເຂົາ?
10 ຈະວ່າຢ່າງໃດຫາກສາມີເປັນຄລິດສະຕຽນແລະພັນລະຍາບໍ່ໄດ້ເປັນ? ຄຳພີໄບເບິນໃຫ້ການຊີ້ນຳສຳລັບສະຖານະການດັ່ງນັ້ນ. ພະຄຳພີບອກວ່າ “ຖ້າພີ່ນ້ອງຜູ້ໃດມີເມຍທີ່ບໍ່ເຊື່ອ ແລະເມຍນັ້ນພໍໃຈຈະຢູ່ນຳຜົວ ຢ່າໃຫ້ຜົວປະເມຍນັ້ນຈັກເທື່ອ.” (1 ໂກລິນໂທ 7:12) ພະຄຳພີຍັງເຕືອນສາມີດ້ວຍວ່າ “ຈົ່ງຮັກພັນລະຍາຂອງຕົນຕໍ່ໆ ໄປ.”—ໂກໂລດ 3:19, ລ.ມ.
11. ສາມີຈະສະແດງຄວາມສັງເກດເຂົ້າໃຈແລະໃຊ້ຕຳແໜ່ງປະມຸກຢ່າງຜ່ອນສັ້ນຜ່ອນຍາວໄດ້ຢ່າງໃດຫາກນາງບໍ່ໄດ້ເປັນຄລິດສະຕຽນ?
11 ຫາກພັນລະຍາຂອງເຈົ້າມີຄວາມເຊື່ອຕ່າງກັນກັບເຈົ້າ ຈົ່ງລະວັງເປັນພິເສດທີ່ຈະສະແດງຄວາມນັບຖືຕໍ່ພັນລະຍາແລະຄຳນຶງເຖິງຄວາມຮູ້ສຶກຂອງນາງ. ໃນຖານະເປັນຜູ້ໃຫຍ່ ນາງສົມຄວນໄດ້ຮັບເສລີພາບໃນລະດັບໜຶ່ງເພື່ອຈະປະຕິບັດຄວາມເຊື່ອທາງສາສະໜາຂອງນາງ ເຖິງແມ່ນວ່າເຈົ້າບໍ່ເຫັນພ້ອມກັບຄວາມເຊື່ອນັ້ນ. ເທື່ອທຳອິດທີ່ເຈົ້າເວົ້າກັບນາງເລື່ອງຄວາມເຊື່ອຂອງເຈົ້າ ຢ່າຄາດໝາຍໃຫ້ນາງຖິ້ມຄວາມເຊື່ອທີ່ຍຶດຖືມາດົນແລ້ວເພື່ອຈະຍອມຮັບສິ່ງໃໝ່. ແທນທີ່ຈະເວົ້າທັນທີທັນໃດວ່າ ທຳນຽມທີ່ນາງແລະຄອບຄົວຂອງນາງຍຶດໝັ້ນເປັນເວລາດົນນັ້ນບໍ່ຖືກ ຈົ່ງພະຍາຍາມຫາເຫດຜົນກັບນາງຈາກພະຄຳພີດ້ວຍຄວາມພຽນອົດທົນ. ນາງອາດຈະຮູ້ສຶກວ່າຖືກລະເລີຍຫາກເຈົ້າອຸທິດເວລາຈຳນວນຫຼາຍໃຫ້ກັບກິດຈະກຳຂອງປະຊາຄົມ. ນາງອາດຕໍ່ຕ້ານຄວາມພະຍາຍາມຂອງເຈົ້າທີ່ຈະຮັບໃຊ້ພະເຢໂຫວາ ແຕ່ຈຸດໝາຍແທ້ອາດຈະເປັນພຽງວ່າ “ຂ້ອຍຕ້ອງການເວລາຂອງເຈົ້າຫຼາຍຂຶ້ນ!” ຈົ່ງອົດທົນ. ໂດຍທີ່ເຈົ້າຄຳນຶງເຖິງເຂົາດ້ວຍຄວາມຮັກ ໃນທີ່ສຸດ ນາງອາດໄດ້ຮັບການຊ່ວຍໃຫ້ຍຶດເອົາການນະມັດສະການແທ້.—ໂກໂລດ 3:12-14; 1 ເປໂຕ 3:8, 9.
ການອົບຮົມລູກ
12. ເຖິງແມ່ນວ່າສາມີແລະພັນລະຍາມີຄວາມເຊື່ອທີ່ຕ່າງກັນ ຄວນນຳຫຼັກການໃນພະຄຳພີມາໃຊ້ຢ່າງໃດໃນການອົບຮົມລູກ?
12 ໃນຄອບຄົວທີ່ບໍ່ເປັນໜຶ່ງດຽວໃນການນະມັດສະການ ບາງເທື່ອການສອນສາສະໜາໃຫ້ລູກກາຍເປັນບັນຫາ. ຄວນນຳຫຼັກການໃນພະຄຳພີມາໃຊ້ຢ່າງໃດ? ຄຳພີໄບເບິນມອບໝາຍໜ້າທີ່ຮັບຜິດຊອບໃນການສັ່ງສອນລູກໃຫ້ພໍ່ເປັນອັນດັບທຳອິດ ແຕ່ແມ່ມີບົດບາດສຳຄັນດ້ວຍ. (ສຸພາສິດ 1:8; ທຽບກັບຕົ້ນເດິມ 18:19; ພະບັນຍັດຕິທີ2 11:18, 19.) ເຖິງແມ່ນວ່າຜູ້ເປັນພໍ່ບໍ່ຍອມຮັບຕຳແໜ່ງປະມຸກຂອງພະຄລິດ ເຂົາກໍຍັງເປັນປະມຸກຂອງຄອບຄົວ.
13, 14. ຫາກສາມີຫ້າມພັນລະຍາພາລູກໄປຮ່ວມການປະຊຸມຄລິດສະຕຽນຫຼືສຶກສາກັບເຂົາ ນາງອາດເຮັດຢ່າງໃດ?
13 ພໍ່ທີ່ບໍ່ມີຄວາມເຊື່ອບາງຄົນບໍ່ຄັດຄ້ານຫາກແມ່ສັ່ງສອນລູກໃນເລື່ອງສາສະໜາ. ສ່ວນພໍ່ຄົນອື່ນໆ ຄັດຄ້ານ. ຈະເຮັດຢ່າງໃດຫາກວ່າສາມີບໍ່ອະນຸຍາດໃຫ້ເຈົ້າພາລູກໆ ໄປການປະຊຸມຂອງປະຊາຄົມ ຫຼືເຖິງກັບຫ້າມເຈົ້າສຶກສາຄຳພີໄບເບິນກັບພວກເຂົາຢູ່ທີ່ບ້ານອີກ? ຕອນນີ້ເຈົ້າຕ້ອງເຮັດໃຫ້ພັນທະໜ້າທີ່ຫຼາຍຢ່າງສົມດຸນກັນ—ບໍ່ວ່າຈະເປັນພັນທະໜ້າທີ່ຕໍ່ພະເຢໂຫວາພະເຈົ້າ, ຕໍ່ສາມີທີ່ເປັນປະມຸກຂອງເຈົ້າ, ແລະຕໍ່ລູກໆ ທີ່ຮັກຂອງເຈົ້າ. ເຈົ້າຈະເຮັດໃຫ້ພັນທະໜ້າທີ່ເຫຼົ່ານີ້ລົງຮອຍກັນໄດ້ຢ່າງໃດ?
14 ແນ່ນອນເຈົ້າຈະອະທິດຖານກ່ຽວກັບເລື່ອງນີ້. (ຟີລິບ 4:6, 7; 1 ໂຍຮັນ 5:14) ແຕ່ໃນທີ່ສຸດ ເຈົ້າເປັນຄົນທີ່ຕ້ອງຕັດສິນໃຈວ່າຈະຍຶດເອົາທາງໃດ. ຫາກເຈົ້າດຳເນີນໄປດ້ວຍຄວາມຜ່ອນສັ້ນຜ່ອນຍາວ ໂດຍເຮັດໃຫ້ສາມີຂອງເຈົ້າເຂົ້າໃຈວ່າ ເຈົ້າບໍ່ໄດ້ທ້າທາຍຕຳແໜ່ງປະມຸກຂອງເຂົາ ໃນທີ່ສຸດການຕໍ່ຕ້ານຂອງເຂົາອາດລົດນ້ອຍລົງ. ແມ່ນວ່າສາມີຫ້າມເຈົ້າພາລູກໄປປະຊຸມຫຼືສຶກສາຄຳພີໄບເບິນເປັນທາງການກັບພວກເຂົາ ເຈົ້າກໍຍັງສາມາດສອນເຂົາໄດ້. ໂດຍການສົນທະນາກັນທຸກມື້ແລະຕົວຢ່າງທີ່ດີຂອງເຈົ້າ ພະຍາຍາມບົ່ມສອນຄວາມຮັກຕໍ່ພະເຢໂຫວາລະດັບໜຶ່ງເຂົ້າໄວ້ໃນຕົວລູກ, ພ້ອມກັບຄວາມເຊື່ອໃນພະຄຳຂອງພະອົງ, ຄວາມນັບຖືຕໍ່ພໍ່ແມ່—ຊຶ່ງລວມທັງຜູ້ເປັນພໍ່ຂອງເຂົາດ້ວຍ—ຄວາມຫ່ວງໃຍດ້ວຍຄວາມຮັກຕໍ່ຄົນອື່ນ, ແລະຄວາມຢັ່ງຮູ້ຄ່າຕໍ່ນິດໄສເອົາຈິງເອົາຈັງໃນການເຮັດງານ. ໃນທີ່ສຸດ ຜູ້ເປັນພໍ່ອາດສັງເກດຜົນດີແລ້ວຢັ່ງຮູ້ຄຸນຄ່າຄວາມບາກບັ່ນຂອງເຈົ້າ.—ສຸພາສິດ 23:24.
15. ໜ້າທີ່ຮັບຜິດຊອບຂອງພໍ່ທີ່ມີຄວາມເຊື່ອໃນການອົບຮົມລູກແມ່ນຫຍັງ?
15 ຫາກເຈົ້າເປັນສາມີທີ່ມີຄວາມເຊື່ອແລະພັນລະຍາບໍ່ມີຄວາມເຊື່ອເຈົ້າຕ້ອງແບກຄວາມຮັບຜິດຊອບໃນການອົບຮົມລູກຂອງເຈົ້າ “ດ້ວຍການຕີສອນແລະການປັບຄວາມຄຶດຈິດໃຈຕາມຫຼັກການຂອງພະເຢໂຫວາ.” (ເອເຟດ 6:4, ລ.ມ.) ແນ່ນອນ ຕອນທີ່ເຮັດເຊັ່ນນັ້ນ ເຈົ້າຄວນເປັນຄົນກະລຸນາ, ສະແດງຄວາມຮັກ, ແລະມີເຫດຜົນໃນການປະຕິບັດກັບພັນລະຍາ.
ຫາກເຈົ້ານັບຖືສາສະໜາຕ່າງຈາກພໍ່ແມ່
16, 17. ຫຼັກການອັນໃດໃນຄຳພີໄບເບິນທີ່ລູກຕ້ອງຈື່ຈຳໄວ້ຫາກເຂົາຮັບເອົາຄວາມເຊື່ອທີ່ຕ່າງຈາກພໍ່ແມ່?
16 ບໍ່ແມ່ນເລື່ອງຜິດປົກກະຕິອີກຕໍ່ໄປທີ່ແມ່ນແຕ່ລູກຊຶ່ງເປັນໄວເຍົາຈະຮັບເອົາທັດສະນະທາງສາສະໜາທີ່ຕ່າງຈາກຂອງພໍ່ແມ່. ເຈົ້າໄດ້ເຮັດດັ່ງນັ້ນບໍ? ຖ້າເຊັ່ນນັ້ນ ຄຳພີໄບເບິນມີຄຳແນະນຳສຳລັບເຈົ້າ.
17 ພະຄຳຂອງພະເຈົ້າກ່າວວ່າ “ຈົ່ງເຊື່ອຟັງພໍ່ແມ່ຂອງຕົນຮ່ວມສາມັກຄີກັນກັບອົງພະຜູ້ເປັນເຈົ້າ ເພາະວ່າການນີ້ຊອບທຳ ‘ຈົ່ງໃຫ້ກຽດພໍ່ແລະແມ່ຂອງຕົນ.’” (ເອເຟດ 6:1, 2, ລ.ມ.) ນັ້ນກ່ຽວຂ້ອງກັບຄວາມນັບຖືທີ່ເໝາະສົມຕໍ່ພໍ່ແມ່. ຢ່າງໃດກໍຕາມ ຂະນະທີ່ການເຊື່ອຟັງພໍ່ແມ່ເປັນສິ່ງສຳຄັນ ບໍ່ຄວນເຮັດເຊັ່ນນັ້ນໂດຍບໍ່ຄຳນຶງເຖິງພະເຈົ້າທ່ຽງແທ້. ເມື່ອລູກໃຫຍ່ພໍທີ່ຈະເລີ່ມຕັດສິນໃຈແລ້ວ ເຂົາຈະແບກຄວາມຮັບຜິດຊອບເພີ່ມຂຶ້ນອີກລະດັບໜຶ່ງສຳລັບການກະທຳຂອງເຂົາ. ເປັນຈິງເຊັ່ນນີ້ບໍ່ພຽງແຕ່ກັບເລື່ອງກົດໝາຍທາງໂລກເທົ່ານັ້ນ ແຕ່ໂດຍສະເພາະຢ່າງຍິ່ງກ່ຽວກັບກົດໝາຍຂອງພະເຈົ້າດ້ວຍ. ຄຳພີໄບເບິນຖະແຫຼງວ່າ “ເຮົາທຸກຄົນຈະຕ້ອງໃຫ້ການຕົວເອງແກ່ພະເຈົ້າ.”—ໂລມ 14:12.
18, 19. ຫາກລູກນັບຖືສາສະໜາທີ່ຕ່າງຈາກພໍ່ແມ່ ເຂົາຈະຊ່ວຍໃຫ້ພໍ່ແມ່ເຂົ້າໃຈຄວາມເຊື່ອຂອງເຂົາໄດ້ດີຂຶ້ນຢ່າງໃດ?
18 ຫາກຄວາມເຊື່ອຂອງເຈົ້າເຮັດໃຫ້ມີການປ່ຽນແປງຂຶ້ນໃນຊີວິດເຈົ້າ ຈົ່ງພະຍາຍາມເຂົ້າໃຈແງ່ຄຶດຂອງພໍ່ແມ່ເຈົ້າ. ທ່ານຄົງຈະຍິນດີຫາກວ່າຜົນຈາກການທີ່ເຈົ້າຮຽນແລະນຳເອົາຄຳສອນໃນຄຳພີໄບເບິນມາໃຊ້ ເຮັດໃຫ້ເຈົ້າກາຍເປັນຄົນມີຄວາມນັບຖືຫຼາຍຂຶ້ນ, ເຊື່ອຟັງຫຼາຍຂຶ້ນ, ເອົາໃຈໃສ່ໝັ່ນພຽນຫຼາຍຂຶ້ນຕໍ່ສິ່ງທີ່ທ່ານຮຽກຮ້ອງຈາກເຈົ້າ. ຢ່າງໃດກໍດີ ຫາກຄວາມເຊື່ອໃໝ່ຂອງເຈົ້າຍັງເຮັດໃຫ້ເຈົ້າປະຕິເສດຄວາມເຊື່ອແລະທຳນຽມທີ່ພໍ່ແມ່ຍຶດໝັ້ນເປັນສ່ວນຕົວແລ້ວ ພໍ່ແມ່ອາດຈະຮູ້ສຶກວ່າເຈົ້າພວມປະຕິເສດມໍລະດົກທີ່ທ່ານໝາຍໝັ້ນຈະມອບໃຫ້ເຈົ້າ. ທ່ານອາດຈະເປັນຫ່ວງສະຫວັດດີພາບຂອງເຈົ້າອີກດ້ວຍຫາກສິ່ງທີ່ເຈົ້າເຮັດຢູ່ນັ້ນບໍ່ເປັນທີ່ນິຍົມໃນຊຸມຊົນ ຫຼືວ່າຖ້າເລື່ອງນັ້ນເຮັດໃຫ້ເຈົ້າຫັນເຫໄປຈາກການຕິດຕາມສິ່ງທີ່ທ່ານຮູ້ສຶກວ່າອາດຈະຊ່ວຍເຈົ້າໃຫ້ມັ່ງຄັ່ງທາງດ້ານວັດຖຸ. ຄວາມທະນົງອາດຈະເປັນອຸປະສັກດ້ວຍ. ທ່ານອາດຮູ້ສຶກ ຄ້າຍກັບເຈົ້າພວມບອກວ່າ ເຈົ້າເປັນຝ່າຍຖືກແລະທ່ານເປັນຝ່າຍຜິດ.
19 ດັ່ງນັ້ນ ໄວເທົ່າທີ່ຈະໄວໄດ້ ຈົ່ງພະຍາຍາມຈັດແຈງໃຫ້ພໍ່ແມ່ຂອງເຈົ້າພົບຜູ້ເຖົ້າແກ່ບາງຄົນຫຼືພະຍານທີ່ອາວຸໂສຄົນອື່ນຈາກປະຊາຄົມທ້ອງຖິ່ນ. ຈົ່ງສະໜັບສະຫນູນພໍ່ແມ່ຂອງເຈົ້າໃຫ້ໄປຫໍປະຊຸມເພື່ອມາຟັງກັບຫູໃນເລື່ອງທີ່ພວມພິຈາລະນາແລະເພື່ອມາເຫັນກັບຕາວ່າພະຍານພະເຢໂຫວາເປັນຄົນຊະນິດໃດ. ໃນທີ່ສຸດ ທ່າທີຂອງພໍ່ແມ່ເຈົ້າອາດອ່ອນລົງກໍໄດ້. ແມ່ນແຕ່ເມື່ອພໍ່ແມ່ຕໍ່ຕ້ານຢ່າງແຂງແຮງ, ທຳລາຍສັບພະໜັງສືກ່ຽວກັບຄຳພີໄບເບິນ, ແລະຫ້າມລູກເຂົ້າຮ່ວມການປະຊຸມຄລິດສະຕຽນກໍຕາມ ຕາມປົກກະຕິແລ້ວມີໂອກາດຕ່າງໆ ທີ່ຈະອ່ານໄດ້ໃນບ່ອນອື່ນ, ສົນທະນາກັບເພື່ອນຄລິດສະຕຽນ ແລະໃຫ້ຄຳພະຍານອີກທັງຊ່ວຍຄົນອື່ນເມື່ອສົບໂອກາດ. ເຈົ້າສາມາດອະທິດຖານເຖິງພະເຢໂຫວາໄດ້ດ້ວຍ. ຄົນຫນຸ່ມສາວບາງຄົນຕ້ອງຖ້າຈົນກວ່າເຂົາໃຫຍ່ພໍທີ່ຈະຍ້າຍໄປຢູ່ຂ້າງນອກບ້ານກ່ອນທີ່ເຂົາຈະເຮັດຫຼາຍຂຶ້ນໄດ້. ຢ່າງໃດກໍດີ ບໍ່ວ່າສະພາບການໃນບ້ານຈະເປັນຢ່າງໃດກໍຕາມ ຢ່າລືມ “ໃຫ້ກຽດພໍ່ແລະແມ່ຂອງຕົນ.” ຈົ່ງເຮັດສ່ວນຂອງເຈົ້າເພື່ອສົ່ງເສີມສັນຕິສຸກໃນບ້ານ. (ໂລມ 12:17, 18) ຍິ່ງກວ່າອັນໃດທັງໝົດ ຈົ່ງຕິດຕາມສັນຕິສຸກກັບພະເຈົ້າ.
ຂໍ້ທ້າທາຍຂອງການເປັນພໍ່ລ້ຽງຫຼືແມ່ລ້ຽງ
20. ເດັກອາດມີຄວາມຮູ້ສຶກຢ່າງໃດຫາກພໍ່ຫຼືແມ່ເປັນພໍ່ລ້ຽງຫຼືແມ່ລ້ຽງ?
20 ໃນຫຼາຍຄອບຄົວ ສະພາບການທີ່ເປັນການທ້າທາຍຫຼາຍທີ່ສຸດບໍ່ແມ່ນເລື່ອງສາສະໜາ ແຕ່ເປັນບັນຫາເລື່ອງພໍ່ລ້ຽງຫຼືແມ່ລ້ຽງ. ຫຼາຍຄອບຄົວໃນທຸກມື້ນີ້ລວມເອົາເດັກທີ່ເກີດຈາກຄູ່ສົມລົດເກົ່າຂອງພໍ່ຫຼືແມ່ຫຼືທັງສອງ. ໃນຄອບຄົວດັ່ງກ່າວ ລູກອາດເກີດຄວາມອິດສາແລະຄວາມເຄືອງແຄ້ນ ຫຼືອາດມີຄວາມຂັດແຍ້ງເລື່ອງຄວາມຈົ່ງຮັກພັກດີຕໍ່ຝ່າຍໃດຝ່າຍໜຶ່ງ. ຜົນກໍຄື ເຂົາອາດຈະປະຕິເສດຄວາມພະຍາຍາມຢ່າງຈິງໃຈຂອງພໍ່ລ້ຽງຫຼືແມ່ລ້ຽງທີ່ຈະເປັນພໍ່ຫຼືແມ່ທີ່ດີ. ສິ່ງໃດຈະຊ່ວຍໄດ້ເພື່ອເຮັດໃຫ້ຄອບຄົວທີ່ມີພໍ່ລ້ຽງຫຼືແມ່ລ້ຽງປະສົບຜົນສຳເລັດ?
21. ແມ່ນຈະມີສະພາບການພິເສດສະເພາະ ເປັນຫຍັງພໍ່ລ້ຽງຫຼືແມ່ລ້ຽງຄວນໝາຍພຶ່ງຫຼັກການທີ່ພົບໃນຄຳພີໄບເບິນເພື່ອໄດ້ຄວາມຊ່ວຍເຫຼືອ?
21 ຂໍໃຫ້ສຳນຶກວ່າ ແມ່ນໃນສະພາບການພິເສດສະເພາະນີ້ ຫຼັກການໃນຄຳພີໄບເບິນທີ່ກໍ່ໃຫ້ມີຄວາມສຳເລັດໃນຄອບຄົວອື່ນນຳມາໃຊ້ກັບຄອບຄົວແບບນີ້ໄດ້ຄືກັນ. ການລະເລີຍຫຼັກການເຫຼົ່ານີ້ອາດເບິ່ງຄືຈະບັນເທົາບັນຫາໄປຊົ່ວຄາວ ແຕ່ຄົງຈະນຳໄປສູ່ຄວາມປວດຫົວໃນຕອນຫຼັງ. (ຄຳເພງ 127:1; ສຸພາສິດ 29:15) ຈົ່ງປູກຝັງສະຕິປັນຍາແລະການສັງເກດເຂົ້າໃຈ—ສະຕິປັນຍາໃນການນຳເອົາຫຼັກການຂອງພະເຈົ້າມາໃຊ້ໂດຍຄຳນຶງເຖິງຜົນປະໂຫຍດໄລຍະຍາວ ແລະການສັງເກດເຂົ້າໃຈເພື່ອຈະເບິ່ງອອກວ່າ ເຫດໃດສະມາຊິກໃນຄອບຄົວຈຶ່ງເວົ້າແລະເຮັດຢ່າງນັ້ນ. ມີຄວາມຈຳເປັນໃນການຮ່ວມຄວາມຮູ້ສຶກດ້ວຍ.—ສຸພາສິດ 16:21; 24:3; 1 ເປໂຕ 3:8.
22. ເປັນຫຍັງອາດພົບວ່າຍາກສຳລັບເດັກນ້ອຍທີ່ຈະຍອມຮັບພໍ່ລ້ຽງຫຼືແມ່ລ້ຽງ?
22 ຫາກເຈົ້າເປັນພໍ່ລ້ຽງຫຼືແມ່ລ້ຽງ ເຈົ້າອາດຈະຈື່ໄດ້ວ່າ ຕອນເຈົ້າເປັນຫມູ່ຂອງຄອບຄົວນີ້ ເດັກນ້ອຍອາດຍິນດີຕ້ອນຮັບເຈົ້າ. ແຕ່ເມື່ອເຈົ້າມາເປັນພໍ່ລ້ຽງຫຼືແມ່ລ້ຽງ ບາງທີທ່າທີຂອງພວກເຂົາໄດ້ປ່ຽນໄປ. ເນື່ອງຈາກຍັງຄຶດເຖິງພໍ່ແມ່ແທ້ໆ ຜູ້ບໍ່ຢູ່ນຳພວກເຂົາອີກຕໍ່ໄປ ລູກໆ ອາດຕໍ່ສູ້ກັບການຂັດແຍ້ງໃນເລື່ອງຄວາມພັກດີ ອາດຈະຮູ້ສຶກວ່າເຈົ້າຕ້ອງການຍາດເອົາຄວາມຮັກທີ່ເຂົາມີຕໍ່ພໍ່ຫຼືແມ່ທີ່ບໍ່ຢູ່ນັ້ນ. ບາງເທື່ອ ເຂົາອາດເຕືອນເຈົ້າກົງໆ ວ່າ ເຈົ້າບໍ່ແມ່ນພໍ່ຂອງເຂົາ ຫຼືແມ່ຂອງເຂົາ. ຄຳເວົ້າເຊັ່ນນັ້ນຄົງບາດໃຈ. ແຕ່ “ຢ່າຊູ່ຟ້າວເຄືອງໃຈ.” (ຜູ້ເທສນາປ່າວປະກາດ 7:9) ການສັງເກດເຂົ້າໃຈແລະຄວາມຮ່ວມຮູ້ສຶກເປັນສິ່ງຈຳເປັນເພື່ອຈະຮັບມືກັບອາລົມຂອງເດັກ.
23. ອາດດຳເນີນການຕີສອນຢ່າງໃດໃນຄອບຄົວທີ່ມີລູກລ້ຽງ?
23 ຄຸນລັກສະນະເຫຼົ່ານັ້ນສຳຄັນຍິ່ງເມື່ອເຮົາດຳເນີນການຕີສອນ. ການຕີສອນແບບສະຫມ່ຳສະເໝີເປັນເລື່ອງຈຳເປັນຢ່າງຍິ່ງ. (ສຸພາສິດ 6:20; 13:1) ແລະເນື່ອງຈາກເດັກບໍ່ຄືກັນທັງໝົດ ການຕີສອນໃນແຕ່ລະລາຍອາດຕ່າງກັນໄປ. ພໍ່ລ້ຽງຫຼືແມ່ລ້ຽງບາງຄົນພົບວ່າ ຢ່າງນ້ອຍທີ່ສຸດໃນຕອນເລີ່ມຕົ້ນ ອາດເປັນການດີກວ່າຫາກພໍ່ຫຼືແມ່ແທ້ໆ ຈະຈັດການເລື່ອງນີ້. ແຕ່ນັບວ່າສຳຄັນທີ່ພໍ່ແມ່ທັງສອງຝ່າຍເຫັນພ້ອມກັນໃນການຕີສອນແລະສະໜັບສະຫນູນເລື່ອງນັ້ນ ບໍ່ເຂົ້າຂ້າງລູກທີ່ເປັນເລືອດເນື້ອເຊື້ອໄຂຂອງຕົນຫຼາຍກວ່າລູກລ້ຽງ. (ສຸພາສິດ 24:23) ການເຊື່ອຟັງເປັນສິ່ງສຳຄັນ ແຕ່ຈຳເປັນຕ້ອງຍອມໃຫ້ກັບຄວາມບໍ່ສົມບູນ. ຢ່າເຮັດເກີນໄປ. ຈົ່ງຕີສອນດ້ວຍຄວາມຮັກ.—ໂກໂລດ 3:21.
24. ອັນໃດສາມາດຊ່ວຍສະກັດກັ້ນບັນຫາດ້ານສິນທຳລະຫວ່າງສະມາຊິກທີ່ເປັນເພດກົງກັນຂ້າມໃນຄອບຄົວທີ່ມີພໍ່ລ້ຽງຫຼືແມ່ລ້ຽງ?
24 ການສົນທະນາໃນຄອບຄົວອາດຊ່ວຍປ້ອງກັນຄວາມຫຍຸ້ງຍາກໄດ້ຫຼາຍ. ການເຮັດດັ່ງນີ້ອາດຊ່ວຍຄອບຄົວໃຫ້ຈັດເລື່ອງສຳຄັນທີ່ສຸດເປັນຈຸດລວມໃນຊີວິດ. (ທຽບກັບຟີລິບ 1:9-11.) ການສົນທະນານັ້ນຍັງຊ່ວຍແຕ່ລະຄົນໃຫ້ເຫັນວິທີທີ່ເຂົາສາມາດມີສ່ວນສົ່ງເສີມການບັນລຸເປົ້າໝາຍຂອງຄອບຄົວ. ນອກຈາກນີ້ ການສົນທະນາໃນຄອບຄົວແບບກົງໄປກົງມາອາດສະກັດກັ້ນບັນຫາທາງສິນທຳ. ເດັກຜູ້ຍິງຕ້ອງເຂົ້າໃຈວິທີທີ່ຈະແຕ່ງຕົວແລະປະຕິບັດຕົນຢ່າງເໝາະສົມເມື່ອພໍ່ລ້ຽງແລະອ້າຍຫຼືນ້ອງຊາຍຕ່າງພໍ່ແມ່ຢູ່ໃກ້ໆ ແລະເດັກຜູ້ຊາຍຕ້ອງໄດ້ຮັບຄຳແນະນຳເລື່ອງຄວາມປະພຶດທີ່ເໝາະສົມຕໍ່ແມ່ລ້ຽງແລະເອື້ອຍຫຼືນ້ອງສາວຕ່າງພໍ່ແມ່.—1 ເທຊະໂລນີກ 4:3-8.
25. ຄຸນລັກສະນະອັນໃດອາດຊ່ວຍຮັກສາຄວາມສະຫງົບສຸກໃນຄອບຄົວທີ່ມີພໍ່ລ້ຽງຫຼືແມ່ລ້ຽງ?
25 ເມື່ອຜະເຊີນຂໍ້ທ້າທາຍເປັນພິເສດໃນການເປັນພໍ່ຫຼືແມ່ລ້ຽງ ຈົ່ງອົດທົນ. ຕ້ອງໃຊ້ເວລາເພື່ອພັດທະນາຄວາມສຳພັນໃໝ່. ການໄດ້ຮັບຄວາມຮັກແລະຄວາມນັບຖືຈາກເດັກທີ່ເຈົ້າບໍ່ມີຄວາມຜູກພັນທາງສາຍເລືອດອາດເປັນການຍາກ. ແຕ່ນັ້ນມີທາງເປັນໄປໄດ້. ຫົວໃຈທີ່ສຸຂຸມແລະມີຄວາມສັງເກດເຂົ້າໃຈ ຄວບຄູ່ກັບຄວາມປາຖະໜາອັນແຮງກ້າທີ່ຈະເຮັດໃຫ້ພະເຢໂຫວາພໍພະໄທ ເປັນເຄັດລັບສູ່ສັນຕິສຸກໃນຄອບຄົວທີ່ມີພໍ່ລ້ຽງຫຼືແມ່ລ້ຽງ. (ສຸພາສິດ 16:20) ຄຸນລັກສະນະດັ່ງນີ້ອາດຊ່ວຍເຈົ້າໃຫ້ຈັດການກັບສະພາບການອື່ນໆ ໄດ້ດ້ວຍ.
ການຕິດຕາມສິ່ງຝ່າຍວັດຖຸແບ່ງແຍກຄອບຄົວຂອງເຈົ້າບໍ?
26. ບັນຫາແລະເຈຕະຄະຕິກ່ຽວກັບເລື່ອງຝ່າຍວັດຖຸອາດເຮັດໃຫ້ຄອບຄົວແຕກແຍກກັນໃນທາງໃດແດ່?
26 ບັນຫາແລະເຈຕະຄະຕິກ່ຽວກັບສິ່ງຝ່າຍວັດຖຸອາດເຮັດໃຫ້ຄອບຄົວແບ່ງແຍກໄດ້ຫຼາຍທາງ. ໜ້າເສົ້າ ທີ່ບາງຄອບຄົວແຕກແຍກກັນເນື່ອງຈາກການຜິດຖຽງກັນເລື່ອງເງິນແລະຄວາມປາຖະໜາຈະຮັ່ງມີ—ຫຼືຢ່າງນ້ອຍທີ່ສຸດຮັ່ງຂຶ້ນຈັກນ້ອຍໜຶ່ງ. ການແຕກແຍກອາດເກີດຂຶ້ນຫາກທັງຄູ່ເຮັດວຽກອາຊີບແລະປູກຝັງເຈຕະຄະຕິແບບ “ເງິນຂ້ອຍ, ເງິນເຈົ້າ.” ແມ່ນແຕ່ຫຼີກເວັ້ນການໂຕ້ຖຽງກັນ ເມື່ອທັງສອງເຮັດວຽກ ເຂົາອາດພົບວ່າ ຕົວເອງມີຕະລາງເວລາຊຶ່ງເຫຼືອເວລາໃຫ້ກັນແລະກັນນ້ອຍຫຼາຍ. ແນວໂນ້ມທີ່ພວມເພີ່ມຂຶ້ນໃນໂລກແມ່ນ ພໍ່ຢູ່ຫ່າງຈາກຄອບຄົວເປັນໄລຍະເວລາດົນນານ—ເປັນເດືອນຫຼືເປັນປີດ້ວຍຊ້ຳ—ເພື່ອຈະໄດ້ເງິນຫຼາຍກວ່າທີ່ເຂົາສາມາດຫາໄດ້ເມື່ອຢູ່ບ້ານ. ນີ້ອາດນຳໄປສູ່ບັນຫາຂັ້ນຮ້າຍແຮງ.
27. ມີຫຼັກການອັນໃດແດ່ທີ່ສາມາດຊ່ວຍຄອບຄົວທີ່ຢູ່ພາຍໃຕ້ຄວາມກົດດັນດ້ານການເງິນ?
27 ບໍ່ສາມາດວາງກົດເກນເພື່ອຈັດການກັບສະຖານະການເຫຼົ່ານີ້ໄດ້ ເນື່ອງຈາກແຕ່ລະຄອບຄົວຕ້ອງຈັດການກັບຄວາມກົດດັນແລະຄວາມຈຳເປັນຕ່າງກັນ. ແຕ່ຄຳແນະນຳໃນຄຳພີໄບເບິນສາມາດຊ່ວຍໄດ້. ຕົວຢ່າງເຊັ່ນ ສຸພາສິດ 13:10 (ລ.ມ.) ສະແດງວ່າ ບາງເທື່ອອາດຫຼີກເວັ້ນການຜິດຖຽງທີ່ບໍ່ຈຳເປັນໄດ້ໂດຍ “ປຶກສາຫາລືກັນ.” ນີ້ພາດພິງເຖິງບໍ່ພຽງການບອກທັດສະນະຂອງຕົນເອງເທົ່ານັ້ນ ແຕ່ສະແຫວງຫາຄຳແນະນຳແລະສອບຖາມເບິ່ງວ່າອີກຝ່າຍໜຶ່ງມີທັດສະນະເຊັ່ນໃດດ້ວຍ. ນອກຈາກນັ້ນ ການວາງແຜນງົບປະມານຕາມສະພາບຈິງອາດຊ່ວຍເຮັດໃຫ້ຄວາມພະຍາຍາມຂອງຄອບຄົວເປັນອັນໜຶ່ງອັນດຽວ. ບາງຄັ້ງນັບວ່າຈຳເປັນ—ບາງທີຊົ່ວໄລຍະໜຶ່ງ—ທີ່ທັງຄູ່ຕ້ອງເຮັດວຽກນອກເຮືອນເພື່ອເອົາໃຈໃສ່ດູແລຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ໂດຍສະເພາະຢ່າງຍິ່ງເມື່ອມີລູກຫຼືຜູ້ອື່ນຕ້ອງເພິ່ງພາ. ເມື່ອເປັນເຊັ່ນນີ້ ສາມີອາດເຮັດໃຫ້ພັນລະຍາຂອງເຂົາໝັ້ນໃຈວ່າ ເຂົາຍັງຄົງມີເວລາໃຫ້ນາງຢູ່. ເຂົາພ້ອມກັບລູກໆ ສາມາດຊ່ວຍເຫຼືອດ້ວຍຄວາມຮັກກ່ຽວກັບວຽກບາງຢ່າງທີ່ຕາມປົກກະຕິນາງຈະຈັດການຄົນດຽວ.—ຟີລິບ 2:1-4.
28. ຄຳເຕືອນໃຈອັນໃດແດ່ ຫາກປະຕິບັດຕາມແລ້ວ ຈະຊ່ວຍຄອບຄົວໃຫ້ດຳເນີນໄປສູ່ເອກະພາບໄດ້?
28 ຢ່າງໃດກໍຕາມ ໂປດຈຳໄວ້ວ່າ ເຖິງແມ່ນເງິນເປັນສິ່ງຈຳເປັນໃນລະບົບນີ້ກໍຕາມ ມັນບໍ່ໄດ້ນຳຄວາມສຸກມາໃຫ້. ເງິນບໍ່ໄດ້ໃຫ້ຊີວິດຢ່າງແນ່ນອນ. (ຜູ້ເທສນາປ່າວປະກາດ 7:12) ແທ້ຈິງ ການເນັ້ນຫຼາຍໂພດໃນສິ່ງຝ່າຍວັດຖຸອາດກໍ່ຄວາມເສຍຫາຍດ້ານວິນຍານແລະດ້ານສິນທຳໄດ້. (1 ຕີໂມເຕ 6:9-12) ດີກວ່າຫຼາຍປານໃດທີ່ຈະສະແຫວງຫາລາຊະອານາຈັກຂອງພະເຈົ້າແລະຄວາມຊອບທຳຂອງພະອົງກ່ອນ ພ້ອມກັບໝັ້ນໃຈວ່າພະອົງຈະອວຍພະພອນຄວາມພະຍາຍາມຂອງເຮົາທີ່ຈະໄດ້ມາຊຶ່ງສິ່ງຈຳເປັນໃນຊີວິດ! (ມັດທາຽ 6:25-33; ເຫບເລິ 13:5) ໂດຍການຍຶດເອົາຜົນປະໂຫຍດຝ່າຍວິນຍານເປັນອັນດັບທຳອິດສະເໝີ ແລະໂດຍການຕິດຕາມສັນຕິສຸກກັບພະເຈົ້າກ່ອນສິ່ງອື່ນທັງໝົດ ເຈົ້າອາດຈະພົບວ່າ ເຖິງແມ່ນຄອບຄົວຂອງເຈົ້າອາດຈະແຕກແຍກເນື່ອງດ້ວຍສະພາບແວດລ້ອມບາງຢ່າງກໍຕາມ ຈະເປັນຄອບຄົວທີ່ເປັນໜຶ່ງດຽວຢ່າງແທ້ຈິງໃນແນວທາງສຳຄັນທີ່ສຸດ.