ບົດສີ່
ຜູ້ນັ້ນເຊິ່ງຜູ້ພະຍາກອນທັງຫຼາຍເປັນພິຍານເຖິງ
1. ຄວາມຈິງເລື່ອງການດຳລົງຢູ່ກ່ອນມາເປັນມະນຸດຂອງພະເຍຊູສະແດງໃຫ້ເຫັນສິ່ງໃດໃນເລື່ອງສາຍສຳພັນລະຫວ່າງພະອົງກັບພະເຢໂຫວາ?
“ພະບິດາຮັກພະບຸດແລະໃຫ້ພະບຸດເຫັນສັບພະທຸກສິ່ງທີ່ພະບິດາເອງກະທຳ.” (ໂຢຮັນ 5:20) ນັ້ນເປັນສາຍສຳພັນອັນອົບອຸ່ນແທ້ໆລະຫວ່າງພະບຸດກັບພະບິດາ ພະເຢໂຫວາ! ສຳພັນທະພາບໃກ້ຊິດນີ້ເລີ່ມຕົ້ນເມື່ອຕອນສ້າງພະບຸດ ເປັນເວລານານແສນນານກ່ອນພະບຸດມາເກີດເປັນມະນຸດ. ພະອົງເປັນພະບຸດຜູ້ໄດ້ຮັບກຳເນີດອົງດຽວຂອງພະເຈົ້າ ເປັນຜູ້ດຽວທີ່ພະເຢໂຫວາໄດ້ສ້າງຂຶ້ນໂດຍພະອົງເອງ. ພະບຸດຫົວປີຜູ້ເປັນທີ່ຮັກຍິ່ງນີ້ໄດ້ສ້າງສິ່ງອື່ນໆທັງໃນສະຫວັນແລະເທິງແຜ່ນດິນໂລກ. (ໂກໂລດ 1:15, 16) ນອກຈາກນັ້ນ ພະອົງເປັນພະຄຳຫຼືເປັນໂຄສົກຂອງພະເຈົ້າ ໂດຍທາງພະບຸດອົງນີ້ພະເຢໂຫວາໄດ້ແຈ້ງໃຫ້ຜູ້ອື່ນຮູ້ຈັກພະປະສົງຂອງພະອົງ. ພະບຸດທີ່ພະເຈົ້າຮັກເປັນພິເສດອົງນີ້ໄດ້ມາເປັນມະນຸດເຍຊູຄລິດ.—ສຸພາສິດ 8:22-30; ໂຢຮັນ 1:14, 18; 12:49, 50.
2. ຄຳພະຍາກອນຕ່າງໆໃນຄຳພີໄບເບິນກ່ຽວພັນເຖິງພະເຍຊູຫຼາຍຂະໜາດໃດ?
2 ກ່ອນພະບຸດຜູ້ເປັນອົງທຳອິດມາເກີດເປັນມະນຸດຢ່າງອັດສະຈັນ ຄຳພະຍາກອນທີ່ມີຂຶ້ນໂດຍການດົນໃຈໄດ້ບັນທຶກເລື່ອງຕ່າງໆຂອງພະອົງໄວ້ຫຼາຍຂໍ້. ອັກຄະສາວົກເປໂຕຢືນຢັນກັບໂຄເນເລຍວ່າ “ຜູ້ທຳນວາຍທັງປວງໄດ້ເປັນພິຍານເຖິງພະອົງ.” (ກິດຈະການ 10:43) ຄຳພີໄບເບິນລະບຸເຖິງບົດບາດຂອງພະເຍຊູຢ່າງຊັດເຈນຈົນທູດສະຫວັນອົງໜຶ່ງໄດ້ບອກອັກຄະສາວົກໂຢຮັນວ່າ “ການເປັນພິຍານເຖິງພະເຍຊູນັ້ນເປັນສິ່ງດົນໃຈໃຫ້ພະຍາກອນ.” (ຄຳປາກົດ 19:10, ລ.ມ.) ຄຳພະຍາກອນເຫຼົ່ານັ້ນພິສູດໃຫ້ເຫັນຢ່າງຈະແຈ້ງວ່າພະອົງເປັນພະເມຊີ. ຄຳພະຍາກອນທັງໝົດມຸ່ງໄປໃສ່ບົດບາດຕ່າງໆທີ່ພະອົງຈະປະຕິບັດເພື່ອເຮັດໃຫ້ພະປະສົງຂອງພະເຈົ້າສຳເລັດເປັນຈິງ. ສິ່ງທັງໝົດນີ້ຄວນຈະເປັນເລື່ອງທີ່ໜ້າສົນໃຈຢ່າງຍິ່ງຕໍ່ພວກເຮົາໃນປັດຈຸບັນ.
ສິ່ງທີ່ຄຳພະຍາກອນຕ່າງໆເຜີຍໃຫ້ຮູ້
3. (ກ) ໃນຄຳພະຍາກອນທີ່ຕົ້ນເດີມ 3:15 ງູ, “ຜູ້ຍິງ,” ແລະ ‘ເຊື້ອສາຍຂອງງູ’ ໝາຍເຖິງໃຜ? (ຂ) ເປັນຫຍັງ ‘ການຢຽບຫົວຂອງງູໃຫ້ແຕກ’ ຈຶ່ງເປັນເລື່ອງທີ່ໜ້າສົນໃຈຫຼາຍສຳລັບຜູ້ຮັບໃຊ້ຂອງພະເຢໂຫວາ?
3 ຄຳພະຍາກອນທຳອິດໃນບັນດາຄຳພະຍາກອນເຫຼົ່ານັ້ນມີຂຶ້ນຫຼັງຈາກການກະບົດໃນສວນເອເດນ. ພະເຢໂຫວາກ່າວແກ່ງູວ່າ “ເຮົາຈະໃຫ້ເຈົ້າກັບຜູ້ຍິງເປັນສັດຕູກັນ ແລະເຊື້ອສາຍຂອງເຈົ້າກັບເຊື້ອສາຍຂອງຜູ້ຍິງເປັນສັດຕູກັນ ເຊື້ອສາຍຂອງຜູ້ຍິງຈະຢຽບຫົວເຈົ້າໃຫ້ແຕກ ແລະເຈົ້າຈະທຳໃຫ້ສົ້ນຕີນເພິ່ນບວມຊ້ຳໄປ.” (ຕົ້ນເດີມ 3:15) ຄວາມຈິງ ຄຳພະຍາກອນຂໍ້ນີ້ຊີ້ເຖິງຊາຕານ ເຊິ່ງໃຊ້ງູເປັນເຄື່ອງມື. “ຜູ້ຍິງ” ແມ່ນອົງການທາງພາກສະຫວັນທີ່ພັກດີຂອງພະເຢໂຫວາ ເຊິ່ງປຽບດັ່ງພັນລະຍາທີ່ສັດຊື່ຕໍ່ພະອົງ. ‘ເຊື້ອສາຍຂອງງູ’ ປະກອບດ້ວຍເຫຼົ່າທູດສະຫວັນແລະມະນຸດຜູ້ເຊິ່ງສະແດງນ້ຳໃຈແບບຊາຕານທີ່ຕໍ່ຕ້ານພະເຢໂຫວາແລະໄພ່ພົນຂອງພະອົງ. ‘ການຢຽບຫົວຂອງງູໃຫ້ແຕກ’ ໝາຍຄວາມເຖິງການທຳລາຍຊາຕານຜູ້ກໍ່ການກະບົດໃນທີ່ສຸດ ເຊິ່ງເປັນຜູ້ທີ່ໝິ່ນປະໝາດພະເຢໂຫວາແລະພາຄວາມໂສກເສົ້າອັນໃຫຍ່ຫຼວງມາສູ່ມະນຸດຊາດ. ໃຜເປັນສ່ວນສຳຄັນຂອງ “ເຊື້ອສາຍ” ເຊິ່ງຈະຢຽບຫົວງູໃຫ້ແຕກ? ຕະຫຼອດຫຼາຍສະຕະວັດ ເລື່ອງນັ້ນຍັງຄົງເປັນ “ຂໍ້ເລິກ” ຫຼືຄວາມລັບອັນສັກສິດ.—ໂລມ 16:20, 25, 26.
4. ເຊື້ອວົງຂອງພະເຍຊູໃຫ້ຫຼັກຖານສະແດງວ່າພະອົງເປັນເຊື້ອສາຍຕາມທີ່ສັນຍາໄວ້ຢ່າງໃດ?
4 ຫຼັງຈາກທີ່ປະຫວັດສາດຂອງມະນຸດດຳເນີນມາໄດ້ປະມານ 2,000 ປີ ພະເຢໂຫວາໃຫ້ລາຍລະອຽດຕື່ມອີກ. ພະອົງເຜີຍໃຫ້ຮູ້ວ່າເຊື້ອສາຍນັ້ນຈະມາປາກົດໃນເຊື້ອວົງຂອງອັບລາຫາມ. (ຕົ້ນເດີມ 22:15-18) ຢ່າງໃດກໍຕາມ ເຊື້ອວົງທີ່ຈະພາໄປເຖິງເຊື້ອສາຍນັ້ນຈະບໍ່ໄດ້ຂຶ້ນກັບການສືບເຊື້ອວົງທາງເນື້ອໜັງ ແຕ່ຈະເປັນການເລືອກຂອງພະເຈົ້າ. ເຖິງແມ່ນວ່າອັບລາຫາມຮັກຍິດມາເອນລູກຊາຍທີ່ເກີດຈາກນາງອາຄາດກໍຕາມ ພະເຢໂຫວາພັດກ່າວວ່າ “ຄຳສັນຍາຂອງເຮົາ ເຮົາຈະຕັ້ງໄວ້ກັບທ້າວອີຊາກທີ່ນາງຊາລາຈະປະສູດໃຫ້ເຈົ້າ.” (ຕົ້ນເດີມ 17:18-21) ຕໍ່ມາ ຄຳສັນຍາໄມຕີນັ້ນໄດ້ຮັບການຢືນຢັນວ່າ ບໍ່ແມ່ນໃຫ້ກັບເອຊາອຶລູກຊາຍກົກຂອງອີຊາກ ແຕ່ພັດແມ່ນໃຫ້ກັບຢາໂຄບເຊິ່ງເປັນຜູ້ທີ່ຈະໃຫ້ກຳເນີດຍິດສະລາເອນ 12 ຕະກູນ. (ຕົ້ນເດີມ 28:10-14) ຈາກນັ້ນ ກໍມີຫຼັກຖານສະແດງວ່າເຊື້ອສາຍນັ້ນຈະມາເກີດໃນຕະກູນຢູດາ ທາງເຊື້ອວົງຂອງດາວິດ.—ຕົ້ນເດີມ 49:10; 1 ຂ່າວຄາວ 17:3, 4, 11-14.
5. ເມື່ອພະເຍຊູເລີ່ມງານຮັບໃຊ້ຂອງພະອົງເທິງແຜ່ນດິນໂລກນີ້ ມີຫຼັກຖານໃດແດ່ທີ່ສະແດງວ່າພະອົງເປັນພະເມຊີ?
5 ມີຂໍ້ມູນໃດອີກທີ່ເປັນຫຼັກຖານລະບຸຕົວເຊື້ອສາຍນັ້ນ? ຫຼາຍກວ່າ 700 ປີລ່ວງໜ້າ ຄຳພີໄບເບິນໄດ້ລະບຸຊື່ເມືອງເບດເລເຫມວ່າເປັນສະຖານທີ່ເຊິ່ງເຊື້ອສາຍຕາມຄຳສັນຍາຈະມາເກີດເປັນມະນຸດ. ນອກຈາກນັ້ນ ຄຳພີໄບເບິນຍັງແຈ້ງໃຫ້ຮູ້ວ່າເຊື້ອສາຍນັ້ນໄດ້ດຳລົງຢູ່ກ່ອນແລ້ວ “ແຕ່ບູຮານ” ຕັ້ງແຕ່ຕອນທີ່ພະອົງໄດ້ຮັບການສ້າງຂຶ້ນໃນສະຫວັນ. (ມີເກ 5:2) ນອກຈາກນັ້ນ ກຳນົດເວລາທີ່ແນ່ນອນເຊິ່ງພະອົງຈະມາປາກົດເທິງແຜ່ນດິນໂລກໃນຖານະພະເມຊີນັ້ນຍັງໄດ້ບອກລ່ວງໜ້າໂດຍທາງຜູ້ພະຍາກອນດານຽນ. (ດານຽນ 9:24-26) ເມື່ອພະເຍຊູຖືກເຈີມດ້ວຍພະວິນຍານບໍລິສຸດ ພະອົງກໍກາຍເປັນຜູ້ຖືກເຈີມຂອງພະເຢໂຫວາ ແລະມີສຽງປາກຂອງພະເຈົ້າມາຈາກສະຫວັນລະບຸຢ່າງຊັດເຈນວ່າພະອົງເປັນບຸດຂອງພະເຈົ້າ. (ມັດທາຍ 3:16, 17) ເຊື້ອສາຍນັ້ນປາກົດຕົວແລ້ວ! ດ້ວຍເຫດນີ້ ຟີລິບຈຶ່ງກ່າວດ້ວຍຄວາມໝັ້ນໃຈວ່າ “ຫມູ່ເຮົາໄດ້ພົບພະອົງທີ່ທ່ານໂມເຊໄດ້ຂຽນເຖິງພະອົງໃນພະບັນຍັດແລະພວກຜູ້ທຳນວາຍໄດ້ຂຽນດ້ວຍ ເປັນພະເຍຊູ.”—ໂຢຮັນ 1:46.
6. (ກ) ຕາມລືກາ 24:27 ກຸ່ມຜູ້ຕິດຕາມພະເຍຊູໄດ້ມາເຂົ້າໃຈສິ່ງໃດ? (ຂ) ໃຜເປັນສ່ວນສຳຄັນຂອງ “ເຊື້ອສາຍຂອງຜູ້ຍິງ” ແລະການຢຽບຫົວຂອງງູໃຫ້ແຕກໝາຍຄວາມວ່າຢ່າງໃດ?
6 ຫຼັງຈາກນັ້ນ ກຸ່ມຜູ້ຕິດຕາມພະເຍຊູຈຶ່ງໄດ້ມາເຂົ້າໃຈວ່າບົດບັນທຶກຄຳພະຍາກອນຫຼາຍຂໍ້ເຊິ່ງຊີ້ເຖິງພະເຍຊູໄດ້ກາຍເປັນສ່ວນໜຶ່ງຂອງພະຄຳພີທີ່ມີຂຶ້ນຈາກການດົນໃຈ. (ລືກາ 24:27) ເມື່ອເວລາຜ່ານໄປ ຄຳພະຍາກອນເຫຼົ່ານັ້ນກໍປາກົດແຈ້ງຂຶ້ນເລື້ອຍໆວ່າ ພະເຍຊູເປັນຜູ້ສຳຄັນທີ່ສຸດແຫ່ງ “ເຊື້ອສາຍຂອງຜູ້ຍິງ” ເຊິ່ງຈະຢຽບຫົວຂອງງູໃຫ້ແຕກ ຄືການກຳຈັດຊາຕານ. ໂດຍທາງພະເຍຊູ ສິ່ງທັງປວງທີ່ພະເຈົ້າສັນຍາໄວ້ກັບມະນຸດແລະທຸກສິ່ງທີ່ເຮົາມຸ່ງຫວັງໄວ້ຈະສຳເລັດເປັນຈິງ.—2 ໂກລິນໂທ 1:20.
7. ນອກຈາກຫຼັກຖານທີ່ລະບຸຕົວຜູ້ນັ້ນເຊິ່ງຄຳພະຍາກອນຕ່າງໆກ່າວເຖິງແລ້ວ ນັບວ່າເປັນປະໂຫຍດທີ່ເຮົາຈະສຳນຶກເຖິງສິ່ງໃດອີກ?
7 ການຮູ້ເຖິງເລື່ອງນີ້ຄວນຈະເກີດຜົນຕໍ່ເຮົາແນວໃດ? ຄຳພີໄບເບິນກ່າວເຖິງຄົນມອງຊາວເອທິໂອປີຜູ້ໜຶ່ງເຊິ່ງໄດ້ອ່ານບາງສ່ວນໃນຄຳພະຍາກອນຕ່າງໆກ່ຽວກັບຜູ້ໄຖ່ໂທດແລະການສະເດັດມາຂອງພະເມຊີ. ລາວຮູ້ສຶກງົງຈຶ່ງໄດ້ຖາມຟີລິບຜູ້ເຜີຍແພ່ຂ່າວດີວ່າ “ຜູ້ທຳນວາຍໄດ້ກ່າວຄຳນີ້ເຖິງຜູ້ໃດ?” ເມື່ອໄດ້ຄຳຕອບ ຄົນມອງຜູ້ນັ້ນບໍ່ໄດ້ຖືວ່າເລື່ອງຈົບແຕ່ເທົ່ານັ້ນ. ຫຼັງຈາກລາວຕັ້ງໃຈຟັງຟີລິບອະທິບາຍແລ້ວ ຊາຍຜູ້ນັ້ນຈຶ່ງສຳນຶກວ່າ ການຮູ້ຄຸນຄ່າຕໍ່ຄຳພະຍາກອນທີ່ສຳເລັດເປັນຈິງນັ້ນຮຽກຮ້ອງໃຫ້ລາວລົງມືປະຕິບັດ. ລາວເຂົ້າໃຈວ່າຕ້ອງຮັບບັບເຕມາ. (ກິດຈະການ 8:32-38; ເອຊາອີ 53:3-9) ເຮົາຈະກະທຳໃນທຳນອງດຽວກັນບໍ?
8. (ກ) ຄວາມພະຍາຍາມຂອງອັບລາຫາມທີ່ຈະຖວາຍອີຊາກເປັນພາບເລັງເຖິງສິ່ງໃດ? (ຂ) ເຫດໃດພະເຢໂຫວາກ່າວນຳອັບລາຫາມວ່າຊົນທຸກຊາດຈະເຮັດໃຫ້ຕົວເອງໄດ້ພະພອນໂດຍທາງເຊື້ອສາຍ ແລະເລື່ອງນີ້ໝາຍເຖິງຫຍັງສຳລັບເຮົາໃນທຸກມື້ນີ້?
8 ນອກຈາກນັ້ນ ຈົ່ງພິຈາລະນາເຫດການໜ້າປະທັບໃຈທີ່ອັບລາຫາມພະຍາຍາມຖວາຍອີຊາກລູກຊາຍຄົນດຽວຂອງຕົນເຊິ່ງເກີດຈາກນາງຊາລາ. (ຕົ້ນເດີມ 22:1-18) ເລື່ອງນັ້ນເປັນພາບເລັງເຖິງສິ່ງທີ່ພະເຢໂຫວາຈະກະທຳຄືການມອບບຸດທີ່ໄດ້ຮັບກຳເນີດແຕ່ອົງດຽວຂອງພະອົງ ດັ່ງທີ່ກ່າວວ່າ “ພະເຈົ້າໄດ້ຮັກມະນຸດສະໂລກຫຼາຍປານນັ້ນ ຈົນໄດ້ປະທານໃຫ້ພະບຸດອົງດຽວຂອງພະອົງ ເພື່ອຄົນທຸກຄົນທີ່ເຊື່ອໃນພະບຸດນັ້ນຈະບໍ່ຈິບຫາຍ ແຕ່ວ່າຈະມີຊີວິດອັນຕະຫຼອດໄປເປັນນິດ.” (ໂຢຮັນ 3:16) ສິ່ງນີ້ເຮັດໃຫ້ເຮົາໝັ້ນໃຈວ່າຫາກພະເຢໂຫວາໄດ້ປະທານບຸດຊາຍອົງດຽວເພື່ອເຮັດໃຫ້ພະປະສົງສຳເລັດ ພະອົງກໍຈະ “ໂຜດປະທານສິ່ງສາລະພັດໃຫ້ເຮົາທັງຫຼາຍດ້ວຍ.” (ໂລມ 8:32) ແລ້ວເຮົາຈະຕ້ອງເຮັດຫຍັງແດ່? ດັ່ງທີ່ມີບັນທຶກໄວ້ໃນຕົ້ນເດີມ 22:18 ພະເຢໂຫວາກ່າວນຳອັບລາຫາມວ່າ ຊາດຕ່າງໆຈະເຮັດໃຫ້ຕົນເອງໄດ້ພະພອນໂດຍທາງເຊື້ອສາຍ “ເພາະເຫດ [ອັບລາຫາມ] ໄດ້ເຊື່ອຟັງຄວາມ [ພະເຈົ້າ].” ເຮົາກໍເຊັ່ນກັນ ຕ້ອງຟັງພະເຢໂຫວາແລະພະບຸດຂອງພະອົງ ຄືວ່າ “ຜູ້ທີ່ເຊື່ອໃນພະບຸດນັ້ນກໍມີຊີວິດອັນຕະຫຼອດໄປເປັນນິດ ແຕ່ວ່າຜູ້ທີ່ບໍ່ເຊື່ອຟັງພະບຸດນັ້ນກໍຈະບໍ່ເຫັນຊີວິດ ແຕ່ວ່າຄວາມຄຽດຂອງພະເຈົ້າກໍຕັ້ງຢູ່ເທິງຜູ້ນັ້ນ.”—ໂຢຮັນ 3:36.
9. ຖ້າເຮົາຮູ້ຄຸນຄ່າຄວາມຫວັງເລື່ອງຊີວິດຕະຫຼອດໄປເຊິ່ງຈະໄດ້ໂດຍທາງເຄື່ອງບູຊາຂອງພະຄລິດ ເຮົາຈະເຮັດຫຍັງແດ່?
9 ຖ້າເຮົາຮູ້ຄຸນຄ່າຄວາມຫວັງເລື່ອງຊີວິດຕະຫຼອດໄປເຊິ່ງຈະໄດ້ໂດຍທາງເຄື່ອງບູຊາຂອງພະຄລິດ ເຮົາຈະປາຖະໜາທີ່ຈະເຮັດສິ່ງທີ່ພະເຢໂຫວາກ່າວນຳເຮົາໂດຍທາງພະເຍຊູ. ສິ່ງເຫຼົ່ານັ້ນກ່ຽວຂ້ອງຢ່າງໃກ້ຊິດກັບຄວາມຮັກທີ່ເຮົາມີຕໍ່ພະເຈົ້າແລະຕໍ່ເພື່ອນບ້ານ. (ມັດທາຍ 22:37-39) ພະເຍຊູສະແດງວ່າການມີຄວາມຮັກຕໍ່ພະເຢໂຫວາຈະກະຕຸ້ນເຮົາໃຫ້ສອນຄົນອື່ນ “ໃຫ້ຖືຮັກສາສິ່ງທັງປວງທີ່ [ພະເຍຊູ] ໄດ້ສັ່ງໄວ້ແກ່ [ເຮົາທັງຫຼາຍ] ແລ້ວ.” (ມັດທາຍ 28:19, 20) ເຮົາຄວນແບ່ງປັນຄວາມຮັກນີ້ກັບເພື່ອນທີ່ຮັບໃຊ້ພະເຢໂຫວາດ້ວຍກັນໂດຍ “ຊຸມນຸມກັນ” ກັບເຂົາເຈົ້າເປັນປະຈຳ. (ເຫບເລີ 10:25; ຄາລາຊີ 6:10) ນອກຈາກນັ້ນ ໃນການຟັງພະເຈົ້າແລະພະບຸດ ເຮົາບໍ່ຄວນຄິດວ່າພະອົງທັງສອງຮຽກຮ້ອງຄວາມສົມບູນຈາກເຮົາ. ເຫບເລີ 4:15 (ທ.ປ.) ບອກວ່າ ພະເຍຊູໃນຖານະມະຫາປະໂລຫິດໃຫຍ່ “ເຫັນອົກເຫັນໃຈສຳລັບຄວາມອ່ອນແອຂອງພວກເຮົາ.” ຈັ່ງແມ່ນສະບາຍໃຈແທ້ໆໂດຍສະເພາະເມື່ອເຮົາອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຈົ້າໂດຍຜ່ານທາງພະເຍຊູ ເພື່ອຈະເອົາຊະນະຄວາມອ່ອນແອຂອງເຮົາ!—ມັດທາຍ 6:12.
ສະແດງຄວາມເຊື່ອໃນພະຄລິດ
10. ເປັນຫຍັງຄວາມລອດຈຶ່ງເປັນໄປໄດ້ໂດຍທາງພະເຍຊູເທົ່ານັ້ນບໍ່ແມ່ນຜູ້ອື່ນ?
10 ຫຼັງຈາກອັກຄະສາວົກເປໂຕຊີ້ແຈງຕໍ່ສານສູງຂອງຊາວຢິວໃນເມືອງເຢຣຶຊາເລມວ່າ ຄຳພະຍາກອນຂອງຄຳພີໄບເບິນສຳເລັດເປັນຈິງໃນພະເຍຊູແລ້ວ ລາວໄດ້ສະຫລຸບຢ່າງໜັກແໜ້ນວ່າ “ການພົ້ນກໍບໍ່ມີດ້ວຍຜູ້ອື່ນ ເພາະວ່າ ບໍ່ມີນາມຊື່ອື່ນໃຕ້ຟ້າສະຫວັນອັນເປັນທີ່ໂຜດປະທານໃນທ່າມກາງຄົນທັງປວງເພື່ອຈະໃຫ້ເຮົາທັງຫຼາຍໄດ້ພົ້ນ.” (ກິດຈະການ 4:12) ເນື່ອງຈາກລູກຫຼານຂອງອາດາມທັງໝົດເປັນຄົນບາບ ຄວາມຕາຍຂອງເຂົາເຈົ້າຈຶ່ງບໍ່ມີຄ່າພໍຈະເປັນຄ່າໄຖ່ສຳລັບໃຜໄດ້. ແຕ່ພະເຍຊູເປັນມະນຸດສົມບູນ ແລະຊີວິດຂອງພະອົງມີຄ່າພໍທີ່ຈະເປັນຄ່າໄຖ່ໄດ້. (ຄຳເພງ 49:6-9; ເຫບເລີ 2:9) ຄ່າໄຖ່ທີ່ພະອົງຖວາຍແດ່ພະເຈົ້າມີຄ່າເທົ່າທຽມກັບຊີວິດສົມບູນທີ່ອາດາມເຮັດເສຍໄປ. (1 ຕີໂມເຕ 2:5, 6) ຄ່າໄຖ່ນີ້ຈຶ່ງເປີດໂອກາດໃຫ້ເຮົາມີຊີວິດຕະຫຼອດໄປໃນໂລກໃໝ່ຂອງພະເຈົ້າ.
11. ຈົ່ງອະທິບາຍວ່າເຄື່ອງບູຊາຂອງພະເຍຊູອາດເປັນປະໂຫຍດຢ່າງຫຼວງຫຼາຍຕໍ່ເຮົາແນວໃດ.
11 ຄ່າໄຖ່ຍັງເປີດທາງໃຫ້ເຮົາໄດ້ຜົນປະໂຫຍດຢ່າງອື່ນອີກ ແມ່ນແຕ່ຕອນນີ້. ຕົວຢ່າງເຊັ່ນ ແມ່ນວ່າເຮົາເປັນຄົນບາບຢູ່ ຄ່າໄຖ່ຂອງພະເຍຊູທຳໃຫ້ມີທາງເປັນໄປໄດ້ທີ່ເຮົາຈະມີສະຕິຮູ້ສຶກຜິດຊອບທີ່ສະອາດໄດ້. ສິ່ງນີ້ປະສົບຜົນສຳເລັດຫຼາຍຍິ່ງກວ່າຕອນທີ່ຊົນຊາດ ຍິດສະລາເອນຖວາຍສັດເປັນເຄື່ອງບູຊາຕາມຂໍ້ຮຽກຮ້ອງໃນພະບັນຍັດຂອງໂມເຊ. (ກິດຈະການ 13:38, 39; ເຫບເລີ 9:13, 14; 10:22) ຢ່າງໃດກໍດີ ການທີ່ຈະໄດ້ຮັບການອະໄພບາບນັ້ນຂຶ້ນຢູ່ກັບການທີ່ເຮົາຍອມຮັບຢ່າງຈິງໃຈວ່າເຮົາຕ້ອງການຄ່າໄຖ່ຂອງພະເຍຊູຫຼາຍອີ່ຫຼີ “ຖ້າພວກເຮົາກ່າວວ່າ ພວກເຮົາບໍ່ມີບາບ ພວກເຮົາລໍ້ລວງຕົວເອງ ແລະຄວາມຈິງບໍ່ຢູ່ໃນພວກເຮົາ. ຖ້າພວກເຮົາຍອມບາບທັງຫຼາຍຂອງພວກເຮົາ ພະອົງເປັນສັດຊື່ ແລະຊອບທຳຈະໄດ້ໂຜດຍົກບາບໂທດຂອງພວກເຮົາ ແລະຊຳລະລ້າງພວກເຮົາຈາກການບໍ່ຊອບທຳໝົດສິ້ນ.”—1 ໂຢຮັນ 1:8, 9.
12. ເປັນຫຍັງການຈຸ່ມຕົວລົງໃນນ້ຳຈຶ່ງເປັນປັດໄຈສຳຄັນເພື່ອຈະມີສະຕິຮູ້ສຶກຜິດຊອບອັນດີຈຳເພາະພະເຈົ້າ?
12 ຄົນຜິດບາບຈະສະແດງຄວາມເຊື່ອຕໍ່ພະຄລິດແລະເຄື່ອງບູຊາຂອງພະອົງໄດ້ຢ່າງໃດ? ເມື່ອຄົນໃນສະຕະວັດທຳອິດເຂົ້າມາເປັນຜູ້ເຊື່ອຖື ເຂົາເຈົ້າສະແດງໃຫ້ເຫັນເລື່ອງນັ້ນຢ່າງເປີດເຜີຍ. ໂດຍວິທີໃດ? ເຂົາເຈົ້າໄດ້ຮັບບັບເຕມາ. ຍ້ອນຫຍັງ? ຍ້ອນພະເຍຊູໄດ້ບັນຊາໃຫ້ສາວົກຂອງພະອົງທຸກຄົນຕ້ອງຮັບບັບເຕມາ. (ມັດທາຍ 28:19, 20; ກິດຈະການ 8:12; 18:8) ເມື່ອຫົວໃຈຂອງຄົນຜູ້ໜຶ່ງຖືກກະຕຸ້ນຈາກການຈັດຕຽມດ້ວຍຄວາມຮັກຂອງພະເຢໂຫວາໂດຍທາງພະເຍຊູ ລາວກໍຈະບໍ່ລັງເລໃຈ. ລາວຈະປ່ຽນແປງສິ່ງໃດກໍຕາມທີ່ຈຳເປັນຕ້ອງປ່ຽນໃນຊີວິດຂອງຕົນ, ອຸທິດຕົວແດ່ພະເຈົ້າໃນຄຳອະທິດຖານ ແລະສະແດງເຄື່ອງໝາຍການອຸທິດຕົວໂດຍຮັບການຈຸ່ມຕົວລົງໃນນ້ຳ. ໂດຍການສະແດງຄວາມເຊື່ອໃນວິທີນີ້ແຫຼະທີ່ລາວ “ທູນຂໍພະເຈົ້າເພື່ອສະຕິຮູ້ສຶກຜິດຊອບອັນດີ.”—1 ເປໂຕ 3:21, ລ.ມ.
13. ຖ້າເຮົາສຳນຶກວ່າໄດ້ເຮັດບາບ ເຮົາຄວນຈະເຮັດຢ່າງໃດ ແລະຍ້ອນຫຍັງ?
13 ແມ່ນແຕ່ພາຍຫຼັງການຮັບບັບເຕມາແລ້ວ ລັກສະນະຂອງຄວາມຜິດບາບກໍຍັງມີຢູ່. ແລ້ວເຮົາຈະເຮັດຢ່າງໃດ? ອັກຄະສາວົກໂຢຮັນບອກວ່າ “ເຮົາຂຽນຂໍ້ຄວາມນີ້ໃຫ້ແກ່ພວກທ່ານ ເພື່ອທ່ານທັງຫຼາຍຈະບໍ່ກະທຳຜິດ ແລະຖ້າຜູ້ໜຶ່ງຜູ້ໃດກະທຳຜິດແລ້ວ ເຮົາທັງຫຼາຍມີຜູ້ເລົ້າໂລມອົງໜຶ່ງສະຖິດຢູ່ກັບພະບິດາຄືວ່າ ພະເຍຊູຄລິດຜູ້ຊອບທຳ. ແລະພະອົງນັ້ນເປັນຄວາມໄຖ່ໂທດບາບຂອງເຮົາທັງຫຼາຍ.” (1 ໂຢຮັນ 2:1, 2.) ນີ້ໝາຍຄວາມວ່າ ບໍ່ວ່າເຮົາຈະເຮັດບາບແບບໃດກໍຕາມ ຖ້າເຮົາອ້ອນວອນຂໍອະໄພຈາກພະເຈົ້າ ພະອົງກໍຈະໃຫ້ອະໄພບໍ? ບໍ່ເປັນເຊັ່ນນັ້ນສະເໝີໄປ. ປັດໄຈສຳຄັນໃນການໃຫ້ອະໄພກໍຄື ຕ້ອງມີການປະໃຈເກົ່າເອົາໃຈໃໝ່ຢ່າງແທ້ຈິງ. ນອກຈາກນີ້ ອາດຕ້ອງຂໍຄວາມຊ່ວຍເຫຼືອຈາກຜູ້ອາວຸໂສເຊິ່ງມີປະສົບການຫຼາຍກວ່າເຮົາໃນປະຊາຄົມຄລິດສະຕຽນ. ເຮົາເອງຕ້ອງຍອມຮັບຄວາມຜິດທີ່ໄດ້ເຮັດ ຮູ້ສຶກເສຍໃຈອີ່ຫຼີຕໍ່ສິ່ງນັ້ນຈຶ່ງຢາກຕັ້ງໃຈໃໝ່ຢ່າງຈິງຈັງເພື່ອຈະບໍ່ເຮັດຜິດຊ້ຳອີກ. (ກິດຈະການ 3:19; ຢາໂກໂບ 5:13-16) ຖ້າເຮັດເຊັ່ນນັ້ນ ເຮົາຍ່ອມໝັ້ນໃຈໄດ້ໃນຄວາມຊ່ວຍເຫຼືອຂອງພະເຍຊູ ແລະການຟື້ນຟູເຂົ້າສູ່ຖານະອັນເປັນທີ່ໂຜດປານຂອງພະເຢໂຫວາ.
14. (ກ) ຈົ່ງອະທິບາຍວິທີທີ່ເຄື່ອງບູຊາຂອງພະເຍຊູໃຫ້ປະໂຫຍດແກ່ເຮົາ. (ຂ) ຖ້າເຮົາມີຄວາມເຊື່ອຢ່າງແທ້ຈິງ ເຮົາຈະເຮັດຫຍັງ?
14 ເຄື່ອງບູຊາຂອງພະເຍຊູໄດ້ເປີດທາງສູ່ຊີວິດຕະຫຼອດໄປໃນສະຫວັນສຳລັບ “ຝູງນ້ອຍ” ເຊິ່ງເປັນເຊື້ອສາຍອັນດັບຮອງທີ່ກ່າວເຖິງໃນຕົ້ນເດີມ 3:15. (ລືກາ 12:32; ຄາລາຊີ 3:26-29) ເຄື່ອງບູຊານັ້ນຍັງເປີດທາງໃຫ້ມະນຸດຊາດອີກຫຼາຍພັນລ້ານຄົນໄດ້ຮັບຊີວິດຕະຫຼອດໄປໃນອຸທິຍານເທິງແຜ່ນດິນໂລກນີ້. (ຄຳເພງ 37:29; ຄຳປາກົດ 20:11, 12; 21:3, 4) ຊີວິດຕະຫຼອດໄປເປັນ “ຂອງປະທານພະຄຸນແຫ່ງພະເຈົ້າ . . . ດ້ວຍພະຄລິດເຍຊູພະອົງເຈົ້າຂອງພວກເຮົາ.” (ໂລມ 6:23; ເອເຟດ 2:8-10) ຫາກເຮົາມີຄວາມເຊື່ອໃນຂອງປະທານນັ້ນ ແລະຮູ້ຄຸນຄ່າຕໍ່ວິທີທີ່ເຮັດໃຫ້ມີຂອງປະທານນັ້ນ ເຮົາກໍຈະເຮັດໃຫ້ຄວາມເຊື່ອແລະຄວາມຮູ້ຄຸນຄ່າປະຈັກອອກມາ. ເມື່ອເຮົາເຂົ້າໃຈວິທີທີ່ພະເຢໂຫວາໃຊ້ພະເຍຊູເພື່ອເຮັດໃຫ້ພະປະສົງຂອງພະອົງສຳເລັດຢ່າງໜ້າຈັບອົກຈັບໃຈແລະເຫັນຄວາມສຳຄັນທີ່ເຮົາທຸກຄົນຄວນຈະຕິດຕາມບາດກ້າວຂອງພະເຍຊູຢ່າງໃກ້ຊິດ ເຮົາກໍຈະເຮັດໃຫ້ງານຮັບໃຊ້ຝ່າຍຄລິດສະຕຽນເປັນກິດຈະກຳຢ່າງໜຶ່ງເຊິ່ງສຳຄັນທີ່ສຸດໃນຊີວິດຂອງເຮົາ. ຄວາມເຊື່ອຂອງເຮົາຈະປາກົດແຈ້ງຈາກທ່າທີໝັ້ນໃຈຂອງເຮົາເມື່ອເຮົາບອກຄົນອື່ນເລື່ອງຂອງປະທານອັນລ້ຳເລີດນີ້ທີ່ມາຈາກພະເຈົ້າ.—ກິດຈະການ 20:24.
15. ຄວາມເຊື່ອໃນພະເຍຊູກໍ່ໃຫ້ເກີດມີຄວາມເປັນນ້ຳໜຶ່ງໃຈດຽວກັນໄດ້ຢ່າງໃດ?
15 ຄວາມເຊື່ອເຊັ່ນນັ້ນກໍ່ໃຫ້ເກີດຄວາມເປັນນ້ຳໜຶ່ງໃຈດຽວກັນ ເຊິ່ງເປັນຜົນທີ່ດີງາມອີ່ຫຼີ! ຄວາມເຊື່ອນັ້ນຊັກຈູງເຮົາໃຫ້ເຂົ້າໃກ້ຊິດກັບພະເຢໂຫວາ, ກັບພະບຸດຂອງພະອົງ, ແລະກັບຄົນອື່ນໆໃນປະຊາຄົມຄລິດສະຕຽນ. (1 ໂຢຮັນ 3:23, 24) ຄວາມເຊື່ອນັ້ນເຮັດໃຫ້ເຮົາຊົມຊື່ນຍິນດີທີ່ພະເຢໂຫວາກະລຸນາໃຫ້ພະບຸດຂອງພະອົງໄດ້ “ນາມຊື່ອັນໃຫຍ່ກວ່ານາມຊື່ທັງປວງ [ເວັ້ນແຕ່ພະນາມຂອງພະເຈົ້າ] ໃຫ້ແກ່ພະອົງ, ເພື່ອຫົວເຂົ່າທຸກອັນໃນຟ້າສະຫວັນກໍດີ ເທິງແຜ່ນດິນໂລກກໍດີ ໃຕ້ພື້ນດິນກໍດີ ຈະໄດ້ຄູ້ເຂົ່າລົງໃນນາມຊື່ແຫ່ງພະເຍຊູ ແລະເພື່ອລີ້ນທຸກລີ້ນຈະຍອມກ່າວວ່າພະເຍຊູຄລິດເປັນພະອົງເຈົ້າສຳລັບລັດສະໝີແຫ່ງພະເຈົ້າພະບິດາ.”—ຟີລິບ 2:9-11.
ການພິຈາລະນາທົບທວນ
• ເມື່ອພະເມຊີມາປາກົດຕົວ ເປັນຫຍັງຫຼັກຖານລະບຸເຖິງພະອົງຈຶ່ງຊັດເຈນຕໍ່ຜູ້ເຊື່ອພະຄຳຂອງພະເຈົ້າຢ່າງແທ້ຈິງ?
• ເພື່ອສະແດງຄວາມຮູ້ຄຸນຄ່າຕໍ່ເຄື່ອງບູຊາຂອງພະເຍຊູ ເຮົາຄວນເຮັດຫຍັງແດ່?
• ເຄື່ອງບູຊາຂອງພະເຍຊູເປັນປະໂຫຍດຕໍ່ເຮົາໃນທາງໃດຢູ່ແລ້ວ? ນັ້ນຊ່ວຍເຮົາຢ່າງໃດເມື່ອເຮົາອະທິດຖານຂໍໃຫ້ພະເຢໂຫວາຍົກໂທດ?
[ຮູບພາບໜ້າ 36]
ພະເຍຊູບອກສາວົກຂອງພະອົງວ່າ ເຂົາເຈົ້າຄວນສອນຄົນອື່ນໆໃຫ້ປະຕິບັດຕາມຄຳບັນຊາຂອງພະເຈົ້າ