ບົດຫ້າ
ເສລີພາບຂອງຜູ້ນະມັດສະການພະເຢໂຫວາ
1, 2. (ກ) ພະເຈົ້າໄດ້ປະທານເສລີພາບແບບໃດໃຫ້ມະນຸດຄູ່ທຳອິດ? (ຂ) ຈົ່ງກ່າວເຖິງກົດເກນບາງຢ່າງທີ່ຄວບຄຸມຊີວິດການເປັນຢູ່ຂອງອາດາມແລະເອວາ.
ເມື່ອພະເຢໂຫວາສ້າງຊາຍຍິງຄູ່ທຳອິດ ເຂົາເຈົ້າມີເສລີພາບຫຼາຍກວ່າເສລີພາບໃດໆທີ່ມະນຸດມີໃນປັດຈຸບັນ. ບ້ານຂອງເຂົາເຈົ້າແມ່ນສວນເອເດນ ອຸທິຍານທີ່ສວຍງາມ. ບໍ່ມີຄວາມເຈັບປ່ວຍມາທຳລາຍຊີວິດທີ່ມີຄວາມເພີດເພີນ ເນື່ອງຈາກເຂົາເຈົ້າມີຈິດໃຈແລະຮ່າງກາຍທີ່ສົມບູນ. ຄວາມຕາຍບໍ່ໄດ້ລໍຖ້າເຂົາເຈົ້າດັ່ງທີ່ລໍຖ້າທຸກຄົນນັບຕັ້ງແຕ່ສະໄໝນັ້ນມາຈົນປັດຈຸບັນ. ນອກຈາກນັ້ນ ເຂົາເຈົ້າບໍ່ຄືກັບຫຸ່ນຍົນ ແຕ່ມີເຈດຈຳນົງເສລີທີ່ເປັນຂອງປະທານອັນດີເລີດ ນັ້ນແມ່ນຄວາມສາມາດໃນການຕັດສິນໃຈດ້ວຍຕົນເອງ. ຢ່າງໃດກໍຕາມ ເພື່ອຈະມີເສລີພາບອັນພິເສດນີ້ ເຂົາເຈົ້າຕ້ອງນັບຖືກົດໝາຍຕ່າງໆຂອງພະເຈົ້າ.
2 ຍົກຕົວຢ່າງ ໃຫ້ເຮົາພິຈາລະນາເບິ່ງກົດເກນທາງຮ່າງກາຍທີ່ພະເຈົ້າໄດ້ກຳນົດໄວ້. ເຖິງແມ່ນວ່າ ກົດເກນເຫຼົ່ານີ້ອາດຈະບໍ່ໄດ້ເປັນລາຍລັກອັກສອນກໍຕາມ ແຕ່ມີການສ້າງອາດາມແລະເອວາພ້ອມດ້ວຍຄວາມຮູ້ສຶກວ່າເປັນເລື່ອງປົກກະຕິທີ່ຕ້ອງເຊື່ອຟັງກົດເກນເຫຼົ່ານັ້ນ. ຄວາມຮູ້ສຶກຢາກອາຫານເປັນສັນຍານວ່າຈຳເປັນຕ້ອງກິນ; ເມື່ອຢາກນ້ຳກໍຈຳເປັນຕ້ອງດື່ມ; ເມື່ອຕາເວັນຕົກດິນກໍຈຳເປັນຕ້ອງນອນ. ພະເຢໂຫວາຍັງມອບໝາຍວຽກໃຫ້ເຂົາເຈົ້າເຮັດນຳອີກ. ແທ້ຈິງ ວຽກງານທີ່ເຂົາເຈົ້າໄດ້ຮັບມອບໝາຍນັ້ນກໍແມ່ນກົດໝາຍອີກຢ່າງໜຶ່ງ ເພາະວ່າມັນຈະຄວບຄຸມແນວທາງການປະຕິບັດຂອງເຂົາເຈົ້າ. ເຂົາເຈົ້າຈະຕ້ອງໃຫ້ກຳເນີດລູກ, ຄວບຄຸມເບິ່ງແຍງຫຼາກຫຼາຍຊີວິດທີ່ມີຢູ່ເທິງແຜ່ນດິນໂລກ, ແລະຂະຫຍາຍເຂດອຸທິຍານອອກໄປໃຫ້ທົ່ວແຜ່ນດິນໂລກ. (ຕົ້ນເດີມ 1:28; 2:15) ຖືວ່າເປັນກົດໝາຍທີ່ປະຕິບັດໄດ້ຢ່າງສະດວກໃຈແລະເປັນປະໂຫຍດແທ້ໆ! ກົດເກນເຫຼົ່ານີ້ເຮັດໃຫ້ເຂົາເຈົ້າມີວຽກທີ່ພາໃຫ້ອີ່ມອົກອີ່ມໃຈອີ່ຫຼີ ເຊິ່ງເປີດໂອກາດໃຫ້ເຂົາເຈົ້າໃຊ້ຄວາມສາມາດໃນແນວທາງທີ່ເປັນປະໂຫຍດຢ່າງເຕັມທີ. ນອກຈາກນັ້ນ ເຂົາເຈົ້າຍັງມີເສລີພາບຫຼາຍພໍທີ່ຈະຕັດສິນໃຈເອົາເອງໃນວິທີທີ່ຈະປະຕິບັດງານມອບໝາຍນັ້ນ. ຄົນເຮົາຈະປາຖະໜາສິ່ງໃດຫຼາຍກວ່ານີ້ອີກ?
3. ອາດາມແລະເອວາຈະຮຽນຮູ້ວິທີໃຊ້ເສລີພາບໃນການຕັດສິນໃຈຢ່າງສຸຂຸມໄດ້ຢ່າງໃດ?
3 ແນ່ນອນ ເມື່ອອາດາມແລະເອວາໄດ້ຮັບສິດທິພິເສດໃຫ້ຕັດສິນໃຈດ້ວຍຕົນເອງ ນັ້ນບໍ່ໄດ້ໝາຍຄວາມວ່າການຕັດສິນໃຈໃດໆກໍຕາມຈະເກີດຜົນດີສະເໝີ. ເສລີພາບໃນການຕັດສິນໃຈນັ້ນຕ້ອງເຮັດພາຍໃນຂອບເຂດແຫ່ງກົດໝາຍແລະຫຼັກການຂອງພະເຈົ້າ. ເຂົາເຈົ້າຈະຮຽນຮູ້ສິ່ງເຫຼົ່ານີ້ໄດ້ແນວໃດ? ໂດຍການຟັງພະຜູ້ສ້າງຂອງຕົນແລະໂດຍການສັງເກດເບິ່ງຜົນງານຕ່າງໆຂອງພະອົງ. ພະເຈົ້າໃຫ້ອາດາມແລະເອວາມີສະຕິປັນຍາທີ່ຈຳເປັນເພື່ອໃຫ້ເຂົາເຈົ້າຮູ້ຈັກນຳໃຊ້ສິ່ງທີ່ໄດ້ຮຽນຮູ້ຜ່ານມາ. ເນື່ອງຈາກມີການສ້າງທັງສອງໃຫ້ເປັນຄົນສົມບູນ ເມື່ອທຳການຕັດສິນໃຈ ຄວາມໂນ້ມອຽງຕາມທຳມະຊາດຂອງເຂົາເຈົ້າຈະສະທ້ອນເຖິງຄຸນລັກສະນະຂອງພະເຈົ້າ. ໃນຕົວຈິງແລ້ວ ເຂົາເຈົ້າຄວນຈະໃສ່ໃຈໃນການສະທ້ອນຄຸນລັກສະນະນັ້ນ ຖ້າຮູ້ຄຸນຄ່າຢ່າງແທ້ຈິງຕໍ່ສິ່ງທີ່ພະເຈົ້າໄດ້ກະທຳເພື່ອເຂົາເຈົ້າແລະຖ້າຕ້ອງການເຮັດໃຫ້ພະອົງພໍໃຈ.—ຕົ້ນເດີມ 1:26, 27; ໂຢຮັນ 8:29.
4. (ກ) ການຫ້າມອາດາມແລະເອວາບໍ່ໃຫ້ກິນໝາກໄມ້ຈາກຕົ້ນໄມ້ຕົ້ນໜຶ່ງນັ້ນ ເຮັດໃຫ້ເຂົາເຈົ້າຂາດເສລີພາບບໍ? (ຂ) ເປັນຫຍັງສິ່ງນັ້ນຈຶ່ງເປັນຂໍ້ຮຽກຮ້ອງທີ່ເໝາະສົມ?
4 ໃນຖານະເປັນຜູ້ປະທານຊີວິດ ນັບວ່າສົມຄວນແລ້ວທີ່ພະເຈົ້າເລືອກຈະທົດລອງເບິ່ງຄວາມເຫຼື້ອມໃສ ແລະຄວາມຈິງໃຈທີ່ທັງສອງມີຕໍ່ພະອົງເຊິ່ງຈະຢູ່ພາຍໃນຂອບເຂດທີ່ພະອົງກຳນົດໄວ້. ພະເຢໂຫວາສັ່ງໄວ້ກັບອາດາມວ່າ “ໝາກໄມ້ທຸກຢ່າງໃນສວນນີ້ ເຈົ້າກິນໄດ້. ແຕ່ວ່າແຕ່ຕົ້ນໄມ້ແຫ່ງຄວາມຮູ້ການດີແລະຊົ່ວ ເຈົ້າຢ່າຊູກິນ ເຫດວ່າໃນວັນໃດເຈົ້າຫາກກິນແຕ່ໝາກນັ້ນ ເຈົ້າຈະຕາຍໄປເປັນແທ້.” (ຕົ້ນເດີມ 2:16, 17) ຫຼັງຈາກທີ່ສ້າງເອວາແລ້ວ ລາວກໍຮັບຮູ້ກົດໝາຍຂໍ້ນີ້ຄືກັນ. (ຕົ້ນເດີມ 3:2, 3) ຂໍ້ຈຳກັດນີ້ເຮັດໃຫ້ເຂົາເຈົ້າຂາດເສລີພາບບໍ? ບໍ່ໄດ້ຂາດເລີຍ. ເຂົາເຈົ້າທັງສອງຍັງມີອາຫານລົດແຊບຫຼາຍຊະນິດຢ່າງອຸດົມສົມບູນທີ່ຈະກິນໄດ້ໂດຍບໍ່ຕ້ອງກິນໝາກໄມ້ຈາກຕົ້ນນັ້ນ. (ຕົ້ນເດີມ 2:8, 9) ດັ່ງນັ້ນ ຈຶ່ງເໝາະສົມທີ່ເຂົາເຈົ້າຈະຍອມຮັບວ່າແຜ່ນດິນໂລກເປັນຂອງພະເຈົ້າ ເນື່ອງຈາກພະອົງໄດ້ສ້າງສິ່ງເຫຼົ່ານັ້ນ. ສະນັ້ນ ພະອົງຈຶ່ງມີສິດຈະວາງກົດໝາຍຕ່າງໆໃຫ້ສອດຄ່ອງກັບພະປະສົງຂອງພະອົງ ແລະເປັນປະໂຫຍດແກ່ມະນຸດຊາດນຳອີກ.—ຄຳເພງ 24:1, 10.
5. (ກ) ອາດາມແລະເອວາສູນເສຍເສລີພາບອັນດີເລີດຂອງເຂົາເຈົ້າຢ່າງໃດ? (ຂ) ສິ່ງໃດເຂົ້າມາແທນເສລີພາບທີ່ອາດາມກັບເອວາເຄີຍມີ ແລະພວກເຮົາໄດ້ຮັບຜົນກະທົບຢ່າງໃດ?
5 ເຖິງຢ່າງນັ້ນກໍຕາມ ເກີດຫຍັງຂຶ້ນ? ໂດຍໄດ້ຮັບການກະຕຸ້ນຈາກຄວາມທະເຍີທະຍານອັນເຫັນແກ່ຕົວ ທູດສະຫວັນອົງໜຶ່ງຈຶ່ງໃຊ້ເຈດຈຳນົງເສລີຂອງຕົນໃນທາງຜິດ ແລ້ວກໍໄດ້ກາຍເປັນຊາຕານເຊິ່ງໝາຍເຖິງ “ຜູ້ຕໍ່ຕ້ານ.” ມັນຫຼອກລວງນາງເອວາໂດຍໃຫ້ຄຳຮັບຮອງກັບລາວກ່ຽວກັບເລື່ອງທີ່ຂັດກັບພະປະສົງຂອງພະເຈົ້າ. (ຕົ້ນເດີມ 3:4, 5) ອາດາມໄດ້ຮ່ວມມືກັບເອວາໃນການລະເມີດກົດໝາຍຂອງພະເຈົ້າ. ໂດຍການສວຍເອົາສິ່ງທີ່ບໍ່ເປັນຂອງຕົນ ເຂົາເຈົ້າຈຶ່ງໄດ້ສູນເສຍເສລີພາບອັນດີເລີດນັ້ນໄປ. ບາບກາຍເປັນນາຍຂອງເຂົາເຈົ້າ ໃນທີ່ສຸດຄວາມຕາຍກໍມາຖືກເຂົາເຈົ້າດັ່ງທີ່ພະເຈົ້າໄດ້ເຕືອນໄວ້ແລ້ວ. ສິ່ງທີ່ທັງສອງເຫຼືອໄວ້ໃຫ້ກັບລູກຫຼານແມ່ນບາບ ເຊິ່ງເຫັນໄດ້ຈາກຄວາມໂນ້ມອຽງທີ່ຈະເຮັດຜິດເຊິ່ງຕິດຕົວມາແຕ່ເກີດ. ນອກຈາກນັ້ນ ບາບຍັງກໍ່ໃຫ້ເກີດຄວາມອ່ອນແອທີ່ພາໃຫ້ມີຄວາມເຈັບປ່ວຍ ຄວາມເຖົ້າແກ່ແລະຄວາມຕາຍ. ຄວາມໂນ້ມອຽງໃນການກະທຳຜິດທີ່ຖືກກະຕຸ້ນຈາກອຳນາດຊັກຈູງຂອງຊາຕານໄດ້ເຮັດໃຫ້ສັງຄົມມະນຸດເຕັມໄປດ້ວຍປະຫວັດຂອງຄວາມກຽດຊັງ, ອາດຊະຍາກຳ, ການກົດຂີ່, ແລະສົງຄາມທີ່ລ່າເອົາຊີວິດຄົນນັບເປັນລ້ານໆຊີວິດ. ຈັ່ງແມ່ນຕ່າງກັນອີ່ຫຼີ ເມື່ອທຽບກັບເສລີພາບແຕ່ເດີມທີ່ພະເຈົ້າໄດ້ປະທານໃຫ້ແກ່ມະນຸດຊາດ!—ພະບັນຍັດ 32:4, 5; ໂຢບ 14:1, 2; ໂລມ 5:12; ຄຳປາກົດ 12:9.
ບ່ອນທີ່ຈະພົບເສລີພາບ
6. (ກ) ເສລີພາບແທ້ຈະພົບໄດ້ຢູ່ບ່ອນໃດ? (ຂ) ພະເຍຊູກ່າວເຖິງເສລີພາບແບບໃດ?
6 ເມື່ອຄຳນຶງເຖິງສະພາບການທີ່ຊົ່ວຮ້າຍເຊິ່ງມີຢູ່ທຸກຫົນທຸກແຫ່ງໃນປັດຈຸບັນ ບໍ່ແປກທີ່ຄົນເຮົາຢາກຈະມີເສລີພາບຫຼາຍຂຶ້ນ. ເຖິງແນວນັ້ນກໍຕາມ ຈະໄດ້ເສລີພາບແທ້ຈາກບ່ອນໃດ? ພະເຍຊູກ່າວວ່າ “ຖ້າພວກທ່ານຕັ້ງໝັ້ນຄົງຢູ່ໃນພະຄຳຂອງເຮົາ ທ່ານເປັນລູກສິດອັນແທ້ຂອງເຮົາ. ແລະພວກທ່ານຈະຮູ້ຈັກຄວາມຈິງແລະຄວາມຈິງຈະໄຖ່ທ່ານໃຫ້ພົ້ນຈາກເປັນທາດ.” (ໂຢຮັນ 8:31, 32) ເສລີພາບແບບນີ້ບໍ່ແມ່ນສິ່ງທີ່ຜູ້ຄົນຫວັງຈະໄດ້ເມື່ອພວກເຂົາປະຕິເສດຜູ້ປົກຄອງຄົນໜຶ່ງຫຼືຮູບແບບການປົກຄອງແບບໜຶ່ງເພື່ອເຂົ້າຂ້າງອີກຝ່າຍໜຶ່ງ. ແທນທີ່ຈະເປັນແນວນັ້ນ ເສລີພາບນີ້ເຈາະເຂົ້າເຖິງແກ່ນແທ້ຂອງບັນຫາມະນຸດ. ເສລີພາບທີ່ພະເຍຊູກ່າວເຖິງແມ່ນການທີ່ຈະພົ້ນຈາກການເປັນທາດຂອງບາບ. (ໂຢຮັນ 8:24, 34-36) ດັ່ງນັ້ນ ຖ້າຄົນຜູ້ໜຶ່ງເຂົ້າມາເປັນສາວົກແທ້ຂອງພະເຍຊູຄລິດ ເຂົາເຈົ້າຈະປະສົບການປ່ຽນແປງໃນຊີວິດຢ່າງເຫັນໄດ້ຊັດເຈນ ນັ້ນແຫຼະເປັນການປົດປ່ອຍທີ່ແທ້ຈິງ!
7. (ກ) ໃນປັດຈຸບັນເຮົາສາມາດມີເສລີພາບທີ່ພົ້ນຈາກບາບໃນຄວາມໝາຍໃດ? (ຂ) ເພື່ອຈະມີເສລີພາບແບບນັ້ນ ເຮົາຕ້ອງເຮັດແນວໃດ?
7 ນັ້ນບໍ່ໄດ້ໝາຍຄວາມວ່າໃນຕອນນີ້ຄລິດສະຕຽນແທ້ບໍ່ຮູ້ສຶກເຖິງຜົນສະທ້ອນຂອງຄວາມໂນ້ມອຽງທີ່ຈະເຮັດຜິດບາບເຊິ່ງຕິດຕົວມາແຕ່ເກີດ. ເນື່ອງຈາກບາບທີ່ໄດ້ຮັບສືບທອດມາ ຄລິດສະຕຽນຈຶ່ງຍັງຕ້ອງຕໍ່ສູ້ກັບຄວາມໂນ້ມອຽງນີ້ຢູ່. (ໂລມ 7:21-25) ຢ່າງໃດກໍດີ ຫາກຄົນຜູ້ໜຶ່ງດຳເນີນຊີວິດສອດຄ່ອງກັບຄຳສອນຂອງພະເຍຊູຢ່າງແທ້ຈິງ ຄົນນັ້ນຈະບໍ່ເປັນທາດຂອງບາບອີກຕໍ່ໄປ. ບາບຈະບໍ່ເປັນຄືຜູ້ຜະເດັດການເຊິ່ງອອກຄຳສັ່ງໃຫ້ຄົນນັ້ນຫຼັບຫູຫຼັບຕາເຊື່ອຟັງອີກຕໍ່ໄປ. ລາວຈະບໍ່ຈົມຢູ່ກັບຊີວິດທີ່ຂາດຈຸດມຸ່ງໝາຍແລະສະຕິຮູ້ສຶກຜິດຊອບທີ່ບໍ່ດີ. ລາວຈະມີສະຕິຮູ້ສຶກຜິດຊອບທີ່ສະອາດຕໍ່ພະເຈົ້າເນື່ອງຈາກບາບໃນອະດີດໄດ້ຮັບການໃຫ້ອະໄພໂດຍອາໄສຄວາມເຊື່ອໃນເຄື່ອງບູຊາໄຖ່ຂອງພະຄລິດ. ຄວາມໂນ້ມອຽງທີ່ຈະເຮັດບາບອາດພະຍາຍາມຄອບງຳຢູ່ ແຕ່ເມື່ອລາວບໍ່ຍອມຈຳນົນ ຍ້ອນນຶກເຖິງຄຳສອນຂອງພະຄລິດທີ່ເນັ້ນໃຫ້ສະອາດ ລາວສະແດງໃຫ້ເຫັນວ່າບາບບໍ່ແມ່ນນາຍຢູ່ເໜືອຕົນເອງອີກຕໍ່ໄປ.—ໂລມ 6:12-17.
8. (ກ) ຫຼັກການຄລິດສະຕຽນແທ້ເຮັດໃຫ້ເຮົາມີເສລີພາບແບບໃດແດ່? (ຂ) ເຮົາຄວນຈະມີທັດສະນະຕໍ່ເຈົ້າໜ້າທີ່ບ້ານເມືອງແນວໃດ?
8 ຈົ່ງພິຈາລະນາເສລີພາບທີ່ເຮົາມີໃນຖານະເປັນຄລິດສະຕຽນ. ເຮົາໄດ້ຮັບການປົດປ່ອຍຈາກຜົນກະທົບຂອງຫຼັກຄຳສອນປອມ, ຈາກການຍຶດຕິດຢູ່ກັບການເຊື່ອໂຊກລາງ, ແລະຈາກການເປັນທາດຂອງບາບ. ຄວາມຈິງອັນແຈ່ມແຈ້ງເລື່ອງສະພາບຂອງຄົນຕາຍແລະການກັບຄືນມາຈາກຕາຍໄດ້ເຮັດໃຫ້ເຮົາພົ້ນຈາກການຢ້ານຄວາມຕາຍແບບບໍ່ມີເຫດຜົນ. ການຮູ້ຈັກວ່າໃນອີກບໍ່ດົນລາຊະອານາຈັກທີ່ຊອບທຳຂອງພະເຈົ້າຈະມາເຮັດໜ້າທີ່ແທນການປົກຄອງຂອງມະນຸດທີ່ບໍ່ສົມບູນນັ້ນເຮັດໃຫ້ເຮົາພົ້ນຈາກຄວາມໝົດຫວັງ. (ດານຽນ 2:44; ມັດທາຍ 6:10) ເຖິງຢ່າງນັ້ນກໍຕາມ ເສລີພາບແບບນີ້ບໍ່ແມ່ນແນວຈະໃຊ້ເປັນຂໍ້ອ້າງເພື່ອຈະບໍ່ນັບຖືເຈົ້າໜ້າທີ່ບ້ານເມືອງແລະກົດໝາຍຂອງລັດ.—ຕິໂຕ 3:1, 2; 1 ເປໂຕ 2:16, 17.
9. (ກ) ເນື່ອງດ້ວຍຄວາມຮັກ ພະເຢໂຫວາຊ່ວຍມະນຸດເຮົາໃຫ້ມີເສລີພາບຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ຢ່າງໃດໃນຕອນນີ້? (ຂ) ເຮົາຈະຕັດສິນໃຈຢ່າງສຸຂຸມໄດ້ແນວໃດ?
9 ພະເຢໂຫວາບໍ່ໄດ້ປ່ອຍໃຫ້ເຮົາລອງຄົ້ນຫາວິທີດຳເນີນຊີວິດທີ່ດີທີ່ສຸດດ້ວຍຕົນເອງ. ພະອົງຮູ້ໂຄງສ້າງຂອງເຮົາ, ຮູ້ສິ່ງທີ່ຈະເຮັດໃຫ້ເຮົາອີ່ມໃຈພໍໃຈຢ່າງແທ້ຈິງ, ແລະຮູ້ສິ່ງທີ່ຈະເປັນປະໂຫຍດອັນຖາວອນສຳລັບເຮົາ. ນອກຈາກນັ້ນ ພະອົງຍັງຮູ້ຈັກຄວາມຄິດແລະການປະພຶດຂອງມະນຸດທີ່ສາມາດທຳລາຍສາຍສຳພັນຂອງຄົນຜູ້ໜຶ່ງທີ່ມີກັບພະອົງແລະກັບເພື່ອນມະນຸດ ເຊິ່ງບາງເທື່ອອາດເຖິງຂັ້ນກີດກັນບໍ່ໃຫ້ຄົນນັ້ນເຂົ້າສູ່ໂລກໃໝ່. ດ້ວຍຄວາມຮັກ ພະເຢໂຫວາບອກໃຫ້ເຮົາຮູ້ສິ່ງເຫຼົ່ານີ້ທັງໝົດໂດຍທາງຄຳພີໄບເບິນແລະອົງການທີ່ເຫັນໄດ້ຂອງພະອົງ. (ມາລະໂກ 13:10; ຄາລາຊີ 5:19-23; 1 ຕີໂມເຕ 1:12, 13) ດັ່ງນັ້ນ ເປັນຄວາມຮັບຜິດຊອບຂອງເຮົາເອງທີ່ຈະໃຊ້ເຈດຈຳນົງເສລີເຊິ່ງເປັນຂອງປະທານຈາກພະເຈົ້າໃນວິທີທີ່ເຮົາຕັດສິນໃຈໃນເລື່ອງຕ່າງໆ. ບໍ່ຄືກັບອາດາມ ຫາກເຮົາເອົາໃຈໃສ່ສິ່ງທີ່ຂຽນໄວ້ໃນຄຳພີໄບເບິນ ເຮົາຈະທຳການຕັດສິນໃຈຢ່າງສຸຂຸມຮອບຄອບ. ເຮົາຈະພິສູດໃຫ້ເຫັນວ່າສາຍສຳພັນທີ່ດີກັບພະເຢໂຫວາຄືສິ່ງທີ່ເຮົາເປັນຫ່ວງທີ່ສຸດໃນຊີວິດຂອງເຮົາ.
ຄວາມຕ້ອງການເສລີພາບອີກແບບໜຶ່ງ
10. ພະຍານພະເຢໂຫວາບາງຄົນຂົນຂວາຍຫາເສລີພາບແບບໃດ?
10 ບາງເທື່ອ ໄວຮຸ່ນລາງຄົນທີ່ເປັນພະຍານພະເຢໂຫວາລວມທັງຜູ້ໃຫຍ່ບາງຄົນ ອາດຮູ້ສຶກວ່າເຂົາເຈົ້າຕ້ອງການເສລີພາບອີກແບບໜຶ່ງ. ໂລກນີ້ອາດຈະເບິ່ງຄືງົດງາມເປັນຕາດຶງດູດໃຈ ແລະແຮ່ງຄິດເຖິງເລື່ອງນີ້ຫຼາຍທໍ່ໃດ ກໍແຮ່ງປາຖະໜາທີ່ຈະເຮັດສິ່ງທີ່ບໍ່ສົມຄວນສຳລັບຄລິດສະຕຽນເຊິ່ງໂລກພາກັນນິຍົມເຮັດຫຼາຍທໍ່ນັ້ນ. ຄົນເຫຼົ່ານີ້ອາດບໍ່ຕັ້ງໃຈຈະໃຊ້ຢາໃນທາງຜິດ, ດື່ມເຫຼົ້າເກີນກຳນົດ, ຫຼືເຮັດຜິດປະເວນີ. ແຕ່ເຂົາເຈົ້າເລີ່ມຄົບຫາກັບລາງຄົນທີ່ບໍ່ໄດ້ເປັນຄລິດສະຕຽນແທ້ ແລະຢາກເປັນທີ່ນິຍົມຊົມຊອບຂອງຄົນເຫຼົ່ານັ້ນ. ຊ້ຳບໍ່ຫນຳ ເຂົາເຈົ້າອາດຈະເລີ່ມຕົ້ນຮຽນເອົາຄຳເວົ້າແລະການປະພຶດຂອງຄົນເຫຼົ່ານັ້ນນຳອີກ.—3 ໂຢຮັນ 11.
11. ລາງເທື່ອການລໍ້ໃຈໃຫ້ກະທຳຜິດແມ່ນມາຈາກໃສ?
11 ບາງເທື່ອ ການລໍ້ໃຈໃຫ້ກະທຳຜິດຕໍ່ຫຼັກການຄລິດສະຕຽນແມ່ນມາຈາກຄົນທີ່ອ້າງວ່າເປັນຜູ້ຮັບໃຊ້ພະເຢໂຫວາ. ນັ້ນເປັນສິ່ງທີ່ເກີດຂຶ້ນກັບຄລິດສະຕຽນບາງຄົນໃນຍຸກທຳອິດ ແລະອາດຈະເກີດຂຶ້ນໄດ້ຄືກັນໃນທຸກມື້ນີ້. ຄົນເຫຼົ່ານີ້ຕ້ອງການເຮັດສິ່ງທີ່ຕົນຮູ້ສຶກພໍໃຈຢູ່ສະເໝີ ແຕ່ວ່າການກະທຳເຫຼົ່ານັ້ນຂັດກັບກົດໝາຍຂອງພະເຈົ້າ. ເຂົາເຈົ້າຊັກຊວນຄົນອື່ນໃຫ້ມາ “ມ່ວນຊື່ນ” ນຳກັນ ໂດຍ ‘ປະຕິຍານວ່າຈະໃຫ້ພົ້ນຈາກການເປັນທາດ ແຕ່ວ່າເຂົາເອງ ຍັງເປັນທາດຂອງຄວາມເປື່ອຍເນົ່າ.’—2 ເປໂຕ 2:19.
12. ການປະພຶດທີ່ບໍ່ເປັນໄປຕາມກົດແລະຫຼັກການຂອງພະເຈົ້າຈະເກີດຜົນອັນໜ້າເສົ້າຢ່າງໃດແດ່?
12 ເສລີພາບທີ່ກ່າວມານັ້ນມັກຈະສົ່ງຜົນກະທົບໃນທາງທີ່ຊົ່ວຮ້າຍສະເໝີ ເພາະວ່ານັ້ນໝາຍເຖິງການລະເມີດກົດໝາຍຂອງພະເຈົ້າ. ຕົວຢ່າງເຊັ່ນ ການລັກລອບໄດ້ເສຍກັນອາດຈະເຮັດໃຫ້ອາລົມປັ່ນປ່ວນ, ຕິດເຊື້ອ, ມີລູກໂດຍບໍ່ຕ້ອງການ, ເສຍຊີວິດ, ແລະອາດຈະເຮັດໃຫ້ຄູ່ຜົວເມຍແຕກແຍກກັນ. (1 ໂກລິນໂທ 6:18; 1 ເທຊະໂລນີກ 4:3-8) ການໃຊ້ຢາໃນທາງຜິດອາດເຮັດໃຫ້ຮູ້ສຶກໃຈຮ້າຍໄວ, ເວົ້າບໍ່ແຈ້ງ, ວິນຫົວ, ມົວຕາ, ຫາຍໃຈບໍ່ສະດວກ, ປະສາດຫຼອນ, ແລະຄວາມຕາຍ. ການເສບຢາເຮັດໃຫ້ຕິດຢາເຊິ່ງອາດຈະພາໄປສູ່ການກະທຳທີ່ຜິດກົດໝາຍເພື່ອຈະໄດ້ເງິນມາຊື້ຢາອີກ. ການໃຊ້ເຫຼົ້າໃນທາງຜິດກໍ່ໃຫ້ເກີດຜົນກະທົບຄ້າຍໆກັນ. (ສຸພາສິດ 23:29-35) ຜູ້ທີ່ປະພຶດແບບນັ້ນອາດຄິດວ່າ ເຂົາເຈົ້າມີອິດສະຫຼະ ແຕ່ພໍເມື່ອຮູ້ຕົວກໍຊ້າເກີນໄປ ເນື່ອງຈາກເຂົາເຈົ້າໄດ້ຕົກເຂົ້າສູ່ການເປັນທາດຂອງບາບ. ບາບເປັນນາຍທີ່ໂຫດຮ້າຍອີ່ຫຼີ! ການຄິດເອົາຄວາມຈິງໃນເລື່ອງດັ່ງກ່າວຕັ້ງແຕ່ຕອນນີ້ ຈະຊ່ວຍປ້ອງກັນເຮົາຈາກປະສົບການແບບທີ່ກໍ່ຄວາມເສຍຫາຍ.—ຄາລາຊີ 6:7, 8.
ຕົ້ນເຫດຂອງບັນຫາ
13. (ກ) ຄວາມປາຖະໜາທີ່ນຳພາໄປສູ່ບັນຫາມັກຈະຖືກປຸກເຮົ້າຂຶ້ນມາຢ່າງໃດ? (ຂ) ເພື່ອເຂົ້າໃຈວ່າ “ການທີ່ຈະຄົບຫາກັນກັບຄົນຊົ່ວ” ເປັນຢ່າງໃດ ເຮົາຈຳເປັນຕ້ອງມີທັດສະນະຂອງໃຜ? (ຄ) ຂະນະຕອບຄຳຖາມຕ່າງໆໃນທ້າຍຂອງວັກ 13 ຈົ່ງເນັ້ນເຖິງທັດສະນະຂອງພະເຢໂຫວາ.
13 ລອງຄິດເຖິງຕົ້ນເຫດຂອງບັນຫາສ່ວນຫຼາຍເບິ່ງ. ຄຳພີໄບເບິນອະທິບາຍດັ່ງນີ້: “ຄົນທຸກຄົນຖືກທົດລອງແລ້ວ ເມື່ອຄວາມຄຶດຢາກໄດ້ [“ຄວາມປາຖະໜາ,” ທ.ປ.] ຂອງຕົນຊັກຊວນແລະຍຸຍົວະຕົນເອງ. ແລະເມື່ອໄດ້ປະຕິສົນແລ້ວ ຄວາມຄຶດຢາກໄດ້ນັ້ນບັງເກີດການຜິດ [“ບາບ,” ທ.ປ.] ແລະເມື່ອການຜິດນັ້ນກະທຳເສັດແລ້ວ ກໍໃຫ້ບັງເກີດຄວາມຕາຍ.” (ຢາໂກໂບ 1:14, 15) ຄວາມປາຖະໜານັ້ນໄດ້ຖືກປຸກເຮົ້າຂຶ້ນມາຢ່າງໃດ? ໂດຍສິ່ງທີ່ເຂົ້າໄປໃນຈິດໃຈ. ນີ້ມັກຈະເປັນຜົນມາຈາກການຄົບຫາກັບຄົນທີ່ບໍ່ໄດ້ນຳໃຊ້ຫຼັກການຂອງຄຳພີໄບເບິນ. ທີ່ຈິງ ເຮົາທຸກຄົນຮູ້ວ່າເຮົາຄວນຫຼີກລ້ຽງ “ການຄົບຫາສະມາຄົມທີ່ບໍ່ດີ.” (1 ໂກລິນໂທ 15:33, ລ.ມ.) ຖ້າເຊັ່ນນັ້ນ ການຄົບຫາແບບໃດທີ່ຖືວ່າບໍ່ດີ? ພະເຢໂຫວາມີທັດສະນະຢ່າງໃດຕໍ່ເລື່ອງນີ້? ການຫາເຫດຜົນຈາກຄຳຖາມຕ່າງໆຕໍ່ໄປນີ້ແລະການຄົ້ນເບິ່ງຂໍ້ຄວາມໃນຂໍ້ພະຄຳພີທີ່ອ້າງເຖິງ ຄົງຈະຊ່ວຍເຮົາໃຫ້ລົງຄວາມເຫັນທີ່ຖືກຕ້ອງໄດ້.
ການທີ່ບາງຄົນເບິ່ງຄືເປັນຕາໜ້ານັບຖືໝາຍຄວາມວ່າການຄົບຫາກັບເຂົາເຈົ້າຈະເກີດຜົນດີບໍ? (ຕົ້ນເດີມ 34:1, 2, 18, 19)
ເນື້ອໃນການສົນທະນາຫຼືບາງທີການເວົ້າຕະຫຼົກຂອງເຂົາເຈົ້າ ອາດຈະເປັນສິ່ງບົ່ງບອກໄດ້ບໍວ່າເຮົາຄວນເຂົ້າພົວພັນກັບເຂົາເຈົ້າຢ່າງສະໜິດສະໜົມຫຼືບໍ່? (ເອເຟດ 5:3, 4)
ພະເຢໂຫວາຮູ້ສຶກຢ່າງໃດຖ້າເຮົາເລືອກທີ່ຈະຄົບຫາຢ່າງສະໜິດສະໜົມກັບຄົນທີ່ບໍ່ຮັກພະອົງ? (2 ຂ່າວຄາວ 19:1, 2)
ເຖິງວ່າເຮົາອາດຈະເຮັດວຽກຫຼືຮຽນໜັງສືນຳກັນກັບຄົນທີ່ບໍ່ມີຄວາມເຊື່ອແບບດຽວກັບເຮົາກໍຕາມ ເປັນຫຍັງເຮົາຈຶ່ງຕ້ອງໄດ້ລະວັງ? (1 ເປໂຕ 4:3, 4)
ການເບິ່ງໂທລະພາບແລະໜັງ, ການໃຊ້ອິນເຕີເນັດ, ການອ່ານປຶ້ມເລື່ອງຕ່າງໆ, ວາລະສານ, ແລະໜັງສືພິມ ລ້ວນແຕ່ເປັນການຄົບຫາກັບຄົນອື່ນ. ໃນສື່ຕ່າງໆເຫຼົ່ານີ້ ມີເລື່ອງທີ່ກ່ຽວຂ້ອງກັບຫຍັງແດ່ທີ່ເຮົາຈຳເປັນຕ້ອງໄດ້ລະວັງ? (ສຸພາສິດ 3:31; ເອຊາອີ 8:19; ເອເຟດ 4:17-19)
ການເລືອກຄົບຫາສະມາຄົມຂອງເຮົາບອກສິ່ງໃດແກ່ພະເຢໂຫວາໃນເລື່ອງທາດແທ້ຂອງເຮົາ? (ຄຳເພງ 26:1, 4, 5; 97:10)
14. ຄົນທີ່ເອົາຄຳແນະນຳຈາກພະຄຳຂອງພະເຈົ້າໄປໃຊ້ຢ່າງສັດຊື່ໃນເວລານີ້ຈະມີເສລີພາບທີ່ວິເສດແບບໃດ?
14 ສິ່ງທີ່ຢູ່ຕໍ່ໜ້າເຮົາບໍ່ໄກຄືໂລກໃໝ່ຂອງພະເຈົ້າ. ໂດຍທາງລາຊະອານາຈັກຝ່າຍສະຫວັນຂອງພະເຈົ້າ ມະນຸດຊາດຈະໄດ້ຮັບການປົດປ່ອຍຈາກອິດທິພົນຂອງຊາຕານແລະລະບົບຊົ່ວຮ້າຍທັງສິ້ນຂອງມັນ. ຜົນກະທົບຈາກບາບຈະຄ່ອຍໆຖືກກຳຈັດອອກໄປຈາກມະນຸດຊາດທີ່ເຊື່ອຟັງເທື່ອລະໜ້ອຍ ເຊິ່ງຈະກໍ່ໃຫ້ເກີດຄວາມສົມບູນທັງທາງຈິດໃຈແລະທາງຮ່າງກາຍ ເພື່ອເຮົາຈະຊື່ນຊົມກັບຊີວິດຕະຫຼອດໄປໃນອຸທິຍານ. ສິ່ງຕ່າງໆທີ່ພະເຈົ້າໄດ້ສ້າງໄວ້ຈະມີຄວາມເພີດເພີນຍິນດີກັບເສລີພາບເຊິ່ງປະສານເຂົ້າຢ່າງເຕັມທີກັບ “ພະວິນຍານຂອງພະເຢໂຫວາ” ໃນທີ່ສຸດ. (2 ໂກລິນໂທ 3:17, ລ.ມ.) ຫາກຈະສ່ຽງກັບການສູນເສຍສິ່ງເຫຼົ່ານີ້ຍ້ອນການບໍ່ເອົາໃຈໃສ່ຕໍ່ຄຳແນະນຳຈາກພະຄຳຂອງພະເຈົ້າໃນຕອນນີ້ ຖືວ່າມີເຫດຜົນບໍ? ໂດຍການດຳເນີນຕາມເສລີພາບແບບຄລິດສະຕຽນຢ່າງມີສະຕິປັນຍາ ໃນຕອນນີ້ ຂໍໃຫ້ເຮົາທຸກໆຄົນສະແດງອອກຢ່າງຊັດເຈນວ່າ ສິ່ງທີ່ເຮົາຕ້ອງການແທ້ໆຄື “ເສລີພາບອັນສະຫງ່າງາມແຫ່ງບຸດທັງຫຼາຍຂອງພະເຈົ້າ.”—ໂລມ 8:21, ລ.ມ.
ການພິຈາລະນາທົບທວນ
• ມະນຸດຄູ່ທຳອິດມີເສລີພາບແບບໃດ? ເມື່ອປຽບທຽບເສລີພາບນັ້ນກັບເສລີພາບທີ່ມະນຸດຊາດກຳລັງມີຢູ່ໃນຕອນນີ້ ຈະເຫັນວ່າມີຄວາມແຕກຕ່າງກັນຢ່າງໃດ?
• ຄລິດສະຕຽນແທ້ມີເສລີພາບແບບໃດ? ສິ່ງນັ້ນແຕກຕ່າງກັນຢ່າງໃດກັບສິ່ງທີ່ໂລກຖືວ່າເປັນເສລີພາບ?
• ເປັນຫຍັງຈຶ່ງເປັນເລື່ອງສຳຄັນອີ່ຫຼີທີ່ຈະຫຼີກລ້ຽງການຄົບຫາສະມາຄົມທີ່ບໍ່ດີ? ບໍ່ຄືກັບອາດາມ ເຮົາຄວນຈະຍອມຮັບການຕັດສິນໃຈຂອງໃຜໃນເລື່ອງທີ່ວ່າສິ່ງໃດບໍ່ດີ?
[ຮູບພາບໜ້າ 46]
ພະຄຳຂອງພະເຈົ້າເຕືອນວ່າ “ຢ່າຖືກຫຼອກລວງ. ການຄົບຫາສະມາຄົມທີ່ບໍ່ດີເຮັດໃຫ້ນິດໄສດີເສຍໄປ”