ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 4 ໜ້າ 16-ໜ້າ 17 ຂໍ້ 2
  • ຄວາມ​ໃຈ​ຮ້າຍ​ເຮັດ​ໃຫ້​ຂ້າ​ຄົນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄວາມ​ໃຈ​ຮ້າຍ​ເຮັດ​ໃຫ້​ຂ້າ​ຄົນ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ລູກຊາຍທີ່ດີ ແລະລູກຊາຍທີ່ບໍ່ດີ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 4 ໜ້າ 16-ໜ້າ 17 ຂໍ້ 2
ກາອິນ​ໃຈ​ຮ້າຍ​ຕອນ​ທີ່​ອາເບັນ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ພະ​ເຢໂຫວາ

ບົດ​ທີ 4

ຄວາມ​ໃຈ​ຮ້າຍ​ເຮັດ​ໃຫ້​ຂ້າ​ຄົນ

ຫຼັງ​ຈາກ​ອາດາມ​ກັບ​ເອວາ​ຖືກ​ໄລ່​ອອກ​ຈາກ​ສວນ​ເອເດັນ ເຂົາເຈົ້າ​ມີ​ລູກ​ຫຼາຍ​ຄົນ. ລູກ​ຊາຍ​ຜູ້​ທຳອິດ​ຊື່​ກາອິນ​ເປັນ​ຊາວ​ໄຮ່​ຊາວນາ ແລະ​ລູກ​ຊາຍ​ຜູ້​ທີ​ສອງ​ຊື່​ອາເບັນ​ເປັນ​ຄົນ​ລ້ຽງ​ແກະ.

ມີ​ມື້​ໜຶ່ງ​ກາອິນ​ແລະ​ອາເບັນ​ໄດ້​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ພະ​ເຢໂຫວາ. ເຈົ້າ​ຮູ້​ບໍ​ເຄື່ອງ​ບູຊາ​ແມ່ນ​ຫຍັງ? ເຄື່ອງ​ບູຊາ​ແມ່ນ​ຂອງຂວັນ​ພິເສດ​ທີ່​ມອບ​ໃຫ້​ພະເຈົ້າ. ພະ​ເຢໂຫວາ​ມັກ​ເຄື່ອງ​ບູຊາ​ຂອງ​ອາເບັນ ແຕ່​ບໍ່​ມັກ​ເຄື່ອງ​ບູຊາ​ຂອງ​ກາອິນ. ນີ້​ຈຶ່ງ​ເຮັດ​ໃຫ້​ກາອິນ​ໃຈ​ຮ້າຍ​ຫຼາຍ​ແລະ​ຄຽດ​ແຮງ. ພະ​ເຢໂຫວາ​ໄດ້​ເຕືອນ​ກາອິນ​ວ່າ​ຄວາມ​ໃຈ​ຮ້າຍ​ອາດ​ເຮັດ​ໃຫ້​ລາວ​ເຮັດ​ສິ່ງ​ທີ່​ບໍ່​ດີ ແຕ່​ລາວ​ກໍ​ບໍ່​ຟັງ.

ກາອິນ​ເວົ້າ​ກັບ​ອາເບັນ​ວ່າ: ‘ພວກ​ເຮົາ​ໄປ​ຫຼິ້ນ​ຢູ່​ທົ່ງ​ນຳ​ກັນ​ເນາະ.’ ຕອນ​ທີ່​ເຂົາເຈົ້າ​ຢູ່​ນຳ​ກັນ​ສອງ​ຄົນ ກາອິນ​ກໍ​ໄດ້​ຕີ​ແລະ​ຂ້າ​ອາເບັນ​ນ້ອງ​ຊາຍ​ຂອງ​ລາວ. ພະ​ເຢໂຫວາ​ຈະ​ຈັດການ​ເລື່ອງ​ນີ້​ແນວ​ໃດ? ພະ​ເຢໂຫວາ​ໄດ້​ລົງໂທດ​ກາອິນ​ໂດຍ​ໃຫ້​ລາວ​ໄປ​ຢູ່​ບັກ​ໄກໆ​ຈາກ​ຄອບຄົວ​ແລະ​ບໍ່​ໃຫ້​ກັບ​ມາ​ອີກ​ເລີຍ.

ກາອິນ​ຍ່າງ​ໄປ​ຫາ​ອາເບັນ​ຢູ່​ທົ່ງ

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເຮົາ​ອາດ​ເລີ່ມ​ຮູ້ສຶກ​ໃຈ​ຮ້າຍ​ຖ້າ​ສິ່ງ​ຕ່າງໆ​ບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ເຮົາ​ຄິດ. ຖ້າ​ເຮົາ​ເລີ່ມ​ຮູ້ສຶກ​ໃຈ​ຮ້າຍ​ຫຼື​ຖ້າ​ມີ​ໃຜ​ມາ​ເຕືອນ​ເຮົາ​ຍ້ອນ​ເຫັນ​ວ່າ​ເຮົາ​ກຳລັງ​ໃຈ​ຮ້າຍ ເຮົາ​ກໍ​ຕ້ອງ​ຟ້າວ​ແກ້ໄຂ​ແລະ​ຄວບຄຸມ​ອາລົມ​ຂອງ​ເຮົາ​ກ່ອນ​ທີ່​ມັນ​ຈະ​ຄວບຄຸມ​ເຮົາ.

ຍ້ອນ​ອາເບັນ​ຮັກ​ພະ​ເຢໂຫວາ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພະ​ເຢໂຫວາ​ຈະ​ບໍ່​ລືມ​ລາວ ແລະ​ເພິ່ນ​ຈະ​ປຸກ​ລາວ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ​ຕອນ​ທີ່​ເພິ່ນ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ສວນ​ອຸທິຍານ.

“ໃຫ້​ວາງ​ເຄື່ອງ​ບູຊາ​ນັ້ນ​ໄວ້​ຢູ່​ຕໍ່​ໜ້າ​ແທ່ນ​ແລະ​ໄປ​ຄືນດີ​ກັບ​ຜູ້​ນັ້ນ​ກ່ອນ ແລ້ວ​ຈຶ່ງ​ກັບ​ມາ​ເອົາ​ເຄື່ອງ​ບູຊາ​ນັ້ນ​ໃຫ້​ພະເຈົ້າ.”—ມັດທາຍ 5:24

ຄຳ​ຖາມ: ລູກ​ຜູ້​ທຳອິດ​ແລະ​ຜູ້​ທີ​ສອງ​ຂອງ​ອາດາມ​ກັບ​ເອວາ​ຊື່​ຫຍັງ? ເປັນ​ຫຍັງ​ກາອິນ​ຈຶ່ງ​ຂ້າ​ນ້ອງ​ຊາຍ​ຂອງ​ໂຕເອງ?

ປະຖົມມະການ 4:1-12; ເຮັບເຣີ 11:4; 1 ໂຢຮັນ 3:11, 12

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌