ບົດທີ 5
ເຮືອໂນອາ
ຕໍ່ມາ ໂລກນີ້ກໍມີຄົນຫຼາຍຂຶ້ນ ແຕ່ຄົນສ່ວນຫຼາຍເປັນຄົນຊົ່ວ. ແມ່ນແຕ່ທູດສະຫວັນບາງອົງກໍຍັງຊົ່ວ ເຂົາເຈົ້າຖິ້ມບ່ອນຢູ່ໃນສະຫວັນແລະລົງມາຢູ່ໂລກ. ເຈົ້າຮູ້ບໍວ່າເປັນຫຍັງເຂົາເຈົ້າຄືເຮັດຈັ່ງຊັ້ນ? ກໍຍ້ອນວ່າເຂົາເຈົ້າຢາກມີຮ່າງກາຍຄືກັບມະນຸດແລະຢາກແຕ່ງດອງກັບຜູ້ຍິງ.
ທູດສະຫວັນເຫຼົ່ານັ້ນກັບພວກຜູ້ຍິງໄດ້ມີລູກຊາຍນຳກັນ. ລູກຊາຍຂອງເຂົາເຈົ້າໃຫຍ່ຂຶ້ນມາເປັນຄົນທີ່ແຂງແຮງຫຼາຍແລະມີນິດໄສມັກຂົ່ມເຫງ ເຂົາເຈົ້າຈຶ່ງມັກທຳຮ້າຍຄົນອື່ນ. ພະເຢໂຫວາປ່ອຍໃຫ້ເປັນແບບນີ້ຕໍ່ໄປບໍ່ໄດ້ ເພິ່ນຈຶ່ງຕັດສິນໃຈວ່າຈະທຳລາຍຄົນຊົ່ວທັງໝົດໂດຍໃຫ້ນ້ຳມາຖ້ວມໂລກ.
ແຕ່ມີຜູ້ຊາຍຄົນໜຶ່ງບໍ່ຄືກັບຄົນເຫຼົ່ານັ້ນ. ລາວຮັກພະເຢໂຫວາ ລາວຊື່ວ່າໂນອາ. ລາວມີເມຍຄົນໜຶ່ງ ແລະລູກຊາຍ 3 ຄົນຄື: ເຊມ ຮາມ ແລະຢາເຟດ. ລູກທັງສາມຄົນນີ້ມີເມຍແລ້ວ. ພະເຢໂຫວາບອກໃຫ້ໂນອາສ້າງເຮືອໃຫຍ່ລຳໜຶ່ງເພື່ອລາວກັບຄອບຄົວຈະລອດຊີວິດຈາກນ້ຳຖ້ວມໂລກ. ເຮືອລຳນີ້ເປັນເຮືອໄມ້ ມີຮູບຊົງຄືກັບກ່ອງສີ່ລ່ຽມຂະໜາດໃຫຍ່ທີ່ລອຍນ້ຳໄດ້. ພະເຢໂຫວາຍັງບອກໂນອາໃຫ້ເອົາສັດຕ່າງໆເຂົ້າໄປໃນເຮືອນຳເພື່ອພວກມັນຈະລອດຊີວິດຄືກັນ.
ໂນອາເລີ່ມສ້າງເຮືອທັນທີ. ລາວກັບຄອບຄົວໃຊ້ເວລາສ້າງເຮືອລຳນີ້ປະມານ 50 ປີ. ເຂົາເຈົ້າສ້າງເຮືອຕາມແບບທີ່ພະເຢໂຫວາບອກທຸກຢ່າງ. ໃນລະຫວ່າງນັ້ນໂນອາກໍໄປເຕືອນຄົນອື່ນໆເລື່ອງນ້ຳຈະຖ້ວມໂລກນຳ ແຕ່ກໍບໍ່ມີໃຜຟັງລາວຈັກຄົນ.
ສຸດທ້າຍກໍຮອດເວລາແລ້ວທີ່ຈະເຂົ້າໄປໃນເຮືອ. ໃຫ້ເຮົາມາເບິ່ງນຳກັນວ່າຫຼັງຈາກນີ້ຊິມີຫຍັງເກີດຂຶ້ນ.
“ສະໄໝຂອງໂນອາເປັນແນວໃດ ການມາຂອງລູກມະນຸດກໍຈະເປັນແນວນັ້ນ.”—ມັດທາຍ 24:37