ບົດທີ 29
ພະເຢໂຫວາເລືອກໂຢຊວຍ
ໂມເຊເປັນຜູ້ນຳຊາດອິດສະຣາເອນມາຫຼາຍປີແລະຕອນນີ້ລາວກໍໃກ້ຈະຕາຍແລ້ວ. ພະເຢໂຫວາບອກລາວວ່າ: ‘ເຈົ້າຈະບໍ່ໄດ້ພາພວກອິດສະຣາເອນເຂົ້າໄປໃນແຜ່ນດິນທີ່ເຮົາສັນຍາ ແຕ່ເຮົາຈະໃຫ້ເຈົ້າເຫັນແຜ່ນດິນນັ້ນ.’ ໂມເຊຂໍໃຫ້ພະເຢໂຫວາເລືອກຜູ້ນຳຄົນໃໝ່ເພື່ອຈະເບິ່ງແຍງປະຊາຊົນຂອງເພິ່ນ. ແລ້ວພະເຢໂຫວາກໍບອກໂມເຊວ່າ: ‘ໄປຫາໂຢຊວຍແລະບອກລາວວ່າລາວຈະເປັນຜູ້ນຳຄົນຕໍ່ໄປ.’
ໂມເຊບອກຄົນອິດສະຣາເອນວ່າລາວໃກ້ຈະຕາຍແລ້ວ ແລະພະເຢໂຫວາໄດ້ເລືອກໂຢຊວຍໃຫ້ເປັນຜູ້ພາເຂົາເຈົ້າເຂົ້າໄປໃນແຜ່ນດິນທີ່ພະເຈົ້າສັນຍາ. ແລ້ວໂມເຊກໍເວົ້າກັບໂຢຊວຍວ່າ: ‘ຢ່າຊູ່ຢ້ານ ພະເຢໂຫວາຈະຊ່ວຍເຈົ້າ.’ ບໍ່ດົນຫຼັງຈາກນັ້ນ ໂມເຊໄດ້ຂຶ້ນໄປຈອມພູເນໂບບ່ອນທີ່ພະເຢໂຫວາໃຫ້ລາວເຫັນແຜ່ນດິນທີ່ເພິ່ນສັນຍາວ່າຈະໃຫ້ອັບຣາຮາມ ອີຊາກ ແລະຢາໂຄບ. ແລ້ວໂມເຊກໍຕາຍຕອນອາຍຸໄດ້ 120 ປີ.
ພະເຢໂຫວາບອກໂຢຊວຍວ່າ: ‘ໃຫ້ຂ້າມແມ່ນ້ຳຈໍແດນແລະເຂົ້າໄປໃນແຜ່ນດິນການາອານ. ເຮົາຈະຊ່ວຍເຈົ້າຄືກັບທີ່ເຄີຍຊ່ວຍໂມເຊ. ເຈົ້າຕ້ອງອ່ານກົດໝາຍຂອງເຮົາທຸກມື້. ບໍ່ຕ້ອງຢ້ານ ຂໍໃຫ້ກ້າຫານ ແລະເຮັດຕາມທີ່ເຮົາບອກເຈົ້າທຸກຢ່າງ.’
ໂຢຊວຍສົ່ງຜູ້ສອດແນມ 2 ຄົນໄປເມືອງເຢຣິໂກ. ບົດຕໍ່ໄປຈະເວົ້າກ່ຽວກັບເຫດການທີ່ເກີດຂຶ້ນໃນເມືອງນັ້ນ. ຕອນທີ່ຜູ້ສອດແນມກັບມາ ເຂົາເຈົ້າບອກໂຢຊວຍວ່າ: ‘ຕອນນີ້ເໝາະສົມແລ້ວທີ່ຈະເຂົ້າໄປໃນການາອານ ເພາະຄົນທີ່ຢູ່ແຜ່ນດິນນັ້ນຢ້ານພວກເຮົາຈົນໂຕສັ່ນ.’ ມື້ຕໍ່ມາ ໂຢຊວຍກໍບອກພວກອິດສະຣາເອນໃຫ້ຍ້າຍຄ້າຍພັກ. ລາວໃຫ້ປະໂລຫິດຫາມຫີບສັນຍາຍ່າງອອກໜ້າປະຊາຊົນໄປແມ່ນ້ຳຈໍແດນ. ຕອນນັ້ນ ນ້ຳໃນແມ່ນ້ຳຈໍແດນຂຶ້ນສູງຈົນລົ້ນຕາຝັ່ງ ແຕ່ທັນທີທີ່ຕີນຂອງປະໂລຫິດຢຽບນ້ຳ ນ້ຳກໍເຊົາໄຫຼແລະແຫ້ງລົງ! ພວກປະໂລຫິດລົງໄປຢືນຢູ່ກາງແມ່ນ້ຳແລະຢືນຢູ່ຫັ້ນຈົນກວ່າພວກອິດສະຣາເອນຈະຂ້າມໄປໝົດທຸກຄົນ. ການອັດສະຈັນເທື່ອນີ້ຄືຊິເຮັດໃຫ້ເຂົາເຈົ້າຄິດເຖິງສິ່ງທີ່ພະເຢໂຫວາເຄີຍເຮັດຢູ່ທະເລແດງແທ້ໆ.
ຫຼັງຈາກຢູ່ບ່ອນກັນດານມາຫຼາຍປີ ໃນທີ່ສຸດພວກອິດສະຣາເອນກໍໄດ້ເຂົ້າໄປໃນແຜ່ນດິນທີ່ພະເຈົ້າສັນຍາ. ເຂົາເຈົ້າສາມາດສ້າງເຮືອນແລະສ້າງເມືອງຕ່າງໆ ສາມາດປູກພືດຜັກ ເຮັດໄຮ່ເຮັດນາ ເຮັດສວນໝາກລະແຊັງ ແລະສວນໝາກໄມ້ໄດ້. ແຜ່ນດິນນີ້ອຸດົມສົມບູນຫຼາຍ ມີນ້ຳນົມແລະນ້ຳເຜີ້ງຫຼາຍ.
“ພະເຢໂຫວາຈະນຳໜ້າພວກເຈົ້າສະເໝີ ແລະເຖິງວ່າພວກເຈົ້າຢູ່ໃນແຜ່ນດິນທີ່ແຫ້ງແລ້ງ ພວກເຈົ້າຈະມີສິ່ງຈຳເປັນທຸກຢ່າງ.”—ເອຊາຢາ 58:11