ບົດ 9
ຊີວິດໃນໄວເດັກຂອງພະເຍຊູ
ເມື່ອພະເຍຊູພວມໃຫຍ່ຂຶ້ນໃນເມືອງນາຊາເລດ ເມືອງນັ້ນເປັນເມືອງນ້ອຍບໍ່ມີຄວາມສຳຄັນປານໃດ. ເມືອງນັ້ນຕັ້ງຢູ່ໃນແຖບເນີນເຂົາໃນເຂດຄາລິເລ ບໍ່ໄກຈາກຫຸບເຂົາຢີເຊເອນທີ່ສວຍງາມ.
ເມື່ອພະເຍຊູອາຍຸປະມານສອງຂວບ ໂຍເຊບແລະມາລີໄດ້ພາພະອົງອອກຈາກເອຢີບມາຢູ່ທີ່ນີ້ ຕອນນັ້ນເບິ່ງຄືວ່າພະອົງເປັນບຸດຄົນດຽວຂອງມາລີ. ເປັນຢ່າງນີ້ບໍ່ດົນ. ຕໍ່ມາມາລີໄດ້ເກີດຍາໂກໂບ, ໂຍເຊບ, ຊີໂມນ, ແລະຢູດາ ແລະຍັງມີບຸດສາວດ້ວຍ. ໃນທີ່ສຸດພະເຍຊູມີນ້ອງຊາຍແລະນ້ອງສາວຢ່າງໜ້ອຍຫົກຄົນ.
ພະເຍຊູມີຍາດພີ່ນ້ອງອື່ນໆ ຄືກັນ. ເຮົາຮູ້ຈັກໂຍຮັນແລ້ວ ເປັນລູກພີ່ລູກນ້ອງທີ່ອາຍຸຫຼາຍກວ່າພະອົງ ຜູ້ເຊິ່ງຢູ່ຫ່າງອອກໄປຫຼາຍກິໂລແມັດໃນຢູເດ. ແຕ່ຜູ້ຢູ່ໃກ້ກວ່າໃນຄາລິເລແມ່ນຊະໂລເມ ຜູ້ເຊິ່ງອາດຈະເປັນນ້ອງສາວຂອງມາລີ. ຊະໂລເມແຕ່ງດອງກັບເຊເບເດ ດັ່ງນັ້ນລູກຊາຍສອງຄົນຂອງເຂົາ ຍາໂກໂບແລະໂຍຮັນ ຄົງເປັນລູກພີ່ລູກນ້ອງຂອງພະເຍຊູ. ເຮົາບໍ່ຮູ້ວ່າຕອນທີ່ພວມໃຫຍ່ຢູ່ນັ້ນ ພະເຍຊູໃຊ້ເວລາຢູ່ກັບເດັກຊາຍເຫຼົ່ານີ້ດົນປານໃດ ແຕ່ໃນຕອນຫຼັງພວກເຂົາກາຍເປັນເພື່ອນສະໜິດກັນ.
ໂຍເຊບຕ້ອງເຮັດວຽກໜັກເພື່ອຈູນເຈືອຄອບຄົວທີ່ມີຈຳນວນຄົນເພີ່ມຂຶ້ນ. ເຂົາເປັນຊ່າງໄມ້. ໂຍເຊບເບິ່ງແຍງພະເຍຊູຄືເປັນລູກຄີງໆ ຂອງຕົນ ດັ່ງນັ້ນພະເຍຊູຖືກຮຽກວ່າ “ລູກແຫ່ງຜູ້ຊ່າງໄມ້.” ໂຍເຊບສອນພະເຍຊູໃຫ້ເປັນຊ່າງໄມ້ຄືກັນ ແລະພະອົງຮຽນໄດ້ດີ. ນັ້ນເປັນເຫດທີ່ຕໍ່ມາຄົນອື່ນກ່າວເຖິງພະເຍຊູວ່າຜູ້ນີ້ “ເປັນຜູ້ຊ່າງໄມ້.”
ວິຖີຊີວິດໃນຄອບຄົວໂຍເຊບຮ່ວມຈຸດຢູ່ທີ່ການນະມັດສະການພະເຈົ້າ. ປະສານກັບບັນຍັດຂອງພະເຈົ້າ ໂຍເຊບແລະມາລີສັ່ງສອນສິ່ງຝ່າຍວິນຍານໃຫ້ລູກຂອງຕົນ “ເມື່ອນັ່ງຢູ່ເຮືອນ ແລະເມື່ອທຽວທາງແລະເມື່ອນອນແລະເມື່ອລຸກແຕ່ນອນ.” ໃນເມືອງນາຊາເລດມີໂຮງທຳ ແລະເຮົາແນ່ໃຈໄດ້ວ່າ ໂຍເຊບພາຄອບຄົວຂອງເຂົາໄປຮ່ວມນະມັດສະການຢູ່ຫັ້ນເປັນປະຈຳ. ແຕ່ບໍ່ຕ້ອງສົງໄສ ພວກເຂົາປະສົບຄວາມຍິນດີທີ່ສຸດ ເມື່ອໄດ້ເດີນທາງໄປທີ່ພະວິຫານຂອງພະເຢໂຫວາໃນເມືອງເຢຣຶຊາເລມເປັນປະຈຳ. ມັດທາຽ 13:55, 56; 27:56; ມາລະໂກ 15:40; 6:3; ພະບັນຍັດ 6:6-9.
▪ ພະເຍຊູມີນ້ອງຊາຍແລະນ້ອງສາວຢ່າງໜ້ອຍຈັກຄົນ? ຈົ່ງບອກຊື່ລາງຄົນ.
▪ ລູກພີ່ລູກນ້ອງສາມຄົນຂອງພະເຍຊູເຊິ່ງເປັນທີ່ຮູ້ຈັກກັນດີມີໃຜແດ່?
▪ ພະເຍຊູເຮັດອາຊີບແບບໃດ ແລະຍ້ອນຫຍັງ?
▪ ໂຍເຊບຈັດຫາໃຫ້ຄຳສັ່ງສອນອັນໃດທີ່ສຳຄັນຫຼາຍຕໍ່ຄອບຄົວຂອງເຂົາ?