ບົດ 32
ສິ່ງທີ່ຖືກຕ້ອງໃນວັນຊະບາໂຕຄືຫຍັງ?
ໃນວັນຊະບາໂຕອີກເທື່ອໜຶ່ງ ພະເຍຊູເດີນທາງໄປທີ່ໂຮງທຳບ່ອນໜຶ່ງໃກ້ທະເລຄາລິເລ. ຊາຍມືຂວາລີບຄົນໜຶ່ງຢູ່ຫັ້ນດ້ວຍ. ພວກສະໝຽນແລະຟາລິຊຽນເຝົ້າເບິ່ງວ່າພະເຍຊູຈະປົວເຂົາຫຼືບໍ່. ໃນທີ່ສຸດເຂົາຈຶ່ງຖາມວ່າ “ທີ່ຈະກະທຳໃຫ້ດີພະຍາດໃນວັນຊະບາໂຕສົມຄວນຫຼື”?
ຫົວໜ້າສາສະໜາຢິວເຊື່ອວ່າການປິ່ນປົວພະຍາດໃນວັນຊະບາໂຕຖືກຕ້ອງກໍຕໍ່ເມື່ອຊີວິດຢູ່ໃນຂັ້ນອັນຕະລາຍເທົ່ານັ້ນ. ຕົວຢ່າງ ເຂົາສອນວ່າບໍ່ສົມຄວນທີ່ຈະຈັດໃຫ້ກະດູກເຂົ້າທີ່ຫຼືເອົາຜ້າພັນສ່ວນທີ່ພິກ. ດັ່ງນັ້ນ ພວກສະໝຽນແລະຟາລິຊຽນສໍ້ຖາມພະເຍຊູເພື່ອຈະຫາເລື່ອງໃສ່ຮ້າຍພະອົງ.
ແຕ່ພະເຍຊູຮູ້ທັນການສໍ້ຫາເຫດຜົນຂອງເຂົາ. ໃນເວລາດຽວກັນ ພະອົງເຂົ້າໃຈວ່າເຂົາມີທັດສະນະເຄັ່ງເກີນໄປ ເຊິ່ງບໍ່ເປັນໄປຕາມຫຼັກພະຄຳພີ ກ່ຽວກັບສິ່ງທີ່ຖືວ່າລະເມີດຂໍ້ຫ້າມເລື່ອງການເຮັດວຽກໃນວັນຊະບາໂຕ. ດ້ວຍເຫດນີ້ ພະເຍຊູຈຶ່ງຈັດສາກການປະຈັນໜ້າ ໂດຍສັ່ງຊາຍມືລີບວ່າ “ຈົ່ງລຸກຂຶ້ນຢູ່ທ່າມກາງນີ້ເທີ້ນ.”
ແລ້ວພະເຍຊູຫຼຽວໄປທາງພວກສະໝຽນແລະພວກຟາລິຊຽນກ່າວວ່າ “ໃນພວກທ່ານ ຜູ້ໃດມີແພະ [ແກະ] ຕົວດຽວແລະແພະ [ແກະ] ນັ້ນຈະຕົກຂຸມໃນວັນຊະບາໂຕ ຜູ້ນັ້ນຈະບໍ່ໄປເອົາແພະ [ແກະ] ຕົວນັ້ນ ແລະຍໍອອກເສຍຫຼື”? ເນື່ອງຈາກແກະນັ້ນເປັນຄືເງິນທີ່ລົງທຶນ ເຂົາຄົງບໍ່ປ່ອຍມັນຄ້າງໃນຂຸມຈົນເຖິງອີກມື້ໜຶ່ງ ເຊິ່ງອາດຈະເຮັດໃຫ້ມັນປ່ວຍແລະເຂົາຈະຂາດທຶນ. ນອກນັ້ນ ພະຄຳພີກ່າວວ່າ “ຄົນດີເປັນຫ່ວງນຳຝູງສັດຂອງຕົນ.” (ທ.ປ.)
ດ້ວຍການຍົກເອົາຕົວຢ່າງມາທຽບ ພະເຍຊູກ່າວຕໍ່ໄປວ່າ “ຄົນຜູ້ໜຶ່ງປະເສີດກວ່າແພະ [ແກະ] ຕົວໜຶ່ງມາກເທົ່າໃດ. ເຫດສັນນີ້ ສົມຄວນຈະກະທຳການດີໃນວັນຊະບາໂຕ.” ຫົວໜ້າສາສະໜາບໍ່ສາມາດຫັກລ້າງເຫດຜົນທີ່ຖືກຕ້ອງ ແລະຄວາມເມດຕາເຊັ່ນນັ້ນໄດ້ ເຂົາຈຶ່ງມິດຢູ່.
ດ້ວຍຄວາມຄຽດ ພ້ອມທັງຄວາມທຸກໃຈກັບຄວາມແຂງກະດ້າງອັນໂງ່ຂອງພວກເຂົາ ພະເຍຊູເບິ່ງໄປຮອບໆ. ແລ້ວພະອົງບອກຊາຍນັ້ນວ່າ “ຈົ່ງຢຽດມືອອກເທີ້ນ.” ລາວໄດ້ຢຽດມືອອກແລະມືນັ້ນໄດ້ດີເປັນປົກກະຕິ.
ແທນທີ່ເຂົາຈະຍິນດີກັບມືຂອງຊາຍທີ່ຫາຍດີ ພວກຟາລິຊຽນໄດ້ອອກໄປທັນທີເພື່ອຮ່ວມກັບພັກພວກຂອງເຫໂລດໃນການຫາທາງຂ້າພະເຍຊູ. ພັກການເມືອງນີ້ປາກົດວ່າມີພວກຊາດຶເຊເອນເປັນສະມາຊິກຢູ່ນຳ. ຕາມປົກກະຕິ ພັກການເມືອງນີ້ກັບພວກຟາລິຊຽນຂັດແຍ່ງກັນຢ່າງເປີດເຜີຍ ແຕ່ພວກເຂົາພ້ອມພຽງກັນໃນການຕໍ່ຕ້ານພະເຍຊູ. ມັດທາຽ 12:9-14; ມາລະໂກ 3:1-6; ລຶກາ 6:6-11; ສຸພາສິດ 12:10; ອຸປະຍົກໜີ 20:8-10.
▪ ມີສາກເຫດການແບບໃດເມື່ອພະເຍຊູປະຈັນໜ້າກັບຫົວໜ້າສາສະໜາ?
▪ ພວກຫົວໜ້າສາສະໜາຢິວເຊື່ອຢ່າງໃດເລື່ອງການປິ່ນປົວພະຍາດໃນວັນຊະບາໂຕ?
▪ ເພື່ອຫັກລ້າງທັດສະນະຜິດໆ ຂອງພວກເຂົາ ພະເຍຊູໃຊ້ຄຳອຸປະມາຫຍັງ?