ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສດຮ ບົດຮຽນ 9
  • ເຫັນອົກເຫັນໃຈ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຫັນອົກເຫັນໃຈ
  • ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ພະ​ເຢຊູ​ເຮັດ
  • ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?
  • ຮຽນ​ແບບ​ພະ​ເຢຊູ
  • ສະແດງຄວາມເຫັນອົກເຫັນໃຈ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • “ມີ​ໃຈ​ຄິດ​ສັງເວດ”
    “ຕາມເຮົາໄປເຖີ້ນ”
  • ເມດຕາ​ກະລຸນາ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ພະ​ເຢຊູ​ເປັນ​ຄົນ​ແນວ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ເບິ່ງຕື່ມ
ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ສດຮ ບົດຮຽນ 9

ຕິດຕາມ

ພະ​ເຢຊູ​ກັບ​ພວກ​ລູກສິດ​ຂອງ​ເພິ່ນ​ກຳລັງ​ຍ່າງ​ຈາກ​ເຮືອ​ໄປ​ຫາ​ຝູງ​ຄົນ​ທີ່​ລໍ​ຖ້າ​ເຂົາເຈົ້າ​ຢູ່​ຫາດ​ຊາ​ຍ.

ມຣກ. 6:30-34

ບົດ​ທີ 9

ເຫັນອົກເຫັນໃຈ

ຫຼັກການ: “ໃຫ້​ມີ​ຄວາມ​ສຸກ​ກັບ​ຄົນ​ທີ່​ມີ​ຄວາມ​ສຸກ. ໃຫ້​ຮ້ອງໄຫ້​ກັບ​ຄົນ​ທີ່​ຮ້ອງໄຫ້.”—ຣມ. 12:15

ສິ່ງ​ທີ່​ພະ​ເຢຊູ​ເຮັດ

ພະ​ເຢຊູ​ກັບ​ພວກ​ລູກສິດ​ຂອງ​ເພິ່ນ​ກຳລັງ​ຍ່າງ​ຈາກ​ເຮືອ​ໄປ​ຫາ​ຝູງ​ຄົນ​ທີ່​ລໍ​ຖ້າ​ເຂົາເຈົ້າ​ຢູ່​ຫາດ​ຊາ​ຍ.

ວິດີໂອ: ພະ​ເຢຊູ​ອີ່ຕົນ​ຜູ້​ຄົນ

1. ເບິ່ງ ວິດີໂອ ຫຼື​ອ່ານ​ມາຣະໂກ 6:30-34. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1. ກ. ເປັນ​ຫຍັງ​ພະ​ເຢຊູ​ແລະ​ອັກຄະສາວົກ​ຈຶ່ງ​ຢາກ “ມີ​ເວລາ​ເປັນ​ສ່ວນ​ໂຕ”?

  2. ຂ. ອັນ​ໃດ​ກະຕຸ້ນ​ພະ​ເຢຊູ​ໃຫ້​ສອນ​ຜູ້​ຄົນ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?

2. ເຮົາ​ຢາກ​ບອກ​ຂ່າວດີ​ໃຫ້​ຄົນ​ຟັງ ແຕ່​ເຮົາ​ກໍ​ຢາກ​ຊ່ວຍ​ເຂົາເຈົ້າ​ນຳ.

ຮຽນ​ແບບ​ພະ​ເຢຊູ

3. ຕັ້ງໃຈ​ຟັງ. ປ່ອຍ​ໃຫ້​ຄົນ​ທີ່​ເຈົ້າ​ລົມ​ນຳ​ບອກ​ວ່າ​ລາວ​ຮູ້ສຶກ​ແນວ​ໃດ. ຢ່າ​ເວົ້າ​ຂັດ​ລາວ​ຫຼື​ບໍ່​ສົນໃຈ​ຕອນ​ທີ່​ລາວ​ເລົ່າ​ຄວາມ​ຮູ້ສຶກ ບອກ​ສິ່ງ​ທີ່​ລາວ​ກັງວົນ ຫຼື​ສິ່ງ​ທີ່​ລາວ​ຄິດ​ບໍ່​ຄື​ກັບ​ເຈົ້າ. ເມື່ອ​ເຈົ້າ​ຕັ້ງໃຈ​ຟັງ​ລາວ ເຈົ້າ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ສົນໃຈ​ແທ້​ໆ​ວ່າ​ລາວ​ຄິດ​ແນວ​ໃດ.

4. ຄິດ​ເຖິງ​ຄົນ​ທີ່​ສົນໃຈ. ລອງ​ຄິດ​ເຖິງ​ເລື່ອງ​ທີ່​ເຈົ້າ​ລົມ​ນຳ​ລາວ ໃຫ້​ຖາມ​ໂຕເອງ​ວ່າ:

  1. ກ. ‘ເປັນ​ຫຍັງ​ລາວ​ຕ້ອງ​ໄດ້​ຍິນ​ຄວາມ​ຈິງ?’

  2. ຂ. ‘ການ​ຮຽນ​ຄຳພີ​ໄບເບິນ​ຈະ​ເຮັດ​ໃຫ້​ຊີວິດ​ໃນ​ແຕ່​ລະ​ມື້​ແລະ​ອະນາຄົດ​ຂອງ​ລາວ​ດີ​ຂຶ້ນ​ໄດ້​ແນວ​ໃດ?’

5. ລົມ​ກ່ຽວ​ກັບ​ສິ່ງ​ທີ່​ສາມາດ​ຊ່ວຍ​ລາວ​ໄດ້. ຊ່ວຍ​ລາວ​ໃຫ້​ເຫັນ​ວ່າ​ການ​ຮຽນ​ຄຳພີ​ໄບເບິນ​ສາມາດ​ຕອບ​ຄຳ​ຖາມ​ຫຼາຍ​ຢ່າງ​ທີ່​ລາວ​ຢາກ​ຮູ້​ແລະ​ຊ່ວຍ​ລາວ​ໄດ້​ແທ້​ໆ ໃຫ້​ເຮັດ​ແບບ​ນີ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້.

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ

ຣມ. 10:13, 14; ຟລປ. 2:3, 4; 1 ປຕ. 3:8

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌