ມິຖຸນາ
ວັນອາທິດທີ 1 ມິຖຸນາ
ພວກເຮົາຈະມີສ່ວນໃນການປົກຄອງຂອງພະເຈົ້າໂດຍຜ່ານຄວາມທຸກລຳບາກຫຼາຍຢ່າງ.—ກຈກ. 14:22
ພະເຢໂຫວາອວຍພອນຄລິດສະຕຽນໃນສະຕະວັດທຳອິດທີ່ພະຍາຍາມປັບໂຕເພື່ອຮັບມືກັບການປ່ຽນແປງ. ເຂົາເຈົ້າເຈິການຂົ່ມເຫງເລື້ອຍໆ ເຊິ່ງບາງເທື່ອເຂົາເຈົ້າກໍບໍ່ຄິດວ່າຈະເຈິແບບນັ້ນ. ໃຫ້ເຮົາມາເບິ່ງສິ່ງທີ່ເກີດຂຶ້ນກັບໂປໂລແລະບາຣະນາບາຕອນທີ່ເຂົາເຈົ້າປະກາດຢູ່ເມືອງລີສະຕຣາ. ຕອນທຳອິດ ຄົນໃນເມືອງນັ້ນຕ້ອນຮັບໂປໂລກັບບາຣະນາບາຢ່າງດີ. ແຕ່ຕໍ່ມາກໍມີບາງຄົນ “ຍຸຍົງຝູງຄົນ” ໃຫ້ຕໍ່ຕ້ານໂປໂລ ຈຶ່ງເຮັດໃຫ້ບາງຄົນໃນເມືອງນັ້ນທີ່ຕອນທຳອິດຕ້ອນຮັບໂປໂລເຖິງຂັ້ນເອົາກ້ອນຫີນດຶກໃສ່ໂປໂລແລະປ່ອຍໃຫ້ລາວຕາຍ. (ກຈກ. 14:19) ເຖິງຈະເປັນແບບນັ້ນ ໂປໂລກັບບາຣະນາບາກໍຍັງປະກາດຕໍ່ໄປໃນເມືອງອື່ນ. ແລ້ວຜົນເປັນແນວໃດ? ເຂົາເຈົ້າໄດ້ຊ່ວຍຫຼາຍຄົນ “ໃຫ້ເຂົ້າມາເປັນລູກສິດ.” ຕົວຢ່າງກັບຄຳເວົ້າຂອງເຂົາເຈົ້າກໍເຮັດໃຫ້ຄລິດສະຕຽນຄົນອື່ນໆໄດ້ກຳລັງໃຈ. (ກຈກ. 14:21, 22) ການທີ່ໂປໂລກັບບາຣະນາບາບໍ່ຍອມແພ້ ບໍ່ຖິ້ມວຽກຮັບໃຊ້ເມື່ອເຈິການຂົ່ມເຫງ ເຮັດໃຫ້ຫຼາຍຄົນໄດ້ຮັບປະໂຫຍດແທ້ໆ. ດັ່ງນັ້ນ ຖ້າເຮົາຍັງຮັບໃຊ້ພະເຢໂຫວາຕໍ່ໄປແລະບໍ່ຍອມແພ້ ເຮົາຈະໄດ້ຮັບພອນຢ່າງແນ່ນອນ. ຫ23.04 ໜ້າ 16-17 ຂໍ້ 13-14
ວັນຈັນທີ 2 ມິຖຸນາ
ພະເຢໂຫວາເອີ້ຍ ຂໍພະອົງຟັງຄຳອະທິດຖານຂອງລູກ ແລະຂໍພະອົງສົນໃຈຄຳຮ້ອງຂໍຄວາມຊ່ວຍເຫຼືອຂອງລູກ. ລູກຮ້ອງຫາພະອົງຕອນທີ່ລູກທຸກໃຈຫຼາຍ ຍ້ອນລູກຮູ້ວ່າພະອົງຈະຕອບລູກ.—ພສ. 86:6, 7
ຕະຫຼອດຊີວິດຂອງກະສັດດາວິດ ລາວເຈິກັບສັດຕູຫຼາຍແທ້ໆ ແລະລາວໄດ້ຮ້ອງຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາສະເໝີ. ດາວິດໝັ້ນໃຈວ່າພະເຢໂຫວາຟັງແລະຕອບຄຳອະທິດຖານຂອງລາວ. ເຈົ້າກໍສາມາດໝັ້ນໃຈແບບນັ້ນໄດ້ຄືກັນ. ຄຳພີໄບເບິນເຮັດໃຫ້ເຮົາໝັ້ນໃຈວ່າພະເຢໂຫວາສາມາດໃຫ້ສະຕິປັນຍາເຮົາແລະໃຫ້ກຳລັງເພື່ອເຮົາຈະອົດທົນໄດ້. ພະເຢໂຫວາອາດໃຊ້ພີ່ນ້ອງຮ່ວມຄວາມເຊື່ອຫຼືແມ່ນແຕ່ຄົນທີ່ຍັງບໍ່ໄດ້ນະມັດສະການເພິ່ນໃຫ້ຊ່ວຍເຮົາກໍໄດ້. ເຖິງວ່າພະເຢໂຫວາບໍ່ໄດ້ຕອບຄຳອະທິດຖານໃນແບບທີ່ເຮົາຕ້ອງການທຸກເທື່ອ ແຕ່ເຮົາຮູ້ວ່າພະເຢໂຫວາຈະຕອບແນ່ນອນ. ເພິ່ນຈະໃຫ້ສິ່ງທີ່ເຮົາຈຳເປັນຕ້ອງມີແລະໃນເວລາທີ່ເໝາະສົມທີ່ສຸດ. ດັ່ງນັ້ນ ຂໍໃຫ້ເຈົ້າອະທິດຖານຕໍ່ໆໄປແລະເຊື່ອວ່າເພິ່ນຈະຟັງ. ໃຫ້ເຈົ້າໝັ້ນໃຈວ່າພະເຢໂຫວາສົນໃຈແລະເປັນຫ່ວງເຈົ້າຫຼາຍໃນຕອນນີ້. ເພິ່ນຈະ “ໃຫ້ທຸກຊີວິດໄດ້ສົມຫວັງ” ຢ່າງແນ່ນອນໃນໂລກໃໝ່ທີ່ກຳລັງຈະມາເຖິງ.—ພສ. 145:16. ຫ23.05 ໜ້າ 8 ຂໍ້ 4; ໜ້າ 13 ຂໍ້ 17-18
ວັນອັງຄານທີ 3 ມິຖຸນາ
ຂ້ອຍຈະຕອບແທນພະເຢໂຫວາແນວໃດສຳລັບສິ່ງດີໆທຸກຢ່າງທີ່ເພິ່ນເຮັດເພື່ອຂ້ອຍ?—ພສ. 116:12
ເປັນສິ່ງທີ່ດີທີ່ຈະຄິດວ່າຈະໄດ້ຮັບປະໂຫຍດຫຍັງຖ້າເຮັດຕາມເປົ້າໝາຍ. ຖ້າເປົ້າໝາຍຂອງເຈົ້າຄືການອ່ານຄຳພີໄບເບິນຫຼືອະທິດຖານ ໃຫ້ລອງຄິດວ່າສິ່ງເຫຼົ່ານີ້ຈະຊ່ວຍເຈົ້າໃຫ້ໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນຂະໜາດໃດ. (ພສ. 145:18, 19) ຖ້າເປົ້າໝາຍຂອງເຈົ້າຄືການພະຍາຍາມພັດທະນາຄຸນລັກສະນະແບບຄລິດສະຕຽນ ໃຫ້ລອງຄິດເບິ່ງວ່າຖ້າເຈົ້າເຮັດໄດ້ມັນຈະຊ່ວຍເຈົ້າໃຫ້ສະໜິດກັບພີ່ນ້ອງຫຼາຍຂຶ້ນສ່ຳໃດ. (ກລຊ. 3:14) ໃຫ້ຂຽນປະໂຫຍດທັງໝົດທີ່ເຈົ້າຈະໄດ້ຮັບຖ້າເຈົ້າເຮັດຕາມເປົ້າໝາຍໄດ້ສຳເລັດ. ແລ້ວໃຫ້ກັບມາເບິ່ງເລື້ອຍໆສິ່ງທີ່ເຈົ້າຈົດໄວ້ເພື່ອເຈົ້າຈະມີແຮງກະຕຸ້ນທີ່ຈະເຮັດຕາມເປົ້າໝາຍໄດ້. ນອກຈາກນັ້ນ ໃຫ້ໃຊ້ເວລາກັບຄົນທີ່ຈະຊ່ວຍກະຕຸ້ນເຈົ້າ. (ສພສ. 13:20) ໃນຕົວຈິງແລ້ວ ບາງມື້ເຮົາອາດບໍ່ມີແຮງກະຕຸ້ນທີ່ຈະເຮັດຕາມເປົ້າໝາຍ. ນີ້ໝາຍຄວາມວ່າເຮົາບໍ່ສາມາດເຮັດຕາມເປົ້າໝາຍໄດ້ສຳເລັດເລີຍບໍ? ບໍ່ແມ່ນແບບນັ້ນ. ເຮົາຕ້ອງພະຍາຍາມຫາທາງທີ່ຈະເຮັດຕາມເປົ້າໝາຍຂອງເຮົາຕໍ່ໄປໃຫ້ໄດ້ເຖິງວ່າມື້ນັ້ນເຮົາຈະບໍ່ມີແຮງກະຕຸ້ນກໍຕາມ. ເຖິງວ່າເຮົາຕ້ອງອອກຄວາມພະຍາຍາມຫຼາຍແລະຕ້ອງມີລະບຽບວິໄນກັບໂຕເອງ ແຕ່ມັນກໍຄຸ້ມຄ່າຫຼາຍເມື່ອເຮົາເຮັດແບບນັ້ນ. ຫ23.05 ໜ້າ 27-28 ຂໍ້ 5-8
ວັນພຸດທີ 4 ມິຖຸນາ
ຜູ້ໃດຫວ່ານສິ່ງໃດກໍຕ້ອງເກັບກ່ຽວສິ່ງນັ້ນ.—ຄລຕ. 6:7
ການທີ່ເຮົາຮູ້ວ່າຕ້ອງຮັບຜິດຊອບການຕັດສິນໃຈຂອງເຮົາຈະເຮັດໃຫ້ເຮົາສາລະພາບຄວາມຜິດ ແກ້ໄຂຄວາມຜິດພາດ ແລະພະຍາຍາມບໍ່ກັບໄປເຮັດຜິດອີກ. ການເຮັດແບບນີ້ຈະຊ່ວຍເຮົາພະຍາຍາມແລ່ນແຂ່ງເພື່ອຊີວິດຕໍ່ໆໄປໄດ້. ຖ້າເຈົ້າຕັດສິນໃຈຜິດ ເຈົ້າຄວນເຮັດແນວໃດ? ເຈົ້າບໍ່ຄວນເສຍເວລາແລະກຳລັງໄປກັບການໂທດໂຕເອງ ຫຼືພະຍາຍາມພິສູດວ່າໂຕເອງບໍ່ຜິດ ຫຼືໂທດຄົນອື່ນ. ໃຫ້ຍອມຮັບວ່າເຈົ້າໄດ້ເຮັດຜິດພາດໄປແລ້ວ ແລະພະຍາຍາມເຮັດສິ່ງທີ່ເຈົ້າເຮັດໄດ້ໃນຕອນນີ້ໃຫ້ດີທີ່ສຸດ. ຖ້າເຈົ້າຮູ້ສຶກຜິດກັບສິ່ງທີ່ໄດ້ເຮັດ ກໍໃຫ້ອະທິດຖານເຖິງພະເຢໂຫວາດ້ວຍຄວາມຖ່ອມໃຈ ຍອມຮັບຄວາມຜິດພາດຂອງໂຕເອງ ແລະຂໍພະເຢໂຫວາຍົກໂທດໃຫ້. (ພສ. 25:11; 51:3, 4) ນອກຈາກນັ້ນ ໃຫ້ໄປຂໍໂທດຄົນທີ່ເຈົ້າອາດຈະເຮັດບໍ່ດີຫຼືເວົ້າບໍ່ດີໃສ່ ແລະຖ້າຈຳເປັນກໍໃຫ້ຂໍຄວາມຊ່ວຍເຫຼືອຈາກຜູ້ດູແລ. (ຢກບ. 5:14, 15) ໃຫ້ເຈົ້າຮຽນຈາກຄວາມຜິດພາດແລະພະຍາຍາມບໍ່ກັບໄປເຮັດຜິດຊ້ຳອີກ. ຖ້າເຈົ້າເຮັດທັງໝົດນີ້ ເຈົ້າກໍສາມາດໝັ້ນໃຈໄດ້ເລີຍວ່າພະເຢໂຫວາຈະເມດຕາແລະຊ່ວຍເຫຼືອເຈົ້າແນ່ນອນ.—ພສ. 103:8-13. ຫ23.08 ໜ້າ 28-29 ຂໍ້ 8-9
ວັນພະຫັດທີ 5 ມິຖຸນາ
ເຢໂຮອາດເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຖືກຕ້ອງຕະຫຼອດໄລຍະທີ່ປະໂລຫິດເຢໂຮຢາດາເປັນທີ່ປຶກສາໃຫ້ລາວ.—2ກສ. 12:2
ຕອນທຳອິດເຢໂຮອາດເປັນກະສັດທີ່ດີ ເພາະປະໂລຫິດເຢໂຮຢາດາຊ່ວຍລາວໃຫ້ຮັກພະເຢໂຫວາແລະຢາກເຮັດໃຫ້ເພິ່ນພໍໃຈ. ແຕ່ຫຼັງຈາກເຢໂຮຢາດາຕາຍ ເຢໂຮອາດກໍໄປຟັງພວກເຈົ້ານາຍທີ່ໄປນະມັດສະການພະເຈົ້າປອມ. (2ຂຄ. 24:4, 17, 18) ເຖິງວ່າພະເຢໂຫວາເສຍໃຈຫຼາຍກ່ຽວກັບເລື່ອງນີ້ ແຕ່ເພິ່ນກໍຍັງພະຍາຍາມຊ່ວຍເຢໂຮອາດແລະປະຊາຊົນຕໍ່ໆໄປໂດຍ “ສົ່ງພວກຜູ້ພະຍາກອນມາຊ່ວຍເຂົາເຈົ້າໃຫ້ກັບມາຫາເພິ່ນ . . . ແຕ່ເຂົາເຈົ້າກໍບໍ່ຟັງ.” ກະສັດກັບປະຊາຊົນເຖິງຂັ້ນບໍ່ຍອມຟັງເຊຄາຣີຢາທີ່ເປັນລູກຊາຍຂອງເຢໂຮຢາດາທັງໆທີ່ເຊຄາຣີຢາເປັນຜູ້ພະຍາກອນແລະເປັນປະໂລຫິດແລະຍັງເປັນຍາດພີ່ນ້ອງຂອງເຢໂຮອາດນຳ. ບໍ່ພຽງແຕ່ເທົ່ານັ້ນ ເຢໂຮອາດເຖິງຂັ້ນສັ່ງຂ້າເຊຄາຣີຢາ. (2ຂຄ. 22:11; 24:19-22) ເຢໂຮອາດບໍ່ໄດ້ຢ້ານຢຳພະເຢໂຫວາຕະຫຼອດໄປ. ພະເຢໂຫວາເວົ້າວ່າ: “ເຮົາຈະບໍ່ເຫັນຄ່າຜູ້ທີ່ບໍ່ນັບຖືເຮົາ.” (1ຊມ. 2:30) ແລ້ວກໍເປັນແບບນັ້ນແທ້ໆຍ້ອນຕໍ່ມາພວກຊີເຣຍເອົາຊະນະເຢໂຮອາດ “ທີ່ມີທະຫານຫຼາຍກວ່າ” ແລະເຮັດໃຫ້ລາວ “ບາດເຈັບໜັກ.” (2ຂຄ. 24:24, 25) ຄົນຂອງເຢໂຮອາດໄດ້ວາງແຜນຂ້າລາວຍ້ອນລາວຂ້າເຊຄາຣີຢາ. ຫ23.06 ໜ້າ 18-19 ຂໍ້ 16-17
ວັນສຸກທີ 6 ມິຖຸນາ
ພວກເຈົ້າເຄີຍຢູ່ໃນຄວາມມືດ ແຕ່ຕອນນີ້ຢູ່ໃນຄວາມສະຫວ່າງແລ້ວ.—ອຟຊ. 5:8
ໂປໂລເຄີຍຢູ່ເມືອງເອເຟໂຊ. ຕອນນັ້ນລາວປະກາດຂ່າວດີແລະສອນຢູ່ຫັ້ນ. (ກຈກ. 19:1, 8-10; 20:20, 21) ໂປໂລຮັກພີ່ນ້ອງຫຼາຍ ລາວຈຶ່ງຢາກຊ່ວຍເຂົາເຈົ້າໃຫ້ສັດຊື່ຕໍ່ພະເຢໂຫວາຕໍ່ໆໄປ. ພີ່ນ້ອງຢູ່ເມືອງເອເຟໂຊເຄີຍນັບຖືສາສະໜາປອມແລະມັກເລື່ອງຄາຖາອາຄົມຫຼາຍ. ຄົນໃນເມືອງເອເຟໂຊມັກເຮັດຜິດສິນລະທຳແລະເຮັດຊົ່ວແບບບໍ່ອາຍ. ລະຄອນທີ່ຫຼິ້ນໃນໂຮງລະຄອນແລະເທດສະການຕ່າງໆທາງສາສະໜາມີແຕ່ກ່ຽວຂ້ອງກັບເລື່ອງເພດ. (ອຟຊ. 5:3) ຄົນໃນເມືອງນີ້ສ່ວນຫຼາຍ “ບໍ່ຮູ້ສຶກອາຍຕໍ່ບາບ” ເຊິ່ງສຳນວນນີ້ແປຕາມໂຕວ່າ “ບໍ່ຮູ້ສຶກເຈັບປວດ.” (ອຟຊ. 4:17-19) ກ່ອນທີ່ບາງຄົນໃນເມືອງເອເຟໂຊໄດ້ຮຽນຮູ້ກ່ຽວກັບມາດຕະຖານຂອງພະເຢໂຫວາວ່າອັນໃດຖືກອັນໃດຜິດ ໃຈຂອງເຂົາເຈົ້າບໍ່ຮູ້ສຶກຫຍັງເລີຍເມື່ອເຂົາເຈົ້າເຮັດຜິດ. ໂປໂລຈຶ່ງເວົ້າເຖິງເຂົາເຈົ້າວ່າ: “ເຂົາເຈົ້າຢູ່ໃນຄວາມມືດ. ເຂົາເຈົ້າບໍ່ໄດ້ຮັບຊີວິດແບບທີ່ພະເຈົ້າສະເໜີໃຫ້.” ແຕ່ບາງຄົນໃນເມືອງເອເຟໂຊໄດ້ອອກມາຈາກຄວາມມືດ. ຫ24.03 ໜ້າ 20 ຂໍ້ 2; ໜ້າ 21 ຂໍ້ 4-6
ວັນເສົາທີ 7 ມິຖຸນາ
ຄົນທີ່ເພິ່ງພະເຢໂຫວາຈະກັບມາມີແຮງອີກ. . . . ເຂົາເຈົ້າຈະ . . . ບໍ່ເມື່ອຍ.—ອຊຢ. 40:31
ກີເດໂອນຕ້ອງເຮັດວຽກໜັກຫຼາຍໃນຖານະເປັນຜູ້ຕັດສິນ. ຕອນທີ່ລາວຕໍ່ສູ້ກັບພວກມີດີອານໃນຕອນກາງຄືນຈົນພວກນັ້ນແຕກໜີໄປ ກີເດໂອນໄດ້ໄລ່ນຳເຂົາເຈົ້າໄປຕັ້ງແຕ່ຮ່ອມພູເຢດຊະເຣເອນຈົນຮອດແມ່ນ້ຳຈໍແດນ. (ຜຕສ. 7:22) ແຕ່ກີເດໂອນບໍ່ໄດ້ຢຸດຢູ່ສ່ຳນັ້ນ. ລາວກັບທະຫານອີກ 300 ຄົນໄດ້ໄລ່ຕິດຕາມພວກສັດຕູໄປເຖິງວ່າຈະຮູ້ສຶກເມື່ອຍຫຼາຍ. ໃນທີ່ສຸດ ເຂົາເຈົ້າກໍໄລ່ທັນພວກສັດຕູແລະເອົາຊະນະພວກນັ້ນໄດ້. (ຜຕສ. 8:4-12) ກີເດໂອນໝັ້ນໃຈວ່າພະເຢໂຫວາຈະໃຫ້ກຳລັງລາວແລະຊ່ວຍລາວໃຫ້ເຂັ້ມແຂງ ແລ້ວພະເຢໂຫວາກໍເຮັດແບບນັ້ນແທ້ໆ. (ຜຕສ. 6:14, 34) ມີເທື່ອໜຶ່ງຕອນທີ່ກີເດໂອນກັບທະຫານຂອງລາວໄດ້ແລ່ນໄລ່ກະສັດມີດີອານ 2 ອົງທີ່ອາດກຳລັງຂີ່ອູດໜີໄປ ພະເຢໂຫວາກໍໄດ້ຊ່ວຍລາວກັບທະຫານໃຫ້ຈັບກະສັດ 2 ອົງນັ້ນໄດ້ແລະຊະນະໃນການຕໍ່ສູ້. (ຜຕສ. 8:12, 21) ຜູ້ດູແລກໍວາງໃຈພະເຢໂຫວາໄດ້ ເພາະເພິ່ນ “ບໍ່ເຄີຍເມື່ອຍຫຼືໝົດແຮງ.” ເພິ່ນຈະໃຫ້ກຳລັງຜູ້ດູແລເພື່ອຊ່ວຍເຂົາເຈົ້າໃຫ້ເຮັດວຽກມອບໝາຍຕໍ່ໆໄປ.—ອຊຢ. 40:28, 29. ຫ23.06 ໜ້າ 6 ຂໍ້ 14; ໜ້າ 7 ຂໍ້ 16
ວັນອາທິດທີ 8 ມິຖຸນາ
[ພະເຢໂຫວາ] ຈະບໍ່ປະບໍ່ຖິ້ມພວກເຈົ້າ.—ພບຍ. 31:6
ເຮົາສາມາດມີໃຈທີ່ໝັ້ນຄົງໄດ້ບໍ່ວ່າເຮົາຈະເຈິບັນຫາຫຼືຄວາມຍາກລຳບາກແນວໃດກໍຕາມ. ດັ່ງນັ້ນ ໃຫ້ໄວ້ວາງໃຈພະເຢໂຫວາ. ໃຫ້ເຮົາມາເບິ່ງວ່າການໄວ້ວາງໃຈການຊີ້ນຳຈາກພະເຢໂຫວາຊ່ວຍບາຣາກແນວໃດໃຫ້ເອົາຊະນະສັດຕູໄດ້. ພະເຢໂຫວາບອກບາຣາກໃຫ້ໄປຕໍ່ສູ້ກັບກອງທັບຂອງພວກການາອານທີ່ມີອາວຸດຄົບຊຸດ ແຕ່ຕອນນັ້ນກອງທັບອິດສະຣາເອນບໍ່ມີໂລ້ຫຼືຫອກແມ່ນແຕ່ອັນດຽວ. (ຜຕສ. 5:8) ຜູ້ພະຍາກອນຍິງເດໂບຣາບອກບາຣາກໃຫ້ລົງຈາກພູຕາໂບໄປສູ້ກັບຊີເຊຣາຫົວໜ້າກອງທັບທີ່ມີທະຫານແລະລົດຮົບ 900 ຄັນ. ເຖິງວ່າບາຣາກຮູ້ວ່າລົດຮົບເຫຼົ່ານັ້ນຈະໄດ້ປຽບເມື່ອຕໍ່ສູ້ຢູ່ທົ່ງພຽງ ແຕ່ລາວກໍເຊື່ອຟັງ. ຕອນທີ່ທະຫານຂອງບາຣາກລົງໄປຕໍ່ສູ້ຢູ່ທົ່ງພຽງ ພະເຢໂຫວາກໍເຮັດໃຫ້ຝົນຕົກໜັກຈົນເຮັດໃຫ້ລົດຮົບຂອງພວກການາອານຄາຢູ່ໃນຂີ້ຕົມ. ຍ້ອນແນວນີ້ຈຶ່ງເຮັດໃຫ້ບາຣາກເອົາຊະນະສັດຕູໄດ້. (ຜຕສ. 4:1-7, 10, 13-16) ພະເຢໂຫວາກໍຈະຊ່ວຍເຮົາໃຫ້ຊະນະກົນອຸບາຍຂອງຊາຕານໄດ້ຄືກັນ ຖ້າເຮົາໄວ້ວາງໃຈເພິ່ນແລະຄຳແນະນຳຂອງເພິ່ນທີ່ໃຫ້ຜ່ານທາງອົງການ. ຫ23.07 ໜ້າ 19 ຂໍ້ 17-18
ວັນຈັນທີ 9 ມິຖຸນາ
ຜູ້ໃດທີ່ອົດທົນຈົນເຖິງທີ່ສຸດ ຜູ້ນັ້ນຈະລອດ.—ມທ. 24:13
ເປັນເລື່ອງສຳຄັນທີ່ເຮົາຈະເປັນຄົນອົດທົນ ເພາະມັນຈະຊ່ວຍເຮົາໃຫ້ລອດໄດ້. ເຮົາຕ້ອງອົດທົນລໍຖ້າພະເຢໂຫວາເຮັດໃຫ້ຄຳສັນຍາຂອງເພິ່ນເກີດຂຶ້ນແທ້ຄືກັບຜູ້ຮັບໃຊ້ໃນອະດີດເຄີຍອົດທົນມາແລ້ວ. (ຮຣ. 6:11, 12) ຄຳພີໄບເບິນສົມທຽບເຮົາເປັນຄືກັບຊາວໄຮ່ຊາວນາ. (ຢກບ. 5:7, 8) ຊາວໄຮ່ຊາວນາຈະດຸໝັ່ນໃນການປູກແລະຫົດນ້ຳ ເຖິງເຂົາເຈົ້າບໍ່ຮູ້ວ່າສິ່ງທີ່ເຂົາເຈົ້າປູກນັ້ນຈະປົ່ງຂຶ້ນຕອນໃດ ແຕ່ເຂົາເຈົ້າກໍອົດທົນລໍຖ້າແລະໝັ້ນໃຈວ່າຈະໄດ້ເກັບກ່ຽວຜົນລະປູກແທ້ໆ. ຄ້າຍຄືກັນ ໃນທຸກມື້ນີ້ເຮົາກໍພະຍາຍາມດຸໝັ່ນໃນວຽກຮັບໃຊ້ແລະເຮັດກິດຈະກຳຂອງຄລິດສະຕຽນເຖິງວ່າເຮົາຈະ “ບໍ່ຮູ້ວ່າຜູ້ເປັນນາຍຂອງພວກເຮົາຈະມາມື້ໃດ.” (ມທ. 24:42) ເຮົາອົດທົນລໍຖ້າແລະໝັ້ນໃຈວ່າພະເຢໂຫວາຈະເຮັດໃຫ້ຄຳສັນຍາຂອງເພິ່ນເກີດຂຶ້ນແທ້ຕາມເວລາທີ່ເພິ່ນກຳນົດໄວ້. ແຕ່ຖ້າມື້ໃດເຮົາເລີ່ມບໍ່ມີຄວາມອົດທົນ ເຮົາອາດບໍ່ຢາກລໍຖ້າພະເຢໂຫວາອີກຕໍ່ໄປ ແລ້ວກໍຄ່ອຍໆຫ່າງອອກຈາກແນວທາງຂອງເພິ່ນແລະເລີ່ມຊອກຫາສິ່ງທີ່ເຮົາຄິດວ່າຈະເຮັດໃຫ້ເຮົາມີຄວາມສຸກໃນຕອນນີ້ເທົ່ານັ້ນ. ດັ່ງນັ້ນ ເຮົາຕ້ອງອົດທົນຈົນເຖິງທີ່ສຸດເພື່ອຈະໄດ້ຮັບການຊ່ວຍໃຫ້ລອດ.—ມກ. 7:7. ຫ23.08 ໜ້າ 22 ຂໍ້ 7
ວັນອັງຄານທີ 10 ມິຖຸນາ
ນິ້ວຕີນຂອງຮູບປັ້ນມີບາງສ່ວນເປັນເຫຼັກແລະບາງສ່ວນເປັນດິນດາກ.—ດນອ. 2:42
ເມື່ອສົມທຽບຄຳພະຍາກອນໃນດານີເອນ 2:41-43 ກັບຄຳພະຍາກອນອື່ນໆໃນປຶ້ມດານີເອນແລະພະນິມິດ ເຮົາກໍເຂົ້າໃຈວ່າສ່ວນທີ່ເປັນຕີນຂອງຮູບປັ້ນໝາຍເຖິງມະຫາອຳນາດອັງກິດ-ອາເມຣິກາ ເຊິ່ງເປັນການປົກຄອງທີ່ມີອຳນາດຫຼາຍທີ່ສຸດໃນສະໄໝຂອງເຮົາ. ດານີເອນເວົ້າເຖິງມະຫາອຳນາດນີ້ວ່າ “ອານາຈັກນີ້ກໍຈະມີສ່ວນທີ່ເຂັ້ມແຂງແລະມີສ່ວນທີ່ອ່ອນແອ.” ເປັນຫຍັງຈຶ່ງມີສ່ວນທີ່ອ່ອນແອ? ກໍຍ້ອນວ່າປະຊາຊົນທົ່ວໄປເຊິ່ງເປັນຄືກັບດິນດາກທີ່ອ່ອນໆເຮັດໃຫ້ອຳນາດທີ່ເຂັ້ມແຂງຄືກັບເຫຼັກຂອງມະຫາອຳນາດນີ້ອ່ອນລົງ. ເຮົາໄດ້ຮຽນຄວາມຈິງທີ່ສຳຄັນຫຼາຍເລື່ອງຈາກຄວາມຝັນກ່ຽວກັບຮູບປັ້ນ. ຢ່າງທີໜຶ່ງທີ່ເຮົາໄດ້ຮຽນແມ່ນ ມະຫາອຳນາດອັງກິດ-ອາເມຣິກາເຂັ້ມແຂງແລະມີອຳນາດຍ້ອນມະຫາອຳນາດນີ້ຢູ່ໃນກຸ່ມປະເທດທີ່ຊະນະໃນສົງຄາມໂລກຄັ້ງທີ 1 ແລະຄັ້ງທີ 2 ແຕ່ມະຫາອຳນາດນີ້ກໍອ່ອນແອແລະຈະອ່ອນແອລົງເລື້ອຍໆຍ້ອນປະຊາຊົນຂັດແຍ່ງກັນເອງແລະຕໍ່ຕ້ານອຳນາດການປົກຄອງ. ຢ່າງທີສອງທີ່ເຮົາໄດ້ຮຽນແມ່ນ ມະຫາອຳນາດອັງກິດ-ອາເມຣິກາຈະເປັນມະຫາອຳນາດສຸດທ້າຍທີ່ປົກຄອງໂລກນີ້ກ່ອນທີ່ການປົກຄອງຂອງພະເຈົ້າຈະມາທຳລາຍການປົກຄອງທັງໝົດຂອງມະນຸດ. ຫ23.08 ໜ້າ 11 ຂໍ້ 12-13
ວັນພຸດທີ 11 ມິຖຸນາ
ເມື່ອລູກທຸກໃຈ ລູກເອີ້ນຫາພະເຢໂຫວາ. ລູກຮ້ອງຂໍຄວາມຊ່ວຍເຫຼືອຈາກພະເຈົ້າຂອງລູກຕະຫຼອດ. ພະອົງໄດ້ຍິນສຽງລູກຈາກວິຫານຂອງພະອົງ.—ພສ. 18:6
ບາງເທື່ອດາວິດຮູ້ສຶກທຸກໃຈຍ້ອນເຈິບັນຫາຫຼາຍຢ່າງ. (ພສ. 18:4, 5) ແຕ່ລາວກໍຮູ້ສຶກສົດຊື່ນຍ້ອນໄດ້ຮັບຄວາມຮັກແລະການເບິ່ງແຍງຈາກພະເຢໂຫວາ. ພະເຢໂຫວາໄດ້ພາດາວິດໝູ່ຂອງເພິ່ນທີ່ຮູ້ສຶກໝົດແຮງໄປຢູ່ບ່ອນທີ່ມີ “ທົ່ງຫຍ້າທີ່ຂຽວງາມ” ແລະພາ “ໄປເຊົາເມື່ອຍຢູ່ແຄມນ້ຳ.” ຍ້ອນແນວນີ້ ດາວິດຈຶ່ງມີແຮງຂຶ້ນມາອີກແລະຮັບໃຊ້ພະເຢໂຫວາຕໍ່ໆໄປໄດ້ຢ່າງມີຄວາມສຸກ. (ພສ. 18:28-32; 23:2) ໃນທຸກມື້ນີ້ກໍຄືກັນ ເມື່ອເຮົາເຈິຄວາມຍາກລຳບາກໃນຊີວິດ “ຍ້ອນຄວາມຮັກທີ່ໝັ້ນຄົງຂອງພະເຢໂຫວາ ພວກເຮົາຈຶ່ງບໍ່ເຈິຈຸດຈົບ.” (ສສ. 3:22; ກລຊ. 1:11) ດາວິດຕົກຢູ່ໃນອັນຕະລາຍເລື້ອຍໆແລະຕ້ອງເຈິກັບສັດຕູທີ່ມີອຳນາດແລະແຂງແຮງຫຼາຍກວ່າລາວ. ແຕ່ຄວາມຮັກຂອງພະເຢໂຫວາເຮັດໃຫ້ດາວິດຮູ້ສຶກປອດໄພ. ລາວຮູ້ສຶກວ່າພະເຢໂຫວາຢູ່ກັບລາວໃນທຸກສະຖານະການ. ຍ້ອນແນວນີ້ລາວຈຶ່ງໝັ້ນໃຈວ່າລາວຈະໄດ້ຮັບການປົກປ້ອງຈາກພະເຢໂຫວາ. ລາວຮ້ອງເພງວ່າ: “[ພະເຢໂຫວາ] ຊ່ວຍຂ້ອຍໃຫ້ເອົາຊະນະຄວາມຢ້ານທຸກຢ່າງ.” (ພສ. 34:4) ເຖິງວ່າບາງເທື່ອດາວິດຮູ້ສຶກຢ້ານຫຼາຍ ແຕ່ລາວກໍເອົາຊະນະຄວາມຢ້ານໄດ້ ຍ້ອນຮູ້ວ່າພະເຢໂຫວາຮັກລາວ. ຫ24.01 ໜ້າ 30 ຂໍ້ 15-17
ວັນພະຫັດທີ 12 ມິຖຸນາ
ຖ້າຄົນຊົ່ວມາຊວນລູກໃຫ້ເຮັດຊົ່ວກໍຢ່າໄປເຮັດນຳເຂົາເຈົ້າ.—ສພສ. 1:10
ຮຽນຈາກການຕັດສິນໃຈທີ່ບໍ່ສະຫຼາດຂອງເຢໂຮອາດ. ຫຼັງຈາກປະໂລຫິດໃຫຍ່ເຢໂຮຢາດາຕາຍ ເຢໂຮອາດກໍຄົບໝູ່ບໍ່ດີທີ່ພາລາວເຮັດຜິດ. (2ຂຄ. 24:17, 18) ລາວຟັງຄວາມຂອງພວກເຈົ້ານາຍຂອງຢູດາທີ່ບໍ່ຮັກພະເຢໂຫວາ. ເຈົ້າອາດຄິດວ່າລາວບໍ່ຄວນຄົບຫາກັບຄົນເຫຼົ່ານັ້ນຍ້ອນເຂົາເຈົ້າເປັນຄົນບໍ່ດີ. ແຕ່ລາວພັດຟັງຄວາມເຂົາເຈົ້າແລະເອີ້ນເຂົາເຈົ້າວ່າໝູ່. ທີ່ຈິງ ເຊກາຣີຢາທີ່ເປັນພີ່ນ້ອງຂອງລາວໄດ້ເຕືອນລາວແລ້ວ ແຕ່ລາວກໍບໍ່ຟັງແລະຍັງສັ່ງຄົນໃຫ້ໄປຂ້າເຊກາຣີຢາຊ້ຳ. (2ຂຄ. 24:20, 21; ມທ. 23:35) ເຢໂຮອາດເຮັດສິ່ງທີ່ຊົ່ວແລະບໍ່ສະຫຼາດ. ຊີວິດຂອງລາວເລີ່ມຕົ້ນດີ ແຕ່ຈົບລົງດ້ວຍການທໍລະຍົດພະເຈົ້າແລະການຂ້າຄົນ. ໃນທີ່ສຸດ ຄົນຮັບໃຊ້ຂອງລາວກໍຂ້າລາວ. (2ຂຄ. 24:22-25) ຖ້າເຢໂຮອາດຍັງເຊື່ອຟັງພະເຢໂຫວາແລະເຮັດຕາມຄຳແນະນຳຂອງຄົນທີ່ຮັກເພິ່ນ ຊີວິດຂອງລາວຄືຊິບໍ່ເປັນແບບນີ້. ຫ23.09 ໜ້າ 9 ຂໍ້ 6
ວັນສຸກທີ 13 ມິຖຸນາ
ບໍ່ຕ້ອງຢ້ານ.—ລກ. 5:10
ພະເຢຊູຮູ້ວ່າເປໂຕຈະສັດຊື່ຕໍ່ໆໄປ ເພິ່ນຈຶ່ງເວົ້າກັບເປໂຕວ່າ: “ບໍ່ຕ້ອງຢ້ານ.” ການທີ່ພະເຢຊູໝັ້ນໃຈໃນເປໂຕແບບນີ້ໄດ້ປ່ຽນຊີວິດຂອງລາວ. ຕໍ່ມາ ເປໂຕກັບອັນເດອານ້ອງຊາຍຂອງລາວໄດ້ເຊົາເຮັດອາຊີບຫາປາແລະມາເປັນຜູ້ຕິດຕາມພະເຢຊູ. ການຕັດສິນໃຈແບບນັ້ນເຮັດໃຫ້ເຂົາເຈົ້າໄດ້ຮັບສິ່ງດີໆຫຼາຍຢ່າງ. (ມຣກ. 1:16-18) ຕອນທີ່ເປໂຕຕິດຕາມພະເຢຊູ ລາວມີປະສົບການທີ່ດີຫຼາຍຢ່າງ. ລາວໄດ້ເຫັນພະເຢຊູປົວຄົນເຈັບປ່ວຍ ໄລ່ພວກປີສາດທີ່ເຂົ້າສິງຄົນ ແລະປຸກຄົນຕາຍໃຫ້ຟື້ນຄືນມາ. (ມທ. 8:14-17; ມຣກ. 5:37, 41, 42) ນອກຈາກນັ້ນ ເປໂຕຍັງໄດ້ເຫັນນິມິດທີ່ໜ້າຕື່ນເຕັ້ນກ່ຽວກັບພະເຢຊູທີ່ຈະເປັນກະສັດໃນການປົກຄອງຂອງພະເຈົ້າ. ເປໂຕຈະບໍ່ລືມເລື່ອງນີ້ຕະຫຼອດຊີວິດຂອງລາວ. (ມຣກ. 9:1-8; 2ປຕ. 1:16-18) ເປໂຕຈະບໍ່ໄດ້ເຫັນເລື່ອງແບບນີ້ຖ້າລາວບໍ່ໄດ້ເຂົ້າມາເປັນລູກສິດຂອງພະເຢຊູ. ເປໂຕຕ້ອງດີໃຈແທ້ໆທີ່ໄດ້ເອົາຊະນະຄວາມຮູ້ສຶກໃນແງ່ລົບຂອງໂຕເອງແລະມີໂອກາດໄດ້ເຫັນສິ່ງເຫຼົ່ານີ້! ຫ23.09 ໜ້າ 21 ຂໍ້ 4-5
ວັນເສົາທີ 14 ມິຖຸນາ
ພະເຢຊູຕອບວ່າ: “ບໍ່ແມ່ນແຕ່ 7 ເທື່ອເທົ່ານັ້ນ ແຕ່ຕ້ອງຮອດ 77 ເທື່ອ.”—ມທ. 18:22
ໃນຈົດໝາຍສະບັບທຳອິດ ເປໂຕໃຊ້ຄຳວ່າ “ໃຫ້ຮັກກັນຫຼາຍໆ.” ຄວາມຮັກແບບນີ້ “ປົກຄຸມບາບໄດ້ຢ່າງຫຼວງຫຼາຍ” ບໍ່ແມ່ນແຕ່ຄວາມຜິດສອງສາມຢ່າງເທົ່ານັ້ນ. (1ປຕ. 4:8) ເປໂຕຄືຊິຄິດເຖິງບົດຮຽນເລື່ອງການໃຫ້ອະໄພທີ່ພະເຢຊູໄດ້ສອນລາວຫຼາຍປີກ່ອນ. ຕອນນັ້ນ ເປໂຕຄິດວ່າລາວເປັນຄົນໃຈກວ້າງແລ້ວເມື່ອລາວບອກວ່າລາວຈະໃຫ້ອະໄພພີ່ນ້ອງຮອດ “7 ເທື່ອ” ແຕ່ພະເຢຊູສອນລາວແລະພວກເຮົາວ່າຕ້ອງໃຫ້ອະໄພ “ຮອດ 77 ເທື່ອ” ເຊິ່ງໝາຍຄວາມວ່າບໍ່ມີຂີດຈຳກັດ. (ມທ. 18:21) ຖ້າເຈົ້າຮູ້ສຶກວ່າຍາກທີ່ຈະເອົາຄຳແນະນຳນີ້ໄປໃຊ້ ກໍຢ່າຟ້າວທໍ້ໃຈ. ຜູ້ຮັບໃຊ້ຂອງພະເຢໂຫວາທຸກຄົນບໍ່ສົມບູນແບບ ບາງເທື່ອກໍຮູ້ສຶກຍາກທີ່ຈະໃຫ້ອະໄພຄົນອື່ນ. ສິ່ງທີ່ສຳຄັນໃນຕອນນີ້ແມ່ນເຈົ້າຕ້ອງເຮັດສິ່ງທີ່ເຮັດໄດ້ເພື່ອຈະໃຫ້ອະໄພພີ່ນ້ອງແລະສ້າງຄວາມສະຫງົບສຸກກັບລາວ. ຫ23.09 ໜ້າ 29 ຂໍ້ 12
ວັນອາທິດທີ 15 ມິຖຸນາ
ລູກໄດ້ຮ້ອງຫາພະເຢໂຫວາ ແລ້ວພະອົງກໍຕອບລູກ.—ຢນ. 2:2
ຕອນທີ່ໂຢນາຢູ່ໃນທ້ອງປາຜູ້ດຽວ ລາວກໍກັບໃຈແລະໝັ້ນໃຈວ່າພະເຢໂຫວາຈະຟັງຄຳອະທິດຖານທີ່ຖ່ອມໃຈຂອງລາວ ແລະໝັ້ນໃຈວ່າພະເຢໂຫວາຈະຊ່ວຍລາວແທ້ໆ. ຫຼັງຈາກທີ່ພະເຢໂຫວາຊ່ວຍລາວໃຫ້ປອດໄພແລ້ວ ລາວກໍພ້ອມທີ່ຈະເຮັດວຽກທີ່ພະເຢໂຫວາໃຫ້ລາວໄປເຮັດ. (ຢນ. 2:10–3:4) ຕອນທີ່ເຈົ້າກຳລັງເຈິບັນຫາ ເຈົ້າເຄີຍອຸກໃຈຫຼາຍຈົນບໍ່ຮູ້ວ່າຊິອະທິດຖານແນວໃດບໍ? ຫຼືບັນຫານັ້ນເຮັດໃຫ້ເຈົ້າໝົດແຮງຈົນສຶກສາສ່ວນໂຕບໍ່ໄດ້ບໍ? ຖ້າເປັນແບບນັ້ນ ພະເຢໂຫວາເຂົ້າໃຈດີວ່າເຈົ້າກຳລັງເຈິຫຍັງຢູ່. ດັ່ງນັ້ນ ເຖິງວ່າເຈົ້າອະທິດຖານສັ້ນໆແຕ່ເຈົ້າກໍໝັ້ນໃຈໄດ້ວ່າພະເຢໂຫວາຈະໃຫ້ສິ່ງທີ່ເຈົ້າຈຳເປັນຕ້ອງໄດ້ຮັບແທ້ໆ. (ອຟຊ. 3:20) ຖ້າເຈົ້າບໍ່ສະບາຍ ໝົດແຮງ ຫຼືເຈັບປວດໃຈຫຼາຍຈົນອ່ານຄຳພີໄບເບິນຫຼືສຶກສາສ່ວນໂຕບໍ່ໄດ້ ເຈົ້າອາດຟັງຟາຍສຽງການອ່ານຄຳພີໄບເບິນຫຼືຟັງຟາຍສຽງການອ່ານປຶ້ມອື່ນໆຂອງອົງການກໍໄດ້ ຫຼືເຈົ້າອາດຟັງເພງຂອງອົງການຫຼືເບິ່ງວິດີໂອໃນເວັບໄຊ jw.org. ຖ້າເຈົ້າອະທິດຖານຫາພະເຢໂຫວາແລະພະຍາຍາມສັງເກດວ່າເພິ່ນຕອບເຈົ້າແນວໃດຜ່ານທາງສິ່ງທີ່ເພິ່ນຈັດກຽມໄວ້ ກໍສະແດງໃຫ້ເຫັນວ່າເຈົ້າເຕັມໃຈໃຫ້ພະເຢໂຫວາຊ່ວຍເຈົ້າໃຫ້ເຂັ້ມແຂງ. ຫ23.10 ໜ້າ 13 ຂໍ້ 6; ໜ້າ 14 ຂໍ້ 9
ວັນຈັນທີ 16 ມິຖຸນາ
ພະລັງບໍລິສຸດເຮັດໃຫ້ເຫັນວ່າຕອນທີ່ຍັງມີເຕັ້ນຫຼັງທຳອິດ ບໍ່ມີຜູ້ໃດຮູ້ທາງເຂົ້າບ່ອນບໍລິສຸດ.—ຮຣ. 9:8
ທາງໃນຂອງເຕັ້ນສັກສິດແລະທາງໃນຂອງວິຫານຢູ່ເມືອງເຢຣູຊາເລັມມີລັກສະນະຄ້າຍຄືກັນ. ທາງໃນມີ 2 ຫ້ອງຄື: “ຫ້ອງບໍລິສຸດ” ກັບ “ຫ້ອງບໍລິສຸດທີ່ສຸດ” ແລະມີຜ້າກັ້ງຂັ້ນລະຫວ່າງ 2 ຫ້ອງນີ້. (ຮຣ. 9:2-5; ອພຍ. 26:31-33) ໃນຫ້ອງບໍລິສຸດມີຂາຕະກຽງຄຳ ແທ່ນບູຊາທີ່ໃຊ້ເຜົາເຄື່ອງຫອມ ແລະໂຕະສຳລັບວາງເຂົ້າຈີ່ທີ່ຕັ້ງໄວ້. ມີແຕ່ປະໂລຫິດທີ່ “ຖືກເລືອກແລະໄດ້ຮັບການແຕ່ງຕັ້ງ” ເທົ່ານັ້ນຈຶ່ງຈະເຂົ້າໄປເຮັດວຽກຮັບໃຊ້ຢູ່ໃນຫ້ອງນີ້ໄດ້. (ຈຊບ. 3:3, 7, 10) ໃນຫ້ອງບໍລິສຸດທີ່ສຸດມີຫີບສັນຍາທີ່ໂອບຄຳ ເຊິ່ງສະແດງວ່າພະເຢໂຫວາຢູ່ຫັ້ນ. (ອພຍ. 25:21, 22) ມີແຕ່ປະໂລຫິດໃຫຍ່ເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ຍ່າງຜ່ານຜ້າກັ້ງເຂົ້າໄປໃນຫ້ອງບໍລິສຸດທີ່ສຸດໃນວັນໄຖ່ຄວາມຜິດປະຈຳປີ. ລາວຈະເອົາເລືອດສັດເຂົ້າໄປໃນຫ້ອງນັ້ນເພື່ອໄຖ່ຄວາມຜິດໃຫ້ໂຕເອງແລະຄົນໝົດຊາດ. (ລລວ. 16:2, 17) ໃນທີ່ສຸດ ພະເຢໂຫວາກໍເປີດເຜີຍໃຫ້ຮູ້ວ່າທັງສອງຫ້ອງນີ້ເປັນພາບສະແດງເຖິງຫຍັງ.—ຮຣ. 9:6, 7. ຫ23.10 ໜ້າ 27 ຂໍ້ 12
ວັນອັງຄານທີ 17 ມິຖຸນາ
ໃຫ້ . . . ຮັກກັນ.—ຢຮ. 15:17
ໃນຄຳພີໄບເບິນເຮົາເຫັນຫຼາຍເທື່ອທີ່ພະເຢໂຫວາສັ່ງວ່າ ໃຫ້ “ຮັກກັນ.” (ຢຮ. 15:12; ຣມ. 13:8; 1ທຊ. 4:9; 1ປຕ. 1:22; 1ຢຮ. 4:11) ແຕ່ຄວາມຮັກເປັນຄວາມຮູ້ສຶກທີ່ຢູ່ໃນໃຈເຮົາທີ່ບໍ່ມີໃຜເຫັນ. ຄັນຊັ້ນ ເຮົາຈະສະແດງໃຫ້ພີ່ນ້ອງເຫັນແນວໃດວ່າເຮົາຮັກເຂົາເຈົ້າ? ກໍໂດຍທາງຄຳເວົ້າແລະການກະທຳ. ມີຫຼາຍວິທີທີ່ເຮົາເຮັດໃຫ້ພີ່ນ້ອງເຫັນວ່າເຮົາຮັກເຂົາເຈົ້າ. ຕໍ່ໄປນີ້ແມ່ນບາງຕົວຢ່າງ. “ເວົ້າຄວາມຈິງຕໍ່ກັນ.” (ຊຄຢ. 8:16) “ຢູ່ນຳກັນຢ່າງສະຫງົບສຸກ.” (ມຣກ. 9:50) “ເປັນຝ່າຍເລີ່ມຕົ້ນໃຫ້ກຽດຄົນອື່ນກ່ອນ.” (ຣມ. 12:10) “ຕ້ອນຮັບກັນແລະກັນ.” (ຣມ. 15:7) “ໃຫ້ອະໄພກັນ . . . ຕໍ່ໄປ.” (ກລຊ. 3:13) “ຊ່ວຍແບ່ງເບົາພາລະຂອງກັນແລະກັນ.” (ຄລຕ. 6:2) “ໃຫ້ກຳລັງໃຈກັນສະເໝີ.” (1ທຊ. 4:18) “ເສີມສ້າງກັນໃຫ້ເຂັ້ມແຂງຢູ່ສະເໝີ.” (1ທຊ. 5:11) “ອະທິດຖານເພື່ອກັນແລະກັນ.”—ຢກບ. 5:16. ຫ23.11 ໜ້າ 9 ຂໍ້ 7-8
ວັນພຸດທີ 18 ມິຖຸນາ
ໃຫ້ຄວາມຫວັງຂອງພວກເຈົ້າເຮັດໃຫ້ພວກເຈົ້າມີຄວາມສຸກ.—ຣມ. 12:12
ທຸກມື້ນີ້ເຮົາຕ້ອງມີຄວາມເຊື່ອເຂັ້ມແຂງໃນການຕັດສິນໃຈບາງເລື່ອງ ເຊັ່ນ: ການເລືອກໝູ່ ການພັກຜ່ອນຢ່ອນໃຈ ການສຶກສາ ການແຕ່ງດອງ ການມີລູກ ແລະເລື່ອງວຽກອາຊີບ. ດັ່ງນັ້ນ ເຮົາຕ້ອງຖາມໂຕເອງວ່າ: ‘ສິ່ງທີ່ຂ້ອຍເລືອກສະແດງວ່າຂ້ອຍໝັ້ນໃຈບໍວ່າໂລກຊົ່ວນີ້ຈະຢູ່ອີກບໍ່ດົນ? ແລະໂລກໃໝ່ໃກ້ຈະມາແລ້ວບໍ? ຫຼືຂ້ອຍເປັນຄືກັບຄົນທົ່ວໄປທີ່ເຊື່ອວ່າອີກບໍ່ດົນກໍຈະຕາຍ?’ (ມທ. 6:19, 20; ລກ. 12:16-21) ຖ້າເຮົາໝັ້ນໃຈວ່າອີກບໍ່ດົນໂລກໃໝ່ຈະມາ ເຮົາຈະຕັດສິນໃຈເລື່ອງຕ່າງໆໄດ້ດີທີ່ສຸດ. ນອກຈາກນັ້ນ ເຮົາຕ້ອງມີຄວາມເຊື່ອເຂັ້ມແຂງຕອນທີ່ເຈິກັບບັນຫາ ເຊັ່ນ: ເຮົາອາດເຈິການຂົ່ມເຫງ ມີບັນຫາສຸຂະພາບຮ້າຍແຮງ ຫຼືບັນຫາອື່ນໆທີ່ເຮັດໃຫ້ເຮົາທໍ້ໃຈ. ຕອນທຳອິດເຮົາອາດຮູ້ສຶກວ່າອົດທົນໄດ້. ແຕ່ຖ້າບັນຫານັ້ນຍືດເຍື້ອແລະບໍ່ໝົດຈັກເທື່ອເຊິ່ງຫຼາຍເທື່ອກໍມັກຈະເປັນແບບນັ້ນ ເຮົາກໍຕ້ອງມີຄວາມເຊື່ອເຂັ້ມແຂງເພື່ອຈະອົດທົນແລະຮັບໃຊ້ພະເຢໂຫວາຢ່າງມີຄວາມສຸກຕໍ່ໆໄປໄດ້.—1ປຕ. 1:6, 7. ຫ23.04 ໜ້າ 27 ຂໍ້ 4-5
ວັນພະຫັດທີ 19 ມິຖຸນາ
ໃຫ້ອະທິດຖານເປັນປະຈຳ.—1ທຊ. 5:17
ພະເຢໂຫວາຢາກໃຫ້ເຮົາເຮັດສອດຄ່ອງກັບຄຳອະທິດຖານຂອງເຮົາ. ຍົກຕົວຢ່າງ ພີ່ນ້ອງຊາຍຄົນໜຶ່ງອາດຂໍໃຫ້ພະເຢໂຫວາຊ່ວຍລາວໃຫ້ພັກວຽກໄດ້ເພື່ອເຂົ້າຮ່ວມການປະຊຸມພາກ. ພະເຢໂຫວາອາດຕອບຄຳອະທິດຖານຂອງລາວແນວໃດ? ພະເຢໂຫວາອາດຊ່ວຍລາວໃຫ້ກ້າທີ່ຈະລົມກັບຫົວໜ້າ. ແຕ່ລາວຍັງຕ້ອງໄປຫາຫົວໜ້າແລະຂໍລາພັກ. ລາວອາດຕ້ອງຂໍກັບຫົວໜ້າຫຼາຍເທື່ອ. ບາງເທື່ອລາວອາດຕ້ອງສະເໜີປ່ຽນມື້ເຮັດວຽກກັບຄົນອື່ນ ຫຼືຂໍພັກວຽກໂດຍບໍ່ເອົາເງິນ. ພະເຢໂຫວາຢາກໃຫ້ເຮົາອະທິດຖານຕໍ່ໆໄປໃນເລື່ອງທີ່ເຮົາກັງວົນ. ພະເຢຊູບອກວ່າບາງສິ່ງທີ່ເຮົາຂໍຈະບໍ່ໄດ້ຮັບຄຳຕອບທັນທີ. (ລກ. 11:9) ດັ່ງນັ້ນ ຢ່າເຊົາອະທິດຖານ. ໃຫ້ອະທິດຖານຢ່າງຈິງຈັງແລະອະທິດຖານເລື້ອຍໆ. (ລກ. 18:1-7) ເມື່ອເຮັດແບບນັ້ນເຮົາເຮັດໃຫ້ພະເຢໂຫວາເຫັນວ່າສິ່ງທີ່ເຮົາຂໍມັນສຳຄັນແທ້ໆຕໍ່ເຮົາແລະຍັງສະແດງໃຫ້ເຫັນວ່າເຮົາເຊື່ອວ່າພະເຢໂຫວາສາມາດຊ່ວຍເຮົາໄດ້. ຫ23.11 ໜ້າ 22 ຂໍ້ 10-11
ວັນສຸກທີ 20 ມິຖຸນາ
ພວກເຮົາໝັ້ນໃຈວ່າຄວາມຫວັງນັ້ນຈະເປັນຈິງແນ່ນອນ.—ຣມ. 5:5
ພະເຢໂຫວາສັນຍາກັບອັບຣາຮາມທີ່ເປັນໝູ່ຂອງເພິ່ນວ່າ ທຸກຊາດໃນໂລກຈະໄດ້ຮັບພອນຍ້ອນລູກຫຼານຂອງລາວ. (ປຖກ. 15:5; 22:18) ອັບຣາຮາມມີຄວາມເຊື່ອຫຼາຍແທ້ໆແລະໝັ້ນໃຈວ່າຄຳສັນຍານີ້ຈະເປັນຈິງ. ແຕ່ຕອນນັ້ນລາວອາຍຸ 100 ປີ ແລະຊາຣາເມຍຂອງລາວກໍອາຍຸ 90 ປີແລ້ວ ແຕ່ເຂົາເຈົ້າຍັງບໍ່ມີລູກເທື່ອ. (ປຖກ. 21:1-7) ເຖິງຈະເປັນແນວນັ້ນ ຄຳພີໄບເບິນກໍບອກວ່າ: “ແຕ່ອັບຣາຮາມຫວັງແລະເຊື່ອວ່າລາວຈະໄດ້ເປັນພໍ່ຂອງຄົນຫຼາຍຊົນຊາດແທ້ໆຕາມທີ່ພະເຈົ້າບອກໄວ້.” (ຣມ. 4:18) ໃນທີ່ສຸດຄວາມຫວັງທີ່ອັບຣາຮາມລໍຖ້າມາດົນກໍເປັນຈິງ. ລາວມີລູກຊາຍທີ່ຊື່ອີຊາກ. ເປັນຫຍັງອັບຣາຮາມຈຶ່ງໝັ້ນໃຈວ່າພະເຢໂຫວາຈະຮັກສາສັນຍາ? ອັບຣາຮາມສະໜິດກັບພະເຢໂຫວາຫຼາຍ ລາວຈຶ່ງ “ໝັ້ນໃຈວ່າ [ພະເຈົ້າ] ຈະເຮັດຕາມຄຳສັນຍາໄດ້ຢ່າງແນ່ນອນ.” (ຣມ. 4:21) ອັບຣາຮາມເປັນຄົນທີ່ພະເຢໂຫວາຍອມຮັບ ແລະເພິ່ນກໍພໍໃຈລາວຫຼາຍຍ້ອນລາວມີຄວາມເຊື່ອ.—ຢກບ. 2:23. ຫ23.12 ໜ້າ 8 ຂໍ້ 1-2
ວັນເສົາທີ 21 ມິຖຸນາ
ຄົນທີ່ສັດຊື່ໃນເລື່ອງນ້ອຍໆກໍສັດຊື່ໃນເລື່ອງໃຫຍ່ຄືກັນ ແລະຄົນທີ່ບໍ່ສັດຊື່ໃນເລື່ອງນ້ອຍໆກໍບໍ່ສັດຊື່ໃນເລື່ອງໃຫຍ່ຄືກັນ.—ລກ. 16:10
ພີ່ນ້ອງຊາຍທີ່ຍັງໜຸ່ມທີ່ໄວ້ໃຈໄດ້ຈະເປັນຄົນທີ່ມີຄວາມຮັບຜິດຊອບແລະເຮັດວຽກທີ່ໄດ້ຮັບມອບໝາຍໃຫ້ສຳເລັດ. ຕົວຢ່າງທີ່ດີທີ່ສຸດທີ່ເຈົ້າຈະຮຽນແບບໄດ້ກໍຄືພະເຢຊູ. ພະເຢຊູເອົາໃຈໃສ່ວຽກມອບໝາຍທຸກຢ່າງທີ່ເພິ່ນໄດ້ຮັບ ແລະເພິ່ນກໍມີຄວາມຮັບຜິດຊອບນຳ. ພະເຢຊູເຮັດວຽກມອບໝາຍທີ່ພະເຢໂຫວາໃຫ້ເພິ່ນເຖິງວ່າວຽກນັ້ນຈະຍາກຫຼາຍ. ພະເຢຊູຮັກຄົນອື່ນໂດຍສະເພາະພວກລູກສິດຂອງເພິ່ນ ແລະເພິ່ນເຕັມໃຈຕາຍເພື່ອເຂົາເຈົ້າ. (ຢຮ. 13:1) ເຈົ້າຮຽນແບບພະເຢຊູໄດ້ໂດຍເຮັດວຽກມອບໝາຍສຸດຄວາມສາມາດ ແລະຖ້າບໍ່ແນ່ໃຈວ່າວຽກນັ້ນເຮັດແນວໃດກໍໃຫ້ຖ່ອມໃຈແລະຂໍຄວາມຊ່ວຍເຫຼືອຈາກພີ່ນ້ອງຊາຍທີ່ມີຄວາມເປັນຜູ້ໃຫຍ່. ຢ່າເຮັດພໍແລ້ວມືແລ້ວຕີນຊື່ໆ. (ຣມ. 12:11) ແຕ່ໃຫ້ເຮັດວຽກນັ້ນສຸດຄວາມສາມາດຄືກັບ “ເຮັດໃຫ້ພະເຢໂຫວາບໍ່ແມ່ນເຮັດໃຫ້ມະນຸດ.” (ກລຊ. 3:23) ແນ່ນອນວ່າເຈົ້າເປັນຄົນທີ່ບໍ່ສົມບູນແບບ ເຈົ້າອາດເຮັດຜິດພາດໄດ້. ຖ້າເປັນແນວນັ້ນ ໃຫ້ເຈົ້າຖ່ອມໃຈແລະຍອມຮັບຜິດ.—ສພສ. 11:2. ຫ23.12 ໜ້າ 26 ຂໍ້ 8
ວັນອາທິດທີ 22 ມິຖຸນາ
ຄົນທີ່ໄວ້ໃຈໃນພະເຢໂຫວາ . . . ຈະໄດ້ຮັບພອນ.—ຢຣມ. 17:7
ເຮົາດີໃຈທີ່ໄດ້ຮັບບັບເຕມາແລະໄດ້ເຂົ້າມາຢູ່ໃນຄອບຄົວຂອງພະເຢໂຫວາ. ເຮົາຮູ້ສຶກເປັນກຽດແທ້ໆທີ່ໄດ້ໃກ້ຊິດກັບພະເຢໂຫວາ. ເຮົາເຫັນດີກັບດາວິດຜູ້ຂຽນປຶ້ມເພງສັນລະເສີນທີ່ເວົ້າວ່າ: “ຄົນທີ່ມີຄວາມສຸກແມ່ນຄົນທີ່ [ພະເຢໂຫວາ] ເລືອກແລະຊວນໃຫ້ມາຢູ່ໃກ້ພະອົງ ເພື່ອໃຫ້ມາຢູ່ເດີ່ນວິຫານຂອງພະອົງ.” (ພສ. 65:4) ພະເຢໂຫວາບໍ່ໄດ້ໃຫ້ທຸກຄົນເຂົ້າມາໃນຄອບຄົວຂອງເພິ່ນ. ມີແຕ່ຄົນທີ່ຢາກຮູ້ຈັກແລະສະໜິດກັບພະເຢໂຫວາເທົ່ານັ້ນເພິ່ນຈຶ່ງໃຫ້ມາໃກ້ຊິດກັບເພິ່ນໄດ້. (ຢກບ. 4:8) ເມື່ອເຈົ້າອຸທິດໂຕແລະຮັບບັບເຕມາ ເຈົ້າກໍໝັ້ນໃຈໄດ້ວ່າພະເຢໂຫວາຈະ “ເທພອນມາໃສ່ເຈົ້າຈົນເຫຼືອເຟືອ.” (ມລກ. 3:10; ຢຣມ. 17:7, 8) ການຮັບບັບເຕມາເປັນຈຸດເລີ່ມຕົ້ນຂອງການເປັນຜູ້ຮັບໃຊ້ພະເຢໂຫວາ. ເມື່ອເຈົ້າຮັບບັບເຕມາແລ້ວ ເຈົ້າຕ້ອງພະຍາຍາມເຕັມທີທີ່ຈະໃຊ້ຊີວິດຕາມທີ່ໄດ້ອຸທິດໂຕເຖິງວ່າຈະເຈິບັນຫາຫຼືການລໍ້ໃຈ. (ປຍຈ. 5:4, 5) ຍ້ອນເຈົ້າເປັນລູກສິດຂອງພະເຢຊູ ເຈົ້າຈະຮຽນແບບເພິ່ນແລະເຊື່ອຟັງຄຳສັ່ງຂອງເພິ່ນໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້.—ມທ. 28:19, 20; 1ປຕ. 2:21. ຫ24.03 ໜ້າ 8 ຂໍ້ 1-3
ວັນຈັນທີ 23 ມິຖຸນາ
ຜູ້ຊາຍຈະຈາກພໍ່ແມ່ໄປຢູ່ກັບເມຍ.—ປຖກ. 2:24
ຈະເຮັດແນວໃດຖ້າເຈົ້າກັບຄູ່ຂອງເຈົ້າບໍ່ມັກໃຊ້ເວລາຢູ່ນຳກັນ? ຖ້າເປັນແບບນັ້ນ ເຈົ້າຈະເຮັດແນວໃດ? ຂໍໃຫ້ຄິດເຖິງກອງໄຟ. ຕອນທີ່ເຈົ້າເລີ່ມກໍ່ກອງໄຟໃໝ່ໆໄຟກໍບໍ່ໄດ້ລຸກແຮງທັນທີ. ເຈົ້າຕ້ອງໄດ້ໃສ່ຟືນດົ້ນນ້ອຍໆກ່ອນ. ຈາກນັ້ນ ຄ່ອຍໆໃສ່ຟືນດົ້ນໃຫຍ່ ແລ້ວກອງໄຟກໍຈະລຸກແຮງຂຶ້ນ. ຄ້າຍຄືກັນ ເຈົ້າອາດຈະລອງໃຊ້ເວລາກັບຄູ່ຂອງເຈົ້າມື້ລະໜ້ອຍແລະເຮັດສິ່ງທີ່ທັງສອງມັກຄືກັນ. (ຢກບ. 3:18) ການພະຍາຍາມເລີ່ມຕົ້ນເຮັດເທື່ອລະເລັກເທື່ອລະໜ້ອຍອາດຊ່ວຍໃຫ້ພວກເຈົ້າກັບມາຮັກກັນຄືເກົ່າໄດ້. ການນັບຖືແລະໃຫ້ກຽດກັນເປັນສິ່ງທີ່ສຳຄັນຫຼາຍໃນຊີວິດຄູ່. ກອງໄຟລຸກໄດ້ດີຖ້າມີອົກຊີແຊນ ແຕ່ຖ້າບໍ່ມີອົກຊີແຊນ ໄຟກໍຈະມອດໄດ້ງ່າຍ. ຄ້າຍຄືກັນ ຖ້າຜົວກັບເມຍບໍ່ນັບຖືແລະໃຫ້ກຽດກັນ ຄວາມຮັກກໍອາດຈະຈືດຈາງລົງ. ແຕ່ຖ້າເຂົາເຈົ້າພະຍາຍາມສະແດງຄວາມນັບຖືແລະໃຫ້ກຽດກັນຢູ່ສະເໝີ ເຂົາເຈົ້າກໍຈະຮັກກັນຫຼາຍຂຶ້ນ. ເຖິງຈະເປັນແບບນັ້ນກໍຕ້ອງຈື່ໄວ້ວ່າສິ່ງທີ່ສຳຄັນກໍຄືຄູ່ຂອງເຈົ້າຮູ້ສຶກບໍວ່າເຈົ້ານັບຖືແລະໃຫ້ກຽດລາວ ບໍ່ແມ່ນເຈົ້າຄິດເອົາເອງວ່າເຈົ້ານັບຖືແລະໃຫ້ກຽດລາວຢູ່ແລ້ວ. ຫ23.05 ໜ້າ 22 ຂໍ້ 9; ໜ້າ 24 ຂໍ້ 14-15
ວັນອັງຄານທີ 24 ມິຖຸນາ
ເມື່ອລູກອຸກໃຈຫຼາຍ ພະອົງກໍປອບໃຈລູກ.—ພສ. 94:19
ໃນຄຳພີໄບເບິນ ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຈົ້າບາງຄົນກໍເຈິຄວາມທຸກແລະຮູ້ສຶກຢ້ານຍ້ອນຖືກສັດຕູຕໍ່ຕ້ານແລະເຈິຄວາມກົດດັນອື່ນໆ. (ພສ. 18:4; 55:1, 5) ຄ້າຍຄືກັນ ເຮົາອາດເຈິການຕໍ່ຕ້ານຢູ່ໂຮງຮຽນ ຢູ່ບ່ອນເຮັດວຽກ ຈາກຄົນໃນຄອບຄົວ ຈາກອຳນາດການປົກຄອງ ຫຼືເຮົາອາດຢ້ານຕາຍຍ້ອນບໍ່ສະບາຍແຮງ. ຕອນທີ່ເຈິສະຖານະການແບບນີ້ ເຮົາອາດເປັນຄືກັບເດັກນ້ອຍທີ່ບໍ່ຮູ້ຊິເຮັດແນວໃດ. ພະເຢໂຫວາຈະຊ່ວຍເຮົາແນວໃດ? ເພິ່ນປອບໃຈແລະເຮັດໃຫ້ເຮົາສະບາຍໃຈຂຶ້ນ. ດັ່ງນັ້ນ ໃຫ້ໃຊ້ເວລາກັບພະເຢໂຫວາເປັນປະຈຳໂດຍອະທິດຖານແລະອ່ານຄຳພີໄບເບິນ. (ພສ. 77:1, 12-14) ຖ້າເຈົ້າເຮັດແບບນີ້ເປັນປະຈຳ ຕອນທີ່ເຈົ້າຮູ້ສຶກເຄັ່ງຕຶງ ສິ່ງທຳອິດທີ່ເຈົ້າຈະເຮັດແມ່ນຂໍໃຫ້ພະເຢໂຫວາພໍ່ທີ່ຢູ່ໃນສະຫວັນຊ່ວຍ. ເລົ່າໃຫ້ເພິ່ນຟັງວ່າເຈົ້າຢ້ານແລະອຸກໃຈເລື່ອງຫຍັງ. ແລ້ວເພິ່ນຈະເວົ້າກັບເຈົ້າແລະປອບໃຈເຈົ້າຜ່ານທາງຄຳພີໄບເບິນ.—ພສ. 119:28. ຫ24.01 ໜ້າ 24-25 ຂໍ້ 14-16
ວັນພຸດທີ 25 ມິຖຸນາ
ພະເຈົ້າເປັນຜູ້ທີ່ກະຕຸ້ນພວກເຈົ້າໃຫ້ມີທັງຄວາມຕ້ອງການແລະກຳລັງ.—ຟລປ. 2:13
ແຮງກະຕຸ້ນເປັນສິ່ງທີ່ສຳຄັນຫຼາຍ. ຄົນທີ່ມີແຮງກະຕຸ້ນຢາກຈະໄປໃຫ້ເຖິງເປົ້າໝາຍໃຫ້ໄດ້. ເມື່ອເຮົາມີແຮງກະຕຸ້ນຫຼາຍ ເຮົາກໍແຮ່ງຈະມີໂອກາດຫຼາຍທີ່ຈະເຮັດຕາມເປົ້າໝາຍໄດ້ສຳເລັດ. ເຈົ້າຈະເຮັດແນວໃດເພື່ອຈະໃຫ້ມີແຮງກະຕຸ້ນຫຼາຍຂຶ້ນ? ອະທິດຖານຂໍໃຫ້ມີແຮງກະຕຸ້ນຫຼາຍຂຶ້ນ. ພະເຢໂຫວາສາມາດໃຫ້ພະລັງບໍລິສຸດກັບເຈົ້າເພື່ອຊ່ວຍເຈົ້າໃຫ້ມີແຮງກະຕຸ້ນທີ່ຈະໄປເຖິງເປົ້າໝາຍ. ບາງເທື່ອເຮົາຕັ້ງເປົ້າໝາຍກໍຍ້ອນເຮົາຮູ້ວ່າມັນເປັນສິ່ງທີ່ດີແລະຄວນເຮັດ. ແຕ່ແທ້ໆແລ້ວເຮົາອາດບໍ່ຢາກເຮັດປານໃດ. ໃຫ້ຄິດຕຶກຕອງເຖິງສິ່ງທີ່ພະເຢໂຫວາເຮັດເພື່ອເຈົ້າມາແລ້ວ. (ພສ. 143:5) ອັກຄະສາວົກໂປໂລຄິດເຖິງຄວາມກະລຸນາທີ່ຍິ່ງໃຫຍ່ທີ່ພະເຢໂຫວາສະແດງຕໍ່ລາວ. ສິ່ງນີ້ເຮັດໃຫ້ລາວຢາກທຸ່ມເທໂຕເອງເພື່ອຮັບໃຊ້ພະເຢໂຫວາ. (1ກຣ. 15:9, 10; 1ຕມ. 1:12-14) ຄ້າຍຄືກັນ ແຮ່ງເຈົ້າຄິດເຖິງສິ່ງທີ່ພະເຢໂຫວາເຮັດເພື່ອເຈົ້າ ມັນກໍແຮ່ງເຮັດໃຫ້ເຈົ້າຢາກໄປເຖິງເປົ້າໝາຍຫຼາຍຂຶ້ນ.—ພສ. 116:12. ຫ23.05 ໜ້າ 27 ຂໍ້ 3-5
ວັນພະຫັດທີ 26 ມິຖຸນາ
ໃຫ້ສັນລະເສີນຊື່ຂອງພະເຢໂຫວາ.—ພສ. 113:1
ເມື່ອເຮົາສັນລະເສີນຊື່ຂອງພະເຢໂຫວາ ເຮົາກໍເຮັດໃຫ້ເພິ່ນດີໃຈ. (ພສ. 119:108) ນີ້ໝາຍຄວາມວ່າພະເຈົ້າຜູ້ມີລິດເດດສູງສຸດເປັນຄືກັບມະນຸດບໍທີ່ຢາກໃຫ້ຄົນອື່ນຍ້ອງຍ້ອນຂາດຄວາມໝັ້ນໃຈໃນໂຕເອງ? ບໍ່ແມ່ນ. ເມື່ອເຮົາສັນລະເສີນພະເຢໂຫວາພໍ່ຂອງເຮົາທີ່ຢູ່ໃນສະຫວັນ ເຮົາກໍພິສູດວ່າສິ່ງທີ່ຊາຕານເວົ້າບໍ່ແມ່ນຄວາມຈິງ. ຊາຕານເວົ້າວ່າຈະບໍ່ມີມະນຸດຄົນໃດສັດຊື່ຕໍ່ພະເຈົ້າເມື່ອຖືກທົດສອບ ແລະບໍ່ມີໃຜຈະພັກດີແລະປົກປ້ອງຊື່ຂອງເພິ່ນ. ມັນເວົ້າວ່າພວກເຮົາທຸກຄົນຈະເຊົາຮັບໃຊ້ພະເຈົ້າຖ້າບໍ່ໄດ້ຫຍັງຈາກເພິ່ນເລີຍ. (ໂຢບ 1:9-11; 2:4) ແຕ່ໂຢບຜູ້ຮັບໃຊ້ທີ່ສັດຊື່ພິສູດໃຫ້ເຫັນວ່າຊາຕານເວົ້າຕົວະ. ເຈົ້າເດຈະສັດຊື່ຕໍ່ພະເຈົ້າຕໍ່ໆໄປບໍ? ເຮົາທຸກຄົນມີສິດທິພິເສດທີ່ໄດ້ປົກປ້ອງຊື່ຂອງພະເຢໂຫວາແລະເຮັດໃຫ້ເພິ່ນມີຄວາມສຸກໂດຍຮັບໃຊ້ເພິ່ນຢ່າງສັດຊື່. (ສພສ. 27:11) ເປັນກຽດສຳລັບເຮົາແທ້ໆທີ່ໄດ້ເຮັດແບບນີ້! ຫ24.02 ໜ້າ 9 ຂໍ້ 4-5
ວັນສຸກທີ 27 ມິຖຸນາ
ໃຫ້ພວກເຈົ້າເຊື່ອໃນຜູ້ພະຍາກອນຂອງເພິ່ນ ແລ້ວພວກເຈົ້າຈະຊະນະ.—2ຂຄ. 20:20
ຫຼັງຈາກສະໄໝຂອງໂມເຊກັບໂຢຊວຍ ພະເຢໂຫວາໄດ້ແຕ່ງຕັ້ງພວກຜູ້ຕັດສິນໃຫ້ຊີ້ນຳປະຊາຊົນຂອງເພິ່ນ. ຕໍ່ມາ ໃນສະໄໝທີ່ມີກະສັດປົກຄອງ ພະເຢໂຫວາໄດ້ແຕ່ງຕັ້ງພວກຜູ້ພະຍາກອນໃຫ້ຊີ້ນຳປະຊາຊົນຂອງເພິ່ນ. ກະສັດທີ່ສັດຊື່ໄດ້ເຮັດຕາມຄຳແນະນຳຂອງຜູ້ພະຍາກອນ ເຊັ່ນ: ກະສັດດາວິດຍອມຮັບຢ່າງຖ່ອມໃຈຕໍ່ການສັ່ງສອນຈາກຜູ້ພະຍາກອນນາທານ. (2ຊມ. 12:7, 13; 1ຂຄ. 17:3, 4) ກະສັດເຢໂຮຊາຟັດເຮັດຕາມຄຳແນະນຳຂອງຜູ້ພະຍາກອນຢາຮາຊີເອນແລະສະໜັບສະໜູນປະຊາຊົນໃນຢູດາໃຫ້ “ເຊື່ອໃນຜູ້ພະຍາກອນຂອງພະເຈົ້າ.” (2ຂຄ. 20:14, 15) ຕອນທີ່ກະສັດເຮເຊກີຢາຢູ່ໃນສະຖານະການທີ່ຫຍຸ້ງຍາກລຳບາກ ລາວຂໍຄວາມຊ່ວຍເຫຼືອຈາກຜູ້ພະຍາກອນເອຊາຢາ. (ອຊຢ. 37:1-6) ທຸກເທື່ອທີ່ກະສັດຂອງອິດສະຣາເອນເຮັດຕາມການຊີ້ນຳຂອງພະເຢໂຫວາ ເພິ່ນກໍອວຍພອນແລະປົກປ້ອງປະຊາຊົນຂອງເພິ່ນ. (2ຂຄ. 20:29, 30; 32:22) ເຫັນໄດ້ແຈ້ງວ່າພະເຢໂຫວາກຳລັງໃຊ້ຜູ້ພະຍາກອນໃຫ້ຊີ້ນຳປະຊາຊົນຂອງເພິ່ນ. ຫ24.02 ໜ້າ 22 ຂໍ້ 8
ວັນເສົາທີ 28 ມິຖຸນາ
ຢ່າເຮັດຄືກັບເຂົາເຈົ້າ.—ອຟຊ. 5:7
ຊາຕານຢາກໃຫ້ເຮົາເປັນໝູ່ກັບຄົນທີ່ບໍ່ຮັກພະເຢໂຫວາ ເຊິ່ງເຮັດໃຫ້ເປັນເລື່ອງຍາກທີ່ເຮົາຈະເຮັດຕາມມາດຕະຖານຂອງເພິ່ນ. ເຮົາຕ້ອງຈື່ໄວ້ວ່າ ການເປັນໝູ່ກັບຜູ້ໃດຜູ້ໜຶ່ງບໍ່ແມ່ນສະເພາະຄົນທີ່ເຮົາເຫັນໜ້າຕໍ່ໜ້າເທົ່ານັ້ນ ແຕ່ລວມເຖິງຄົນທີ່ເຮົາຫຼິ້ນນຳໃນສື່ສັງຄົມອອນລາຍນຳ. ເຮົາຕ້ອງຕໍ່ສູ້ກັບຄວາມຄິດຂອງຄົນໃນໂລກທີ່ຖືວ່າການເຮັດຜິດສິນລະທຳເປັນເລື່ອງທີ່ຍອມຮັບໄດ້. ເຮົາຮູ້ວ່າຄວາມຄິດແບບນັ້ນບໍ່ຖືກຕ້ອງ. (ອຟຊ. 4:19, 20) ເຮົາຄວນຖາມໂຕເອງວ່າ: ‘ຂ້ອຍໄດ້ພະຍາຍາມແທ້ໆບໍທີ່ຈະບໍ່ໃຊ້ເວລາຫຼາຍເກີນໄປກັບໝູ່ຢູ່ບ່ອນເຮັດວຽກ ໝູ່ຢູ່ໂຮງຮຽນ ຫຼືຄົນທີ່ບໍ່ໄດ້ນັບຖືມາດຕະຖານຂອງພະເຢໂຫວາ? ຂ້ອຍກ້າຍຶດໝັ້ນກັບມາດຕະຖານຂອງພະເຢໂຫວາບໍເຖິງວ່າບາງຄົນອາດເວົ້າໃຫ້ຂ້ອຍວ່າເປັນຄົນໃຈແຄບ?’ ນອກຈາກນັ້ນ ຄືກັບທີ່ບອກໄວ້ໃນ 2 ຕີໂມທຽວ 2:20-22 ເຮົາອາດຕ້ອງລະວັງຄືກັນເມື່ອເລືອກໝູ່ໃນປະຊາຄົມ ຍ້ອນບໍ່ແມ່ນທຸກຄົນຈະຊ່ວຍເຮົາໃຫ້ຮັບໃຊ້ພະເຢໂຫວາຢ່າງສັດຊື່ຕໍ່ໆໄປ. ຫ24.03 ໜ້າ 22-23 ຂໍ້ 11-12
ວັນອາທິດທີ 29 ມິຖຸນາ
ພະເຈົ້າຜູ້ເປັນພໍ່ຮັກພວກເຈົ້າ.—ຢຮ. 16:27
ເຈົ້າເຄີຍລອງຈິນຕະນາການບໍວ່າພະເຢໂຫວາເປັນແນວໃດ? ເຖິງວ່າເຮົາບໍ່ສາມາດເຫັນພະເຢໂຫວາ ແຕ່ຄຳພີໄບເບິນຊ່ວຍເຮົາໃຫ້ຮູ້ວ່າເພິ່ນເປັນແນວໃດ. ຄຳພີໄບເບິນບອກວ່າ ພະເຢໂຫວາ “ເປັນຕາເວັນແລະເປັນໂລ້” ແລະ “ເປັນຄືກັບໄຟທີ່ເຜົາຜານ.” (ພສ. 84:11; ຮຣ. 12:29) ຄຳພີໄບເບິນຍັງບອກວ່າເພິ່ນເປັນຄືກັບແກ້ວໄພລິນ ເຫຼື້ອມຄືກັບເງິນປະສົມກັບຄຳ ແລະເປັນຄືກັບສາຍຮຸ້ງທີ່ເຫຼື້ອມໆ. (ອຊກ. 1:26-28) ຍ້ອນເຮົາບໍ່ສາມາດເຫັນພະເຢໂຫວາ ເຮົາອາດຮູ້ສຶກວ່າຍາກທີ່ຈະເຊື່ອວ່າເພິ່ນຮັກເຮົາ. ບາງຄົນຄິດວ່າເປັນໄປບໍ່ໄດ້ທີ່ພະເຢໂຫວາຈະຮັກເຂົາເຈົ້າ ຍ້ອນເຂົາເຈົ້າບໍ່ເຄີຍໄດ້ຮັບຄວາມຮັກຈາກຜູ້ໃດເລີຍ. ພະເຢໂຫວາເຂົ້າໃຈຄວາມຮູ້ສຶກແບບນັ້ນແລະຮູ້ວ່າມັນສົ່ງຜົນຕໍ່ເຮົາແນວໃດ. ດັ່ງນັ້ນ ເພື່ອຈະຊ່ວຍໃຫ້ຮູ້ວ່າພະເຢໂຫວາຮັກເຮົາ ເພິ່ນຈຶ່ງໃຫ້ຂຽນຄຸນລັກສະນະດີໆຂອງເພິ່ນໄວ້ໃນຄຳພີໄບເບິນ. ຄຳໜຶ່ງທີ່ອະທິບາຍກ່ຽວກັບພະເຢໂຫວາໄດ້ດີທີ່ສຸດແມ່ນຄວາມຮັກ. ຄຳພີໄບເບິນບອກວ່າພະເຈົ້າເປັນຄວາມຮັກ. (1ຢຮ. 4:8) ທຸກສິ່ງທີ່ພະເຢໂຫວາເຮັດແມ່ນມາຈາກຄວາມຮັກ. ຄວາມຮັກຂອງເພິ່ນຍິ່ງໃຫຍ່ຫຼາຍ ຂະໜາດຄົນທີ່ບໍ່ໄດ້ຮັກເພິ່ນ ເພິ່ນກໍຍັງສະແດງຄວາມຮັກຕໍ່ເຂົາເຈົ້າ.—ມທ. 5:44, 45. ຫ24.01 ໜ້າ 26 ຂໍ້ 1-3
ວັນຈັນທີ 30 ມິຖຸນາ
ເພິ່ນເວົ້າກັບເຂົາເຈົ້າຈາກເສົາຂີ້ເຝື້ອ.—ພສ. 99:7
ພະເຢໂຫວາແຕ່ງຕັ້ງໂມເຊໃຫ້ພາພວກອິດສະຣາເອນອອກຈາກເອຢິບ. ເພິ່ນໃຫ້ມີເສົາຂີ້ເຝື້ອນຳທາງເຂົາເຈົ້າໃນຕອນກາງເວັນ ແລະເມື່ອຮອດຕອນກາງຄືນເສົານັ້ນກໍກາຍເປັນເສົາໄຟເພື່ອໃຫ້ແສງສະຫວ່າງກັບເຂົາເຈົ້າ. (ອພຍ. 13:21) ໂມເຊພາພວກອິດສະຣາເອນນຳເສົານັ້ນໄປຈົນຮອດທະເລແດງ. ພວກອິດສະຣາເອນຢ້ານຫຼາຍ ຍ້ອນວ່າທາງໜ້າເຂົາເຈົ້າແມ່ນທະເລແດງ ແລະຢູ່ທາງຫຼັງເຂົາເຈົ້າແມ່ນກອງທັບເອຢິບທີ່ກຳລັງໄລ່ນຳມາ. ພະເຢໂຫວາຕັ້ງໃຈໃຫ້ໂມເຊພາເຂົາເຈົ້າໄປຫັ້ນ. (ອພຍ. 14:2) ແລ້ວເພິ່ນກໍເຮັດການອັດສະຈັນເພື່ອຊ່ວຍເຂົາເຈົ້າໃຫ້ລອດ. (ອພຍ. 14:26-28) ຕະຫຼອດ 40 ປີຕໍ່ມາ ໂມເຊຍັງໝັ້ນໃຈຢູ່ສະເໝີວ່າພະເຢໂຫວາໃຊ້ເສົາຂີ້ເຝື້ອເພື່ອນຳທາງພວກອິດສະຣາເອນຜ່ານບ່ອນກັນດານ. (ອພຍ. 33:7, 9, 10) ພະເຢໂຫວາເວົ້າກັບໂມເຊຈາກເສົາຂີ້ເຝື້ອ ແລ້ວໂມເຊກໍເອົາສິ່ງທີ່ພະເຢໂຫວາເວົ້າໄປບອກພວກອິດສະຣາເອນ. ດັ່ງນັ້ນ ພວກອິດສະຣາເອນເຫັນຫຼັກຖານຊັດເຈນວ່າພະເຢໂຫວາໃຊ້ໂມເຊໃຫ້ຊີ້ນຳເຂົາເຈົ້າ. ຫ24.02 ໜ້າ 21 ຂໍ້ 4-5