ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂວອຕຍ25 ໜ້າ 67-77
  • ກໍລະກົດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ກໍລະກົດ
  • ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025
  • ຫົວຂໍ້ຍ່ອຍ
  • ວັນ​ອັງຄານ​ທີ 1 ກໍລະກົດ
  • ວັນ​ພຸດ​ທີ 2 ກໍລະກົດ
  • ວັນ​ພະຫັດ​ທີ 3 ກໍລະກົດ
  • ວັນ​ສຸກ​ທີ 4 ກໍລະກົດ
  • ວັນ​ເສົາ​ທີ 5 ກໍລະກົດ
  • ວັນ​ອາທິດ​ທີ 6 ກໍລະກົດ
  • ວັນ​ຈັນ​ທີ 7 ກໍລະກົດ
  • ວັນ​ອັງຄານ​ທີ 8 ກໍລະກົດ
  • ວັນ​ພຸດ​ທີ 9 ກໍລະກົດ
  • ວັນ​ພະຫັດ​ທີ 10 ກໍລະກົດ
  • ວັນ​ສຸກ​ທີ 11 ກໍລະກົດ
  • ວັນ​ເສົາ​ທີ 12 ກໍລະກົດ
  • ວັນ​ອາທິດ​ທີ 13 ກໍລະກົດ
  • ວັນ​ຈັນ​ທີ 14 ກໍລະກົດ
  • ວັນ​ອັງຄານ​ທີ 15 ກໍລະກົດ
  • ວັນ​ພຸດ​ທີ 16 ກໍລະກົດ
  • ວັນ​ພະຫັດ​ທີ 17 ກໍລະກົດ
  • ວັນ​ສຸກ​ທີ 18 ກໍລະກົດ
  • ວັນ​ເສົາ​ທີ 19 ກໍລະກົດ
  • ວັນ​ອາທິດ​ທີ 20 ກໍລະກົດ
  • ວັນ​ຈັນ​ທີ 21 ກໍລະກົດ
  • ວັນ​ອັງຄານ​ທີ 22 ກໍລະກົດ
  • ວັນ​ພຸດ​ທີ 23 ກໍລະກົດ
  • ວັນ​ພະຫັດ​ທີ 24 ກໍລະກົດ
  • ວັນ​ສຸກ​ທີ 25 ກໍລະກົດ
  • ວັນ​ເສົາ​ທີ 26 ກໍລະກົດ
  • ວັນ​ອາທິດ​ທີ 27 ກໍລະກົດ
  • ວັນ​ຈັນ​ທີ 28 ກໍລະກົດ
  • ວັນ​ອັງຄານ​ທີ 29 ກໍລະກົດ
  • ວັນ​ພຸດ​ທີ 30 ກໍລະກົດ
  • ວັນ​ພະຫັດ​ທີ 31 ກໍລະກົດ
ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025
ຂວອຕຍ25 ໜ້າ 67-77

ກໍລະກົດ

ວັນ​ອັງຄານ​ທີ 1 ກໍລະກົດ

ພະ​ເຢຊູ​ເດີນທາງ​ໄປ​ທຸກ​ບ່ອນ​ເພື່ອ​ເຮັດ​ສິ່ງ​ດີໆ​ແລະ​ປົວ​ຄົນ.—ກຈກ. 10:38

ທຸກ​ຢ່າງ​ທີ່​ພະ​ເຢຊູ​ເວົ້າ​ແລະ​ເຮັດ​ເຊິ່ງ​ລວມ​ເຖິງ​ການ​ອັດສະຈັນ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ. (ຢຮ. 14:9) ເຮົາ​ຮຽນ​ຫຍັງ​ຈາກ​ການ​ອັດສະຈັນ​ຂອງ​ພະ​ເຢຊູ? ພະ​ເຢຊູ​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ຮັກ​ເຮົາ​ຫຼາຍ. ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ເພິ່ນ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ຜູ້​ຄົນ​ຫຼາຍ​ໂດຍ​ເຮັດ​ການ​ອັດສະຈັນ​ເພື່ອ​ຊ່ວຍ​ຄົນ​ທີ່​ມີ​ຄວາມ​ທຸກ. ມີ​ເທື່ອ​ໜຶ່ງ ມີ​ຜູ້​ຊາຍ​ຕາບອດ​ສອງ​ຄົນ​ມາ​ຂໍ​ໃຫ້​ພະ​ເຢຊູ​ຊ່ວຍ. (ມທ. 20:30-34) ຄຳພີ​ໄບເບິນ​ບອກ​ວ່າ ພະ​ເຢຊູ “ຮູ້ສຶກ​ອີ່ຕົນ.” ເພິ່ນ​ກໍ​ເລີຍ​ປົວ​ເຂົາເຈົ້າ​ໃຫ້​ເຊົາ. ຄຳ​ກຣີກ​ທີ່​ແປ​ວ່າ “ຮູ້ສຶກ​ອີ່ຕົນ” ໃນ​ຂໍ້​ນີ້​ສະແດງ​ເຖິງ​ຄວາມ​ຮູ້ສຶກ​ທີ່​ເຫັນອົກເຫັນໃຈ ເຊິ່ງ​ເປັນ​ຄວາມ​ຮູ້ສຶກ​ທີ່​ມາ​ຈາກ​ສ່ວນ​ເລິກໆ​ທີ່​ຢູ່​ພາຍ​ໃນ. ຄວາມ​ຮູ້ສຶກ​ດຽວ​ກັນ​ນີ້​ແຫຼະ​ທີ່​ເຮັດ​ໃຫ້​ພະ​ເຢຊູ​ລ້ຽງ​ອາຫານ​ຄົນ​ທີ່​ຫິວ​ແລະ​ປົວ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ຂີ້ທູດ ເຊິ່ງ​ສະແດງ​ວ່າ​ເພິ່ນ​ຮັກ​ເຂົາເຈົ້າ​ຫຼາຍ. (ມທ. 15:32; ມຣກ. 1:41) ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ພະເຈົ້າ​ທີ່ “ອີ່ດູ​ສົງສານ” ແລະ​ພະ​ເຢຊູ​ຮັກ​ເຮົາ​ຫຼາຍ​ແທ້ໆ​ແລະ​ຮູ້ສຶກ​ເຈັບ​ປວດ​ທຸກ​ເທື່ອ​ເມື່ອ​ເຫັນ​ເຮົາ​ເຈິ​ຄວາມ​ທຸກ​ລຳບາກ. (ລກ. 1:78; 1ປຕ. 5:7) ພວກ​ເພິ່ນ​ທັງ​ສອງ​ຕ້ອງ​ຢາກ​ກຳຈັດ​ຄວາມ​ທຸກ​ໃຫ້​ໝົດ​ໄປ​ຈາກ​ໂລກ​ນີ້​ແທ້ໆ! ຫ23.04 ໜ້າ 3 ຂໍ້ 4-5

ວັນ​ພຸດ​ທີ 2 ກໍລະກົດ

ພວກ​ເຈົ້າ​ຜູ້​ທີ່​ຮັກ​ພະ​ເຢໂຫວາ​ເອີ້ຍ ຂໍ​ໃຫ້​ຊັງ​ສິ່ງ​ຊົ່ວ. ເພິ່ນ​ປົກປ້ອງ​ຊີວິດ​ຂອງ​ຄົນ​ທີ່​ສັດຊື່​ຕໍ່​ເພິ່ນ. ເພິ່ນ​ຊ່ວຍ​ເຂົາເຈົ້າ​ໃຫ້​ລອດ​ຈາກ​ອຳນາດ​ຂອງ​ຄົນ​ຊົ່ວ.—ພສ. 97:10

ເຮົາ​ຕ້ອງ​ພະຍາຍາມ​ບໍ່​ອ່ານ​ແລະ​ບໍ່​ຟັງ​ຄວາມ​ຄິດ​ທີ່​ບໍ່​ດີ​ເຖິງ​ວ່າ​ຈະ​ເປັນ​ເລື່ອງ​ທີ່​ຫຼາຍ​ຄົນ​ກຳລັງ​ສົນໃຈ. ນອກ​ຈາກ​ນັ້ນ ໃຫ້​ເຮົາ​ພະຍາຍາມ​ເອົາ​ສິ່ງ​ດີໆ​ໃສ່​ໄວ້​ໃນ​ຄວາມ​ຄິດ​ຂອງ​ເຮົາ ໂດຍ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ ໄປ​ປະຊຸມ ແລະ​ໄປ​ປະກາດ​ເປັນ​ປະຈຳ. ຖ້າ​ເຮົາ​ເຮັດ​ແບບ​ນີ້ ພະ​ເຢໂຫວາ​ສັນຍາ​ວ່າ​ເພິ່ນ​ຈະ​ບໍ່​ຍອມ​ປ່ອຍ​ໃຫ້​ເຮົາ​ຖືກ​ລໍ້ໃຈ​ຈົນ​ທົນ​ບໍ່​ໄດ້. (1ກຣ. 10:12, 13) ເຮົາ​ທຸກ​ຄົນ​ຕ້ອງ​ອະທິດຖານ​ໃຫ້​ຫຼາຍ​ຂຶ້ນ​ເພື່ອ​ຈະ​ສັດຊື່​ຕໍ່​ພະ​ເຢໂຫວາ​ໃນ​ສະໄໝ​ສຸດທ້າຍ​ທີ່​ຍາກ​ລຳບາກ​ແບບ​ນີ້. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ເພິ່ນ​ໂດຍ​ການ​ອະທິດຖານ. (ພສ. 62:8) ໃຫ້​ສັນລະເສີນ​ພະ​ເຢໂຫວາ​ແລະ​ຂອບໃຈ​ເພິ່ນ​ສຳລັບ​ທຸກ​ສິ່ງ​ທີ່​ເພິ່ນ​ເຮັດ​ເພື່ອ​ເຈົ້າ. ອະທິດຖານ​ຂໍ​ເພິ່ນ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ກ້າຫານ​ໃນ​ວຽກ​ປະກາດ ໃຫ້​ຮັບມື​ກັບ​ບັນຫາ ແລະ​ເອົາ​ຊະນະ​ການ​ລໍ້ໃຈ​ທີ່​ເຈົ້າ​ກຳລັງ​ເຈິ​ຢູ່. ຢ່າ​ໃຫ້​ໃຜ​ຫຼື​ສິ່ງ​ໃດ​ມາ​ຂັດຂວາງ​ເຈົ້າ​ບໍ່​ໃຫ້​ອະທິດຖານ​ເປັນ​ປະຈຳ. ຫ23.05 ໜ້າ 7 ຂໍ້ 17-18

ວັນ​ພະຫັດ​ທີ 3 ກໍລະກົດ

ໃຫ້​ພວກ​ເຮົາ​ສົນໃຈ​ກັນ . . . ໃຫ້​ກຳລັງ​ໃຈ​ກັນ.—ຮຣ. 10:24, 25

ເປັນ​ຫຍັງ​ເຮົາ​ຈຶ່ງ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ? ເຫດຜົນ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ກໍ​ຄື​ເພື່ອ​ສັນລະເສີນ​ພະ​ເຢໂຫວາ. (ພສ. 26:12; 111:1) ນອກ​ຈາກ​ນັ້ນ ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ​ຈະ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ໃຫ້​ກຳລັງ​ໃຈ​ກັນ​ໃນ​ສະໄໝ​ທີ່​ຍາກ​ລຳບາກ​ແບບ​ນີ້. (1ທຊ. 5:11) ເມື່ອ​ເຮົາ​ອອກ​ຄວາມ​ຄິດ​ເຫັນ ມັນ​ກໍ​ແຮ່ງ​ຈະ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ໄດ້​ສັນລະເສີນ​ພະ​ເຢໂຫວາ​ແລະ​ເຮັດ​ໃຫ້​ຄົນ​ອື່ນ​ໄດ້​ກຳລັງ​ໃຈ. ແຕ່​ບາງ​ເທື່ອ​ກໍ​ບໍ່​ງ່າຍ​ຍ້ອນ​ເຮົາ​ອາດ​ບໍ່​ກ້າ​ອອກ​ຄວາມ​ຄິດ​ເຫັນ ຫຼື​ເມື່ອ​ເຮົາ​ຍົກ​ມື​ພີ່ນ້ອງ​ທີ່​ນຳ​ສ່ວນ​ອາດ​ບໍ່​ໄດ້​ເອີ້ນ​ເຮົາ​ເລື້ອຍໆ​ຕາມ​ທີ່​ເຮົາ​ຕ້ອງການ. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບມື​ກັບ​ບັນຫາ​ເຫຼົ່າ​ນີ້? ໂປໂລ​ບອກ​ວ່າ ເຮົາ​ຄວນ​ສົນໃຈ​ທີ່​ຈະ “ໃຫ້​ກຳລັງ​ໃຈ​ກັນ.” ເມື່ອ​ເຮົາ​ຮູ້​ວ່າ​ພີ່ນ້ອງ​ຈະ​ໄດ້​ກຳລັງ​ໃຈ​ເຖິງ​ວ່າ​ເຮົາ​ຈະ​ອອກ​ຄວາມ​ຄິດ​ເຫັນ​ແບບ​ງ່າຍໆ ມັນ​ກໍ​ເຮັດ​ໃຫ້​ເຮົາ​ກ້າ​ຫຼາຍ​ຂຶ້ນ​ທີ່​ຈະ​ອອກ​ຄວາມ​ຄິດ​ເຫັນ. ຖ້າ​ພີ່ນ້ອງ​ທີ່​ນຳ​ສ່ວນ​ບໍ່​ຄ່ອຍ​ເອີ້ນ​ເຮົາ ເຮົາ​ກໍ​ມີ​ຄວາມ​ສຸກ​ທີ່​ຄົນ​ອື່ນ​ສາມາດ​ອອກ​ຄວາມ​ຄິດ​ເຫັນ​ໃນ​ການ​ປະຊຸມ.—1ປຕ. 3:8. ຫ23.04 ໜ້າ 20 ຂໍ້ 1-3

ວັນ​ສຸກ​ທີ 4 ກໍລະກົດ

ໃຫ້​ກັບ​ເມືອ​ເມືອງ​ເຢຣູຊາເລັມ . . . ເພື່ອ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຄືນ​ໃໝ່.—ອຊຣ. 1:3

ກະສັດ​ໄດ້​ອອກ​ຄຳ​ສັ່ງ​ວ່າ​ຄົນ​ຢິວ​ທີ່​ຖືກ​ຈັບ​ມາ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ດົນ​ເຖິງ 70 ປີ ສາມາດ​ກັບ​ໄປ​ອິດສະຣາເອນ​ບ້ານ​ເກີດ​ຂອງ​ໂຕເອງ​ໄດ້. (ອຊຣ. 1:2-4) ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ເຮັດ​ເລື່ອງ​ນີ້​ໄດ້. ຍ້ອນ​ປົກກະຕິ​ແລ້ວ​ບາບີໂລນ​ຈະ​ບໍ່​ປ່ອຍ​ຊະເລີຍ​ທີ່​ຈັບ​ມາ​ໄດ້​ໃຫ້​ເປັນ​ອິດສະຫຼະ. (ອຊຢ. 14:4, 17) ແຕ່​ເມືອງ​ບາບີໂລນ​ໄດ້​ຫຼົ້ມ​ສະຫຼາຍ ຜູ້​ປົກຄອງ​ຄົນ​ໃໝ່​ຈຶ່ງ​ບອກ​ໃຫ້​ຄົນ​ຢິວ​ອອກ​ຈາກ​ບາບີໂລນ​ໄດ້. ຄົນ​ຢິວ​ທຸກ​ຄົນ​ໂດຍ​ສະເພາະ​ຫົວໜ້າ​ຄອບຄົວ​ຕ້ອງ​ຕັດສິນໃຈ​ເລື່ອງ​ທີ່​ສຳຄັນ​ທີ່​ວ່າ ເຂົາເຈົ້າ​ຍັງ​ຈະ​ຢູ່​ບາບີໂລນ​ຕໍ່​ໄປ​ຫຼື​ຈະ​ອອກ​ຈາກ​ບ່ອນ​ນັ້ນ. ແຕ່​ການ​ຕັດສິນໃຈ​ເລື່ອງ​ນີ້​ກໍ​ອາດ​ຈະ​ບໍ່​ງ່າຍ. ຄົນ​ຢິວ​ທີ່​ອາຍຸ​ຫຼາຍ​ອາດ​ບໍ່​ກ້າ​ສ່ຽງ​ທີ່​ຈະ​ເດີນທາງ​ໄກ​ແລະ​ຍາກ​ລຳບາກ. ນອກ​ຈາກ​ນັ້ນ ຄົນ​ຢິວ​ສ່ວນ​ຫຼາຍ​ເກີດ​ຢູ່​ບາບີໂລນ ຕະຫຼອດ​ຊີວິດ​ຂອງ​ເຂົາເຈົ້າ​ຮູ້​ຈັກ​ແຕ່​ບາບີໂລນ​ເທົ່າ​ນັ້ນ. ເຂົາເຈົ້າ​ບໍ່​ຮູ້ສຶກ​ວ່າ​ອິດສະຣາເອນ​ເປັນ​ຄື​ບ້ານ ແຕ່​ເປັນ​ພຽງ​ບ້ານ​ເກີດ​ຂອງ​ບັນພະບຸລຸດ. ຄົນ​ຢິວ​ບາງ​ຄົນ​ກໍ​ອາດ​ຈະ​ມີ​ຖານະ​ດີ​ຢູ່​ບາບີໂລນ ມັນ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ເຂົາເຈົ້າ​ຕ້ອງ​ຖິ້ມ​ເຮືອນ​ທີ່​ສະດວກ​ສະບາຍ​ຫຼື​ທຸລະກິດ ແລ້ວ​ໄປ​ເລີ່ມ​ຕົ້ນ​ຊີວິດ​ໃໝ່​ໃນ​ປະເທດ​ທີ່​ເຂົາເຈົ້າ​ບໍ່​ຮູ້​ຈັກ. ຫ23.05 ໜ້າ 14 ຂໍ້ 1-2

ວັນ​ເສົາ​ທີ 5 ກໍລະກົດ

ພວກ​ເຈົ້າ . . . ຕ້ອງ​ກຽມ​ພ້ອມ.—ມທ. 24:44

ຄຳພີ​ໄບເບິນ​ບອກ​ເຮົາ​ໃຫ້​ພະຍາຍາມ​ມີ​ຄວາມ​ອົດທົນ ຄວາມ​ເຫັນອົກເຫັນໃຈ ແລະ​ຄວາມ​ຮັກ​ຫຼາຍ​ຂຶ້ນ​ເລື້ອຍໆ. ລູກາ 21:19 ບອກ​ວ່າ: “ໃຫ້​ອົດທົນ​ຈົນ​ເຖິງ​ທີ່​ສຸດ ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຊີວິດ.” ໂກໂລຊາຍ 3:12 ບອກ​ວ່າ: “ໃຫ້​ປູກ​ຝັງ​ຄວາມ​ເຫັນອົກເຫັນໃຈ” ແລະ 1 ເທຊະໂລນິກ 4:9, 10 ບອກ​ວ່າ: “ພະເຈົ້າ​ສອນ​ພວກ​ເຈົ້າ​ໃຫ້​ຮັກ​ກັນ​ຢູ່​ແລ້ວ. . . . ພີ່ນ້ອງ​ເອີຍ ພວກ​ເຮົາ​ຂໍ​ສະໜັບສະໜູນ​ພວກ​ເຈົ້າ​ໃຫ້​ເຮັດ​ແບບ​ນັ້ນ​ຫຼາຍ​ຂຶ້ນ​ເລື້ອຍໆ.” ຂໍ້​ພະຄຳພີ​ເຫຼົ່າ​ນີ້​ຂຽນ​ເຖິງ​ພວກ​ລູກສິດ​ທີ່​ມີ​ຄວາມ​ອົດທົນ ຄວາມ​ເຫັນອົກເຫັນໃຈ ແລະ​ມີ​ຄວາມ​ຮັກ​ຢູ່​ແລ້ວ ແຕ່​ເຂົາເຈົ້າ​ກໍ​ຍັງ​ຕ້ອງ​ພະຍາຍາມ​ສະແດງ​ຄຸນລັກສະນະ​ເຫຼົ່າ​ນີ້​ໃຫ້​ຫຼາຍ​ຂຶ້ນ​ເລື້ອຍໆ. ເຮົາ​ເອງ​ກໍ​ຕ້ອງ​ເຮັດ​ແບບ​ນັ້ນ​ຄື​ກັນ. ໃຫ້​ເຈົ້າ​ເບິ່ງ​ວ່າ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ສະແດງ​ຄຸນລັກສະນະ​ເຫຼົ່າ​ນີ້​ແນວ​ໃດ ແລະ​ເຈົ້າ​ຈະ​ຮຽນ​ແບບ​ເຂົາເຈົ້າ​ໄດ້​ແນວ​ໃດ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ກຽມ​ພ້ອມ​ສຳລັບ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່. ຈາກ​ນັ້ນ ເມື່ອ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ ເຈົ້າ​ກໍ​ຈະ​ຮູ້​ວ່າ​ຈະ​ອົດທົນ​ແນວ​ໃດ​ແລະ​ຕັ້ງໃຈ​ທີ່​ຈະ​ອົດທົນ​ຕໍ່ໆ​ໄປ. ຫ23.07 ໜ້າ 3 ຂໍ້ 4, 8

ວັນ​ອາທິດ​ທີ 6 ກໍລະກົດ

ຢູ່​ແຜ່ນດິນ​ນັ້ນ​ຈະ​ມີ​ທາງ​ຫຼັກ​ເສັ້ນ​ໜຶ່ງ . . . ຖືກ​ເອີ້ນ​ວ່າ​ທາງ​ບໍລິສຸດ.—ອຊຢ. 35:8

ບໍ່​ວ່າ​ເຮົາ​ຈະ​ເປັນ​ຜູ້​ຖືກ​ເຈີມ​ຫຼື​ເປັນ “ແກະ​ອື່ນ” ເຮົາ​ກໍ​ຕ້ອງ​ຍ່າງ​ຢູ່ “ທາງ​ບໍລິສຸດ” ສະເໝີ ຍ້ອນ​ມັນ​ຈະ​ຊ່ວຍ​ເຮົາ​ໃຫ້​ນະມັດສະການ​ພະ​ເຢໂຫວາ​ຕໍ່ໆ​ໄປ​ທັງ​ໃນ​ຕອນນີ້​ແລະ​ໃນ​ອະນາຄົດ​ເຊິ່ງ​ເປັນ​ຕອນ​ທີ່​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ໂລກ​ນີ້​ມີ​ສິ່ງ​ທີ່​ດີ. (ຢຮ. 10:16) ຕັ້ງແຕ່​ປີ 1919 ທັງ​ຜູ້​ຊາຍ​ຜູ້​ຍິງ​ແລະ​ເດັກນ້ອຍ​ຫຼາຍ​ລ້ານ​ຄົນ​ໄດ້​ອອກ​ຈາກ​ບາບີໂລນ​ໃຫຍ່​ເຊິ່ງ​ກໍ​ຄື​ສາສະໜາ​ປອມ ແລະ​ເຂົາເຈົ້າ​ເລີ່ມ​ໃຊ້​ຊີວິດ​ຕາມ​ທາງ​ທີ່​ບໍລິສຸດ​ນີ້. ພະ​ເຢໂຫວາ​ເອົາ​ສິ່ງ​ທີ່​ເປັນ​ອຸປະສັກ​ຂອງ​ຄົນ​ຢິວ​ອອກ​ເພື່ອ​ຜູ້​ທີ່​ຢູ່​ບາບີໂລນ​ຈະ​ກັບ​ໄປ​ອິດສະຣາເອນ​ໄດ້. (ອຊຢ. 57:14) ພະ​ເຢໂຫວາ​ຈະ​ເຮັດ​ແບບ​ນັ້ນ​ຄື​ກັນ​ບໍ​ກັບ “ທາງ​ບໍລິສຸດ” ໃນ​ທຸກ​ມື້​ນີ້? ຫຼາຍ​ຮ້ອຍ​ປີ​ກ່ອນ​ປີ 1919 ພະ​ເຢໂຫວາ​ໃຊ້​ຫຼາຍ​ຄົນ​ທີ່​ຢ້ານຢຳ​ເພິ່ນ​ໃຫ້​ເອົາ​ສິ່ງ​ທີ່​ເປັນ​ອຸປະສັກ​ອອກ​ໄປ​ເພື່ອ​ຈະ​ຊ່ວຍ​ຄົນ​ໃຫ້​ອອກ​ຈາກ​ບາບີໂລນ​ໃຫຍ່. (ສົມທຽບ​ກັບ​ເອຊາຢາ 40:3) ເຂົາເຈົ້າ​ເຮັດ​ແບບ​ນັ້ນ​ເພື່ອ​ກຽມ​ທາງ​ທີ່​ຊ່ວຍ​ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ​ໃຫ້​ສາມາດ​ອອກ​ຈາກ​ບາບີໂລນ​ໃຫຍ່​ແລະ​ມາ​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ຖືກຕ້ອງ. ຫ23.05 ໜ້າ 16 ຂໍ້ 8-9

ວັນ​ຈັນ​ທີ 7 ກໍລະກົດ

ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ. ໃຫ້​ມາ​ຢູ່​ຕໍ່​ໜ້າ​ເພິ່ນ​ແລະ​ໂຫ່​ຮ້ອງ​ດີ​ໃຈ.—ພສ. 100:2

ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ຮັບໃຊ້​ເພິ່ນ​ຢ່າງ​ມີ​ຄວາມ​ສຸກ​ແລະ​ດ້ວຍ​ຄວາມ​ເຕັມໃຈ. (2ກຣ. 9:7) ແຕ່​ຖ້າ​ເຮົາ​ບໍ່​ຢາກ​ເຮັດ​ຕາມ​ເປົ້າໝາຍ​ດ້ານ​ຄວາມ​ເຊື່ອ​ເດ ເຮົາ​ຍັງ​ຕ້ອງ​ພະຍາຍາມ​ຢູ່​ບໍ? ຂໍ​ໃຫ້​ຄິດ​ເຖິງ​ອັກຄະສາວົກ​ໂປໂລ. ລາວ​ບອກ​ວ່າ: “ຂ້ອຍ​ທຸບ​ຕີ​ຮ່າງກາຍ​ຢ່າງ​ໜັກ​ຈົນ​ຄວບຄຸມ​ໄດ້​ຄື​ກັບ​ຄວບຄຸມ​ທາດ.” (1ກຣ. 9:25-27) ເຫັນ​ໄດ້​ວ່າ​ໂປໂລ​ບັງຄັບ​ໂຕເອງ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເຖິງ​ວ່າ​ບາງ​ຄັ້ງ​ລາວ​ອາດ​ຮູ້ສຶກ​ບໍ່​ຢາກ​ເຮັດ. ພະ​ເຢໂຫວາ​ດີ​ໃຈ​ກັບ​ສິ່ງ​ທີ່​ໂປໂລ​ເຮັດ​ເພື່ອ​ເພິ່ນ​ບໍ? ແນ່ນອນ​ວ່າ​ພະ​ເຢໂຫວາ​ດີ​ໃຈ ແລະ​ເພິ່ນ​ໄດ້​ໃຫ້​ລາງວັນ​ລາວ​ທີ່​ພະຍາຍາມ​ເຮັດ​ແບບ​ນັ້ນ. (2ຕມ. 4:7, 8) ຄ້າຍຄື​ກັນ ພະ​ເຢໂຫວາ​ຈະ​ດີ​ໃຈ​ຖ້າ​ເຮົາ​ພະຍາຍາມ​ເຮັດ​ຕາມ​ເປົ້າໝາຍ​ເຖິງ​ວ່າ​ເຮົາ​ຮູ້ສຶກ​ວ່າ​ບໍ່​ຢາກ​ເຮັດ. ເພິ່ນ​ດີ​ໃຈ​ຍ້ອນ​ຮູ້​ວ່າ​ເຖິງ​ວ່າ​ເຮົາ​ບໍ່​ໄດ້​ມັກ​ທີ່​ຈະ​ເຮັດ​ແບບ​ນັ້ນ​ແຕ່​ເຮົາ​ກໍ​ເຮັດ​ເພາະ​ເຮົາ​ຮັກ​ເພິ່ນ. ພະ​ເຢໂຫວາ​ຈະ​ອວຍພອນ​ເຮົາ​ຄື​ກັບ​ທີ່​ອວຍພອນ​ໂປໂລ. (ພສ. 126:5) ເມື່ອ​ເຮົາ​ໄດ້​ຮັບ​ການ​ອວຍພອນ​ຈາກ​ພະ​ເຢໂຫວາ ເຮົາ​ກໍ​ມີ​ແຮງ​ກະຕຸ້ນ​ຫຼາຍ​ຂຶ້ນ​ທີ່​ຢາກ​ຈະ​ເຮັດ. ຫ23.05 ໜ້າ 29 ຂໍ້ 9-10

ວັນ​ອັງຄານ​ທີ 8 ກໍລະກົດ

ວັນ​ຂອງ​ພະ​ເຢໂຫວາ [ກຳລັງ] ຈະ​ມາ.—1ທຊ. 5:2

ໂປໂລ​ສົມທຽບ​ຄົນ​ທີ່​ຈະ​ບໍ່​ລອດ​ໃນ​ວັນ​ຂອງ​ພະ​ເຢໂຫວາ​ເປັນ​ຄື​ກັບ​ຄົນ​ທີ່​ນອນ​ຫຼັບ. ຄົນ​ທີ່​ນອນ​ຫຼັບ​ບໍ່​ຮູ້​ວ່າ​ມີ​ຫຍັງ​ເກີດຂຶ້ນ​ຢູ່​ອ້ອມ​ໂຕ​ລາວ​ແລະ​ບໍ່​ຮູ້​ວ່າ​ເວລາ​ຜ່ານ​ໄປ​ດົນ​ສ່ຳ​ໃດ​ແລ້ວ. ລາວ​ກໍ​ເລີຍ​ບໍ່​ຮູ້​ວ່າ​ມີ​ສິ່ງ​ສຳຄັນ​ຫຍັງ​ແດ່​ເກີດຂຶ້ນ​ແລະ​ລາວ​ບໍ່​ໄດ້​ລົງມື​ເຮັດ​ຫຍັງ​ເລີຍ. ຄົນ​ສ່ວນ​ຫຼາຍ​ໃນ​ທຸກ​ມື້​ນີ້​ກໍ​ເປັນ​ຄື​ກັບ​ຄົນ​ທີ່​ນອນ​ຫຼັບ. (ຣມ. 11:8) ເຂົາເຈົ້າ​ບໍ່​ເຊື່ອ​ວ່າ​ເຫດການ​ຕ່າງໆ​ທີ່​ເກີດຂຶ້ນ​ໃນ​ໂລກ​ເປັນ​ຫຼັກຖານ​ວ່າ​ເຮົາ​ຢູ່​ໃນ “ສະໄໝ​ສຸດທ້າຍ” ແລະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ກຳລັງ​ໃກ້​ເຂົ້າ​ມາ. (2ປຕ. 3:3, 4) ບໍ່​ວ່າ​ຄົນ​ອື່ນ​ຈະ​ເປັນ​ແນວ​ໃດ ເຮົາ​ຮູ້​ວ່າ​ແຮ່ງ​ເວລາ​ຜ່ານ​ໄປ​ໃນ​ແຕ່​ລະ​ມື້ ກໍ​ແຮ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຕ້ອງ​ຕື່ນ​ໂຕ. (1ທຊ. 5:6) ດັ່ງນັ້ນ ເຮົາ​ຕ້ອງ​ມີ​ໃຈ​ສະຫງົບ​ແລະ​ໜັກແໜ້ນ​ໝັ້ນຄົງ. ຍ້ອນຫຍັງ? ເພື່ອ​ເຮົາ​ຈະ​ບໍ່​ໄປ​ຫຍຸ້ງ​ກ່ຽວກັບ​ເລື່ອງ​ການເມືອງ​ແລະ​ບັນຫາ​ໃນ​ສັງຄົມ. ແຮ່ງ​ວັນ​ຂອງ​ພະ​ເຢໂຫວາ​ໃກ້​ເຂົ້າ​ມາ ເຮົາ​ກໍ​ແຮ່ງ​ຖືກ​ກົດ​ດັນ​ໃຫ້​ເລືອກ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໃນ​ເລື່ອງ​ເຫຼົ່າ​ນີ້​ຫຼາຍ​ຂຶ້ນ. ແຕ່​ເຮົາ​ບໍ່​ຄວນ​ກັງວົນ​ວ່າ​ເຮົາ​ຈະ​ເຮັດ​ແນວ​ໃດ ເພາະ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ໃຈ​ທີ່​ສະຫງົບ ໜັກແໜ້ນ​ໝັ້ນຄົງ ແລະ​ຕັດສິນໃຈ​ຢ່າງ​ສະຫຼາດ.—ລກ. 12:11, 12. ຫ23.06 ໜ້າ 10 ຂໍ້ 6-7

ວັນ​ພຸດ​ທີ 9 ກໍລະກົດ

ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເອີ້ຍ ຂໍ​ພະອົງ​ຈື່​ລູກ. ພະເຈົ້າ​ເອີ້ຍ ຂໍ​ໃຫ້​ລູກ​ມີ​ເຫື່ອ​ມີ​ແຮງ.—ຜຕສ. 16:28

ເມື່ອ​ໄດ້​ຍິນ​ຊື່​ແຊມຊັນ ເຈົ້າ​ຄິດ​ເຖິງ​ຫຍັງ? ເຈົ້າ​ອາດ​ຄິດ​ເຖິງ​ຄວາມ​ແຂງແຮງ​ຂອງ​ລາວ. ແຕ່​ແຊມຊັນ​ກໍ​ເຄີຍ​ຕັດສິນໃຈ​ຜິດ​ພາດ ເຊິ່ງ​ເຮັດ​ໃຫ້​ລາວ​ເຈິ​ກັບ​ຄວາມ​ເຈັບ​ປວດ​ຫຼາຍ​ຢ່າງ. ເຖິງ​ຈະ​ເປັນ​ແບບ​ນັ້ນ ພະ​ເຢໂຫວາ​ກໍ​ເລືອກ​ທີ່​ຈະ​ເບິ່ງ​ຄວາມ​ສັດຊື່​ຂອງ​ລາວ​ແລະ​ສິ່ງ​ທີ່​ລາວ​ເຮັດ​ເພື່ອ​ຮັບໃຊ້​ເພິ່ນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ຂຽນ​ເລື່ອງ​ຂອງ​ລາວ​ໄວ້​ໃນ​ຄຳພີ​ໄບເບິນ​ເພື່ອ​ເປັນ​ປະໂຫຍດ​ສຳລັບ​ເຮົາ. ພະ​ເຢໂຫວາ​ໃຊ້​ແຊມຊັນ​ໃຫ້​ເຮັດ​ສິ່ງ​ທີ່​ໜ້າ​ງຶດງໍ້​ຫຼາຍ​ຢ່າງ​ເພື່ອ​ຊ່ວຍ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເພິ່ນ. ຫຼັງ​ຈາກ​ທີ່​ລາວ​ຕາຍ​ໄປ​ຫຼາຍ​ຮ້ອຍ​ປີ​ແລ້ວ ພະ​ເຢໂຫວາ​ກໍ​ດົນໃຈ​ໃຫ້​ອັກຄະສາວົກ​ໂປໂລ​ຂຽນ​ຊື່​ຂອງ​ລາວ​ໄວ້​ໃນ​ລາຍຊື່​ຄົນ​ທີ່​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ຄວາມ​ເຊື່ອ. (ຮຣ. 11:32-34) ຕົວຢ່າງ​ຂອງ​ລາວ​ຍັງ​ໃຫ້​ກຳລັງ​ໃຈ​ເຮົາ​ນຳ. ລາວ​ເພິ່ງ​ພະ​ເຢໂຫວາ​ແມ່ນ​ແຕ່​ຕອນ​ທີ່​ລຳບາກ. ເຮົາ​ໄດ້​ບົດ​ຮຽນ​ຈາກ​ແຊມຊັນ ແລະ​ຕົວຢ່າງ​ຂອງ​ລາວ​ໃຫ້​ກຳລັງ​ໃຈ​ເຮົາ. ຫ23.09 ໜ້າ 2 ຂໍ້ 1-2

ວັນ​ພະຫັດ​ທີ 10 ກໍລະກົດ

ອ້ອນວອນ​ຂໍ​ໃຫ້ [ພະເຈົ້າ] ຊີ້ນຳ.—ຟລປ. 4:6

ເຮົາ​ຈະ​ຝຶກ​ໂຕເອງ​ໃຫ້​ມີ​ຄວາມ​ອົດທົນ​ຫຼາຍ​ຂຶ້ນ​ໄດ້​ໂດຍ​ອະທິດຖານ​ບອກ​ພະ​ເຢໂຫວາ​ວ່າ​ເຮົາ​ກັງວົນ​ເລື່ອງ​ຫຍັງ. (1ທຊ. 5:17) ບາງ​ເທື່ອ​ເຈົ້າ​ອາດ​ຍັງ​ບໍ່​ທັນ​ເຈິ​ບັນຫາ​ໜັກ​ໃນ​ຕອນນີ້. ເຖິງ​ຈະ​ເປັນ​ແບບ​ນັ້ນ ເຈົ້າ​ກໍ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ໄດ້​ເມື່ອ​ເຈົ້າ​ຮູ້ສຶກ​ສັບສົນ ບໍ່​ສະບາຍ​ໃຈ ແລະ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ. ຖ້າ​ເຈົ້າ​ພະຍາຍາມ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ທຸກ​ເທື່ອ​ຕັ້ງແຕ່​ຕອນນີ້​ແມ່ນ​ແຕ່​ຕອນ​ທີ່​ເຈິ​ບັນຫາ​ເລັກໆ​ນ້ອຍໆ​ໃນ​ແຕ່​ລະ​ມື້ ເມື່ອ​ຮອດ​ຕອນ​ທີ່​ເຈົ້າ​ເຈິ​ບັນຫາ​ທີ່​ໜັກ​ກວ່າ​ໃນ​ອະນາຄົດ ເຈົ້າ​ກໍ​ຈະ​ບໍ່​ລັງເລ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ແລະ​ໝັ້ນໃຈ​ວ່າ​ເພິ່ນ​ຮູ້​ວ່າ​ຈະ​ຊ່ວຍ​ເຈົ້າ​ຕອນ​ໃດ​ແລະ​ຊ່ວຍ​ແນວ​ໃດ. (ພສ. 27:1, 3) ຖ້າ​ເຮົາ​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ທີ່​ເຈິ​ໃນ​ຕອນນີ້​ໄດ້ ເຮົາ​ກໍ​ຈະ​ອົດທົນ​ໄດ້​ຕອນ​ທີ່​ເຈິ​ກັບ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ໃນ​ອະນາຄົດ. (ຣມ. 5:3) ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ແບບ​ນັ້ນ? ພີ່ນ້ອງ​ຫຼາຍ​ຄົນ​ຮູ້ສຶກ​ວ່າ​ທຸກ​ເທື່ອ​ທີ່​ເຂົາເຈົ້າ​ອົດທົນ​ກັບ​ບັນຫາ​ໄດ້ ມັນ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ອົດທົນ​ໄດ້​ອີກ​ເມື່ອ​ເຈິ​ບັນຫາ​ໃນ​ເທື່ອ​ຕໍ່​ໄປ. ເມື່ອ​ເຂົາເຈົ້າ​ອົດທົນ​ກັບ​ບັນຫາ​ໄດ້​ຍ້ອນ​ພະ​ເຢໂຫວາ​ຊ່ວຍ ເຂົາເຈົ້າ​ກໍ​ແຮ່ງ​ເຊື່ອ​ວ່າ​ຖ້າ​ເຂົາເຈົ້າ​ເຈິ​ບັນຫາ​ອີກ ພະ​ເຢໂຫວາ​ຈະ​ຊ່ວຍ​ເຂົາເຈົ້າ​ແນ່ນອນ. ແລ້ວ​ຄວາມ​ເຊື່ອ​ແບບ​ນີ້​ກໍ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ທີ່​ຈະ​ເຈິ​ໃນ​ອະນາຄົດ​ໄດ້.—ຢກບ. 1:2-4. ຫ23.07 ໜ້າ 3 ຂໍ້ 7-8

ວັນ​ສຸກ​ທີ 11 ກໍລະກົດ

ເຮົາ​ຈະ​ໃຫ້​ຕາມ​ທີ່​ເຈົ້າ​ຂໍ.—ປຖກ. 19:21

ຄວາມ​ຖ່ອມ​ແລະ​ຄວາມ​ເຫັນອົກເຫັນໃຈ​ຂອງ​ພະ​ເຢໂຫວາ​ກະຕຸ້ນ​ເພິ່ນ​ໃຫ້​ມີ​ເຫດຜົນ. ຕົວຢ່າງ​ເຊັ່ນ: ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ຖ່ອມ​ໃຈ​ແທ້ໆ​ຕອນ​ທີ່​ເພິ່ນ​ກຳລັງ​ຈະ​ທຳລາຍ​ເມືອງ​ໂຊໂດມ. ພະ​ເຢໂຫວາ​ໃຊ້​ທູດສະຫວັນ​ໄປ​ບອກ​ໂລດ​ໃຫ້​ໜີ​ໄປ​ເຂດ​ພູເຂົາ. ແຕ່​ໂລດ​ຢ້ານ​ຫຼາຍ ລາວ​ເລີຍ​ຂໍ​ພະ​ເຢໂຫວາ​ວ່າ​ລາວ​ກັບ​ຄອບຄົວ​ຈະ​ໄປ​ເມືອງ​ໂຊອາ​ເຊິ່ງ​ເປັນ​ເມືອງ​ນ້ອຍໆ. ແຕ່​ແທ້ໆ​ແລ້ວ​ເມືອງ​ນັ້ນ​ພະ​ເຢໂຫວາ​ກໍ​ຕັ້ງໃຈ​ຈະ​ທຳລາຍ​ຄື​ກັນ. ທີ່ຈິງ ພະ​ເຢໂຫວາ​ຈະ​ສັ່ງ​ໂລດ​ໃຫ້​ເຮັດ​ຕາມ​ຄຳ​ສັ່ງ​ກໍ​ໄດ້ ແຕ່​ເພິ່ນ​ກໍ​ຍອມ​ເຮັດ​ຕາມ​ທີ່​ໂລດ​ຂໍ ເຊິ່ງ​ໝາຍ​ຄວາມ​ວ່າ​ເພິ່ນ​ຈະ​ບໍ່​ໄດ້​ທຳລາຍ​ເມືອງ​ໂຊອາ​ຕາມ​ທີ່​ຕັ້ງໃຈ​ໄວ້. (ປຖກ. 19:18-22) ຫຼາຍ​ຮ້ອຍ​ປີ​ຕໍ່​ມາ ພະ​ເຢໂຫວາ​ກໍ​ສະແດງ​ຄວາມ​ເຫັນອົກເຫັນໃຈ​ຕໍ່​ຄົນ​ໃນ​ເມືອງ​ນີເນເວ. ເພິ່ນ​ສົ່ງ​ຜູ້​ພະຍາກອນ​ໂຢນາ​ໃຫ້​ໄປ​ປະກາດ​ວ່າ​ເພິ່ນ​ຈະ​ທຳລາຍ​ເມືອງ​ນີ້. ແຕ່​ເມື່ອ​ຄົນ​ໃນ​ເມືອງ​ນີເນເວ​ກັບໃຈ ພະ​ເຢໂຫວາ​ກໍ​ເຫັນອົກເຫັນໃຈ​ແລະ​ອີ່ຕົນ​ເຂົາເຈົ້າ ເພິ່ນ​ກໍ​ເລີຍ​ບໍ່​ທຳລາຍ​ເມືອງ​ນີ້​ຄື​ກັບ​ທີ່​ຕັ້ງໃຈ​ໄວ້​ໃນ​ຕອນ​ທຳອິດ.—ຢນ. 3:1, 10; 4:10, 11. ຫ23.07 ໜ້າ 21 ຂໍ້ 5

ວັນ​ເສົາ​ທີ 12 ກໍລະກົດ

ເຂົາເຈົ້າ​ຂ້າ​ເຢໂຮອາດ . . . ແລະ​ຝັງ​ລາວ . . . ແຕ່​ບໍ່​ແມ່ນ​ໃນ​ບ່ອນ​ຝັງ​ສົບ​ຂອງ​ພວກ​ກະສັດ.—2ຂຄ. 24:25

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ເຢໂຮອາດ? ເຢໂຮອາດ​ເປັນ​ຄື​ກັບ​ຕົ້ນໄມ້​ທີ່​ບໍ່​ໄດ້​ຢັ່ງ​ຮາກ​ລົງ​ເລິກ​ເຊິ່ງ​ຕ້ອງ​ເພິ່ງ​ໄມ້​ຄ້ຳ. ເມື່ອ​ບໍ່​ມີ​ໄມ້​ຄ້ຳ​ເຊິ່ງ​ກໍ​ຄື​ເຢໂຮຢາດາ​ແລະ​ເມື່ອ​ມີ​ຄົນ​ທີ່​ນະມັດສະການ​ພະເຈົ້າ​ປອມ​ມາ​ຊັກ​ຈູງ ເຢໂຮອາດ​ກໍ​ຖິ້ມ​ພະ​ເຢໂຫວາ. ຄື​ກັບ​ຕົ້ນໄມ້​ທີ່​ບໍ່​ໄດ້​ຢັ່ງ​ຮາກ​ລົງ​ເລິກ​ແລະ​ບໍ່​ມີ​ໄມ້​ຄ້ຳ ເມື່ອ​ລົມ​ພັດ​ມັນ​ກໍ​ລົ້ມ​ລົງ. ຕົວຢ່າງ​ປຽບທຽບ​ນີ້​ເຮັດ​ໃຫ້​ເຫັນ​ວ່າ ເຮົາ​ບໍ່​ຄວນ​ຢ້ານຢຳ​ພະ​ເຢໂຫວາ​ຍ້ອນ​ຢາກ​ເຮັດ​ຕາມ​ຄອບຄົວ​ຫຼື​ຄົນ​ອື່ນ​ໃນ​ປະຊາຄົມ. ເພື່ອ​ເຮົາ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ສະເໝີ ເຮົາ​ຕ້ອງ​ຮັກ​ແລະ​ຢ້ານຢຳ​ເພິ່ນ​ດ້ວຍ​ໂຕເອງ​ແລະ​ຕ້ອງ​ເຮັດ​ແບບ​ນັ້ນ​ຫຼາຍ​ຂຶ້ນ​ເລື້ອຍໆ​ໂດຍ​ສຶກສາ​ຄົ້ນຄວ້າ​ຄຳພີ​ໄບເບິນ ຄິດ​ຕຶກຕອງ ແລະ​ອະທິດຖານ​ເປັນ​ປະຈຳ. (ຢຣມ. 17:7, 8; ກລຊ. 2:6, 7) ພະ​ເຢໂຫວາ​ບໍ່​ໄດ້​ຮຽກ​ຮ້ອງ​ຈາກ​ເຮົາ​ຫຼາຍ​ເກີນ​ໄປ. ສິ່ງ​ທີ່​ເພິ່ນ​ຢາກ​ໄດ້​ຈາກ​ເຮົາ​ບອກ​ໄວ້​ໃນ​ປັນຍາຈານ 12:13 ທີ່​ວ່າ: “ໃຫ້​ຢ້ານຢຳ​ພະເຈົ້າ​ທ່ຽງແທ້​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະອົງ ເພາະ​ນີ້​ເປັນ​ໜ້າທີ່​ທັງໝົດ​ຂອງ​ມະນຸດ.” ຖ້າ​ເຮົາ​ຢ້ານຢຳ​ພະ​ເຢໂຫວາ ບໍ່​ວ່າ​ເຮົາ​ຈະ​ເຈິ​ບັນຫາ​ຫຍັງ​ໃນ​ອະນາຄົດ ເຮົາ​ກໍ​ຍັງ​ຈະ​ສັດຊື່​ແລະ​ພັກດີ​ຕໍ່​ເພິ່ນ. ບໍ່​ມີ​ຫຍັງ​ຈະ​ທຳລາຍ​ສາຍ​ສຳພັນ​ທີ່​ເຮົາ​ມີ​ກັບ​ພະ​ເຢໂຫວາ​ໄດ້. ຫ23.06 ໜ້າ 19 ຂໍ້ 17-19

ວັນ​ອາທິດ​ທີ 13 ກໍລະກົດ

ເຮົາ​ກຳລັງ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່.—ພນມ. 21:5

ໃນ​ພະ​ນິມິດ 21:5 ເລີ່ມ​ຕົ້ນ​ວ່າ: “ພະອົງ​ຜູ້​ນັ່ງ​ເທິງ​ບັນລັງ​ນັ້ນ​ເວົ້າ​ວ່າ.” ຄຳເວົ້າ​ນີ້​ພິເສດ​ຫຼາຍ​ຍ້ອນ​ໃນ​ປຶ້ມ​ພະ​ນິມິດ​ມີ​ແຕ່ 3 ເທື່ອ​ເທົ່າ​ນັ້ນ​ທີ່​ພະ​ເຢໂຫວາ​ເປັນ​ຜູ້​ເວົ້າ​ເອງ. ຄຳເວົ້າ​ນີ້​ບໍ່​ແມ່ນ​ທູດສະຫວັນ​ແລະ​ບໍ່​ແມ່ນ​ພະ​ເຢຊູ​ເປັນ​ຜູ້​ເວົ້າ ແຕ່​ພະ​ເຢໂຫວາ​ເປັນ​ຜູ້​ເວົ້າ​ເອງ! ຄຳເວົ້າ​ນີ້​ເຮັດ​ໃຫ້​ເຮົາ​ເຊື່ອ​ໄດ້​ແທ້ໆ​ໃນ​ສິ່ງ​ທີ່​ເພິ່ນ​ເວົ້າ​ຕໍ່​ຈາກ​ນັ້ນ. ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ຍ້ອນ​ພະ​ເຢໂຫວາ “ເວົ້າ​ຕົວະ​ບໍ່​ໄດ້.” (ຕຕ. 1:2) ດັ່ງນັ້ນ ສິ່ງ​ທີ່​ເຮົາ​ອ່ານ​ໃນ​ພະ​ນິມິດ 21:5, 6 ຈຶ່ງ​ເຊື່ອ​ໄດ້​ແທ້ໆ. ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ກຳລັງ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່.” ພະ​ເຢໂຫວາ​ກຳລັງ​ເວົ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ແຕ່​ຍ້ອນ​ເພິ່ນ​ໝັ້ນໃຈ​ແທ້ໆ​ວ່າ​ຄຳ​ສັນຍາ​ຂອງ​ເພິ່ນ​ຈະ​ເກີດຂຶ້ນ​ແທ້ ເພິ່ນ​ຈຶ່ງ​ເວົ້າ​ຄື​ກັບ​ວ່າ​ມັນ​ກຳລັງ​ເກີດຂຶ້ນ​ແລ້ວ.—ອຊຢ. 46:10. ຫ23.11 ໜ້າ 3-4 ຂໍ້ 7-8

ວັນ​ຈັນ​ທີ 14 ກໍລະກົດ

ລາວ​ກໍ​ອອກ​ໄປ​ທາງ​ນອກ​ແລະ​ຮ້ອງໄຫ້​ດ້ວຍ​ຄວາມ​ເຈັບ​ປວດ​ໃຈ​ຫຼາຍ.—ມທ. 26:75

ເປໂຕ​ຕ້ອງ​ຕໍ່ສູ້​ກັບ​ຈຸດ​ອ່ອນ​ຂອງ​ໂຕເອງ. ໃຫ້​ເຮົາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ. ຕອນ​ທີ່​ພະ​ເຢຊູ​ເວົ້າ​ວ່າ​ເພິ່ນ​ຈະ​ຕ້ອງ​ທົນທຸກ​ທໍລະມານ​ແລະ​ຕາຍ​ເພື່ອ​ໃຫ້​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ເກີດຂຶ້ນ​ແທ້ ເປໂຕ​ກໍ​ເວົ້າ​ວ່າ​ພະ​ເຢຊູ​ຈະ​ບໍ່​ເຈິ​ເລື່ອງ​ແບບ​ນັ້ນ​ດອກ. (ມຣກ. 8:31-33) ມີ​ຫຼາຍ​ເທື່ອ​ທີ່​ເປໂຕ​ກັບ​ພວກ​ອັກຄະສາວົກ​ຖຽງ​ກັນ​ວ່າ​ໃຜ​ຊິ​ເປັນ​ໃຫຍ່​ທີ່​ສຸດ​ໃນ​ພວກ​ເຂົາເຈົ້າ. (ມຣກ. 9:33, 34) ໃນ​ຄືນ​ສຸດທ້າຍ​ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ ເປໂຕ​ໄດ້​ຕັດ​ຫູ​ຜູ້​ຊາຍ​ຄົນ​ໜຶ່ງ​ດ້ວຍ​ຄວາມ​ໃຈ​ຮ້ອນ. (ຢຮ. 18:10) ໃນ​ຄືນ​ດຽວ​ກັນ​ນັ້ນ ຍ້ອນ​ຄວາມ​ຢ້ານ​ເປໂຕ​ໄດ້​ປະຕິເສດ​ຮອດ 3 ເທື່ອ​ວ່າ​ບໍ່​ຮູ້​ຈັກ​ພະ​ເຢຊູ​ທີ່​ເປັນ​ໝູ່​ຂອງ​ລາວ. (ມຣກ. 14:66-72) ການ​ເຮັດ​ແບບ​ນັ້ນ​ເຮັດ​ໃຫ້​ເປໂຕ​ຮ້ອງໄຫ້​ດ້ວຍ​ຄວາມ​ເຈັບ​ປວດ​ໃຈ​ຫຼາຍ. ພະ​ເຢຊູ​ບໍ່​ໄດ້​ປະຖິ້ມ​ອັກຄະສາວົກ​ຂອງ​ເພິ່ນ​ຜູ້​ນີ້​ທີ່​ທໍ້ໃຈ​ຫຼາຍ. ຫຼັງ​ຈາກ​ພະ​ເຢຊູ​ຟື້ນ​ຄືນ​ມາ​ຈາກ​ຕາຍ ເພິ່ນ​ໄດ້​ໃຫ້​ໂອກາດ​ເປໂຕ​ຢືນຢັນ​ເຖິງ​ຄວາມ​ຮັກ​ທີ່​ລາວ​ມີ​ຕໍ່​ເພິ່ນ. ພະ​ເຢຊູ​ຊວນ​ລາວ​ໃຫ້​ມາ​ເປັນ​ຜູ້​ເບິ່ງແຍງ​ຝູງ​ແກະ​ຂອງ​ເພິ່ນ. (ຢຮ. 21:15-17) ເປໂຕ​ກໍ​ພ້ອມ​ທີ່​ຈະ​ເຮັດ​ຕາມ​ທີ່​ພະ​ເຢຊູ​ບອກ. ລາວ​ຢູ່​ເມືອງ​ເຢຣູຊາເລັມ​ໃນ​ວັນ​ເພັນເຕກອດ​ແລະ​ຢູ່​ໃນ​ກຸ່ມ​ທຳອິດ​ທີ່​ຖືກ​ເລືອກ​ໂດຍ​ພະລັງ​ບໍລິສຸດ. ຫ23.09 ໜ້າ 22 ຂໍ້ 6-7

ວັນ​ອັງຄານ​ທີ 15 ກໍລະກົດ

ໃຫ້​ເຈົ້າ​ເບິ່ງແຍງ​ແກະ​ໂຕ​ນ້ອຍໆ​ຂອງ​ຂ້ອຍ.—ຢຮ. 21:16

ເປໂຕ​ບອກ​ຜູ້​ດູແລ “ໃຫ້​ເອົາໃຈໃສ່​ຝູງ​ແກະ​ຂອງ​ພະເຈົ້າ.” (1ປຕ. 5:1-4) ຖ້າ​ເຈົ້າ​ເປັນ​ຜູ້​ດູແລ ເຮົາ​ຮູ້​ວ່າ​ເຈົ້າ​ຮັກ​ພີ່ນ້ອງ​ແລະ​ຢາກ​ຊ່ວຍ​ເຂົາເຈົ້າ. ແຕ່​ບາງ​ເທື່ອ​ເຈົ້າ​ອາດ​ຮູ້ສຶກ​ວ່າ​ມີ​ວຽກ​ຫຼາຍ​ໂພດ​ຫຼື​ຮູ້ສຶກ​ເມື່ອຍ​ໂພດ​ຈົນ​ບໍ່​ສາມາດ​ເຮັດ​ວຽກ​ມອບໝາຍ​ນີ້​ໄດ້. ຖ້າ​ເປັນ​ແບບ​ນັ້ນ ເຈົ້າ​ຈະ​ເຮັດ​ແນວ​ໃດ? ໃຫ້​ບອກ​ພະ​ເຢໂຫວາ​ວ່າ​ເຈົ້າ​ເປັນ​ຫ່ວງ​ແລະ​ຢາກ​ຊ່ວຍ​ພີ່ນ້ອງ​ຫຼາຍ​ແທ້ໆ. ເປໂຕ​ຂຽນ​ວ່າ: “ຖ້າ​ຜູ້​ໃດ​ຮັບໃຊ້​ກໍ​ໃຫ້​ລາວ​ຮັບໃຊ້​ໂດຍ​ເພິ່ງ​ກຳລັງ​ທີ່​ມາ​ຈາກ​ພະເຈົ້າ.” (1ປຕ. 4:11) ພີ່ນ້ອງ​ອາດ​ຈະ​ກຳລັງ​ເຈິ​ກັບ​ບັນຫາ​ທີ່​ບໍ່​ສາມາດ​ແກ້ໄຂ​ໄດ້​ໃນ​ຕອນນີ້. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢຊູ​ຄລິດ “ຜູ້​ລ້ຽງ​ແກະ​ຄົນ​ສຳຄັນ” ສາມາດ​ຊ່ວຍ​ພີ່ນ້ອງ​ໄດ້​ຫຼາຍ​ກວ່າ​ເຈົ້າ​ທັງ​ໃນ​ຕອນນີ້​ແລະ​ໃນ​ໂລກ​ໃໝ່. ສິ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ດູແລ​ເຮັດ​ແມ່ນ​ໃຫ້​ຮັກ​ແລະ​ເອົາໃຈໃສ່​ພີ່ນ້ອງ ແລະ “ເປັນ​ຕົວຢ່າງ​ໃຫ້​ຝູງ​ແກະ.” ຫ23.09 ໜ້າ 30 ຂໍ້ 13-14

ວັນ​ພຸດ​ທີ 16 ກໍລະກົດ

ພະ​ເຢໂຫວາ​ຮູ້​ວ່າ​ຄວາມ​ຄິດ​ຂອງ​ຄົນ​ສະຫຼາດ​ບໍ່​ມີ​ປະໂຫຍດ.—1ກຣ. 3:20

ເຮົາ​ຕ້ອງ​ຫຼີກລ່ຽງ​ການ​ຄິດ​ຫາ​ເຫດຜົນ​ແບບ​ຄົນ​ໃນ​ໂລກ. “ຄວາມ​ສະຫຼາດ​ຂອງ​ໂລກ​ນີ້” ມັກ​ເຮັດ​ໃຫ້​ຄົນ​ເຮົາ​ບໍ່​ເຊື່ອຟັງ​ພະເຈົ້າ. (1ກຣ. 3:19) ຖ້າ​ເຮົາ​ຄິດ​ແບບ​ຄົນ​ທົ່ວໄປ​ໃນ​ໂລກ ເຮົາ​ກໍ​ອາດ​ເລີ່ມ​ບໍ່​ສົນໃຈ​ພະ​ເຢໂຫວາ​ແລະ​ກົດໝາຍ​ຂອງ​ເພິ່ນ. ຄົນ​ໃນ​ເມືອງ​ເປຄາໂມ​ແລະ​ເມືອງ​ທົວຕີຣາ​ຖື​ວ່າ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ແລະ​ການ​ນະມັດສະການ​ຮູບ​ບູຊາ​ເປັນ​ເລື່ອງ​ທຳມະດາ ແລະ​ຄລິດສະຕຽນ​ບາງ​ຄົນ​ໃນ​ເມືອງ​ນັ້ນ​ກໍ​ໄດ້​ຮັບ​ອິດທິພົນ​ຈາກ​ເຂົາເຈົ້າ. ພະ​ເຢຊູ​ຈຶ່ງ​ເຕືອນ​ສອງ​ປະຊາຄົມ​ນັ້ນ​ແຮງໆ​ຍ້ອນ​ເຂົາເຈົ້າ​ຍອມ​ໃຫ້​ມີ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. (ພນມ. 2:14, 20) ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ເຈິ​ການ​ກົດ​ດັນ​ໃຫ້​ຍອມຮັບ​ຄວາມ​ຄິດ​ແບບ​ຜິດໆ​ຂອງ​ຄົນ​ທົ່ວໄປ​ໃນ​ໂລກ. ຄົນ​ໃນ​ຄອບຄົວ ຍາດ​ພີ່ນ້ອງ ແລະ​ໝູ່​ອາດ​ຈະ​ເວົ້າ​ໂນ້ມນ້າວ​ເພື່ອ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມ​ງວດ​ໂພດ ແລະ​ເຮົາ​ບໍ່​ຕ້ອງ​ເຮັດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ​ກໍ​ໄດ້ ເຊັ່ນ ເຂົາເຈົ້າ​ອາດ​ເວົ້າ​ວ່າ​ບໍ່​ຕ້ອງ​ເຮັດ​ຕາມ​ຫຼັກ​ສິນລະທຳ​ໃນ​ຄຳພີ​ໄບເບິນ​ດອກ ມັນ​ຫຼ້າ​ສະໄໝ​ແລ້ວ. ບາງ​ເທື່ອ​ອາດ​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ຮູ້ສຶກ​ວ່າ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ບໍ່​ຈະ​ແຈ້ງ​ປານ​ໃດ ເຊິ່ງ​ອາດ​ເຮັດ​ໃຫ້​ເຮົາ​ຢາກ​ເຮັດ “ກາຍ​ຂອບເຂດ​ທີ່​ຂຽນ​ໄວ້.”—1ກຣ. 4:6. ຫ23.07 ໜ້າ 16 ຂໍ້ 10-11

ວັນ​ພະຫັດ​ທີ 17 ກໍລະກົດ

ໝູ່​ແທ້​ສະແດງ​ຄວາມ​ຮັກ​ສະເໝີ ແລະ​ເປັນ​ຄື​ກັບ​ອ້າຍ​ນ້ອງ​ທີ່​ເກີດ​ມາ​ເພື່ອ​ຊ່ວຍ​ກັນ​ໃນ​ຍາມ​ທີ່​ຍາກ​ລຳບາກ.—ສພສ. 17:17

ມາຣີ​ແມ່​ຂອງ​ພະ​ເຢຊູ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ຈະ​ເຂັ້ມແຂງ. ລອງ​ຄິດ​ເບິ່ງ​ວ່າ​ມາຣີ​ຊິ​ອຸກໃຈ​ຫຼາຍ​ສ່ຳ​ໃດ​ຕອນ​ທີ່​ທູດສະຫວັນ​ຄັບຣີເອນ​ມາ​ບອກ​ວ່າ​ລາວ​ຈະ​ຖືພາ ທັງໆ​ທີ່​ລາວ​ຍັງ​ບໍ່​ໄດ້​ແຕ່ງດອງ. ລາວ​ບໍ່​ເຄີຍ​ມີ​ລູກ ແຕ່​ຕ້ອງ​ລ້ຽງ​ເດັກນ້ອຍ​ຜູ້​ໜຶ່ງ​ທີ່​ຈະ​ກາຍ​ເປັນ​ເມຊີອາ​ໃນ​ອະນາຄົດ. ລາວ​ຍັງ​ບໍ່​ເຄີຍ​ມີ​ເພດ​ສຳພັນ​ຈັກ​ເທື່ອ ແຕ່​ລາວ​ຕ້ອງ​ບອກ​ໂຢເຊັບ​ຄູ່​ໝັ້ນ​ຂອງ​ລາວ​ວ່າ​ລາວ​ຈະ​ຖືພາ. ເລື່ອງ​ທັງໝົດ​ນີ້​ຄື​ຊິ​ຍາກ​ຫຼາຍ​ສຳລັບ​ມາຣີ. (ລກ. 1:26-33) ສິ່ງ​ໃດ​ຊ່ວຍ​ມາຣີ​ໃຫ້​ເຂັ້ມແຂງ? ມາຣີ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ. ມາຣີ​ຂໍ​ໃຫ້​ທູດສະຫວັນ​ຄັບຣີເອນ​ບອກ​ລະອຽດ​ຕື່ມ​ກ່ຽວກັບ​ວຽກ​ມອບໝາຍ​ນີ້. (ລກ. 1:34) ຫຼັງ​ຈາກ​ນັ້ນ ມາຣີ​ກໍ​ເດີນທາງ​ໄປ “ເຂດ​ພູເຂົາ” ເຊິ່ງ​ຢູ່​ໃນ​ເຂດ​ແດນ​ຂອງ​ຕະກູນ​ຢູດາ​ເພື່ອ​ໄປ​ຫາ​ເອລີຊາເບັດ​ພີ່ນ້ອງ​ຂອງ​ລາວ. ເອລີຊາເບັດ​ເຮັດ​ໃຫ້​ມາຣີ​ໄດ້​ກຳລັງ​ໃຈ​ຫຼາຍ. ເອລີຊາເບັດ​ຊົມເຊີຍ​ມາຣີ ແລະ​ພະ​ເຢໂຫວາ​ດົນໃຈ​ເອລີຊາເບັດ​ໃຫ້​ເວົ້າ​ເຖິງ​ຄຳ​ພະຍາກອນ​ກ່ຽວກັບ​ລູກ​ຊາຍ​ຂອງ​ມາຣີ​ທີ່​ຍັງ​ບໍ່​ທັນ​ເກີດ. (ລກ. 1:39-45) ມາຣີ​ເວົ້າ​ວ່າ ພະ​ເຢໂຫວາ “ໃຊ້​ລິດເດດ​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່.” (ລກ. 1:46-51) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ໃຊ້​ທູດສະຫວັນ​ຄັບຣີເອນ​ກັບ​ເອລີຊາເບັດ​ເພື່ອ​ຊ່ວຍ​ມາຣີໃຫ້ເຂັ້ມແຂງ. ຫ23.10 ໜ້າ 14-15 ຂໍ້ 10-12

ວັນ​ສຸກ​ທີ 18 ກໍລະກົດ

ເພິ່ນ​ເຮັດ​ໃຫ້​ພວກ​ເຮົາ​ເປັນ​ກະສັດ​ແລະ​ເປັນ​ປະໂລຫິດ​ຂອງ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ເພິ່ນ.—ພນມ. 1:6

ມີ​ແຕ່​ລູກສິດ​ຂອງ​ພະ​ເຢຊູ​ຈຳນວນ 144.000 ຄົນ​ທີ່​ຖືກ​ເລືອກ​ດ້ວຍ​ພະລັງ​ບໍລິສຸດ​ແລະ​ມີ​ສາຍ​ສຳພັນ​ທີ່​ພິເສດ​ກັບ​ພະ​ເຢໂຫວາ​ຈຶ່ງ​ຈະ​ໄດ້​ຮັບໃຊ້​ເປັນ​ປະໂລຫິດ​ຮ່ວມ​ກັບ​ພະ​ເຢຊູ​ໃນ​ສະຫວັນ. (ພນມ. 14:1) ຫ້ອງ​ບໍລິສຸດ​ໃນ​ເຕັ້ນ​ສັກສິດ​ເປັນ​ພາບ​ສະແດງ​ເຖິງ​ການ​ທີ່​ຜູ້​ຖືກ​ເລືອກ​ຖືກ​ຮັບ​ເປັນ​ລູກ​ຂອງ​ພະເຈົ້າ​ຕອນ​ທີ່​ເຂົາເຈົ້າ​ຍັງ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້. (ຣມ. 8:15-17) ຫ້ອງ​ບໍລິສຸດ​ທີ່​ສຸດ​ເປັນ​ພາບ​ສະແດງ​ເຖິງ​ສະຫວັນ​ເຊິ່ງ​ເປັນ​ບ່ອນ​ຢູ່​ຂອງ​ພະ​ເຢໂຫວາ. “ຜ້າກັ້ງ” ທີ່​ຂັ້ນ​ລະຫວ່າງ​ຫ້ອງ​ບໍລິສຸດ​ກັບ​ຫ້ອງ​ບໍລິສຸດ​ທີ່​ສຸດ​ເປັນ​ພາບ​ສະແດງ​ເຖິງ​ຮ່າງກາຍ​ຂອງ​ພະ​ເຢຊູ​ທີ່​ເປັນ​ມະນຸດ. ຖ້າ​ເພິ່ນ​ຍັງ​ມີ​ຮ່າງກາຍ​ແບບ​ນີ້​ຢູ່ ເພິ່ນ​ກໍ​ບໍ່​ສາມາດ​ໄປ​ສະຫວັນ​ເພື່ອ​ເຮັດ​ໜ້າທີ່​ປະໂລຫິດ​ໃຫຍ່​ທີ່​ຍິ່ງໃຫຍ່​ຢູ່​ວິຫານ​ໂດຍ​ໄນ​ໄດ້. ດັ່ງນັ້ນ ເພິ່ນ​ຈຶ່ງ​ຕ້ອງ​ສະລະ​ຮ່າງກາຍ​ຂອງ​ເພິ່ນ. ການ​ເຮັດ​ແບບ​ນີ້​ເປີດ​ໂອກາດ​ໃຫ້​ທຸກ​ຄົນ​ທີ່​ຖືກ​ເລືອກ​ຂຶ້ນ​ໄປ​ສະຫວັນ​ໄດ້. ແຕ່​ເຂົາເຈົ້າ​ກໍ​ຕ້ອງ​ສະລະ​ຮ່າງກາຍ​ທີ່​ເປັນ​ມະນຸດ​ເພື່ອ​ຈະ​ໄດ້​ຮັບ​ລາງວັນ​ໃນ​ສະຫວັນ.—ຮຣ. 10:19, 20; 1ກຣ. 15:50. ຫ23.10 ໜ້າ 28 ຂໍ້ 13

ວັນ​ເສົາ​ທີ 19 ກໍລະກົດ

ຂ້ອຍ​ມີ​ເວລາ​ບໍ່​ພໍ​ທີ່​ຈະ​ເລົ່າ​ຕໍ່​ກ່ຽວກັບ​ກີເດໂອນ.—ຮຣ. 11:32

ຕອນ​ທີ່​ຄົນ​ໃນ​ຕະກູນ​ເອຟຣາອິມ​ມາ​ຕໍ່​ວ່າ​ກີເດໂອນ ລາວ​ບໍ່​ໄດ້​ໃຈ​ຮ້າຍ. (ຜຕສ. 8:1-3) ລາວ​ເວົ້າ​ດີໆ​ກັບ​ເຂົາເຈົ້າ. ກີເດໂອນ​ສະແດງ​ຄວາມ​ຖ່ອມ​ໂດຍ​ຕັ້ງໃຈ​ຟັງ​ວ່າ​ເຂົາເຈົ້າ​ໃຈ​ຮ້າຍ​ເລື່ອງ​ຫຍັງ ແລະ​ລາວ​ກໍ​ຮູ້​ວິທີ​ເວົ້າ​ທີ່​ຈະ​ເຮັດ​ໃຫ້​ຄົນ​ໃນ​ຕະກູນ​ເອຟຣາອິມ​ຮູ້ສຶກ​ດີ​ຂຶ້ນ. ຜູ້​ດູແລ​ທີ່​ສະຫຼາດ​ຈະ​ຮຽນ​ແບບ​ກີເດໂອນ​ໂດຍ​ບໍ່​ໃຈ​ຮ້າຍ​ງ່າຍ​ເມື່ອ​ຖືກ​ພີ່ນ້ອງ​ຕຳໜິ ແຕ່​ຈະ​ຕັ້ງໃຈ​ຟັງ​ວ່າ​ພີ່ນ້ອງ​ຮູ້ສຶກ​ແນວ​ໃດ​ແລ້ວ​ເຂົາເຈົ້າ​ກໍ​ຈະ​ຕອບ​ພີ່ນ້ອງ​ດີໆ. (ຢກບ. 3:13) ຖ້າ​ຜູ້​ດູແລ​ເຮັດ​ແບບ​ນີ້​ກໍ​ຈະ​ເຮັດ​ໃຫ້​ປະຊາຄົມ​ມີ​ຄວາມ​ສະຫງົບສຸກ. ຕອນ​ທີ່​ຄົນ​ອິດສະຣາເອນ​ຍົກຍ້ອງ​ກີເດໂອນ​ທີ່​ລາວ​ເອົາ​ຊະນະ​ພວກ​ມີດີອານ​ໄດ້ ລາວ​ບໍ່​ຢາກ​ໃຫ້​ຄົນ​ຍົກຍ້ອງ​ລາວ ລາວ​ຢາກ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ການ​ຍົກຍ້ອງ. (ຜຕສ. 8:22, 23) ຜູ້​ດູແລ​ຈະ​ຮຽນ​ແບບ​ກີເດໂອນ​ໄດ້​ແນວ​ໃດ? ເຂົາເຈົ້າ​ຄວນ​ຍົກຍ້ອງ​ພະ​ເຢໂຫວາ​ເມື່ອ​ເຮັດ​ວຽກ​ມອບໝາຍ​ໄດ້​ສຳເລັດ. (1ກຣ. 4:6, 7)  ຕົວຢ່າງ​ເຊັ່ນ: ຖ້າ​ມີ​ພີ່ນ້ອງ​ມາ​ຊົມເຊີຍ​ຜູ້​ດູແລ​ຄົນ​ໜຶ່ງ​ວ່າ​ລາວ​ສອນ​ໄດ້​ດີ ລາວ​ຄວນ​ບອກ​ວ່າ​ເລື່ອງ​ທີ່​ລາວ​ສອນ​ກໍ​ມາ​ຈາກ​ຄຳພີ​ໄບເບິນ ຫຼື​ລາວ​ອາດ​ບອກ​ວ່າ​ອົງການ​ຂອງ​ພະ​ເຢໂຫວາ​ຝຶກ​ເຮົາ​ທຸກ​ຄົນ​ໄດ້​ດີ​ຫຼາຍ. ບາງ​ເທື່ອ​ຜູ້​ດູແລ​ອາດ​ຕ້ອງ​ຄິດ​ວ່າ​ລາວ​ຢາກ​ໃຫ້​ຄົນ​ອື່ນ​ປະທັບໃຈ​ໃນ​ໂຕ​ລາວ​ຫຼື​ລາວ​ກຳລັງ​ເຮັດ​ໃຫ້​ຄົນ​ອື່ນ​ຍົກຍ້ອງ​ພະເຢໂຫວາ. ຫ23.06 ໜ້າ 4 ຂໍ້ 7-8

ວັນ​ອາທິດ​ທີ 20 ກໍລະກົດ

ຄວາມ​ຄິດ​ຂອງ​ເຮົາ​ບໍ່​ຄື​ກັບ​ຄວາມ​ຄິດ​ຂອງ​ເຈົ້າ.—ອຊຢ. 55:8

ຖ້າ​ເຮົາ​ບໍ່​ໄດ້​ຮັບ​ຄຳ​ຕອບ​ໃນ​ສິ່ງ​ທີ່​ເຮົາ​ອະທິດຖານ​ຂໍ ໃຫ້​ເຮົາ​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ອະທິດຖານ​ຂໍ​ໃນ​ສິ່ງ​ທີ່​ຖືກຕ້ອງ​ບໍ?’ ຫຼາຍ​ເທື່ອ​ເຮົາ​ຄິດ​ວ່າ​ເຮົາ​ຮູ້​ວ່າ​ສິ່ງ​ໃດ​ດີ​ທີ່​ສຸດ​ສຳລັບ​ເຮົາ ແຕ່​ສິ່ງ​ທີ່​ເຮົາ​ຂໍ​ອາດ​ບໍ່​ແມ່ນ​ສິ່ງ​ທີ່​ດີ​ທີ່​ສຸດ​ສຳລັບ​ເຮົາ​ກໍ​ໄດ້. ຖ້າ​ເຮົາ​ອະທິດຖານ​ກ່ຽວກັບ​ເລື່ອງ​ໃດ​ເລື່ອງ​ໜຶ່ງ ມັນ​ອາດ​ຈະ​ມີ​ວິທີ​ແກ້ໄຂ​ທີ່​ດີ​ກວ່າ​ສຳລັບ​ເລື່ອງ​ນັ້ນ​ເມື່ອ​ສົມທຽບ​ກັບ​ວິທີ​ທີ່​ເຮົາ​ອະທິດຖານ​ຂໍ. ບາງ​ສິ່ງ​ທີ່​ເຮົາ​ອະທິດຖານ​ຂໍ​ອາດ​ບໍ່​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ. (1ຢຮ. 5:14) ໃຫ້​ເຮົາ​ຄິດ​ເຖິງ​ຕົວຢ່າງ​ຂອງ​ພໍ່​ແມ່​ທີ່​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລູກ​ຂອງ​ເຂົາເຈົ້າ​ໃຫ້​ຮັບໃຊ້​ເພິ່ນ​ຕໍ່ໆ​ໄປ. ເບິ່ງ​ຄື​ວ່າ​ເປັນ​ຄຳ​ຂໍ​ທີ່​ເໝາະສົມ ແຕ່​ພະ​ເຢໂຫວາ​ຈະ​ບໍ່​ບັງຄັບ​ເຮົາ​ໃຫ້​ຮັບໃຊ້​ເພິ່ນ. ເພິ່ນ​ຢາກ​ໃຫ້​ເຮົາ​ແລະ​ລູກ​ຂອງ​ເຮົາ​ເລືອກ​ຮັບໃຊ້​ເພິ່ນ​ເອງ. (ພບຍ. 10:12, 13; 30:19, 20) ພໍ່​ແມ່​ຄວນ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຂົາເຈົ້າ​ໃຫ້​ເຂົ້າ​ເຖິງ​ຫົວໃຈ​ຂອງ​ລູກ ເພື່ອ​ລູກ​ຈະ​ຖືກ​ກະຕຸ້ນ​ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ເປັນ​ໝູ່​ກັບ​ເພິ່ນ.—ສພສ. 22:6; ອຟຊ. 6:4. ຫ23.11 ໜ້າ 21 ຂໍ້ 5; ໜ້າ 23 ຂໍ້ 12

ວັນ​ຈັນ​ທີ 21 ກໍລະກົດ

ໃຫ້​ກຳລັງ​ໃຈ​ກັນ​ສະເໝີ.—1ທຊ. 4:18

ເປັນ​ຫຍັງ​ການ​ໃຫ້​ກຳລັງ​ໃຈ​ຈຶ່ງ​ເປັນ​ວິທີ​ທີ່​ສຳຄັນ​ທີ່​ສະແດງ​ວ່າ​ເຮົາ​ຮັກ​ກັນ? ຕາມ​ປຶ້ມ​ອ້າງອີງ​ຫົວ​ໜຶ່ງ​ກ່ຽວກັບ​ຄຳພີ​ໄບເບິນ ຄຳເວົ້າ​ທີ່​ໂປໂລ​ໃຊ້​ສຳລັບ “ໃຫ້​ກຳລັງ​ໃຈ” ໝາຍເຖິງ “ການ​ຢືນ​ຢູ່​ທາງ​ຂ້າງ​ຜູ້​ໃດ​ຜູ້ໜຶ່ງ​ເພື່ອ​ໃຫ້​ກຳລັງ​ໃຈ​ລາວ​ຕອນ​ທີ່​ລາວ​ເຈິ​ບັນຫາ​ທີ່​ໜັກໆ.” ເມື່ອ​ເຮົາ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ທີ່​ຢູ່​ໃນ​ສະພາບ​ແບບ​ນັ້ນ ເຮົາ​ກໍ​ຊ່ວຍ​ລາວ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ຕໍ່ໆ​ໄປ. ທຸກ​ເທື່ອ​ທີ່​ເຮົາ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ລາວ. (2ກຣ. 7:6, 7, 13) ຄວາມ​ເຫັນອົກເຫັນໃຈ​ແລະ​ການ​ໃຫ້​ກຳລັງ​ໃຈ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ? ເມື່ອ​ເຮົາ​ເຫັນອົກເຫັນໃຈ​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ກຳລັງ​ເຈິ​ຄວາມ​ຍາກ​ລຳບາກ ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ລາວ​ແລະ​ຈະ​ເຮັດ​ບາງ​ຢ່າງ​ເພື່ອ​ຊ່ວຍ​ລາວ. ດັ່ງນັ້ນ ເມື່ອ​ເຮົາ​ເຫັນອົກເຫັນໃຈ​ຜູ້​ໃດ​ຜູ້​ໜຶ່ງ ເຮົາ​ກໍ​ຈະ​ໃຫ້​ກຳລັງ​ໃຈ​ລາວ. ໂປໂລ​ອະທິບາຍ​ວ່າ ຄວາມ​ເຫັນອົກເຫັນໃຈ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ຄົນ​ເຮົາ​ກະຕຸ້ນ​ເພິ່ນ​ໃຫ້​ຢາກ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ. ໂປໂລ​ເວົ້າ​ວ່າ ພະ​ເຢໂຫວາ​ເປັນ “ພໍ່​ທີ່​ມີ​ຄວາມ​ເມດຕາ​ກະລຸນາ​ແລະ​ເປັນ​ພະເຈົ້າ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ທຸກ​ສະຖານະການ.”—2ກຣ. 1:3. ຫ23.11 ໜ້າ 9-10 ຂໍ້ 8-10

ວັນ​ອັງຄານ​ທີ 22 ກໍລະກົດ

ມີ​ຄວາມ​ສຸກ​ໄດ້​ເຖິງ​ວ່າ​ຈະ​ເຈິ​ຄວາມ​ທຸກ​ລຳບາກ.—ຣມ. 5:3

ລູກສິດ​ຂອງ​ພະ​ເຢຊູ​ທຸກ​ຄົນ​ຄາດໝາຍ​ໄດ້​ເລີຍ​ວ່າ​ຈະ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ​ລຳບາກ ເຊິ່ງ​ໂປໂລ​ກໍ​ເຄີຍ​ເຈິ​ແບບ​ນັ້ນ​ຄື​ກັນ. ລາວ​ບອກ​ພີ່ນ້ອງ​ທີ່​ຢູ່​ເມືອງ​ເທຊະໂລນິກ​ວ່າ: “ຕອນ​ທີ່​ພວກ​ເຮົາ​ຢູ່​ກັບ​ພວກ​ເຈົ້າ ພວກ​ເຮົາ​ເຄີຍ​ບອກ​ໄວ້​ວ່າ​ພວກ​ເຮົາ​ຈະ​ຕ້ອງ​ເຈິ​ຄວາມ​ທຸກ​ລຳບາກ ແລ້ວ​ກໍ​ເປັນ​ແນວ​ນັ້ນ​ແທ້ໆ.” (1ທຊ. 3:4) ໂປໂລ​ຍັງ​ຂຽນ​ຫາ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ວ່າ: “ພວກ​ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ຮູ້​ເລື່ອງ​ຄວາມ​ຍາກ​ລຳບາກ​ທີ່​ພວກ​ເຮົາ​ເຈິ . . . ຈົນ​ຄິດ​ວ່າ​ຈະ​ຕາຍ​ແທ້ໆ.” (2ກຣ. 1:8; 11:23-27) ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ກໍ​ຄາດໝາຍ​ໄດ້​ວ່າ​ຈະ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ​ລຳບາກ. (2ຕມ. 3:12) ເຈົ້າ​ກຳລັງ​ເຈິ​ຄວາມ​ທຸກ​ລຳບາກ​ຍ້ອນ​ເຊື່ອ​ໃນ​ພະ​ເຢຊູ​ແລະ​ເປັນ​ລູກສິດ​ຂອງ​ເພິ່ນ​ບໍ? ໝູ່​ຫຼື​ຍາດ​ຕິ​ພີ່ນ້ອງ​ອາດ​ຕໍ່ຕ້ານ​ເຈົ້າ. ເຈົ້າ​ເຈິ​ບັນຫາ​ຢູ່​ບ່ອນ​ເຮັດ​ວຽກ​ຍ້ອນ​ຕັ້ງໃຈ​ທີ່​ຈະ​ສັດຊື່​ໃນ​ທຸກ​ເລື່ອງ​ບໍ? (ຮຣ. 13:18) ເຈົ້າ​ເຄີຍ​ຖືກ​ຕໍ່ຕ້ານ​ຈາກ​ລັດຖະບານ​ຍ້ອນ​ເຈົ້າ​ບອກ​ຄວາມ​ຫວັງ​ກັບ​ຄົນ​ອື່ນ​ບໍ? ບໍ່​ວ່າ​ເຈົ້າ​ຈະ​ເຈິ​ກັບ​ຄວາມ​ທຸກ​ລຳບາກ​ແບບ​ໃດ ໂປໂລ​ບອກ​ວ່າ​ເຮົາ​ຄວນ​ຈະ​ມີ​ຄວາມ​ສຸກ. ຫ23.12 ໜ້າ 10-11 ຂໍ້ 9-10

ວັນ​ພຸດ​ທີ 23 ກໍລະກົດ

ພວກ​ເຈົ້າ​ເຮັດ​ໃຫ້​ພໍ່​ເຈິ​ບັນຫາ​ໜັກ​ແລ້ວ.—ປຖກ. 34:30

ຢາໂຄບ​ອົດທົນ​ກັບ​ບັນຫາ​ຫຼາຍ​ຢ່າງ. ລູກ​ຊາຍ​ສອງ​ຄົນ​ຂອງ​ຢາໂຄບ​ຄື: ຊີເມໂອນ​ກັບ​ເລວີ​ເຮັດ​ໃຫ້​ຄອບຄົວ​ຂາຍ​ໜ້າ​ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍ​ຊື່​ສຽງ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ຣາເຊັນ​ເມຍ​ທີ່​ຢາໂຄບ​ຮັກ​ຫຼາຍ​ກໍ​ຕາຍ​ຕອນ​ທີ່​ເກີດ​ລູກ​ຊາຍ​ຄົນ​ທີ​ສອງ. ຊ້ຳບໍ່ໜຳ ຕອນ​ທີ່​ເກີດ​ການ​ຂາດແຄນ​ອາຫານ​ຢ່າງ​ໜັກ ຢາໂຄບ​ກໍ​ຕ້ອງ​ຍ້າຍ​ໄປ​ຢູ່​ເອຢິບ​ທັງໆ​ທີ່​ອາຍຸ​ລາວ​ກໍ​ຫຼາຍ​ແລ້ວ. (ປຖກ. 35:16-19; 37:28; 45:9-11, 28) ເຖິງ​ວ່າ​ຢາໂຄບ​ຈະ​ຕ້ອງ​ເຈິ​ບັນຫາ​ຢູ່​ຕະຫຼອດ ແຕ່​ລາວ​ກໍ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ຄຳ​ສັນຍາ​ຂອງ​ເພິ່ນ. ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ຢາໂຄບ​ເຫັນ​ວ່າ​ເພິ່ນ​ຮັກ​ລາວ​ສະເໝີ. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ໄດ້​ອວຍພອນ​ຢາໂຄບ​ໃຫ້​ຮັ່ງ​ຫຼາຍ​ຂຶ້ນ​ເລື້ອຍໆ. ລອງ​ນຶກພາບ​ເບິ່ງ​ວ່າ​ຢາໂຄບ​ຈະ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ຂະໜາດ​ໃດ​ທີ່​ລາວ​ມີ​ໂອກາດ​ເຈິ​ກັບ​ໂຢເຊັບ​ລູກ​ຊາຍ​ທີ່​ລາວ​ຄິດ​ວ່າ​ຕາຍ​ໄປ​ດົນ​ແລ້ວ. ຍ້ອນ​ຢາໂຄບ​ສະໜິດ​ກັບ​ພະ​ເຢໂຫວາ ລາວ​ຈຶ່ງ​ສາມາດ​ຮັບມື​ກັບ​ບັນຫາ​ຕ່າງໆ​ທີ່​ເຂົ້າ​ມາ​ໃນ​ຊີວິດ​ໄດ້. (ປຖກ. 30:43; 32:9, 10; 46:28-30) ດັ່ງນັ້ນ ຖ້າ​ເຮົາ​ສະໜິດ​ກັບ​ພະ​ເຢໂຫວາ​ສະເໝີ ເຖິງ​ຈະ​ຕ້ອງ​ເຈິ​ກັບ​ບັນຫາ​ໂດຍ​ບໍ່​ຄາດ​ຄິດ​ເຮົາ​ກໍ​ຈະ​ຮັບມື​ໄດ້​ແນ່ນອນ. ຫ23.04 ໜ້າ 15 ຂໍ້ 6-7

ວັນ​ພະຫັດ​ທີ 24 ກໍລະກົດ

ພະ​ເຢໂຫວາ​ເບິ່ງແຍງ​ຂ້ອຍ​ຄື​ກັບ​ຜູ້​ລ້ຽງ​ແກະ. ຂ້ອຍ​ຈະ​ບໍ່​ຂາດ​ເຂີນ​ຫຍັງ.—ພສ. 23:1

ເພງ​ສັນລະເສີນ​ບົດ 23 ສະແດງ​ເຖິງ​ຄວາມ​ໝັ້ນໃຈ ຄວາມ​ຮັກ ແລະ​ການ​ເບິ່ງແຍງ​ຂອງ​ພະ​ເຢໂຫວາ. ດາວິດ​ເປັນ​ຜູ້​ຂຽນ​ເພງ​ສັນລະເສີນ​ບົດ​ນີ້. ລາວ​ເວົ້າ​ວ່າ​ລາວ​ກັບ​ພະ​ເຢໂຫວາ​ທີ່​ເປັນ​ຜູ້​ລ້ຽງ​ແກະ​ສະໜິດ​ກັນ​ຫຼາຍ​ແທ້ໆ. ດາວິດ​ບອກ​ວ່າ​ລາວ​ຮູ້ສຶກ​ປອດໄພ​ທີ່​ພະ​ເຢໂຫວາ​ຊີ້ນຳ​ລາວ​ແລະ​ລາວ​ກໍ​ໄວ້ໃຈ​ພະ​ເຢໂຫວາ​ເຕັມ​ຮ້ອຍ. ດາວິດ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ລາວ​ທຸກ​ມື້​ຕະຫຼອດ​ຊີວິດ​ຂອງ​ລາວ. ເປັນ​ຫຍັງ​ດາວິດ​ຈຶ່ງ​ໝັ້ນໃຈ​ແບບ​ນັ້ນ? ດາວິດ​ເຫັນ​ວ່າ​ພະ​ເຢໂຫວາ​ເບິ່ງແຍງ​ລາວ​ໃຫ້​ມີ​ສິ່ງ​ຈຳເປັນ​ບໍ່​ເຄີຍ​ຂາດ ແລະ​ລາວ​ຍັງ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ໝູ່​ລາວ​ແລະ​ພໍໃຈ​ລາວ. ເລື່ອງ​ນີ້​ເຮັດ​ໃຫ້​ລາວ​ໝັ້ນໃຈ​ວ່າ ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ ພະ​ເຢໂຫວາ​ຈະ​ເບິ່ງແຍງ​ລາວ​ໃຫ້​ມີ​ສິ່ງ​ຈຳເປັນ​ສະເໝີ. ຍ້ອນ​ດາວິດ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ຈະ​ເບິ່ງແຍງ​ລາວ ລາວ​ຈຶ່ງ​ດີ​ໃຈ ມີ​ຄວາມ​ສຸກ ແລະ​ບໍ່​ກັງວົນ​ຫຍັງ.—ພສ. 16:11. ຫ24.01 ໜ້າ 28-29 ຂໍ້ 12-13

ວັນ​ສຸກ​ທີ 25 ກໍລະກົດ

ຂ້ອຍ​ຈະ​ຢູ່​ກັບ​ພວກ​ເຈົ້າ​ສະເໝີ​ຈົນ​ຮອດ​ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້.—ມທ. 28:20

ນັບ​ຕັ້ງແຕ່​ສົງຄາມ​ໂລກ​ຄັ້ງ​ທີ 2 ເປັນ​ຕົ້ນ​ມາ ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ຫຼາຍ​ປະເທດ​ມີ​ອິດສະຫຼະ​ໃນ​ການ​ປະກາດ​ຂ່າວ​ດີ​ເຊິ່ງ​ເຮັດ​ໃຫ້​ຫຼາຍ​ຄົນ​ໄດ້​ຮູ້​ຈັກ​ພະ​ເຢໂຫວາ. ຕອນນີ້​ວຽກ​ປະກາດ​ກຳລັງ​ຂະຫຍາຍ​ໄປ​ທົ່ວ​ໂລກ. ໃນ​ທຸກ​ມື້​ນີ້ ຄະນະ​ກຳມະການ​ປົກຄອງ​ຍັງ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢຊູ​ສະເໝີ. ເຂົາເຈົ້າ​ຢາກ​ໃຫ້​ຄຳ​ແນະນຳ​ພີ່ນ້ອງ​ໃນ​ແບບ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ແທ້ໆ. ເຂົາເຈົ້າ​ໃຫ້​ຄຳ​ແນະນຳ​ພີ່ນ້ອງ​ໂດຍ​ຜ່ານ​ທາງ​ຜູ້​ເບິ່ງແຍງ​ໝວດ​ແລະ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ. ຄຳພີ​ໄບເບິນ​ບອກ​ວ່າ​ຜູ້​ເບິ່ງແຍງ​ທີ່​ເປັນ​ຜູ້​ຖືກ​ເລືອກ​ແລະ​ຜູ້​ເບິ່ງແຍງ​ທັງໝົດ​ໃນ​ປະຊາຄົມ​ຕ່າງໆ​ຢູ່ “ໃນ​ມື​ເບື້ອງ​ຂວາ” ຂອງ​ພະຄລິດ. (ພນມ. 2:1) ເຖິງ​ຈະ​ເປັນ​ແນວ​ນັ້ນ ຜູ້​ເບິ່ງແຍງ​ທຸກ​ຄົນ​ກໍ​ເປັນ​ຄົນ​ບໍ່​ສົມບູນແບບ ເຂົາເຈົ້າ​ເຮັດ​ຜິດ​ພາດ​ໄດ້. ແມ່ນ​ແຕ່​ໂມເຊ ໂຢຊວຍ ແລະ​ພວກ​ອັກຄະສາວົກ​ກໍ​ເຮັດ​ຜິດ​ພາດ​ເປັນ​ບາງ​ເທື່ອ. (ຈຊບ. 20:12; ຢຊ. 9:14, 15; ຣມ. 3:23) ແຕ່​ເຮົາ​ເຫັນ​ແຈ້ງ​ວ່າ​ພະ​ເຢຊູ​ກຳລັງ​ຊີ້ນຳ​ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ແລະ​ຜູ້​ເບິ່ງແຍງ​ທຸກ​ຄົນ​ທີ່​ຖືກ​ແຕ່ງຕັ້ງ ແລະ​ເພິ່ນ​ຈະ​ເຮັດ​ແບບ​ນັ້ນ​ຕໍ່ໆ​ໄປ. ດັ່ງນັ້ນ ເຮົາ​ຈຶ່ງ​ໝັ້ນໃຈ​ໃນ​ການ​ຊີ້ນຳ​ຂອງ​ພະ​ເຢຊູ​ທີ່​ໃຫ້​ຜ່ານ​ທາງ​ພີ່ນ້ອງ​ເຫຼົ່າ​ນີ້​ທີ່​ຖືກ​ແຕ່ງຕັ້ງ. ຫ24.02 ໜ້າ 23-24 ຂໍ້ 13-14

ວັນ​ເສົາ​ທີ 26 ກໍລະກົດ

ໃຫ້​ພວກ​ເຈົ້າ​ຮຽນ​ແບບ​ພະເຈົ້າ​ຄື​ກັບ​ລູກ​ທີ່​ຮັກ​ຂອງ​ເພິ່ນ.—ອຟຊ. 5:1

ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ສາມາດ​ເຮັດ​ໃຫ້​ພະ​ເຢໂຫວາ​ດີ​ໃຈ​ໄດ້​ໂດຍ​ບອກ​ຄົນ​ອື່ນ​ວ່າ​ເຮົາ​ຮູ້ສຶກ​ຂອບໃຈ​ແລະ​ຮັກ​ເພິ່ນ​ຫຼາຍ​ສ່ຳ​ໃດ. ຕອນ​ທີ່​ເຮົາ​ປະກາດ ເຮົາ​ຕ້ອງ​ຈື່​ໄວ້​ສະເໝີ​ວ່າ​ເປົ້າໝາຍ​ຂອງ​ເຮົາ​ແມ່ນ​ເພື່ອ​ຊ່ວຍ​ຄົນ​ໃຫ້​ຮູ້​ຈັກ​ແລະ​ໃກ້ຊິດ​ພະ​ເຢໂຫວາ​ແລະ​ເບິ່ງ​ເພິ່ນ​ຄື​ກັບ​ທີ່​ເຮົາ​ເບິ່ງ. (ຢກບ. 4:8) ເຮົາ​ຢາກ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ພະ​ເຢໂຫວາ​ແນວ​ໃດ ແລະ​ຢາກ​ຊ່ວຍ​ເຂົາເຈົ້າ​ໃຫ້​ຮູ້​ຈັກ​ຄຸນລັກສະນະ​ທີ່​ດີ​ຂອງ​ເພິ່ນ ເຊັ່ນ: ຄວາມ​ຮັກ ຄວາມ​ຍຸຕິທຳ ສະຕິ​ປັນຍາ ແລະ​ລິດເດດ ລວມ​ທັງ​ຄຸນລັກສະນະ​ອື່ນໆ​ຂອງ​ເພິ່ນ. ນອກ​ຈາກ​ນັ້ນ ເຮົາ​ສາມາດ​ສັນລະເສີນ​ພະ​ເຢໂຫວາ​ແລະ​ເຮັດ​ໃຫ້​ເພິ່ນ​ດີ​ໃຈ​ໂດຍ​ຮຽນ​ແບບ​ເພິ່ນ. ເມື່ອ​ເຮັດ​ແບບ​ນີ້ ຄົນ​ອື່ນ​ອາດ​ສັງເກດ​ວ່າ​ເຮົາ​ແຕກຕ່າງ​ຈາກ​ຄົນ​ທົ່ວໄປ​ໃນ​ໂລກ​ຊົ່ວ​ນີ້. (ມທ. 5:14-16) ຕອນ​ທີ່​ເຮົາ​ຕິດຕໍ່​ພົວພັນ​ກັບ​ເຂົາເຈົ້າ​ໃນ​ແຕ່​ລະ​ມື້ ເຮົາ​ອາດ​ມີ​ໂອກາດ​ທີ່​ຈະ​ອະທິບາຍ​ໃຫ້​ເຂົາເຈົ້າ​ຮູ້​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ເຮັດ​ຄື​ກັບ​ຄົນ​ທົ່ວໄປ. ຜົນ​ກໍ​ຄື​ຈະ​ເຮັດ​ໃຫ້​ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ​ໄດ້​ຮູ້​ຈັກ​ພະ​ເຢໂຫວາ. ເມື່ອ​ເຮົາ​ສັນລະເສີນ​ພະ​ເຢໂຫວາ​ແບບ​ນີ້ ເພິ່ນ​ຈະ​ດີ​ໃຈ​ແທ້ໆ.—1ຕມ. 2:3, 4. ຫ24.02 ໜ້າ 10 ຂໍ້ 7

ວັນ​ອາທິດ​ທີ 27 ກໍລະກົດ

[ໃຫ້] ຊຳນິ​ຊຳນານ . . . [ໃນ​ການ] ໃຫ້​ກຳລັງ​ໃຈ​ຄົນ​ອື່ນ . . . ແລະ [ໃນ​ການ] ຕັກ​ເຕືອນ.—ຕຕ. 1:9

ເພື່ອ​ເຈົ້າ​ຈະ​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່ ເຈົ້າ​ຄວນ​ຝຶກ​ທັກສະ​ບາງ​ຢ່າງ. ການ​ເຮັດ​ແບບ​ນີ້​ຈະ​ເປັນ​ປະໂຫຍດ​ຫຼາຍ ເຊັ່ນ: ມັນ​ຈະ​ເຮັດ​ໃຫ້​ເຈົ້າ​ຊ່ວຍ​ວຽກ​ໃນ​ປະຊາຄົມ​ໄດ້ ລ້ຽງ​ໂຕເອງ​ແລະ​ຄອບຄົວ​ໄດ້. ນອກ​ຈາກ​ນັ້ນ​ຍັງ​ຊ່ວຍ​ເຈົ້າ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຕົວຢ່າງ​ເຊັ່ນ: ໃຫ້​ຮຽນ​ອ່ານ​ແລະ​ຂຽນ​ໄດ້​ດີ. ຄຳພີ​ໄບເບິນ​ບອກ​ວ່າ ຄົນ​ທີ່​ອ່ານ​ແລະ​ຄິດ​ຕຶກຕອງ​ກົດໝາຍ​ຂອງ​ພະ​ເຢໂຫວາ​ທຸກ​ມື້​ຈະ​ມີ​ຄວາມ​ສຸກ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ຈະ​ສຳເລັດ. (ພສ. 1:1-3) ການ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້​ຈະ​ຊ່ວຍ​ລາວ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ແລ້ວ​ກໍ​ຄິດ​ຄື​ກັບ​ເພິ່ນ ແລະ​ລາວ​ຈະ​ຮູ້​ວິທີ​ເອົາ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້. (ສພສ. 1:3, 4) ພີ່ນ້ອງ​ໃນ​ປະຊາຄົມ​ຕ້ອງການ​ພີ່ນ້ອງ​ຊາຍ​ທີ່​ມີ​ຄວາມ​ສາມາດ​ໃນ​ການ​ສອນ​ແລະ​ໃຫ້​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ໄດ້. ຖ້າ​ເຈົ້າ​ອ່ານ​ແລະ​ຂຽນ​ໄດ້​ດີ ເຈົ້າ​ຈະ​ກຽມ​ຄຳ​ບັນລະຍາຍ​ແລະ​ອອກ​ຄຳ​ຄິດ​ເຫັນ​ໃນ​ແບບ​ທີ່​ເປັນ​ປະໂຫຍດ​ຕໍ່​ພີ່ນ້ອງ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ນອກ​ຈາກ​ນັ້ນ ຖ້າ​ເຈົ້າ​ອ່ານ​ແລະ​ຂຽນ​ໄດ້​ດີ ມັນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ຈັກ​ຈົດ​ຈຸດ​ທີ່​ສຳຄັນ ແລະ​ສິ່ງ​ທີ່​ເຈົ້າ​ຈົດ​ໄວ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ. ຫ23.12 ໜ້າ 26-27 ຂໍ້ 9-11

ວັນ​ຈັນ​ທີ 28 ກໍລະກົດ

ພະເຈົ້າ​ທີ່​ສະໜັບສະໜູນ​ພວກ​ເຈົ້າ​ຍິ່ງໃຫຍ່​ກວ່າ​ມານ​ຮ້າຍ​ທີ່​ສະໜັບສະໜູນ​ໂລກ​ນີ້​ຢູ່.—1ຢຮ. 4:4

ຕອນ​ທີ່​ເຈົ້າ​ຮູ້ສຶກ​ຢ້ານ ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃນ​ອະນາຄົດ. ໃນ​ການ​ປະຊຸມ​ພາກ​ປີ 2014 ມີ​ການ​ສາທິດ​ໜຶ່ງ​ທີ່​ຜູ້​ເປັນ​ພໍ່​ລົມ​ກັບ​ຄົນ​ໃນ​ຄອບຄົວ​ວ່າ​ໃຫ້​ລອງ​ປ່ຽນ​ຄຳເວົ້າ​ທີ່​ຢູ່​ໃນ 2 ຕີໂມທຽວ 3:1-5 ໃຫ້​ເປັນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ໂລກ​ໃໝ່. ລາວ​ເວົ້າ​ວ່າ: “ໃນ​ໂລກ​ໃໝ່​ຈະ​ເປັນ​ເວລາ​ທີ່​ມີ​ແຕ່​ຄວາມ​ສຸກ​ຍ້ອນ​ທຸກ​ຄົນ​ໃນ​ໂລກ​ຈະ​ຮັກ​ກັນ ຮັກ​ຄວາມ​ຈິງ ຈຽມ​ໂຕ ຖ່ອມ​ໂຕ ຍ້ອງຍໍ​ສັນລະເສີນ​ພະເຈົ້າ ເຊື່ອຟັງ​ພໍ່​ແມ່ ສຳນຶກ​ບຸນ​ຄຸນ ພັກດີ ຮັກ​ຍາດ​ຕິ​ພີ່ນ້ອງ ຍອມ​ກັນ​ແລະ​ກັນ ຊົມເຊີຍ​ຄົນ​ອື່ນ ຄວບຄຸມ​ໂຕເອງ​ໄດ້ ອ່ອນໂຍນ ຮັກ​ສິ່ງ​ທີ່​ດີ ສັດຊື່ ບໍ່​ຫົວ​ແຂງ ບໍ່​ອວດ​ດີ ບໍ່​ເປັນ​ຄົນ​ຮັກ​ຄວາມ​ມ່ວນ​ຊື່ນ​ແຕ່​ຮັກ​ພະເຈົ້າ ບໍ່​ເປັນ​ຄົນ​ເຄັ່ງ​ສາສະໜາ​ແຕ່​ທາງ​ນອກ. ຂໍ​ໃຫ້​ເຈົ້າ​ໃກ້ຊິດ​ກັບ​ຄົນ​ແບບ​ນີ້.” ເຈົ້າ​ເດ? ເຈົ້າ​ຢາກ​ລົມ​ກັບ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ບໍ​ວ່າ​ຊີວິດ​ໃນ​ໂລກ​ໃໝ່​ຈະ​ເປັນ​ແນວ​ໃດ? ຫ24.01 ໜ້າ 6 ຂໍ້ 13-14

ວັນ​ອັງຄານ​ທີ 29 ກໍລະກົດ

ພໍ່​ພໍໃຈ​ລູກ​ຫຼາຍ.—ລກ. 3:22

ເຮົາ​ດີ​ໃຈ​ແທ້ໆ​ທີ່​ຮູ້​ວ່າ “ພະ​ເຢໂຫວາ​ພໍໃຈ​ປະຊາຊົນ​ຂອງ​ເພິ່ນ.” (ພສ. 149:4) ແຕ່​ບາງ​ເທື່ອ​ບາງ​ຄົນ​ກໍ​ຮູ້ສຶກ​ບໍ່​ໝັ້ນໃຈ​ແລະ​ອາດ​ສົງໄສ​ວ່າ: ‘ພະ​ເຢໂຫວາ​ພໍໃຈ​ເຂົາເຈົ້າ​ແທ້ໆ​ບໍ?’ ຜູ້​ຮັບໃຊ້​ທີ່​ສັດຊື່​ຫຼາຍ​ຄົນ​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ​ກໍ​ຮູ້ສຶກ​ແບບ​ນີ້. (1ຊມ. 1:6-10; ໂຢບ 29:2, 4; ພສ. 51:11) ຄຳພີ​ໄບເບິນ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ຄົນ​ທີ່​ບໍ່​ສົມບູນແບບ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ໄດ້. ເປັນ​ໄປ​ໄດ້​ແນວ​ໃດ? ເປັນ​ໄປ​ໄດ້​ເມື່ອ​ເຮົາ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ແລະ​ຮັບ​ບັບເຕມາ. (ຢຮ. 3:16) ດັ່ງນັ້ນ ເຮົາ​ຕ້ອງ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ເຮົາ​ກັບໃຈ​ແທ້ໆ​ຈາກ​ການ​ເຮັດ​ຜິດ​ແລະ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ເຮົາ​ໄດ້​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ເພື່ອ​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ. (ກຈກ. 2:38; 3:19) ພະ​ເຢໂຫວາ​ດີ​ໃຈ​ຫຼາຍ​ທີ່​ເຮົາ​ເຮັດ​ສິ່ງ​ເຫຼົ່າ​ນີ້​ເພື່ອ​ຈະ​ສະໜິດ​ກັບ​ເພິ່ນ. ເມື່ອ​ເຮົາ​ໃຊ້​ຊີວິດ​ຕາມ​ການ​ອຸທິດ​ໂຕ​ຕໍ່ໆ​ໄປ ພະ​ເຢໂຫວາ​ຈະ​ພໍໃຈ​ເຮົາ​ແລະ​ຖື​ວ່າ​ເຮົາ​ເປັນ​ໝູ່​ສະໜິດ​ຂອງ​ເພິ່ນ.—ພສ. 25:14. ຫ24.03 ໜ້າ 26 ຂໍ້ 1-2

ວັນ​ພຸດ​ທີ 30 ກໍລະກົດ

ພວກ​ເຮົາ​ເຊົາ​ເວົ້າ​ເລື່ອງ​ທີ່​ໄດ້​ເຫັນ​ແລະ​ໄດ້​ຍິນ​ນັ້ນ​ບໍ່​ໄດ້.—ກຈກ. 4:20

ເຮົາ​ສາມາດ​ຮຽນ​ແບບ​ລູກສິດ​ຂອງ​ພະ​ເຢຊູ​ໂດຍ​ປະກາດ​ຕໍ່ໆ​ໄປ​ເຖິງ​ວ່າ​ເຈົ້າ​ໜ້າທີ່​ຈະ​ສັ່ງ​ຫ້າມ. ເຮົາ​ສາມາດ​ອະທິດຖານ​ຂໍ​ຄວາມ​ກ້າຫານ​ແລະ​ສະຕິ​ປັນຍາ ແລະ​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ວຽກ​ຮັບໃຊ້​ຂອງ​ເພິ່ນ​ໄດ້. ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຮັບມື​ກັບ​ບັນຫາ. ພວກ​ເຮົາ​ຫຼາຍ​ຄົນ​ອາດ​ມີ​ບັນຫາ​ທາງ​ດ້ານ​ຮ່າງກາຍ​ຫຼື​ຈິດ​ໃຈ ຄົນ​ທີ່​ເຮົາ​ຮັກ​ຕາຍ​ຈາກ​ໄປ ຖືກ​ຂົ່ມເຫງ ມີ​ບັນຫາ​ໃນ​ຄອບຄົວ ຫຼື​ບັນຫາ​ອື່ນໆ​ໃນ​ຊີວິດ. ຖ້າ​ເກີດ​ໂລກລະບາດ​ຫຼື​ມີ​ສົງຄາມ ການ​ຮັບມື​ກັບ​ບັນຫາ​ເຫຼົ່າ​ນີ້​ກໍ​ແຮ່ງ​ຍາກ​ຕື່ມ​ອີກ. ຖ້າ​ເຈົ້າ​ເຈິ​ແບບ​ນີ້​ຢູ່ ໃຫ້​ເຈົ້າ​ອະທິດຖານ​ລະບາຍ​ໃຫ້​ພະ​ເຢໂຫວາ​ຟັງ​ວ່າ​ເຈົ້າ​ກຳລັງ​ເຈິ​ກັບ​ຫຍັງ​ແລະ​ຮູ້ສຶກ​ແນວ​ໃດ​ຄື​ກັບ​ທີ່​ເຈົ້າ​ລະບາຍ​ໃຫ້​ໝູ່​ສະໜິດ​ຟັງ ແລະ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ “ຈະ​ຊ່ວຍ​ເຈົ້າ.” (ພສ. 37:3, 5) ການ​ອະທິດຖານ​ເລື້ອຍໆ​ຈະ​ຊ່ວຍ​ໃຫ້​ເຮົາ “ອົດທົນ​ເມື່ອ​ພົບ​ຄວາມ​ທຸກ​ລຳບາກ.” (ຣມ. 12:12) ພະ​ເຢໂຫວາ​ຮູ້​ວ່າ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ກຳລັງ​ເຈິ​ບັນຫາ​ຫຍັງ ແລະ “ເພິ່ນ​ຟັງ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ເຂົາເຈົ້າ.”—ພສ. 145:18, 19. ຫ23.05 ໜ້າ 5-6 ຂໍ້ 12-15

ວັນ​ພະຫັດ​ທີ 31 ກໍລະກົດ

ໃຫ້​ກວດ​ເບິ່ງ​ຢູ່​ສະເໝີ​ວ່າ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ​ເປັນ​ສິ່ງ​ທີ່​ຜູ້​ເປັນ​ນາຍ​ພໍໃຈ​ຫຼື​ບໍ່.—ອຟຊ. 5:10

ເມື່ອ​ເຮົາ​ຕ້ອງ​ຕັດສິນໃຈ​ເລື່ອງ​ທີ່​ສຳຄັນ ເຮົາ​ຕ້ອງ​ພະຍາຍາມ​ເຂົ້າໃຈ​ວ່າ “ພະ​ເຢໂຫວາ​ຕ້ອງການ​ຫຍັງ” ແລ້ວ​ກໍ​ເຮັດ​ຕາມ​ນັ້ນ. (ອຟຊ. 5:17) ຕອນ​ທີ່​ເຮົາ​ເຈິ​ສະຖານະການ​ບາງ​ຢ່າງ ແລ້ວ​ຊອກ​ຫາ​ຫຼັກການ​ໃນ​ຄຳພີ​ໄບເບິນ​ທີ່​ກ່ຽວກັບ​ເລື່ອງ​ນັ້ນ​ກໍ​ສະແດງ​ວ່າ​ເຮົາ​ຢາກ​ຮູ້​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ. ເມື່ອ​ເຮົາ​ເຮັດ​ຕາມ​ຫຼັກການ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ຕັດສິນໃຈ​ໄດ້​ຢ່າງ​ຖືກຕ້ອງ. “ໂຕ​ຊົ່ວ​ຮ້າຍ” ທີ່​ເປັນ​ສັດຕູ​ຂອງ​ເຮົາ​ຢາກ​ໃຫ້​ເຮົາ​ຫຍຸ້ງ​ຢູ່​ກັບ​ສິ່ງ​ຕ່າງໆ​ທີ່​ເປັນ​ຂອງ​ໂລກ​ນີ້​ຈົນ​ເຮົາ​ບໍ່​ມີ​ເວລາ​ຮັບໃຊ້​ພະ​ເຢໂຫວາ. (1ຢຮ. 5:19) ຄລິດສະຕຽນ​ບາງ​ຄົນ​ອາດ​ໃຫ້​ການ​ຫາ​ເງິນ ການ​ຮຽນ​ສູງໆ ຫຼື​ການ​ເຮັດ​ວຽກ​ສຳຄັນ​ກວ່າ​ການ​ຮັບໃຊ້​ພະ​ເຢໂຫວາ. ຖ້າ​ເປັນ​ແບບ​ນັ້ນ​ກໍ​ສະແດງ​ວ່າ​ລາວ​ເລີ່ມ​ຄິດ​ຄື​ກັບ​ຄົນ​ທົ່ວໄປ​ໃນ​ໂລກ. ທີ່ຈິງ ສິ່ງ​ເຫຼົ່າ​ນີ້​ບໍ່​ມີ​ຫຍັງ​ຜິດ ແຕ່​ມັນ​ບໍ່​ຄວນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ. ຫ24.03 ໜ້າ 24 ຂໍ້ 16-17

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌