ກັນຍາ
ວັນຈັນທີ 1 ກັນຍາ
ຄວາມອີ່ຕົນນີ້ມາຈາກສະຫວັນຄືກັບແສງສະຫວ່າງຂອງມື້ໃໝ່.—ລກ. 1:78
ພະເຢໂຫວາໃຫ້ອຳນາດພະເຢຊູຈັດການກັບບັນຫາທຸກຢ່າງທີ່ມະນຸດເຈິ. ການອັດສະຈັນທີ່ພະເຢຊູເຮັດ ເຮັດໃຫ້ເຫັນວ່າເພິ່ນມີອຳນາດທີ່ຈະແກ້ໄຂບັນຫາທຸກຢ່າງທີ່ມະນຸດເຮົາບໍ່ສາມາດຈັດການດ້ວຍໂຕເອງໄດ້ ເຊັ່ນ: ພະເຢຊູມີອຳນາດທີ່ຈະກຳຈັດຕົ້ນເຫດຂອງບັນຫາທັງໝົດ ເຊິ່ງກໍຄືບາບແລະຜົນທີ່ເກີດຂຶ້ນຈາກບາບ ບໍ່ວ່າຈະເປັນຄວາມເຈັບປ່ວຍແລະຄວາມຕາຍ. (ມທ. 9:1-6; ຣມ. 5:12, 18, 19) ການອັດສະຈັນທີ່ພະເຢຊູເຮັດພິສູດວ່າເພິ່ນສາມາດປົວພະຍາດ “ທຸກຊະນິດ” ໄດ້ ແລະປຸກຄົນຕາຍໃຫ້ຟື້ນຄືນມາ. (ມທ. 4:23; ຢຮ. 11:43, 44) ເພິ່ນຍັງມີອຳນາດທີ່ຈະຄວບຄຸມພາຍຸ ແລະໄລ່ປີສາດທີ່ເຂົ້າສິງຄົນ. (ມຣກ. 4:37-39; ລກ. 8:2) ເມື່ອເຫັນວ່າພະເຢໂຫວາໃຫ້ອຳນາດແບບນີ້ກັບພະເຢຊູ ເຮັດໃຫ້ເຮົາຮູ້ສຶກໄດ້ກຳລັງໃຈແທ້ໆ! ເຮົາໝັ້ນໃຈໄດ້ວ່າການປົກຄອງຂອງພະເຈົ້າຈະເຮັດໃຫ້ຄຳສັນຍາເກີດຂຶ້ນແທ້. ການອັດສະຈັນຂອງພະເຢຊູເຮັດໃຫ້ເຮົາຮູ້ວ່າເພິ່ນຈະເຮັດສິ່ງທີ່ຍິ່ງໃຫຍ່ກວ່ານັ້ນຕອນທີ່ເພິ່ນເປັນກະສັດປົກຄອງໂລກນີ້. ຫ23.04 ໜ້າ 3-4 ຂໍ້ 5-7
ວັນອັງຄານທີ 2 ກັນຍາ
ພະລັງ [ຂອງພະເຈົ້າ] ເປີດເຜີຍທຸກສິ່ງແລະຍັງເປີດເຜີຍສິ່ງທີ່ເລິກເຊິ່ງຂອງພະເຈົ້ານຳອີກ.—1ກຣ. 2:10
ຖ້າເຈົ້າຢູ່ໃນປະຊາຄົມໃຫຍ່ແລະມີພີ່ນ້ອງຍົກມືຫຼາຍຈົນເຮັດໃຫ້ເຈົ້າບໍ່ຄ່ອຍໄດ້ຕອບ. ເຈົ້າອາດຈະຮູ້ສຶກຢາກຍອມແພ້. ແຕ່ຂໍຢ່າເຊົາອອກຄວາມພະຍາຍາມທີ່ຈະອອກຄວາມຄິດເຫັນ. ໃຫ້ກຽມຄຳຕອບໄວ້ຫຼາຍໆຂໍ້ໃນແຕ່ລະສ່ວນຂອງການປະຊຸມ. ຖ້າຂໍ້ທຳອິດຜູ້ນຳສ່ວນບໍ່ໄດ້ເອີ້ນເຈົ້າ ເຈົ້າກໍຍັງມີໂອກາດຕອບຂໍ້ອື່ນໆໄດ້. ຕອນທີ່ກຽມຫໍສັງເກດການໃຫ້ເຈົ້າລອງຄິດເບິ່ງວ່າແຕ່ລະຂໍ້ກ່ຽວຂ້ອງກັນແນວໃດກັບເລື່ອງຫຼັກຂອງບົດຄວາມ. ຖ້າເຮັດແບບນັ້ນ ເຈົ້າກໍຈະມີຄວາມຄິດເຫັນດີໆທີ່ຈະເອົາມາຕອບ. ນອກຈາກນັ້ນ ເຈົ້າອາດກຽມຄຳຕອບທີ່ມີຄຳສອນເລິກເຊິ່ງທີ່ອາດຈະບໍ່ຄ່ອຍມີໃຜຕອບ. ແຕ່ຖ້າເຈົ້າຍັງບໍ່ໄດ້ຕອບຈັກເທື່ອ ເຈົ້າຈະເຮັດແນວໃດ? ໃຫ້ບອກຜູ້ນຳສ່ວນກ່ອນການປະຊຸມວ່າເຈົ້າຢາກຕອບຂໍ້ໃດ. ຫ23.04 ໜ້າ 21-22 ຂໍ້ 9-10
ວັນພຸດທີ 3 ກັນຍາ
ໂຢເຊັບ . . . ເຮັດຕາມທີ່ທູດສະຫວັນຂອງພະເຢໂຫວາສັ່ງແລະໄດ້ແຕ່ງດອງກັບມາຣິອາ.—ມທ. 1:24
ໂຢເຊັບພ້ອມສະເໝີທີ່ຈະເຮັດຕາມການຊີ້ນຳຂອງພະເຢໂຫວາ. ເລື່ອງນີ້ຈຶ່ງເຮັດໃຫ້ລາວເປັນຜົວທີ່ດີ. ຢ່າງໜ້ອຍມີຢູ່ສາມເທື່ອທີ່ລາວໄດ້ຮັບຄຳແນະນຳຈາກພະເຢໂຫວາເຊິ່ງກ່ຽວຂ້ອງກັບຄອບຄົວຂອງລາວ. ແຕ່ລະເທື່ອທີ່ລາວໄດ້ຮັບຄຳແນະນຳ ລາວກໍໄດ້ເຮັດຕາມທັນທີເຖິງວ່າຈະເປັນເລື່ອງຍາກສຳລັບລາວ. (ມທ. 1:20; 2:13-15, 19-21) ໂດຍເຮັດຕາມການຊີ້ນຳຂອງພະເຢໂຫວາ ໂຢເຊັບສາມາດປົກປ້ອງແລະເບິ່ງແຍງມາຣີໄດ້. ລອງຄິດເບິ່ງວ່າສິ່ງທີ່ໂຢເຊັບເຮັດຈະເຮັດໃຫ້ມາຣີຮູ້ສຶກຮັກແລະນັບຖືໂຢເຊັບຫຼາຍຂະໜາດໃດ. ຜູ້ທີ່ເປັນຜົວ ເຈົ້າສາມາດຮຽນແບບໂຢເຊັບໄດ້ໂດຍຊອກຫາຄຳແນະນຳຈາກຄຳພີໄບເບິນກ່ຽວກັບເລື່ອງຄອບຄົວ. ເມື່ອເຈົ້າເຮັດຕາມຄຳແນະນຳນັ້ນເຖິງວ່າຈະເປັນເລື່ອງຍາກ ກໍສະແດງວ່າເຈົ້າຮັກເມຍແລະຢາກໃຫ້ສາຍສຳພັນໃນຊີວິດຄູ່ຂອງເຈົ້າແໜ້ນແຟ້ນຂຶ້ນ. ພີ່ນ້ອງຍິງຄົນໜຶ່ງທີ່ຢູ່ປະເທດວານົວຕູເຊິ່ງແຕ່ງດອງມາຫຼາຍກວ່າ 20 ປີແລ້ວບອກວ່າ: “ເມື່ອຜົວຂອງຂ້ອຍຊອກຫາຄຳແນະນຳແລະເຮັດຕາມການຊີ້ນຳຂອງພະເຢໂຫວາ ກໍເຮັດໃຫ້ຂ້ອຍນັບຖືລາວຫຼາຍຂຶ້ນ ຮູ້ສຶກອຸ່ນໃຈແລະໝັ້ນໃຈໃນການຕັດສິນໃຈຂອງລາວ.” ຫ23.05 ໜ້າ 21 ຂໍ້ 5
ວັນພະຫັດທີ 4 ກັນຍາ
ຈະມີທາງຫຼັກເສັ້ນໜຶ່ງ ທາງເສັ້ນນັ້ນຈະຖືກເອີ້ນວ່າທາງບໍລິສຸດ.—ອຊຢ. 35:8
ຄົນຢິວທີ່ກັບໄປອິດສະຣາເອນຈະກາຍເປັນ “ຊາດທີ່ບໍລິສຸດ” ຂອງພະເຢໂຫວາ. (ພບຍ. 7:6) ແຕ່ບໍ່ໄດ້ໝາຍຄວາມວ່າຄົນທີ່ອອກຈາກບາບີໂລນຈະບໍ່ຕ້ອງປ່ຽນແປງໂຕເອງເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈ. ຄົນຢິວສ່ວນຫຼາຍທີ່ເກີດຢູ່ບາບີໂລນລຶ້ງກັບວັດທະນະທຳ ການໃຊ້ຊີວິດ ແລະຄວາມຄິດຂອງຄົນຢູ່ຫັ້ນ. ຫຼາຍສິບປີຫຼັງຈາກທີ່ຄົນຢິວກຸ່ມທຳອິດກັບໄປອິດສະຣາເອນ ເນເຮມີຢາທີ່ເປັນເຈົ້າແຂວງຕົກໃຈຫຼາຍທີ່ເຫັນຄົນຢິວທີ່ເກີດຢູ່ອິດສະຣາເອນເວົ້າພາສາເຮັບເຣີບໍ່ໄດ້. (ພບຍ. 6:6, 7; ນຮຢ. 13:23, 24) ເດັກນ້ອຍເຫຼົ່ານີ້ຈະຮັກພະເຢໂຫວາແລະນະມັດສະການເພິ່ນໄດ້ແນວໃດຖ້າເຂົາເຈົ້າບໍ່ເຂົ້າໃຈພາສາເຮັບເຣີເຊິ່ງເປັນພາສາຫຼັກທີ່ໃຊ້ໃນການຂຽນຄຳພີໄບເບິນໃນຕອນນັ້ນ? (ອຊຣ. 10:3, 44) ດັ່ງນັ້ນ ຄົນຢິວເຫຼົ່ານີ້ຕ້ອງປ່ຽນແປງໂຕເອງ ແລະມັນກໍຈະງ່າຍກວ່າຖ້າເຂົາເຈົ້າປ່ຽນແປງໂຕເອງຕອນທີ່ຢູ່ອິດສະຣາເອນເຊິ່ງເປັນບ່ອນທີ່ການນະມັດສະການບໍລິສຸດກຳລັງໄດ້ຮັບການຟື້ນຟູ.—ນຮຢ. 8:8, 9. ຫ23.05 ໜ້າ 15 ຂໍ້ 6-7
ວັນສຸກທີ 5 ກັນຍາ
ພະເຢໂຫວາຊ່ວຍທຸກຄົນທີ່ກຳລັງຈະລົ້ມແລະໂຈມເອົາທຸກຄົນທີ່ອຸກໃຈແລະໝູບໜ້າຢູ່.—ພສ. 145:14
ບໍ່ວ່າເຮົາຈະມີແຮງກະຕຸ້ນທີ່ຢາກຈະເຮັດຕາມເປົ້າໝາຍຫຼາຍສ່ຳໃດ ຫຼືມີລະບຽບວິໄນກັບໂຕເອງຫຼາຍສ່ຳໃດກໍຕາມ ເຮົາອາດຍັງຕ້ອງເຈິອຸປະສັກຂັດຂວາງທີ່ເຮັດໃຫ້ເຮົາເຮັດຕາມເປົ້າໝາຍບໍ່ໄດ້. ຕົວຢ່າງເຊັ່ນ: ເຮົາອາດເຈິກັບ “ເຫດການທີ່ບໍ່ຄາດຄິດ” ເຊິ່ງເຮັດໃຫ້ເຮົາບໍ່ໄດ້ຈົດຈໍ່ຢູ່ກັບເປົ້າໝາຍແລະບໍ່ມີເວລາທີ່ຈະເຮັດຕາມເປົ້າໝາຍທີ່ຕັ້ງໃຈໄວ້. (ປຍຈ. 9:11) ຫຼືເຮົາອາດເຈິບັນຫາທີ່ເຮັດໃຫ້ເຮົາຮູ້ສຶກທໍ້ໃຈແລະໝົດແຮງ. (ສພສ. 24:10) ຫຼືຄວາມບໍ່ສົມບູນແບບຂອງເຮົາອາດເຮັດໃຫ້ເຮົາເຮັດຜິດພາດເຊິ່ງເຮັດໃຫ້ຍາກທີ່ຈະເຮັດຕາມເປົ້າໝາຍ. (ຣມ. 7:23) ຫຼືເຮົາອາດຮູ້ສຶກເມື່ອຍ. (ມທ. 26:43) ສິ່ງໃດຈະຊ່ວຍເຮົາໄດ້? ໃຫ້ຈື່ໄວ້ວ່າເຖິງວ່າເຮົາຍັງເຮັດຕາມເປົ້າໝາຍບໍ່ໄດ້ ກໍຢ່າຟ້າວລົ້ມເລີກຄວາມຕັ້ງໃຈ. ຄຳພີໄບເບິນບອກວ່າເຮົາອາດຕ້ອງເຈິບັນຫາຫຼາຍຢ່າງຊ້ຳແລ້ວຊ້ຳອີກ ແຕ່ເຮົາກໍຍັງຈະເຮັດຕາມເປົ້າໝາຍຂອງເຮົາໄດ້. ຖ້າເຈົ້າຍັງພະຍາຍາມຕໍ່ໆໄປທີ່ຈະໄປໃຫ້ເຖິງເປົ້າໝາຍເຖິງວ່າມັນຈະຍາກ ນີ້ກໍສະແດງໃຫ້ເຫັນວ່າເຈົ້າຢາກເຮັດໃຫ້ພະເຢໂຫວາມີຄວາມສຸກ. ລອງຄິດເບິ່ງວ່າພະເຢໂຫວາຈະພູມໃຈໃນໂຕເຈົ້າຫຼາຍສ່ຳໃດທີ່ເຫັນເຈົ້າພະຍາຍາມເຮັດແບບນັ້ນ! ຫ23.05 ໜ້າ 30 ຂໍ້ 14-15
ວັນເສົາທີ 6 ກັນຍາ
ໃຫ້ເປັນຕົວຢ່າງໃຫ້ຝູງແກະ.—1ປຕ. 5:3
ການເປັນໄພໂອເນຍຈະຊ່ວຍຜູ້ຊາຍທີ່ຍັງໜຸ່ມໃຫ້ຮູ້ຈັກເຮັດວຽກກັບພີ່ນ້ອງທີ່ມີຄວາມແຕກຕ່າງກັນ ຮູ້ຈັກບໍລິຫານເງິນ ແລະບໍ່ໃຊ້ຈ່າຍຟຸມເຟືອຍ. (ຟລປ. 4:11-13) ຖ້າເຈົ້າວາງແຜນຈະຮັບໃຊ້ເຕັມເວລາ ການສະໝັກເປັນໄພໂອເນຍສົມທົບເປັນຈຸດເລີ່ມຕົ້ນທີ່ດີເພື່ອຈະກຽມພ້ອມກ່ອນຈະເປັນໄພໂອເນຍປະຈຳ. ການເປັນໄພໂອເນຍປະຈຳເປີດໂອກາດທີ່ໜ້າຕື່ນເຕັ້ນໃຫ້ເຈົ້າໄດ້ຮັບໃຊ້ພະເຢໂຫວາຫຼາຍຂຶ້ນໃນອີກຫຼາຍຮູບແບບ ເຊັ່ນ ການເປັນອາສາສະໝັກໃນທີມກໍ່ສ້າງຫຼືຮັບໃຊ້ຢູ່ເບເທນ. ພີ່ນ້ອງຊາຍຄວນມີເປົ້າໝາຍທີ່ຈະມີຄຸນສົມບັດທີ່ຈະເປັນຜູ້ດູແລແລະຮັບໃຊ້ພີ່ນ້ອງໃນປະຊາຄົມ. ຄຳພີໄບເບິນບອກວ່າ ຄົນທີ່ພະຍາຍາມຈະໄດ້ເປັນຜູ້ດູແລກໍ “ຢາກເຮັດວຽກທີ່ດີ.” (1ຕມ. 3:1) ທຳອິດ ພີ່ນ້ອງຊາຍຕ້ອງມີຄຸນສົມບັດທີ່ຈະເປັນຜູ້ຊ່ວຍວຽກຮັບໃຊ້ກ່ອນ. ຜູ້ຊ່ວຍວຽກຮັບໃຊ້ຈະຊ່ວຍຜູ້ດູແລເອົາໃຈໃສ່ພີ່ນ້ອງ. ທັງຜູ້ດູແລແລະຜູ້ຊ່ວຍວຽກຮັບໃຊ້ຈະຊ່ວຍເຫຼືອພີ່ນ້ອງຢ່າງຖ່ອມໃຈແລະດຸໝັ່ນໃນການເຮັດວຽກປະກາດ. ຫ23.12 ໜ້າ 28 ຂໍ້ 14-16
ວັນອາທິດທີ 7 ກັນຍາ
ເຖິງວ່າລາວຈະຍັງໜຸ່ມ ແຕ່ລາວໄດ້ເລີ່ມຮັບໃຊ້ພະເຈົ້າຂອງດາວິດປູ່ຍ່າຕານາຍຂອງລາວ.—2ຂຄ. 34:3
ໂຢຊີຢາເລີ່ມຊອກຫາພະເຢໂຫວາຕອນທີ່ລາວເປັນໄວລຸ້ນ. ລາວຢາກຮຽນຮູ້ກ່ຽວກັບພະເຢໂຫວາແລະເຮັດຕາມຄວາມຕ້ອງການຂອງເພິ່ນ. ແຕ່ຊີວິດຂອງລາວກໍບໍ່ງ່າຍ ຍ້ອນຕອນນັ້ນຄົນສ່ວນຫຼາຍນະມັດສະການພະເຈົ້າປອມ. ດັ່ງນັ້ນ ໂຢຊີຢາຕ້ອງມີຄວາມກ້າຫານຫຼາຍແທ້ໆເພື່ອຈະກຳຈັດພະເຈົ້າປອມ. ແລ້ວລາວກໍໄດ້ລົງມືເຮັດ. ກ່ອນໂຢຊີຢາຈະຮອດ 20 ປີ ລາວເລີ່ມກຳຈັດການນະມັດສະການປອມໃຫ້ໝົດໄປຈາກແຜ່ນດິນຂອງລາວ. (2ຂຄ. 34:1, 2) ເຖິງຈະເປັນໄວລຸ້ນ ເຈົ້າກໍຮຽນແບບໂຢຊີຢາໄດ້ໂດຍຕັ້ງໃຈຮຽນຮູ້ກ່ຽວກັບພະເຢໂຫວາແລະຄຸນລັກສະນະທີ່ດີຂອງເພິ່ນ. ການເຮັດແບບນີ້ຈະຊ່ວຍເຈົ້າໃຫ້ຢາກອຸທິດຕົວໃຫ້ພະເຢໂຫວາ. ການອຸທິດຕົວຈະສົ່ງຜົນແນວໃດຕໍ່ຊີວິດຂອງເຈົ້າໃນແຕ່ລະມື້? ລຸກເຊິ່ງຮັບບັບເຕມາຕອນອາຍຸ 14 ປີບອກວ່າ: “ຕັ້ງແຕ່ນີ້ໄປ ຂ້ອຍຈະໃຫ້ວຽກຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງຂ້ອຍ ແລະຂ້ອຍຈະຕັ້ງໃຈເຮັດໃຫ້ເພິ່ນມີຄວາມສຸກ.” (ມຣກ. 12:30) ຖ້າເຈົ້າເຮັດຄືກັບລຸກ ຊີວິດຂອງເຈົ້າກໍຈະມີຄວາມສຸກຄືກັນ. ຫ23.09 ໜ້າ 11 ຂໍ້ 12-13
ວັນຈັນທີ 8 ກັນຍາ
ໃຫ້ພວກເຈົ້ານັບຖືຄົນທີ່ເຮັດວຽກໜັກໃນພວກເຈົ້າ. ເຂົາເຈົ້ານຳໜ້າໃນວຽກຂອງຜູ້ເປັນນາຍ.—1ທຊ. 5:12
ຕອນທີ່ໂປໂລຂຽນຈົດໝາຍໄປຫາພີ່ນ້ອງໃນເມືອງເທຊະໂລນິກ ປະຊາຄົມຢູ່ຫັ້ນຫາກໍຕັ້ງຂຶ້ນໄດ້ບໍ່ຮອດປີ. ຜູ້ດູແລອາດຍັງຂາດປະສົບການແລະອາດເຮັດຜິດພາດໄດ້. ເຖິງຈະເປັນແນວນັ້ນ ເຂົາເຈົ້າກໍສົມຄວນໄດ້ຮັບຄວາມນັບຖືຈາກພີ່ນ້ອງ. ແຮ່ງຄວາມທຸກລຳບາກຄັ້ງໃຫຍ່ໃກ້ເຂົ້າມາ ເຮົາກໍແຮ່ງຕ້ອງເພິ່ງຜູ້ດູແລໃນປະຊາຄົມເພື່ອຊີ້ນຳເຮົາຫຼາຍກວ່າຕອນນີ້ອີກ. ໃນຕອນນັ້ນເຮົາອາດຕິດຕໍ່ສຳນັກງານໃຫຍ່ຫຼືສຳນັກງານສາຂາບໍ່ໄດ້. ດັ່ງນັ້ນ ເປັນເລື່ອງສຳຄັນທີ່ເຮົາຕ້ອງຮຽນຮູ້ທີ່ຈະຮັກແລະນັບຖືຜູ້ດູແລໃນປະຊາຄົມຕັ້ງແຕ່ຕອນນີ້. ບໍ່ວ່າຈະເກີດຫຍັງຂຶ້ນ ໃຫ້ເຮົາມີສະຕິຢູ່ສະເໝີ. ຢ່າເບິ່ງແຕ່ຄວາມຜິດພາດຂອງເຂົາເຈົ້າ ແຕ່ໃຫ້ສົນໃຈວ່າພະເຢໂຫວາກຳລັງຊີ້ນຳເຂົາເຈົ້າຜ່ານທາງພະເຢຊູ. ຄືກັບທີ່ໝວກເກາະປົກປ້ອງຫົວຂອງທະຫານ ຄວາມຫວັງເລື່ອງຄວາມລອດກໍປົກປ້ອງຄວາມຄິດຂອງເຮົາ. ເຮົາຮູ້ວ່າສິ່ງທີ່ໂລກນີ້ສະເໜີໃຫ້ບໍ່ມີປະໂຫຍດຫຍັງເລີຍ. (ຟລປ. 3:8) ຄວາມຫວັງຍັງຊ່ວຍເຮົາໃຫ້ສະຫງົບໃຈແລະໜັກແໜ້ນໝັ້ນຄົງ. ຫ23.06 ໜ້າ 11-12 ຂໍ້ 11-12
ວັນອັງຄານທີ 9 ກັນຍາ
ຜູ້ຍິງໂງ່ມັກເວົ້າຫຼາຍໂພດ. ລາວບໍ່ຮູ້ຫຍັງຈັກຢ່າງເລີຍ.—ສພສ. 9:13
ຄົນທີ່ໄດ້ຍິນຄຳເຊີນຂອງ “ຜູ້ຍິງໂງ່” ມີທາງເລືອກວ່າລາວຈະເຮັດຕາມຄຳເຊີນນັ້ນຫຼືບໍ່. ມີເຫດຜົນຫຼາຍຢ່າງທີ່ເຮົາຕ້ອງບໍ່ເຮັດຜິດສິນລະທຳທາງເພດ. “ຜູ້ຍິງໂງ່” ບອກວ່າ: “ນ້ຳທີ່ລັກມາມີລົດຊາດດີ.” (ສພສ. 9:17) “ນ້ຳທີ່ລັກມາ” ໝາຍເຖິງຫຍັງ? ຄຳພີໄບເບິນປຽບທຽບເພດສຳພັນຂອງຜົວກັບເມຍເປັນຄືນ້ຳທີ່ເຮັດໃຫ້ສົດຊື່ນ. (ສພສ. 5:15-18) ຜູ້ຊາຍກັບຜູ້ຍິງທີ່ແຕ່ງດອງກັນເທົ່ານັ້ນຈຶ່ງສາມາດມີເພດສຳພັນທີ່ຖືກຕ້ອງໄດ້ ເຊິ່ງຈະເຮັດໃຫ້ມີຄວາມສຸກ. ແຕ່ຕ່າງກັນຫຼາຍກັບ “ນ້ຳທີ່ລັກມາ” ເຊິ່ງອາດໝາຍເຖິງການເຮັດຜິດສິນລະທຳທາງເພດ. ການເຮັດແບບນີ້ຕ້ອງລັກເຮັດ ຄ້າຍຄືກັບຂີ້ລັກທີ່ມາລັກເຄື່ອງ. “ນ້ຳທີ່ລັກມາ” ອາດເບິ່ງຄືວ່າມີລົດຊາດດີ ຍ້ອນຄົນທີ່ເຮັດຜິດຄິດວ່າບໍ່ມີໃຜເຫັນສິ່ງທີ່ເຂົາເຈົ້າເຮັດ. ແຕ່ນັ້ນບໍ່ໄດ້ເປັນຄວາມຈິງເລີຍ ເພາະພະເຢໂຫວາເຫັນທຸກຢ່າງ. ບໍ່ມີຫຍັງຮ້າຍແຮງເທົ່າກັບການເຮັດໃຫ້ພະເຢໂຫວາບໍ່ພໍໃຈ. ດັ່ງນັ້ນ ເຮົາຈະບອກວ່າມັນ “ມີລົດຊາດດີ” ບໍ່ໄດ້ຍ້ອນມັນມີແຕ່ຄວາມຂົມຂື່ນ.—1ກຣ. 6:9, 10. ຫ23.06 ໜ້າ 22 ຂໍ້ 7-9
ວັນພຸດທີ 10 ກັນຍາ
ເຖິງຂ້ອຍຈະບໍ່ເຕັມໃຈ ຂ້ອຍກໍຍັງຕ້ອງເຮັດຍ້ອນເປັນໜ້າທີ່ທີ່ຂ້ອຍໄດ້ຮັບມອບໝາຍ.—1ກຣ. 9:17
ເຈົ້າຈະເຮັດແນວໃດຖ້າຮູ້ສຶກວ່າເຈົ້າບໍ່ໄດ້ອະທິດຖານຈາກໃຈຫຼືບໍ່ມ່ວນກັບວຽກປະກາດ? ຢ່າຟ້າວສະຫຼຸບວ່າພະລັງບໍລິສຸດຂອງພະເຢໂຫວາບໍ່ຢູ່ກັບເຈົ້າແລ້ວ. ເຮົາເປັນຄົນບໍ່ສົມບູນແບບ ບາງເທື່ອຄວາມຮູ້ສຶກຂອງເຮົາກໍຂຶ້ນໆລົງໆ. ຖ້າເຈົ້າເລີ່ມຮູ້ສຶກວ່າຄວາມກະຕືລືລົ້ນຂອງເຈົ້າຫຼຸດລົງ ຂໍໃຫ້ຄິດເຖິງຕົວຢ່າງຂອງໂປໂລ. ເຖິງວ່າລາວພະຍາຍາມຮຽນແບບພະເຢຊູ ແຕ່ລາວຮູ້ວ່າບາງເທື່ອລາວກໍຮູ້ສຶກວ່າບໍ່ມີຄວາມກະຕືລືລົ້ນທີ່ຈະເຮັດ. ເຖິງຈະເປັນແນວນັ້ນ ໂປໂລກໍຕັ້ງໃຈທີ່ຈະເຮັດວຽກປະກາດໃຫ້ສຳເລັດເຖິງວ່າບໍ່ຢາກເຮັດ. ຢ່າໃຫ້ອາລົມຄວາມຮູ້ສຶກເປັນສິ່ງກຳນົດວ່າເຈົ້າຈະເຮັດຫຍັງຫຼືບໍ່ເຮັດຫຍັງ. ໃຫ້ເຈົ້າຕັ້ງໃຈເຮັດສິ່ງທີ່ຖືກຕ້ອງຕໍ່ໆໄປເຖິງວ່າເຈົ້າອາດຈະບໍ່ຢາກເຮັດ. ຖ້າເຈົ້າພະຍາຍາມເຮັດສິ່ງທີ່ຖືກຕ້ອງຕໍ່ໆໄປ ເມື່ອເວລາຜ່ານໄປເຈົ້າຈະມີຄວາມສຸກກັບມັນຫຼາຍຂຶ້ນ.—1ກຣ. 9:16. ຫ24.03 ໜ້າ 11-12 ຂໍ້ 12-13
ວັນພະຫັດທີ 11 ກັນຍາ
ຂໍໃຫ້ເຮັດໃຫ້ເຂົາເຈົ້າເຫັນວ່າພວກເຈົ້າຮັກເຂົາເຈົ້າແທ້ໆ.—2ກຣ. 8:24
ເຮົາສະແດງຄວາມຮັກຕໍ່ພີ່ນ້ອງໂດຍໃຊ້ເວລາແລະເປັນໝູ່ກັບເຂົາເຈົ້າ. (2ກຣ. 6:11-13) ພີ່ນ້ອງໃນປະຊາຄົມໃຫຍ່ມາໃນສະພາບການທີ່ແຕກຕ່າງກັນ ມີບຸກຄະລິກແລະນິດໄສທີ່ບໍ່ຄືກັນ. ເຮົາຈະຮັກພີ່ນ້ອງຫຼາຍຂຶ້ນໄດ້ຖ້າເຮົາພະຍາຍາມເບິ່ງຈຸດດີຂອງເຂົາເຈົ້າ. ເມື່ອເຮົາເບິ່ງພີ່ນ້ອງຄືກັບທີ່ພະເຢໂຫວາເບິ່ງ ກໍສະແດງວ່າເຮົາຮັກເຂົາເຈົ້າ. ຄວາມຮັກຈະເປັນສິ່ງສຳຄັນຫຼາຍໃນໄລຍະຄວາມທຸກລຳບາກຄັ້ງໃຫຍ່. ພະເຢໂຫວາຈະປົກປ້ອງເຮົາແນວໃດຕອນທີ່ຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນ? ຂໍໃຫ້ສັງເກດວ່າພະເຢໂຫວາສັ່ງຄົນຂອງເພິ່ນໃຫ້ເຮັດຫຍັງຕອນທີ່ບາບີໂລນບູຮານຖືກໂຈມຕີ. ພະເຢໂຫວາບອກວ່າ: “ປະຊາຊົນຂອງເຮົາ ໃຫ້ພວກເຈົ້າເຂົ້າໄປຫ້ອງທາງໃນແມ້ ແລະອັດປະຕູໄວ້. ເຂົ້າໄປລີ້ຢູ່ຫັ້ນບຶດໜຶ່ງ ຈົນກວ່າເຮົາຈະເຊົາໃຈຮ້າຍ.” (ອຊຢ. 26:20) ເບິ່ງຄືວ່າເຮົາຕ້ອງເຮັດຕາມຄຳສັ່ງນີ້ຄືກັນໃນໄລຍະຄວາມທຸກລຳບາກຄັ້ງໃຫຍ່. ຫ23.07 ໜ້າ 6-7 ຂໍ້ 14-16
ວັນສຸກທີ 12 ກັນຍາ
ໂລກນີ້ກຳລັງປ່ຽນໄປຄືກັບລະຄອນປ່ຽນສາກ.—1ກຣ. 7:31
ໃຫ້ມີຊື່ສຽງວ່າເປັນຄົນມີເຫດຜົນ. ໃຫ້ຖາມໂຕເອງວ່າ: ‘ຄົນອື່ນເບິ່ງວ່າຂ້ອຍເປັນຄົນມີເຫດຜົນແລະຍອມຄົນອື່ນບໍ? ຫຼືເຂົາເຈົ້າເບິ່ງວ່າຂ້ອຍເປັນຄົນເຂັ້ມງວດ ຫົວແຂງ ແລະບໍ່ຍອມໃຜ? ຫຼືຂ້ອຍຟັງແລະຍອມຮັບຄວາມຄິດເຫັນຂອງຄົນອື່ນບໍເມື່ອເຫັນວ່າເໝາະສົມ?’ ແຮ່ງເຮົາເປັນຄົນມີເຫດຜົນກໍສະແດງວ່າເຮົາຮຽນແບບພະເຢໂຫວາກັບພະເຢຊູ. ເປັນເລື່ອງສຳຄັນແທ້ໆທີ່ເຮົາຕ້ອງເປັນຄົນມີເຫດຜົນເມື່ອສະພາບການໃນຊີວິດຂອງເຮົາປ່ຽນແປງ. ເມື່ອເກີດເຫດການແບບນີ້ ມັນກໍເຮັດໃຫ້ຊີວິດຂອງເຮົາລຳບາກຂຶ້ນແບບທີ່ເຮົາບໍ່ໄດ້ຕັ້ງຕົວ ເຊັ່ນ: ເຮົາອາດເຈັບປ່ວຍແບບກະທັນຫັນ ປະເທດທີ່ເຮົາຢູ່ມີບັນຫາເສດຖະກິດທີ່ຮ້າຍແຮງ ຫຼືອາດຈະມີການປ່ຽນແປງທາງການເມືອງເຊິ່ງສິ່ງເຫຼົ່ານີ້ມີຜົນຕໍ່ຊີວິດຂອງເຮົາໂດຍກົງ. (ປຍຈ. 9:11) ບາງເທື່ອເຮົາອາດຖືກປ່ຽນວຽກມອບໝາຍ ຫຼືຕ້ອງຍ້າຍໄປເຮັດວຽກຢູ່ບ່ອນອື່ນ. ນີ້ອາດເປັນເລື່ອງຍາກສຳລັບເຮົານຳ. ເຮົາພ້ອມທີ່ຈະປັບຕົວໄດ້ຖ້າເຮົາເຮັດຕາມ 4 ຂັ້ນຕອນຕໍ່ໄປນີ້: (1) ຍອມຮັບຄວາມຈິງ (2) ເບິ່ງໄປທີ່ອະນາຄົດ (3) ມີຄວາມຄິດໃນແງ່ບວກ ແລະ (4) ເຮັດເພື່ອຄົນອື່ນ. ຫ23.07 ໜ້າ 22 ຂໍ້ 7-8
ວັນເສົາທີ 13 ກັນຍາ
ເຈົ້າເປັນຄົນທີ່ມີຄ່າຫຼາຍ.—ດນອ. 9:23
ຜູ້ພະຍາກອນດານີເອນຖືກພວກບາບີໂລນຈັບໄປເປັນຊະເລີຍຕອນທີ່ລາວຍັງເປັນໄວລຸ້ນ. ລາວຖືກພາໄປຢູ່ບັກໄກໆຈາກບ້ານເກີດເມືອງນອນຂອງລາວ. ແຕ່ພວກບາບີໂລນຮູ້ສຶກປະທັບໃຈດານີເອນ. ເຂົາເຈົ້າ “ເບິ່ງໜ້າຕາພາຍນອກ” ແລະເຫັນວ່າດານີເອນມີ “ໜ້າຕາດີ ບໍ່ມີບ່ອນຕິ” ແລະຍັງມາຈາກຄອບຄົວທີ່ເປັນລູກຫຼານຂອງພວກເຈົ້ານາຍນຳອີກ. (1ຊມ. 16:7) ຍ້ອນແນວນີ້ຈຶ່ງເຮັດໃຫ້ພວກບາບີໂລນຕັ້ງໃຈທີ່ຈະຝຶກດານີເອນໃຫ້ເປັນຄົນຮັບໃຊ້ຢູ່ໃນວັງ. (ດນອ. 1:3, 4, 6) ພະເຢໂຫວາຮັກດານີເອນຍ້ອນສິ່ງທີ່ລາວເລືອກທີ່ຈະເປັນ. ຕອນທີ່ພະເຢໂຫວາເວົ້າເຖິງໂນອາກັບໂຢບ ເພິ່ນໄດ້ເວົ້າເຖິງດານີເອນນຳ. ທີ່ຈິງ ຕອນນັ້ນດານີເອນອາຍຸອາດຈະປະມານ 20 ປີເທົ່ານັ້ນ ແຕ່ພະເຢໂຫວາກໍຖືວ່າລາວເຮັດສິ່ງທີ່ຖືກຕ້ອງຄືກັບໂນອາແລະໂຢບເຊິ່ງຮັບໃຊ້ພະເຢໂຫວາຢ່າງສັດຊື່ມາຫຼາຍສິບປີ. (ປຖກ. 5:32; 6:9, 10; ໂຢບ 42:16, 17; ອຊກ. 14:14) ພະເຢໂຫວາຮັກດານີເອນສະເໝີຕະຫຼອດຊີວິດຂອງລາວ.—ດນອ. 10:11, 19. ຫ23.08 ໜ້າ 2 ຂໍ້ 1-2
ວັນອາທິດທີ 14 ກັນຍາ
ເຂົ້າໃຈຄວາມຈິງຄົບທຸກດ້ານ ທັງຄວາມກວ້າງ ຄວາມຍາວ ຄວາມສູງ ແລະຄວາມເລິກ.—ອຟຊ. 3:18
ເມື່ອຕັດສິນໃຈຊື້ເຮືອນ ເຈົ້າຄືຊິຢາກເຫັນທຸກລາຍລະອຽດຂອງເຮືອນດ້ວຍໂຕເອງ. ຕອນທີ່ເຮົາອ່ານແລະສຶກສາຄຳພີໄບເບິນ ເຮົາກໍສາມາດເຮັດຄ້າຍໆກັນ. ຖ້າເຈົ້າອ່ານຄຳພີໄບເບິນໄວໆ ເຈົ້າອາດຈະຮຽນຮູ້ແຕ່ຄວາມຈິງພື້ນຖານເທົ່ານັ້ນ ເຊິ່ງເປັນ “ເລື່ອງພື້ນຖານກ່ຽວກັບຄຳສອນຂອງພະເຈົ້າ.” (ຮຣ. 5:12) ຄືກັບທີ່ເຈົ້າຕ້ອງເຂົ້າໄປໃນເຮືອນເພື່ອເບິ່ງວ່າເຮືອນເປັນແນວໃດ ເຈົ້າກໍຕ້ອງສຶກສາຄຳພີໄບເບິນໃຫ້ລະອຽດເພື່ອຈະເຂົ້າໃຈຫຼາຍຂຶ້ນ. ວິທີທີ່ດີທີ່ສຸດໃນການສຶກສາຄຳພີໄບເບິນແມ່ນໃຫ້ເບິ່ງວ່າແຕ່ລະຈຸດກ່ຽວຂ້ອງກັນແນວໃດ ໃຫ້ພະຍາຍາມເຂົ້າໃຈສິ່ງທີ່ເຈົ້າເຊື່ອແລະເຫດຜົນທີ່ເຈົ້າເຊື່ອແບບນັ້ນ. ເຮົາຕ້ອງສຶກສາຄຳພີໄບເບິນຢ່າງລະອຽດເພື່ອຈະເຂົ້າໃຈຢ່າງເລິກເຊິ່ງ. ອັກຄະສາວົກໂປໂລກະຕຸ້ນພີ່ນ້ອງຮ່ວມຄວາມເຊື່ອໃຫ້ໝັ່ນສຶກສາຄຳພີໄບເບິນເພື່ອເຂົາເຈົ້າຈະ “ເຂົ້າໃຈຄວາມຈິງຄົບທຸກດ້ານ ທັງຄວາມກວ້າງ ຄວາມຍາວ ຄວາມສູງ ແລະຄວາມເລິກ.” ເມື່ອເຮັດແບບນັ້ນ ເຂົາເຈົ້າຈະ “ຕັ້ງໝັ້ນຄົງແລະຍຶດ” ຢູ່ກັບຄວາມເຊື່ອຂອງເຂົາເຈົ້າ. (ອຟຊ. 3:14-19) ເຮົາກໍຕ້ອງເຮັດແບບນັ້ນຄືກັນ. ຫ23.10 ໜ້າ 18 ຂໍ້ 1-3
ວັນຈັນທີ 15 ກັນຍາ
ພີ່ນ້ອງເອີ້ຍ ໃຫ້ພວກເຈົ້າຮຽນແບບພວກຜູ້ພະຍາກອນທີ່ເວົ້າໃນນາມຂອງພະເຢໂຫວາ ເຂົາເຈົ້າເຈິຄວາມລຳບາກຫຼາຍຢ່າງແຕ່ກໍອົດທົນໄດ້.—ຢກບ. 5:10
ຄຳພີໄບເບິນມີຕົວຢ່າງຂອງຫຼາຍຄົນທີ່ເປັນຄົນອົດທົນ. ອາດເປັນເລື່ອງທີ່ດີຖ້າເຈົ້າສຶກສາເລື່ອງຂອງເຂົາເຈົ້າ. ຕົວຢ່າງເຊັ່ນ: ເຖິງວ່າດາວິດຈະໄດ້ຮັບການແຕ່ງຕັ້ງໃຫ້ເປັນກະສັດຕັ້ງແຕ່ອາຍຸຍັງນ້ອຍ ແຕ່ລາວກໍຕ້ອງລໍຖ້າອີກຫຼາຍປີຊົ່ວຊິໄດ້ເປັນກະສັດແທ້ໆ. ນອກຈາກນັ້ນຍັງມີຕົວຢ່າງຂອງຊີເມໂອນແລະຂອງອານານຳ. ຕອນທີ່ເຂົາເຈົ້າລໍຖ້າເມຊີອາຕາມຄຳສັນຍາ ເຂົາເຈົ້າຍັງຮັບໃຊ້ພະເຢໂຫວາຢ່າງສັດຊື່. (ລກ. 2:25, 36-38) ຕອນທີ່ເຈົ້າສຶກສາຕົວຢ່າງຂອງຄົນທີ່ສະແດງຄວາມອົດທົນ ຂໍໃຫ້ຖາມໂຕເອງວ່າ: ‘ສິ່ງໃດຊ່ວຍລາວໃຫ້ເປັນຄົນອົດທົນ? ລາວໄດ້ຮັບປະໂຫຍດຫຍັງຈາກການເປັນຄົນອົດທົນ? ຂ້ອຍຈະຮຽນແບບລາວໄດ້ແນວໃດ?’ ນອກຈາກນັ້ນ ເຈົ້າອາດຈະໄດ້ຮັບປະໂຫຍດຈາກການສຶກສາຕົວຢ່າງຂອງຄົນທີ່ບໍ່ໄດ້ສະແດງຄວາມອົດທົນນຳ. (1ຊມ. 13:8-14) ເຈົ້າອາດຖາມໂຕເອງວ່າ: ‘ສິ່ງໃດເຮັດໃຫ້ລາວເປັນຄົນບໍ່ອົດທົນ ແລະລາວໄດ້ຮັບຜົນເສຍຫຍັງແດ່?’ ຫ23.08 ໜ້າ 25 ຂໍ້ 15
ວັນອັງຄານທີ 16 ກັນຍາ
ພວກເຮົາເຊື່ອແລະຮູ້ແລ້ວວ່າທ່ານເປັນຜູ້ບໍລິສຸດຂອງພະເຈົ້າ.—ຢຮ. 6:69
ເປໂຕເປັນຄົນພັກດີ ລາວຈຶ່ງບໍ່ຍອມໃຫ້ສິ່ງໃດກໍຕາມເຮັດໃຫ້ລາວເຊົາຕິດຕາມພະເຢຊູ. ລາວສະແດງໃຫ້ເຫັນວ່າເປັນຄົນພັກດີຕອນທີ່ພະເຢຊູເວົ້າບາງຢ່າງທີ່ພວກລູກສິດບໍ່ເຂົ້າໃຈ. (ຢຮ. 6:68) ແທນທີ່ຈະລໍຖ້າຄຳອະທິບາຍ ຫຼາຍຄົນໄດ້ເຊົາຕິດຕາມພະເຢຊູ ແຕ່ເປໂຕບໍ່ໄດ້ເຮັດແບບນັ້ນ. ລາວຮູ້ວ່າມີແຕ່ພະເຢຊູເທົ່ານັ້ນທີ່ມີ “ຄຳສອນທີ່ໃຫ້ຊີວິດຕະຫຼອດໄປ.” ພະເຢຊູຮູ້ວ່າເປໂຕກັບອັກຄະສາວົກຄົນອື່ນໆຈະປະຖິ້ມເພິ່ນ ແຕ່ເພິ່ນກໍໝັ້ນໃຈວ່າເປໂຕຈະກັບມາແລະສັດຊື່ຕໍ່ໆໄປ. (ລກ. 22:31, 32) ພະເຢຊູເຂົ້າໃຈວ່າ “ໃຈສູ້ ແຕ່ຮ່າງກາຍຍັງອ່ອນແອ.” (ມຣກ. 14:38) ເຖິງວ່າເປໂຕປະຕິເສດວ່າບໍ່ຮູ້ຈັກພະເຢຊູ ແຕ່ເພິ່ນກໍໃຫ້ອະໄພລາວ. ຫຼັງຈາກທີ່ພະເຢຊູຟື້ນຄືນມາຈາກຕາຍ ເພິ່ນກໍມາຫາເປໂຕຕອນທີ່ລາວຢູ່ຄົນດຽວ. (ມຣກ. 16:7; ລກ. 24:34; 1ກຣ. 15:5) ເປໂຕຕ້ອງໄດ້ກຳລັງໃຈຫຼາຍແທ້ໆ! ຫ23.09 ໜ້າ 22 ຂໍ້ 9-10
ວັນພຸດທີ 17 ກັນຍາ
ຄົນທີ່ໄດ້ຮັບການໃຫ້ອະໄພແລະໄດ້ຮັບການຍົກໂທດຄວາມຜິດກໍມີຄວາມສຸກ.—ຣມ. 4:7
ຖ້າໃຜມີຄວາມເຊື່ອໃນພະເຢໂຫວາ ເພິ່ນກໍຈະຍົກໂທດຄວາມຜິດຫຼືປົກຄຸມບາບຂອງເຂົາເຈົ້າ. ເພິ່ນຈະໃຫ້ອະໄພເຂົາເຈົ້າແທ້ໆແລະຈະບໍ່ເບິ່ງວ່າເຂົາເຈົ້າເປັນຄົນບາບອີກຕໍ່ໄປ. (ພສ. 32:1, 2) ເພິ່ນຈະຖືວ່າເຂົາເຈົ້າບໍ່ມີຕຳໜິແລະຍອມຮັບເຂົາເຈົ້າຍ້ອນເຂົາເຈົ້າມີຄວາມເຊື່ອ. ເຖິງວ່າອັບຣາຮາມ ດາວິດ ແລະຜູ້ຮັບໃຊ້ຄົນອື່ນໆຂອງພະເຢໂຫວາເປັນຄົນທີ່ເພິ່ນຍອມຮັບ ແຕ່ເຂົາເຈົ້າກໍເປັນຄົນບໍ່ສົມບູນແບບ. ເຖິງຈະເປັນແນວນັ້ນ ເຂົາເຈົ້າກໍເປັນຄົນທີ່ມີຄວາມເຊື່ອເມື່ອທຽບກັບຄົນທີ່ບໍ່ມີຄວາມເຊື່ອ. ສິ່ງນີ້ເຮັດໃຫ້ພະເຈົ້າຖືວ່າເຂົາເຈົ້າເປັນຄົນທີ່ບໍ່ມີຕຳໜິ. (ອຟຊ. 2:12) ໃນຈົດໝາຍທີ່ໂປໂລຂຽນໄປຫາພີ່ນ້ອງໃນເມືອງໂຣມ ລາວບອກວ່າເຮົາຕ້ອງມີຄວາມເຊື່ອເພື່ອຈະເປັນໝູ່ກັບພະເຈົ້າ. ອັບຣາຮາມກັບດາວິດໄດ້ເປັນໝູ່ກັບພະເຈົ້າຍ້ອນເຂົາເຈົ້າມີຄວາມເຊື່ອ. ເຮົາກໍສາມາດເປັນໝູ່ກັບພະເຈົ້າໄດ້ຄືກັນຖ້າເຮົາມີຄວາມເຊື່ອ. ຫ23.12 ໜ້າ 3 ຂໍ້ 6-7
ວັນພະຫັດທີ 18 ກັນຍາ
ໃຫ້ພວກເຮົາມອບເຄື່ອງບູຊາທີ່ເປັນຄຳສັນລະເສີນໃຫ້ພະເຈົ້າສະເໝີ ເຊິ່ງແມ່ນຄຳເວົ້າທີ່ອອກຈາກປາກພວກເຮົາ. ພວກເຮົາເຮັດແບບນີ້ໂດຍປະກາດຊື່ຂອງເພິ່ນຢ່າງເປີດເຜີຍ.—ຮຣ. 13:15
ໃນທຸກມື້ນີ້ ຄລິດສະຕຽນທຸກຄົນມີສິດທິພິເສດທີ່ໄດ້ມອບເຄື່ອງບູຊາໃຫ້ພະເຢໂຫວາໂດຍໃຊ້ເວລາ ກຳລັງ ແລະຊັບສິນເງິນຄຳເພື່ອສະໜັບສະໜູນການປົກຄອງຂອງເພິ່ນ. ເຮົາສະແດງໃຫ້ເຫັນວ່າເຮົາເຫັນຄ່າສິດທິພິເສດທີ່ໄດ້ນະມັດສະການພະເຢໂຫວາໂດຍເຮັດທຸກສິ່ງທີ່ເຮົາເຮັດໄດ້ໃຫ້ເພິ່ນ. ໂປໂລເວົ້າເຖິງບາງຢ່າງທີ່ເຮົາຕ້ອງເຮັດສະເໝີໃນການນະມັດສະການພະເຢໂຫວາ. (ຮຣ. 10:22-25) ສິ່ງເຫຼົ່ານັ້ນແມ່ນການອະທິດຖານຫາພະເຢໂຫວາ ປະກາດກັບຄົນອື່ນ ໄປປະຊຸມ ໃຫ້ກຳລັງໃຈກັນ ແລະ “ເຮັດສິ່ງເຫຼົ່ານີ້ໃຫ້ຫຼາຍຂຶ້ນເມື່ອ [ເຮົາ] ເຫັນວ່າວັນ [ຂອງພະເຢໂຫວາ] ໃກ້ຈະມາຮອດແລ້ວ.” ໃນຕອນທ້າຍຂອງປຶ້ມພະນິມິດ ທູດສະຫວັນຂອງພະເຢໂຫວາເວົ້າ 2 ເທື່ອວ່າ: “ໃຫ້ນະມັດສະການພະເຈົ້າ!” (ພນມ. 19:10; 22:9) ຂໍໃຫ້ເຮົາຢ່າລືມຄວາມຈິງທີ່ເລິກເຊິ່ງກ່ຽວກັບວິຫານໂດຍໄນທີ່ຍິ່ງໃຫຍ່ຂອງພະເຢໂຫວາ ແລະຂໍໃຫ້ເຮົາເຫັນຄ່າສິດທິພິເສດທີ່ໄດ້ນະມັດສະການພະເຈົ້າທີ່ຍິ່ງໃຫຍ່ຂອງເຮົາ! ຫ23.10 ໜ້າ 29 ຂໍ້ 17-18
ວັນສຸກທີ 19 ກັນຍາ
ໃຫ້ . . . ຮັກກັນຕໍ່ໆໄປ.—1ຢຮ. 4:7
ເຮົາຢາກ “ຮັກກັນຕໍ່ໆໄປ.” ເປັນເລື່ອງສຳຄັນທີ່ເຮົາຈະຈື່ຄຳເຕືອນຂອງພະເຢຊູທີ່ວ່າ “ຄວາມຮັກຂອງຄົນສ່ວນຫຼາຍ [ຈະ] ໜ້ອຍລົງ.” (ມທ. 24:12) ພະເຢຊູບໍ່ໄດ້ບອກວ່າລູກສິດຂອງເພິ່ນສ່ວນຫຼາຍຈະເຊົາຮັກກັນ. ແຕ່ເຮົາຕ້ອງລະວັງທີ່ຈະບໍ່ປ່ອຍໃຫ້ຄວາມຄິດຂອງຄົນໃນໂລກທີ່ບໍ່ຮັກກັນມີຜົນກະທົບຕໍ່ວິທີທີ່ເຮົາປະຕິບັດກັບຄົນອື່ນ. ຕອນທີ່ຄິດເຖິງເລື່ອງນີ້ ເຮົາຈະເບິ່ງຄຳຖາມສຳຄັນທີ່ວ່າ ສິ່ງໃດຈະຊ່ວຍເຮົາໃຫ້ຮູ້ວ່າຄວາມຮັກທີ່ເຮົາມີຕໍ່ພີ່ນ້ອງຍັງຄືເກົ່າຫຼືບໍ່? ວິທີໜຶ່ງທີ່ຈະຮູ້ວ່າເຮົາຍັງຮັກພີ່ນ້ອງຄືເກົ່າຫຼືບໍ່ ແມ່ນໃຫ້ເຮົາເບິ່ງວ່າເມື່ອມີບາງສະຖານະການເກີດຂຶ້ນ ເຮົາເຮັດແນວໃດ. (2ກຣ. 8:8) ເປໂຕບອກວ່າ: “ສຳຄັນທີ່ສຸດແມ່ນ ໃຫ້ຮັກກັນຫຼາຍໆເພາະຄວາມຮັກປົກຄຸມບາບ [ຄວາມຜິດ] ໄດ້ຢ່າງຫຼວງຫຼາຍ.” (1ປຕ. 4:8) ສິ່ງທີ່ເຮົາເຮັດເມື່ອພີ່ນ້ອງເຮັດຜິດຕໍ່ເຮົາຫຼືເຮັດໃຫ້ເຮົາເສຍໃຈຈະຊ່ວຍເຮົາໃຫ້ຮູ້ວ່າຄວາມຮັກທີ່ເຮົາມີຕໍ່ເຂົາເຈົ້າຍັງຄືເກົ່າຫຼືບໍ່. ຫ23.11 ໜ້າ 10 ຂໍ້ 12-13
ວັນເສົາທີ 20 ກັນຍາ
ໃຫ້ພວກເຈົ້າຮັກກັນ.—ຢຮ. 13:34
ເຮົາບໍ່ໄດ້ເຮັດຕາມຄຳສັ່ງຂອງພະເຢຊູທີ່ໃຫ້ຮັກກັນຖ້າເຮົາສະແດງຄວາມຮັກກັບບາງຄົນໃນປະຊາຄົມເທົ່ານັ້ນ. ກະແມ່ນຢູ່ວ່າເຮົາອາດຮູ້ສຶກສະໜິດກັບບາງຄົນຄືກັບພະເຢຊູຮູ້ສຶກ. (ຢຮ. 13:23; 20:2) ແຕ່ເປໂຕເຕືອນວ່າ ເຮົາຕ້ອງມີ “ຄວາມຮັກ . . . ແບບພີ່ນ້ອງ” ເຊິ່ງໝາຍຄວາມວ່າເຮົາຢາກສະແດງຄວາມຮັກຕໍ່ທຸກຄົນຍ້ອນວ່າເຂົາເຈົ້າເປັນສ່ວນໜຶ່ງໃນຄອບຄົວຂອງເຮົາ. (1ປຕ. 2:17) ເປໂຕບອກເຮົາ “ໃຫ້ . . . ຮັກກັນດ້ວຍສຸດຫົວໃຈ.” (1ປຕ. 1:22) ໃນແວດບົດນີ້ ການຮັກກັນດ້ວຍສຸດຫົວໃຈໝາຍເຖິງການຮັກຜູ້ໃດຜູ້ໜຶ່ງເຖິງວ່າມັນຍາກທີ່ຈະເຮັດແບບນັ້ນ. ຕົວຢ່າງເຊັ່ນ: ຖ້າພີ່ນ້ອງບາງຄົນເຮັດໃຫ້ເຮົາຄຽດຫຼືເສຍໃຈ ເຮົາຈະເຮັດແນວໃດ? ທຳອິດ ເຮົາອາດຢາກເຮັດແບບນັ້ນໃຫ້ລາວຄືນ ແຕ່ເປໂຕໄດ້ຮຽນຈາກພະເຢຊູວ່າພະເຢໂຫວາບໍ່ມັກຄົນທີ່ມີນິດໄສແບບນັ້ນ. (ຢຮ. 18:10, 11) ເປໂຕຂຽນວ່າ: “ຢ່າເຮັດຊົ່ວຕອບແທນຄວາມຊົ່ວ ຢ່າດ່າຕອບແທນການດ່າ ແຕ່ໃຫ້ຕອບແທນດ້ວຍຄຳອວຍພອນ.” (1ປຕ. 3:9) ເມື່ອເຈົ້າມີຄວາມຮັກດ້ວຍສຸດຫົວໃຈ ເຈົ້າຈະເຮັດດີຕໍ່ຜູ້ນັ້ນແລະເຂົ້າໃຈລາວ. ຫ23.09 ໜ້າ 29 ຂໍ້ 9-11
ວັນອາທິດທີ 21 ກັນຍາ
ສ່ວນຜູ້ຍິງກໍຄວນເປັນຄົນ . . . ຄວບຄຸມໂຕເອງໄດ້ໃນທຸກດ້ານ ແລະສັດຊື່ໃນທຸກສິ່ງ.—1ຕມ. 3:11
ເຮົາຮູ້ສຶກແປກໃຈຫຼາຍແທ້ໆທີ່ເຫັນເດັກນ້ອຍໃນທຸກມື້ນີ້ໃຫຍ່ໄວຫຼາຍ ເຊິ່ງກໍເປັນເລື່ອງທຳມະຊາດ. ແຕ່ການເປັນຄລິດສະຕຽນທີ່ມີຄວາມເປັນຜູ້ໃຫຍ່ບໍ່ແມ່ນສິ່ງທີ່ໄດ້ມາໂດຍອັດຕະໂນມັດ. (1ກຣ. 13:11; ຮຣ. 6:1) ເພື່ອຈະກ້າວໜ້າເປັນຄລິດສະຕຽນທີ່ມີຄວາມເປັນຜູ້ໃຫຍ່ ເຮົາຕ້ອງໃກ້ຊິດກັບພະເຢໂຫວາ. ນອກຈາກນັ້ນ ເຮົາຕ້ອງມີພະລັງບໍລິສຸດຂອງເພິ່ນນຳເພື່ອຈະຊ່ວຍເຮົາໃຫ້ມີຄຸນລັກສະນະແບບພະເຈົ້າ ຝຶກທັກສະຕ່າງໆທີ່ເປັນປະໂຫຍດ ແລະກຽມພ້ອມສຳລັບໜ້າທີ່ຮັບຜິດຊອບໃນອະນາຄົດ. (ສພສ. 1:5) ພະເຢໂຫວາສ້າງມະນຸດໃຫ້ເປັນຜູ້ຊາຍແລະຜູ້ຍິງ. (ປຖກ. 1:27) ຜູ້ຊາຍກັບຜູ້ຍິງບໍ່ພຽງແຕ່ຕ່າງກັນທາງດ້ານຮ່າງກາຍເທົ່ານັ້ນ ແຕ່ກໍຍັງມີສິ່ງອື່ນນຳທີ່ຕ່າງກັນ. ຕົວຢ່າງເຊັ່ນ: ພະເຢໂຫວາສ້າງຜູ້ຊາຍແລະຜູ້ຍິງໃຫ້ມີໜ້າທີ່ຕ່າງກັນ. ເຂົາເຈົ້າຈຶ່ງຕ້ອງມີຄຸນລັກສະນະແລະທັກສະບາງຢ່າງທີ່ຈະຊ່ວຍເຂົາເຈົ້າໃຫ້ເຮັດໜ້າທີ່ຂອງໂຕເອງໄດ້.—ປຖກ. 2:18. ຫ23.12 ໜ້າ 18 ຂໍ້ 1-2
ວັນຈັນທີ 22 ກັນຍາ
ສອນ [ຄົນທຸກຊາດ] ໃຫ້ເຂົ້າມາເປັນລູກສິດ ໃຫ້ເຂົາເຈົ້າຮັບບັບເຕມາໃນນາມພະເຈົ້າຜູ້ເປັນພໍ່ [ແລະ] ໃນນາມລູກຂອງເພິ່ນ.—ມທ. 28:19
ພະເຢຊູຢາກໃຫ້ຄົນໃຊ້ຊື່ຂອງພະເຢໂຫວາພໍ່ຂອງເພິ່ນບໍ? ແມ່ນແລ້ວ. ພວກຫົວໜ້າສາສະໜາໃນສະໄໝພະເຢຊູເຊື່ອວ່າຊື່ຂອງພະເຈົ້າສັກສິດໂພດຈົນເວົ້າຮອດບໍ່ໄດ້. ແຕ່ພະເຢຊູບໍ່ຍອມໃຫ້ທຳນຽມທີ່ບໍ່ເປັນໄປຕາມຫຼັກການໃນພະຄຳພີເຮັດໃຫ້ເພິ່ນບໍ່ຢາກຍົກຍ້ອງຊື່ຂອງພະເຢໂຫວາ. ໃຫ້ເຮົາເບິ່ງຕົວຢ່າງໜຶ່ງນຳກັນ. ພະເຢຊູໄດ້ໄລ່ປີສາດທີ່ສິງຜູ້ຊາຍຄົນໜຶ່ງໃນເຂດຂອງຄົນເຄຣາຊາ. ຫຼັງຈາກພະເຢຊູໄລ່ປີສາດອອກແລ້ວ ຄົນທີ່ຢູ່ຫັ້ນກໍພາກັນຢ້ານ. ເຂົາເຈົ້າຈຶ່ງຂໍຮ້ອງພະເຢຊູໃຫ້ອອກໄປຈາກເຂດນັ້ນ. (ມຣກ. 5:16, 17) ພະເຢຊູໄດ້ອອກໄປຈາກຫັ້ນ. ພະເຢຊູຢາກໃຫ້ຄົນໃນເຂດນັ້ນຮູ້ຈັກຊື່ຂອງພະເຢໂຫວາ ເພິ່ນຈຶ່ງບອກຜູ້ຊາຍທີ່ເຄີຍຖືກປີສາດສິງໃຫ້ໄປເລົ່າໃຫ້ຄົນອື່ນຟັງວ່າພະເຢໂຫວາໄດ້ເຮັດຫຍັງເພື່ອລາວ ແທນທີ່ຈະບອກວ່າເພິ່ນເປັນຄົນເຮັດ. (ມຣກ. 5:19) ໃນທຸກມື້ນີ້ ພະເຢຊູກໍຢາກໃຫ້ເຮົາເຮັດແບບນັ້ນຄືກັນໂດຍໃຫ້ເຮົາບອກຄົນຢູ່ທົ່ວໂລກໃຫ້ຮູ້ຈັກຊື່ຂອງພະເຢໂຫວາ. (ມທ. 24:14; 28:20) ເມື່ອເຮົາເຮັດແບບນີ້ ເຮົາກໍເຮັດໃຫ້ພະເຢຊູກະສັດຂອງເຮົາດີໃຈ. ຫ24.02 ໜ້າ 10 ຂໍ້ 10
ວັນອັງຄານທີ 23 ກັນຍາ
ເຈົ້າອົດທົນຕໍ່ຄວາມລຳບາກຕ່າງໆເພື່ອເຫັນແກ່ຊື່ຂອງຂ້ອຍ.—ພນມ. 2:3
ພວກເຮົາດີໃຈຫຼາຍແທ້ໆທີ່ໄດ້ຢູ່ໃນອົງການຂອງພະເຢໂຫວາໃນສະໄໝສຸດທ້າຍທີ່ຫຍຸ້ງຍາກລຳບາກນີ້. ເຖິງວ່າໂລກນີ້ໂຫດຮ້າຍຂຶ້ນເລື້ອຍໆ ແຕ່ພະເຢໂຫວາໄດ້ໃຫ້ເຮົາມີພີ່ນ້ອງທີ່ເປັນຄືກັບຄອບຄົວຂອງເຮົາ. (ພສ. 133:1) ເພິ່ນຊ່ວຍເຮົາໃຫ້ມີຊີວິດຄອບຄົວທີ່ມີຄວາມສຸກ. (ອຟຊ. 5:33–6:1) ນອກຈາກນັ້ນ ເພິ່ນຍັງໃຫ້ເຮົາມີສະຕິປັນຍາແລະຄວາມເຂົ້າໃຈເພື່ອຊ່ວຍເຮົາໃຫ້ມີຄວາມສະຫງົບໃຈ. ເຮົາຕ້ອງພະຍາຍາມຫຼາຍແທ້ໆເພື່ອຈະຮັບໃຊ້ພະເຢໂຫວາຢ່າງສັດຊື່ຕໍ່ໆໄປ. ຍ້ອນຫຍັງ? ຍ້ອນວ່າບາງເທື່ອເຮົາອາດຮູ້ສຶກບໍ່ດີກັບສິ່ງທີ່ຄົນອື່ນເວົ້າແລະເຮັດ ແລະເຮົາອາດຜິດຫວັງກັບໂຕເອງທີ່ເຮັດຜິດຕະຫຼອດ. ເຮົາຕ້ອງອົດທົນຮັບໃຊ້ພະເຢໂຫວາຕໍ່ໆໄປ (1) ເມື່ອພີ່ນ້ອງເຮັດໃຫ້ເຮົາຜິດຫວັງ (2) ເມື່ອຄູ່ຂອງເຮົາເຮັດໃຫ້ເຮົາຜິດຫວັງ ແລະ (3) ເມື່ອເຮົາຜິດຫວັງກັບໂຕເອງ. ຫ24.03 ໜ້າ 14 ຂໍ້ 1-2
ວັນພຸດທີ 24 ກັນຍາ
ບໍ່ວ່າພວກເຮົາຈະກ້າວໜ້າຫຼາຍສ່ຳໃດ ກໍຂໍໃຫ້ພວກເຮົາກ້າວໜ້າແບບນັ້ນຕໍ່ໄປເລື້ອຍໆ.—ຟລປ. 3:16
ບາງເທື່ອເຈົ້າໄດ້ຍິນວ່າພີ່ນ້ອງຫຼາຍຄົນພະຍາຍາມຮັບໃຊ້ພະເຢໂຫວາຫຼາຍຂຶ້ນ ເຊັ່ນ: ເຂົາເຈົ້າເຂົ້າໂຮງຮຽນສຳລັບຜູ້ປະກາດລາຊະອານາຈັກ ຫຼືຍ້າຍໄປບ່ອນທີ່ຕ້ອງການຜູ້ປະກາດຫຼາຍກວ່າ. ຖ້າເຈົ້າສາມາດຕັ້ງເປົ້າໝາຍແບບນັ້ນໄດ້ ກໍໃຫ້ເຮັດໂລດ. ຜູ້ຮັບໃຊ້ຂອງພະເຢໂຫວາຢາກຮັບໃຊ້ເພິ່ນຫຼາຍຂຶ້ນ. (ກຈກ. 16:9) ແຕ່ຖ້າຕອນນີ້ເຈົ້າຍັງເຮັດແບບນັ້ນບໍ່ໄດ້ເດ? ຢ່າຄິດວ່າເຈົ້າເຮັດບໍ່ໄດ້ດີຫຼືດ້ອຍກວ່າພີ່ນ້ອງຄົນອື່ນ. ສິ່ງສຳຄັນທີ່ສຸດສຳລັບຄລິດສະຕຽນແມ່ນຄວາມອົດທົນ. (ມທ. 10:22) ໃຫ້ຈື່ໄວ້ວ່າພະເຢໂຫວາມີຄວາມສຸກຫຼາຍເມື່ອເຈົ້າເຮັດໃນສິ່ງທີ່ເຮັດໄດ້ຕາມຄວາມສາມາດແລະສະພາບການຂອງເຈົ້າ. ນີ້ເປັນວິທີທີ່ສຳຄັນທີ່ເຈົ້າຈະຕິດຕາມພະເຢຊູຕໍ່ໆໄປຫຼັງຈາກຮັບບັບເຕມາແລ້ວ.—ພສ. 26:1. ຫ24.03 ໜ້າ 10 ຂໍ້ 11
ວັນພະຫັດທີ 25 ກັນຍາ
ເພິ່ນຍົກໂທດໃຫ້ພວກເຮົາສຳລັບຄວາມຜິດທຸກຢ່າງ.—ກລຊ. 2:13
ພະເຢໂຫວາພໍ່ຂອງເຮົາທີ່ຢູ່ໃນສະຫວັນສັນຍາວ່າຈະໃຫ້ອະໄພເຮົາຖ້າເຮົາກັບໃຈ. (ພສ. 86:5) ດັ່ງນັ້ນ ຖ້າເຮົາເສຍໃຈແທ້ໆທີ່ເຮົາເຄີຍເຮັດຜິດ ເຮົາກໍໝັ້ນໃຈໃນຄຳສັນຍາຂອງພະເຢໂຫວາໄດ້ວ່າເພິ່ນຈະໃຫ້ອະໄພເຮົາແທ້ໆ. ຂໍໃຫ້ຈື່ໄວ້ວ່າພະເຢໂຫວາເປັນພະເຈົ້າທີ່ມີເຫດຜົນ. ເພິ່ນບໍ່ເຄີຍຮຽກຮ້ອງໃນສິ່ງທີ່ເຮົາເຮັດບໍ່ໄດ້. ເພິ່ນເຫັນຄ່າທຸກສິ່ງທີ່ເຮົາເຮັດສຸດຄວາມສາມາດເພື່ອເພິ່ນ. ນອກຈາກນັ້ນ ໃຫ້ຄິດເຖິງຕົວຢ່າງຂອງຄົນໃນຄຳພີໄບເບິນທີ່ຮັບໃຊ້ພະເຢໂຫວາສຸດຫົວໃຈ ເຊັ່ນ ຕົວຢ່າງຂອງໂປໂລ. ໂປໂລຮັບໃຊ້ພະເຢໂຫວາຢ່າງເຕັມທີມາຫຼາຍປີ ເດີນທາງຫຼາຍພັນກິໂລແມັດ ແລະຕັ້ງຫຼາຍປະຊາຄົມ. ແຕ່ເມື່ອລາວຢູ່ໃນສະພາບການທີ່ຮັບໃຊ້ບໍ່ໄດ້ຫຼາຍຄືກັບທີ່ຜ່ານມາ ລາວຄິດວ່າພະເຢໂຫວາບໍ່ພໍໃຈລາວບໍ? ລາວບໍ່ໄດ້ຄິດແບບນັ້ນ ຍ້ອນລາວພະຍາຍາມເຮັດສິ່ງທີ່ເຮັດໄດ້ຕໍ່ໄປ ແລະພະເຢໂຫວາກໍອວຍພອນລາວ. (ກຈກ. 28:30, 31) ຄ້າຍຄືກັນ ສິ່ງທີ່ເຮົາເຮັດເພື່ອພະເຢໂຫວາອາດປ່ຽນໄປຕາມສະພາບການ. ແຕ່ສິ່ງທີ່ສຳຄັນສຳລັບພະເຢໂຫວາແມ່ນເຫດຜົນທີ່ເຮົາຮັບໃຊ້ເພິ່ນຕໍ່ໆໄປ. ຫ24.03 ໜ້າ 27 ຂໍ້ 7, 9
ວັນສຸກທີ 26 ກັນຍາ
ຕອນເຊົ້າໆຍັງບໍ່ທັນແຈ້ງ ພະເຢຊູ . . . ອອກຈາກເຮືອນໄປອະທິດຖານໃນບ່ອນທີ່ບໍ່ມີຄົນຢູ່.—ມຣກ. 1:35
ພະເຢຊູເປັນຕົວຢ່າງໃຫ້ລູກສິດໃນເລື່ອງການອະທິດຖານ. ພະເຢຊູອະທິດຖານຫຼາຍແທ້ໆຕອນທີ່ເພິ່ນເຮັດວຽກຮັບໃຊ້ຢູ່ໃນໂລກນີ້. ຍ້ອນເພິ່ນມີວຽກຫຼາຍແລະຫຼາຍຄົນກໍມັກມາຫາເພິ່ນ ເພິ່ນຈຶ່ງຕ້ອງໄດ້ຈັດເວລາອະທິດຖານ. (ມຣກ. 6:31, 45, 46) ພະເຢຊູຕື່ນແຕ່ເຊົ້າໆເພື່ອຈະມີເວລາອະທິດຖານຄົນດຽວ. ຢ່າງໜ້ອຍມີເທື່ອໜຶ່ງທີ່ພະເຢຊູອະທິດຖານໝົດຄືນກ່ອນທີ່ຈະຕັດສິນໃຈເລື່ອງສຳຄັນ. (ລກ. 6:12, 13) ໃນຄືນສຸດທ້າຍກ່ອນທີ່ເພິ່ນຈະຕາຍ ເພິ່ນກໍໄດ້ອະທິດຖານຫຼາຍເທື່ອເພື່ອຈະເຮັດເລື່ອງທີ່ຍາກທີ່ສຸດໃນວຽກມອບໝາຍໃຫ້ສຳເລັດ. (ມທ. 26:39, 42, 44) ຕົວຢ່າງຂອງພະເຢຊູສອນເຮົາວ່າ ບໍ່ວ່າເຮົາຈະມີວຽກຫຼາຍສ່ຳໃດເຮົາກໍຕ້ອງຈັດເວລາອະທິດຖານໃຫ້ໄດ້. ເຮົາອາດຕ້ອງເຮັດຄືກັບພະເຢຊູໂດຍຈັດເວລາເປັນປະຈຳເພື່ອອະທິດຖານ. ບາງເທື່ອເຮົາອາດຕ້ອງຕື່ນແຕ່ເຊົ້າ ຫຼືອາດຕ້ອງໃຊ້ເວລາອີກຈັກໜ້ອຍໜຶ່ງກ່ອນນອນເພື່ອຈະມີເວລາອະທິດຖານໃຫ້ຫຼາຍຂຶ້ນ. ຖ້າເຮົາເຮັດແບບນັ້ນ ເຮົາກໍຈະເຮັດໃຫ້ພະເຢໂຫວາເຫັນວ່າເຮົາເຫັນຄ່າສິດທິພິເສດໃນການອະທິດຖານແທ້ໆ. ຫ23.05 ໜ້າ 3 ຂໍ້ 4-5
ວັນເສົາທີ 27 ກັນຍາ
ພະເຈົ້າໃຫ້ພະລັງບໍລິສຸດຂອງເພິ່ນກັບພວກເຮົາເພື່ອສະແດງວ່າເພິ່ນຮັກພວກເຮົາຫຼາຍ.—ຣມ. 5:5
ໃນພາສາດັ້ງເດີມ ຂໍ້ຄຳພີນີ້ຖ່າຍທອດຄວາມໝາຍໃຫ້ເຂົ້າໃຈວ່າພະເຢໂຫວາຮັກຜູ້ຖືກເລືອກຫຼາຍແທ້ໆ. ຄວາມຮັກນີ້ສົມທຽບວ່າເປັນຄືກັບສາຍນ້ຳທີ່ໄຫຼບໍ່ຂາດ. ຜູ້ຖືກເລືອກກໍຮູ້ຄືກັນວ່າ “[ພະເຈົ້າ] ຮັກ” ເຂົາເຈົ້າ. (ຢດ. 1) ໂຢຮັນເວົ້າເຖິງຄວາມຮູ້ສຶກຂອງຜູ້ຖືກເລືອກວ່າ: “ເບິ່ງແມ້ ພະເຈົ້າຜູ້ເປັນພໍ່ສະແດງຄວາມຮັກຕໍ່ພວກເຮົາຫຼາຍສ່ຳໃດ ພະອົງເຖິງຂັ້ນຍອມໃຫ້ພວກເຮົາຖືກເອີ້ນວ່າລູກຂອງພະເຈົ້າ.” (1ຢຮ. 3:1) ພະເຢໂຫວາຮັກແຕ່ຜູ້ຖືກເລືອກບໍ? ບໍ່ແມ່ນ. ພະເຢໂຫວາຮັກເຮົາທຸກຄົນ. ສິ່ງໃດທີ່ສະແດງໃຫ້ເຫັນວ່າພະເຢໂຫວາຮັກທຸກຄົນ? ສິ່ງນັ້ນແມ່ນຄ່າໄຖ່. ໂດຍທາງຄ່າໄຖ່ ພະເຢໂຫວາເຮັດໃຫ້ເຫັນວ່າບໍ່ມີໃຜໃນໂລກນີ້ເຄີຍສະແດງຄວາມຮັກຫຼາຍປານນີ້.—ຢຮ. 3:16; ຣມ. 5:8. ຫ24.01 ໜ້າ 28 ຂໍ້ 9-10
ວັນອາທິດທີ 28 ກັນຍາ
ໃນມື້ທີ່ລູກຮ້ອງຂໍໃຫ້ພະອົງຊ່ວຍ ພວກສັດຕູກໍຈະຖອຍກັບໄປ. ລູກໝັ້ນໃຈວ່າພະເຈົ້າຢູ່ຝ່າຍລູກ.—ພສ. 56:9
ຂໍ້ຄຳພີນີ້ເວົ້າເຖິງວິທີໜຶ່ງທີ່ຊ່ວຍດາວິດໃຫ້ເອົາຊະນະຄວາມຢ້ານໄດ້. ເຖິງວ່າຊີວິດຂອງດາວິດຕົກຢູ່ໃນອັນຕະລາຍ ແຕ່ລາວກໍໃຊ້ເວລາຄິດຕຶກຕອງເຖິງສິ່ງທີ່ພະເຢໂຫວາຈະເຮັດເພື່ອລາວໃນອະນາຄົດ. ດາວິດຮູ້ວ່າເມື່ອຮອດເວລາ ພະເຢໂຫວາຈະຊ່ວຍລາວແນ່ນອນຍ້ອນເພິ່ນສັນຍາວ່າລາວຈະໄດ້ເປັນກະສັດອົງຕໍ່ໄປຂອງອິດສະຣາເອນ. (1ຊມ. 16:1, 13) ສຳລັບດາວິດ ລາວໝັ້ນໃຈວ່າທຸກສິ່ງທີ່ພະເຢໂຫວາສັນຍາໄວ້ຈະເກີດຂຶ້ນແທ້. ພະເຢໂຫວາສັນຍາວ່າຈະເຮັດຫຍັງເພື່ອເຈົ້າແດ່? ເຮົາບໍ່ໄດ້ຄາດໝາຍວ່າພະເຢໂຫວາຈະປົກປ້ອງເຮົາບໍ່ໃຫ້ເຈິກັບບັນຫາຫຍັງເລີຍ. ແຕ່ໃນສະໄໝສຸດທ້າຍນີ້ ບໍ່ວ່າເຮົາຈະເຈິກັບບັນຫາແບບໃດກໍຕາມ ພະເຢໂຫວາຈະກຳຈັດສິ່ງເຫຼົ່ານີ້ໃຫ້ໝົດໄປໃນໂລກໃໝ່. (ອຊຢ. 25:7-9) ພະເຢໂຫວາມີລິດເດດຫຼາຍພໍທີ່ຈະປຸກຄົນຕາຍໃຫ້ຟື້ນຄືນມາ ປົວຄວາມເຈັບປ່ວຍທຸກຢ່າງ ແລະທຳລາຍທຸກຄົນທີ່ຂົ່ມເຫງເຮົາ.—1ຢຮ. 4:4. ຫ24.01 ໜ້າ 6 ຂໍ້ 12-13
ວັນຈັນທີ 29 ກັນຍາ
ຄົນທີ່ໄດ້ຮັບການໃຫ້ອະໄພແລະໄດ້ຮັບການຍົກໂທດກໍມີຄວາມສຸກ.—ພສ. 32:1
ໃຫ້ຄິດຄືນວ່າເປັນຫຍັງເຈົ້າຈຶ່ງອຸທິດຕົວໃຫ້ພະເຢໂຫວາແລະຮັບບັບເຕມາ. ເຈົ້າຕັດສິນໃຈເຮັດແບບນັ້ນຍ້ອນເຈົ້າຢາກຢູ່ຝ່າຍພະເຢໂຫວາ. ໃຫ້ເຈົ້າລອງຄິດເບິ່ງວ່າ ໃນຕອນນັ້ນສິ່ງໃດຊ່ວຍເຈົ້າໃຫ້ໝັ້ນໃຈວ່າເຈົ້າໄດ້ພົບຄວາມຈິງແລ້ວ. ເຈົ້າໄດ້ຮູ້ຈັກພະເຢໂຫວາ ຮັກແລະນັບຖືເພິ່ນຄືກັບພໍ່ທີ່ຢູ່ໃນສະຫວັນ. ເຈົ້າມີຄວາມເຊື່ອຫຼາຍຂຶ້ນແລະຄວາມເຊື່ອນັ້ນກະຕຸ້ນເຈົ້າໃຫ້ກັບໃຈ ເຊົາເຮັດສິ່ງທີ່ພະເຢໂຫວາບໍ່ມັກ ແລະໃຊ້ຊີວິດໃນແບບທີ່ພະເຢໂຫວາພໍໃຈ. ເມື່ອເຈົ້າເຫັນວ່າພະເຢໂຫວາໄດ້ໃຫ້ອະໄພເຈົ້າແລ້ວ ເຈົ້າກໍຮູ້ສຶກສະບາຍໃຈ. (ພສ. 32:2) ເຈົ້າເຂົ້າຮ່ວມການປະຊຸມແລະເລີ່ມບອກຄົນອື່ນກ່ຽວກັບສິ່ງດີໆທີ່ເຈົ້າໄດ້ຮຽນໃນຄຳພີໄບເບິນ. ຫຼັງຈາກນັ້ນ ເຈົ້າກໍອຸທິດຕົວແລະຮັບບັບເຕມາ ແລະຕອນນີ້ເຈົ້າກໍກຳລັງຍ່າງໃນທາງທີ່ພາໄປເຖິງຊີວິດແລະຕັ້ງໃຈວ່າຈະບໍ່ອອກຈາກທາງນີ້. (ມທ. 7:13, 14) ຂໍໃຫ້ເຮົາໜັກແໜ້ນໝັ້ນຄົງຕໍ່ໆໄປ ຮັກພະເຢໂຫວາແລະເຊື່ອຟັງຄຳສັ່ງຂອງເພິ່ນຢ່າງບໍ່ຫວັ່ນໄຫວ. ຫ23.07 ໜ້າ 17 ຂໍ້ 14; ໜ້າ 19 ຂໍ້ 19
ວັນອັງຄານທີ 30 ກັນຍາ
ພະເຈົ້າສັດຊື່ ເພິ່ນຈະບໍ່ປ່ອຍໃຫ້ເຈົ້າຖືກລໍ້ໃຈຈົນອົດທົນບໍ່ໄດ້ ແລະເມື່ອເຈົ້າຖືກລໍ້ໃຈ ເພິ່ນຈະຊ່ວຍເຈົ້າໃຫ້ມີທາງອອກເພື່ອຈະອົດທົນໄດ້.—1ກຣ. 10:13
ການຄິດເຖິງຄຳອະທິດຖານຕອນອຸທິດໂຕຈະຊ່ວຍເຈົ້າໃຫ້ຕ້ານທານການລໍ້ໃຈໄດ້. ຕົວຢ່າງເຊັ່ນ: ເຈົ້າຈະຈີບຜົວຫຼືເມຍຂອງຄົນອື່ນບໍ? ເຈົ້າບໍ່ເຮັດເດັດຂາດ ຍ້ອນເຈົ້າໄດ້ສັນຍາກັບພະເຢໂຫວາແລ້ວວ່າຈະບໍ່ເຮັດແບບນັ້ນ. ຖ້າເຈົ້າບໍ່ປ່ອຍໃຫ້ໂຕເອງມີຄວາມຮູ້ສຶກຈັ່ງຊັ້ນ ເຈົ້າກໍບໍ່ຕ້ອງເມື່ອຍກັບການກຳຈັດຄວາມຄິດທີ່ບໍ່ດີແນວນັ້ນອອກໄປ ແລະເຈົ້າຈະບໍ່ເຂົ້າໄປໃນ “ທາງຂອງຄົນຊົ່ວ.” (ສພສ. 4:14, 15) ພະເຢຊູຕັ້ງໃຈແທ້ໆທີ່ຈະເຮັດໃຫ້ພໍ່ຂອງເພິ່ນພໍໃຈສະເໝີ. ຄ້າຍຄືກັນ ຍ້ອນເຈົ້າອຸທິດໂຕໃຫ້ພະເຢໂຫວາແລ້ວ ຖ້າເຈົ້າຮູ້ວ່າມີຫຍັງທີ່ເຮັດໃຫ້ພະເຢໂຫວາບໍ່ມັກ ເຈົ້າກໍຈະເຮັດຄືກັບພະເຢຊູໂດຍປະຕິເສດທັນທີແລະບໍ່ລັງເລ. (ມທ. 4:10; ຢຮ. 8:29) ທີ່ຈິງ ເມື່ອເຈິບັນຫາຫຼືການລໍ້ໃຈ ນັ້ນເປັນໂອກາດທີ່ເຈົ້າຈະສະແດງໃຫ້ເຫັນວ່າເຈົ້າຕັ້ງໃຈທີ່ຈະຕິດຕາມພະເຢຊູຕໍ່ໆໄປ. ເມື່ອເຮັດແບບນີ້ ເຈົ້າໝັ້ນໃຈໄດ້ວ່າພະເຢໂຫວາຈະຊ່ວຍເຈົ້າ. ຫ24.03 ໜ້າ 9-10 ຂໍ້ 8-10