ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂວອຕຍ25 ໜ້າ 118-128
  • ທັນວາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ທັນວາ
  • ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025
  • ຫົວຂໍ້ຍ່ອຍ
  • ວັນ​ຈັນ​ທີ 1 ທັນວາ
  • ວັນ​ອັງຄານ​ທີ 2 ທັນວາ
  • ວັນ​ພຸດ​ທີ 3 ທັນວາ
  • ວັນ​ພະຫັດ​ທີ 4 ທັນວາ
  • ວັນ​ສຸກ​ທີ 5 ທັນວາ
  • ວັນ​ເສົາ​ທີ 6 ທັນວາ
  • ວັນ​ອາທິດ​ທີ 7 ທັນວາ
  • ວັນ​ຈັນ​ທີ 8 ທັນວາ
  • ວັນ​ອັງຄານ​ທີ 9 ທັນວາ
  • ວັນ​ພຸດ​ທີ 10 ທັນວາ
  • ວັນ​ພະຫັດ​ທີ 11 ທັນວາ
  • ວັນ​ສຸກ​ທີ 12 ທັນວາ
  • ວັນ​ເສົາ​ທີ 13 ທັນວາ
  • ວັນ​ອາທິດ​ທີ 14 ທັນວາ
  • ວັນ​ຈັນ​ທີ 15 ທັນວາ
  • ວັນ​ອັງຄານ​ທີ 16 ທັນວາ
  • ວັນ​ພຸດ​ທີ 17 ທັນວາ
  • ວັນ​ພະຫັດ​ທີ 18 ທັນວາ
  • ວັນ​ສຸກ​ທີ 19 ທັນວາ
  • ວັນ​ເສົາ​ທີ 20 ທັນວາ
  • ວັນ​ອາທິດ​ທີ 21 ທັນວາ
  • ວັນ​ຈັນ​ທີ 22 ທັນວາ
  • ວັນ​ອັງຄານ​ທີ 23 ທັນວາ
  • ວັນ​ພຸດ​ທີ 24 ທັນວາ
  • ວັນ​ພະຫັດ​ທີ 25 ທັນວາ
  • ວັນ​ສຸກ​ທີ 26 ທັນວາ
  • ວັນ​ເສົາ​ທີ 27 ທັນວາ
  • ວັນ​ອາທິດ​ທີ 28 ທັນວາ
  • ວັນ​ຈັນ​ທີ 29 ທັນວາ
  • ວັນ​ອັງຄານ​ທີ 30 ທັນວາ
  • ວັນ​ພຸດ​ທີ 31 ທັນວາ
ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025
ຂວອຕຍ25 ໜ້າ 118-128

ທັນວາ

ວັນ​ຈັນ​ທີ 1 ທັນວາ

ຄົນ​ຕາຍ​ຈະ​ຟື້ນ​ຄືນ​ມາ.—ລກ. 20:37

ພະ​ເຢໂຫວາ​ມີ​ຄວາມ​ສາມາດ​ແລະ​ອຳນາດ​ທີ່​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ບໍ? ມີ​ແທ້! ເພິ່ນ​ເປັນ​ພະເຈົ້າ “ຜູ້​ມີ​ລິດເດດ​ສູງ​ສຸດ.” (ພນມ. 1:8) ເພິ່ນ​ຈຶ່ງ​ມີ​ອຳນາດ​ທີ່​ຈະ​ກຳຈັດ​ທຸກ​ຢ່າງ​ທີ່​ເປັນ​ສັດຕູ​ຂອງ​ເພິ່ນ​ເຊິ່ງ​ລວມ​ເຖິງ​ຄວາມ​ຕາຍ. (1ກຣ. 15:26) ອີກ​ເຫດຜົນ​ໜຶ່ງ​ທີ່​ເຮົາ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ສາມາດ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ໄດ້​ອີກ​ກໍ​ຄື ເພິ່ນ​ມີ​ຄວາມ​ຈຳ​ທີ່​ບໍ່​ຈຳກັດ. ເພິ່ນ​ສາມາດ​ເອີ້ນ​ຊື່​ດາວ​ທຸກ​ດວງ​ໄດ້. (ອຊຢ. 40:26) ເພິ່ນ​ຈື່​ທຸກ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ໄດ້. (ໂຢບ 14:13; ລກ. 20:38) ເພິ່ນ​ເຖິງຂັ້ນ​ຈື່​ລາຍລະອຽດ​ທັງໝົດ​ກ່ຽວກັບ​ຄົນ​ທີ່​ເພິ່ນ​ຈະ​ປຸກ​ໃຫ້​ຄືນ​ມາ ເຊັ່ນ: ເພິ່ນ​ຈື່​ລະຫັດ​ພັນທຸກຳ​ຂອງ​ເຂົາເຈົ້າ​ໄດ້ ຈື່​ໄດ້​ວ່າ​ເຂົາເຈົ້າ​ມີ​ຮູບ​ຮ່າງ​ໜ້າ​ຕາ​ແນວ​ໃດ​ແລະ​ມີ​ນິດໄສ​ແບບ​ໃດ ຈື່​ໄດ້​ວ່າ​ເຂົາເຈົ້າ​ເຈິ​ຫຍັງ​ມາ​ແດ່​ໃນ​ຊີວິດ ແລະ​ເພິ່ນ​ຈື່​ໄດ້​ໝົດ​ວ່າ​ເຂົາເຈົ້າ​ມີ​ຄວາມ​ຊົງ​ຈຳ​ແນວ​ໃດ​ແດ່. ເຮົາ​ເຫັນ​ໄດ້​ເລີຍ​ວ່າ​ເຮົາ​ເຊື່ອ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ໄດ້ ເພາະ​ເຮົາ​ຮູ້​ວ່າ​ເພິ່ນ​ຢາກ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ ແລະ​ເພິ່ນ​ມີ​ຄວາມ​ສາມາດ​ແລະ​ອຳນາດ​ທີ່​ຈະ​ເຮັດ​ແບບ​ນັ້ນ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ອີກ​ເຫດຜົນ​ໜຶ່ງ​ທີ່​ເຮັດ​ໃຫ້​ເຮົາ​ເຊື່ອ​ຄຳ​ສັນຍາ​ນີ້​ຂອງ​ພະ​ເຢໂຫວາ ນັ້ນ​ກໍ​ຄື ເພິ່ນ​ເຄີຍ​ປຸກ​ຄົນ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ. ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ໄດ້​ໃຫ້​ອຳນາດ​ນີ້​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ບາງ​ຄົນ​ເພື່ອ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ໄດ້ ແລະ​ພະ​ເຢຊູ​ກໍ​ໄດ້​ອຳນາດ​ນີ້​ຄື​ກັນ. ຫ23.04 ໜ້າ 9-10 ຂໍ້ 7-9

ວັນ​ອັງຄານ​ທີ 2 ທັນວາ

ໃຫ້​ຄຳເວົ້າ​ຂອງ​ພວກ​ເຈົ້າ​ເປັນ​ຄຳເວົ້າ​ທີ່​ກະລຸນາ​ສະເໝີ​ຄື​ກັບ​ອາຫານ​ທີ່​ປຸງ​ດ້ວຍ​ເກືອ.—ກລຊ. 4:6

ຖ້າ​ເຮົາ​ອະທິບາຍ​ຄວາມ​ເຊື່ອ​ແບບ​ທີ່​ເປັນ​ຕາ​ຟັງ​ແລະ​ອ່ອນໂຍນ ຄົນ​ທີ່​ລົມ​ກັບ​ເຮົາ​ກໍ​ອາດ​ຈະ​ຟັງ​ເຮົາ​ຫຼາຍ​ຂຶ້ນ​ແລະ​ຢາກ​ລົມ​ກັບ​ເຮົາ​ຕໍ່. ແຕ່​ກໍ​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ເຈິ​ຄົນ​ທີ່​ດູຖູກ​ຄວາມ​ເຊື່ອ​ຂອງ​ເຮົາ​ຫຼື​ລົມ​ກັບ​ເຮົາ​ຍ້ອນ​ຢາກ​ເອົາ​ຊະນະ​ຊື່ໆ. ຖ້າ​ເປັນ​ແບບ​ນັ້ນ ເຮົາ​ກໍ​ບໍ່​ຈຳເປັນ​ຕ້ອງ​ລົມ​ກັບ​ລາວ​ຕໍ່. (ສພສ. 26:4) ແຕ່​ກໍ​ມີ​ໜ້ອຍ​ຄົນ​ທີ່​ເປັນ​ແບບ​ນັ້ນ ຄົນ​ສ່ວນ​ຫຼາຍ​ອາດ​ຢາກ​ຟັງ​ເຮົາ​ຖ້າ​ເຮົາ​ເວົ້າ​ແບບ​ອ່ອນໂຍນ. ເຮົາ​ເຫັນ​ແລ້ວ​ວ່າ​ຖ້າ​ເຮົາ​ພະຍາຍາມ​ເປັນ​ຄົນ​ອ່ອນໂຍນ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ແທ້ໆ. ໃຫ້​ເຈົ້າ​ຂໍ​ຄວາມ​ເຂັ້ມແຂງ​ຈາກ​ພະ​ເຢໂຫວາ​ເພື່ອ​ເຈົ້າ​ຈະ​ອ່ອນໂຍນ​ໄດ້​ຕອນ​ທີ່​ມີ​ຄົນ​ເວົ້າ​ໃຫ້​ເຈົ້າ​ຫຼື​ມີ​ຄົນ​ຖາມ​ເລື່ອງ​ທີ່​ອາດ​ເຮັດ​ໃຫ້​ເກີດ​ຄວາມ​ຂັດແຍ່ງ​ກັນ. ໃຫ້​ຈື່​ໄວ້​ວ່າ ເຖິງ​ວ່າ​ຈະ​ມີ​ຄວາມ​ຄິດ​ທີ່​ບໍ່​ກົງ​ກັນ ແຕ່​ຖ້າ​ເຈົ້າ​ເປັນ​ຄົນ​ອ່ອນໂຍນ​ເຈົ້າ​ກໍ​ຈະ​ຊ່ວຍ​ບໍ່​ໃຫ້​ເກີດ​ການ​ຜິດ​ຖຽງ​ກັນ. ນອກ​ຈາກ​ນັ້ນ ຖ້າ​ເຈົ້າ​ຕອບ​ແບບ​ອ່ອນໂຍນ​ແລະ​ດ້ວຍ​ຄວາມ​ນັບຖື ເຈົ້າ​ກໍ​ອາດ​ຈະ​ຊ່ວຍ​ໃຫ້​ຄົນ​ທີ່​ມາ​ຖາມ​ເຈົ້າ​ເບິ່ງ​ພະຍານ​ພະ​ເຢໂຫວາ​ແລະ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໃນ​ແບບ​ທີ່​ດີ​ຂຶ້ນ. ໃຫ້ “ພ້ອມ​ຢູ່​ສະເໝີ​ທີ່​ຈະ​ອະທິບາຍ” ເລື່ອງ​ຄວາມ​ເຊື່ອ​ຂອງ​ເຈົ້າ​ແລະ​ໃຫ້ “ເຮັດ​ຢ່າງ​ສຸພາບ​ແລະ​ດ້ວຍ​ຄວາມ​ນັບຖື​ຈາກ​ໃຈ.” (1ປຕ. 3:15) ຂໍ​ໃຫ້​ເຈົ້າ​ພະຍາຍາມ​ສະແດງ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ເຈົ້າ​ເຂັ້ມແຂງ​ໂດຍ​ເປັນ​ຄົນ​ອ່ອນໂຍນ. ຫ23.09 ໜ້າ 19 ຂໍ້ 18-19

ວັນ​ພຸດ​ທີ 3 ທັນວາ

ໃຫ້​ປູກ​ຝັງ . . . ຄວາມ​ອົດທົນ.—ກລຊ. 3:12

ໃຫ້​ເຮົາ​ມາ​ເບິ່ງ 4 ຢ່າງ​ທີ່​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ອົດທົນ. ຢ່າງ​ທຳອິດ ຄົນ​ທີ່​ອົດທົນ​ຈະ​ບໍ່​ໃຈ​ຮ້າຍ​ງ່າຍ. ລາວ​ຈະ​ພະຍາຍາມ​ໃຈ​ເຢັນ​ແລະ​ບໍ່​ຕອບ​ໂຕ້​ເມື່ອ​ມີ​ຄົນ​ເຮັດ​ໃຫ້​ລາວ​ເຈັບ​ໃຈ ແລະ​ຕອນ​ທີ່​ລາວ​ເຄັ່ງ​ຕຶງ​ລາວ​ຈະ​ບໍ່​ເວົ້າ​ຫຼື​ເຮັດ​ສິ່ງ​ທີ່​ບໍ່​ດີ​ຕໍ່​ຄົນ​ອື່ນ. (ອພຍ. 34:6) ຢ່າງ​ທີ​ສອງ ຄົນ​ທີ່​ອົດທົນ​ຈະ​ລໍ​ຖ້າ​ແບບ​ໃຈ​ເຢັນໆ. ຖ້າ​ລາວ​ຕ້ອງ​ລໍ​ຖ້າ​ດົນໆ​ເກີນ​ທີ່​ລາວ​ຄິດ​ໄວ້ ລາວ​ຈະ​ພະຍາຍາມ​ບໍ່​ຫງຸດຫງິດ​ຫຼື​ອາລົມ​ເສຍ. (ມທ. 18:26, 27) ຢ່າງ​ທີ​ສາມ ຄົນ​ທີ່​ອົດທົນ​ຈະ​ບໍ່​ເຮັດ​ຫຍັງ​ແບບ​ຟ້າວຟັ່ງ​ໂດຍ​ທີ່​ບໍ່​ໄດ້​ຄິດ​ກ່ອນ. ຖ້າ​ເປັນ​ເລື່ອງ​ສຳຄັນ ຄົນ​ທີ່​ອົດທົນ​ຈະ​ບໍ່​ຟ້າວ​ລົງມື​ເຮັດ​ຫຍັງ​ໂດຍ​ທີ່​ບໍ່​ໄດ້​ວາງ​ແຜນ​ກ່ອນ ແລະ​ລາວ​ຈະ​ໃຊ້​ເວລາ​ໃຫ້​ຫຼາຍ​ພໍ​ທີ່​ຈະ​ວາງ​ແຜນ​ວ່າ​ຕ້ອງ​ເຮັດ​ຫຍັງ​ແດ່ ແລະ​ຕອນ​ທີ່​ລາວ​ເຮັດ​ສິ່ງ​ນັ້ນ ລາວ​ຈະ​ບໍ່​ຟ້າວ​ເຮັດ​ພໍ​ແລ້ວ​ມື​ແລ້ວ​ຕີນ​ເທົ່າ​ນັ້ນ. ຢ່າງ​ທີ​ສີ່ ຄົນ​ທີ່​ອົດທົນ​ຈະ​ບໍ່​ຈົ່ມ​ຕອນ​ທີ່​ເຈິບັນຫາ​ຫຼື​ຄວາມ​ຍາກ​ລຳບາກ. ລາວ​ຈະ​ພະຍາຍາມ​ຄິດ​ໃນ​ແງ່​ບວກ​ແລະ​ພະຍາຍາມ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ​ຕໍ່ໆ​ໄປ​ເຖິງ​ວ່າ​ຈະ​ເຈິ​ບັນຫາ. (ກລຊ. 1:11) ຄລິດສະຕຽນ​ຕ້ອງ​ສະແດງ​ວ່າ​ເປັນ​ຄົນ​ອົດທົນ​ໂດຍ​ເຮັດ​ຕາມ 4 ຢ່າງ​ທີ່​ເວົ້າ​ມາ​ນີ້. ຫ23.08 ໜ້າ 20-21 ຂໍ້ 3-6

ວັນ​ພະຫັດ​ທີ 4 ທັນວາ

ພະ​ເຢໂຫວາ​ເປັນ​ຜູ້​ກວດ​ເບິ່ງ​ຫົວໃຈ.—ສພສ. 17:3

ເຫດຜົນ​ສຳຄັນ​ຢ່າງ​ໜຶ່ງ​ທີ່​ເຮົາ​ຕ້ອງ​ປົກປ້ອງ​ຫົວໃຈ​ກໍ​ຄື ພະ​ເຢໂຫວາ​ເປັນ​ຜູ້​ກວດ​ເບິ່ງ​ຫົວໃຈ​ຂອງ​ເຮົາ. ນີ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ເຫັນ​ມຸມ​ທີ່​ຄົນ​ອື່ນ​ເບິ່ງ​ບໍ່​ເຫັນ​ແລະ​ຮູ້​ວ່າ​ເຮົາ​ເປັນ​ຄົນ​ແນວ​ໃດ​ແທ້ໆ. ພະ​ເຢໂຫວາ​ຈະ​ຮັກ​ເຮົາ​ຖ້າ​ເຮົາ​ມີ​ຄຳ​ແນະນຳ​ຂອງ​ເພິ່ນ​ໃນ​ຫົວໃຈ​ແລະ​ໃນ​ຄວາມ​ຄິດ​ຂອງ​ເຮົາ​ສະເໝີ ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ. (ຢຮ. 4:14) ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ບໍ່​ຄິດ​ເຖິງ​ການ​ເຮັດ​ຜິດ​ສິນລະທຳ ບໍ່​ສົນໃຈ​ຄຳ​ຕົວະ​ຂອງ​ຊາຕານ ແລະ​ບໍ່​ຮຽນ​ແບບ​ຄົນ​ໃນ​ໂລກ​ນີ້. (1ຢຮ. 5:18, 19) ເມື່ອ​ເຮົາ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເຮົາ​ກໍ​ຈະ​ຮັກ​ແລະ​ນັບຖື​ເພິ່ນ​ຫຼາຍ​ຂຶ້ນ. ຍ້ອນ​ເຮົາ​ບໍ່​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍໃຈ ເຮົາ​ຈຶ່ງ​ບໍ່​ຄິດ​ແມ່ນ​ແຕ່​ຈະ​ເຮັດ​ຜິດ. ມາທາ​ພີ່ນ້ອງ​ຍິງ​ທີ່​ຢູ່​ໂກຣອາຊີ​ເຄີຍ​ຖືກ​ລໍ້ໃຈ​ໃຫ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ລາວ​ຂຽນ​ວ່າ: “ຕອນ​ນັ້ນ​ຂ້ອຍ​ຮູ້ສຶກ​ສັບສົນ​ຫຼາຍ​ແລະ​ຮູ້ສຶກ​ວ່າ​ຍາກ​ແທ້ໆ​ທີ່​ຈະ​ຫັກ​ຫ້າມ​ໃຈ​ໂຕເອງ​ບໍ່​ໃຫ້​ເຮັດ​ຜິດ. ແຕ່​ຄວາມ​ຢ້ານຢຳ​ພະ​ເຢໂຫວາ​ປົກປ້ອງ​ຂ້ອຍ.” ຄວາມ​ຢ້ານຢຳ​ພະ​ເຢໂຫວາ​ຊ່ວຍ​ລາວ​ແນວ​ໃດ? ມາທາ​ບອກ​ວ່າ​ລາວ​ຄິດ​ເຖິງ​ຜົນ​ເສຍ​ທີ່​ຈະ​ຕາມ​ມາ​ຖ້າ​ລາວ​ຕັດສິນໃຈ​ເຮັດ​ຜິດ. ເຮົາ​ເອງ​ກໍ​ຕ້ອງ​ເຮັດ​ແບບ​ນັ້ນ​ຄື​ກັນ. ຫ23.06 ໜ້າ 20-21 ຂໍ້ 3-4

ວັນ​ສຸກ​ທີ 5 ທັນວາ

ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ: “ທຸກ​ຊາດ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ ເມື່ອ​ເຮົາ​ເຮັດ​ໃຫ້​ເຂົາເຈົ້າ​ເຫັນ​ວ່າ​ເຮົາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ.”—ອຊກ. 36:23

ພະ​ເຢຊູ​ຮູ້​ວ່າ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ແມ່ນ ພະ​ເຢໂຫວາ​ຢາກ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ຄວາມ​ນັບຖື​ແລະ​ພົ້ນ​ຈາກ​ຄຳ​ຕຳໜິ​ທຸກ​ຢ່າງ. ຍ້ອນ​ແນວ​ນີ້ ພະ​ເຢຊູ​ຈຶ່ງ​ສອນ​ພວກ​ລູກສິດ​ໃຫ້​ອະທິດຖານ​ວ່າ: “ພະເຈົ້າ ພໍ່​ຂອງ​ພວກ​ເຮົາ​ທີ່​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ຊື່​ຂອງ​ພະອົງ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ.” (ມທ. 6:9) ພະ​ເຢຊູ​ຮູ້​ວ່າ​ເລື່ອງ​ນີ້​ເປັນ​ເລື່ອງ​ສຳຄັນ​ທີ່​ສຸດ​ແລະ​ມີ​ຜົນ​ກະທົບ​ຕໍ່​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ. ທີ່ຈິງ ບໍ່​ມີ​ໃຜ​ທີ່​ຢູ່​ໃນ​ສະຫວັນ​ຫຼື​ຢູ່​ໃນ​ໂລກ​ນີ້​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ສ່ຳ​ກັບ​ພະ​ເຢຊູ​ໄດ້​ເຮັດ. ຕອນ​ທີ່​ພະ​ເຢຊູ​ຖືກ​ຈັບ ພວກ​ສັດຕູ​ກ່າວຫາ​ເພິ່ນ​ວ່າ​ແນວ​ໃດ? ເຂົາເຈົ້າ​ກ່າວຫາ​ເພິ່ນ​ວ່າ​ໝິ່ນ​ປະໝາດ​ພະເຈົ້າ! ພະ​ເຢຊູ​ຮູ້​ຢູ່​ແລ້ວ​ວ່າ​ການ​ເຮັດ​ໃຫ້​ຊື່​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຖືກ​ໃສ່​ຮ້າຍ​ຫຼື​ຖືກ​ຕຳໜິ​ເປັນ​ຄວາມ​ຜິດ​ຮ້າຍ​ແຮງ​ທີ່​ສຸດ. ເພິ່ນ​ຈຶ່ງ​ທຸກໃຈ​ຫຼາຍ​ທີ່​ຖືກ​ກ່າວຫາ​ແບບ​ນັ້ນ. ເລື່ອງ​ນີ້​ອາດ​ເປັນ​ເຫດຜົນ​ສຳຄັນ​ທີ່​ເຮັດ​ໃຫ້​ພະ​ເຢຊູ “ຮູ້ສຶກ​ເຄັ່ງ​ຕຶງ​ຫຼາຍ” ໃນ​ສອງ​ສາມ​ຊົ່ວໂມງ​ກ່ອນ​ທີ່​ເພິ່ນ​ຈະ​ຖືກ​ຈັບ.—ລກ. 22:41-44. ຫ24.02 ໜ້າ 11 ຂໍ້ 11

ວັນ​ເສົາ​ທີ 6 ທັນວາ

ສະຕິ​ປັນຍາ​ເຮັດ​ໃຫ້​ເຮືອນ​ແຂງແຮງ.—ສພສ. 24:3

ໃນ​ການ​ແລ່ນ​ແຂ່ງ​ເພື່ອ​ຊີວິດ ເຮົາ​ຕ້ອງ​ຮັກ​ພະ​ເຢໂຫວາ​ກັບ​ພະ​ເຢຊູ​ຫຼາຍ​ກວ່າ​ຍາດ​ພີ່ນ້ອງ​ຂອງ​ເຮົາ. (ມທ. 10:37) ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ປະຖິ້ມ​ໜ້າທີ່​ຮັບ​ຜິດ​ຊອບ​ໃນ​ຄອບຄົວ. ທີ່ຈິງ ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ກັບ​ພະ​ເຢຊູ​ຍອມຮັບ​ເຮົາ ເຮົາ​ຕ້ອງ​ເຮັດ​ໜ້າທີ່​ຂອງ​ເຮົາ​ໃນ​ຄອບຄົວ​ໃຫ້​ດີ​ທີ່​ສຸດ. (1ຕມ. 5:4, 8) ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. ຖ້າ​ຜົວ​ກັບ​ເມຍ​ຮັກ​ແລະ​ນັບຖື​ກັນ ພໍ່​ແມ່​ຮັກ​ແລະ​ສັ່ງ​ສອນ​ລູກ ແລະ​ລູກ​ກໍ​ເຊື່ອຟັງ​ພໍ່​ແມ່ ທຸກ​ຄົນ​ໃນ​ຄອບຄົວ​ກໍ​ຈະ​ມີ​ຄວາມ​ສຸກ​ເພາະ​ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ເປັນ​ແບບ​ນັ້ນ. (ອຟຊ. 5:33; 6:1, 4) ບໍ່​ວ່າ​ເຈົ້າ​ຈະ​ເປັນ​ຜົວ ເມຍ ຫຼື​ລູກ ຂໍ​ໃຫ້​ເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ. ຢ່າ​ເຮັດ​ຕາມ​ຄວາມ​ຮູ້ສຶກ​ຫຼື​ຕາມ​ທຳນຽມ​ຫຼື​ວັດທະນະທຳ​ທີ່​ຄົນ​ທົ່ວໄປ​ພາກັນ​ເຮັດ ຫຼື​ເຮັດ​ຕາມ​ທີ່​ຜູ້​ຊ່ຽວຊານ​ບອກ. ນອກ​ຈາກ​ນັ້ນ ໃຫ້​ເຈົ້າ​ໃຊ້​ປຶ້ມ​ຕ່າງໆ​ຂອງ​ອົງການ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າໃຈ​ວ່າ​ຈະ​ເອົາ​ຫຼັກການ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ແນວ​ໃດ. ຫ23.08 ໜ້າ 28 ຂໍ້ 6-7

ວັນ​ອາທິດ​ທີ 7 ທັນວາ

ເຈົ້າ​ຕ້ອງ​ອ່ານ​ກົດໝາຍ​ນີ້​ແລະ​ຄິດ​ຕຶກຕອງ​ທັງ​ກາງເວັນ​ແລະ​ກາງຄືນ​ເພື່ອ​ຈະ​ໄດ້​ເຮັດ​ຕາມ​ກົດໝາຍ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້​ຢ່າງ​ເຄັ່ງ​ຄັດ. ເມື່ອ​ເຈົ້າ​ເຮັດ​ແນວ​ນີ້ ເຈົ້າ​ກໍ​ຈະ​ປະສົບ​ຜົນ​ສຳເລັດ​ແລະ​ເຮັດ​ທຸກ​ສິ່ງ​ໄດ້​ຢ່າງ​ສະຫຼາດ.—ຢຊ. 1:8

ພີ່ນ້ອງ​ຍິງ​ຈຳເປັນ​ຕ້ອງ​ຮຽນ​ທັກສະ​ທີ່​ເປັນ​ປະໂຫຍດ​ແລະ​ໃຊ້​ໄດ້​ແທ້ ເຊິ່ງ​ທັກສະ​ບາງ​ຢ່າງ​ຖ້າ​ຮຽນ​ຕັ້ງແຕ່​ຍັງ​ນ້ອຍ​ກໍ​ຈະ​ເປັນ​ປະໂຫຍດ​ກັບ​ລາວ​ຕະຫຼອດ​ຊີວິດ. ຕົວຢ່າງ​ເຊັ່ນ: ຮຽນ​ອ່ານ​ແລະ​ຂຽນ​ໄດ້​ດີ. ບາງ​ວັດທະນະທຳ​ຫຼາຍ​ຄົນ​ຄິດ​ວ່າ​ຜູ້​ຍິງ​ບໍ່​ຈຳເປັນ​ຕ້ອງ​ອ່ານ​ຫຼື​ຂຽນ​ໄດ້. ແຕ່​ນີ້​ເປັນ​ທັກສະ​ສຳຄັນ​ຫຼາຍ​ສຳລັບ​ຄລິດສະຕຽນ​ທຸກ​ຄົນ. (1ຕມ. 4:13) ດັ່ງນັ້ນ ໃຫ້​ພະຍາຍາມ​ຮຽນ​ອ່ານ​ແລະ​ຂຽນ​ຕໍ່ໆ​ໄປ​ເຖິງ​ຈະ​ຮູ້ສຶກ​ວ່າ​ຍາກ. ຖ້າ​ເຈົ້າ​ອ່ານ​ແລະ​ຂຽນ​ໄດ້​ດີ ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ? ມັນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຊອກ​ວຽກ​ໄດ້​ງ່າຍ​ຂຶ້ນ​ແລະ​ມີ​ລາຍ​ໄດ້ ເປັນ​ນັກ​ຮຽນ​ແລະ​ຜູ້​ສອນ​ຄຳພີ​ໄບເບິນ​ໄດ້​ດີ​ຂຶ້ນ ແລະ​ສິ່ງ​ທີ່​ສຳຄັນ​ເຈົ້າ​ຈະ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຍ້ອນ​ເຈົ້າ​ໄດ້​ອ່ານ​ແລະ​ໄດ້​ຄິດ​ຕຶກຕອງ​ຄຳສອນ​ຂອງ​ເພິ່ນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ.—1ຕມ. 4:15. ຫ23.12 ໜ້າ 20 ຂໍ້ 10-11

ວັນ​ຈັນ​ທີ 8 ທັນວາ

ພະ​ເຢໂຫວາ​ຮູ້​ວິທີ​ຊ່ວຍ​ຄົນ​ທີ່​ຢ້ານຢຳ​ເພິ່ນ​ໃຫ້​ຜ່ານ​ການ​ທົດສອບ.—2ປຕ. 2:9

ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ການ​ລໍ້ໃຈ. ເຮົາ​ເປັນ​ມະນຸດ​ທີ່​ບໍ່​ສົມບູນແບບ ເຮົາ​ຈຶ່ງ​ຕ້ອງ​ຕໍ່ສູ້​ຢູ່​ເລື້ອຍໆ​ເພື່ອ​ຈະ​ບໍ່​ເຮັດ​ຜິດ. ແຕ່​ບໍ່​ພຽງ​ເທົ່າ​ນັ້ນ ຊາຕານ​ມັນ​ພະຍາຍາມ​ເຮັດ​ທຸກ​ວິທີ​ເພື່ອ​ຈະ​ເຮັດ​ໃຫ້​ເຮົາ​ສູ້​ກັບ​ການ​ລໍ້ໃຈ​ໄດ້​ຍາກ​ຂຶ້ນ. ວິທີ​ໜຶ່ງ​ທີ່​ຊາຕານ​ໃຊ້​ກໍ​ຄື ມັນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ການ​ພັກຜ່ອນ​ຢ່ອນ​ໃຈ​ທີ່​ບໍ່​ດີ​ເຊິ່ງ​ອາດ​ເຮັດ​ໃຫ້​ເຮົາ​ເກີດ​ມີ​ຄວາມ​ຄິດ​ທີ່​ບໍ່​ສະອາດ. ຄວາມ​ຄິດ​ແບບ​ນີ້​ເຮັດ​ໃຫ້​ເຮົາ​ບໍ່​ສະອາດ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ ແລະ​ໃນ​ທີ່​ສຸດ​ອາດ​ເຮັດ​ໃຫ້​ເຮົາ​ເຮັດ​ຜິດ​ຮ້າຍ​ແຮງ. (ມຣກ. 7:21-23; ຢກບ. 1:14, 15) ເພື່ອ​ເຮົາ​ຈະ​ເອົາ​ຊະນະ​ການ​ລໍ້ໃຈ​ໄດ້ ເຮົາ​ຕ້ອງ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ໃນ​ຕົວຢ່າງ​ຄຳ​ອະທິດຖານ​ຂອງ​ພະ​ເຢຊູ ເພິ່ນ​ບອກ​ພວກ​ລູກສິດ​ໃຫ້​ເວົ້າ​ເຖິງ​ເລື່ອງ​ນີ້​ນຳ. ເພິ່ນ​ບອກ​ວ່າ: “ຂໍ​ພະອົງ​ຊ່ວຍ​ພວກ​ເຮົາ​ຢ່າ​ໃຫ້​ຍອມແພ້​ຕໍ່​ການ​ລໍ້ໃຈ ແລະ​ຂໍ​ຊ່ວຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ຕົວ​ຊົ່ວ​ຮ້າຍ.” (ມທ. 6:13) ພະ​ເຢໂຫວາ​ຢາກ​ຊ່ວຍ​ເຮົາ ແຕ່​ເຮົາ​ຕ້ອງ​ຂໍ​ໃຫ້​ເພິ່ນ​ຊ່ວຍ. ໂຕ​ເຮົາ​ເອງ​ກໍ​ຕ້ອງ​ເຮັດ​ໃຫ້​ສອດ​ຄ່ອງ​ກັບ​ຄຳ​ອະທິດຖານ​ນຳ. ຫ23.05 ໜ້າ 6 ຂໍ້ 15-17

ວັນ​ອັງຄານ​ທີ 9 ທັນວາ

ເຊືອກ 3 ກຽວ​ຈະ​ບໍ່​ຂາດ​ງ່າຍ.—ປຍຈ. 4:12

ຖ້າ​ຜົວ​ກັບ​ເມຍ​ເຫັນຄ່າ​ສາຍ​ສຳພັນ​ທີ່​ເຂົາເຈົ້າ​ມີ​ຕໍ່​ພະ​ເຢໂຫວາ ເຂົາເຈົ້າ​ກໍ​ພ້ອມ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເພິ່ນ ເຊິ່ງ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຫຼີກລ່ຽງ​ແລະ​ແກ້ໄຂ​ບັນຫາ​ທີ່​ອາດ​ຈະ​ເຮັດ​ໃຫ້​ຄວາມ​ຮັກ​ຂອງ​ເຂົາເຈົ້າ​ຈືດ​ຈາງ​ລົງ. ນອກ​ຈາກ​ນັ້ນ ຜູ້​ທີ່​ຮັກ​ພະ​ເຢໂຫວາ​ຍັງ​ຈະ​ພະຍາຍາມ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ສະແດງ​ຄຸນລັກສະນະ​ຕ່າງໆ​ທີ່​ເພິ່ນ​ມີ ເຊັ່ນ: ຄວາມ​ກະລຸນາ ຄວາມ​ອົດທົນ ແລະ​ການ​ໃຫ້​ອະໄພ. (ອຟຊ. 4:32–5:1) ເມື່ອ​ຜົວ​ກັບ​ເມຍ​ສະແດງ​ຄຸນລັກສະນະ​ເຫຼົ່າ​ນີ້ ມັນ​ກໍ​ງ່າຍ​ທີ່​ເຂົາເຈົ້າ​ຈະ​ຮັກ​ກັນ​ຫຼາຍ​ຂຶ້ນ. ພີ່ນ້ອງ​ຍິງ​ຊື່​ລີນາ​ເຊິ່ງ​ແຕ່ງດອງ​ມາ​ດົນ​ກວ່າ 25 ປີ​ໄດ້​ບອກ​ວ່າ: “ມັນ​ງ່າຍ​ທີ່​ຈະ​ຮັກ​ແລະ​ນັບຖື​ຄົນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ.” ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ໃນ​ຄຳພີ​ໄບເບິນ​ນຳ​ກັນ. ເມື່ອ​ພະ​ເຢໂຫວາ​ເລືອກ​ຜູ້​ທີ່​ຈະ​ມາ​ເປັນ​ພໍ່​ແມ່​ຂອງ​ເມຊີອາ​ທີ່​ຈະ​ມາ​ໃນ​ອະນາຄົດ ເພິ່ນ​ໄດ້​ເລືອກ​ໂຢເຊັບ​ແລະ​ມາຣີ​ຈາກ​ລູກ​ຫຼານ​ຂອງ​ດາວິດ. ຍ້ອນຫຍັງ? ຍ້ອນ​ທັງ​ສອງ​ມີ​ສາຍ​ສຳພັນ​ທີ່​ແໜ້ນແຟ້ນ​ກັບ​ພະ​ເຢໂຫວາ ແລະ​ພະ​ເຢໂຫວາ​ກໍ​ຮູ້​ວ່າ​ເຂົາເຈົ້າ​ໃຫ້​ເພິ່ນ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຄູ່​ຂອງ​ເຂົາເຈົ້າ. ຫ23.05 ໜ້າ 21 ຂໍ້ 3-4

ວັນ​ພຸດ​ທີ 10 ທັນວາ

ໃຫ້​ເຊື່ອຟັງ​ແລະ​ຍອມຮັບ​ອຳນາດ​ຂອງ​ຜູ້​ທີ່​ນຳໜ້າ​ພວກ​ເຈົ້າ.—ຮຣ. 13:17

ເຖິງ​ວ່າ​ພະ​ເຢຊູ​ເປັນ​ຜູ້​ນຳ​ທີ່​ສົມບູນແບບ ແຕ່​ຜູ້​ທີ່​ພະ​ເຢຊູ​ໃຊ້​ໃຫ້​ນຳໜ້າ​ຢູ່​ໃນ​ໂລກ​ນີ້​ບໍ່​ສົມບູນແບບ. ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອຟັງ​ເຂົາເຈົ້າ ໂດຍ​ສະເພາະ​ຖ້າ​ເຂົາເຈົ້າ​ຂໍ​ໃຫ້​ເຮົາ​ເຮັດ​ບາງ​ສິ່ງ​ທີ່​ເຮົາ​ບໍ່​ຢາກ​ເຮັດ. ມີ​ເທື່ອ​ໜຶ່ງ​ອັກຄະສາວົກ​ເປໂຕ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ທັນທີ. ຕອນ​ທີ່​ທູດສະຫວັນ​ບອກ​ໃຫ້​ລາວ​ກິນ​ສັດ​ທີ່​ບໍ່​ສະອາດ​ຕາມ​ກົດໝາຍ​ຂອງ​ໂມເຊ ລາວ​ປະຕິເສດ​ບໍ່​ກິນ​ສັດ​ເຫຼົ່າ​ນັ້ນ​ບໍ່​ແມ່ນ​ແຕ່​ເທື່ອ​ດຽວ ແຕ່​ຮອດ 3 ເທື່ອ! (ກຈກ. 10:9-16) ຍ້ອນຫຍັງ? ຍ້ອນ​ການ​ຊີ້ນຳ​ໃໝ່​ນີ້​ມັນ​ແປກ​ສຳລັບ​ລາວ. ກົງ​ກັນ​ຂ້າມ ໂປໂລ​ເຊື່ອຟັງ​ເມື່ອ​ພວກ​ຜູ້​ດູແລ​ໃນ​ເມືອງ​ເຢຣູຊາເລັມ​ແນະນຳ​ໂປໂລ​ໃຫ້​ພາ​ຜູ້​ຊາຍ 4 ຄົນ​ໄປ​ວິຫານ​ນຳ​ແລະ​ເຮັດ​ໃຫ້​ໂຕເອງ​ສະອາດ​ຕາມ​ພິທີກຳ​ພ້ອມ​ກັບ​ເຂົາເຈົ້າ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ຍັງ​ເຊື່ອຟັງ​ກົດໝາຍ​ຂອງ​ໂມເຊ​ຢູ່. ໂປໂລ​ຮູ້​ວ່າ​ຄລິດສະຕຽນ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດໝາຍ​ຂອງ​ໂມເຊ​ແລ້ວ ແລະ​ລາວ​ກໍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ. ແຕ່​ລາວ “ພາ 4 ຄົນ​ນັ້ນ​ໄປ​ນຳ​ແລະ​ຊຳລະ​ຕົວ​ຕາມ​ພິທີກຳ​ພ້ອມ​ກັບ​ພວກ​ເຂົາ.” (ກຈກ. 21:23, 24, 26) ຍ້ອນ​ໂປໂລ​ເຊື່ອຟັງ​ຄຳ​ແນະນຳ ລາວ​ຈຶ່ງ​ຊ່ວຍ​ຮັກສາ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ພວກ​ພີ່ນ້ອງ.—ຣມ. 14:19, 21. ຫ23.10 ໜ້າ 10 ຂໍ້ 15-16

ວັນ​ພະຫັດ​ທີ 11 ທັນວາ

ພວກ​ເຈົ້າ​ຕ້ອງ​ຢ້ານຢຳ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.—ພບຍ. 10:20

ເຈົ້າ​ອາດ​ຈະ​ບໍ່​ຄິດ​ວ່າ​ຄວາມ​ຢ້ານຢຳ​ຈະ​ເຮັດ​ໃຫ້​ຄົນ​ເຮົາ​ເປັນ​ໝູ່​ສະໜິດ​ກັນ​ໄດ້. ແຕ່​ຄົນ​ທີ່​ຢາກ​ສະໜິດ​ກັບ​ພະ​ເຢໂຫວາ​ຕ້ອງ “ຢ້ານຢຳ” ເພິ່ນ. ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ສ່ຳ​ໃດ​ແລ້ວ ເຮົາ​ທຸກ​ຄົນ​ກໍ​ຕ້ອງ​ຢ້ານຢຳ​ເພິ່ນ​ສະເໝີ. ແຕ່​ການ​ຢ້ານຢຳ​ພະ​ເຢໂຫວາ​ໝາຍ​ຄວາມ​ວ່າ​ແນວ​ໃດ? ຄົນ​ທີ່​ຢ້ານຢຳ​ພະ​ເຢໂຫວາ​ຈະ​ຮັກ​ເພິ່ນ​ແລະ​ບໍ່​ຢາກ​ເຮັດ​ສິ່ງ​ໃດ​ທີ່​ຈະ​ທຳລາຍ​ສາຍ​ສຳພັນ​ທີ່​ລາວ​ມີ​ກັບ​ພະ​ເຢໂຫວາ. ພະ​ເຢຊູ​ກໍ “ຢຳເກງ” ພະ​ເຢໂຫວາ. (ຮຣ. 5:7) ເພິ່ນ​ບໍ່​ໄດ້​ຮູ້ສຶກ​ຢ້ານ​ພະ​ເຢໂຫວາ ແຕ່​ເພິ່ນ​ຮັກ​ແລະ​ເຕັມໃຈ​ເຊື່ອຟັງ​ພະ​ເຢໂຫວາ. (ອຊຢ. 11:2, 3; ຢຮ. 14:21, 31) ເຮົາ​ກໍ​ສາມາດ​ເຮັດ​ຄື​ກັບ​ພະ​ເຢຊູ​ໄດ້​ໂດຍ​ສະແດງ​ຄວາມ​ນັບຖື​ແລະ​ຢ້ານຢຳ​ພະ​ເຢໂຫວາ​ຍ້ອນ​ເພິ່ນ​ສະແດງ​ຄວາມ​ຮັກ​ໃນ​ທຸກ​ສິ່ງ​ທີ່​ເພິ່ນ​ເຮັດ. ເພິ່ນ​ເປັນ​ພະເຈົ້າ​ທີ່​ສະຫຼາດ ຍຸຕິທຳ ແລະ​ມີ​ລິດເດດ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ແລະ​ສົນໃຈ​ວ່າ​ເຮົາ​ເຮັດ​ຕາມ​ທີ່​ເພິ່ນ​ສອນ​ຫຼື​ບໍ່. ສິ່ງ​ທີ່​ເຮົາ​ເຮັດ​ມີ​ຜົນ​ຕໍ່​ເພິ່ນ​ນຳ ເຊັ່ນ: ຖ້າ​ເຮົາ​ບໍ່​ເຊື່ອຟັງ ພະ​ເຢໂຫວາ​ກໍ​ເສຍໃຈ ແລະ​ຖ້າ​ເຮົາ​ເຊື່ອຟັງ ເພິ່ນ​ກໍ​ດີ​ໃຈ​ແລະ​ມີ​ຄວາມ​ສຸກ.—ພສ. 78:41; ສພສ. 27:11. ຫ23.06 ໜ້າ 14 ຂໍ້ 1-2; ໜ້າ 15 ຂໍ້ 5

ວັນ​ສຸກ​ທີ 12 ທັນວາ

ເມື່ອ​ມີ​ອຳນາດ​ແລ້ວ ລາວ​ກໍ​ກາຍ​ເປັນ​ຄົນ​ຈອງຫອງ​ຈົນ​ເຮັດ​ໃຫ້​ໂຕເອງ​ຈິບຫາຍ. ລາວ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ.—2ຂຄ. 26:16

ຕອນ​ທີ່​ອຸດຊີຢາ​ມີ​ອຳນາດ​ຫຼາຍ ລາວ​ບໍ່​ໄດ້​ເຫັນ​ຄຸນຄ່າ​ສິ່ງ​ຕ່າງໆ​ທີ່​ພະ​ເຢໂຫວາ​ເຄີຍ​ເຮັດ​ເພື່ອ​ລາວ. ບົດ​ຮຽນ​ແມ່ນ​ຫຍັງ? ເຮົາ​ຕ້ອງ​ຈື່​ໄວ້​ສະເໝີ​ວ່າ​ສິ່ງ​ດີໆ​ແລະ​ວຽກ​ຮັບໃຊ້​ທີ່​ເຮົາ​ເຮັດ​ທັງໝົດ​ມາ​ຈາກ​ພະ​ເຢໂຫວາ. ແທນ​ທີ່​ເຮົາ​ຈະ​ອວດ​ເລື່ອງ​ຄວາມ​ສາມາດ​ຂອງ​ໂຕເອງ ເຮົາ​ຄວນ​ຍົກຍ້ອງ​ພະ​ເຢໂຫວາ​ທີ່​ຊ່ວຍ​ເຮົາ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້. (1ກຣ. 4:7) ເຮົາ​ຕ້ອງ​ຍອມຮັບ​ວ່າ​ເຮົາ​ເປັນ​ມະນຸດ​ທີ່​ບໍ່​ສົມບູນແບບ​ແລະ​ຕ້ອງ​ໄດ້​ຮັບ​ຄຳ​ແນະນຳ​ຕະຫຼອດ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ອາຍຸ​ປະມານ 60 ປີ​ບອກ​ວ່າ:  “ຂ້ອຍ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ບໍ່​ໃຈ​ຮ້າຍ​ແລະ​ບໍ່​ທໍ້ໃຈ​ເມື່ອ​ຄົນ​ອື່ນ​ໃຫ້​ຄຳ​ແນະນຳ​ຕອນ​ທີ່​ຂ້ອຍ​ເຮັດ​ຜິດ.  ແຕ່​ຂ້ອຍ​ຈະ​ພະຍາຍາມ​ແກ້ໄຂ​ໂຕເອງ​ແລະ​ພະຍາຍາມ​ກ້າວໜ້າ​ຕໍ່ໆ​ໄປ.”  ຖ້າ​ເຮົາ​ຢ້ານຢຳ​ພະ​ເຢໂຫວາ​ແລະ​ເປັນ​ຄົນ​ຖ່ອມ​ສະເໝີ ເຮົາ​ກໍ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ.—ສພສ. 22:4. ຫ23.09 ໜ້າ 10 ຂໍ້ 10-11

ວັນ​ເສົາ​ທີ 13 ທັນວາ

ພວກ​ເຈົ້າ​ຕ້ອງ​ອົດທົນ ເພື່ອ​ວ່າ​ເມື່ອ​ພວກ​ເຈົ້າ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ແລ້ວ ພວກ​ເຈົ້າ​ຈະ​ໄດ້​ຮັບ​ສິ່ງ​ທີ່​ເພິ່ນ​ສັນຍາ.—ຮຣ. 10:36

ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຈຳເປັນ​ຕ້ອງ​ມີ​ຄວາມ​ອົດທົນ. ນອກ​ຈາກ​ເຂົາເຈົ້າ​ຈະ​ຕ້ອງ​ອົດທົນ​ກັບ​ບັນຫາ​ທົ່ວໄປ​ທີ່​ຄົນ​ສ່ວນ​ຫຼາຍ​ເຈິ​ແລ້ວ ເຂົາເຈົ້າ​ກໍ​ຍັງ​ຕ້ອງ​ເຈິ​ກັບ​ບັນຫາ​ອື່ນໆ​ອີກ​ຍ້ອນ​ເຂົ້າ​ມາ​ເປັນ​ຄລິດສະຕຽນ. ເຂົາເຈົ້າ​ຫຼາຍ​ຄົນ​ຖືກ​ຂົ່ມເຫງ​ບໍ່​ແມ່ນ​ແຕ່​ຈາກ​ພວກ​ຫົວໜ້າ​ສາສະໜາ​ຄົນ​ຢິວ​ແລະ​ອຳນາດ​ການ​ປົກຄອງ​ໂຣມ​ເທົ່າ​ນັ້ນ ແຕ່​ເຂົາເຈົ້າ​ຍັງ​ຖືກ​ຂົ່ມເຫງ​ຈາກ​ຄອບຄົວ​ຂອງ​ໂຕເອງ​ນຳ. (ມທ. 10:21) ບາງ​ເທື່ອ​ເຂົາເຈົ້າ​ກໍ​ຕ້ອງ​ຕໍ່ສູ້​ກັບ​ອິດທິພົນ​ຂອງ​ພວກ​ທໍລະຍົດ​ພະເຈົ້າ​ທີ່​ສ້າງ​ຄວາມ​ແຕກ​ແຍກ​ໃນ​ປະຊາຄົມ​ແລະ​ຄຳສອນ​ປອມ​ຂອງ​ຄົນ​ພວກ​ນັ້ນ. (ກຈກ. 20:29, 30) ເຖິງ​ວ່າ​ຈະ​ເຈິ​ຄວາມ​ລຳບາກ​ແບບ​ນີ້ ແຕ່​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ກໍ​ຍັງ​ອົດທົນ​ໄດ້​ແລະ​ສັດຊື່​ຢູ່​ສະເໝີ. (ພນມ. 2:3) ເຂົາເຈົ້າ​ອົດທົນ​ໄດ້​ແນວ​ໃດ? ເຂົາເຈົ້າ​ຄິດ​ເຖິງ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ ເຊັ່ນ ຕົວຢ່າງ​ຂອງ​ໂຢບ. (ຢກບ. 5:10, 11) ເຂົາເຈົ້າ​ໄດ້​ອະທິດຖານ​ຂໍ​ກຳລັງ​ຈາກ​ພະ​ເຢໂຫວາ. (ກຈກ. 4:29-31) ນອກ​ຈາກ​ນັ້ນ ເຂົາເຈົ້າ​ຄິດ​ເຖິງ​ຜົນ​ດີ​ທີ່​ຈະ​ໄດ້​ຮັບ​ຖ້າ​ເຂົາເຈົ້າ​ສະແດງ​ຄວາມ​ອົດທົນ. (ກຈກ. 5:41) ເຮົາ​ກໍ​ອົດທົນ​ໄດ້​ຄື​ກັນ​ຖ້າ​ເຮົາ​ເບິ່ງ​ຕົວຢ່າງ​ຄວາມ​ອົດທົນ​ຂອງ​ຄົນ​ໃນ​ຄຳພີ​ໄບເບິນ​ແລະ​ໃນ​ປຶ້ມ​ຕ່າງໆ​ຂອງ​ອົງການ​ແລະ​ຄິດ​ຕຶກຕອງ​ເປັນ​ປະຈຳ​ກ່ຽວກັບ​ເລື່ອງ​ນີ້. ຫ23.07 ໜ້າ 3 ຂໍ້ 5-6

ວັນ​ອາທິດ​ທີ 14 ທັນວາ

ພວກ​ເຈົ້າ​ຕ້ອງ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ແລະ​ການ​ເຊື່ອຟັງ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ສະເໝີ ແລ້ວ​ເພິ່ນ​ຈະ​ໃຫ້​ພວກ​ເຈົ້າ​ມີ​ທຸກ​ສິ່ງ​ທີ່​ຈຳເປັນ.—ມທ. 6:33

ພະ​ເຢໂຫວາ​ກັບ​ພະ​ເຢຊູ​ຈະ​ບໍ່​ໝົດ​ຫວັງ​ໃນ​ໂຕ​ເຮົາ. ຫຼັງ​ຈາກ​ທີ່​ເປໂຕ​ປະຕິເສດ​ວ່າ​ບໍ່​ຮູ້​ຈັກ​ພະ​ເຢຊູ ລາວ​ກໍ​ຕ້ອງ​ຕັດສິນໃຈ​ໃນ​ເລື່ອງ​ທີ່​ສຳຄັນ ນັ້ນ​ຄື​ລາວ​ຈະ​ພະຍາຍາມ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ຕໍ່​ໄປ​ຫຼື​ຈະ​ເຊົາ​ເປັນ. ພະ​ເຢຊູ​ໄດ້​ອ້ອນວອນ​ພະ​ເຢໂຫວາ​ວ່າ ຂໍ​ຢ່າ​ໃຫ້​ຄວາມ​ເຊື່ອ​ຂອງ​ເປໂຕ​ໝົດ​ໄປ. ພະ​ເຢຊູ​ບອກ​ເປໂຕ​ກ່ຽວກັບ​ຄຳ​ອະທິດຖານ​ນັ້ນ​ແລະ​ສະແດງ​ຄວາມ​ໝັ້ນໃຈ​ວ່າ ຕໍ່​ໄປ​ເປໂຕ​ຈະ​ຊ່ວຍ​ພີ່ນ້ອງ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ໄດ້. (ລກ. 22:31, 32) ເປໂຕ​ຕ້ອງ​ໝັ້ນໃຈ​ຫຼາຍ​ແທ້ໆ​ເມື່ອ​ຄິດ​ເຖິງ​ຄຳເວົ້າ​ຂອງ​ພະ​ເຢຊູ. ເມື່ອ​ເຮົາ​ຕ້ອງ​ຕັດສິນໃຈ​ໃນ​ເລື່ອງ​ທີ່​ສຳຄັນ ພະ​ເຢໂຫວາ​ອາດ​ໃຊ້​ຜູ້​ດູແລ​ໃຫ້​ຊ່ວຍ​ເຮົາ​ໝັ້ນໃຈ​ວ່າ​ເຮົາ​ສາມາດ​ຮັກສາ​ຄວາມ​ເຊື່ອ​ຕໍ່ໆ​ໄປ​ໄດ້. (ອຟຊ. 4:8, 11) ຄື​ກັບ​ທີ່​ພະ​ເຢໂຫວາ​ໃຫ້​ເປໂຕ​ແລະ​ອັກຄະສາວົກ​ຄົນ​ອື່ນໆ​ມີ​ສິ່ງ​ຈຳເປັນ​ໃນ​ຊີວິດ ເພິ່ນ​ກໍ​ຈະ​ເບິ່ງແຍງ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ຄື​ກັນ​ຖ້າ​ເຮົາ​ໃຫ້​ວຽກ​ຮັບໃຊ້​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ຫ23.09 ໜ້າ 24-25 ຂໍ້ 14-15

ວັນ​ຈັນ​ທີ 15 ທັນວາ

ຄົນ​ທີ່​ໃຈ​ດີ​ກັບ​ຄົນ​ຕ່ຳຕ້ອຍ​ກໍ​ສ່ຳ​ກັບ​ໃຫ້​ພະ​ເຢໂຫວາ​ຢືມ ແລະ​ເພິ່ນ​ຈະ​ຕອບ​ແທນ​ຄົນ​ນັ້ນ​ສຳລັບ​ສິ່ງ​ທີ່​ລາວ​ເຮັດ.—ສພສ. 19:17

ພະ​ເຢໂຫວາ​ສັງເກດ​ເຫັນ​ສິ່ງ​ດີໆ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ເພື່ອ​ຄົນ​ອື່ນ. ແມ່ນ​ແຕ່​ສິ່ງ​ເລັກໆ​ນ້ອຍໆ​ເພິ່ນ​ກໍ​ຖື​ວ່າ​ເປັນ​ເຄື່ອງ​ບູຊາ​ທີ່​ມີ​ຄ່າ​ຫຼາຍ ແລະ​ເພິ່ນ​ຍັງ​ຖື​ວ່າ​ເພິ່ນ​ເປັນ​ໜີ້​ທີ່​ຈະ​ຕ້ອງ​ຕອບ​ແທນ​ເຮົາ. ຖ້າ​ເຈົ້າ​ເຄີຍ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຫຼື​ເຄີຍ​ເປັນ​ຜູ້​ດູແລ​ມາ​ກ່ອນ ແຕ່​ຕອນນີ້​ບໍ່​ໄດ້​ເປັນ​ແລ້ວ ພະ​ເຢໂຫວາ​ກໍ​ຍັງ​ບໍ່​ລືມ​ຄວາມ​ຮັກ​ທີ່​ເຈົ້າ​ມີ​ແລະ​ວຽກ​ທີ່​ເຈົ້າ​ເຄີຍ​ເຮັດ. (1ກຣ. 15:58) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ສັງເກດ​ເຫັນ​ວ່າ​ເຈົ້າ​ຍັງ​ສະແດງ​ຄວາມ​ຮັກ​ຕໍ່ໆ​ໄປ. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ທຸກ​ຄົນ​ຮັກ​ເພິ່ນ​ແລະ​ຮັກ​ຄົນ​ອື່ນ​ຫຼາຍ​ຂຶ້ນ. ເຮົາ​ຈະ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໂດຍ​ອ່ານ​ຄຳພີ​ໄບເບິນ ຄິດ​ຕຶກຕອງ ແລະ​ອະທິດຖານ​ຫາ​ເພິ່ນ​ເປັນ​ປະຈຳ. ເຮົາ​ຈະ​ຮັກ​ພີ່ນ້ອງ​ຫຼາຍ​ຂຶ້ນ​ໂດຍ​ຊອກ​ຫາ​ວິທີ​ຊ່ວຍ​ເຫຼືອ​ເຂົາເຈົ້າ. ຖ້າ​ເຮົາ​ພະຍາຍາມ​ສະແດງ​ຄວາມ​ຮັກ​ຫຼາຍ​ຂຶ້ນ ເຮົາ​ກໍ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ແລະ​ພີ່ນ້ອງ​ຫຼາຍ​ຂຶ້ນ ແລະ​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ແລະ​ກັບ​ພີ່ນ້ອງ​ຕະຫຼອດ​ໄປ! ຫ23.07 ໜ້າ 10 ຂໍ້ 11; ໜ້າ 11 ຂໍ້ 13; ໜ້າ 13 ຂໍ້ 18

ວັນ​ອັງຄານ​ທີ 16 ທັນວາ

ແຕ່​ລະ​ຄົນ​ຕ້ອງ​ແບກ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ໂຕເອງ.—ຄລຕ. 6:5

ຄລິດສະຕຽນ​ແຕ່​ລະ​ຄົນ​ຕ້ອງ​ຕັດສິນໃຈ​ເອົາ​ເອງ​ວ່າ​ຈະ​ເບິ່ງແຍງ​ສຸຂະພາບ​ຂອງ​ໂຕເອງ​ແນວ​ໃດ. ໃນ​ຄຳພີ​ໄບເບິນ​ມີ​ກົດ​ບໍ່​ເທົ່າ​ໃດ​ຂໍ້​ກ່ຽວກັບ​ເລື່ອງ​ນີ້ ນັ້ນ​ຄື: ຄຳ​ສັ່ງ​ຫ້າມ​ໃສ່​ເລືອດ​ແລະ​ຫ້າມ​ກ່ຽວ​ຂ້ອງ​ກັບ​ໄສຍະສາດ. (ກຈກ. 15:20; ຄລຕ. 5:19, 20) ນອກ​ຈາກ​ເລື່ອງ​ເຫຼົ່າ​ນີ້​ແລ້ວ ເຮົາ​ກໍ​ຕ້ອງ​ຕັດສິນໃຈ​ເອົາ​ເອງ​ວ່າ​ຈະ​ເບິ່ງແຍງ​ສຸຂະພາບ​ຂອງ​ເຮົາ​ແນວ​ໃດ. ບໍ່​ວ່າ​ເຮົາ​ຈະ​ມັກ​ການ​ປິ່ນປົວ​ແລະ​ການ​ຮັກສາ​ສຸຂະພາບ​ແບບ​ໃດ​ແບບ​ໜຶ່ງ​ເປັນ​ພິເສດ ແຕ່​ເຮົາ​ຕ້ອງ​ນັບຖື​ສິດ​ໃນ​ການ​ຕັດສິນໃຈ​ຂອງ​ຄົນ​ອື່ນ​ທີ່​ຈະ​ເລືອກ​ເອງ​ວ່າ​ຈະ​ປິ່ນປົວ​ແບບ​ໃດ. ເຮົາ​ຕ້ອງ​ຈື່​ໄວ້​ວ່າ: (1) ມີ​ແຕ່​ການ​ປົກຄອງ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ແກ້ໄຂ​ແລະ​ປິ່ນປົວ​ພະຍາດ​ທຸກ​ຢ່າງ​ໄດ້​ຢ່າງ​ຖາວອນ. (ອຊຢ. 33:24) (2) ຄລິດສະຕຽນ​ແຕ່​ລະ​ຄົນ​ຕ້ອງ “ໝັ້ນໃຈ” ໃນ​ສິ່ງ​ທີ່​ໂຕເອງ​ເລືອກ. (ຣມ. 14:5) (3) ເຮົາ​ຈະ​ບໍ່​ຕັດສິນ​ຄົນ​ອື່ນ ຫຼື​ເຮັດ​ໃຫ້​ຄົນ​ອື່ນ​ຫຼົງ​ເຮັດ​ຜິດ​ແລ້ວ​ຖິ້ມ​ຄວາມ​ເຊື່ອ. (ຣມ. 14:13) (4) ຄລິດສະຕຽນ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ ແລະ​ເຖິງ​ວ່າ​ເຮົາ​ຈະ​ມີ​ສິດ​ທີ່​ຈະ​ເລືອກ​ການ​ເບິ່ງແຍງ​ສຸຂະພາບ​ຂອງ​ເຮົາ​ເອງ ແຕ່​ເຮົາ​ຈະ​ບໍ່​ໃຫ້​ເລື່ອງ​ນີ້​ສຳຄັນ​ກວ່າ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ປະຊາຄົມ.—ຣມ. 14:15, 19, 20. ຫ23.07 ໜ້າ 24 ຂໍ້ 15

ວັນ​ພຸດ​ທີ 17 ທັນວາ

ຕະຫຼອດ​ໄລຍະ​ທີ່​ລາວ​ເປັນ​ນາຊີຣີ ພະ​ເຢໂຫວາ​ຈະ​ຖື​ວ່າ​ລາວ​ບໍລິສຸດ.—ຈຊບ. 6:8

ເຈົ້າ​ຮັກ​ພະ​ເຢໂຫວາ​ບໍ? ແນ່ນອນ​ວ່າ​ເຈົ້າ​ຮັກ​ເພິ່ນ! ຕັ້ງແຕ່​ສະໄໝ​ແຕ່​ກີ້​ຫຼາຍ​ຄົນ​ກໍ​ຮູ້ສຶກ​ຄື​ກັນ​ກັບ​ເຈົ້າ. (ພສ. 104:33, 34) ຫຼາຍ​ຄົນ​ໄດ້​ເສຍ​ສະລະ​ເພື່ອ​ຈະ​ນະມັດສະການ​ພະ​ເຢໂຫວາ. ໜຶ່ງ​ໃນ​ນັ້ນ​ແມ່ນ​ພວກ​ນາຊີຣີ ຫຼື “ຄົນ​ທີ່​ອຸທິດ​ໂຕ​ໄວ້.” ມີ​ການ​ໃຊ້​ຄຳ​ວ່າ​ນາຊີຣີ​ເມື່ອ​ເວົ້າ​ເຖິງ​ຄົນ​ອິດສະຣາເອນ​ທີ່​ກະຕືລືລົ້ນ​ເຊິ່ງ​ເຕັມໃຈ​ເສຍ​ສະລະ​ຫຼາຍ​ຢ່າງ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ໃນ​ແບບ​ພິເສດ. ກົດໝາຍ​ຂອງ​ໂມເຊ​ບອກ​ວ່າ​ຜູ້​ຊາຍ​ຫຼື​ຜູ້​ຍິງ​ກໍ​ສາບານ​ເປັນ​ນາຊີຣີ​ໄດ້​ໄລຍະ​ໜຶ່ງ​ເພື່ອ​ພະ​ເຢໂຫວາ. (ຈຊບ. 6:1, 2) ການ​ສາບານ​ແລະ​ການ​ປະຕິຍານ​ແບບ​ນັ້ນ​ກ່ຽວ​ຂ້ອງ​ກັບ​ການ​ເຮັດ​ຕາມ​ຂໍ້​ກຳນົດ​ບາງ​ຢ່າງ ເຊິ່ງ​ບໍ່​ແມ່ນ​ສິ່ງ​ທີ່​ຄົນ​ອິດສະຣາເອນ​ທຸກ​ຄົນ​ຕ້ອງ​ເຮັດ. ຄັນຊັ້ນ​ເປັນ​ຫຍັງ​ຄົນ​ອິດສະຣາເອນ​ບາງ​ຄົນ​ຈຶ່ງ​ເລືອກ​ທີ່​ຈະ​ສາບານ​ເປັນ​ນາຊີຣີ? ຍ້ອນ​ເຂົາເຈົ້າ​ຮັກ​ພະ​ເຢໂຫວາ​ຫຼາຍ​ແລະ​ເຫັນຄ່າ​ສິ່ງ​ດີໆ​ທີ່​ເພິ່ນ​ເຮັດ​ເພື່ອ​ເຂົາເຈົ້າ.—ພບຍ. 6:5; 16:17. ຫ24.02 ໜ້າ 14 ຂໍ້ 1-2

ວັນ​ພະຫັດ​ທີ 18 ທັນວາ

ພະ​ເຢໂຫວາ . . . ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ຄົນ​ທີ່​ຮັກ​ພະອົງ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະອົງ.—ດນອ. 9:4

ໃນ​ຄຳພີ​ໄບເບິນ​ພາກ​ພາສາ​ເຮັບເຣີ ຄຳ​ທີ່​ແປ​ວ່າ “ຄວາມ​ພັກດີ” ຫຼື “ຄວາມ​ຮັກ​ທີ່​ໝັ້ນຄົງ” ໝາຍເຖິງ​ຄວາມ​ຮັກ​ທີ່​ເກີດ​ຈາກ​ຄວາມ​ຜູກພັນ​ທີ່​ເລິກ​ເຊິ່ງ ແລະ​ຄຳ​ນີ້​ມັກ​ໃຊ້​ເມື່ອ​ເວົ້າ​ເຖິງ​ຄວາມ​ຮັກ​ທີ່​ພະເຈົ້າ​ມີ​ຕໍ່​ຜູ້​ຮັບໃຊ້​ຂອງ​ເພິ່ນ. ຄຳ​ນີ້​ຍັງ​ໃຊ້​ກັບ​ຄວາມ​ຮັກ​ທີ່​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ມີ​ຕໍ່​ກັນ​ນຳ. (2ຊມ. 9:6, 7) ຄວາມ​ພັກດີ​ສາມາດ​ເພີ່ມ​ຂຶ້ນ​ໄດ້​ເມື່ອ​ເວລາ​ຜ່ານ​ໄປ. ໃຫ້​ເຮົາ​ເບິ່ງ​ວ່າ​ຕົວຢ່າງ​ຂອງ​ດານີເອນ​ເຮັດ​ໃຫ້​ເຫັນ​ເລື່ອງ​ນີ້​ແນວ​ໃດ. ຕະຫຼອດ​ຊີວິດ​ຂອງ​ດານີເອນ ລາວ​ເຈິ​ເຫດການ​ຫຼາຍ​ຢ່າງ​ທີ່​ທົດສອບ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ. ແຕ່​ມີ​ເຫດການ​ໜຶ່ງ​ທີ່​ໜັກ​ທີ່​ສຸດ​ເຊິ່ງ​ເກີດຂຶ້ນ​ຕອນ​ລາວ​ອາຍຸ 90 ກວ່າ​ປີ​ແລ້ວ. ພວກ​ຂ້າລາຊະການ​ຫຼາຍ​ຄົນ​ບໍ່​ມັກ​ດານີເອນ​ແລະ​ບໍ່​ນັບຖື​ພະ​ເຢໂຫວາ. ເຂົາເຈົ້າ​ຈຶ່ງ​ວາງ​ແຜນ​ເພື່ອ​ໃຫ້​ດານີເອນ​ຖືກ​ຂ້າ. ເຂົາເຈົ້າ​ໄດ້​ໄປ​ຂໍ​ໃຫ້​ກະສັດ​ອອກ​ຄຳ​ສັ່ງ​ຢ່າງ​ໜຶ່ງ​ເພື່ອ​ຈະ​ທົດສອບ​ວ່າ​ດານີເອນ​ພັກດີ​ຕໍ່​ກະສັດ​ຫຼື​ພັກດີ​ຕໍ່​ພະ​ເຢໂຫວາ. ສິ່ງ​ທີ່​ດານີເອນ​ຕ້ອງ​ເຮັດ​ເພື່ອ​ພິສູດ​ວ່າ​ລາວ​ພັກດີ​ຕໍ່​ກະສັດ​ຄື​ກັບ​ຄົນ​ອື່ນໆ​ກໍ​ຄື ລາວ​ຕ້ອງ​ບໍ່​ອະທິດຖານ​ຫາ​ພະ​ເຢໂຫວາ​ເປັນ​ເວລາ 30 ມື້. ແຕ່​ດານີເອນ​ຕັ້ງໃຈ​ທີ່​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ.—ດນອ. 6:12-15, 20-22. ຫ23.08 ໜ້າ 5 ຂໍ້ 10-12

ວັນ​ສຸກ​ທີ 19 ທັນວາ

ໃຫ້​ພວກ​ເຮົາ​ຮັກ​ກັນ​ຕໍ່ໆ​ໄປ.—1ຢຮ. 4:7

ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ຕໍ່ໆ​ໄປ. ຖ້າ​ພີ່ນ້ອງ​ບາງ​ຄົນ​ເຮັດ​ໃຫ້​ເຮົາ​ເສຍໃຈ ເຮົາ​ຄວນ​ຄິດ​ວ່າ​ລາວ​ອາດ​ບໍ່​ໄດ້​ຕັ້ງໃຈ​ເຮັດ​ໃຫ້​ເຮົາ​ເຈັບ ແລະ​ລາວ​ເອງ​ກໍ​ກຳລັງ​ພະຍາຍາມ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ. (ສພສ. 12:18) ພະ​ເຢໂຫວາ​ຮັກ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທຸກ​ຄົນ​ເຖິງ​ວ່າ​ເຂົາເຈົ້າ​ມີ​ຂໍ້​ບົກ​ພ່ອງ. ເມື່ອ​ເຮົາ​ເຮັດ​ຜິດ ພະ​ເຢໂຫວາ​ບໍ່​ໄດ້​ຖິ້ມ​ເຮົາ​ຫຼື​ບໍ່​ໄດ້​ຄຽດ​ໃຫ້​ເຮົາ​ຕະຫຼອດ​ໄປ. (ພສ. 103:9) ເປັນ​ເລື່ອງ​ສຳຄັນ​ແທ້ໆ​ທີ່​ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ພະເຈົ້າ​ທີ່​ໃຫ້​ອະໄພ! (ອຟຊ. 4:32–5:1) ໃຫ້​ຈື່​ໄວ້​ວ່າ​ແຮ່ງ​ຈຸດຈົບ​ຂອງ​ໂລກ​ນີ້​ໃກ້​ເຂົ້າ​ມາ ເຮົາ​ກໍ​ແຮ່ງ​ຕ້ອງ​ສະໜິດ​ກັບ​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ. ເຮົາ​ຄາດໝາຍ​ໄດ້​ເລີຍ​ວ່າ​ການ​ຂົ່ມເຫງ​ຈະ​ຮຸນແຮງ​ຂຶ້ນ​ເລື້ອຍໆ. ເຮົາ​ອາດ​ເຖິງຂັ້ນ​ຕ້ອງ​ຕິດ​ຄຸກ​ຍ້ອນ​ຄວາມ​ເຊື່ອ. ຖ້າ​ເປັນ​ແບບ​ນັ້ນ ເຮົາ​ຈະ​ຕ້ອງການ​ພີ່ນ້ອງ​ຫຼາຍ​ກວ່າ​ທີ່​ຜ່ານ​ມາ.—ສພສ. 17:17. ຫ24.03 ໜ້າ 15-16 ຂໍ້ 6-7

ວັນ​ເສົາ​ທີ 20 ທັນວາ

ພະ​ເຢໂຫວາ​ຊີ້ນຳ​ບາດ​ກ້າວ​ຂອງ​ມະນຸດ.—ສພສ. 20:24

ຄຳພີ​ໄບເບິນ​ມີ​ເລື່ອງ​ຂອງ​ໄວລຸ້ນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ​ເຊິ່ງ​ເພິ່ນ​ພໍໃຈ​ເຂົາເຈົ້າ​ແລະ​ຊີວິດ​ຂອງ​ເຂົາເຈົ້າ​ກໍ​ມີ​ຄວາມ​ສຸກ. ດາວິດ​ເປັນ​ຜູ້​ໜຶ່ງ​ໃນ​ນັ້ນ. ລາວ​ເລືອກ​ຮັບໃຊ້​ພະ​ເຢໂຫວາ​ຕັ້ງແຕ່​ອາຍຸ​ຍັງ​ນ້ອຍ ແລະ​ຕໍ່​ມາ​ລາວ​ກໍ​ເປັນ​ກະສັດ​ທີ່​ພັກດີ. (1ກສ. 3:6; 9:4, 5; 14:8) ຖ້າ​ເຈົ້າ​ຮຽນ​ເລື່ອງ​ຂອງ​ດາວິດ ຕົວຢ່າງ​ຂອງ​ລາວ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ໄດ້. ເຈົ້າ​ອາດ​ຈະ​ຮຽນ​ເລື່ອງ​ຂອງ​ມາຣະໂກ​ຫຼື​ຕີໂມທຽວ​ກໍ​ໄດ້. ເຈົ້າ​ຈະ​ເຫັນ​ວ່າ​ເຂົາເຈົ້າ​ຮັບໃຊ້​ພະ​ເຢໂຫວາ​ຕັ້ງແຕ່​ອາຍຸ​ຍັງ​ນ້ອຍ​ແລະ​ຮັບໃຊ້​ເພິ່ນ​ຢ່າງ​ສັດຊື່​ຕໍ່ໆ​ໄປ. ການ​ຕັດສິນໃຈ​ຂອງ​ເຂົາເຈົ້າ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ. ຊີວິດ​ຂອງ​ເຈົ້າ​ຈະ​ເປັນ​ແບບ​ໃດ​ກໍ​ຂຶ້ນ​ຢູ່​ກັບ​ວ່າ​ຕອນນີ້​ເຈົ້າ​ໃຊ້​ຊີວິດ​ແນວ​ໃດ. ຖ້າ​ເຈົ້າ​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ບໍ່​ເພິ່ງ​ຄວາມ​ເຂົ້າໃຈ​ຂອງ​ໂຕເອງ ເພິ່ນ​ກໍ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນໃຈ​ແບບ​ທີ່​ສະຫຼາດ. ເຈົ້າ​ເອງ​ກໍ​ຈະ​ມີ​ຊີວິດ​ທີ່​ດີ​ແລະ​ມີ​ຄວາມ​ສຸກ. ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເຫັນຄ່າ​ສິ່ງ​ທີ່​ເຈົ້າ​ເຮັດ​ເພື່ອ​ເພິ່ນ. ບໍ່​ມີ​ຫຍັງ​ຈະ​ດີ​ໄປ​ກວ່າ​ການ​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ພໍ່​ທີ່​ຮັກ​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ. ຫ23.09 ໜ້າ 13 ຂໍ້ 18-19

ວັນ​ອາທິດ​ທີ 21 ທັນວາ

ໃຫ້​ອະໄພ​ກັນ​ຢ່າງ​ໃຈ​ກວ້າງ​ຕໍ່ໆ​ໄປ.—ກລຊ. 3:13

ໂປໂລ​ຮູ້​ວ່າ​ພີ່ນ້ອງ​ເປັນ​ຄົນ​ບໍ່​ສົມບູນແບບ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ລາວ​ໄປ​ປະຊາຄົມ​ຢູ່​ເມືອງ​ເຢຣູຊາເລັມ ພີ່ນ້ອງ​ບາງ​ຄົນ​ບໍ່​ເຊື່ອ​ວ່າ​ລາວ​ເຂົ້າ​ມາ​ເປັນ​ລູກສິດ​ແທ້ໆ. (ກຈກ. 9:26) ຕໍ່​ມາ ມີ​ບາງ​ຄົນ​ເວົ້າ​ບໍ່​ດີ​ລັບຫຼັງ​ໂປໂລ​ແລະ​ເຮັດ​ໃຫ້​ລາວ​ເສຍ​ຊື່​ສຽງ. (2ກຣ. 10:10) ໂປໂລ​ຍັງ​ເຫັນ​ຜູ້​ເບິ່ງແຍງ​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ ເຊິ່ງ​ອາດ​ເຮັດ​ໃຫ້​ພີ່ນ້ອງ​ບາງ​ຄົນ​ບໍ່​ສະບາຍ​ໃຈ. (ຄລຕ. 2:11, 12) ມາຣະໂກ​ທີ່​ເປັນ​ໝູ່​ສະໜິດ​ຂອງ​ໂປໂລ​ເຮັດ​ໃຫ້​ລາວ​ເສຍໃຈ​ແລະ​ຜິດ​ຫວັງ​ຫຼາຍ. (ກຈກ. 15:37, 38) ເລື່ອງ​ທັງໝົດ​ນີ້​ອາດ​ເຮັດ​ໃຫ້​ໂປໂລ​ບໍ່​ຢາກ​ຄົບຫາ​ກັບ​ພີ່ນ້ອງ​ເຫຼົ່າ​ນີ້ ແຕ່​ລາວ​ບໍ່​ໄດ້​ເຮັດ​ແບບ​ນັ້ນ. ລາວ​ເບິ່ງ​ພີ່ນ້ອງ​ໃນ​ແງ່​ດີ​ແລະ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ກະຕືລືລົ້ນ​ຕໍ່ໆ​ໄປ. ອັນ​ໃດ​ຊ່ວຍ​ໂປໂລ​ໃຫ້​ເຮັດ​ແບບ​ນັ້ນ? ໂປໂລ​ຮັກ​ພີ່ນ້ອງ​ຫຼາຍ ລາວ​ຈຶ່ງ​ສົນໃຈ​ແຕ່​ຈຸດ​ດີ​ຂອງ​ເຂົາເຈົ້າ​ແລະ​ເບິ່ງ​ຂ້າມ​ຄວາມ​ບໍ່​ສົມບູນແບບ​ຂອງ​ເຂົາເຈົ້າ. ນອກ​ຈາກ​ນັ້ນ ຄວາມ​ຮັກ​ຍັງ​ຊ່ວຍ​ໂປໂລ​ໃຫ້​ເຮັດ​ຕາມ​ຂໍ້​ພະຄຳພີ​ປະຈຳ​ວັນ​ມື້​ນີ້. ຫ24.03 ໜ້າ 15 ຂໍ້ 4-5

ວັນ​ຈັນ​ທີ 22 ທັນວາ

ທາດ​ຂອງ​ຜູ້​ເປັນ​ນາຍ​ບໍ່​ຄວນ​ຜິດ​ຖຽງ​ກັບ​ຜູ້​ໃດ ແຕ່​ຄວນ​ສຸພາບ​ອ່ອນໂຍນ​ຕໍ່​ທຸກ​ຄົນ.—2ຕມ. 2:24

ໃນ​ຄຳພີ​ໄບເບິນ​ມີ​ຫຼາຍ​ເລື່ອງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ອ່ອນໂຍນ​ເປັນ​ຄຸນລັກສະນະ​ທີ່​ສຳຄັນ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ອີຊາກ. ຕອນ​ທີ່​ລາວ​ຕັ້ງ​ຖິ່ນຖານ​ຢູ່​ເກລາ​ໃນ​ເຂດ​ຂອງ​ພວກ​ຟີລິດສະຕີນ ເຂົາເຈົ້າ​ໄດ້​ອິດສາ​ລາວ​ແລະ​ຖົມ​ນ້ຳ​ສ້າງ​ທີ່​ຄົນ​ຮັບໃຊ້​ຂອງ​ພໍ່​ລາວ​ໄດ້​ຂຸດ​ໄວ້. ແທນ​ທີ່​ອີຊາກ​ຈະ​ຕໍ່ສູ້​ເພື່ອ​ຮັກສາ​ນ້ຳ​ສ້າງ​ໄວ້ ລາວ​ໄດ້​ຍ້າຍ​ໄປ​ຢູ່​ບ່ອນ​ອື່ນ​ແລະ​ຂຸດ​ນ້ຳ​ສ້າງ​ໃໝ່. (ປຖກ. 26:12-18) ແຕ່​ພວກ​ຟີລິດສະຕີນ​ກໍ​ຍັງ​ມາ​ບອກ​ວ່າ​ນ້ຳ​ສ້າງ​ນັ້ນ​ເປັນ​ຂອງ​ເຂົາເຈົ້າ. ເຖິງ​ຈະ​ເປັນ​ແນວ​ນັ້ນ ແຕ່​ອີຊາກ​ກໍ​ຍັງ​ໃຈ​ເຢັນ. (ປຖກ. 26:19-25) ສິ່ງ​ໃດ​ຊ່ວຍ​ອີຊາກ​ໃຫ້​ໃຈ​ເຢັນ​ເຖິງ​ວ່າ​ມີ​ຄົນ​ຕັ້ງໃຈ​ເຮັດ​ໃຫ້​ລາວ​ໃຈ​ຮ້າຍ? ລາວ​ຄື​ຊິ​ເຮັດ​ຕາມ​ຕົວຢ່າງ​ຂອງ​ອັບຣາຮາມ​ພໍ່​ຂອງ​ລາວ​ທີ່​ແກ້ໄຂ​ບັນຫາ​ແບບ​ໃຈ​ເຢັນ ແລະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ຊາຣາ​ແມ່​ຂອງ​ລາວ​ທີ່​ມີ “ໃຈ​ທີ່​ສະຫງົບ​ແລະ​ອ່ອນໂຍນ.”—1ປຕ. 3:4-6; ປຖກ. 21:22-34. ຫ23.09 ໜ້າ 15 ຂໍ້ 4

ວັນ​ອັງຄານ​ທີ 23 ທັນວາ

ເຮົາ​ຕັ້ງໃຈ​ໄວ້​ແນວ​ໃດ ເຮົາ​ກໍ​ຈະ​ເຮັດ​ໃຫ້​ສຳເລັດ.—ອຊຢ. 46:11

ພະ​ເຢໂຫວາ​ໄດ້​ສົ່ງ​ລູກ​ຊາຍ​ຄົນ​ດຽວ​ຂອງ​ເພິ່ນ​ມາ​ໂລກ​ນີ້​ເພື່ອ​ສອນ​ເລື່ອງ​ການ​ປົກຄອງ​ຂອງ​ເພິ່ນ ແລະ​ເພື່ອ​ຕາຍ​ເປັນ​ຄ່າໄຖ່​ເພື່ອ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. ຕໍ່​ມາ ພະ​ເຢໂຫວາ​ໄດ້​ປຸກ​ພະ​ເຢຊູ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ໃຫ້​ເພິ່ນ​ກັບ​ໄປ​ສະຫວັນ​ເພື່ອ​ປົກຄອງ​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ. ເລື່ອງ​ຫຼັກ​ໃນ​ຄຳພີ​ໄບເບິນ​ແມ່ນ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ພົ້ນ​ຈາກ​ຄຳ​ຕຳໜິ​ເມື່ອ​ເພິ່ນ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ທີ່​ມີ​ຕໍ່​ໂລກ​ນີ້​ສຳເລັດ​ໂດຍ​ທາງ​ການ​ປົກຄອງ​ຂອງ​ເພິ່ນ​ທີ່​ມີ​ພະ​ເຢຊູ​ເປັນ​ກະສັດ. ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ບໍ່​ເຄີຍ​ປ່ຽນ. ເພິ່ນ​ສັນຍາ​ວ່າ​ທຸກ​ສິ່ງ​ຈະ​ເກີດຂຶ້ນ​ແທ້​ຕາມ​ທີ່​ເພິ່ນ​ໄດ້​ບອກ​ໄວ້. (ອຊຢ. 46:10; ຮຣ. 6:17, 18) ໃນ​ຕອນ​ນັ້ນ ໂລກ​ຈະ​ກາຍ​ເປັນ​ບ່ອນ​ທີ່​ງາມໆ​ເຊິ່ງ​ລູກ​ຫຼານ​ຂອງ​ອາດາມ​ແລະ​ເອວາ​ທີ່​ສົມບູນແບບ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ “ມີ​ຄວາມ​ສຸກ​ກັບ​ຊີວິດ​ຕະຫຼອດ​ໄປ.” (ພສ. 22:26) ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ເລື່ອງ​ນີ້​ເທົ່າ​ນັ້ນ​ສຳເລັດ. ຄວາມ​ຕ້ອງການ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ເພິ່ນ​ແມ່ນ​ເຮັດ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທີ່​ຢູ່​ໃນ​ສະຫວັນ​ແລະ​ຢູ່​ໃນ​ໂລກ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ການ​ເຊື່ອຟັງ​ເພິ່ນ. ແລ້ວ​ທຸກ​ຄົນ​ໃນ​ໂລກ​ຈະ​ເຊື່ອຟັງ​ພະ​ເຢໂຫວາ​ໃນ​ຖານະ​ຜູ້​ປົກຄອງ​ຂອງ​ເຂົາເຈົ້າ. (ອຟຊ. 1:8-11) ເຈົ້າ​ຮູ້ສຶກ​ງຶດ​ບໍ​ໃນ​ວິທີ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ? ຫ23.10 ໜ້າ 20 ຂໍ້ 7-8

ວັນ​ພຸດ​ທີ 24 ທັນວາ

ພະ​ເຢໂຫວາ​ເວົ້າ​ວ່າ: “ຂໍ​ໃຫ້ . . . ເຂັ້ມແຂງ​ເດີ້ . . . ເຮົາ​ຢູ່​ກັບ​ພວກ​ເຈົ້າ.”—ຮກ. 2:4

ເມື່ອ​ຄົນ​ຢິວ​ທີ່​ອອກ​ຈາກ​ບາບີໂລນ​ໄປ​ຮອດ​ເມືອງ​ເຢຣູຊາເລັມ​ໄດ້​ບໍ່​ດົນ ເຂົາເຈົ້າ​ກໍ​ເຈິ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຫາ​ລ້ຽງ​ຄອບຄົວ ມີ​ຄວາມ​ວຸ່ນວາຍ​ທາງ​ດ້ານ​ການເມືອງ ແລະ​ຖືກ​ຊາດ​ຕ່າງໆ​ທີ່​ຢູ່​ອ້ອມ​ຂ້າງ​ຕໍ່ຕ້ານ. ບາງ​ຄົນ​ຈຶ່ງ​ຮູ້ສຶກ​ວ່າ​ມັນ​ຍາກ​ທີ່​ຈະ​ພະຍາຍາມ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ຄືນ​ໃໝ່. ດັ່ງນັ້ນ ພະ​ເຢໂຫວາ​ຈຶ່ງ​ສັ່ງ​ຜູ້​ພະຍາກອນ​ຮັກກາຍ​ແລະ​ເຊຄາຣີຢາ​ໄປ​ໃຫ້​ກຳລັງ​ໃຈ​ປະຊາຊົນ ເຊິ່ງ​ເກີດ​ຜົນ​ດີ​ແທ້ໆ. (ຮກ. 1:1; ຊຄຢ. 1:1) ປະມານ 50 ປີ​ຕໍ່​ມາ​ຄົນ​ຢິວ​ກໍ​ຕ້ອງການ​ກຳລັງ​ໃຈ​ອີກ. ເອັດຊະຣາ​ທີ່​ຊຳນານ​ໃນ​ການ​ຄັດລອກ​ກົດໝາຍ​ຂອງ​ໂມເຊ​ໄດ້​ເດີນທາງ​ຈາກ​ບາບີໂລນ​ໄປ​ເມືອງ​ເຢຣູຊາເລັມ​ເພື່ອ​ໃຫ້​ກຳລັງ​ໃຈ​ຄົນ​ຢິວ​ແລະ​ກະຕຸ້ນ​ເຂົາເຈົ້າ​ໃຫ້​ຈັດການ​ນະມັດສະການ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. (ອຊຣ. 7:1, 6) ຄຳ​ພະຍາກອນ​ຂອງ​ຮັກກາຍ​ແລະ​ເຊຄາຣີຢາ​ໄດ້​ຊ່ວຍ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ແຕ່​ກີ້​ໃຫ້​ໄວ້​ວາງໃຈ​ພະ​ເຢໂຫວາ​ຕໍ່ໆ​ໄປ​ຕອນ​ທີ່​ເຈິ​ການ​ຕໍ່ຕ້ານ. ໃນ​ທຸກ​ມື້​ນີ້ ຄຳ​ພະຍາກອນ​ເຫຼົ່າ​ນັ້ນ​ກໍ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ ບໍ່​ວ່າ​ເຮົາ​ຈະ​ເຈິ​ບັນຫາ​ແບບ​ໃດ​ກໍ​ຕາມ​ໃນ​ຊີວິດ.—ສພສ. 22:19. ຫ23.11 ໜ້າ 14-15 ຂໍ້ 2-3

ວັນ​ພະຫັດ​ທີ 25 ທັນວາ

ໃຫ້​ປູກ​ຝັງ​ຄວາມ​ຮັກ ຍ້ອນ​ຄວາມ​ຮັກ​ຜູກພັນ​ຄົນ​ເຮົາ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.—ກລຊ. 3:14

ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ໄດ້​ແນວ​ໃດ? ວິທີ​ໜຶ່ງ​ແມ່ນ​ໃຫ້​ກຳລັງ​ໃຈ​ກັນ. ເຮົາ​ສາມາດ​ໃຫ້ “ກຳລັງ​ໃຈ​ກັນ​ສະເໝີ” ຖ້າ​ເຮົາ​ເຫັນອົກເຫັນໃຈ​ກັນ. (1ທຊ. 4:18) ເຮົາ​ຈະ​ຮັກສາ​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ​ໃຫ້​ເຂັ້ມແຂງ​ຢູ່​ສະເໝີ​ໄດ້​ແນວ​ໃດ? ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ໂດຍ​ພະຍາຍາມ​ເຕັມທີ​ທີ່​ຈະ​ຍົກໂທດ​ໃຫ້​ກັນ. ເປັນ​ຫຍັງ​ຕອນນີ້​ການ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ຈຶ່ງ​ເປັນ​ເລື່ອງ​ທີ່​ສຳຄັນ? ເປໂຕ​ໃຫ້​ເຫດຜົນ​ວ່າ “ຈຸດຈົບ​ຂອງ​ທຸກ​ສິ່ງ​ມາ​ໃກ້​ແລ້ວ ດັ່ງນັ້ນ . . . ໃຫ້​ຮັກ​ກັນ​ຫຼາຍໆ.” (1ປຕ. 4:7, 8) ແຮ່ງ​ຈຸດຈົບ​ຂອງ​ໂລກ​ຊົ່ວ​ໃກ້​ເຂົ້າ​ມາ ເຮົາ​ກໍ​ແຮ່ງ​ຄາດໝາຍ​ໄດ້​ວ່າ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ໄວ້​ຈະ​ເກີດຂຶ້ນ​ແນ່ນອນ​ທີ່​ວ່າ: “ທຸກ​ປະເທດ​ຈະ​ກຽດຊັງ​ພວກ​ເຈົ້າ​ຍ້ອນ​ພວກ​ເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ.” (ມທ. 24:9) ເພື່ອ​ຈະ​ຮັບມື​ໄດ້ ເຮົາ​ຕ້ອງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ຊາຕານ​ກໍ​ບໍ່​ສາມາດ​ເຮັດ​ໃຫ້​ເຮົາ​ແຕກ​ແຍກ​ກັນ​ໄດ້​ຍ້ອນ​ເຮົາ​ຮັກ​ກັນ.—ຟລປ. 2:1, 2. ຫ23.11 ໜ້າ 13 ຂໍ້ 18-19

ວັນ​ສຸກ​ທີ 26 ທັນວາ

ພວກ​ເຮົາ​ເປັນ​ໝູ່​ທີ່​ເຮັດ​ວຽກ​ຮ່ວມ​ກັບ​ພະເຈົ້າ.—1ກຣ. 3:9

ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ມີ​ພະລັງ​ຫຼາຍ​ແທ້ໆ. ເມື່ອ​ເຮົາ​ສອນ​ຄົນ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ​ແລະ​ສອນ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ ເຮົາ​ກໍ​ໄດ້​ເຫັນ​ສິ່ງ​ທີ່​ເປັນ​ຕາ​ປະທັບໃຈ​ຫຼາຍ​ຢ່າງ. ຄົນ​ຈະ​ບໍ່​ຖືກ​ຊາຕານ​ຕົວະ​ອີກ​ຕໍ່​ໄປ ແລະ​ເຂົາເຈົ້າ​ຈະ​ໄດ້​ເຫັນ​ຄຸນລັກສະນະ​ທີ່​ດີ​ຂອງ​ພະ​ເຢໂຫວາ. ເຂົາເຈົ້າ​ຮູ້ສຶກ​ງຶດ​ໃນ​ລິດເດດ​ທີ່​ບໍ່​ມີ​ຂີດ​ຈຳກັດ​ຂອງ​ເພິ່ນ. (ອຊຢ. 40:26) ເຂົາເຈົ້າ​ໄວ້ໃຈ​ເພິ່ນ​ໄດ້​ຍ້ອນ​ເພິ່ນ​ມີ​ຄວາມ​ຍຸຕິທຳ​ແທ້ໆ. (ພບຍ. 32:4) ເຂົາເຈົ້າ​ຮູ້ສຶກ​ປະທັບໃຈ​ໃນ​ສະຕິ​ປັນຍາ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ. (ອຊຢ. 55:9; ຣມ. 11:33) ນອກ​ຈາກ​ນັ້ນ ເຂົາເຈົ້າ​ໄດ້​ກຳລັງ​ໃຈ​ທີ່​ຮູ້​ວ່າ​ເພິ່ນ​ເປັນ​ຄວາມ​ຮັກ. (1ຢຮ. 4:8) ເມື່ອ​ເຂົາເຈົ້າ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ຄວາມ​ຫວັງ​ຂອງ​ເຂົາເຈົ້າ​ທີ່​ຈະ​ເປັນ​ລູກ​ຂອງ​ເພິ່ນ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ​ກໍ​ຊັດເຈນ​ຫຼາຍ​ຂຶ້ນ. ເປັນ​ກຽດ​ຫຼາຍ​ແທ້ໆ​ທີ່​ເຮົາ​ໄດ້​ຊ່ວຍ​ຄົນ​ອື່ນ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ເຂົາເຈົ້າ! ເມື່ອ​ເຮັດ​ແບບ​ນັ້ນ ພະ​ເຢໂຫວາ​ກໍ​ຖື​ວ່າ​ເຮົາ “ເປັນ​ໝູ່​ທີ່​ເຮັດ​ວຽກ​ຮ່ວມ” ກັບ​ເພິ່ນ.—1ກຣ. 3:5. ຫ24.02 ໜ້າ 12 ຂໍ້ 15

ວັນ​ເສົາ​ທີ 27 ທັນວາ

ຖ້າ​ເຈົ້າ​ບໍ່​ສັນຍາ​ຫຍັງ​ເລີຍ​ກໍ​ດີ​ກວ່າ​ສັນຍາ​ໄວ້​ແລ້ວ​ບໍ່​ເຮັດ​ຕາມ.—ປຍຈ. 5:5

ຖ້າ​ເຈົ້າ​ກຳລັງ​ຮຽນ​ຄຳພີ​ໄບເບິນ​ຫຼື​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ ເຈົ້າ​ກຳລັງ​ຄິດ​ທີ່​ຈະ​ຮັບ​ບັບເຕມາ​ບໍ? ຖ້າ​ແມ່ນ ນັ້ນ​ເປັນ​ເປົ້າໝາຍ​ທີ່​ດີ​ຫຼາຍ. ແຕ່​ກ່ອນ​ຈະ​ຮັບ​ບັບເຕມາ ເຈົ້າ​ຕ້ອງ​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ກ່ອນ. ເຈົ້າ​ຈະ​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ແນວ​ໃດ? ເຈົ້າ​ອຸທິດ​ໂຕ​ໂດຍ​ອະທິດຖານ​ສັນຍາ​ວ່າ​ຈະ​ນະມັດສະການ​ພະ​ເຢໂຫວາ​ຜູ້​ດຽວ​ແລະ​ສັນຍາ​ວ່າ​ຈະ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ. ເຈົ້າ​ສັນຍາ​ກັບ​ພະ​ເຢໂຫວາ​ວ່າ​ຈະ​ຮັກ​ເພິ່ນ “ສຸດ​ຫົວໃຈ ສຸດ​ຊີວິດ ສຸດ​ຄວາມ​ຄິດ ແລະ​ສຸດ​ກຳລັງ​ຂອງ​ເຈົ້າ.” (ມຣກ. 12:30) ການ​ອຸທິດ​ໂຕ​ແມ່ນ​ການ​ອະທິດຖານ​ເປັນ​ສ່ວນ​ໂຕ​ລະຫວ່າງ​ເຈົ້າ​ກັບ​ພະ​ເຢໂຫວາ. ແຕ່​ການ​ຮັບ​ບັບເຕມາ​ແມ່ນ​ການ​ບອກ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຈົ້າ​ໄດ້​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ແລ້ວ. ຕອນ​ທີ່​ອຸທິດ​ໂຕ ເຈົ້າ​ໄດ້​ເຮັດ​ສັນຍາ​ທີ່​ສຳຄັນ​ຫຼາຍ​ກັບ​ພະ​ເຢໂຫວາ. ດັ່ງນັ້ນ ເຈົ້າ​ຕ້ອງ​ຮັກສາ​ສັນຍາ ແລະ​ເພິ່ນ​ກໍ​ຄາດໝາຍ​ໃຫ້​ເຈົ້າ​ຮັກສາ​ສັນຍາ​ນັ້ນ.—ປຍຈ. 5:4. ຫ24.03 ໜ້າ 2 ຂໍ້ 2; ໜ້າ 4 ຂໍ້ 5

ວັນ​ອາທິດ​ທີ 28 ທັນວາ

ໃຫ້​ຜົວ​ທຸກ​ຄົນ​ຮັກ​ເມຍ​ຄື​ກັບ​ຮັກ​ໂຕເອງ ສ່ວນ​ເມຍ​ກໍ​ຄວນ​ນັບຖື​ຜົວ​ຈາກ​ໃຈ.—ອຟຊ. 5:33

ຄົນ​ທີ່​ແຕ່ງດອງ​ແລ້ວ​ຈະ​ເຈິ​ບັນຫາ ຍ້ອນ​ຄຳພີ​ໄບເບິນ​ບອກ​ວ່າ​ຄົນ​ທີ່​ແຕ່ງດອງ​ແລ້ວ​ຈະ​ມີ “ຄວາມ​ຫຍຸ້ງ​ຍາກ​ໃນ​ຊີວິດ.” (1ກຣ. 7:28) ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ຍ້ອນ​ທັງ​ຜົວ​ແລະ​ເມຍ​ເປັນ​ຄົນ​ບໍ່​ສົມບູນແບບ ມີ​ນິດໄສ​ຕ່າງ​ກັນ ແລະ​ມັກ​ບໍ່​ຄື​ກັນ. ບາງ​ຄູ່​ອາດ​ມີ​ເຊື້ອ​ຊາດ ວັດທະນະທຳ ແລະ​ພູມ​ຫຼັງ​ທີ່​ແຕກຕ່າງ​ກັນ. ເມື່ອ​ເວລາ​ຜ່ານ​ໄປ ແຕ່​ລະ​ຄົນ​ອາດ​ສະແດງ​ນິດໄສ​ບາງ​ຢ່າງ​ອອກ​ມາ​ເຊິ່ງ​ກ່ອນ​ແຕ່ງດອງ​ບໍ່​ເຄີຍ​ເຫັນ ແລະ​ນິດໄສ​ບາງ​ຢ່າງ​ກໍ​ອາດ​ເຮັດ​ໃຫ້​ເຂົາເຈົ້າ​ເຖິງຂັ້ນ​ຜິດ​ກັນ. ແທນ​ທີ່​ແຕ່​ລະ​ຄົນ​ຈະ​ພະຍາຍາມ​ຊ່ວຍ​ກັນ​ແກ້ໄຂ​ບັນຫາ ເຂົາເຈົ້າ​ພັດ​ໂທດ​ກັນ​ໄປ​ໂທດ​ກັນ​ມາ​ທັງໆ​ທີ່​ທັງ​ສອງ​ກໍ​ຜິດ​ຄື​ກັນ. ບາງ​ຄູ່​ອາດ​ເຖິງຂັ້ນ​ຄິດ​ວ່າ​ການ​ແຍກ​ກັນ​ຢູ່​ຫຼື​ປະກັນ​ເປັນ​ທາງ​ອອກ​ທີ່​ດີ. ແຕ່​ການ​ເຮັດ​ແບບ​ນີ້​ຊ່ວຍ​ເຂົາເຈົ້າ​ໃຫ້​ແກ້​ບັນຫາ​ໄດ້​ແທ້ໆ​ບໍ? ບໍ່. ພະ​ເຢໂຫວາ​ຢາກ​ໃຫ້​ຜົວ​ກັບ​ເມຍ​ນັບຖື​ການ​ຈັດ​ກຽມ​ເລື່ອງ​ຊີວິດ​ຄູ່ ເຖິງ​ວ່າ​ຄູ່​ຂອງ​ເຂົາເຈົ້າ​ຈະ​ເປັນ​ຄົນ​ທີ່​ຢູ່​ນຳ​ຍາກ. ຫ24.03 ໜ້າ 16 ຂໍ້ 8; ໜ້າ 17 ຂໍ້ 11

ວັນ​ຈັນ​ທີ 29 ທັນວາ

ພວກ​ເຮົາ​ໝັ້ນໃຈ​ວ່າ​ຄວາມ​ຫວັງ​ນັ້ນ​ຈະ​ເປັນ​ຈິງ​ແນ່ນອນ.—ຣມ. 5:5

ຫຼັງ​ຈາກ​ທີ່​ເຈົ້າ​ຮັບ​ບັບເຕມາ​ແລ້ວ ຖ້າ​ເຈົ້າ​ຕັ້ງໃຈ​ສະໜິດ​ກັບ​ພະ​ເຢໂຫວາ​ແລະ​ຮັກ​ເພິ່ນ​ຫຼາຍ​ຂຶ້ນ ເຈົ້າ​ກໍ​ໝັ້ນໃຈ​ໃນ​ຄວາມ​ຫວັງ​ຂອງ​ເຈົ້າ​ຫຼາຍ​ຂຶ້ນ​ຄື​ກັນ. (ຮຣ. 5:13–6:1) ເຈົ້າ​ອາດ​ຮູ້ສຶກ​ວ່າ​ໂຣມ 5:2-4 ເປັນ​ຈິງ​ກັບ​ຊີວິດ​ຂອງ​ເຈົ້າ. ເຈົ້າ​ເຈິ​ກັບ​ຄວາມ​ທຸກ​ລຳບາກ​ຫຼາຍ​ຢ່າງ ແຕ່​ກໍ​ຍັງ​ອົດທົນ​ໄດ້​ແລະ​ຮູ້ສຶກ​ໄດ້​ວ່າ​ພະ​ເຢໂຫວາ​ພໍໃຈ​ໃນ​ໂຕ​ເຈົ້າ. ແຮ່ງ​ເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ ເຈົ້າ​ກໍ​ແຮ່ງ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ​ເພິ່ນ​ຢາກ​ຈະ​ເຮັດ​ຕາມ​ທີ່​ເພິ່ນ​ສັນຍາ​ໄວ້. ເຈົ້າ​ໝັ້ນໃຈ​ໃນ​ຄວາມ​ຫວັງ​ຂອງ​ເຈົ້າ​ຫຼາຍ​ກວ່າ​ຕອນ​ທີ່​ເຈົ້າ​ຮຽນ​ຄຳພີ​ໄບເບິນ​ໃໝ່ໆ. ຄວາມ​ຫວັງ​ຂອງ​ເຈົ້າ​ຊັດເຈນ​ຫຼາຍ​ຂຶ້ນ ເຈົ້າ​ເຫັນຄ່າ​ມັນ​ຫຼາຍ​ຂຶ້ນ ແລະ​ຮູ້ສຶກ​ວ່າ​ພະເຈົ້າ​ຢາກ​ໃຫ້​ສິ່ງ​ດີໆ​ເກີດຂຶ້ນ​ກັບ​ເຈົ້າ. ເມື່ອ​ເປັນ​ແບບ​ນີ້ ຄວາມ​ຫວັງ​ກໍ​ຈະ​ມີ​ຜົນ​ກັບ​ທຸກ​ແງ່​ມຸມ​ໃນ​ຊີວິດ​ຂອງ​ເຈົ້າ ບໍ່​ວ່າ​ຈະ​ເປັນ​ວິທີ​ທີ່​ເຈົ້າ​ປະຕິບັດ​ກັບ​ຄົນ​ໃນ​ຄອບຄົວ ການ​ຕັດສິນໃຈ​ເລື່ອງ​ຕ່າງໆ​ໃນ​ຊີວິດ ຫຼື​ແມ່ນ​ແຕ່​ການ​ໃຊ້​ເວລາ​ຂອງ​ເຈົ້າ. ຫຼັງ​ຈາກ​ທີ່​ໂປໂລ​ບອກ​ວ່າ​ເມື່ອ​ພະເຈົ້າ​ພໍໃຈ​ກໍ​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຫວັງ ໂປໂລ​ຍັງ​ເວົ້າ​ເຖິງ​ຈຸດ​ສຳຄັນ​ອີກ​ຢ່າງ​ໜຶ່ງ​ກ່ຽວກັບ​ຄວາມ​ຫວັງ​ຄື​ກັນ. ລາວ​ບອກ​ວ່າ​ຄວາມ​ຫວັງ​ຂອງ​ເຈົ້າ​ຈະ​ເປັນ​ຈິງ.—ຣມ. 15:13. ຫ23.12 ໜ້າ 12-13 ຂໍ້ 16-19

ວັນ​ອັງຄານ​ທີ 30 ທັນວາ

ພະ​ເຢໂຫວາ​ເຮັດ​ໃຫ້​ຊີວິດ​ຂອງ​ພວກ​ເຈົ້າ​ໝັ້ນຄົງ.—ອຊຢ. 33:6

ເມື່ອ​ເຮົາ​ເຈິ​ບັນຫາ​ທີ່​ໜັກໆ​ເຮົາ​ອາດ​ມີ​ຄວາມ​ຄິດ​ທີ່​ບໍ່​ສົມດຸນ ຮູ້ສຶກ​ບໍ່​ໝັ້ນຄົງ ແລະ​ອາດ​ເຮັດ​ບາງ​ຢ່າງ​ທີ່​ບໍ່​ເຄີຍ​ເຮັດ. ເຮົາ​ອາດ​ມີ​ຄວາມ​ຮູ້ສຶກ​ຫຼາຍ​ຢ່າງ​ທີ່​ເປັນ​ຄື​ກັບ​ເຮືອ​ທີ່​ຖືກ​ຄື້ນ​ຫຼາຍ​ຄື້ນ​ຊັດ​ໃສ່. ຖ້າ​ເຮົາ​ຮູ້ສຶກ​ແບບ​ນີ້ ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ແນວ​ໃດ? ພະ​ເຢໂຫວາ​ຮັບຮອງ​ກັບ​ເຮົາ​ວ່າ​ເພິ່ນ​ຈະ​ເຮັດ​ໃຫ້​ເຮົາ​ໝັ້ນຄົງ. ຄື​ກັບ​ຕອນ​ທີ່​ເຮືອ​ເຈິ​ພາຍຸ ມັນ​ອາດ​ໂຍກ​ໄປ​ໂຍກ​ມາ​ຈົນ​ເກືອບ​ຫຼົ້ມ. ເພື່ອ​ຈະ​ບໍ່​ເປັນ​ແບບ​ນີ້ ເຮືອ​ຫຼາຍ​ລຳ​ຈະ​ມີ​ຄີ​ຢູ່​ກ້ອງ​ເຮືອ​ທັງ​ສອງ​ຂ້າງ. ຄີ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮືອ​ບໍ່​ໃຫ້​ໂຍກ​ໄປ​ໂຍກ​ມາ​ເມື່ອ​ຖືກ​ຄື້ນ​ຊັດ​ໃສ່ ແລະ​ຈະ​ເຮັດ​ໃຫ້​ຜູ້​ໂດຍ​ສານ​ທີ່​ຢູ່​ໃນ​ເຮືອ​ຮູ້ສຶກ​ປອດໄພ​ຫຼາຍ​ຂຶ້ນ​ແລະ​ບໍ່​ເມົາ​ເຮືອ. ແຕ່​ເພື່ອ​ຄີ​ເຫຼົ່າ​ນີ້​ຈະ​ເຮັດ​ວຽກ​ໄດ້​ດີ ເຮືອ​ກໍ​ຕ້ອງ​ແລ່ນ​ໄປ​ທາງ​ໜ້າ​ເລື້ອຍໆ. ຄ້າຍຄື​ກັນ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຮົາ​ໝັ້ນຄົງ​ຖ້າ​ເຮົາ​ຮັບໃຊ້​ເພິ່ນ​ຢ່າງ​ສັດຊື່​ຕໍ່ໆ​ໄປ​ເຖິງ​ວ່າ​ຈະ​ເຈິ​ບັນຫາ. ຫ24.01 ໜ້າ 22 ຂໍ້ 7-8

ວັນ​ພຸດ​ທີ 31 ທັນວາ

ລູກ​ໄວ້ໃຈ​ພະອົງ . . . ລູກ​ບໍ່​ຮູ້ສຶກ​ຢ້ານ.—ພສ. 56:4

ຕອນ​ທີ່​ເຈົ້າ​ຮູ້ສຶກ​ຢ້ານ ໃຫ້​ຖາມ​ໂຕເອງ​ວ່າ: ‘ພະ​ເຢໂຫວາ​ເຄີຍ​ເຮັດ​ຫຍັງ​ມາ​ແລ້ວ?’ ໃຫ້​ເຈົ້າ​ຄິດ​ກ່ຽວກັບ​ສິ່ງ​ທີ່​ເພິ່ນ​ສ້າງ. ຕົວຢ່າງ​ເຊັ່ນ: ໃຫ້​ເບິ່ງ​ວ່າ​ພະ​ເຢໂຫວາ​ເບິ່ງແຍງ​ນົກ​ແລະ​ດອກ​ໄມ້​ແນວ​ໃດ. ເຖິງ​ວ່າ​ສິ່ງ​ເຫຼົ່າ​ນີ້​ບໍ່​ໄດ້​ຖືກ​ສ້າງ​ໃຫ້​ຄ້າຍຄື​ກັບ​ເພິ່ນ​ແລະ​ບໍ່​ສາມາດ​ນະມັດສະການ​ເພິ່ນ​ໄດ້ ແຕ່​ພະ​ເຢໂຫວາ​ຍັງ​ເບິ່ງແຍງ​ພວກ​ມັນ​ຢ່າງ​ດີ. ດັ່ງນັ້ນ ເພິ່ນ​ກໍ​ແຮ່ງ​ສົນໃຈ​ແລະ​ຢາກ​ເບິ່ງແຍງ​ເຮົາ​ຫຼາຍ​ກວ່າ​ນັ້ນ​ອີກ​ບໍ່​ແມ່ນ​ບໍ? (ມທ. 6:25-32) ການ​ຄິດ​ຕຶກຕອງ​ກ່ຽວກັບ​ເລື່ອງ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ໄວ້ໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ນອກ​ຈາກ​ນັ້ນ ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ນຳ. ເຈົ້າ​ອາດ​ສຶກສາ​ຄົ້ນຄວ້າ​ເລື່ອງ​ຂອງ​ຄົນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ຫຼື​ເຈົ້າ​ອາດ​ລອງ​ອ່ານ​ປະສົບການ​ຂອງ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ໃນ​ປັດຈຸບັນ. ອີກ​ສິ່ງ​ໜຶ່ງ​ທີ່​ເຈົ້າ​ເຮັດ​ໄດ້​ແມ່ນ​ໃຫ້​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ໄດ້​ເບິ່ງແຍງ​ເຈົ້າ​ແນວ​ໃດ​ແລະ​ເພິ່ນ​ຊ່ວຍ​ເຈົ້າ​ຈັ່ງ​ໃດ​ໃຫ້​ມາ​ຮູ້​ຈັກ​ຄວາມ​ຈິງ. (ຢຮ. 6:44) ເພິ່ນ​ຕອບ​ຄຳ​ອະທິດຖານ​ຂອງ​ເຈົ້າ​ແນວ​ໃດ​ແດ່? (1ຢຮ. 5:14) ໃນ​ແຕ່​ລະ​ມື້ ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ທີ່​ພະ​ເຢໂຫວາ​ໃຫ້​ລູກ​ຊາຍ​ທີ່​ເພິ່ນ​ຮັກ​ມາ​ຕາຍ​ເປັນ​ຄ່າໄຖ່?—ອຟຊ. 1:7; ຮຣ. 4:14-16. ຫ24.01 ໜ້າ 4 ຂໍ້ 6; ໜ້າ 7 ຂໍ້ 17

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌