ພະຈິກ
ວັນເສົາທີ 1 ພະຈິກ
ພະອົງເຮັດໃຫ້ມີຄຳສັນລະເສີນອອກຈາກປາກຂອງເດັກນ້ອຍແລະແອນ້ອຍ.—ມທ. 21:16
ຖ້າເຈົ້າເປັນພໍ່ແມ່ ໃຫ້ຊ່ວຍລູກກຽມໂຕອອກຄຳຄິດເຫັນແບບທີ່ເໝາະກັບອາຍຸຂອງລາວ. ບາງເທື່ອເນື້ອເລື່ອງໃນການປະຊຸມອາດເປັນເລື່ອງຍາກ ເຊັ່ນ ເລື່ອງບັນຫາຄອບຄົວຫຼືເລື່ອງສິນລະທຳ. ແຕ່ກໍຈະມີຂໍ້ໜຶ່ງຫຼືສອງຂໍ້ໃນບົດຄວາມນັ້ນທີ່ເດັກນ້ອຍຈະອອກຄວາມຄິດເຫັນໄດ້. ນອກຈາກນັ້ນ ໃຫ້ຊ່ວຍລູກເຂົ້າໃຈວ່າເປັນຫຍັງລາວອາດບໍ່ໄດ້ຖືກເອີ້ນທຸກເທື່ອທີ່ຍົກມື. ການອະທິບາຍໃຫ້ລູກເຂົ້າໃຈເລື່ອງນີ້ຈະຊ່ວຍລູກບໍ່ໃຫ້ຜິດຫວັງຕອນທີ່ຜູ້ນຳເອີ້ນຄົນອື່ນແທນທີ່ຈະເອີ້ນລາວ. (1ຕມ. 6:18) ເຮົາທຸກຄົນສາມາດກຽມຄຳຕອບທີ່ເປັນການສັນລະເສີນພະເຢໂຫວາແລະໃຫ້ກຳລັງໃຈພີ່ນ້ອງຄົນອື່ນ. (ສພສ. 25:11) ບາງເທື່ອເຮົາອາດເລົ່າປະສົບການສ່ວນໂຕສັ້ນໆໄດ້ ແຕ່ເຮົາບໍ່ຄວນເຮັດໃຫ້ຄົນອື່ນສົນໃຈໂຕເຮົາຫຼາຍເກີນໄປ. (ສພສ. 27:2; 2ກຣ. 10:18) ເຮົາຄວນພະຍາຍາມໃຫ້ພີ່ນ້ອງສົນໃຈພະເຢໂຫວາ ຄຳພີໄບເບິນ ແລະຜູ້ຮັບໃຊ້ຂອງເພິ່ນ.—ພນມ. 4:11. ຫ23.04 ໜ້າ 24-25 ຂໍ້ 17-18
ວັນອາທິດທີ 2 ພະຈິກ
ຢ່າໃຫ້ພວກເຮົາຫຼັບຄືກັບຄົນອື່ນໆ ແຕ່ໃຫ້ຕື່ນໂຕແລະມີສະຕິຢູ່ສະເໝີ.—1ທຊ. 5:6
ຄວາມຮັກຊ່ວຍເຮົາໃຫ້ຕື່ນໂຕແລະມີສະຕິຢູ່ສະເໝີ. (ມທ. 22:37-39) ຄວາມຮັກທີ່ມີຕໍ່ພະເຈົ້າຈະຊ່ວຍເຮົາໃຫ້ອົດທົນແລະຍັງສາມາດປະກາດຕໍ່ໆໄປໄດ້ເຖິງວ່າການເຮັດແບບນັ້ນອາດເຮັດໃຫ້ເຮົາຕ້ອງເຈິກັບບັນຫາ. (2ຕມ. 1:7, 8) ແຕ່ຍ້ອນເຮົາຮັກຄົນອື່ນ ເຮົາຈຶ່ງປະກາດແລະສອນຕໍ່ໆໄປ. ເຮົາຍັງປະກາດທາງໂທລະສັບແລະທາງຈົດໝາຍນຳ. ເຮົາຫວັງວ່າຈັກມື້ໜຶ່ງຄົນທີ່ເຮົາປະກາດຈະປ່ຽນໃຈແລ້ວເລີ່ມເຮັດສິ່ງທີ່ຖືກຕ້ອງ. (ອຊກ. 18:27, 28) ເຮົາຕ້ອງຮັກພີ່ນ້ອງຂອງເຮົານຳ. ເຮົາສະແດງຄວາມຮັກຕໍ່ເຂົາເຈົ້າໂດຍ “ໃຫ້ກຳລັງໃຈກັນແລະເສີມສ້າງກັນໃຫ້ເຂັ້ມແຂງ.” (1ທຊ. 5:11) ຄືກັບທະຫານທີ່ຕໍ່ສູ້ຄຽງບ່າຄຽງໄຫຼ່ກັນ ເຮົາກໍໃຫ້ກຳລັງໃຈກັນສະເໝີ. ເຮົາຈະບໍ່ຕັ້ງໃຈເຮັດໃຫ້ພີ່ນ້ອງເຈັບ ແລະເຖິງວ່າພີ່ນ້ອງຈະເຮັດໃຫ້ເຮົາເຈັບ ເຮົາກໍຈະບໍ່ເຮັດໃສ່ເຂົາເຈົ້າຄືນ. (1ທຊ. 5:13, 15) ນອກຈາກນັ້ນ ເຮົາສະແດງຄວາມຮັກໂດຍນັບຖືພີ່ນ້ອງທີ່ນຳໜ້າໃນປະຊາຄົມ.—1ທຊ. 5:12. ຫ23.06 ໜ້າ 10 ຂໍ້ 6; ໜ້າ 11 ຂໍ້ 10-11
ວັນຈັນທີ 3 ພະຈິກ
ຖ້າ [ພະເຢໂຫວາ] ເວົ້າແລ້ວ ເພິ່ນຊິບໍ່ເຮັດບໍ?—ຈຊບ. 23:19
ວິທີໜຶ່ງທີ່ເຮົາຈະມີຄວາມເຊື່ອເຂັ້ມແຂງຂຶ້ນແມ່ນ ການຄິດຕຶກຕອງເລື່ອງຄ່າໄຖ່. ຄ່າໄຖ່ເຮັດໃຫ້ເຮົາໝັ້ນໃຈວ່າຄຳສັນຍາທຸກຢ່າງຂອງພະເຈົ້າຈະເປັນຈິງ. ເມື່ອເຮົາຄິດດີໆວ່າເປັນຫຍັງພະເຢໂຫວາຈຶ່ງໃຫ້ມີຄ່າໄຖ່ແລະເພິ່ນຕ້ອງເສຍສະລະຫຼາຍຂະໜາດໃດ ມັນຈະເຮັດໃຫ້ເຮົາໝັ້ນໃຈຫຼາຍຂຶ້ນໃນຄຳສັນຍາຂອງພະເຈົ້າເລື່ອງຊີວິດຕະຫຼອດໄປໃນໂລກໃໝ່ທີ່ດີກວ່າວ່າຈະຕ້ອງເກີດຂຶ້ນແທ້ໆ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ໃຫ້ຄິດເບິ່ງວ່າພະເຢໂຫວາຕ້ອງເສຍສະລະຫຍັງແດ່? ເພິ່ນສົ່ງລູກຊາຍສຸດທີ່ຮັກຂອງເພິ່ນເຊິ່ງເປັນຜູ້ທີ່ເພິ່ນສະໜິດທີ່ສຸດມາເກີດຢູ່ໂລກນີ້ເພື່ອເປັນມະນຸດທີ່ສົມບູນແບບ. ຕອນທີ່ພະເຢຊູຢູ່ໃນໂລກ ເພິ່ນຕ້ອງເຈິຄວາມລຳບາກຫຼາຍຢ່າງແລະຕໍ່ມາເພິ່ນກໍຕ້ອງທົນທຸກແລະຕາຍດ້ວຍຄວາມເຈັບປວດ. ພະເຢໂຫວາຍອມສະລະສິ່ງທີ່ມີຄ່າຫຼາຍແທ້ໆ. ດັ່ງນັ້ນ ເພິ່ນຈະບໍ່ມີທາງຍອມໃຫ້ລູກຊາຍຂອງເພິ່ນຕ້ອງເຈັບປວດທໍລະມານແລະຕາຍເພື່ອໃຫ້ເຮົາມີຊີວິດທີ່ດີພຽງແຕ່ຊ່ວງເວລາສັ້ນໆເທົ່ານັ້ນ. (ຢຮ. 3:16; 1ປຕ. 1:18, 19) ຖ້າພະເຢໂຫວາຍອມສະລະສິ່ງທີ່ມີຄ່າຫຼາຍຂະໜາດນີ້ ເພິ່ນກໍຕ້ອງເຮັດໃຫ້ຊີວິດຕະຫຼອດໄປໃນໂລກໃໝ່ເກີດຂຶ້ນແທ້ຢ່າງແນ່ນອນ. ຫ23.04 ໜ້າ 27 ຂໍ້ 8-9
ວັນອັງຄານທີ 4 ພະຈິກ
ຄວາມຕາຍເອີ້ຍ ລິດເດດຂອງເຈົ້າຢູ່ໃສ?—ຮຊອ. 13:14
ພະເຢໂຫວາຢາກປຸກຄົນຕາຍໃຫ້ຟື້ນຄືນມາມີຊີວິດອີກເທື່ອໜຶ່ງບໍ? ແມ່ນແລ້ວ. ເພິ່ນໄດ້ດົນໃຈຜູ້ຂຽນຄຳພີໄບເບິນຫຼາຍຄົນໃຫ້ບັນທຶກຄຳສັນຍາເລື່ອງການຄືນມາຈາກຕາຍ. (ອຊຢ. 26:19; ພນມ. 20:11-13) ບໍ່ວ່າພະເຢໂຫວາຈະສັນຍາເລື່ອງຫຍັງ ເພິ່ນກໍຈະເຮັດໃຫ້ເກີດຂຶ້ນແທ້ທັງໝົດ. (ຢຊ. 23:14) ທີ່ຈິງ ພະເຢໂຫວາຢາກປຸກທຸກຄົນທີ່ຕາຍໃຫ້ຟື້ນຄືນມາແທ້ໆ! ໃຫ້ເຮົາມາເບິ່ງຄຳເວົ້າຂອງໂຢບນຳກັນ. ລາວໝັ້ນໃຈວ່າເຖິງວ່າລາວຈະຕາຍ ແຕ່ພະເຢໂຫວາກໍຢາກປຸກລາວໃຫ້ກັບມາມີຊີວິດອີກແທ້ໆ. (ໂຢບ 14:14, 15) ພະເຢໂຫວາຮູ້ສຶກແບບດຽວກັນນີ້ກັບຜູ້ຮັບໃຊ້ຂອງເພິ່ນທຸກຄົນທີ່ຕາຍໄປແລ້ວ. ເພິ່ນຄິດຮອດເຂົາເຈົ້າແທ້ໆ. ເພິ່ນຢາກໃຫ້ເຂົາເຈົ້າກັບມາມີຊີວິດອີກເທື່ອໜຶ່ງ ມີສຸຂະພາບແຂງແຮງ ແລະມີຄວາມສຸກ. ແລ້ວອີກຫຼາຍພັນລ້ານຄົນທີ່ຕາຍໄປແລ້ວແຕ່ຍັງບໍ່ໄດ້ຮູ້ຈັກພະເຢໂຫວາເດ? ພະເຢໂຫວາກໍຢາກປຸກເຂົາເຈົ້າໃຫ້ມີຊີວິດອີກຄືກັນ. (ກຈກ. 24:15) ເພິ່ນຢາກໃຫ້ເຂົາເຈົ້າມີໂອກາດທີ່ຈະໄດ້ເປັນໝູ່ກັບເພິ່ນແລະໄດ້ຊີວິດຕະຫຼອດໄປຢູ່ໃນໂລກ.—ຢຮ. 3:16. ຫ23.04 ໜ້າ 9 ຂໍ້ 5-6
ວັນພຸດທີ 5 ພະຈິກ
ພະເຈົ້າຈະຊ່ວຍພວກເຮົາໃຫ້ມີກຳລັງ.—ພສ. 108:13
ເຈົ້າຈະເຮັດໃຫ້ຄວາມຫວັງຂອງເຈົ້າຊັດເຈນຂຶ້ນໄດ້ແນວໃດ? ຖ້າເຈົ້າມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກທີ່ງາມໆ ໃຫ້ອ່ານວ່າຄຳພີໄບເບິນເວົ້າແນວໃດກ່ຽວກັບໂລກໃໝ່ແລະຄິດກ່ຽວກັບເລື່ອງນັ້ນ. (ອຊຢ. 25:8; 32:16-18) ລອງນຶກພາບວ່າຊີວິດໃນໂລກໃໝ່ຈະເປັນແນວໃດ. ຖ້າເຮົາຄິດເລື້ອຍໆກ່ຽວກັບຄວາມຫວັງເລື່ອງໂລກໃໝ່ ເຮົາກໍຈະຮູ້ສຶກວ່າບັນຫາທີ່ເຮົາເຈິ “ຢູ່ພຽງໄລຍະສັ້ນໆແລະບໍ່ໜັກ.” (2ກຣ. 4:17) ຄວາມຫວັງທີ່ພະເຢໂຫວາໃຫ້ເຈົ້າຈະເຮັດໃຫ້ເຈົ້າເຂັ້ມແຂງ. ເພິ່ນໄດ້ກຽມທຸກຢ່າງໃຫ້ເຮົາເພື່ອຈະຊ່ວຍເຮົາໃຫ້ເຂັ້ມແຂງ. ດັ່ງນັ້ນ ເມື່ອເຈົ້າຕ້ອງການຄວາມຊ່ວຍເຫຼືອເພື່ອຈະເຮັດວຽກມອບໝາຍໃຫ້ສຳເລັດ ເພື່ອຈະອົດທົນກັບຄວາມລຳບາກ ຫຼືເພື່ອຈະມີຄວາມສຸກຢູ່ສະເໝີ ໃຫ້ເຈົ້າອະທິດຖານຫາພະເຢໂຫວາແລະສຶກສາສ່ວນໂຕ. ເພື່ອຈະໄດ້ຮັບການຊີ້ນຳຈາກເພິ່ນ ໃຫ້ເຈົ້າຍອມຮັບຄວາມຊ່ວຍເຫຼືອຈາກພີ່ນ້ອງຮ່ວມຄວາມເຊື່ອແລະເຮັດໃຫ້ຄວາມຫວັງຂອງເຈົ້າຊັດເຈນຢູ່ສະເໝີ. ຖ້າເຈົ້າເຮັດແບບນັ້ນ ເຈົ້າກໍຈະ “ໄດ້ຮັບກຳລັງຈາກລິດເດດທີ່ຍິ່ງໃຫຍ່ຂອງ [ພະເຈົ້າ] ເພື່ອຈະອົດທົນຈົນເຖິງທີ່ສຸດແລະອົດກັ້ນດ້ວຍຄວາມຍິນດີ.”—ກລຊ. 1:11. ຫ23.10 ໜ້າ 17 ຂໍ້ 19-20
ວັນພະຫັດທີ 6 ພະຈິກ
ຂອບໃຈພະເຈົ້າສຳລັບທຸກສິ່ງທຸກຢ່າງ.—1ທຊ. 5:18
ມີເຫດຜົນຫຼາຍຢ່າງທີ່ເຮົາອະທິດຖານຂອບໃຈພະເຢໂຫວາ. ເຮົາຄວນຂອບໃຈພະເຢໂຫວາສຳລັບທຸກສິ່ງທີ່ເຮົາມີ ຍ້ອນສິ່ງດີທຸກຢ່າງມາຈາກເພິ່ນ. (ຢກບ. 1:17) ຕົວຢ່າງເຊັ່ນ: ເຮົາຂອບໃຈພະເຢໂຫວາທີ່ສ້າງໂລກທີ່ສວຍງາມແລະສິ່ງຕ່າງໆທີ່ໜ້າງຶດງໍ້. ເຮົາຂອບໃຈທີ່ເພິ່ນໃຫ້ເຮົາມີຊີວິດ ມີຄອບຄົວ ມີໝູ່ ມີຄວາມຫວັງ ແລະເຮົາຍັງຂອບໃຈທີ່ເຮົາໄດ້ເປັນໝູ່ກັບເພິ່ນ. ເຮົາອາດຕ້ອງພະຍາຍາມຫຼາຍທີ່ຈະຄິດເຖິງເຫດຜົນທີ່ເຮົາຄວນຂອບໃຈພະເຢໂຫວາ ຍ້ອນເຮົາຢູ່ໃນໂລກທີ່ມີແຕ່ຄົນເຫັນແກ່ໂຕແລະບໍ່ຮູ້ຈັກຂອບໃຈ. ເຂົາເຈົ້າສົນໃຈແຕ່ວ່າຈະເຮັດແນວໃດເພື່ອໃຫ້ໄດ້ສິ່ງທີ່ໂຕເອງຕ້ອງການ ບໍ່ໄດ້ສົນໃຈວ່າຈະສະແດງຄວາມຂອບໃຈແນວໃດສຳລັບສິ່ງທີ່ໂຕເອງມີ. ຖ້າເຮົາເລີ່ມຄິດຄືກັບເຂົາເຈົ້າ ຄຳອະທິດຖານຂອງເຮົາກໍຈະມີແຕ່ການຂໍເທົ່ານັ້ນ. ເພື່ອຈະບໍ່ເປັນແບບນີ້ ເຮົາຕ້ອງພະຍາຍາມສ້າງນິດໄສທີ່ຈະເຫັນຄ່າແລະຂອບໃຈທຸກຢ່າງທີ່ພະເຢໂຫວາເຮັດເພື່ອເຮົາ.—ລກ. 6:45. ຫ23.05 ໜ້າ 4 ຂໍ້ 8-9
ວັນສຸກທີ 7 ພະຈິກ
ຂໍເລື້ອຍໆດ້ວຍຄວາມເຊື່ອແລະຢ່າສົງໄສ.—ຢກບ. 1:6
ພະເຢໂຫວາພໍ່ທີ່ມີຄວາມຮັກບໍ່ຢາກໃຫ້ເຮົາເຈິຄວາມເຈັບປວດທໍລະມານ. (ອຊຢ. 63:9) ເພິ່ນບໍ່ໄດ້ປົກປ້ອງເຮົາໄວ້ຈາກບັນຫາຕ່າງໆທີ່ເປັນຄືກັບແມ່ນ້ຳຫຼືໄຟ. (ອຊຢ. 43:2) ແຕ່ເພິ່ນສັນຍາວ່າຈະຊ່ວຍເຮົາໃຫ້ “ຍ່າງຂ້າມ [ແລະ] ຍ່າງລຸຍ” ມັນໄປໄດ້. ໃນຕອນນີ້ ບໍ່ວ່າເຮົາຈະເຈິກັບຄວາມຍາກລຳບາກແບບໃດກໍຕາມ ພະເຢໂຫວາຈະໃຫ້ພະລັງບໍລິສຸດກັບເຮົາເພື່ອຊ່ວຍເຮົາໃຫ້ຮັບໃຊ້ເພິ່ນຕໍ່ໄປໄດ້. (ລກ. 11:13; ຟລປ. 4:13) ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຈະໃຫ້ເຮົາມີສິ່ງທີ່ຈຳເປັນເພື່ອເຮົາຈະອົດທົນແລະຮັກສາຄວາມສັດຊື່ຕໍ່ໆໄປໄດ້. ພະເຢໂຫວາຢາກໃຫ້ເຮົາໄວ້ວາງໃຈເພິ່ນ. (ຮຣ. 11:6) ບາງເທື່ອເຮົາອາດຮູ້ສຶກວ່າບັນຫາທີ່ເຮົາເຈິມັນຍາກໂພດທີ່ຈະຮັບມືໄດ້. ເຮົາອາດເລີ່ມສົງໄສວ່າພະເຢໂຫວາຈະຊ່ວຍເຮົາຫຼືບໍ່. ຄຳພີໄບເບິນເຮັດໃຫ້ເຮົາໝັ້ນໃຈວ່າໂດຍພະລັງຂອງພະເຈົ້າ ເຮົາສາມາດ “ປີນຂ້າມກຳແພງໄດ້.” (ພສ. 18:29) ແທນທີ່ຈະປ່ອຍໃຫ້ຄວາມສົງໄສແບບນັ້ນເພີ່ມຂຶ້ນ ເຮົາຄວນອະທິດຖານດ້ວຍຄວາມເຊື່ອແລະໝັ້ນໃຈວ່າພະເຢໂຫວາຈະຕອບຄຳອະທິດຖານຂອງເຮົາ.—ຢກບ. 1:6, 7. ຫ23.11 ໜ້າ 22 ຂໍ້ 8-9
ວັນເສົາທີ 8 ພະຈິກ
ຄວາມຮັກລຸກໄໝ້ແຮງຄືກັບແປວໄຟ ນັ້ນແມ່ນແປວໄຟຂອງເຢໂຫວາ. ນ້ຳທີ່ໄຫຼແຮງໆບໍ່ສາມາດມອດໄຟຂອງຄວາມຮັກໄດ້ ແລະແມ່ນ້ຳຕ່າງໆກໍບໍ່ສາມາດພັດເອົາຄວາມຮັກໄປໄດ້ຄືກັນ.—ພຊມ. 8:6, 7
ນີ້ເປັນການພັນລະນາທີ່ໜ້າສົນໃຈຫຼາຍແທ້ໆ! ການພັນລະນານີ້ຮັບຮອງກັບຜູ້ທີ່ແຕ່ງດອງວ່າເຂົາເຈົ້າສາມາດມີຄວາມຮັກທີ່ໝັ້ນຄົງຕໍ່ກັນໄດ້. ຄວາມຮັກຈະໝັ້ນຄົງຫຼືບໍ່ ແມ່ນຂຶ້ນຢູ່ກັບຜົວແລະເມຍ. ຂໍໃຫ້ເຮົາມາເບິ່ງຕົວຢ່າງນີ້. ຕອນທີ່ເຮົາກໍ່ກອງໄຟ ເພື່ອໄຟຈະລຸກຢູ່ຕະຫຼອດ ເຮົາຕ້ອງໄດ້ໃສ່ຟືນເລື້ອຍໆ. ແຕ່ຖ້າເຮົາບໍ່ໃສ່ຟືນ ໃນທີ່ສຸດໄຟກໍຈະມອດ. ຄ້າຍຄືກັນ ເພື່ອຄວາມຮັກລະຫວ່າງຜົວກັບເມຍຈະໝັ້ນຄົງ ເຂົາເຈົ້າຈະຕ້ອງເສີມສ້າງສາຍສຳພັນທີ່ແໜ້ນແຟ້ນຕໍ່ກັນຢູ່ສະເໝີ. ແຕ່ບາງເທື່ອຜົວກັບເມຍອາດຮູ້ສຶກວ່າຄວາມຮັກຂອງເຂົາເຈົ້າເລີ່ມຈືດຈາງລົງໂດຍສະເພາະເມື່ອເຂົາເຈົ້າເຈິຄວາມຫຍຸ້ງຍາກ ເຊັ່ນ: ເມື່ອມີບັນຫາທາງການເງິນ ມີບັນຫາທາງດ້ານສຸຂະພາບ ຫຼືຖືກຄວາມກົດດັນຈາກການລ້ຽງລູກ. ເພື່ອຈະເຮັດໃຫ້ຄວາມຮັກໃນຊີວິດຄູ່ໝັ້ນຄົງຢູ່ສະເໝີ ທັງຜົວແລະເມຍຕ້ອງມີສາຍສຳພັນທີ່ແໜ້ນແຟ້ນກັບພະເຢໂຫວາຢູ່ສະເໝີ. ຫ23.05 ໜ້າ 20-21 ຂໍ້ 1-3
ວັນອາທິດທີ 9 ພະຈິກ
ບໍ່ຕ້ອງຢ້ານ.—ດນອ. 10:19
ເຮົາຈະມີຄວາມກ້າຫານໄດ້ແນວໃດ? ເຖິງວ່າພໍ່ແມ່ເຮົາຢາກໃຫ້ເຮົາເປັນຄົນກ້າຫານ ແລະພໍ່ແມ່ເຮົາກໍເປັນຄົນກ້າຫານ ແຕ່ເຂົາເຈົ້າກໍບໍ່ສາມາດເອົາຄວາມກ້າຫານໃຫ້ເຮົາໄດ້ຄືກັບເອົາມໍລະດົກໃຫ້ລູກ. ການພະຍາຍາມມີຄວາມກ້າຫານເປັນຄືກັບການຮຽນຮູ້ທີ່ຈະເຮັດສິ່ງໃໝ່ໆທີ່ເຮົາບໍ່ເຄີຍເຮັດ. ວິທີໜຶ່ງທີ່ເຮົາຈະຮຽນທັກສະໃໝ່ໆກໍຄືສັງເກດເບິ່ງຜູ້ທີ່ເກັ່ງທາງດ້ານນັ້ນ ແລ້ວກໍຮຽນແບບລາວ. ເຮົາກໍຄືກັນ ເຮົາຮຽນທີ່ຈະເປັນຄົນກ້າຫານໄດ້ໂດຍສັງເກດເບິ່ງວ່າຄົນອື່ນສະແດງຄຸນລັກສະນະນີ້ແນວໃດ ແລ້ວຮຽນແບບເຂົາເຈົ້າ. ຄືກັບດານີເອນ ເຮົາຕ້ອງເຂົ້າໃຈຄຳພີໄບເບິນເປັນຢ່າງດີ. ເຮົາຕ້ອງສະໜິດກັບພະເຢໂຫວາໂດຍອະທິດຖານເຖິງເພິ່ນເລື້ອຍໆແລະລະບາຍຄວາມຮູ້ສຶກກັບເພິ່ນ. ເຮົາຕ້ອງໄວ້ວາງໃຈເພິ່ນແລະໝັ້ນໃຈວ່າເພິ່ນຈະຊ່ວຍເຫຼືອເຮົາສະເໝີ. ຖ້າເຮົາເຮັດແບບນີ້ ເມື່ອເຮົາຖືກທົດສອບຄວາມເຊື່ອ ເຮົາກໍຈະກ້າຫານຄືກັບດານີເອນ. ຄົນທີ່ມີຄວາມກ້າຫານມັກຈະໄດ້ຮັບຄວາມນັບຖືຈາກຄົນອື່ນແລະອາດເຖິງຂັ້ນເຮັດໃຫ້ບາງຄົນຢາກຮຽນຮູ້ກ່ຽວກັບພະເຢໂຫວາ. ເຮົາເຫັນເລີຍວ່າມີເຫດຜົນຫຼາຍຢ່າງທີ່ເຮັດໃຫ້ເຮົາຢາກເປັນຄົນກ້າຫານ. ຫ23.08 ໜ້າ 2 ຂໍ້ 2; ໜ້າ 4 ຂໍ້ 8-9
ວັນຈັນທີ 10 ພະຈິກ
ໃຫ້ກວດເບິ່ງທຸກສິ່ງຈົນໝັ້ນໃຈ.—1ທຊ. 5:21
ຄຳພາສາກຣີກທີ່ແປວ່າ “ກວດເບິ່ງໃຫ້ແນ່ໃຈ” ເປັນຄຳທີ່ໃຊ້ເພື່ອອະທິບາຍວິທີທີ່ຄົນກວດເບິ່ງໂລຫະທີ່ມີຄ່າ ເຊັ່ນ: ຄຳຫຼືເງິນວ່າເປັນຂອງແທ້ຫຼືບໍ່. ດັ່ງນັ້ນ ເຮົາຕ້ອງກວດເບິ່ງໃຫ້ແນ່ໃຈວ່າເລື່ອງທີ່ເຮົາໄດ້ຍິນແລະໄດ້ອ່ານເປັນເລື່ອງຈິງບໍ. ການເຮັດແບບນີ້ແຮ່ງສຳຄັນຫຼາຍກວ່ານັ້ນອີກສຳລັບເຮົາໃນທຸກມື້ນີ້ຍ້ອນໃກ້ຈະຮອດຄວາມທຸກລຳບາກຄັ້ງໃຫຍ່ແລ້ວ. ແທນທີ່ເຮົາຈະເຊື່ອທຸກຢ່າງທີ່ຄົນອື່ນເວົ້າ ໃຫ້ເຮົາພະຍາຍາມຄິດແລະສົມທຽບເລື່ອງທີ່ເຮົາອ່ານແລະໄດ້ຍິນກັບສິ່ງທີ່ເຮົາໄດ້ຮຽນຈາກຄຳພີໄບເບິນແລະອົງການຂອງພະເຢໂຫວາ. ເມື່ອເຮັດແບບນີ້ ເຮົາຈະບໍ່ຫຼົງເຊື່ອຂໍ້ມູນປອມທີ່ມາຈາກພວກປີສາດ ບໍ່ວ່າຈະເປັນເລື່ອງຫຍັງກໍຕາມ. (ສພສ. 14:15; 1ຕມ. 4:1) ເຮົາຮູ້ວ່າຄົນຂອງພະເຢໂຫວາຈະລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່ໄດ້ແນ່ນອນ. ແຕ່ສຳລັບເຮົາແຕ່ລະຄົນ ເຮົາບໍ່ຮູ້ວ່າມື້ອື່ນຈະເປັນແນວໃດ. (ຢກບ. 4:14) ດັ່ງນັ້ນ ບໍ່ວ່າເຮົາຈະລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່ຫຼືຈະຕາຍກ່ອນທີ່ຄວາມທຸກລຳບາກຄັ້ງໃຫຍ່ຈະມາຮອດ ເຮົາກໍຈະໄດ້ຮັບລາງວັນຢ່າງແນ່ນອນເຊິ່ງກໍຄືຊີວິດຕະຫຼອດໄປຖ້າເຮົາສັດຊື່ຕໍ່ພະເຢໂຫວາສະເໝີ. ຂໍໃຫ້ເຮົາທຸກຄົນສົນໃຈທີ່ຄວາມຫວັງທີ່ດີເລີດແລະກຽມພ້ອມສຳລັບວັນຂອງພະເຢໂຫວາສະເໝີ! ຫ23.06 ໜ້າ 13 ຂໍ້ 15-16
ວັນອັງຄານທີ 11 ພະຈິກ
ເພິ່ນ . . . ໄດ້ບອກສິ່ງທີ່ເພິ່ນຕ້ອງການເຮັດໃຫ້ຜູ້ [ຮັບໃຊ້] ຂອງເພິ່ນຮູ້.—ອມ. 3:7
ເຮົາບໍ່ຮູ້ວ່າຄຳພະຍາກອນບາງເລື່ອງໃນຄຳພີໄບເບິນຈະເກີດຂຶ້ນແທ້ແນວໃດ. (ດນອ. 12:8, 9) ແຕ່ເຖິງວ່າເຮົາຈະບໍ່ຮູ້ ກໍບໍ່ໄດ້ໝາຍຄວາມວ່າມັນຈະບໍ່ເປັນຄວາມຈິງ. ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຈະຊ່ວຍເຮົາໃຫ້ເຂົ້າໃຈສິ່ງທີ່ເຮົາຈຳເປັນຕ້ອງຮູ້ໃນເວລາທີ່ເໝາະສົມຄືກັບທີ່ເພິ່ນເຄີຍເຮັດໃນອະດີດ. ຈະມີການປະກາດວ່າ: “ສະຫງົບສຸກແລະປອດໄພແລ້ວ!” (1ທຊ. 5:3) ຕໍ່ຈາກນັ້ນ ອຳນາດທາງການເມືອງຈະໂຈມຕີສາສະໜາປອມແລະທຳລາຍມັນໃຫ້ສິ້ນຊາກ. (ພນມ. 17:16, 17) ຈາກນັ້ນ ອຳນາດທາງການເມືອງຈະໂຈມຕີຄົນຂອງພະເຈົ້າ. (ອຊກ. 38:18, 19) ແລ້ວສົງຄາມອາມາເຄໂດນກໍຈະເລີ່ມຕົ້ນຂຶ້ນ. (ພນມ. 16:14, 16) ເຮົາໝັ້ນໃຈໄດ້ວ່າເຫດການທັງໝົດຈະເກີດຂຶ້ນໃນໄວໆນີ້. ແຕ່ໃນລະຫວ່າງນັ້ນ ໃຫ້ເຮົາສະແດງຄວາມຂອບໃຈຕໍ່ພະເຢໂຫວາພໍ່ທີ່ຮັກຂອງເຮົາໃນສະຫວັນໂດຍຕັ້ງໃຈສຶກສາຄຳພະຍາກອນໃນຄຳພີໄບເບິນແລະຊ່ວຍຄົນອື່ນໃຫ້ເຮັດແບບນັ້ນຄືກັນ. ຫ23.08 ໜ້າ 13 ຂໍ້ 19-20
ວັນພຸດທີ 12 ພະຈິກ
ໃຫ້ພວກເຮົາຮັກກັນຕໍ່ໆໄປ ຍ້ອນຄວາມຮັກມາຈາກພະເຈົ້າ.—1ຢຮ. 4:7
ເມື່ອໂປໂລເວົ້າເຖິງຄວາມເຊື່ອ ຄວາມຫວັງ ແລະຄວາມຮັກ ລາວສະຫຼຸບວ່າໃນ 3 ສິ່ງນີ້ “ຄວາມຮັກຍິ່ງໃຫຍ່ທີ່ສຸດ.” (1ກຣ. 13:13) ເປັນຫຍັງໂປໂລຈຶ່ງເວົ້າແບບນັ້ນ? ຍ້ອນວ່າໃນອະນາຄົດເຮົາບໍ່ຈຳເປັນຕ້ອງມີຄວາມເຊື່ອໃນຄຳສັນຍາຂອງພະເຈົ້າເລື່ອງໂລກໃໝ່ຫຼືຫວັງວ່າຄຳສັນຍາເຫຼົ່ານັ້ນຈະເກີດຂຶ້ນແທ້ ເພາະຄຳສັນຍາເຫຼົ່ານັ້ນເປັນຈິງແລ້ວ. ແຕ່ເຮົາຍັງຕ້ອງຮັກພະເຢໂຫວາແລະຮັກຄົນອື່ນຕໍ່ໆໄປ. ທີ່ຈິງ ເຮົາຕ້ອງຮັກພະເຢໂຫວາແລະຮັກພີ່ນ້ອງຕະຫຼອດໄປ. ຄວາມຮັກເປັນສິ່ງທີ່ສະແດງໃຫ້ເຫັນວ່າເຮົາເປັນຄລິດສະຕຽນແທ້. ພະເຢຊູບອກພວກລູກສິດຂອງເພິ່ນວ່າ: “ທຸກຄົນຈະຮູ້ວ່າພວກເຈົ້າເປັນລູກສິດຂອງຂ້ອຍ ເມື່ອພວກເຈົ້າຮັກກັນ.” (ຢຮ. 13:35) ນອກຈາກນັ້ນ ຄວາມຮັກຈະເຮັດໃຫ້ເຮົາເປັນອັນໜຶ່ງອັນດຽວກັນ. ໂປໂລບອກວ່າ: “ຄວາມຮັກຜູກພັນຜູ້ຄົນໃຫ້ເປັນນ້ຳໜຶ່ງໃຈດຽວກັນ.” (ກລຊ. 3:14) ແຕ່ຍັງມີເຫດຜົນສຳຄັນອີກຢ່າງໜຶ່ງທີ່ເຮົາຄວນຮັກກັນ. ອັກຄະສາວົກໂຢຮັນຂຽນຫາພີ່ນ້ອງຮ່ວມຄວາມເຊື່ອວ່າ: “ຄົນທີ່ຮັກພະເຈົ້າກໍຕ້ອງຮັກພີ່ນ້ອງຄືກັນ.” (1ຢຮ. 4:21) ເມື່ອເຮົາຮັກກັນກໍສະແດງວ່າເຮົາຮັກພະເຈົ້າ. ຫ23.11 ໜ້າ 8 ຂໍ້ 1, 3
ວັນພະຫັດທີ 13 ພະຈິກ
ປົດຂອງໜັກທຸກຢ່າງຖິ້ມ.—ຮຣ. 12:1
ຄຳພີໄບເບິນສົມທຽບຊີວິດຄລິດສະຕຽນເປັນຄືກັບການແລ່ນແຂ່ງ. ຄົນທີ່ແລ່ນເຖິງເສັ້ນໄຊຈະໄດ້ຮັບຊີວິດຕະຫຼອດໄປເປັນລາງວັນ. (2ຕມ. 4:7, 8) ເຮົາຕ້ອງພະຍາຍາມເຕັມທີທີ່ຈະແລ່ນຕໍ່ໆໄປ ຍ້ອນຕອນນີ້ໃກ້ຈະເຖິງເສັ້ນໄຊຫຼາຍແລ້ວ. ໂປໂລໄດ້ເວົ້າເຖິງສິ່ງທີ່ຈະຊ່ວຍເຮົາໃຫ້ຊະນະໃນການແລ່ນແຂ່ງ. ລາວບອກວ່າ: “ປົດຂອງໜັກທຸກຢ່າງຖິ້ມໄປ . . . ແລະໃຫ້ພວກເຮົາແລ່ນດ້ວຍຄວາມອົດທົນໃນການແລ່ນແຂ່ງທີ່ຢູ່ຕໍ່ໜ້າພວກເຮົາ.” ໂປໂລໝາຍຄວາມວ່າຄລິດສະຕຽນບໍ່ຕ້ອງແບກຫຍັງເລີຍບໍ? ບໍ່ແມ່ນແບບນັ້ນ. ລາວໝາຍຄວາມວ່າເຮົາຕ້ອງຖິ້ມຂອງໜັກທຸກຢ່າງທີ່ບໍ່ຈຳເປັນ ເພາະສິ່ງເຫຼົ່ານີ້ຈະເຮັດໃຫ້ເຮົາແລ່ນຊ້າລົງແລະເມື່ອຍຫຼາຍ. ດັ່ງນັ້ນ ເພື່ອເຮົາຈະອົດທົນແລ່ນແຂ່ງເພື່ອຊີວິດຕໍ່ໆໄປໄດ້ ເຮົາຕ້ອງຟ້າວກວດເບິ່ງວ່າມີຂອງໜັກຫຍັງແດ່ທີ່ບໍ່ຈຳເປັນທີ່ເຮັດໃຫ້ເຮົາແລ່ນຊ້າລົງ ແລ້ວຈາກນັ້ນກໍຟ້າວຖິ້ມທັນທີ. ແຕ່ໃນເວລາດຽວກັນ ເຮົາກໍບໍ່ຢາກຖິ້ມສິ່ງຈຳເປັນທີ່ເຮົາຕ້ອງແບກ ຄັນບໍ່ຊັ້ນເຮົາຈະບໍ່ໄດ້ຢູ່ໃນທາງທີ່ພາໄປເຖິງຊີວິດ.—2ຕມ. 2:5. ຫ23.08 ໜ້າ 26 ຂໍ້ 1-2
ວັນສຸກທີ 14 ພະຈິກ
ຢ່າໃຫ້ຄວາມງາມຂອງເຈົ້າຢູ່ແຕ່ພາຍນອກ.—1ປຕ. 3:3
ຄົນທີ່ມີເຫດຜົນຈະຍອມຮັບຄວາມຄິດຂອງຄົນອື່ນ. ຕົວຢ່າງເຊັ່ນ: ພີ່ນ້ອງຍິງບາງຄົນມັກແຕ່ງໜ້າ ແຕ່ບາງຄົນກໍບໍ່ມັກແຕ່ງໜ້າເລີຍ. ພີ່ນ້ອງບາງຄົນກິນເຫຼົ້າແບບພໍດີພໍງາມ ແຕ່ບາງຄົນກໍຕັດສິນໃຈທີ່ຈະບໍ່ກິນເຫຼົ້າເລີຍ. ພີ່ນ້ອງທຸກຄົນຢາກມີສຸຂະພາບແຂງແຮງ ແຕ່ກໍເລືອກວິທີເບິ່ງແຍງສຸຂະພາບບໍ່ຄືກັນ. ຖ້າເຮົາຄິດວ່າຄວາມຄິດຂອງເຮົາດີທີ່ສຸດແລະພະຍາຍາມເຮັດໃຫ້ຄົນອື່ນໃນປະຊາຄົມເຮັດຕາມ ເຮົາອາດເຮັດໃຫ້ບາງຄົນບໍ່ສະບາຍໃຈແລະເຮັດໃຫ້ປະຊາຄົມແຕກແຍກໄດ້. (1ກຣ. 8:9; 10:23, 24) ຕົວຢ່າງເຊັ່ນ: ພະເຢໂຫວາບໍ່ໄດ້ຕັ້ງກົດຕາຍໂຕໃນເລື່ອງນີ້ ແຕ່ເພິ່ນກໍໄດ້ໃຫ້ຫຼັກການກັບເຮົາ. ເຮົາຕ້ອງແຕ່ງໂຕແບບທີ່ເໝາະສົມກັບການເປັນຜູ້ຮັບໃຊ້ຂອງພະເຈົ້າ. ການແຕ່ງໂຕຂອງເຮົາຄວນເຮັດໃຫ້ຄົນອື່ນເຫັນວ່າເຮົາເປັນຄົນມີເຫດຜົນ ສະຫງ່ຽມຈຽມຕົວ ແລະ “ມີສະຕິດີ.” (1ຕມ. 2:9, 10) ດັ່ງນັ້ນ ເຮົາຈະບໍ່ແຕ່ງໂຕແບບທີ່ເຮັດໃຫ້ຄົນອື່ນສົນໃຈທີ່ໂຕເຮົາຫຼາຍເກີນໄປ. ຫຼັກການໃນຄຳພີໄບເບິນຍັງຊ່ວຍຜູ້ດູແລບໍ່ໃຫ້ຕັ້ງກົດຂຶ້ນມາເອງວ່າພີ່ນ້ອງຕ້ອງແຕ່ງໂຕແນວໃດແລະມີຊົງຜົມແບບໃດ. ຫ23.07 ໜ້າ 23-24 ຂໍ້ 13-14
ວັນເສົາທີ 15 ພະຈິກ
ໃຫ້ຕັ້ງໃຈຟັງເຮົາແລະກິນແນວທີ່ດີໆ ແລ້ວພວກເຈົ້າຈະມີຄວາມສຸກຫຼາຍກັບຂອງກິນທີ່ດີໆແລະແຊບໆ.—ອຊຢ. 55:2
ພະເຢໂຫວາຢາກໃຫ້ເຮົາມີຊີວິດທີ່ດີແລະມີອະນາຄົດທີ່ມີຄວາມສຸກ. ຄົນທີ່ເຮັດຕາມຄຳເຊີນຂອງ “ຜູ້ຍິງໂງ່” ຢາກມີຄວາມສຸກຈາກການເຮັດຜິດສິນລະທຳ ເຊິ່ງເບິ່ງຄືວ່າ “ມີລົດຊາດດີ” ຍ້ອນບໍ່ມີໃຜເຫັນ. ໃນທີ່ສຸດສິ່ງທີ່ເຂົາເຈົ້າເຮັດຈະພາເຂົາເຈົ້າ “ໄປສູ່ຄວາມຕາຍ.” (ສພສ. 9:13, 17, 18) ສ່ວນຄົນທີ່ເຮັດຕາມຄຳເຊີນຂອງ “ສະຕິປັນຍາແທ້” ຈະໄດ້ຮັບຜົນທີ່ແຕກຕ່າງກັນຫຼາຍແທ້ໆ! (ສພສ. 9:1) ຕອນນີ້ເຮົາກຳລັງຮຽນທີ່ຈະຮັກໃນສິ່ງທີ່ພະເຢໂຫວາຮັກແລະຊັງໃນສິ່ງທີ່ພະເຢໂຫວາຊັງ. (ພສ. 97:10) ນອກຈາກນັ້ນ ເຮົາຍັງມີຄວາມສຸກທີ່ໄດ້ຊວນຄົນອື່ນໃຫ້ມາຮູ້ກ່ຽວກັບສະຕິປັນຍາແທ້. ເຮົາເປັນຄືກັບສາວໃຊ້ທີ່ “ຮ້ອງເອີ້ນຈາກບ່ອນສູງໃນເມືອງວ່າ: ‘ໃຜທີ່ຂາດປະສົບການໃຫ້ເຂົ້າມານີ້.’” ທັງເຮົາເອງແລະຄົນທີ່ໄດ້ຟັງຄຳເຊີນຈະໄດ້ຮັບປະໂຫຍດຫຼາຍຢ່າງທັງໃນຕອນນີ້ແລະຕະຫຼອດໄປ. ຖ້າເຮົາ “ຍ່າງໃນທາງແຫ່ງຄວາມເຂົ້າໃຈ” ເຮົາກໍຈະມີຊີວິດຢູ່ຕະຫຼອດໄປ.—ສພສ. 9:3, 4, 6. ຫ23.06 ໜ້າ 24 ຂໍ້ 17-18
ວັນອາທິດທີ 16 ພະຈິກ
ຄົນທີ່ບໍ່ໃຈຮ້າຍງ່າຍກໍດີກວ່າຄົນທີ່ມີແຮງຫຼາຍ ແລະຄົນທີ່ຄວບຄຸມອາລົມໄດ້ກໍດີກວ່າຄົນທີ່ຍຶດເມືອງໄດ້.—ສພສ. 16:32
ເຈົ້າຮູ້ສຶກຢ້ານບໍຖ້າໝູ່ຢູ່ບ່ອນເຮັດວຽກຫຼືຢູ່ໂຮງຮຽນຖາມເລື່ອງຄວາມເຊື່ອຂອງເຈົ້າ? ພວກເຮົາສ່ວນຫຼາຍຮູ້ສຶກຢ້ານ. ແຕ່ຄຳຖາມນີ້ອາດຈະຊ່ວຍເຮົາໃຫ້ເຂົ້າໃຈວ່າເຂົາເຈົ້າຄິດແນວໃດຫຼືເຊື່ອແນວໃດແທ້ໆແລະອາດເປີດໂອກາດໃຫ້ເຮົາໄດ້ບອກເຂົາເຈົ້າເລື່ອງຂ່າວດີ. ແຕ່ບາງເທື່ອເຂົາເຈົ້າຖາມອາດເປັນຍ້ອນວ່າເຂົາເຈົ້າບໍ່ມັກຫຼືຢາກຖຽງກັບເຮົາ. ເລື່ອງນີ້ບໍ່ແປກ ຍ້ອນເຂົາເຈົ້າອາດຈະໄດ້ຍິນຂໍ້ມູນທີ່ບໍ່ແມ່ນຄວາມຈິງກ່ຽວກັບຄວາມເຊື່ອຂອງເຮົາ. (ກຈກ. 28:22) ນອກຈາກນັ້ນ ຍ້ອນເຮົາຢູ່ໃນ “ສະໄໝສຸດທ້າຍ” ເຊິ່ງຫຼາຍຄົນ “ບໍ່ຍອມຜູ້ໃດ” ແລະເປັນຄົນ “ໂຫດຮ້າຍ.” (2ຕມ. 3:1, 3) ເຈົ້າອາດສົງໄສວ່າ: ‘ຂ້ອຍຈະເປັນຄົນໃຈເຢັນແລະອ່ອນໂຍນໄດ້ແນວໃດເມື່ອມີຄົນຢາກຖຽງກັບຂ້ອຍເລື່ອງຄວາມເຊື່ອ?’ ສິ່ງໃດຈະຊ່ວຍເຈົ້າໄດ້? ຄວາມອ່ອນໂຍນຊ່ວຍໄດ້. ຄົນອ່ອນໂຍນຈະບໍ່ໃຈຮ້າຍງ່າຍ ແຕ່ຈະພະຍາຍາມຄວບຄຸມໂຕເອງເມື່ອເຈິກັບຄວາມຜິດຫວັງຫຼືຄວາມບໍ່ແນ່ນອນ. ຫ23.09 ໜ້າ 14 ຂໍ້ 1-2
ວັນຈັນທີ 17 ພະຈິກ
ເຈົ້າຈະແຕ່ງຕັ້ງເຂົາເຈົ້າໃຫ້ເປັນເຈົ້ານາຍຢູ່ທົ່ວໂລກ.—ພສ. 45:16
ບາງເທື່ອເຮົາໄດ້ຮັບຄຳແນະນຳທີ່ຊ່ວຍປົກປ້ອງເຮົາ ເຊັ່ນ ບໍ່ໃຫ້ເປັນຄົນຮັກເງິນຫຼືບໍ່ເຮັດບາງຢ່າງທີ່ຈະເຮັດໃຫ້ເຮົາເຮັດຜິດກົດໝາຍຂອງພະເຈົ້າ. ເຮົາຈະໄດ້ຮັບປະໂຫຍດຈາກຄຳແນະນຳເຫຼົ່ານີ້ຖ້າເຮົາເຮັດຕາມແທ້ໆ. (ອຊຢ. 48:17, 18; 1ຕມ. 6:9, 10) ເຮົາໝັ້ນໃຈວ່າພະເຢໂຫວາຍັງຈະໃຊ້ມະນຸດໃຫ້ເປັນຕົວແທນຂອງເພິ່ນເພື່ອຊີ້ນຳປະຊາຊົນຂອງເພິ່ນໃນໄລຍະຄວາມທຸກລຳບາກຄັ້ງໃຫຍ່ໄປຈົນຮອດສະໄໝ 1.000 ປີ. ຕອນນັ້ນ ເຮົາຈະເຮັດຕາມການຊີ້ນຳຂອງພະເຢໂຫວາຢູ່ບໍ? ຖ້າເຮົາຝຶກຕັ້ງແຕ່ຕອນນີ້ ມັນກໍງ່າຍທີ່ເຮົາຈະເຮັດຕາມການຊີ້ນຳຂອງເພິ່ນໃນອະນາຄົດ. ດັ່ງນັ້ນ ໃຫ້ເຮົາເຮັດຕາມການຊີ້ນຳຂອງພະເຢໂຫວາສະເໝີເຊິ່ງລວມເຖິງການເຊື່ອຟັງພີ່ນ້ອງຊາຍທີ່ຖືກແຕ່ງຕັ້ງໃຫ້ນຳໜ້າແລະເບິ່ງແຍງເຮົາ. (ອຊຢ. 32:1, 2; ຮຣ. 13:17) ເຮົາໝັ້ນໃຈພະເຢໂຫວາໄດ້ຮ້ອຍເປີເຊັນ. ເພິ່ນເປັນຜູ້ນຳທາງທີ່ດີທີ່ສຸດຂອງເຮົາເຊິ່ງຊ່ວຍເຮົາໃຫ້ພົ້ນຈາກອັນຕະລາຍທີ່ທຳລາຍສາຍສຳພັນຂອງເຮົາກັບເພິ່ນ ແລະເພິ່ນຍັງຊ່ວຍເຮົາໃຫ້ໄປເຖິງຈຸດໝາຍປາຍທາງ ນັ້ນກໍຄືຊີວິດຕະຫຼອດໄປໃນໂລກໃໝ່. ຫ24.02 ໜ້າ 25 ຂໍ້ 17-18
ວັນອັງຄານທີ 18 ພະຈິກ
ພວກເຈົ້າໄດ້ຮັບການຊ່ວຍໃຫ້ລອດກໍຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າ.—ອຟຊ. 2:5
ອັກຄະສາວົກໂປໂລຮັບໃຊ້ພະເຢໂຫວາຢ່າງມີຄວາມສຸກ ແຕ່ລາວກໍເຈິບັນຫາຫຼາຍຢ່າງຄືກັນ. ໂປໂລຕ້ອງເດີນທາງໄກເລື້ອຍໆ ແລະການເດີນທາງໃນສະໄໝນັ້ນກໍບໍ່ງ່າຍເລີຍ. ບາງເທື່ອລາວເຈິ “ອັນຕະລາຍໃນແມ່ນ້ຳ” ແລະ “ອັນຕະລາຍຈາກໂຈນປຸ້ນ” ແລະລາວກໍເຄີຍຖືກພວກຜູ້ຕໍ່ຕ້ານຕີ. (2ກຣ. 11:23-27) ນອກຈາກນັ້ນ ມີຫຼາຍເທື່ອທີ່ພີ່ນ້ອງບໍ່ເຫັນຄ່າທີ່ລາວພະຍາຍາມຊ່ວຍເຂົາເຈົ້າ. (2ກຣ. 10:10; ຟລປ. 4:15) ສິ່ງໃດຊ່ວຍໂປໂລໃຫ້ພະຍາຍາມຮັບໃຊ້ພະເຢໂຫວາຕໍ່ໆໄປ? ໂປໂລຮູ້ດີວ່າພະເຢໂຫວາເປັນພະເຈົ້າແບບໃດ. ລາວຮູ້ເລື່ອງນີ້ຈາກຄຳພີໄບເບິນແລະຈາກປະສົບການຂອງໂຕເອງ. ລາວໝັ້ນໃຈວ່າພະເຢໂຫວາຮັກລາວຫຼາຍ ແລະລາວເອງກໍຮັກພະເຢໂຫວາຫຼາຍຄືກັນ. (ຣມ. 8:38, 39; ອຟຊ. 2:4, 5) ໂປໂລສະແດງຄວາມຮັກຕໍ່ພະເຢໂຫວາໂດຍ “ຮັບໃຊ້ພວກຜູ້ບໍລິສຸດແລະຍັງຮັບໃຊ້ຢູ່.”—ຮຣ. 6:10. ຫ23.07 ໜ້າ 9 ຂໍ້ 5-6
ວັນພຸດທີ 19 ພະຈິກ
[ໃຫ້]ຍອມເຊື່ອຟັງຄົນທີ່ມີອຳນາດປົກຄອງ.—ຣມ. 13:1
ຄຳພີໄບເບິນເອີ້ນລັດຖະບານຕ່າງໆວ່າ “ຄົນທີ່ມີອຳນາດປົກຄອງ.” ຫຼາຍຄົນຍອມຮັບວ່າເປັນສິ່ງທີ່ດີທີ່ຈະມີລັດຖະບານຕ່າງໆແລະເຂົາເຈົ້າອາດເຊື່ອຟັງກົດໝາຍບາງຂໍ້ທີ່ລັດຖະບານເຫຼົ່ານີ້ຕັ້ງຂຶ້ນ. ແຕ່ຄົນກຸ່ມດຽວກັນນີ້ອາດບໍ່ເຊື່ອຟັງກົດໝາຍທີ່ເຂົາເຈົ້າບໍ່ມັກຫຼືຮູ້ສຶກວ່າບໍ່ຍຸຕິທຳຕໍ່ເຂົາເຈົ້າ. ຄຳພີໄບເບິນຍອມຮັບວ່າລັດຖະບານຕ່າງໆຂອງມະນຸດເຮັດໃຫ້ເກີດຄວາມທຸກລຳບາກ. ລັດຖະບານເຫຼົ່ານີ້ຢູ່ພາຍໃຕ້ການຄວບຄຸມຂອງຊາຕານແລະອີກຈັກໜ້ອຍຈະຖືກທຳລາຍ. (ພສ. 110:5, 6; ປຍຈ. 8:9; ລກ. 4:5, 6) ຄຳພີໄບເບິນຍັງບອກເຮົາວ່າ: “ຜູ້ທີ່ຕໍ່ຕ້ານອຳນາດປົກຄອງກໍຕໍ່ຕ້ານການຈັດກຽມຂອງພະເຈົ້າ.” ຕອນນີ້ພະເຢໂຫວາຍອມໃຫ້ລັດຖະບານຕ່າງໆປົກຄອງເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍແລະເພິ່ນກໍຄາດໝາຍໃຫ້ເຮົາເຊື່ອຟັງລັດຖະບານເຫຼົ່ານີ້. ດັ່ງນັ້ນ ເຮົາ “ຕ້ອງໃຫ້ທຸກຄົນຕາມທີ່ພວກເຂົາສົມຄວນໄດ້ຮັບ” ລວມເຖິງການເສຍພາສີ ການໃຫ້ຄວາມນັບຖື ແລະການເຊື່ອຟັງ. (ຣມ. 13:1-7) ເຮົາອາດຮູ້ສຶກວ່າກົດໝາຍບາງຢ່າງຍາກທີ່ຈະເຊື່ອຟັງ ບໍ່ຍຸຕິທຳ ຫຼືມີຄ່າໃຊ້ຈ່າຍສູງ. ແຕ່ເຮົາຕ້ອງເຊື່ອຟັງລັດຖະບານເຫຼົ່ານີ້ຍ້ອນພະເຢໂຫວາບອກເຮົາໃຫ້ເຊື່ອຟັງ. ເຮົາຈະບໍ່ເຊື່ອຟັງເຂົາເຈົ້າຖ້າເຂົາເຈົ້າບອກເຮົາບໍ່ໃຫ້ເຮັດຕາມຄຳສັ່ງຂອງພະເຢໂຫວາ.—ກຈກ. 5:29. ຫ23.10 ໜ້າ 8 ຂໍ້ 9-10
ວັນພະຫັດທີ 20 ພະຈິກ
ພະເຢໂຫວາ . . . ໃຫ້ພະລັງຂອງເພິ່ນກັບແຊມຊັນ.—ຜຕສ. 15:14
ຕອນທີ່ແຊມຊັນເກີດ ພວກຟີລິດສະຕີນປົກຄອງພວກອິດສະຣາເອນແລະກົດຂີ່ເຂົາເຈົ້າ. (ຜຕສ. 13:1) ພວກອິດສະຣາເອນຈຶ່ງມີຊີວິດທີ່ລຳບາກຫຼາຍແທ້ໆຍ້ອນພວກຟີລິດສະຕີນໂຫດຮ້າຍຫຼາຍ. ພະເຢໂຫວາຈຶ່ງເລືອກແຊມຊັນໃຫ້ “ເປັນຜູ້ນຳທີ່ຊ່ວຍພວກອິດສະຣາເອນໃຫ້ລອດຈາກມືຂອງພວກຟີລິດສະຕີນ.” (ຜຕສ. 13:5) ດັ່ງນັ້ນ ເພື່ອແຊມຊັນຈະເຮັດວຽກທີ່ຍາກໆນີ້ໃຫ້ສຳເລັດ ລາວຕ້ອງໄວ້ວາງໃຈພະເຢໂຫວາ. ມີເທື່ອໜຶ່ງ ກອງທັບຟີລິດສະຕີນມາຈັບແຊມຊັນ ຕອນນັ້ນລາວຢູ່ເມືອງເລຮີເຊິ່ງອາດຢູ່ໃນເຂດຢູດາ. ພວກຢູດາທີ່ເປັນຄົນຊາດດຽວກັນກັບລາວຢ້ານຫຼາຍ ເຂົາເຈົ້າຈຶ່ງຈັບແຊມຊັນສົ່ງໃຫ້ພວກສັດຕູ. ເຂົາເຈົ້າເອົາເຊືອກໃໝ່ 2 ເສັ້ນມັດແຊມຊັນແລ້ວເອົາລາວໄປໃຫ້ພວກຟີລິດສະຕີນ. (ຜຕສ. 15:9-13) ແຕ່ “ພະເຢໂຫວາກໍໃຫ້ພະລັງຂອງເພິ່ນ” ກັບແຊມຊັນ ລາວຈຶ່ງດຶງເຊືອກທີ່ມັດຢູ່ນັ້ນຂາດ. ຈາກນັ້ນ ລາວກໍ “ແນມເຫັນກະດູກຄາງກະໄຕຂອງລາທີ່ຍັງໃໝ່ໆສົດໆຢູ່” ລາວຈຶ່ງໃຊ້ກະດູກນັ້ນຂ້າພວກຟີລິດສະຕີນຕາຍ 1.000 ຄົນ.—ຜຕສ. 15:14-16. ຫ23.09 ໜ້າ 2-3 ຂໍ້ 3-4
ວັນສຸກທີ 21 ພະຈິກ
ເລື່ອງນີ້ເປັນໄປຕາມຄວາມຕ້ອງການຂອງພະເຈົ້າທີ່ມີຢູ່ຕະຫຼອດໄປ ເຊິ່ງເພິ່ນຈະເຮັດໃຫ້ເກີດຂຶ້ນແທ້ໂດຍທາງພະຄລິດເຢຊູຜູ້ເປັນນາຍຂອງພວກເຮົາ.—ອຟຊ. 3:11
ພະເຢໂຫວາໄດ້ເປີດເຜີຍ “ຄວາມຕ້ອງການທີ່ມີຕະຫຼອດໄປ” ຂອງເພິ່ນເທື່ອລະເລັກເທື່ອລະໜ້ອຍໃນຄຳພີໄບເບິນ. ພະເຢໂຫວາສາມາດເລືອກວິທີໃດວິທີໜຶ່ງເພື່ອໃຫ້ຄວາມຕ້ອງການຂອງເພິ່ນສຳເລັດ. ເພິ່ນເຮັດສຳເລັດສະເໝີ ຍ້ອນເພິ່ນ “ເຮັດທຸກສິ່ງເພື່ອໃຫ້ຄວາມຕ້ອງການຂອງເພິ່ນເກີດຂຶ້ນແທ້.” (ສພສ. 16:4) ຜົນຈາກສິ່ງທີ່ພະເຢໂຫວາເຮັດຈະຢູ່ຕະຫຼອດໄປ. ຄວາມຕ້ອງການຂອງພະເຢໂຫວາແມ່ນຫຍັງ? ແລະເພິ່ນໄດ້ປັບປ່ຽນແນວໃດເພື່ອເຮັດໃຫ້ຄວາມຕ້ອງການຂອງເພິ່ນສຳເລັດ? ພະເຢໂຫວາໄດ້ບອກມະນຸດຄູ່ທຳອິດໃຫ້ຮູ້ກ່ຽວກັບຄວາມຕ້ອງການຂອງເພິ່ນທີ່ມີຕໍ່ເຂົາເຈົ້າ. ເພິ່ນບອກເຂົາເຈົ້າວ່າ: “ໃຫ້ພວກເຈົ້າມີລູກມີຫຼານຫຼາຍໆຈົນເຕັມໂລກ ແລະໃຫ້ເບິ່ງແຍງໂລກ . . . ແລະສິ່ງທີ່ມີຊີວິດທັງໝົດໃນໂລກ.” (ປຖກ. 1:28) ເມື່ອອາດາມກັບເອວາບໍ່ເຊື່ອຟັງ ມະນຸດທຸກຄົນໃນໂລກຈຶ່ງກາຍເປັນຄົນບາບ. ແຕ່ເລື່ອງນີ້ບໍ່ໄດ້ຢຸດຄວາມຕ້ອງການຂອງພະເຢໂຫວາ. ເພິ່ນໄດ້ປັບປ່ຽນວິທີເພື່ອເຮັດໃຫ້ຄວາມຕ້ອງການຂອງເພິ່ນສຳເລັດ. ໃນທັນທີທັນໃດ ເພິ່ນໄດ້ຕັດສິນໃຈທີ່ຈະຕັ້ງການປົກຄອງທີ່ຢູ່ໃນສະຫວັນຂຶ້ນເພື່ອເຮັດໃຫ້ຄວາມຕ້ອງການຂອງເພິ່ນຕັ້ງແຕ່ທຳອິດສຳລັບມະນຸດໃນໂລກເກີດຂຶ້ນແທ້.—ມທ. 25:34. ຫ23.10 ໜ້າ 19-20 ຂໍ້ 6-7
ວັນເສົາທີ 22 ພະຈິກ
ຖ້າພະເຢໂຫວາບໍ່ໄດ້ເປັນຜູ້ຊ່ວຍຂ້ອຍ ຂ້ອຍກະຄືຊິຕາຍໄວໆນີ້ແຫຼະ.—ພສ. 94:17
ພະເຢໂຫວາສາມາດຊ່ວຍເຮົາບໍ່ໃຫ້ຍອມແພ້. ມັນອາດບໍ່ງ່າຍທີ່ເຮົາຈະພະຍາຍາມຕໍ່ໆໄປໂດຍສະເພາະຖ້າເຮົາກຳລັງຕໍ່ສູ້ກັບຈຸດອ່ອນແບບເກົ່າເລື້ອຍໆ. ບາງເທື່ອຈຸດອ່ອນຂອງເຮົາອາດເບິ່ງຄືວ່າໜັກກວ່າຂອງເປໂຕ ແຕ່ພະເຢໂຫວາສາມາດໃຫ້ກຳລັງເຮົາເພື່ອຈະບໍ່ຍອມແພ້. (ພສ. 94:18, 19) ຕົວຢ່າງເຊັ່ນ: ພີ່ນ້ອງຊາຍຄົນໜຶ່ງເຄີຍເປັນຄົນຮັກເພດດຽວກັນມາຫຼາຍປີກ່ອນທີ່ລາວຈະຮູ້ຈັກຄວາມຈິງ. ຕໍ່ມາ ລາວໄດ້ປ່ຽນແປງໂຕເອງແລະໃຊ້ຊີວິດຕາມຫຼັກການໃນຄຳພີໄບເບິນ. ແຕ່ບາງເທື່ອລາວກໍຍັງມີຄວາມຕ້ອງການທີ່ຜິດໆຢູ່. ສິ່ງໃດຊ່ວຍລາວບໍ່ໃຫ້ຍອມແພ້? ລາວເວົ້າວ່າ: “ພະເຢໂຫວາໃຫ້ກຳລັງຂ້ອຍ.” ລາວເວົ້າຕື່ມວ່າ: “ໂດຍທາງພະລັງບໍລິສຸດຂອງພະເຢໂຫວາ . . . ຂ້ອຍໄດ້ຮູ້ວ່າເປັນໄປໄດ້ທີ່ຈະໃຊ້ຊີວິດແບບທີ່ພະເຢໂຫວາຕ້ອງການຕໍ່ໆໄປ. ພະເຢໂຫວາສາມາດໃຊ້ຂ້ອຍ ແລະເຖິງວ່າຂ້ອຍມີຂໍ້ຜິດພາດເພິ່ນກໍໃຫ້ກຳລັງກັບຂ້ອຍຕໍ່ໆໄປ.” ຫ23.09 ໜ້າ 23 ຂໍ້ 12
ວັນອາທິດທີ 23 ພະຈິກ
ຄົນທີ່ຖ່ອມແລະນັບຖືພະເຢໂຫວາຈະໄດ້ຮັບພອນ ໄດ້ຮັບກຽດ ແລະໄດ້ຊີວິດ.—ສພສ. 22:4
ພີ່ນ້ອງຊາຍທີ່ຍັງໜຸ່ມ ຂໍໃຫ້ຈື່ໄວ້ວ່າການເປັນຄລິດສະຕຽນທີ່ມີຄວາມເປັນຜູ້ໃຫຍ່ບໍ່ແມ່ນສິ່ງທີ່ໄດ້ມາໂດຍອັດຕະໂນມັດ. ເຈົ້າຕ້ອງຮຽນແບບຕົວຢ່າງທີ່ດີ ພັດທະນາຄວາມສຸຂຸມຮອບຄອບ ເປັນຄົນທີ່ໄວ້ໃຈໄດ້ ຝຶກທັກສະຕ່າງໆທີ່ເປັນປະໂຫຍດ ແລະກຽມພ້ອມສຳລັບໜ້າທີ່ຮັບຜິດຊອບໃນອະນາຄົດ. ບາງເທື່ອເຈົ້າອາດຮູ້ສຶກວ່າໂຕເອງຍັງຕ້ອງພັດທະນາອີກຫຼາຍຢ່າງ ແຕ່ຂໍໃຫ້ໝັ້ນໃຈວ່າເຈົ້າເຮັດໄດ້. ພະເຢໂຫວາຢາກຊ່ວຍເຈົ້າແທ້ໆ. (ອຊຢ. 41:10, 13) ພີ່ນ້ອງໃນປະຊາຄົມກໍຢາກຊ່ວຍເຈົ້າຄືກັນ. ເມື່ອເຈົ້າກ້າວໜ້າເປັນຄລິດສະຕຽນທີ່ມີຄວາມເປັນຜູ້ໃຫຍ່ ຊີວິດຂອງເຈົ້າກໍຈະມີຄວາມສຸກແລະມີຊີວິດທີ່ມີຄວາມໝາຍ. ພີ່ນ້ອງຊາຍທີ່ຍັງໜຸ່ມ ເຮົາຮັກເຈົ້າຫຼາຍ! ຂໍໃຫ້ພະເຢໂຫວາອວຍພອນເຈົ້າໃນຂະນະທີ່ເຈົ້າພະຍາຍາມກ້າວໜ້າຕໍ່ໆໄປເພື່ອຈະເປັນຄລິດສະຕຽນທີ່ມີຄວາມເປັນຜູ້ໃຫຍ່. ຫ23.12 ໜ້າ 29 ຂໍ້ 19-20
ວັນຈັນທີ 24 ພະຈິກ
ເບິ່ງຂ້າມຄວາມຜິດ.—ສພສ. 19:11
ສົມມຸດວ່າເຈົ້າໄປກິນເຂົ້າກັບພີ່ນ້ອງກຸ່ມໜຶ່ງ. ຕອນນັ້ນທຸກຄົນມ່ວນຫຼາຍ ທຸກຄົນຖ່າຍຮູບນຳກັນ. ຕອນທີ່ຖ່າຍຮູບ ເຈົ້າຈະບໍ່ຖ່າຍແຕ່ຮູບດຽວ ເຈົ້າຈະຖ່າຍສອງສາມຮູບເພື່ອກັນໄວ້. ຮູບທີ່ເຈົ້າຖ່າຍມີທັງໝົດ 3 ຮູບ ແຕ່ມີຮູບໜຶ່ງປາກົດວ່າພີ່ນ້ອງຄົນໜຶ່ງບໍ່ຍິ້ມ. ເຈົ້າຄືຊິລຶບຮູບນັ້ນຖິ້ມ ຍ້ອນເຈົ້າມີອີກ 2 ຮູບແລະທຸກຄົນກໍຍິ້ມ. ປົກກະຕິແລ້ວຕອນທີ່ເຮົາຢູ່ກັບພີ່ນ້ອງ ມັນຈະເປັນເວລາທີ່ດີແລະມີຄວາມສຸກ. ແຕ່ບາງເທື່ອພີ່ນ້ອງອາດເວົ້າຫຼືເຮັດບາງຢ່າງທີ່ເຮົາບໍ່ມັກ. ຖ້າເປັນແບບນັ້ນ ເຮົາຈະເຮັດແນວໃດ? ເຮົາຄວນພະຍາຍາມລືມເລື່ອງນັ້ນ ຄືກັບທີ່ເຮົາໄດ້ລຶບຮູບທີ່ບໍ່ງາມນັ້ນຖິ້ມ. (ອຟຊ. 4:32) ເຮົາຄວນເລືອກທີ່ຈະຈື່ຈຸດດີທີ່ເຂົາເຈົ້າເຮັດ. ຄວາມຊົງຈຳແບບນີ້ແຫຼະທີ່ເຮົາຢາກເກັບໄວ້. ຫ23.11 ໜ້າ 12 ຂໍ້ 16-17
ວັນອັງຄານທີ 25 ພະຈິກ
ຜູ້ຍິງກໍຄວນແຕ່ງໂຕໃຫ້ເໝາະສົມ . . . ໃຫ້ແຕ່ງໂຕໃຫ້ເໝາະສົມກັບເປັນຜູ້ຍິງທີ່ນັບຖືພະເຈົ້າ.—1ຕມ. 2:9
ຄຳພາສາກຣີກທີ່ໃຊ້ໃນຂໍ້ນີ້ເຮັດໃຫ້ເຫັນວ່າພີ່ນ້ອງຍິງຕ້ອງແຕ່ງໂຕໃນແບບທີ່ເປັນຕານັບຖືແລະຄິດເຖິງຄວາມຮູ້ສຶກຂອງຄົນອື່ນ. ເຮົາຢາກຊົມເຊີຍພີ່ນ້ອງຍິງທີ່ມີຄວາມເປັນຜູ້ໃຫຍ່ທຸກຄົນທີ່ແຕ່ງໂຕສຸພາບຮຽບຮ້ອຍ. ການມີວິຈາລະນະຍານທີ່ດີເປັນຄຸນລັກສະນະອີກຢ່າງໜຶ່ງທີ່ພີ່ນ້ອງຍິງທີ່ມີຄວາມເປັນຜູ້ໃຫຍ່ຕ້ອງມີ. ການມີວິຈາລະນະຍານທີ່ດີແມ່ນຫຍັງ? ແມ່ນຄວາມສາມາດທີ່ຈະແຍກອອກວ່າອັນໃດຖືກອັນໃດຜິດ ແລະເລືອກເຮັດສິ່ງທີ່ຖືກຕ້ອງ. ໃຫ້ເຮົາມາເບິ່ງຕົວຢ່າງຂອງອາບີກາຍນຳກັນ. ຜົວຂອງລາວຕັດສິນໃຈແບບທີ່ບໍ່ສະຫຼາດແລະເຮັດໃຫ້ທຸກຄົນໃນຄອບຄົວຕົກຢູ່ໃນອັນຕະລາຍ. ແຕ່ຍ້ອນອາບີກາຍມີວິຈາລະນະຍານທີ່ດີຈຶ່ງເຮັດໃຫ້ທຸກຄົນໃນຄອບຄົວປອດໄພ. (1ຊມ. 25:14-23, 32-35) ການມີວິຈາລະນະຍານທີ່ດີຊ່ວຍເຮົາໃຫ້ຮູ້ວ່າຕອນໃດຄວນເວົ້າແລະຕອນໃດບໍ່ຄວນເວົ້າ ແລະຍັງຊ່ວຍເຮົາໃຫ້ສະແດງຄວາມສົນໃຈຕໍ່ພີ່ນ້ອງໃນແບບພໍດີພໍງາມ.—1ທຊ. 4:11. ຫ23.12 ໜ້າ 20 ຂໍ້ 8-9
ວັນພຸດທີ 26 ພະຈິກ
ພວກເຮົາມີຄວາມສຸກຍ້ອນມີຄວາມຫວັງວ່າພະເຈົ້າຈະແຕ່ງຕັ້ງພວກເຮົາໃຫ້ມີຕຳແໜ່ງທີ່ສູງ.—ຣມ. 5:2
ໂປໂລຂຽນຄຳເວົ້ານີ້ໄປຫາຄລິດສະຕຽນທີ່ຢູ່ເມືອງໂຣມ. ຄລິດສະຕຽນເຫຼົ່ານັ້ນໄດ້ຮຽນຮູ້ກ່ຽວກັບພະເຢໂຫວາແລະພະເຢຊູ ເຂົາເຈົ້າໄດ້ສະແດງຄວາມເຊື່ອແລະໄດ້ເຂົ້າມາເປັນຄລິດສະຕຽນ. ພະເຈົ້າຖືວ່າ “[ເຂົາເຈົ້າ] ເປັນທີ່ຍອມຮັບຂອງພະອົງແລ້ວຍ້ອນ [ເຂົາເຈົ້າ] ມີຄວາມເຊື່ອ” ແລະເພິ່ນໄດ້ເລືອກຄລິດສະຕຽນເຫຼົ່ານີ້ໂດຍພະລັງບໍລິສຸດ. (ຣມ. 5:1) ຍ້ອນແນວນີ້ຈຶ່ງເຮັດໃຫ້ເຂົາເຈົ້າມີຄວາມຫວັງທີ່ດີເລີດ. ຕໍ່ມາ ໂປໂລໄດ້ຂຽນໄປຫາຄລິດສະຕຽນຜູ້ຖືກເລືອກທີ່ຢູ່ໃນເມືອງເອເຟໂຊກ່ຽວກັບຄວາມຫວັງທີ່ພະເຈົ້າໃຫ້ເຂົາເຈົ້າ. ຄວາມຫວັງນີ້ລວມເຖິງສິ່ງດີໆຫຼາຍຢ່າງທີ່ພະເຈົ້າຈະ “ໃຫ້ພວກຜູ້ບໍລິສຸດເປັນມໍລະດົກ.” (ອຟຊ. 1:18) ໂປໂລຍັງໄດ້ຂຽນໄປຫາຄລິດສະຕຽນທີ່ຢູ່ໃນເມືອງໂກໂລຊາຍນຳ. ລາວບອກວ່າ: “ພວກເຈົ້າຫວັງຈະໄດ້ສິ່ງທີ່ກຽມໃຫ້ພວກເຈົ້າໃນສະຫວັນ.” (ກລຊ. 1:4, 5) ຄວາມຫວັງຂອງຜູ້ຖືກເລືອກກໍຄື ເມື່ອເຂົາເຈົ້າຕາຍ ເຂົາເຈົ້າຈະຖືກປຸກໃຫ້ຄືນມາຈາກຕາຍແລະໄປຮ່ວມປົກຄອງກັບພະເຢຊູຢູ່ໃນສະຫວັນ.—1ທຊ. 4:13-17; ພນມ. 20:6. ຫ23.12 ໜ້າ 9 ຂໍ້ 4-5
ວັນພະຫັດທີ 27 ພະຈິກ
ສັນຕິສຸກຂອງພະເຈົ້າທີ່ເກີນຄວາມເຂົ້າໃຈທຸກຢ່າງກໍຈະປົກປ້ອງຫົວໃຈແລະຄວາມຄິດຂອງພວກເຈົ້າໄວ້.—ຟລປ. 4:7
ໃນພາສາດັ້ງເດີມ ຄຳວ່າ “ປົກປ້ອງ” ເປັນຄຳທີ່ທະຫານໃຊ້ເມື່ອເວົ້າເຖິງກອງທະຫານທີ່ປົກປ້ອງເມືອງບໍ່ໃຫ້ສັດຕູມາໂຈມຕີ. ເມື່ອມີທະຫານເຝົ້າປະຕູເມືອງ ຄົນໃນເມືອງກໍຮູ້ສຶກປອດໄພແລະນອນຫຼັບໄດ້. ຄ້າຍຄືກັນ ເມື່ອສັນຕິສຸກຂອງພະເຈົ້າປົກປ້ອງຫົວໃຈແລະຄວາມຄິດຂອງເຮົາ ເຮົາກໍຮູ້ສຶກສະຫງົບໃຈແລະປອດໄພ. (ພສ. 4:8) ຄືກັບຮັນນາ ເຖິງວ່າບັນຫາຂອງເຮົາຍັງມີຢູ່ ແຕ່ເຮົາກໍສະຫງົບໃຈໄດ້. (1ຊມ. 1:16-18) ເມື່ອເຮົາສະຫງົບໃຈ ເຮົາກໍຄິດແລະຕັດສິນໃຈເລື່ອງຕ່າງໆໄດ້ຢ່າງຖືກຕ້ອງ. ເຮົາຕ້ອງເຮັດຫຍັງ? ຕອນທີ່ເຈົ້າຮູ້ສຶກທໍ້ໃຈຫຼາຍ ໃຫ້ອະທິດຖານຂໍສັນຕິສຸກຂອງພະເຈົ້າ ແລະອະທິດຖານເລື້ອຍໆຈົນກວ່າເຈົ້າຮູ້ສຶກດີຂຶ້ນ. (ລກ. 11:9; 1ທຊ. 5:17) ຖ້າເຈົ້າເຈິບັນຫາໜັກທີ່ເກືອບຈະຮັບມືບໍ່ໄຫວ ໃຫ້ອະທິດຖານເລື້ອຍໆແລ້ວພະເຢໂຫວາຈະໃຫ້ເຈົ້າມີສັນຕິສຸກທີ່ຈະປົກປ້ອງຫົວໃຈແລະຄວາມຄິດຂອງເຈົ້າ.—ຣມ. 12:12. ຫ24.01 ໜ້າ 21 ຂໍ້ 5-6
ວັນສຸກທີ 28 ພະຈິກ
ພະເຈົ້າ ພໍ່ຂອງພວກເຮົາທີ່ຢູ່ໃນສະຫວັນ ຂໍໃຫ້ຊື່ຂອງພະອົງໄດ້ຮັບຄວາມນັບຖືຫຼາຍທີ່ສຸດຕະຫຼອດໄປ.—ມທ. 6:9
ພະເຢຊູຍອມອົດທົນກັບການຖືກທໍລະມານທຸກຮູບແບບ ຖືກດູຖູກ ແລະຖືກໃສ່ຮ້າຍເພື່ອເຮັດໃຫ້ຊື່ຂອງພະເຢໂຫວາໄດ້ຮັບຄວາມນັບຖືຕະຫຼອດໄປ. ພະເຢຊູຮູ້ວ່າເພິ່ນໄດ້ເຊື່ອຟັງພະເຢໂຫວາພໍ່ຂອງເພິ່ນໃນທຸກເລື່ອງ ເພິ່ນຈຶ່ງບໍ່ມີຫຍັງທີ່ຕ້ອງອາຍ. (ຮຣ. 12:2) ເພິ່ນໄດ້ຮູ້ວ່າຊາຕານກຳລັງໂຈມຕີເພິ່ນໃນເວລາທີ່ຍາກທີ່ສຸດ. (ລກ. 22:2-4; 23:33, 34) ຊາຕານຢາກໃຫ້ພະເຢຊູເຊົາສັດຊື່ຕໍ່ພະເຢໂຫວາ ແຕ່ມັນກໍເຮັດບໍ່ສຳເລັດ! ພະເຢຊູພິສູດໃຫ້ເຫັນວ່າຊາຕານເວົ້າຕົວະ ແລະພິສູດວ່າພະເຢໂຫວາມີຜູ້ຮັບໃຊ້ທີ່ສັດຊື່ທີ່ພັກດີຕໍ່ເພິ່ນສະເໝີເຖິງວ່າຈະເຈິການທົດສອບທີ່ຍາກທີ່ສຸດໃນຊີວິດ. ເຈົ້າຈະເຮັດໃຫ້ພະເຢຊູກະສັດຂອງເຈົ້າດີໃຈບໍ? ເຈົ້າເຮັດໄດ້ໂດຍສັນລະເສີນຊື່ຂອງພະເຢໂຫວາຕໍ່ໆໄປ ແລະຊ່ວຍຄົນອື່ນໃຫ້ຮູ້ວ່າພະເຢໂຫວາເປັນພະເຈົ້າແບບໃດແທ້ໆ. ເມື່ອເຮັດແບບນັ້ນ ເຈົ້າກໍກຳລັງຮຽນແບບພະເຢຊູ. (1ປຕ. 2:21) ຄືກັບພະເຢຊູ ເຈົ້າເຮັດໃຫ້ພະເຢໂຫວາມີຄວາມສຸກແລະພິສູດວ່າຊາຕານສັດຕູຂອງເພິ່ນເປັນຈອມຂີ້ຕົວະ. ຫ24.02 ໜ້າ 11-12 ຂໍ້ 11-13
ວັນເສົາທີ 29 ພະຈິກ
ຂ້ອຍຈະຕອບແທນພະເຢໂຫວາແນວໃດສຳລັບສິ່ງດີໆທຸກຢ່າງທີ່ເພິ່ນເຮັດເພື່ອຂ້ອຍ?—ພສ. 116:12
ໃນໄລຍະ 5 ປີຜ່ານມາມີຫຼາຍກວ່າໜຶ່ງລ້ານຄົນໄດ້ຮັບບັບເຕມາແລະເຂົ້າມາເປັນພະຍານພະເຢໂຫວາ. ເມື່ອເຈົ້າອຸທິດໂຕໃຫ້ພະເຢໂຫວາກໍໝາຍຄວາມວ່າເຈົ້າເລືອກທີ່ຈະເປັນລູກສິດຂອງພະເຢຊູແລະໃຫ້ຄວາມຕ້ອງການຂອງພະເຢໂຫວາສຳຄັນທີ່ສຸດໃນຊີວິດຂອງເຈົ້າ. ການອຸທິດໂຕຂອງຄລິດສະຕຽນລວມເຖິງຫຍັງອີກ? ພະເຢຊູບອກວ່າ: “ຖ້າຜູ້ໃດຢາກຕິດຕາມຂ້ອຍ ກໍໃຫ້ຜູ້ນັ້ນເຊົາໃຊ້ຊີວິດເພື່ອໂຕເອງ.” (ມທ. 16:24) ຄຳພາສາກຣີກທີ່ບອກວ່າ: “ເຊົາໃຊ້ຊີວິດເພື່ອໂຕເອງ” ຍັງອາດໝາຍຄວາມວ່າ “ໃຫ້ລາວບອກວ່າບໍ່ກັບຄວາມຕ້ອງການຂອງໂຕເອງ.” ເມື່ອເຈົ້າອຸທິດໂຕໃຫ້ພະເຢໂຫວາ ເຈົ້າຕ້ອງບອກວ່າ “ບໍ່” ກັບທຸກສິ່ງທີ່ຂັດກັບຄວາມຕ້ອງການຂອງພະເຢໂຫວາ. (2ກຣ. 5:14, 15) ເລື່ອງນີ້ລວມເຖິງການບໍ່ເຮັດຕາມ “ຄວາມຕ້ອງການຂອງຄົນທີ່ບໍ່ສົມບູນແບບ” ເຊັ່ນ ການເຮັດຜິດສິນລະທຳທາງເພດ. (ຄລຕ. 5:19-21; 1ກຣ. 6:18) ການເຮັດຕາມຄຳສັ່ງເຫຼົ່ານີ້ເຮັດໃຫ້ຊີວິດຂອງເຈົ້າຫຍຸ້ງຍາກບໍ? ບໍ່ຍາກ ຖ້າເຈົ້າຮັກພະເຢໂຫວາແລະໝັ້ນໃຈວ່າກົດໝາຍຂອງເພິ່ນເປັນປະໂຫຍດຕໍ່ເຈົ້າ.—ພສ. 119:97; ອຊຢ. 48:17, 18. ຫ24.03 ໜ້າ 2 ຂໍ້ 1; ໜ້າ 3 ຂໍ້ 4
ວັນອາທິດທີ 30 ພະຈິກ
ພໍ່ພໍໃຈລູກຫຼາຍ.—ລກ. 3:22
ພະເຢໂຫວາໃຫ້ພະລັງບໍລິສຸດກັບຄົນທີ່ເພິ່ນພໍໃຈ. (ມທ. 12:18) ໃຫ້ຖາມໂຕເອງວ່າ: ‘ຂ້ອຍໄດ້ສະແດງຜົນທີ່ເກີດຈາກພະລັງຂອງພະເຈົ້າໃນຊີວິດບໍ?’ ເຈົ້າສັງເກດບໍວ່າເຈົ້າອົດທົນກັບຄົນອື່ນໄດ້ຫຼາຍກວ່າຕອນທີ່ເຈົ້າບໍ່ຮູ້ຈັກພະເຢໂຫວາ? ທີ່ຈິງ ແຮ່ງເຈົ້າສະແດງຜົນທີ່ເກີດຈາກພະລັງຂອງພະເຈົ້າຫຼາຍສ່ຳໃດ ມັນກໍແຮ່ງເປັນຫຼັກຖານທີ່ສະແດງໃຫ້ເຫັນວ່າພະເຢໂຫວາພໍໃຈເຈົ້າ! ພະເຢໂຫວາໃຊ້ຄຸນຄ່າຂອງຄ່າໄຖ່ກັບຜູ້ທີ່ເພິ່ນພໍໃຈ. (1ຕມ. 2:5, 6) ແຕ່ຖ້າໃຈເຮົາຍັງບໍ່ເຊື່ອເດວ່າພະເຢໂຫວາພໍໃຈເຮົາທັງໆທີ່ເຮົາມີຄວາມເຊື່ອໃນຄ່າໄຖ່ແລະຮັບບັບເຕມາແລ້ວ? ໃຫ້ຈື່ໄວ້ວ່າເຮົາໄວ້ໃຈຄວາມຮູ້ສຶກຂອງໂຕເອງບໍ່ໄດ້ຕະຫຼອດ ແຕ່ເຮົາໄວ້ໃຈພະເຢໂຫວາໄດ້. ເພິ່ນຖືວ່າຄົນທີ່ເຊື່ອໃນຄ່າໄຖ່ເປັນຄົນທີ່ເຮັດສິ່ງທີ່ຖືກຕ້ອງ ແລະເພິ່ນສັນຍາວ່າຈະອວຍພອນເຂົາເຈົ້າ.—ພສ. 5:12; ຣມ. 3:26. ຫ24.03 ໜ້າ 30 ຂໍ້ 15; ໜ້າ 31 ຂໍ້ 17