ຄຳພີໄບເບິນປ່ຽນຊີວິດຄົນ
ຂ້ອຍລົ້ມເຫຼວຫຼາຍເທື່ອກ່ອນຈະປະສົບຄວາມສຳເລັດ
ປີເກີດ 1953
ເກີດຢູ່ປະເທດ ອົດສະຕຣາລີ
ປະຫວັດ ຕິດສື່ລາມົກ
ຊີວິດທີ່ຜ່ານມາ:
ປີ 1949 ພໍ່ຂອງຂ້ອຍອົບພະຍົບຈາກເຢຍລະມັນໄປຢູ່ອົດສະຕຣາລີ. ພໍ່ຫາວຽກເຮັດໃນເໝືອງແຮ່ແລະໂຮງງານຜະລິດໄຟຟ້າ ແລ້ວກໍໄດ້ຕັ້ງຖິ່ນຖານຢູ່ລັດວິກຕໍເຣຍ. ພໍ່ເຈິແມ່ຢູ່ຫັ້ນແລ້ວກໍໄດ້ແຕ່ງດອງກັນ ຂ້ອຍເກີດໃນປີ 1953.
ສອງສາມປີຕໍ່ມາ ແມ່ຂອງຂ້ອຍສຶກສາຄຳພີໄບເບິນກັບພະຍານພະເຢໂຫວາ ຂ້ອຍຖືກສອນເລື່ອງຄຳພີໄບເບິນຕັ້ງແຕ່ຈື່ຄວາມໄດ້. ແຕ່ພໍ່ບໍ່ສົນໃຈສາສະໜາຫຍັງເລີຍ ພໍ່ເປັນຄົນທີ່ມັກຄວາມຮຸນແຮງແລະມັກຈະໃຊ້ກຳລັງ. ແມ່ຢ້ານລາວ ແຕ່ແມ່ກໍຍັງລັກສຶກສາແລະເລີ່ມຮັກຄຳສອນໃນຄຳພີໄບເບິນ. ຕອນທີ່ພໍ່ອອກໄປນອກ ແມ່ຈະສອນຄຳພີໄບເບິນໃຫ້ນ້ອງສາວ ແມ່ບອກພວກເຮົາວ່າ ອີກບໍ່ດົນໂລກຈະເປັນອຸທິຍານແລະເຮົາກໍຈະມີຄວາມສຸກຖ້າເຮົາເຮັດຕາມຄຳສອນໃນຄຳພີໄບເບິນ.—ເພງສັນລະເສີນ 37:10, 29; ເອຊາຢາ 48:17
ຕອນທີ່ຂ້ອຍອາຍຸ 18 ປີ ພໍ່ໃຊ້ຄວາມຮຸນແຮງຈົນເຮັດໃຫ້ຂ້ອຍຕ້ອງໜີອອກຈາກເຮືອນ. ເຖິງວ່າຂ້ອຍຈະເຊື່ອສິ່ງທີ່ແມ່ສອນຈາກຄຳພີໄບເບິນແຕ່ຂ້ອຍກໍບໍ່ໄດ້ເຫັນຄຸນຄ່າແທ້ໆ. ຂ້ອຍບໍ່ໄດ້ໃຊ້ຊີວິດຕາມທີ່ຄຳພີໄບເບິນສອນ ຂ້ອຍເລີ່ມເຮັດວຽກເປັນຊ່າງໄຟຟ້າຢູ່ເໝືອງຖ່ານຫີນ. ເມື່ອຂ້ອຍອາຍຸໄດ້ 20 ປີຂ້ອຍກໍແຕ່ງດອງ ແລະອີກ 3 ປີຕໍ່ມາຂ້ອຍກໍມີລູກສາວແລະຂ້ອຍເລີ່ມຄິດວ່າສິ່ງສຳຄັນໃນຊີວິດຂອງຂ້ອຍແມ່ນຫຍັງ. ຂ້ອຍຮູ້ວ່າຄຳພີໄບເບິນສາມາດຊ່ວຍຄອບຄົວເຮົາໄດ້ ຂ້ອຍກໍເລີຍເລີ່ມສຶກສາກັບພະຍານພະເຢໂຫວາ. ແຕ່ເມຍຂອງຂ້ອຍຕໍ່ຕ້ານພະຍານພະເຢໂຫວາຫຼາຍ ເມື່ອຂ້ອຍເລີ່ມເຂົ້າຮ່ວມການປະຊຸມ ລາວກໍເວົ້າເດັດຂາດວ່າ ຂ້ອຍຈະເລືອກຫຍັງລະຫວ່າງສຶກສາຄຳພີໄບເບິນຫຼືຄອບຄົວ. ຂ້ອຍຍອມແພ້ຕໍ່ແຮງກົດດັນນັ້ນ ຂ້ອຍຈຶ່ງຕັດຂາດຈາກພະຍານພະເຢໂຫວາຕາມທີ່ລາວຕ້ອງການ ຂ້ອຍເສຍໃຈທີ່ບໍ່ໄດ້ເຮັດສິ່ງທີ່ຂ້ອຍຮູ້ວ່າຖືກຕ້ອງ.
ມື້ໜຶ່ງໝູ່ທີ່ເຮັດວຽກນຳກັນຊວນຂ້ອຍເບິ່ງສື່ລາມົກ ມັນທັງໜ້າຕື່ນເຕັ້ນແລະເປັນຕາຂີ້ດຽດ ແລ້ວຂ້ອຍກໍຮູ້ສຶກຜິດຫຼາຍ. ຂ້ອຍຈື່ສິ່ງທີ່ຮຽນຈາກຄຳພີໄບເບິນໄດ້ຂ້ອຍຈຶ່ງເຊື່ອວ່າພະເຈົ້າລົງໂທດຂ້ອຍ. ແຕ່ແຮ່ງຂ້ອຍເບິ່ງຮູບພາບລາມົກຫຼາຍເທົ່າໃດ ຂ້ອຍກໍແຮ່ງມັກມັນຫຼາຍຂຶ້ນແລະບໍ່ດົນຂ້ອຍກໍຕິດສື່ລາມົກ.
ອີກ 20 ປີຕໍ່ມາ ຂ້ອຍແຮ່ງເຫີນຫ່າງຈາກມາດຕະຖານທີ່ແມ່ພະຍາຍາມສອນ ການປະພຶດຂອງຂ້ອຍສະແດງໃຫ້ເຫັນສິ່ງທີ່ຂ້ອຍຮັບເຂົ້າມາໃນຈິດໃຈ. ຂ້ອຍມັກເວົ້າຄຳຫຍາບແລະເວົ້າຕະຫຼົກລາມົກ ຂ້ອຍເບິ່ງເລື່ອງເພດສຳພັນຜິດໄປຈາກທີ່ຄວນຈະເປັນ. ເຖິງຂ້ອຍຍັງຢູ່ກັບເມຍ ແຕ່ຂ້ອຍກໍຍັງມີຜູ້ຍິງຄົນອື່ນໆອີກຫຼາຍຄົນ. ມື້ໜຶ່ງຂ້ອຍເບິ່ງໂຕເອງໃນແວ່ນແລະຄິດວ່າ: ‘ຂ້ອຍຊັງເຈົ້າ!’ ຂ້ອຍບໍ່ເຫຼືອຄວາມນັບຖືໂຕເອງເລີຍ ມີແຕ່ກຽດຊັງໂຕເອງ.
ແລ້ວຊີວິດແຕ່ງດອງຂອງຂ້ອຍກໍຈົບລົງ. ຊີວິດຂ້ອຍກໍພັງທະລາຍ ຂ້ອຍອະທິດຖານເຖິງພະເຢໂຫວາສຸດຫົວໃຈແລະກັບມາສຶກສາຄຳພີໄບເບິນເຖິງແມ່ນວ່າຈະເຊົາສຶກສາໄປໄດ້ 20 ປີແລ້ວ. ຕອນນັ້ນພໍ່ເສຍຊີວິດແລ້ວ ແລະແມ່ກໍຮັບບັບເຕມາເຂົ້າມາເປັນພະຍານພະເຢໂຫວາ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ:
ມີອຸປະສັກຂະໜາດໃຫຍ່ຂັດຂວາງລະຫວ່າງການໃຊ້ຊີວິດຂອງຂ້ອຍກັບມາດຕະຖານສູງຂອງຄຳພີໄບເບິນ. ເທື່ອນີ້ຂ້ອຍຕັ້ງໃຈເອົາແທ້ເອົາວ່າຈະເຮັດໃຫ້ຄວາມຄິດຈິດໃຈຂອງຂ້ອຍມີແຕ່ຄຳສັນຍາຈາກຄຳພີໄບເບິນ. ຂ້ອຍຕັ້ງໃຈຄວບຄຸມຄຳເວົ້າແລະອາລົມຂອງໂຕເອງ ຂ້ອຍຍັງເຊົາໃຊ້ຊີວິດແບບຜິດສິນລະທຳ ເຊົາຫຼິ້ນການພະນັນ ເຊົາກິນເຫຼົ້າແລະເຊົາລັກເຄື່ອງຂອງຂອງຫົວໜ້ານຳ.
ໝູ່ທີ່ເຮັດວຽກນຳກັນບໍ່ເຂົ້າໃຈວ່າເປັນຫຍັງຂ້ອຍຈຶ່ງຢາກປ່ຽນແປງໂຕເອງຫຼາຍຂະໜາດນັ້ນ. ເປັນເວລາດົນຕັ້ງ 3 ປີທີ່ເຂົາເຈົ້າພະຍາຍາມຍົວະໃຫ້ຂ້ອຍກັບມາໃຊ້ຊີວິດແບບເກົ່າ. ຖ້າຂ້ອຍເຮັດສິ່ງທີ່ບໍ່ດີບາງຢ່າງເຊັ່ນ: ສະແດງອາລົມໃຈຮ້າຍຫຼືເວົ້າຫຍາບຄາຍເຂົາເຈົ້າກໍຈະຮ້ອງໃສ່ວ່າ: “ຮະຮ່າ! ໂຈຄົນເກົ່າກັບມາແລ້ວ”. ມັນເປັນຄຳເວົ້າທີ່ເຮັດໃຫ້ຂ້ອຍເຈັບໃຈແທ້ໆ ຂ້ອຍຮູ້ສຶກລົ້ມເຫຼວຊ້ຳແລ້ວຊ້ຳອີກ.
ບ່ອນເຮັດວຽກຂ້ອຍມີແຕ່ສື່ລາມົກ ທັງຢູ່ໃນຄອມພິວເຕີແລະຮູບພາບ. ໝູ່ຢູ່ບ່ອນເຮັດວຽກມັກຈະສົ່ງຮູບພາບລາມົກມາທາງຄອມພິວເຕີຕະຫຼອດ ຄືກັບທີ່ຂ້ອຍເຄີຍເຮັດເປັນປະຈຳ. ຂ້ອຍພະຍາຍາມເຊົາເບິ່ງສື່ລາມົກ ແຕ່ເຂົາເຈົ້າກໍພະຍາຍາມຈະຍົວະຂ້ອຍທຸກທາງ. ຂ້ອຍຂໍຄວາມຊ່ວຍເຫຼືອຈາກຜູ້ນຳການສຶກສາເພື່ອໃຫ້ກຳລັງໃຈຂ້ອຍ. ລາວຕັ້ງໃຈຟັງຂ້ອຍລະບາຍຄວາມຮູ້ສຶກ ແລະເປີດຂໍ້ພະຄຳພີບາງຂໍ້ໃຫ້ເບິ່ງເພື່ອຊ່ວຍໃຫ້ຂ້ອຍຕໍ່ສູ້ກັບການຕິດສື່ລາມົກ. ລາວສະໜັບສະໜູນຂ້ອຍໃຫ້ຂໍການຊ່ວຍເຫຼືອຈາກພະເຢໂຫວາໂດຍການອະທິດຖານຕໍ່ໆໄປ.—ເພງສັນລະເສີນ 119:37
ມື້ໜຶ່ງຂ້ອຍເອີ້ນໝູ່ຢູ່ບ່ອນເຮັດວຽກມາປະຊຸມກັນ. ຕອນທີ່ເຂົາເຈົ້າມາຮອດ ຂ້ອຍກໍບອກເຂົາເຈົ້າໃຫ້ເອົາເບຍມາໃຫ້ໝູ່ 2 ຄົນທີ່ກຳລັງພະຍາຍາມເຊົາກິນເຫຼົ້າ. ເຂົາເຈົ້າໂວຍວາຍວ່າ: “ເຈົ້າເຮັດແບບນີ້ບໍ່ໄດ້ໄດ໋! ສອງຄົນນີ້ກຳລັງພະຍາຍາມເຊົາກິນເຫຼົ້າຢູ່.” ຂ້ອຍບອກເຂົາເຈົ້າວ່າ: “ພວກເຈົ້າຮູ້ບໍວ່າ ຂ້ອຍກຳລັງພະຍາຍາມເຊົາຄືກັນ.” ຕັ້ງແຕ່ມື້ນັ້ນມາເຂົາເຈົ້າກໍຮູ້ວ່າຂ້ອຍກຳລັງພະຍາຍາມເຊົາເບິ່ງສື່ລາມົກແລະບໍ່ກົດດັນໃຫ້ຂ້ອຍກັບໄປໃຊ້ຊີວິດແບບເກົ່າອີກ.
ດ້ວຍຄວາມຊ່ວຍເຫຼືອຈາກພະເຢໂຫວາ ໃນທີ່ສຸດຂ້ອຍກໍເຊົາຕິດສື່ລາມົກໄດ້. ໃນປີ 1999 ຂ້ອຍຮັບບັບເຕມາເຂົ້າມາເປັນພະຍານພະເຢໂຫວາ. ຂ້ອຍດີໃຈຫຼາຍທີ່ໄດ້ຮັບໂອກາດເທື່ອທີສອງໃຫ້ເຮັດສິ່ງທີ່ຖືກຕ້ອງແລະເຮັດໃຫ້ຊີວິດມີຄວາມສຸກ.
ຕອນນີ້ຂ້ອຍເຂົ້າໃຈແລ້ວວ່າເປັນຫຍັງພະເຢໂຫວາຈຶ່ງຊັງສິ່ງທີ່ຂ້ອຍມັກມາຕັ້ງດົນ. ຍ້ອນພະເຢໂຫວາເປັນພໍ່ທີ່ຮັກເຮົາ ເພິ່ນຈຶ່ງຢາກປົກປ້ອງເຮົາຈາກອັນຕະລາຍຂອງການເບິ່ງສື່ລາມົກ. ເລື່ອງນີ້ເປັນຈິງຄືຄຳເວົ້າໃນສຸພາສິດ 3:5, 6 ທີ່ບອກວ່າ: “ໃຫ້ໄວ້ວາງໃຈພະເຢໂຫວາສຸດຫົວໃຈຂອງລູກແລະຢ່າເພິ່ງຄວາມເຂົ້າໃຈຂອງໂຕເອງ. ບໍ່ວ່າລູກຈະເຮັດຫຍັງກໍໃຫ້ຄິດເຖິງເພິ່ນສະເໝີ ແລ້ວເພິ່ນຈະບອກທາງທີ່ຖືກຕ້ອງໃຫ້ລູກ.” ມາດຕະຖານໃນຄຳພີໄບເບິນບໍ່ພຽງແຕ່ປົກປ້ອງເຮົາ ແຕ່ຍັງຊ່ວຍເຮົາໃຫ້ປະສົບຄວາມສຳເລັດໃນຊີວິດນຳ.
ປະໂຫຍດທີ່ໄດ້ຮັບ:
ແຕ່ກ່ອນຂ້ອຍຮູ້ສຶກຂີ້ດຽດໂຕເອງ ແຕ່ຕອນນີ້ຂ້ອຍມີຄວາມນັບຖືໂຕເອງແລະຮູ້ສຶກສະຫງົບໃຈ. ຂ້ອຍມີຊີວິດທີ່ສະອາດແລະເຫັນວ່າພະເຢໂຫວາໃຫ້ອະໄພແລະຊ່ວຍເຫຼືອຂ້ອຍ. ໃນປີ 2000 ຂ້ອຍແຕ່ງດອງກັບແຄໂຣລິນເຊິ່ງເປັນພີ່ນ້ອງຍິງທີ່ງາມແລະຮັກພະເຢໂຫວາຫຼາຍຄືກັບຂ້ອຍ. ຄອບຄົວເຮົາມີແຕ່ຄວາມສະຫງົບສຸກ ເຮົາຮູ້ສຶກວ່າເປັນສິດທິພິເສດຫຼາຍທີ່ໄດ້ເປັນສ່ວນໜຶ່ງຂອງສັງຄົມພີ່ນ້ອງທົ່ວໂລກທີ່ໃຊ້ຊີວິດທີ່ສະອາດແລະຮັກກັນ.