ບົດຄວາມສຶກສາທີ 37
ເຕັມໃຈຍອມຢູ່ໃຕ້ອຳນາດຂອງພະເຢໂຫວາ
“ສົມຄວນຫຼາຍກວ່ານັ້ນອີກທີ່ເຮົາທັງຫຼາຍຈະຢູ່ໃຕ້ບັງຄັບພະບິດາ.”—ເຫບ. 12:9
ເພງ 9 ພະເຢໂຫວາເປັນກະສັດຂອງພວກເຮົາ!
ໃຈຄວາມສຳຄັນa
1. ເປັນຫຍັງເຮົາຄວນຍອມຢູ່ໃຕ້ອຳນາດຂອງພະເຢໂຫວາ?
ເຮົາຄວນຍອມຢູ່ໃຕ້ອຳນາດbຂອງພະເຢໂຫວາຍ້ອນພະອົງເປັນຜູ້ສ້າງ. ດ້ວຍເຫດຜົນນີ້ ພະອົງມີສິດທີ່ຈະຕັ້ງມາດຕະຖານວ່າສິ່ງໃດທີ່ເຮົາຄວນເຮັດແລະບໍ່ຄວນເຮັດ. (ຄຳປ. 4:11) ແຕ່ຍັງມີເຫດຜົນອື່ນອີກທີ່ເຮົາຄວນເຊື່ອຟັງພະເຢໂຫວາ ນັ້ນຄືວິທີການປົກຄອງຂອງພະອົງດີທີ່ສຸດ. ຕະຫຼອດປະຫວັດສາດ ຜູ້ປົກຄອງຫຼາຍຄົນມີອຳນາດທີ່ຈະປົກຄອງຄົນອື່ນ. ແຕ່ເມື່ອທຽບກັບພະເຢໂຫວາ ເຮົາເຫັນວ່າພະເຢໂຫວາເປັນຜູ້ປົກຄອງທີ່ສະຫຼາດທີ່ສຸດ ມີຄວາມຮັກ ຄວາມເມດຕາ ແລະເຫັນອົກເຫັນໃຈຫຼາຍທີ່ສຸດ.—ອົບ. 34:6; ໂລມ 16:27; 1 ໂຢ. 4:8
2. ຕາມເຫບເລີ 12:9-11 ມີເຫດຜົນຫຍັງແດ່ທີ່ເຮົາຄວນຍອມຢູ່ໃຕ້ອຳນາດຂອງພະເຢໂຫວາ?
2 ພະເຢໂຫວາຢາກໃຫ້ເຮົາເຊື່ອຟັງພະອົງບໍ່ແມ່ນຍ້ອນເຮົາຢ້ານ ແຕ່ຍ້ອນເຮົາຮັກພະອົງ ແລະເບິ່ງວ່າພະອົງເປັນຄືກັບພໍ່. ໃນຈົດໝາຍທີ່ໂປໂລຂຽນເຖິງພີ່ນ້ອງຊາວເຫບເລີ ລາວບອກວ່າເຮົາຄວນ “ຢູ່ໃຕ້ບັງຄັບພະບິດາ” ເພາະພະອົງສອນເຮົາກໍເພື່ອ “ເປັນປະໂຫຍດແກ່ພວກເຮົາ.”—ອ່ານເຫບເລີ 12:9-11
3. (ກ) ເຮົາຈະສະແດງໃຫ້ເຫັນແນວໃດວ່າຍອມຢູ່ໃຕ້ອຳນາດຂອງພະເຢໂຫວາ? (ຂ) ເຮົາຈະພິຈາລະນາຄຳຖາມຫຍັງ?
3 ເຮົາຍອມຢູ່ໃຕ້ອຳນາດຂອງພະເຢໂຫວາໂດຍເຮັດຕາມທຸກສິ່ງທີ່ພະອົງບອກແລະຕໍ່ສູ້ກັບຄວາມຕ້ອງການທີ່ຈະໄວ້ວາງໃຈຕົວເອງ. (ສຸພາ. 3:5) ເມື່ອເຮົາຮຽນຮູ້ຫຼາຍຂຶ້ນກ່ຽວກັບຄຸນລັກສະນະຂອງພະເຢໂຫວາ ກໍເປັນເລື່ອງງ່າຍທີ່ເຮົາຈະຍອມຢູ່ໃຕ້ອຳນາດຂອງພະອົງ. ຍ້ອນຫຍັງ? ກໍຍ້ອນທຸກສິ່ງທີ່ພະອົງເຮັດສະແດງອອກໂດຍທາງຄຸນລັກສະນະເຫຼົ່ານັ້ນ. (ເພງ. 145:9) ແຮ່ງເຮົາຮຽນຮູ້ເລື່ອງພະເຢໂຫວາຫຼາຍເທົ່າໃດ ເຮົາກໍແຮ່ງຈະຮັກພະອົງຫຼາຍຂຶ້ນ. ແລະເມື່ອເຮົາຮັກພະອົງ ກໍບໍ່ຈຳເປັນຕ້ອງມີລາຍການຍາວຢຽດບອກວ່າສິ່ງໃດຄວນເຮັດແລະສິ່ງໃດບໍ່ຄວນເຮັດ. ເຮົາຈະພະຍາຍາມຮຽນຮູ້ທີ່ຈະຄິດແລະຮູ້ສຶກຄືກັບພະເຢໂຫວາແລະບໍ່ເຮັດສິ່ງຊົ່ວ. (ເພງ. 97:10) ໃຫ້ເຮົາມາພິຈາລະນາວ່າ ເປັນຫຍັງບາງເທື່ອເຮົາຮູ້ສຶກວ່າບໍ່ງ່າຍທີ່ຈະເຊື່ອຟັງພະເຢໂຫວາ? ນອກຈາກນັ້ນ ຜູ້ດູແລ ພໍ່ ແລະແມ່ສາມາດຮຽນຫຍັງໄດ້ຈາກຕົວຢ່າງຂອງເນເຫມີເຊິ່ງເປັນຜູ້ປົກຄອງ ດາວິດທີ່ເປັນກະສັດ ແລະມາລີທີ່ເປັນແມ່ຂອງພະເຍຊູ? ໃນບົດຄວາມນີ້ ເຮົາຈະຕອບຄຳຖາມເຫຼົ່ານັ້ນ.
ເປັນຫຍັງອາດບໍ່ງ່າຍທີ່ຈະຍອມຢູ່ໃຕ້ອຳນາດ ຂອງພະເຢໂຫວາ?
4-5. ຕາມໂລມ 7:21-23 ເປັນຫຍັງອາດຮູ້ສຶກວ່າບໍ່ງ່າຍທີ່ຈະຍອມຢູ່ໃຕ້ອຳນາດຂອງພະເຢໂຫວາ?
4 ເຫດຜົນໜຶ່ງທີ່ອາດເຮັດໃຫ້ເຮົາຮູ້ສຶກວ່າບໍ່ງ່າຍທີ່ຈະຍອມຢູ່ໃຕ້ອຳນາດຂອງພະເຢໂຫວາຄື ເຮົາໄດ້ຮັບບາບຈາກມະນຸດຄູ່ທຳອິດເປັນມໍລະດົກແລະເຮົາເປັນຄົນບໍ່ສົມບູນແບບ. ດັ່ງນັ້ນຈຶ່ງມີຫຼາຍເທື່ອທີ່ເຮົາບໍ່ຢາກເຊື່ອຟັງພະເຈົ້າ. ຫຼັງຈາກທີ່ອາດາມແລະເອວາບໍ່ເຊື່ອຟັງພະເຈົ້າແລ້ວກິນໝາກໄມ້ທີ່ພະອົງຫ້າມ ເຂົາເຈົ້າກໍຕັ້ງມາດຕະຖານຂອງຕົວເອງ. (ຕົ້ນ. 3:22) ໃນທຸກມື້ນີ້ຜູ້ຄົນສ່ວນຫຼາຍກໍບໍ່ສົນໃຈພະເຈົ້າ ແລະຕັດສິນໃຈເອົາເອງວ່າອັນໃດຖືກອັນໃດຜິດ.
5 ເຖິງວ່າເຮົາຈະຮູ້ຈັກແລະຮັກພະເຢໂຫວາຢູ່ແລ້ວ ແຕ່ເຮົາອາດຮູ້ສຶກວ່າບໍ່ງ່າຍທີ່ຈະເຮັດໃນສິ່ງທີ່ພະອົງຕ້ອງການສະເໝີ. ອັກຄະສາວົກໂປໂລກໍຮູ້ສຶກແບບນັ້ນຄືກັນ. (ອ່ານໂລມ 7:21-23) ຄືກັບໂປໂລ ເຮົາຢາກເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພະເຢໂຫວາ ແຕ່ເຮົາກໍຕ້ອງຕໍ່ສູ້ກັບຄວາມຕ້ອງການທີ່ຈະເຮັດຜິດຕໍ່ໆໄປ.
6-7. ເຫດຜົນຢ່າງທີສອງທີ່ເຮັດໃຫ້ຮູ້ສຶກວ່າບໍ່ງ່າຍທີ່ຈະຍອມຢູ່ໃຕ້ອຳນາດຂອງພະເຢໂຫວາແມ່ນຫຍັງ? ຂໍໃຫ້ຍົກຕົວຢ່າງ.
6 ອີກເຫດຜົນໜຶ່ງທີ່ເຮັດໃຫ້ເຮົາຮູ້ສຶກວ່າບໍ່ງ່າຍທີ່ຈະຍອມຢູ່ໃຕ້ອຳນາດຂອງພະເຢໂຫວາຄື ອິດທິພົນຈາກວັດທະນະທຳແລະຄວາມຄິດຂອງຜູ້ຄົນໃນບ່ອນທີ່ເຮົາເຕີບໃຫຍ່. ຄວາມຄິດຂອງຄົນສ່ວນຫຼາຍຂັດກັບຄວາມຄິດຂອງພະເຢໂຫວາ. ດັ່ງນັ້ນ ເຮົາຈຶ່ງຕ້ອງໃຊ້ຄວາມພະຍາຍາມຫຼາຍທີ່ຈະບໍ່ຄິດຄືກັບພວກເຂົາ. ຂໍໃຫ້ເຮົາມາເບິ່ງຕົວຢ່າງໜຶ່ງນຳກັນ.
7 ໃນບາງປະເທດເປັນເລື່ອງທຳມະດາທີ່ໄວໜຸ່ມຈະຖືກກົດດັນໃຫ້ເຮັດວຽກຫາເງິນໄດ້ຫຼາຍໆ. ພີ່ນ້ອງຍິງຄົນໜຶ່ງຊື່ມາລີcກໍປະສົບບັນຫານີ້. ກ່ອນທີ່ລາວຈະຮຽນເລື່ອງພະເຢໂຫວາ ລາວໄດ້ຮຽນຢູ່ມະຫາວິທະຍາໄລທີ່ມີຊື່ສຽງ ເຊິ່ງເປັນໜຶ່ງໃນມະຫາວິທະຍາໄລທີ່ດີທີ່ສຸດໃນປະເທດ. ຄອບຄົວຂອງມາລີພະຍາຍາມກົດດັນລາວໃຫ້ເຮັດວຽກທີ່ມີກຽດແລະໄດ້ເງິນຫຼາຍໆ ແລະລາວກໍຢາກເຮັດແບບນັ້ນຄືກັນ. ແຕ່ຫຼັງຈາກທີ່ລາວໄດ້ຮຽນຮູ້ກ່ຽວກັບພະເຢໂຫວາແລະຮັກພະອົງ ເປົ້າໝາຍຊີວິດຂອງລາວກໍປ່ຽນໄປ. ແຕ່ລາວບອກວ່າ: “ບາງເທື່ອຂ້ອຍກໍຍັງເຫັນໂອກາດທີ່ຈະຫາເງິນໄດ້ຫຼາຍໆ ແຕ່ຂ້ອຍຮູ້ວ່າມັນຈະຂັດຂວາງຂ້ອຍບໍ່ໃຫ້ຮັບໃຊ້ພະເຢໂຫວາ. ຍ້ອນຂ້ອຍຖືກລ້ຽງມາແບບນີ້ ມັນຈຶ່ງບໍ່ງ່າຍທີ່ຂ້ອຍຈະປະຕິເສດ. ຂ້ອຍຕ້ອງອະທິດຖານເຖິງພະເຢໂຫວາຫຼາຍໆ ຂໍພະອົງຊ່ວຍຂ້ອຍໃຫ້ຕ້ານທານການລໍ້ໃຈທີ່ຈະເຮັດວຽກອັນໃດກໍຕາມເຊິ່ງຈະເຮັດໃຫ້ຂ້ອຍເຊົາຮັບໃຊ້ພະອົງ.”—ມັດ. 6:24
8. ຕອນນີ້ເຮົາຈະພິຈາລະນາຫຍັງ?
8 ດັ່ງທີ່ເຮົາໄດ້ຮຽນແລ້ວວ່າ ເປັນເລື່ອງທີ່ດີທີ່ເຮົາຈະຍອມຢູ່ໃຕ້ອຳນາດຂອງພະເຢໂຫວາ. ແຕ່ເມື່ອຜູ້ທີ່ມີອຳນາດໃນລະດັບໜຶ່ງເຊັ່ນ: ຜູ້ດູແລ ພໍ່ ແລະແມ່ ຍອມຢູ່ໃຕ້ອຳນາດຂອງພະເຢໂຫວາ ພວກເຂົາກໍຈະຊ່ວຍຄົນອື່ນໃຫ້ໄດ້ຮັບປະໂຫຍດ. ຕອນນີ້ໃຫ້ເຮົາມາພິຈາລະນາບາງຕົວຢ່າງໃນຄຳພີໄບເບິນທີ່ຈະຊ່ວຍເຮົາໃຫ້ຮູ້ວິທີໃຊ້ສິດອຳນາດໃນແບບທີ່ພະເຢໂຫວາພໍໃຈ.
ສິ່ງທີ່ຜູ້ດູແລຮຽນຈາກເນເຫມີ
ຜູ້ດູແລຊ່ວຍພີ່ນ້ອງເຮັດວຽກຢູ່ຫໍປະຊຸມ ຄືກັບເນເຫມີຊ່ວຍປະຊາຊົນສ້າງກຳແພງເມືອງເຢຣຶຊາເລມ (ເບິ່ງຂໍ້ 9-11)d
9. ເນເຫມີປະສົບສິ່ງທ້າທາຍຫຍັງແດ່?
9 ພະເຢໂຫວາໄດ້ມອບໝາຍຜູ້ດູແລໃຫ້ມີບົດບາດສຳຄັນໃນການເບິ່ງແຍງປະຊາຊົນຂອງພະອົງ. (1 ເປ. 5:2) ຜູ້ດູແລສາມາດຮຽນຮູ້ເລື່ອງນີ້ຈາກວິທີທີ່ເນເຫມີປະຕິບັດກັບຄົນຂອງພະເຢໂຫວາ. ໃນຖານະທີ່ເນເຫມີເປັນຜູ້ປົກຄອງຢູດາ ລາວຈຶ່ງມີອຳນາດຫຼາຍ. (ນເຫ. 1:11; 2:7, 8; 5:14) ລອງນຶກພາບເຖິງສິ່ງທ້າທາຍບາງຢ່າງທີ່ເນເຫມີປະສົບ. ລາວໄດ້ຮູ້ວ່າປະຊາຊົນໄດ້ເຮັດໃຫ້ວິຫານເປັນມົນທິນ ແລະພວກເຂົາບໍ່ໄດ້ໃຫ້ເງິນບໍລິຈາກກັບຄົນເລວີຕາມທີ່ກົດໝາຍບອກ. ພວກເຂົາບໍ່ເຊື່ອຟັງກົດໝາຍຂອງພະເຢໂຫວາໃນເລື່ອງວັນຊະບາໂຕ ແລະຜູ້ຊາຍບາງຄົນກໍແຕ່ງດອງກັບຜູ້ຍິງຕ່າງຊາດທີ່ບໍ່ໄດ້ນະມັດສະການພະເຢໂຫວາ. ເນເຫມີທີ່ເປັນຜູ້ປົກຄອງຕ້ອງຈັດການກັບເລື່ອງນີ້.—ນເຫ. 13:4-30
10. ເນເຫມີຮັບມືກັບສິ່ງທ້າທາຍແນວໃດ?
10 ເນເຫມີບໍ່ໄດ້ໃຊ້ອຳນາດທີ່ລາວມີເພື່ອບັງຄັບປະຊາຊົນຂອງພະເຈົ້າໃຫ້ເຮັດຕາມຄວາມຄິດຂອງລາວ. ແຕ່ລາວອະທິດຖານເຖິງພະເຢໂຫວາຢ່າງຈິງຈັງ ແລະສອນກົດໝາຍຂອງພະເຢໂຫວາໃຫ້ກັບປະຊາຊົນ. (ນເຫ. 1:4-10; 13:1-3) ນອກຈາກນັ້ນ ເນເຫມີຍັງເຮັດວຽກຮ່ວມກັບປະຊາຊົນຢ່າງຖ່ອມຕົວ ລາວເຖິງຂັ້ນຊ່ວຍພວກເຂົາໃນການສ້າງກຳແພງເມືອງເຢຣຶຊາເລມ.—ນເຫ. 4:15
11. ຕາມ 1 ເທຊະໂລນີກ 2:7, 8 ຜູ້ດູແລຄວນປະຕິບັດກັບພີ່ນ້ອງໃນປະຊາຄົມແນວໃດ?
11 ເຖິງວ່າຜູ້ດູແລອາດບໍ່ໄດ້ປະສົບບັນຫາດຽວກັນກັບເນເຫມີ ແຕ່ພວກເຂົາກໍສາມາດຮຽນແບບລາວໄດ້ຫຼາຍຢ່າງ ເຊັ່ນ: ພວກເຂົາເຮັດວຽກໜັກເພື່ອຊ່ວຍພີ່ນ້ອງໃນປະຊາຄົມ ແລະພວກເຂົາບໍ່ໄດ້ຮູ້ສຶກວ່າຕົວເອງດີກວ່າຄົນອື່ນເພາະມີອຳນາດ. ແທນທີ່ຈະເປັນແບບນັ້ນ ພວກເຂົາປະຕິບັດກັບພີ່ນ້ອງໃນປະຊາຄົມຢ່າງອ່ອນໂຍນ. (ອ່ານ 1 ເທຊະໂລນີກ 2:7, 8) ວິທີທີ່ຜູ້ດູແລເວົ້າຈະສະແດງໃຫ້ເຫັນວ່າພວກເຂົາຖ່ອມຕົວແລະຮັກພີ່ນ້ອງຫຼາຍສ່ຳໃດ. ຜູ້ດູແລທີ່ມີປະສົບການຄົນໜຶ່ງຊື່ແອນດຣິວ ບອກວ່າ: “ຂ້ອຍສັງເກດເຫັນວ່າ ພີ່ນ້ອງຮູ້ສຶກມັກແລະປະທັບໃຈຜູ້ດູແລທີ່ໃຈດີແລະເປັນມິດແທ້ໆ. ຄຸນລັກສະນະເຫຼົ່ານີ້ໄດ້ກະຕຸ້ນພວກເຂົາໃຫ້ຢາກຮ່ວມມືກັບຜູ້ດູແລ.” ໂທນີເຊິ່ງເປັນຜູ້ດູແລມາດົນແລ້ວ ບອກວ່າ: “ຂ້ອຍພະຍາຍາມໃຊ້ຄຳແນະນຳຈາກຟີລິບ 2:3 ສະເໝີ ແລະພະຍາຍາມເບິ່ງວ່າຄົນອື່ນດີກວ່າຂ້ອຍ. ນີ້ເຮັດໃຫ້ຂ້ອຍຫຼີກລ່ຽງທີ່ຈະບໍ່ບັງຄັບພີ່ນ້ອງໃຫ້ເຊື່ອຟັງຂ້ອຍ.”
12. ເປັນຫຍັງຈຶ່ງເປັນເລື່ອງສຳຄັນທີ່ຜູ້ດູແລຕ້ອງເປັນຄົນຖ່ອມຕົວ?
12 ຜູ້ດູແລຕ້ອງເປັນຄົນຖ່ອມຕົວຄືກັບພະເຢໂຫວາ. ເຖິງວ່າພະເຢໂຫວາຈະເປັນຜູ້ປົກຄອງທີ່ຍິ່ງໃຫຍ່ສູງສຸດໃນເອກະພົບ ແຕ່ພະອົງກໍຍັງ “ກົ້ມລົງ” ແລະຍົກ ‘ຄົນທຸກຍາກຂຶ້ນຈາກຂີ້ຝຸ່ນດິນ.’ (ເພງ. 18:35; 113:6, 7) ນອກຈາກນັ້ນ ພະເຢໂຫວາຍັງກຽດຊັງຄົນຍິ່ງ.—ສຸພາ. 16:5
13. ເປັນຫຍັງຜູ້ດູແລຕ້ອງ “ຫ້າມລີ້ນແຫ່ງຕົນໄວ້”?
13 ຜູ້ດູແລທີ່ຍອມຢູ່ໃຕ້ອຳນາດຂອງພະເຢໂຫວາຕ້ອງ “ຫ້າມລີ້ນແຫ່ງຕົນໄວ້.” ຖ້າບໍ່ເຮັດແບບນັ້ນ ລາວອາດເວົ້າບໍ່ດີຕໍ່ຄົນທີ່ບໍ່ນັບຖືລາວ. (ຢໂກ. 1:26; ຄລາ. 5:14, 15) ແອນດຣິວທີ່ເວົ້າເຖິງກ່ອນໜ້ານີ້ບອກວ່າ: “ບາງເທື່ອຂ້ອຍກໍຢາກເວົ້າໃຫ້ພີ່ນ້ອງທີ່ເບິ່ງຄືວ່າລາວບໍ່ນັບຖືຂ້ອຍໃນຖານະທີ່ຂ້ອຍເປັນຜູ້ດູແລ. ແຕ່ເມື່ອຂ້ອຍຄິດຕຶກຕອງຕົວຢ່າງຂອງບຸກຄົນທີ່ສັດຊື່ໃນຄຳພີໄບເບິນ ນີ້ໄດ້ຊ່ວຍຂ້ອຍໃຫ້ຮູ້ວ່າເປັນເລື່ອງສຳຄັນແທ້ໆທີ່ຈະເປັນຄົນອ່ອນນ້ອມຖ່ອມຕົນ.” ດັ່ງນັ້ນ ຜູ້ດູແລຈະສະແດງໃຫ້ເຫັນວ່າພວກເຂົາຍອມຢູ່ໃຕ້ອຳນາດຂອງພະເຢໂຫວາໂດຍທີ່ພວກເຂົາໃຊ້ຄຳເວົ້າທີ່ດີເຊິ່ງເປັນຄຳເວົ້າທີ່ສະແດງຄວາມຮັກຕໍ່ພີ່ນ້ອງແລະຜູ້ດູແລຄົນອື່ນໆ.—ໂກໂລ. 4:6
ສິ່ງທີ່ຜູ້ເປັນພໍ່ຮຽນຈາກກະສັດດາວິດ
14. ພະເຢໂຫວາໃຫ້ວຽກມອບໝາຍຫຍັງກັບຜູ້ທີ່ເປັນພໍ່ ແລະພະອົງຄາດໝາຍໃຫ້ພວກເຂົາເຮັດຫຍັງ?
14 ພະເຢໂຫວາມອບໝາຍໃຫ້ພໍ່ເປັນຫົວໜ້າຄອບຄົວ ແລະພະອົງຍັງຄາດໝາຍໃຫ້ພໍ່ເປັນຜູ້ຝຶກແລະສັ່ງສອນລູກ. (1 ໂກ. 11:3; ເອເຟ. 6:4) ແຕ່ພໍ່ກໍມີອຳນາດໃນຂອບເຂດທີ່ຈຳກັດ. ເນື່ອງຈາກພະເຢໂຫວາເປັນຜູ້ກໍ່ຕັ້ງຄອບຄົວ ດັ່ງນັ້ນ ຜູ້ເປັນພໍ່ຕ້ອງຮັບຜິດຊອບຕໍ່ພະເຢໂຫວາໃນສິ່ງທີ່ລາວເຮັດກັບຄົນໃນຄອບຄົວ. (ເອເຟ. 3:14, 15) ຜູ້ເປັນພໍ່ຈະສະແດງວ່າລາວຢູ່ໃຕ້ອຳນາດຂອງພະເຢໂຫວາໂດຍການທີ່ລາວໃຊ້ອຳນາດໃນແບບທີ່ພະເຢໂຫວາພໍໃຈ. ຜູ້ທີ່ເປັນພໍ່ສາມາດຮຽນຮູ້ຫຼາຍຢ່າງຈາກກະສັດດາວິດ.
ຄຳອະທິດຖານຂອງພໍ່ເຮັດໃຫ້ຄອບຄົວເຫັນວ່າລາວເປັນຄົນຖ່ອມ (ເບິ່ງຂໍ້ 15-16)e
15. ກະສັດດາວິດເປັນຕົວຢ່າງທີ່ດີໃຫ້ກັບຜູ້ທີ່ເປັນພໍ່ແນວໃດ?
15 ພະເຢໂຫວາບໍ່ພຽງແຕ່ແຕ່ງຕັ້ງດາວິດໃຫ້ເປັນຫົວໜ້າຄອບຄົວ ແຕ່ຍັງແຕ່ງຕັ້ງລາວໃຫ້ເປັນຜູ້ນຳຊາດອິດສະລາແອນ. ເນື່ອງຈາກດາວິດເປັນກະສັດ ລາວຈຶ່ງມີອຳນາດຫຼາຍ ແຕ່ບາງເທື່ອລາວກໍໃຊ້ອຳນາດໃນທາງທີ່ຜິດແລ້ວກໍເຮັດຜິດຮ້າຍແຮງ. (2 ຊາມ. 11:14, 15) ແຕ່ລາວກໍສະແດງໃຫ້ເຫັນວ່າລາວຍອມຢູ່ໃຕ້ອຳນາດຂອງພະເຢໂຫວາໂດຍຍອມຮັບການສັ່ງສອນຈາກພະອົງ. ລາວອະທິດຖານລະບາຍຄວາມຮູ້ສຶກຈາກຫົວໃຈ ແລະລາວພະຍາຍາມສຸດຄວາມສາມາດທີ່ຈະເຊື່ອຟັງຄຳແນະນຳຂອງພະເຢໂຫວາ. (ເພງ. 51:1-4) ນອກຈາກນັ້ນ ລາວຍັງຖ່ອມຕົວຫຼາຍທີ່ຈະຍອມຮັບຄຳແນະນຳທີ່ດີເຊິ່ງບໍ່ພຽງແຕ່ມາຈາກຜູ້ຊາຍແຕ່ຈາກຜູ້ຍິງນຳ. (1 ຊາມ. 19:11, 12; 25:32, 33) ດາວິດຮຽນຮູ້ຫຼາຍຢ່າງຈາກຄວາມຜິດພາດຂອງລາວແລະລາວໄດ້ໃຫ້ການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ.
16. ຜູ້ທີ່ເປັນພໍ່ໄດ້ຮຽນຮູ້ຫຍັງແດ່ຈາກກະສັດດາວິດ?
16 ຜູ້ທີ່ເປັນພໍ່ ເຈົ້າໄດ້ຮຽນຮູ້ຫຍັງແດ່ຈາກກະສັດດາວິດ? ເຈົ້າຕ້ອງບໍ່ໃຊ້ອຳນາດທີ່ພະເຢໂຫວາໃຫ້ເຈົ້າໃນທາງທີ່ຜິດ. ຖ້າເຈົ້າເຮັດຜິດ ກໍໃຫ້ຍອມຮັບຜິດແລະຟັງຄຳແນະນຳຈາກຄຳພີໄບເບິນທີ່ຄົນອື່ນໃຫ້. ຖ້າເຈົ້າເຮັດແບບນັ້ນ ຄອບຄົວກໍຈະນັບຖືເຈົ້າຍ້ອນເຈົ້າເປັນຄົນຖ່ອມຕົວ. ນອກຈາກນັ້ນ ຕອນທີ່ເຈົ້າອະທິດຖານກັບຄອບຄົວ ຂໍໃຫ້ເຈົ້າອະທິດຖານຈາກໃຈ ເຮັດໃຫ້ພວກເຂົາຮູ້ວ່າເຈົ້າເພິ່ງພະເຢໂຫວາຫຼາຍສ່ຳໃດ. ສິ່ງສຳຄັນທີ່ສຸດຄື ເຈົ້າຕ້ອງໃຫ້ການຮັບໃຊ້ພະເຢໂຫວາມາເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງເຈົ້າ. (ບັນຍັດ. 6:6-9) ຕົວຢ່າງທີ່ດີຂອງເຈົ້າຈະເປັນຂອງຂວັນທີ່ມີຄ່າທີ່ສຸດຢ່າງໜຶ່ງທີ່ເຈົ້າສາມາດໃຫ້ກັບຄອບຄົວໄດ້.
ສິ່ງທີ່ຜູ້ເປັນແມ່ຮຽນຈາກມາລີ
17. ພະເຢໂຫວາໃຫ້ວຽກມອບໝາຍຫຍັງກັບຜູ້ທີ່ເປັນແມ່?
17 ພະເຢໂຫວາມອບໜ້າທີ່ທີ່ສຳຄັນໃນຄອບຄົວໃຫ້ກັບຜູ້ເປັນແມ່ ແລະໃຫ້ອຳນາດແມ່ໃນລະດັບໜຶ່ງໃນການສອນລູກ. (ສຸພາ. 6:20) ທີ່ຈິງ ສິ່ງທີ່ແມ່ເວົ້າແລະເຮັດຈະມີຜົນຕໍ່ລູກໄປຕະຫຼອດຊີວິດ. (ສຸພາ. 22:6) ຂໍໃຫ້ສັງເກດສິ່ງທີ່ຜູ້ເປັນແມ່ຈະຮຽນຈາກຕົວຢ່າງຂອງມາລີແມ່ຂອງພະເຍຊູ.
18-19. ຜູ້ທີ່ເປັນແມ່ໄດ້ຮຽນຮູ້ຫຍັງແດ່ຈາກມາລີ?
18 ມາລີຮູ້ຈັກຂໍ້ພະຄຳພີເປັນຢ່າງດີ. ລາວນັບຖືພະເຢໂຫວາຫຼາຍແລະມີສາຍສຳພັນທີ່ໃກ້ຊິດກັບພະອົງ. ລາວເຕັມໃຈເຮັດຕາມການຊີ້ນຳຂອງພະເຢໂຫວາ ເຖິງວ່າການເຮັດແບບນັ້ນຈະເຮັດໃຫ້ຊີວິດຂອງລາວປ່ຽນໄປ.—ລືກາ 1:35-38, 46-55
ຖ້າແມ່ກຳລັງເມື່ອຍຫຼືອາລົມບໍ່ດີ ລາວຕ້ອງພະຍາຍາມເປັນພິເສດທີ່ຈະສະແດງຄວາມຮັກຕໍ່ຄົນໃນຄອບຄົວ (ເບິ່ງຂໍ້ 19)f
19 ຜູ້ທີ່ເປັນແມ່ ເຈົ້າໄດ້ຮຽນຮູ້ຫຍັງແດ່ຈາກມາລີ? ທຳອິດ ເຈົ້າຕ້ອງມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາສະເໝີໂດຍການສຶກສາສ່ວນຕົວແລະອະທິດຖານສ່ວນຕົວເປັນປະຈຳ. ສອງ ເຈົ້າຕ້ອງເຕັມໃຈປ່ຽນແປງຊີວິດເພື່ອເຮັດໃຫ້ພະເຢໂຫວາພໍໃຈ. ຕົວຢ່າງເຊັ່ນ: ເຈົ້າອາດໃຫຍ່ມາໃນຄອບຄົວທີ່ພໍ່ແມ່ມັກໃຈຮ້າຍງ່າຍແລະມັກໃຊ້ຄຳເວົ້າທີ່ແຮງໆກັບລູກ. ເຈົ້າອາດຄິດວ່າເປັນເລື່ອງທຳມະດາທີ່ຈະເຮັດກັບລູກແບບນັ້ນ. ເຖິງວ່າຈະໄດ້ຮຽນຮູ້ກ່ຽວກັບມາດຕະຖານຂອງພະເຢໂຫວາແລ້ວກໍຕາມ ເຈົ້າອາດຮູ້ສຶກວ່າເປັນເລື່ອງຍາກທີ່ຈະໃຈເຢັນແລະອົດທົນກັບລູກໂດຍສະເພາະຕອນທີ່ເຈົ້າເມື່ອຍແລະລູກກໍບໍ່ຟັງຄວາມ. (ເອເຟ. 4:31) ໃນຕອນນັ້ນ ເຈົ້າແຮ່ງຕ້ອງອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຈົ້າຫຼາຍໆ. ຜູ້ເປັນແມ່ຄົນໜຶ່ງຊື່ລີເດຍບອກວ່າ: “ບາງເທື່ອ ຂ້ອຍຕ້ອງອະທິດຖານຫຼາຍແທ້ໆເພື່ອຈະບໍ່ເວົ້າທັ່ງໃສ່ລູກຕອນທີ່ລູກຊາຍດື້ບໍ່ຟັງຄວາມ. ແລະບາງເທື່ອຕອນທີ່ຂ້ອຍເວົ້າຍັງບໍ່ສຸດຄວາມ ຂ້ອຍກໍຕ້ອງຢຸດແລະອະທິດຖານໃນໃຈເພື່ອຂໍໃຫ້ພະເຢໂຫວາຊ່ວຍ. ການອະທິດຖານຊ່ວຍຂ້ອຍໃຫ້ໃຈເຢັນລົງແທ້ໆ.”—ເພງ. 37:5
20. ຜູ້ເປັນແມ່ບາງຄົນອາດຈະປະສົບກັບສິ່ງທ້າທາຍຫຍັງ ແລະລາວຈະເອົາຊະນະສິ່ງນັ້ນແນວໃດ?
20 ສິ່ງທ້າທາຍໜຶ່ງທີ່ຜູ້ເປັນແມ່ບາງຄົນອາດປະສົບຄື ພວກເຂົາຮູ້ສຶກຍາກທີ່ຈະສະແດງຄວາມຮັກຕໍ່ລູກ. (ຕິໂຕ 2:3, 4) ຜູ້ຍິງບາງຄົນໃຫຍ່ມາໃນຄອບຄົວທີ່ພໍ່ແມ່ບໍ່ໄດ້ສະແດງຄວາມຮັກທີ່ອົບອຸ່ນຕໍ່ລູກ. ຖ້າເຈົ້າໃຫຍ່ມາໃນຄອບຄົວແບບນັ້ນ ເຈົ້າບໍ່ຕ້ອງເຮັດຜິດພາດຄືກັບທີ່ພໍ່ແມ່ຂອງເຈົ້າເຮັດ. ຜູ້ເປັນແມ່ທີ່ຍອມຢູ່ໃຕ້ອຳນາດຂອງພະເຢໂຫວາຕ້ອງຮຽນຮູ້ທີ່ຈະສະແດງຄວາມຮັກກັບລູກ. ເຖິງວ່າອາດເປັນເລື່ອງຍາກທີ່ລາວຈະປ່ຽນຄວາມຄິດ ຄວາມຮູ້ສຶກ ແລະການກະທຳ ແຕ່ມັນກໍເປັນສິ່ງທີ່ເຮັດໄດ້ ແລະກໍຈະເຮັດໃຫ້ລາວແລະຄອບຄົວມີຄວາມສຸກຫຼາຍຂຶ້ນ.
ຍອມຢູ່ໃຕ້ອຳນາດຂອງພະເຢໂຫວາຕໍ່ໆໄປ
21-22. ຕາມເອຊາອີ 65:13, 14 ການຢູ່ໃຕ້ອຳນາດຂອງພະເຢໂຫວາເປັນປະໂຫຍດຕໍ່ເຮົາແນວໃດແດ່?
21 ກະສັດດາວິດຮູ້ວ່າການຍອມຢູ່ໃຕ້ອຳນາດຂອງພະເຢໂຫວາມີປະໂຫຍດຫຼາຍ. ລາວຂຽນວ່າ: “ຂໍ້ບັງຄັບທັງຫຼາຍຂອງພະເຢໂຫວາເປັນອັນສັດຊື່ຈຶ່ງໃຫ້ໃຈມີຄວາມຍິນດີ ຂໍ້ຄຳສັ່ງຂອງພະເຢໂຫວາເປັນອັນບໍລິສຸດຈຶ່ງໃຫ້ຕາເຫັນແຈ້ງ. ເຫດສັນນີ້ຂ້າໃຊ້ຂອງພະອົງໄດ້ຮຽນຮູ້ດ້ວຍຂໍ້ທັງຫຼາຍນັ້ນ ຜູ້ທີ່ຖືຮັກສາຂໍ້ທັງຫຼາຍນັ້ນກໍມີຄ່າບຳເໜັດອັນໃຫຍ່.” (ເພງ. 19:8, 11) ໃນທຸກມື້ນີ້ ເຮົາເຫັນໄດ້ແຈ້ງເຖິງຄວາມແຕກຕ່າງລະຫວ່າງຄົນທີ່ຍອມຢູ່ໃຕ້ອຳນາດຂອງພະເຢໂຫວາກັບຄົນທີ່ບໍ່ຍອມຮັບຄຳແນະນຳທີ່ພະອົງໃຫ້ດ້ວຍຄວາມຮັກ. ຄົນທີ່ຍອມຢູ່ໃຕ້ອຳນາດຂອງພະເຢໂຫວາຈະ “ລຳເພງຍິນດີຍ້ອນຄວາມສຸກໃຈຂອງເຂົາ.”—ອ່ານເອຊາອີ 65:13, 14
22 ເມື່ອຜູ້ດູແລ ພໍ່ ແລະແມ່ ເຕັມໃຈຍອມຢູ່ໃຕ້ອຳນາດຂອງພະເຢໂຫວາ ພວກເຂົາກໍເຮັດໃຫ້ຊີວິດຕົວເອງດີຂຶ້ນ ເຮັດໃຫ້ຄອບຄົວມີຄວາມສຸກຫຼາຍຂຶ້ນ ແລະເຮັດໃຫ້ປະຊາຄົມເປັນນ້ຳໜຶ່ງໃຈດຽວກັນຫຼາຍຂຶ້ນ. ຍິ່ງກວ່ານັ້ນທັງໝົດ ພວກເຂົາເຮັດໃຫ້ພະເຢໂຫວາມີຄວາມສຸກ. (ສຸພາສິດ 27:11) ນັ້ນເປັນສິ່ງທີ່ເຮັດໃຫ້ເຮົາມີຄວາມສຸກທີ່ສຸດໃນຊີວິດທີ່ເຮົາຈະມີໄດ້!
ເພງ 123 ເຊື່ອຟັງກົດລະບຽບຂອງອົງການພະເຈົ້າຢ່າງພັກດີ
a ໃນບົດຄວາມນີ້ ເຮົາຈະພິຈາລະນາເຫດຜົນທີ່ເຮົາຄວນຍອມຢູ່ໃຕ້ອຳນາດຂອງພະເຢໂຫວາ ແລະນອກຈາກນັ້ນ ເຮົາຍັງຈະມາເບິ່ງສິ່ງທີ່ຜູ້ດູແລ ພໍ່ ແລະແມ່ ເຊິ່ງມີອຳນາດໃນລະດັບໜຶ່ງສາມາດຮຽນຮູ້ຈາກຕົວຢ່າງຂອງເນເຫມີເຊິ່ງເປັນຜູ້ປົກຄອງ ດາວິດທີ່ເປັນກະສັດ ແລະມາລີທີ່ເປັນແມ່ຂອງພະເຍຊູ.
b ການອະທິບາຍບາງສຳນວນ: ຄຳວ່າ: ຍອມຢູ່ໃຕ້ອຳນາດ ມີຄວາມໝາຍໃນແງ່ລົບສຳລັບຄົນທີ່ຖືກບັງຄັບໃຫ້ເຊື່ອຟັງ. ແຕ່ຄົນຂອງພະເຈົ້າເລືອກທີ່ຈະເຊື່ອຟັງພະອົງ ດັ່ງນັ້ນ ພວກເຂົາຈຶ່ງບໍ່ໄດ້ຄິດວ່າການຍອມຢູ່ໃຕ້ອຳນາດພະເຈົ້າເປັນເລື່ອງໃນແງ່ລົບ.
c ຊື່ສົມມຸດ
d ຄຳອະທິບາຍຮູບພາບ: ຜູ້ດູແລຄົນໜຶ່ງກັບລູກຊາຍຂອງລາວຊ່ວຍກັນເບິ່ງແຍງຫໍປະຊຸມ ຄືກັບເນເຫມີຊ່ວຍປະຊາຊົນສ້າງກຳແພງເມືອງເຢຣຶຊາເລມ.
e ຄຳອະທິບາຍຮູບພາບ: ພໍ່ຄົນໜຶ່ງອະທິດຖານຢ່າງຈິງຈັງກັບຄອບຄົວ.
f ຄຳອະທິບາຍຮູບພາບ: ລູກຊາຍຄົນໜຶ່ງຫຼິ້ນເກມຫຼາຍຊົ່ວໂມງຈົນບໍ່ເຮັດວຽກເຮືອນແລະວຽກບ້ານ. ເຖິງວ່າແມ່ຈະເຮັດວຽກມາເມື່ອຍແລ້ວ ແຕ່ແມ່ກໍສັ່ງສອນລູກໂດຍບໍ່ໃຊ້ອາລົມຫຼືບໍ່ເວົ້າທັ່ງໃສ່ລູກ.