ຕາຕະລາງສຳລັບອາທິດເລີ່ມຕົ້ນວັນທີ 23 ກຸມພາ
ອາທິດເລີ່ມຕົ້ນວັນທີ 23 ກຸມພາ
ເພງ 21 ແລະການອະທິດຖານ
ການສຶກສາພະຄຳພີປະຈຳປະຊາຄົມ
ຂກ ບົດ 20 ຫຍໍ້ໜ້າ 16-21 ຂອບໜ້າ 207 (30 ນາທີ)
ໂຮງຮຽນເພື່ອການຮັບໃຊ້ຕາມລະບອບການຂອງພະເຈົ້າ
ການອ່ານພະຄຳພີ ຜູ້ຕັດສິນ 19-21 (8 ນາທີ)
ການທົບທວນໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ (20 ນາທີ)
ການປະຊຸມເພື່ອການຮັບໃຊ້
ຫົວເລື່ອງຫຼັກຂອງເດືອນນີ້: “ມີໃຈຮ້ອນຮົນສຳລັບກິດຈະການດີທັງຫລາຍ”!—ຕິໂຕ 2:14
ເພງ 75
10 ນາທີ: ຄວາມຈຳເປັນຂອງປະຊາຄົມ
10 ນາທີ: ກະຕືລືລົ້ນຄືກັບພະເຍຊູເພື່ອການນະມັດສະການແທ້. ບັນລະຍາຍໂດຍໃຊ້ວາລະສານຫໍສັງເກດການ ສະບັບວັນທີ 15 ພຶດສະພາ 2013 ໜ້າ 8 ຫຍໍ້ໜ້າ 2 ແລະສະບັບວັນທີ 15 ທັນວາ 2010 ໜ້າ 9-11 ຫຍໍ້ໜ້າ 12-16. ໃຫ້ເນັ້ນວ່າການປະກາດເປັນ “ກິດຈະການດີ” ຄືແນວໃດເຊິ່ງຄລິດສະຕຽນໄດ້ຮັບສິດທິພິເສດໃຫ້ເຮັດວຽກນີ້. (ຕິໂຕ 2:14) ກ່າວເຖິງການທີ່ເຮົາຮູ້ຈັກຄວາມຈິງໄດ້ກະຕຸ້ນເຮົາແນວໃດໃຫ້ປະກາດຂ່າວດີແບບກະຕືລືລົ້ນແລະໃນການນຳການສຶກສາພະຄຳພີ. ຊົມເຊີຍພີ່ນ້ອງສຳລັບຄວາມກະຕືລືລົ້ນທີ່ເຂົາເຈົ້າສະແດງອອກເພື່ອການງານທີ່ດີ.
10 ນາທີ: “ປະກາດຄວາມຈິງກ່ຽວກັບພະເຍຊູດ້ວຍຄວາມກະຕືລືລົ້ນ.” ບັນລະຍາຍແລະຖາມຄຳຄິດເຫັນ. ໃຫ້ພີ່ນ້ອງສາທິດ “ຕົວຢ່າງທີ 1” ໃນວາລະສານຫໍສັງເກດການ ສະບັບວັນທີ 15 ພຶດສະພາ 2014 ໜ້າ 8 ຫຍໍ້ໜ້າ 8 ແລະລວມເອົາຕົວຢ່າງທີ່ກ່າວໄວ້ໃນໜ້າ 9 ຫຍໍ້ໜ້າ 13 ນຳ.
ເພງ 5 ແລະການອະທິດຖານ