ປະກາດຄວາມຈິງກ່ຽວກັບພະເຍຊູດ້ວຍຄວາມກະຕືລືລົ້ນ
ຄວາມກະຕືລືລົ້ນຂອງເຮົາເພີ່ມຂຶ້ນ ເມື່ອຮູ້ວິທີບອກຄົນອື່ນໃນເລື່ອງຄວາມຈິງກ່ຽວກັບພະເຍຊູ. ພະເຍຊູເປັນພື້ນຖານຫຼັກຂອງຄວາມເຊື່ອແທ້. (ເອເຟ. 2:20) ຖ້າບໍ່ມີພະເຍຊູ ເຮົາກໍບໍ່ມີຄວາມຫວັງສຳລັບຊີວິດ. (ກິດ. 4:12) ສະນັ້ນ ເປັນສິ່ງສຳຄັນທີ່ເຮົາທຸກຄົນສຳນຶກເຖິງຕຳແໜ່ງຂອງພະອົງໃນຈຸດປະສົງຂອງພະເຈົ້າ. ຫຼາຍຄົນຖືກພາໄປຜິດທາງຍ້ອນຄຳສອນທີ່ບໍ່ເປັນໄປຕາມຫຼັກພະຄຳພີ. ໜ້າເສຍດາຍ ເຂົາເຈົ້າພາດໂອກາດໃນເລື່ອງຄຳສັນຍາຕ່າງໆທີ່ຄຳພີໄບເບິນສະເໜີໃຫ້ກັບຄົນທີ່ສະແດງຄວາມເຊື່ອໃນພະເຍຊູ. ຄວາມກະຕືລືລົ້ນຂອງເຮົາກ່ຽວກັບຄວາມຈິງຈະກະຕຸ້ນເຮົາໃຫ້ຊ່ວຍຄົນທີ່ມີຫົວໃຈສຸດຈະລິດໃຫ້ໄດ້ຮັບຄວາມເຂົ້າໃຈທີ່ຖືກຕ້ອງໃນເລື່ອງພະເຍຊູ ສາຍສຳພັນຂອງພະອົງກັບພະເຈົ້າ ແລະບົດບາດໜ້າທີ່ຂອງພະອົງໃນຈຸດປະສົງຂອງພະເຈົ້າ. ໃນໄລຍະການປະຊຸມອະນຸສອນ ເຮົາຈະປະກາດຄວາມຈິງກ່ຽວກັບພະເຍຊູຢ່າງກະຕືລືລົ້ນໄດ້ບໍ?