ສຶ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ເນເຫມີ 9-11
ຜູ້ຮັບໃຊ້ທີ່ສັດຊື່ສະໜັບສະໜູນວຽກຂອງພະເຢໂຫວາ
ປະຊາຊົນຂອງພະເຈົ້າເຕັມໃຈສະໜັບສະໜູນການນະມັດສະການແທ້ໃນຫຼາຍໆວິທີ
ປະຊາຊົນໄດ້ກະກຽມການສະຫຼອງເທສະການຈຳໜັກຟົດໄມ້ໃນວິທີທີ່ຖືກຕ້ອງ.
ທຸກໆມື້ປະຊາຊົນຈະມາເຕົ້າໂຮມກັນເພື່ອຟັງການອ່ານກົດໝາຍຂອງພະເຈົ້າທີ່ເຮັດໃຫ້ເຂົາເຈົ້າມີຄວາມຍິນດີ.
ປະຊາຊົນສາລະພາບຄວາມຜິດ ອະທິດຖານ ແລະຂໍພະເຢໂຫວາໃຫ້ອວຍພອນເຂົາເຈົ້າ.
ປະຊາຊົນເຫັນດີທີ່ຈະສະໜັບສະໜູນວຽກທຸກຢ່າງຂອງພະເຢໂຫວາຕໍ່ໆໄປ.
ການສະໜັບສະໜູນວຽກຂອງພະເຢໂຫວາຍັງລວມເຖິງ:
ແຕ່ງດອງກັບຜູ້ທີ່ນະມັດສະການພະເຢໂຫວາເທົ່ານັ້ນ
ບໍລິຈາກເງິນ
ຖືຮັກສາວັນຊະບາໂຕ
ຊອກຫາໄມ້ເພື່ອໃຊ້ສຳລັບແທ່ນບູຊາ
ນຳເອົາພືດຜົນຊຸດທຳອິດຂອງການເກັບກ່ຽວແລະລູກແກະໂຕທຳອິດມາຖວາຍໃຫ້ພະເຢໂຫວາ