ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ16 ມີນາ ໜ້າ 2
  • ຍິນດີຕ້ອນຮັບແຂກຂອງເຮົາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຍິນດີຕ້ອນຮັບແຂກຂອງເຮົາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ເລື່ອງທີ່ຄ້າຍກັນ
  • ຕ້ອນຮັບພວກເຂົາເຈົ້າຢ່າງອົບອຸ່ນ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
  • ນ້ຳໃຈ​ຕ້ອນຮັບ​ແຂກ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ແລະ​ສຳຄັນ​ຫຼາຍ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ພະ​ເຢໂຫວາ​ເຊີນ​ເຮົາ​ໃຫ້​ເປັນ​ແຂກ​ຂອງ​ເພິ່ນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
ຄມປ16 ມີນາ ໜ້າ 2

ຊີວິດ​ຄລິດສະຕຽນ

ຍິນດີ​ຕ້ອນຮັບ​ແຂກ​ຂອງ​ເຮົາ

ເຮົາ​ຄາດ​ໝາຍ​ວ່າ​ວັນ​ທີ 23 ມີນາ ຈະ​ມີ​ແຂກ​ປະມານ 12 ລ້ານ​ຄົນ​ຫຼື​ຫຼາຍ​ກວ່າ​ນັ້ນ​ມາ​ຮ່ວມ​ການ​ປະຊຸມ​ອະນຸສອນ. ເຂົາ​ເຈົ້າ​ຈະ​ໄດ້​ຟັງ​ຄຳ​ບັນລະຍາຍ​ເລື່ອງ​ຄ່າໄຖ່​ທີ່​ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ​ແລະ​ພະ​ພອນ​ອື່ນໆທີ່​ມະນຸດ​ຈະ​ໄດ້​ຮັບ! (ເອຊາ. 11:6-9; 35:5, 6; 65:21-23; ໂຢ. 3:16) ບໍ່​ພຽງ​ແຕ່​ຜູ້​ບັນລະຍາຍ​ເທົ່າ​ນັ້ນ​ທີ່​ຈະ​ເວົ້າ​ເລື່ອງ​ພະເຈົ້າ​ໃນ​ໂອກາດ​ພິເສດ​ນີ້ ເຮົາ​ທຸກ​ຄົນ​ສາມາດ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້​ໄດ້​ໂດຍ​ຕ້ອນຮັບ​ແຂກ​ຢ່າງ​ອົບອຸ່ນ (ໂລມ 15:7) ລອງ​ເບິ່ງ​ຄຳ​ແນະນຳ​ຕໍ່​ໄປ​ນີ້.

ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ຕ້ອນຮັບ​ແຂກ​ຄົນ​ໜຶ່ງ​ທີ່​ມາ​ການ​ປະຊຸມ​ອະນຸສອນ ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ໃຫ້​ແຂກ​ທີ່​ມາ​ການ​ປະຊຸມ​ອະນຸສອນ​ເບິ່ງ​ຂໍ້​ພະ​ຄຳພີ​ນຳ
  • ແທນ​ທີ່​ຈະ​ນັ່ງ​ຢູ່​ແຕ່​ບ່ອນ​ນັ່ງ​ຈົນ​ເຖິງ​ເວລາ​ປະຊຸມ​ເລີ່ມ ໃຫ້​ຕ້ອນຮັບ​ແຂກ​ແລະ​ຄົນ​ທີ່​ເຊົາ​ປະກາດ​ໂດຍ​ຍິ້ມ​ຢ່າງ​ອົບອຸ່ນ​ແລະ​ທັກທາຍ​ຢ່າງ​ເປັນ​ມິດ.

  • ເຖິງ​ແມ່ນ​ວ່າ​ເຈົ້າ​ຈະ​ສົນ​ໃຈ​ແຂກ​ທີ່​ເຈົ້າ​ເຊີນ​ມາ​ເປັນ​ພິເສດ ແຕ່​ໃຫ້​ສົນ​ໃຈ​ຄົນ​ອື່ນ​ທີ່​ມາ​ນຳ​ເພາະ​ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ໃບ​ເຊີນ​ຈາກ​ໂຄງການ​ພິເສດ. ເຊີນ​ຄົນ​ໃໝ່​ມາ​ນັ່ງ​ກັບ​ເຈົ້າ​ເພື່ອ​ໃຫ້​ເບິ່ງ​ຂໍ້​ພະ​ຄຳພີ​ແລະ​ປຶ້ມ​ເພງ​ນຳ​ເຈົ້າ.

  • ຫຼັງ​ຈາກ​ຈົບ​ຄຳ​ບັນລະຍາຍ ກໍ​ຂໍ​ໃຫ້​ຢູ່​ຕໍ່​ເພື່ອ​ຕອບ​ຄຳຖາມ​ຂອງ​ຜູ້​ສົນ​ໃຈ. ຖ້າ​ມີ​ເວລາ​ໜ້ອຍ​ເພາະ​ມີ​ອີກ​ປະຊາຄົມ​ໜຶ່ງ​ຈັດ​ປະຊຸມ​ຕໍ່ ກໍ​ໃຫ້​ນັດ​ໝາຍ​ກັບ​ໄປ​ຢາມ​ລາວ​ຫຼັງ​ຈາກ 2-3 ມື້. ຖ້າ​ເຈົ້າ​ບໍ່​ມີ​ຂໍ້​ມູນ​ຕິດ​ຕໍ່​ລາວ ເຈົ້າ​ອາດ​ຖາມ​ວ່າ: “ຂ້ອຍ​ຢາກ​ຮູ້​ວ່າ​ເຈົ້າ​ຄິດ​ແນວ​ໃດ​ກັບ​ການ​ປະຊຸມ​ມື້​ນີ້ ມີ​ວິທີ​ທີ່​ເຮົາ​ຈະ​ຕິດ​ຕໍ່​ກັນ​ໄດ້​ບໍ?”

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌