ສິ່ງທີ່ເຈົ້າຈະນຳເອົາໄປໃຊ້ໃນວຽກປະກາດ
ການແຈກຢາຍໃບເຊີນການປະຊຸມພາກ
ທຸກໆປີເຮົາຄອຍຖ້າການສອນຢ່າງຫຼວງຫຼາຍຈາກພະເຈົ້າທີ່ເຮັດໃຫ້ເຮົາມີຄວາມສຸກໃນການປະຊຸມພາກຂອງເຮົາ. ດັ່ງນັ້ນ ເພື່ອຄົນອື່ນໆອາດໄດ້ຊີມເບິ່ງຄວາມດີຂອງພະເຢໂຫວາ ເຮົາຈະເຊີນຜູ້ຄົນໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ໃຫ້ເຂົ້າຮ່ວມກັບເຮົາ. (ເພງ. 34:8) ຄະນະຜູ້ເຖົ້າແກ່ຂອງແຕ່ລະປະຊາຄົມຈະຕັດສິນໃຈວ່າຈະໃຊ້ໃບເຊີນຢ່າງໃດໃຫ້ເກີດປະໂຫຍດຫຼາຍທີ່ສຸດ.
ລາຍລະອຽດທີ່ຄວນເອົາໃຈໃສ່
ການປະຊຸມພາກຂອງຂ້ອຍຈະເລີ່ມຂຶ້ນເມື່ອໃດ?
ຈະເລີ່ມມີການແຈກຢາຍໃບເຊີນໃນທ້ອງຖິ່ນເມື່ອໃດ?
ການປະຊຸມເພື່ອການປະກາດໃນຫ້ອງຖິ່ນນີ້ຈັດຂຶ້ນເມື່ອໃດ?
ເປົ້າໝາຍຂອງຂ້ອຍໃນການແຈກຢາຍໃບເຊີນແມ່ນຫຍັງ?
ຂ້ອຍວາງແຜນຈະເຊີນໃຜແດ່?
ເຈົ້າຈະເວົ້າແນວໃດ?
ຫຼັງຈາກທັກທາຍກັນແລ້ວ ເຈົ້າອາດເວົ້າວ່າ:
“ເຮົາກຳລັງແຈກໃບເຊີນນີ້ໃຫ້ກັບທຸກຄົນເຊິ່ງກຳລັງເຮັດໃນທົ່ວໂລກ ເຮົາຢາກເຊີນເຈົ້າແລະຄອບຄົວໄປປະຊຸມນຳກັນ. ສ່ວນວັນ ເວລາແລະສະຖານທີ່ຢູ່ດ້ານຫຼັງຂອງໃບເຊີນນີ້.”
ເຈົ້າຈະສານຕໍ່ຄົນທີ່ສົນໃຈໄດ້ແນວໃດ?
ເຖິງແມ່ນວ່າເຮົາຢາກເຊີນຜູ້ຄົນໃຫ້ເຂົ້າຮ່ວມການປະຊຸມພາກໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ແຕ່ເຮົາກໍຄວນຄຳນຶງເຖິງຄົນທີ່ສະແດງຄວາມສົນໃຈ.
ໃນທ້າຍອາທິດ ເຈົ້າອາດສະເໜີວາລະສານພ້ອມກັບໃບເຊີນນັ້ນ.