ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ16 ກໍລະກົດ ໜ້າ 4
  • ລອງເຮັດປີໜຶ່ງກ່ອນ!

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ລອງເຮັດປີໜຶ່ງກ່ອນ!
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ເລື່ອງທີ່ຄ້າຍກັນ
  • “ໂປໂລຂອບໃຈພະເຈົ້າແລະມີກຳລັງໃຈ”
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
ຄມປ16 ກໍລະກົດ ໜ້າ 4

ຊີວິດ​ຄລິດສະຕຽນ

ລອງ​ເຮັດ​ປີ​ໜຶ່ງ​ກ່ອນ!

ພີ່​ນ້ອງ​ຊາຍ​ສອງ​ຄົນ​ກຳລັງ​ປະກາດ​ຕາມ​ບ້ານ​ເຮືອນ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ໂດຍ​ເປີດ​ພະ​ຄຳພີ

ລອງ​ເຮັດ​ຫຍັງ? ໄພໂອເນຍ​ປະຈຳ! ຖ້າ​ເຈົ້າ​ລອງ​ເຮັດ​ເບິ່ງ​ກໍ​ຈະ​ໄດ້​ຮັບ​ພະ​ພອນ​ແລະ​ມີ​ຄວາມ​ສຸກ​ຢ່າງ​ແນ່ນອນ!​—ສຸພາ. 10:22

ໂດຍ​ການ​ເປັນ​ໄພໂອເນຍ ເຈົ້າ​ສາມາດ . . .

  • ເປັນ​ຜູ້​ປະກາດ​ຂ່າວ​ດີ​ທີ່​ມີ​ຄວາມ​ຊຳນານ​ແລະ​ມີ​ຄວາມ​ສຸກ​ກັບ​ວຽກ​ປະກາດ​ຫຼາຍ​ຂຶ້ນ.

  • ມີ​ສາຍ​ສຳພັນ​ທີ່​ແໜ້ນ​ແຟ້ນ​ກັບ​ພະ​ເຢໂຫວາ. ແຮ່ງ​ເຈົ້າ​ເວົ້າ​ເລື່ອງ​ຂອງ​ພະອົງ​ກັບ​ຄົນ​ອື່ນ​ຫຼາຍ​ເທົ່າ​ໃດ ເຈົ້າ​ກໍ​ຈະ​ສຳນຶກ​ເຖິງ​ຄວາມ​ຢ້ານຢຳ​ຕໍ່​ຄຸນ​ລັກສະນະ​ຕ່າງໆ ຂອງ​ພະອົງ​ຫຼາຍ​ເທົ່າ​ນັ້ນ.

  • ມີ​ຄວາມ​ອີ່ມ​ໃຈ​ພໍ​ໃຈ​ເພາະ​ໄດ້​ໃຫ້​ລາຊະອານາຈັກ​ຂອງ​ພະເຈົ້າ​ມາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ສະລະ​ຕົວ​ເອງ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອື່ນ.​—ມັດ. 6:​33; ກິດ. 20:35

  • ເຂົ້າ​ຮ່ວມ​ການ​ປະຊຸມ​ໄພໂອເນຍ​ຕອນ​ທີ່​ຜູ້​ດູ​ແລ​ໝວດ​ຢ້ຽມ​ຢາມ ປະຊຸມ​ໄພໂອເນຍ​ກ່ອນ​ການ​ປະຊຸມ​ໝວດ ແລະ​ໂຮງ​ຮຽນ​ໄພໂອເນຍ.

  • ມີ​ໂອກາດ​ຫຼາຍ​ຂຶ້ນ​ທີ່​ຈະ​ເລີ່ມ​ແລະ​ນຳ​ການ​ສຶກສາ​ຄຳພີ​ໄບເບິນ.

  • ໃຊ້​ເວລາ​ຫຼາຍ​ຂຶ້ນ​ກັບ​ຜູ້​ປະກາດ​ຄົນ​ອື່ນໆ ​ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ໜູນ​ໃຈ​ກັນ​ແລະ​ກັນ.​—ໂລມ 1:​11, 12

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌