ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ເອຊາອີ 63-66
ຟ້າສະຫວັນໃໝ່ແລະແຜ່ນດິນໂລກໃໝ່ຈະເຮັດໃຫ້ມີຄວາມຍິນດີ
ຄຳສັນຍາຂອງພະເຢໂຫວາກ່ຽວກັບການຟື້ນຟູເຊິ່ງຂຽນໄວ້ໃນເອຊາອີບົດ 65 ເປັນສິ່ງທີ່ແນ່ນອນຈົນພະອົງເວົ້າເຖິງມັນຄືກັບວ່າກຳລັງເກີດຂຶ້ນແລ້ວໃນຕອນນີ້
ພະເຢໂຫວາສ້າງຟ້າສະຫວັນໃໝ່ແລະແຜ່ນດິນໂລກໃໝ່ ເຊິ່ງຢູ່ທີ່ນັ້ນເຂົາເຈົ້າຈະບໍ່ຈື່ຟ້າກັບດິນເດີມ
ຟ້າສະຫວັນໃໝ່ແມ່ນຫຍັງ?
ລັດຖະບານໃໝ່ຈະເຮັດໃຫ້ໂລກນີ້ມີຄວາມຊອບທຳ
ລັດຖະບານນີ້ກໍ່ຕັ້ງຂຶ້ນໃນປີ 1914 ເມື່ອພະຄລິດປົກຄອງເປັນກະສັດໃນລາຊະອານາຈັກຂອງພະເຈົ້າ
ແຜ່ນດິນໂລກໃໝ່ແມ່ນຫຍັງ?
ສັງຄົມມະນຸດຈາກທຸກຊາດ ທຸກພາສາ ແລະທຸກເຊື້ອຊາດເຊິ່ງຍິນດີຍອມຢູ່ໃຕ້ການປົກຄອງຂອງລັດຖະບານໃໝ່ໃນສະຫວັນ
ເຂົາເຈົ້າຈະບໍ່ຈື່ຟ້າກັບດິນເດີມແນວໃດ?
ສິ່ງທີ່ເປັນຕົ້ນເຫດຂອງຄວາມຊົງຈຳທີ່ເຈັບປວດ ເຊັ່ນ: ຄວາມທຸກທາງກາຍ ທາງໃຈ ແລະທາງອາລົມຈະບໍ່ມີອີກຕໍ່ໄປ
ມະນຸດທີ່ສັດຊື່ຈະມີຄວາມສຸກກັບຊີວິດຢ່າງເຕັມທີ ແລະແຕ່ລະມື້ທີ່ຜ່ານໄປເຂົາເຈົ້າຈະມີແຕ່ຄວາມຊົງຈຳດີໆທີ່ຢາກເກັບເອົາໄວ້