ຊີວິດຄລິດສະຕຽນ
ມີຄວາມສຸກກັບຄວາມຫວັງ
ຄວາມຫວັງເປັນຄືສະໝໍເຮືອ. (ເຫບ. 6:19) ມັນຊ່ວຍເຮົາໃຫ້ຫຼີກລ່ຽງຄວາມເສຍຫາຍທາງຄວາມເຊື່ອເມື່ອພົບກັບພາຍຸໃນທະເລ. (1 ຕີໂມ. 1:18, 19) ພາຍຸນັ້ນອາດຈະເປັນຄວາມຜິດຫວັງໃນຊີວິດ ການສູນເສຍວັດຖຸ ເຈັບປ່ວຍຊຳເຮື້ອ ຄົນທີ່ຮັກເສຍຊີວິດ ຫຼືສິ່ງອື່ນໆ ທີ່ຄຸກຄາມຄວາມສັດຊື່ຂອງເຮົາ.
ຄວາມເຊື່ອແລະຄວາມຫວັງເຮັດໃຫ້ເຮົາເຫັນແຈ້ງໃນລາງວັນທີ່ພະເຈົ້າສັນຍາໄວ້. (2 ໂກ. 4:16-18; ເຫບ. 11:13, 26, 27) ເຖິງວ່າເຮົາມີຄວາມຫວັງຢູ່ໃນສະຫວັນຫຼືໃນໂລກນີ້ ເຮົາຕ້ອງດູແລມັນເປັນປະຈຳໂດຍຄິດຕຶກຕອງເຖິງຄຳສັນຍາທີ່ຢູ່ໃນພະຄຳພີ. ການເຮັດເຊັ່ນນີ້ຈະຊ່ວຍເຮົາໃຫ້ຮັກສາຄວາມຍິນດີເມື່ອມີຄວາມຍາກລຳບາກ.—1 ເປ. 1:6, 7
ເບິ່ງວິດີໂອມີຄວາມສຸກກັບຄວາມຫວັງ ແລະຕອບຄຳຖາມຕໍ່ໄປນີ້:
ເປັນຫຍັງໂມເຊເປັນຕົວຢ່າງທີ່ດີໃນການຮຽນແບບ?
ຫົວໜ້າຄອບຄົວມີໜ້າທີ່ຮັບຜິດຊອບຫຍັງ?
ໃນການນະມັດສະການປະຈຳຄອບຄົວ ເຈົ້າອາດພິຈາລະນາເລື່ອງໃດແດ່?
ຄວາມຫວັງຊ່ວຍເຈົ້າແນວໃດໃຫ້ປະເຊີນຄວາມຍາກລຳບາກຢ່າງໝັ້ນໃຈ?
ເຈົ້າຄອຍຖ້າສິ່ງໃດ?