ການເຊີນຜູ້ຄົນເຂົ້າຮ່ວມການປະຊຸມຢູ່ທີ່ໝູ່ດອນ ກຸກ
ຕົວຢ່າງການສະເໜີ
ຫໍສັງເກດການ
ຄຳຖາມ: ທູດສະຫວັນມີແທ້ບໍ?
ຂໍ້ພະຄຳພີ: ເພງ. 103:20
ການສະເໜີ: ຫໍສັງເກດການສະບັບນີ້ບອກໃຫ້ຮູ້ວ່າຄຳພີໄບເບິນບອກແນວໃດກ່ຽວກັບທູດສະຫວັນ ແລະເຂົາເຈົ້າກ່ຽວຂ້ອງກັບຊີວິດຂອງເຮົາແນວໃດ
ສອນຄວາມຈິງ
ຄຳຖາມ: ເຈົ້າຄິດວ່າວິທະຍາສາດກັບຄຳພີໄບເບິນສອດຄ່ອງກັນບໍ?
ຂໍ້ພະຄຳພີ: ເອຊາ. 40:22
ຄວາມຈິງ: ຄຳພີໄບເບິນບອກຂໍ້ມູນທາງວິທະຍາສາດໄດ້ຢ່າງຖືກຕ້ອງ.
ໃບເຊີນເຂົ້າຮ່ວມການປະຊຸມປະຈຳປະຊາຄົມ (ບຊປ)
ສະເໜີ: ເຮົາຢາກເຊີນເຈົ້າເຂົ້າຮ່ວມຟັງຄຳບັນລະຍາຍຟຣີກ່ຽວກັບຄຳພີໄບເບິນຢູ່ຫໍປະຊຸມຂອງເຮົາ. [ໃຫ້ໃບເຊີນເຂົ້າຮ່ວມປະຊຸມ ໃຫ້ເບິ່ງເວລາແລະສະຖານທີ່ການປະຊຸມທ້າຍອາທິດ ແລະບອກຫົວເລື່ອງຂອງຄຳບັນລະຍາຍ.]
ຄຳຖາມ: ເຈົ້າເຄີຍໄປຫໍປະຊຸມຂອງເຮົາບໍ? [ຖ້າເປັນໄປໄດ້ ໃຫ້ເບິ່ງວິດີໂອ ພວກເຮົາເຮັດຫຍັງຢູ່ທີ່ຫໍປະຊຸມລາຊະອານາຈັກ?]
ລອງຂຽນວິທີການສະເໜີຂອງເຈົ້າເອງ
ໃຊ້ຕົວຢ່າງການສະເໜີເພື່ອປັບເປັນຮູບແບບຂອງຕົວເອງ.