ວັນທີ 4-10 ກັນຍາ
ເອເຊກຽນ 42-45
ເພງ 31 ແລະຄຳອະທິດຖານ
ຄຳນຳເປີດການປະຊຸມ (ບໍ່ເກີນ 3 ນາທີ)
ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ
“ຟື້ນຟູການນະມັດສະການແທ້!”: (10 ນາທີ)
ເອເຊກ. 43:10-12—ນິມິດຂອງເອເຊກຽນເລື່ອງວິຫານມີຈຸດປະສົງເພື່ອກະຕຸ້ນໃຫ້ຊາວຢິວທີ່ເປັນຊະເລີຍກັບໃຈແລະເຮັດໃຫ້ເຂົາເຈົ້າໝັ້ນໃຈວ່າການນະມັດສະການແທ້ຈະໄດ້ຮັບຟື້ນຟູໃຫ້ຢູ່ໃນສະພາບທີ່ສູງຄືເກົ່າ (ຫ 1/3/99 ໜ້າ 8 ຂໍ້ 3; it-2 ໜ້າ 1082 ຫຍໍ້ໜ້າ 2)
ເອເຊກ. 44:23—ປະໂລຫິດຈະສອນປະຊາຊົນກ່ຽວກັບ “ຄວາມແຕກຕ່າງລະຫວ່າງສິ່ງທີ່ບໍ່ສະອາດກັບສິ່ງທີ່ສະອາດ, ລ.ມ.”
ເອເຊກ. 45:16—ປະຊາຊົນຈະສະໜັບສະໜູນຜູ້ທີ່ພະເຢໂຫວາແຕ່ງຕັ້ງໃຫ້ນຳໜ້າ (ຫ 1/3/99 ໜ້າ 10 ຂໍ້ 10)
ຂຸດຄົ້ນຄວາມຮູ້ທີ່ມີຄ່າຂອງພະເຈົ້າ: (8 ນາທີ)
ເອເຊກ. 43:8, 9—ຊາວອິດສະລາເອນເຮັດໃຫ້ນາມຊື່ຂອງພະເຈົ້າເປັນມົນທິນແນວໃດ? (it-2 ໜ້າ 467 ຫຍໍ້ໜ້າ 4)
ເອເຊກ. 45:9, 10—ພະເຢໂຫວາຮຽກຮ້ອງອັນໃດຈາກຄົນທີ່ຢາກເຮັດໃຫ້ພະອົງພໍໃຈ? (it-2 ໜ້າ 140)
ການອ່ານຄຳພີໄບເບິນໃນອາທິດນີ້ສອນຫຍັງເຈົ້າກ່ຽວກັບພະເຢໂຫວາ?
ການອ່ານຄຳພີໄບເບິນໃນອາທິດນີ້ເຈົ້າໄດ້ຄົ້ນພົບຄວາມຮູ້ຫຍັງທີ່ມີຄ່າ?
ການອ່ານພະຄຳພີ: (ບໍ່ເກີນ 4 ນາທີ) ເອເຊກ. 44:1-9
ສິ່ງທີ່ເຈົ້າຈະນຳເອົາໄປໃຊ້ໃນວຽກປະກາດ
ກຽມຕົວສຳລັບການສະເໜີໃນເດືອນນີ້: (15 ນາທີ) ພິຈາລະນາ ຖາມ-ຕອບ ກ່ຽວກັບວິດີໂອ “ຕົວຢ່າງການສະເໜີ” ເປີດວິດີໂອແຕ່ລະເລື່ອງແລ້ວພິຈາລະນາຈຸດສຳຄັນທີ່ຈະນຳໄປໃຊ້ໄດ້.
ຊີວິດຄລິດສະຕຽນ
ເພງ 77
“ເປັນຫຍັງເຈົ້າຈຶ່ງເຫັນຄຸນຄ່າການນະມັດສະການແທ້?”: (15 ນາທີ) ພິຈາລະນາ ຖາມ-ຕອບ.
ການສຶກສາພະຄຳພີປະຈຳປະຊາຄົມ: (30 ນາທີ) ລປ ບົດ 17 ຂໍ້ 10-18
ທົບທວນແລະເວົ້າເຖິງສ່ວນຕ່າງໆຂອງອາທິດຕໍ່ໄປ (3 ນາທີ)
ເພງ 97 ແລະຄຳອະທິດຖານ