ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ເອເຊກຽນ 46-48
ຊາດອິດລະສາເອນທີ່ໄດ້ຮັບການຟື້ນຟູຈະໄດ້ຮັບພະພອນ
ນິມິດຂອງເອເຊກຽນໃຫ້ກຳລັງໃຈຊາວຢິວທີ່ເປັນຊະເລີຍແລະຢືນຢັນຄຳພະຍາກອນກ່ອນໜ້ານີ້ເລື່ອງການຟື້ນຟູ. ຄົນທີ່ໄດ້ຮັບພະພອນຈາກພະເຢໂຫວາຖືວ່າການນະມັດສະການແທ້ເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດ.
ນິມິດນີ້ສັນຍາວ່າຈະມີການຈັດລະບຽບ ມີຄວາມສາມັກຄີ ແລະມີຄວາມໝັ້ນຄົງປອດໄພ
ແຜ່ນດິນຈະອຸດົມສົມບູນ
ແຕ່ລະຄອບຄົວຈະໄດ້ຮັບມໍລະດົກ
ກ່ອນທີ່ຈະແບ່ງດິນແດນໃຫ້ປະຊາຊົນ ຈະມີການເລືອກດິນແດນສ່ວນໜຶ່ງໄວ້ເປັນ “ດິນຖວາຍໄຫວ້” ທີ່ຈະ “ຖວາຍ” ໃຫ້ກັບພະເຢໂຫວາ
ຂ້ອຍຈະສະແດງໃຫ້ເຫັນແນວໃດວ່າ ຂ້ອຍໃຫ້ການນະມັດສະການພະເຢໂຫວາມາເປັນອັບດັບທຳອິດໃນຊີວິດ? (ຫ 15/4/06 ໜ້າ 27-28 ຂໍ້ 13-14)