ຊີວິດຄລິດສະຕຽນ
ວິທີເລີ່ມເວົ້າກັບຄົນອື່ນໂດຍໃຊ້ແຜ່ນພັບ
ນັບຕັ້ງແຕ່ເດືອນມັງກອນ ປີ 2018 ມີການເພີ່ມຕົວຢ່າງການສົນທະນາໄວ້ໃນໜ້າປົກຂອງຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ. ມີການສະໜັບສະໜູນໃຫ້ເຮົາເນັ້ນການເວົ້າກັບຜູ້ຄົນແທນທີ່ຈະສະເໜີແຕ່ສິ່ງພິມໃຫ້ພວກເຂົາ. ເພື່ອຊ່ວຍຜູ້ປະກາດໃຫ້ເຮັດແບບນັ້ນໄດ້ ເຮົາມີວິດີໂອຕົວຢ່າງການສົນທະນາເຊິ່ງຊ່ວຍໃຫ້ຮູ້ວ່າຈະເລີ່ມເວົ້າກັບຄົນອື່ນແນວໃດໂດຍໃຊ້ແຕ່ຄຳພີໄບເບິນເທົ່ານັ້ນ. ແຕ່ນີ້ໝາຍຄວາມວ່າເຮົາບໍ່ຄວນໃຊ້ສິ່ງພິມເລີຍບໍເມື່ອປະກາດຕາມບ້ານເຮືອນ? ບໍ່ແມ່ນ! ການໃຊ້ແຜ່ນພັບເພື່ອເລີ່ມເວົ້າກັບຄົນອື່ນເປັນວິທີໜຶ່ງທີ່ມີປະສິດທິພາບ. ເມື່ອໃຊ້ແຜ່ນພັບ ເຮົາສາມາດເຮັດຕາມຂັ້ນຕອນຕໍ່ໄປນີ້:
ຖາມຄຳຖາມຢູ່ໜ້າທຳອິດຂອງແຜ່ນພັບທີ່ມີຄຳຕອບໃຫ້ເລືອກ.
ໃຫ້ເບິ່ງຄຳຕອບຈາກຂໍ້ພະຄຳພີທີ່ຢູ່ໃນໜ້າທີສອງ. ຖ້າມີເວລາ ໃຫ້ອ່ານແລະລົມກັນກ່ຽວກັບລາຍລະອຽດບາງຢ່າງໃນແຜ່ນພັບນັ້ນ.
ເອົາແຜ່ນພັບໃຫ້ເຈົ້າຂອງເຮືອນ ແລະສະໜັບສະໜູນໃຫ້ລາວອ່ານສ່ວນທີ່ເຫຼືອຕອນທີ່ລາວຫວ່າງ.
ກ່ອນໄປ ໃຫ້ເຈົ້າຂອງເຮືອນເບິ່ງໃນສ່ວນ “ສິ່ງທີ່ຄວນຄິດເຖິງ” ແລະນັດເພື່ອກັບມາເບິ່ງຄຳຕອບຈາກຄຳພີໄບເບິນໃນເທື່ອໜ້າ.
ເມື່ອກັບໄປຫາ ໃຫ້ເບິ່ງຄຳຕອບຈາກຄຳພີໄບເບິນແລະຝາກຄຳຖາມອີກເພື່ອຈະກັບໄປຫາເທື່ອໜ້າ. ເຈົ້າອາດເລືອກຄຳຖາມຈາກເວັບໄຊຂອງເຮົາຫຼືຄຳຖາມຈາກປຶ້ມທີ່ອ້າງເຖິງຢູ່ຫຼັງແຜ່ນພັບ. ຖ້າເຫັນວ່າເໝາະສົມໃຫ້ສະເໜີປຶ້ມຂ່າວດີຈາກພະເຈົ້າ! ຫຼືປຶ້ມອື່ນໆທີ່ໃຊ້ສຶກສາຈາກກ່ອງເຄື່ອງມືສຳລັບການສອນ.