ຊີວິດຄລິດສະຕຽນ
ວິທີໃຊ້ຕົວຢ່າງການລົມກັນ
ພີ່ນ້ອງຂອງເຮົາເຮັດວຽກໜັກຫຼາຍເພື່ອກຽມຕົວຢ່າງການລົມກັນ ຜູ້ປະກາດຫຼາຍຄົນຮູ້ສຶກວ່າຕົວຢ່າງການລົມກັນຊ່ວຍໃຫ້ເຂົາເຈົ້າເຮັດວຽກຮັບໃຊ້ໄດ້ຢ່າງມີປະສິດທິພາບ. ແຕ່ເນື່ອງຈາກສະພາບການໃນແຕ່ລະປະເທດບໍ່ຄືກັນ ຜູ້ປະກາດສາມາດປ່ຽນວິທີການສະເໜີຫຼືປ່ຽນຫົວເລື່ອງໃຫ້ເຂົ້າກັບຜູ້ຄົນໃນເຂດໂຕເອງໄດ້. ແຕ່ເມື່ອມີຄຳແນະນຳກ່ຽວກັບໂຄງການປະກາດແບບພິເສດ ແນ່ນອນວ່າເຮົາທຸກຄົນກໍຄວນເຮັດຕາມ. ເປົ້າໝາຍຂອງເຮົາຄືການເຮັດຕາມຄຳສັ່ງຂອງພະເຢຊູທີ່ໃຫ້ປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ.—ມທ 24:14
ເມື່ອເຮັດສ່ວນນັກຮຽນ ຄວນໃຊ້ຫົວເລື່ອງດຽວກັນກັບຕົວຢ່າງການລົມກັນໃນຄູ່ມືການປະຊຸມຊີວິດຄລິດສະຕຽນແລະວຽກຮັບໃຊ້. ແຕ່ຖ້າບໍ່ມີຄຳແນະນຳອື່ນເພີ່ມເຕີມ ຜູ້ປະກາດກໍສາມາດປ່ຽນຄຳຖາມ ຂໍ້ຄຳພີ ເລື່ອງທີ່ຈະລົມນຳເທື່ອໜ້າ ຫຼືສາກໃຫ້ເຂົ້າກັບຜູ້ຄົນໃນເຂດໄດ້. ນີ້ເປັນການປັບປ່ຽນຄຳແນະນຳທີ່ເຄີຍບອກໄວ້ໃນຄູ່ມືການປະຊຸມເດືອນມິຖຸນາ 2020 ໜ້າ 8.