ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ20 ມິຖຸນາ ໜ້າ 8
  • ວິທີໃຊ້ຕົວຢ່າງການສົນທະນາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວິທີໃຊ້ຕົວຢ່າງການສົນທະນາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ເລື່ອງທີ່ຄ້າຍກັນ
  • ຕົວຢ່າງ​ການ​ສົນທະນາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ວິທີໃຊ້ຕົວຢ່າງການລົມກັນ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ວິທີເລີ່ມເວົ້າກັບຄົນອື່ນໂດຍໃຊ້ແຜ່ນພັບ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ຕົວຢ່າງ​ການ​ສົນທະນາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
ຄມປ20 ມິຖຸນາ ໜ້າ 8

ຊີວິດ​ຄລິດສະຕຽນ

ວິທີ​ໃຊ້​ຕົວຢ່າງ​ການ​ສົນທະນາ

ນັບ​ຕັ້ງ​ແຕ່​ເດືອນ​ມັງກອນ ປີ 2018 ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້—ຄູ່​ມື​ການ​ປະຊຸມ ມີ​ຕົວຢ່າງ​ການ​ສົນທະນາ​ສຳລັບ​ການ​ປະກາດ​ແລະ​ກັບ​ໄປ​ຢາມ. ເຮົາ​ຄວນ​ໃຊ້​ຕົວຢ່າງ​ເຫຼົ່າ​ນີ້​ແນວ​ໃດ?

ພີ່ນ້ອງ​ຍິງ​ເຮັດ​ສ່ວນ​ນັກ​ຮຽນ​ໃນ​ການ​ປະຊຸມ​ກາງ​ອາທິດ.

ເມື່ອ​ໄດ້​ຮັບ​ສ່ວນ​ມອບ​ໝາຍ​ໃຫ້​ເປັນ​ນັກ​ຮຽນ: ເຈົ້າ​ຄວນ​ໃຊ້​ຄຳຖາມ ຂໍ້​ພະ​ຄຳພີ ແລະ​ເລື່ອງ​ທີ່​ຈະ​ລົມ​ນຳ​ເທື່ອ​ໜ້າ​ທີ່​ຢູ່​ໃນ​ຕົວຢ່າງ​ການ​ສົນທະນາ. ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ຕ້ອງ​ເວົ້າ​ຕາມ​ທຸກ​ຄຳ​ໃນ​ວິດີໂອ. ເຈົ້າ​ອາດ​ໃຊ້​ສາກ​ການ​ສົນທະນາ ຄຳ​ນຳ ການ​ຫາ​ເຫດຜົນ ຫຼື​ຈະ​ປັບ​ປ່ຽນ​ເປັນ​ວິທີ​ອື່ນໆຕາມ​ສະພາບການ​ກໍ​ໄດ້. ນອກ​ຈາກ​ນັ້ນ ເຈົ້າ​ອາດ​ສະເໜີ​ສິ່ງ​ພິມ​ຈາກ​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ​ກໍ​ໄດ້​ເຖິງ​ວ່າ​ບໍ່​ມີ​ຄຳ​ແນະນຳ​ທີ່​ເຈາະ​ຈົງ​ໃນ​ສ່ວນ​ມອບ​ໝາຍ​ທີ່​ເຈົ້າ​ໄດ້​ຮັບ.

ພີ່ນ້ອງ​ຍິງ​ຄົນ​ດຽວ​ກັນ​ນັ້ນ​ອ່ານ​ພະ​ຄຳພີ​ໃຫ້​ຜູ້​ຍິງ​ຄົນ​ໜຶ່ງ​ຟັງ​ຕອນ​ປະກາດ.

ເມື່ອ​ເຮັດ​ວຽກ​ປະກາດ: ເຖິງ​ວ່າ​ການ​ສະເໜີ​ໃນ​ຄູ່​ມື​ການ​ປະຊຸມ​ຈະ​ໃຫ້​ແງ່​ຄິດ​ທີ່​ເປັນ​ປະໂຫຍດ ແຕ່​ກໍ​ເປັນ​ພຽງ​ຕົວຢ່າງ. ຖ້າ​ຄົນ​ທີ່​ເຈົ້າ​ປະກາດ​ນຳ​ສະແດງ​ຄວາມ​ສົນ​ໃຈ​ແລະ​ຢາກ​ຮູ້​ຫຼາຍ​ຂຶ້ນ ເຈົ້າ​ອາດ​ລົມ​ກັນ​ຕໍ່​ໄປ​ໂດຍ​ໃຊ້​ຕົວຢ່າງ​ການ​ກັບ​ໄປ​ຢາມ. ເຈົ້າ​ອາດ​ປັບ​ຕົວຢ່າງ​ການ​ສົນທະນາ ຫຼື​ເວົ້າ​ເລື່ອງ​ໃດ​ກໍ​ໄດ້​ທີ່​ລາວ​ສົນ​ໃຈ. ຕົວຢ່າງ​ການ​ສົນທະນາ​ຂອງ​ເດືອນ​ທີ່​ຜ່ານ​ມາ​ຫຼື​ຂໍ້​ພະ​ຄຳພີ​ອື່ນ​ອາດ​ເໝາະ​ກັບ​ຄົນ​ໃນ​ເຂດ​ຫຼາຍ​ກວ່າ​ບໍ? ຄົນ​ໃນ​ເຂດ​ຂອງ​ເຈົ້າ​ກຳລັງ​ສົນ​ໃຈ​ຂ່າວ​ຫຼື​ເລື່ອງ​ທີ່​ຫາ​ກໍ​ເກີດ​ຂຶ້ນ​ຢູ່​ແຖວ​ນັ້ນ​ບໍ? ບໍ່​ວ່າ​ເຈົ້າ​ຈະ​ເລືອກ​ໃຊ້​ວິທີ​ໃດ ເປົ້າ​ໝາຍ​ຂອງ​ເຈົ້າ​ຄວນ​ເປັນ​ການ “ເຮັດ​ທຸກ​ຢ່າງ​ເພື່ອ​ຂ່າວ​ດີ ເພື່ອ​ຂ້ອຍ​ຈະ​ໄດ້​ປະກາດ​ຂ່າວ​ດີ​ກັບ​ຄົນ​ອື່ນໆ.”—1​ກຣ 9:22, 23

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌