ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ22 ມັງກອນ ໜ້າ 11
  • ໄວລຸ້ນ—ໃຫ້ເຈົ້າເປີດໃຈລົມກັບພໍ່ແມ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໄວລຸ້ນ—ໃຫ້ເຈົ້າເປີດໃຈລົມກັບພໍ່ແມ່
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ເລື່ອງທີ່ຄ້າຍກັນ
  • “ຈົ່ງ​ນັບຖື​ພໍ່​ແມ່​ຂອງ​ເຈົ້າ”
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ເຈົ້າເຮັດໃຫ້ຄອບຄົວມີຄວາມສຸກໄດ້
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ຜູ້​ທີ່​ເປັນ​ພໍ່​ແມ່ ຂໍ​ເຈົ້າ​ຊ່ວຍ​ລູກ​ໃຫ້​ຮັກ​ພະເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ເຮັດ​ແນວ​ໃດ​ຄອບຄົວ​ຈຶ່ງ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ?—ຕອນ​ທີ 2
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ຄມປ22 ມັງກອນ ໜ້າ 11

ຊີວິດ​ຄລິດສະຕຽນ

ໄວ​ລຸ້ນ—ໃຫ້​ເຈົ້າ​ເປີດ​ໃຈ​ລົມ​ກັບ​ພໍ່​ແມ່

ເປັນ​ຫຍັງ​ເຈົ້າ​ຕ້ອງ​ເປີດ​ໃຈ​ລົມ​ກັບ​ພໍ່​ແມ່? (ສຸພາ 23:26) ເພາະ​ພະ​ເຢໂຫວາ​ໃຫ້​ພໍ່​ແມ່​ມີ​ໜ້າ​ທີ່​ເບິ່ງ​ແຍງ​ແລະ​ສັ່ງ​ສອນ​ເຈົ້າ. (ເພງ 127:3, 4) ແຕ່​ຖ້າ​ເຈົ້າ​ບໍ່​ເວົ້າ​ວ່າ​ເຈົ້າ​ກັງວົນ​ຫຼື​ເປັນ​ຫ່ວງ​ເລື່ອງ​ຫຍັງ​ມັນ​ກໍ​ຍາກ​ທີ່​ພໍ່​ແມ່​ຈະ​ຊ່ວຍ​ເຈົ້າ​ໄດ້​ແລະ​ຖ້າ​ບໍ່​ເຮັດ​ແບບ​ນັ້ນ​ເຈົ້າ​ອາດ​ຈະ​ພາດ​ໂອກາດ​ທີ່​ຈະ​ໄດ້​ຮຽນ​ຈາກ​ປະສົບການ​ທີ່​ດີ​ຈາກ​ພໍ່​ແມ່. ແຕ່​ຜິດ​ບໍ​ຖ້າ​ເຈົ້າ​ບໍ່​ໄດ້​ບອກ​ພໍ່​ແມ່​ທຸກ​ເລື່ອງ? ບໍ່​ຜິດ​ຕາບ​ໃດ​ທີ່​ເຈົ້າ​ບໍ່​ໄດ້​ຕົວະ​ເພິ່ນ.—ສຸພາ 3:32

ເຈົ້າ​ຈະ​ລົມ​ກັບ​ພໍ່​ແມ່​ໄດ້​ແນວ​ໃດ? ລອງ​ຫາ​ໂອກາດ​ທີ່​ເໝາະ​ສົມ​ລົມ​ກັບ​ພວກ​ເພິ່ນ​ເບິ່ງ. ແຕ່​ຖ້າ​ເຈົ້າ​ຮູ້​ສຶກ​ວ່າ​ຍາກ​ທີ່​ຈະ​ເວົ້າ ກໍ​ໃຫ້​ຂຽນ​ບອກ​ຄວາມ​ຮູ້ສຶກ​ແທນ. ຖ້າ​ພໍ່​ແມ່​ຢາກ​ລົມ​ເລື່ອງ​ທີ່​ເຈົ້າ​ບໍ່​ພ້ອມ​ທີ່​ຈະ​ລົມ​ເດ? ຂໍ​ໃຫ້​ຈື່​ໄວ້​ວ່າ​ພໍ່​ແມ່​ຢາກ​ຊ່ວຍ​ເຈົ້າ​ແທ້ໆ. ໃຫ້​ຄິດ​ວ່າ​ພໍ່​ແມ່​ເປັນ​ໝູ່​ແທ້​ຂອງ​ເຈົ້າ ບໍ່​ແມ່ນ​ສັດຕູ. ຖ້າ​ເຈົ້າ​ພະຍາຍາມ​ເຕັມທີ​ທີ່​ຈະ​ເປີດ​ໃຈ​ລົມ​ກັບພໍ່​ແມ່ ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ທັງໃນ​ຕອນ​ນີ້​ແລະ​ຕະຫຼອດ​ໄປ!—ສຸພາ 4:10-12

ເບິ່ງ​ວິດີໂອ​ໄວລຸ້ນ—ຂ້ອຍ​ຈະ​ລົມ​ກັບ​ພໍ່​ແມ່​ໄດ້​ແນວ​ໃດ? ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ຈາກ​ວິດີໂອ “ໄວລຸ້ນ—ຂ້ອຍ​ຈະ​ລົມ​ກັບ​ພໍ່​ແມ່​ໄດ້​ແນວ​ໃດ?” ໄວລຸ້ນ​ຍິງ​ຄົນ​ໜຶ່ງ​ໃສ່​ຫູ​ຟັງ​ແລະ​ຫຼິ້ນ​ຄອມພິວເຕີ ລາວ​ບໍ່​ສົນ​ໃຈ​ຕອນ​ທີ່​ແມ່​ເວົ້າ​ກັບ​ລາວ.

    ອັນ​ໃດ​ເຮັດ​ໃຫ້​ເອັດສ໌ເທີ​ກັບ​ແພັດທຣິກ​ໄດ້​ຮູ້​ແທ້ໆ​ວ່າ​ໂຕ​ເອງ​ເປັນ​ຄົນ​ແນວ​ໃດ?

  • ສາກ​ໜຶ່ງ​ຈາກ​ວິດີໂອ “ໄວ​ລຸ້ນ—ຂ້ອຍ​ຈະ​ລົມ​ກັບ​ພໍ່​ແມ່​ໄດ້​ແນວ​ໃດ?” ໄວ​ລຸ້ນ​ຍິງ​ຄົນ​ໜຶ່ງ​ລົມ​ກັບ​ແມ່​ແລະ​ໃຫ້​ແມ່​ເບິ່ງ​ບາງ​ສິ່ງ​ທີ່​ຢູ່​ໃນ​ໂທລະສັບ​ຂອງ​ລາວ.

    ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພະ​ເຢຊູ?

  • ສາກ​ໜຶ່ງ​ຈາກ​ວິດີໂອ “ໄວ​ລຸ້ນ—ຂ້ອຍ​ຈະ​ລົມ​ກັບ​ພໍ່​ແມ່​ໄດ້​ແນວ​ໃດ?” ແມ່​ຄົນ​ໜຶ່ງ​ໃຊ້​ເວລາ​ຫຼິ້ນ​ກັບ​ລູກ​ຊາຍ​ເຖິງ​ວ່າ​ລາວ​ຈະ​ມີ​ວຽກ​ທີ່​ຕ້ອງ​ເຮັດ.

    ເຈົ້າ​ຮູ້​ໄດ້​ແນວ​ໃດ​ວ່າ​ພໍ່​ແມ່​ເປັນ​ຫ່ວງ​ເຈົ້າ?

  • ສາກ​ໜຶ່ງ​ຈາກ​ວິດີໂອ “ໄວ​ລຸ້ນ—ຂ້ອຍ​ຈະ​ລົມ​ກັບ​ພໍ່​ແມ່​ໄດ້​ແນວ​ໃດ?” ຄູ​ຝຶກ​ກິລາ​ບານ​ບ້ວງ​ແຕ້ມ​ແຜນການ​ຫຼິ້ນ​ໃສ່​ກະດານ​ນ້ອຍ​ໃຫ້​ທີມ​ລາວ​ເບິ່ງ.

    ພໍ່​ແມ່​ຢາກ​ໃຫ້​ເຈົ້າ​ປະສົບ​ຄວາມ​ສຳເລັດ​ໃນ​ຊີວິດ

    ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຂໍ້​ໃດ​ທີ່​ຊ່ວຍ​ເຈົ້າ​ໃຫ້​ລົມ​ກັບ​ພໍ່​ແມ່​ໄດ້?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌