ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ23 ກໍລະກົດ ໜ້າ 11
  • ເຈົ້າເຮັດໃຫ້ຄອບຄົວມີຄວາມສຸກໄດ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າເຮັດໃຫ້ຄອບຄົວມີຄວາມສຸກໄດ້
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ເລື່ອງທີ່ຄ້າຍກັນ
  • ຄອບຄົວ​ຂອງ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ການສັ່ງສອນເປັນການສະແດງເຖິງຄວາມຮັກຂອງພະເຢໂຫວາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ໃຊ້ຫຼັກການໃນຄຳພີໄບເບິນເພື່ອຊ່ວຍລູກໃຫ້ປະສົບຄວາມສຳເລັດ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • “ຈົ່ງ​ນັບຖື​ພໍ່​ແມ່​ຂອງ​ເຈົ້າ”
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
ຄມປ23 ກໍລະກົດ ໜ້າ 11
ຮູບ: ຮູບ​ຈາກ​ວິດີໂອ “ປູກ​ຝັງ​ຄວາມສຸກ​ໃນ​ຄອບຄົວ” 1. ລູກສາວ​ເບິ່ງ​ພໍ່​ແມ່​ກຳລັງ​ມີ​ຄວາມສຸກ​ກັບ​ເຂົ້າໜົມ​ເຄັກ. 2. ລູກສາວ​ຍິ້ມ​ຊ່ວງ​ການ​ນະມັດສະການ​ປະຈຳ​ຄອບຄົວ. 3. ລູກສາວ​ຄົນ​ຫນຶ່ງ​ມາ​ເບິ່ງ​ແມ່​ທີ່​ບໍ່​ສະບາຍ ແມ່​ນອນ​ຢູ່​ເຖິງ​ໂຊຟາ

ຊີວິດ​ຄລິດສະຕຽນ

ເຈົ້າ​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມສຸກ​ໄດ້

ພະ​ເຢໂຫວາ​ຢາກ​ໃຫ້​ທຸກ​ຄອບຄົວ​ມີ​ຄວາມສຸກ. (ເພງ 127:3-5; ຜູ້ປ 9:9; 11:9) ແຕ່​ບາງເທື່ອ​ເຮົາ​ກໍ​ບໍ່​ມີ​ຄວາມສຸກ​ຍ້ອນ​ຄວາມ​ກົດ​ດັນ​ຈາກ​ໂລກ​ນີ້​ແລະ​ການ​ກະທຳ​ບາງ​ຢ່າງ​ຈາກ​ຄົນ​ໃນ​ຄອບຄົວ. ຖ້າ​ເປັນແບບນັ້ນ​ແຕ່​ລະ​ຄົນ​ໃນ​ຄອບຄົວ​ຈະ​ຊ່ວຍ​ກັນ​ໃຫ້​ມີ​ຄວາມສຸກ​ໄດ້​ແນວໃດ?

ຜົວ​ຕ້ອງ​ໃຫ້​ກຽດ​ເມຍ. (1ປຕ 3:7) ຜົວ​ຕ້ອງ​ໃຫ້​ເວລາ​ເມຍ. ບໍ່​ຄາດໝາຍ​ຈາກ​ເມຍ​ຫຼາຍ​ເກີນ​ໄປ​ແລະ​ເຮັດ​ໃຫ້​ລາວ​ເຫັນ​ວ່າ​ເຈົ້າ​ເຫັນ​ຄຸນຄ່າ​ສິ່ງ​ທີ່​ລາວ​ເຮັດ​ເພື່ອ​ເຈົ້າ​ແລະ​ຄອບຄົວ. (ກລຊ 3:15) ຜົວ​ຕ້ອງ​ສະແດງ​ຄວາມ​ຮັກ​ແລະ​ຊົມເຊີຍ​ເມຍ​ນຳ.—ສຸພາ 31:28, 31

ເມຍ​ຕ້ອງ​ສະໜັບສະໜູນ​ຜົວ​ສະເໝີ. (ສຸພາ 31:12) ເມຍ​ຕ້ອງ​ເຊື່ອຟັງ​ຜົວ​ແລະ​ຮ່ວມ​ມື​ກັບ​ຜົວ. (ກລຊ 3:18) ເມຍ​ຈະ​ເວົ້າ​ກັບ​ຜົວ​ມ່ວນໆ​ແລະ​ເວົ້າ​ເຖິງ​ຜົວ​ໃນ​ທາງ​ທີ່​ດີ​ນຳ.—ສຸພາ 31:26

ພໍ່​ແມ່​ຕ້ອງ​ໃຫ້​ເວລາ​ກັບ​ລູກ. (ພບຍ 6:6, 7) ບອກ​ໃຫ້​ລູກ​ຮູ້​ວ່າ​ເຂົາເຈົ້າ​ຮັກ​ລູກ. (ມທ 3:17) ຕອນ​ອົບຮົມ​ສັ່ງ​ສອນ​ລູກ​ພໍ່​ແມ່​ກໍ​ຕ້ອງ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ເຂົ້າໃຈ​ນຳ.—ອຟຊ 6:4

ລູກ​ຕ້ອງ​ນັບຖື​ແລະ​ເຊື່ອຟັງ​ພໍ່​ແມ່. (ສຸພາ 23:22) ມີ​ຫຍັງ​ກໍ​ເລົ່າ​ໃຫ້​ພໍ່​ແມ່​ຟັງ ພໍ່​ແມ່​ຈະ​ໄດ້​ຮູ້​ວ່າ​ລູກ​ຄິດ​ແລະ​ຮູ້ສຶກ​ແນວໃດ. ຕອນ​ທີ່​ພໍ່​ແມ່​ອົບຮົມ​ສັ່ງ​ສອນ​ກໍ​ໃຫ້​ຍອມຮັບ​ແລະ​ສະແດງ​ຄວາມ​ນັບຖື.—ສຸພາ 19:20

ເບິ່ງ​ວິດີໂອ​ປູກ​ຝັງ​ຄວາມສຸກ​ໃນ​ຄອບຄົວ ແລ້ວ​ຕອບ​ຄຳຖາມ​ຕໍ່ໄປ​ນີ້:

ແຕ່​ລະ​ຄົນ​ເຮັດ​ຫຍັງ​ແດ່​ເພື່ອ​ຊ່ວຍ​ໃຫ້​ຄອບຄົວ​ມີ​ຄວາມສຸກ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌