ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ22 ກໍລະກົດ ໜ້າ 15
  • ເຈົ້າຄອຍຖ້າຄຳຕອບສຳລັບຄຳອະທິດຖານຂອງເຈົ້າບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າຄອຍຖ້າຄຳຕອບສຳລັບຄຳອະທິດຖານຂອງເຈົ້າບໍ?
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ເລື່ອງທີ່ຄ້າຍກັນ
  • ຫຍັບ​ເຂົ້າ​ໃກ້​ພະເຈົ້າ​ໂດຍ​ການ​ອະທິດຖານ
    ຄຳພີໄບເບິນສອນແນວໃດແທ້ໆ?
  • ວິທີ​ທີ່​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ຂ້ອຍ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ການ​ອະທິດຖານ​ເປັນ​ສິດທິ​ພິເສດ​ທີ່​ມີ​ຄ່າ​ຫຼາຍ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ຄມປ22 ກໍລະກົດ ໜ້າ 15
ພີ່​ນ້ອງ​ຍິງ​ກຳລັງ​ອະທິດຖານ. ຄຳພີໄບເບິນ​ວາງ​ຢູ່​ເທິງ​ໂຕະ​ຕໍ່​ໜ້າ​ລາວ.

ຊີວິດ​ຄລິດສະຕຽນ

ເຈົ້າ​ຄອຍ​ຖ້າ​ຄຳຕອບ​ສຳລັບ​ຄຳ​ອະທິດຖານ​ຂອງ​ເຈົ້າ​ບໍ?

ມີ​ຫຼາຍ​ເລື່ອງ​ໃນ​ຄຳພີໄບເບິນ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ຕອບ​ຄຳ​ອະທິດຖານ. ເມື່ອ​ຜູ້​ຮັບ​ໃຊ້​ຂອງ​ພະເຢໂຫວາ​ເຫັນ​ວ່າ​ເພິ່ນ​ຟັງ​ບັນຫາ​ຂອງ​ເຂົາ​ເຈົ້າ​ແລະ​ຄອຍ​ຊ່ວຍເຫຼືອ ເຂົາ​ເຈົ້າ​ກໍ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ. ດັ່ງນັ້ນ ດີ​ທີ່​ເຮົາ​ຈະ​ອະທິດຖານ​ຢ່າງ​ເຈາະ​ຈົງ​ແລ້ວ​ພະຍາຍາມ​ສັງເກດ​ວ່າ​ພະເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ແນວ​ໃດ. ຈື່​ໄວ້​ວ່າ​ວິທີ​ທີ່​ເພິ່ນ​ຕອບ​ຄຳ​ອະທິດຖານ​ອາດ​ບໍ່​ໄດ້​ເປັນ​ແບບ​ທີ່​ເຮົາ​ຄິດ ທີ່​ຈິງ​ເພິ່ນ​ອາດ​ເຮັດ​ຫຼາຍ​ກວ່າ​ທີ່​ເຮົາ​ຂໍ​ຫຼື​ນຶກ​ອອກ​ກໍ​ໄດ້. (2​ກຣ 12:7-9; ອຟຊ 3:20) ພະເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ແນວ​ໃດ​ແດ່?

  • ຊ່ວຍ​ໃຫ້​ເຮົາ​ເຂັ້ມແຂງ​ຂຶ້ນ​ທາງ​ດ້ານ​ຮ່າງກາຍ ຈິດ​ໃຈ ຫຼື​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ເພື່ອ​ຈະ​ຮັບ​ມື​ກັບ​ບັນຫາ​ໄດ້.—ຟລປ 4:13

  • ຊ່ວຍ​ໃຫ້​ມີ​ສະຕິປັນຍາ​ເພື່ອ​ຈະ​ຕັດສິນ​ໃຈ​ໄດ້​ຢ່າງ​ສະຫຼາດ.—ຢກບ 1:5

  • ຊ່ວຍ​ໃຫ້​ມີ​ຄວາມ​ຕ້ອງການ​ແລະ​ກຳລັງ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ເພິ່ນ​ພໍ​ໃຈ.—ຟລປ 2:13

  • ຊ່ວຍ​ໃຫ້​ເຮົາ​ມີ​ໃຈ​ທີ່​ສະຫງົບ​ຕອນ​ທີ່​ຮູ້ສຶກ​ກັງວົນ.—ຟລປ 4:6, 7

  • ຊ່ວຍ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ​ຫຼື​ຊ່ວຍ​ໃຫ້​ເຮົາ​ມີ​ກຳລັງໃຈ​ຜ່ານ​ທາງ​ຄວາມ​ຊ່ວຍເຫຼືອ​ຂອງ​ພີ່ນ້ອງ.—1​ຢຮ 3:17, 18

  • ຊ່ວຍ​ພີ່ນ້ອງ​ຄົນ​ອື່ນ​ທີ່​ເຮົາ​ອະທິດຖານ​ເພື່ອ​ລາວ.—ກຈກ 12:5, 11

ເບິ່ງ​ວິດີໂອ​ພະເຢໂຫວາ​ເປັນ “ຜູ້​ຟັງ​ຄຳ​ອະທິດຖານ” ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ປະສົບການ​ຂອງ​ພີ່ນ້ອງ​ຊິມິສຸ​ຊ່ວຍ​ເຮົາ​ແນວ​ໃດ​ຖ້າ​ເຮົາ​ເຮັດ​ຫຍັງ​ບໍ່​ໄດ້​ຫຼາຍ​ເພາະ​ມີ​ບັນຫາ​ສຸຂະພາບ?

  • ເຮົາ​ຈະ​ຮຽນແບບ​ຕົວຢ່າງ​ຂອງ​ພີ່ນ້ອງ​ຊິມິສຸ​ໄດ້​ແນວ​ໃດ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌