ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ບົດທີ 17 ໜ້າ 164-173
  • ຫຍັບ​ເຂົ້າ​ໃກ້​ພະເຈົ້າ​ໂດຍ​ການ​ອະທິດຖານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຫຍັບ​ເຂົ້າ​ໃກ້​ພະເຈົ້າ​ໂດຍ​ການ​ອະທິດຖານ
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ຈຶ່ງ​ຕ້ອງ​ອະທິດຖານ​ເຖິງ​ພະ​ເຢໂຫວາ?
  • ເຮົາ​ຕ້ອງ​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ​ອັນ​ໃດ​ແດ່?
  • ການ​ຕອບ​ຄຳຖາມ​ບາງ​ຂໍ້​ກ່ຽວ​ກັບ​ການ​ອະທິດຖານ
  • ວິທີ​ທີ່​ພະເຈົ້າ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ
  • ການ​ອະທິດຖານ​ເປັນ​ສິດທິ​ພິເສດ​ທີ່​ມີ​ຄ່າ​ຫຼາຍ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ການ​ອະທິດຖານ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ການ​ເຂົ້າ​ໃກ້​ພະ​ຜູ້​ສ້າງ​ດ້ວຍ​ການ​ອະທິດຖານ
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ເຫັນຄ່າສິດທິພິເສດໃນການອະທິດຖານ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ບົດທີ 17 ໜ້າ 164-173

ບົດ​ທີ​ສິບ​ເຈັດ

ຫຍັບ​ເຂົ້າ​ໃກ້​ພະເຈົ້າ​ໂດຍ​ການ​ອະທິດຖານ

  • ເປັນ​ຫຍັງ​ເຮົາ​ຄວນ​ອະທິດຖານ​ເຖິງ​ພະເຈົ້າ?

  • ເພື່ອ​ພະເຈົ້າ​ຈະ​ຟັງ​ເຮົາ ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່?

  • ພະເຈົ້າ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ໂດຍ​ວິທີ​ໃດ?

ຜູ້ຍິງຄົນໜຶ່ງກຳລັງອະທິດຖານພາຍໃຕ້ທ້ອງຟ້າທີ່ເຕັມໄປດ້ວຍດວງດາວ

“ຜູ້​ໄດ້​ສ້າງ​ຟ້າ​ສະຫວັນ​ກັບ​ແຜ່ນດິນ​ໂລກ” ເຕັມ​ໃຈ​ທີ່​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ

1, 2. ເປັນ​ຫຍັງ​ເຮົາ​ຄວນ​ຖື​ວ່າ​ການ​ອະທິດຖານ​ເປັນ​ສິດທິ​ພິເສດ​ອັນ​ລ້ຳ​ຄ່າ ແລະ​ເປັນ​ຫຍັງ​ເຮົາ​ຈຳເປັນ​ຕ້ອງ​ຮູ້​ວ່າ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ໃນ​ເລື່ອງ​ນີ້?

ເມື່ອ​ສົມ​ທຽບ​ກັບ​ເອກະພົບ​ທີ່​ກວ້າງ​ໃຫຍ່​ໄພ​ສານ ໜ່ວຍ​ໂລກ​ກໍ​ນ້ອຍໆ. ທີ່​ຈິງ ສຳລັບ​ພະ​ເຢໂຫວາ “ຜູ້​ໄດ້​ສ້າງ​ຟ້າ​ສະຫວັນ​ກັບ​ແຜ່ນດິນ​ໂລກ” ປະເທດ​ຕ່າງໆປຽບ​ຄື​ນ້ຳ​ຢົດ​ດຽວ​ນ້ອຍໆຈາກ​ຄຸ​ນ້ຳ. (ຄຳເພງ 115:15; ເອຊາອີ 40:15) ເຖິງ​ປານ​ນັ້ນ ຄຳພີ​ໄບເບິນ​ກ່າວ​ວ່າ “ພະ​ເຢໂຫວາ​ສະຖິດ​ຢູ່​ໃກ້​ຄົນ​ທັງ​ປວງ​ທີ່​ອ້ອນ​ວອນ​ຮ້ອງ​ຫາ​ພະອົງ ແມ່ນ​ຄົນ​ທັງ​ປວງ​ທີ່​ອ້ອນ​ວອນ​ຮ້ອງ​ຫາ​ພະອົງ​ດ້ວຍ​ຄວາມ​ຈິງ. ພະອົງ​ໂຜດ​ໃຫ້​ແກ່​ຄົນ​ທັງ​ຫຼາຍ​ທີ່​ຢ້ານຢຳ​ພະອົງ​ຕາມ​ເຂົາ​ຢາກ​ໄດ້ ພະອົງ​ຟັງ​ສຽງ​ຮ້ອງ​ຂອງ​ເຂົາ​ແລະ​ຊ່ອຍ​ເຂົາ​ໃຫ້​ພົ້ນ.” (ຄຳເພງ 145:18, 19) ຄິດ​ເບິ່ງ​ວ່າ​ນັ້ນ​ໝາຍ​ເຖິງ​ຫຍັງ! ຜູ້​ສ້າງ​ທີ່​ມີ​ລິດທານຸພາບ​ທຸກ​ປະການ​ຢູ່​ໃກ້​ເຮົາ​ແລະ​ຈະ​ຟັງ​ເຮົາ​ຖ້າ​ເຮົາ “ອ້ອນ​ວອນ​ຮ້ອງ​ຫາ​ພະອົງ​ດ້ວຍ​ຄວາມ​ຈິງ.” ຖື​ວ່າ​ເປັນ​ສິດທິ​ພິເສດ​ແທ້ໆທີ່​ເຮົາ​ສາມາດ​ສ້າງ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະເຈົ້າ​ໄດ້​ໂດຍ​ການ​ອະທິດຖານ!

2 ແນວ​ໃດ​ກໍ​ຕາມ ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ ເຮົາ​ຕ້ອງ​ອະທິດຖານ​ເຖິງ​ພະອົງ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ. ເຮົາ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ ຖ້າ​ເຮົາ​ຍັງ​ບໍ່​ເຂົ້າ​ໃຈ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ກ່ຽວ​ກັບ​ການ​ອະທິດຖານ? ເປັນ​ເລື່ອງ​ຈຳເປັນ​ສຳລັບ​ເຮົາ​ທີ່​ຈະ​ຮູ້​ວ່າ​ພະ​ຄຳພີ​ເວົ້າ​ແນວ​ໃດ​ໃນ​ເລື່ອງ​ນີ້ ເພາະ​ການ​ອະທິດຖານ​ຈະ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

ເປັນ​ຫຍັງ​ຈຶ່ງ​ຕ້ອງ​ອະທິດຖານ​ເຖິງ​ພະ​ເຢໂຫວາ?

3. ອັນ​ໃດ​ເປັນ​ເຫດຜົນ​ສຳຄັນ​ຢ່າງ​ໜຶ່ງ​ທີ່​ເຮົາ​ຄວນ​ອະທິດຖານ​ເຖິງ​ພະ​ເຢໂຫວາ?

3 ເຫດຜົນ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ທີ່​ເຮົາ​ຄວນ​ອະທິດຖານ​ເຖິງ​ພະ​ເຢໂຫວາ ກໍ​ຍ້ອນ​ວ່າ​ພະອົງ​ເຊີນ​ເຮົາ​ໃຫ້​ເຮັດ​ເຊັ່ນ​ນັ້ນ. ພະ​ຄຳ​ຂອງ​ພະອົງ​ສະໜັບສະຫນູນ​ເຮົາ​ວ່າ “ຢ່າ​ອຸກ​ໃຈ​ດ້ວຍ​ສິ່ງ​ໜຶ່ງ​ສິ່ງ​ໃດ​ສັກ​ເທື່ອ ແຕ່​ວ່າ​ຄວາມ​ຕ້ອງການ​ຢາກ​ໄດ້​ຂອງ​ທ່ານ​ທັງ​ຫຼາຍ​ທຸກ​ສິ່ງ ທ່ານ​ຈົ່ງ​ໃຫ້​ຊາບ​ແກ່​ພະເຈົ້າ​ດ້ວຍ​ຄຳ​ອ້ອນ​ວອນ​ກໍ​ດີ ຄຳ​ອ້ອນ​ວອນ​ຂໍ​ເຊີນ​ກໍ​ດີ ດ້ວຍ​ຄວາມ​ໂມທະນາ​ພະ​ຄຸນ ແລະ​ຄວາມ​ສຸກ​ສຳລານ​ແຫ່ງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ​ໄດ້​ກໍ​ຈະ​ຮັກສາ​ໃຈ​ແລະ​ຄວາມ​ຄຶດ​ທັງ​ຫຼາຍ​ຂອງ​ພວກ​ທ່ານ​ໄວ້​ໃນ​ພະ​ຄລິດ​ເຍຊູ.” (ຟີລິບ 4:6, 7) ແນ່ນອນ ເຮົາ​ບໍ່​ຢາກ​ເບິ່ງ​ຂ້າມ​ການ​ຈັດ​ຕຽມ​ທີ່​ກະລຸນາ​ນີ້​ທີ່​ຜູ້​ປົກຄອງ​ອົງ​ສູງ​ສຸດ​ຂອງ​ເອກະພົບ​ໄດ້​ເຮັດ​ເພື່ອ​ເຮົາ!

4. ການ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເປັນ​ປະຈຳ​ເສີມ​ສ້າງ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ​ໃຫ້​ແໜ້ນແຟ້ນ​ຄື​ແນວ​ໃດ?

4 ເຫດຜົນ​ອີກ​ຢ່າງ​ໜຶ່ງ​ທີ່​ເຮົາ​ຄວນ​ອະທິດຖານ ແມ່ນ​ຍ້ອນ​ວ່າ​ການ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເປັນ​ປະຈຳ​ແມ່ນ​ວິທີ​ທີ່​ເສີມ​ສ້າງ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ​ໃຫ້​ແໜ້ນແຟ້ນ​ຂຶ້ນ. ເພື່ອນ​ແທ້​ບໍ່​ໄດ້​ລົມ​ກັນ​ສະເພາະ​ຕອນ​ທີ່​ຕ້ອງການ​ອັນ​ໃດ​ອັນ​ໜຶ່ງ​ເທົ່າ​ນັ້ນ. ແທ້ໆແລ້ວ ເພື່ອນ​ທີ່​ດີ​ສົນ​ໃຈ​ກັນ​ແລະ​ກັນ ແລະ​ແຮ່ງ​ຈະ​ສະໜິດ​ກັນ​ຫຼາຍ​ຂຶ້ນ​ເມື່ອ​ເຂົາ​ເຈົ້າ​ເປີດ​ເຜີຍ​ຄວາມ​ຄິດ​ເຫັນ ຄວາມ​ຫ່ວງໃຍ ແລະ​ຄວາມ​ຮູ້ສຶກ​ຂອງ​ຕົນ​ເອງ​ອອກ​ມາ. ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ພະເຈົ້າ​ກໍ​ຢູ່​ໃນ​ສະພາບ​ທີ່​ຄ້າຍ​ຄື​ກັນ​ນັ້ນ. ໂດຍ​ອີງ​ໃສ່​ຄຳ​ຊີ້​ນຳ​ຈາກ​ປຶ້ມ​ນີ້ ເຈົ້າ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ທີ່​ວ່າ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ກ່ຽວ​ກັບ​ພະ​ເຢໂຫວາ ກ່ຽວ​ກັບ​ຄຸນ​ລັກສະນະ ແລະ​ຈຸດ​ປະສົງ​ຂອງ​ພະອົງ. ເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ພະອົງ​ເປັນ​ພະເຈົ້າ​ທີ່​ມີ​ຕົວ​ຕົນ​ຢູ່​ແທ້. ການ​ອະທິດຖານ​ເຮັດ​ໃຫ້​ເຈົ້າ​ມີ​ໂອກາດ​ສະແດງ​ຄວາມ​ຄິດ​ເຫັນ​ແລະ​ຄວາມ​ຮູ້ສຶກ​ເລິກໆທີ່​ມີ​ຕໍ່​ພໍ່​ທີ່​ຢູ່​ໃນ​ສະຫວັນ. ໃນ​ຂະນະ​ທີ່​ເຮັດ​ແນວ​ນັ້ນ ເຈົ້າ​ກໍ​ຈະ​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.—ຢາໂກໂບ 4:8.

ເຮົາ​ຕ້ອງ​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ​ອັນ​ໃດ​ແດ່?

5. ສິ່ງ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຟັງ​ຄຳ​ອະທິດຖານ​ຂອງ​ທຸກ​ຄົນ?

5 ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ທຸກ​ຄົນ​ບໍ? ຂໍ​ໃຫ້​ພິຈາລະນາ​ສິ່ງ​ທີ່​ພະອົງ​ບອກ​ກັບ​ຊາວ​ອິດສະລາແອນ​ທີ່​ກະບົດ​ໃນ​ສະໄໝ​ຂອງ​ເອຊາອີ​ທີ່​ວ່າ “ມາດ​ແມ່ນ​ທ່ານ​ທັງ​ຫຼາຍ​ຈະ​ອ້ອນ​ວອນ​ຕື່ມ​ມາກ​ຫຼາຍ​ເຮົາ​ຈະ​ບໍ່​ຟັງ ມື​ຂອງ​ພວກ​ທ່ານ​ເຕັມ​ດ້ວຍ​ເລືອດ.” (ເອຊາອີ 1:15) ດັ່ງ​ນັ້ນ ການ​ກະທຳ​ບາງ​ຢ່າງ​ອາດ​ເປັນ​ຕົ້ນ​ເຫດ​ໃຫ້​ພະເຈົ້າ​ບໍ່​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ. ເພາະ​ສະນັ້ນ ເພື່ອ​ໃຫ້​ພະເຈົ້າ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ​ຢ່າງ​ພໍ​ໃຈ ເຮົາ​ຕ້ອງ​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ​ພື້ນຖານ​ບາງ​ຢ່າງ.

6. ເພື່ອ​ພະເຈົ້າ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ ອັນ​ໃດ​ເປັນ​ຂໍ້​ຮຽກ​ຮ້ອງ​ທີ່​ສຳຄັນ​ອັນ​ໜຶ່ງ ແລະ​ເຮົາ​ຈະ​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ​ນັ້ນ​ໄດ້​ແນວ​ໃດ?

6 ຂໍ້​ຮຽກ​ຮ້ອງ​ທີ່​ສຳຄັນ​ອັນ​ໜຶ່ງ​ກໍ​ຄື ເຮົາ​ຕ້ອງ​ສະແດງ​ຄວາມ​ເຊື່ອ. (ມາລະໂກ 11:24) ອັກຄະສາວົກ​ໂປໂລ​ຂຽນ​ວ່າ “ປາສະຈາກ​ຄວາມ​ເຊື່ອ​ຈະ​ເປັນ​ທີ່​ຊອບ​ໃຈ​ພະເຈົ້າ​ກໍ​ບໍ່​ໄດ້ ເພາະ​ວ່າ​ຜູ້​ທີ່​ຫຍັບ​ເຂົ້າ​ມາ​ຫາ​ພະເຈົ້າ​ຕ້ອງ​ເຊື່ອ​ວ່າ​ພະອົງ​ເປັນ​ຢູ່ ແລະ​ພະອົງ​ຈະ​ປະທານ​ບຳເໜັດ​ໃຫ້​ແກ່​ຄົນ​ທັງ​ຫຼາຍ​ທີ່​ປົງ​ໃຈ​ຊອກ​ຫາ​ພະອົງ.” (ເຫບເລີ 11:6) ການ​ມີ​ຄວາມ​ເຊື່ອ​ແທ້​ບໍ່​ແມ່ນ​ພຽງ​ແຕ່​ຮູ້​ວ່າ​ພະເຈົ້າ​ມີ​ຢູ່​ແລະ​ຮູ້​ວ່າ​ພະອົງ​ຟັງ​ແລະ​ຕອບ​ຄຳ​ອະທິດຖານ. ເຮົາ​ຢັ້ງຢືນ​ຄວາມ​ເຊື່ອ​ໂດຍ​ທາງ​ການ​ກະທຳ. ເຮົາ​ຕ້ອງ​ໃຫ້​ຫຼັກ​ຖານ​ຢ່າງ​ຊັດເຈນ​ວ່າ​ເຮົາ​ມີ​ຄວາມ​ເຊື່ອ​ໂດຍ​ວິທີ​ທີ່​ເຮົາ​ດຳເນີນ​ຊີວິດ​ໃນ​ແຕ່​ລະ​ມື້.—ຢາໂກໂບ 2:26.

7. (ກ) ເມື່ອ​ເວົ້າ​ກັບ​ພະ​ເຢໂຫວາ​ໃນ​ຄຳ​ອະທິດຖານ ເປັນ​ຫຍັງ​ເຮົາ​ຄວນ​ສະແດງ​ຄວາມ​ນັບຖື? (ຂ) ເມື່ອ​ອະທິດຖານ​ເຖິງ​ພະເຈົ້າ ເຮົາ​ຈະ​ສະແດງ​ຄວາມ​ຖ່ອມ​ໃຈ​ແລະ​ຄວາມ​ຈິງ​ໃຈ​ໄດ້​ແນວ​ໃດ?

7 ພະ​ເຢໂຫວາ​ຍັງ​ຕ້ອງການ​ໃຫ້​ຜູ້​ທີ່​ອະທິດຖານ​ເຖິງ​ພະອົງ​ອະທິດຖານ​ດ້ວຍ​ຄວາມ​ຖ່ອມ​ໃຈ​ແລະ​ຢ່າງ​ຈິງ​ໃຈ. ເຮົາ​ມີ​ເຫດຜົນ​ທີ່​ຈະ​ຖ່ອມ​ໃຈ​ເມື່ອ​ເວົ້າ​ກັບ​ພະ​ເຢໂຫວາ​ບໍ່​ແມ່ນ​ບໍ? ເມື່ອ​ຜູ້​ຄົນ​ມີ​ໂອກາດ​ເວົ້າ​ກັບ​ເຈົ້າ​ຊີວິດ​ຫຼື​ປະທານ​ປະເທດ ຕາມ​ປົກກະຕິ​ແລ້ວ​ເຂົາ​ເຈົ້າ​ຕ້ອງ​ເວົ້າ​ດ້ວຍ​ຄວາມ​ເຄົາລົບ​ນັບຖື ເນື່ອງ​ຈາກ​ຍອມ​ຮັບ​ຖານະ​ອັນ​ສູງ​ສົ່ງ​ຂອງ​ຜູ້​ປົກຄອງ​ນັ້ນ. ເຮົາ​ຄວນ​ສະແດງ​ຄວາມ​ນັບຖື​ຫຼາຍ​ກວ່າ​ນັ້ນ​ອີກ​ເມື່ອ​ເຂົ້າ​ຫາ​ພະ​ເຢໂຫວາ! (ຄຳເພງ 138:6) ທີ່​ຈິງ​ແລ້ວ​ພະອົງ​ເປັນ “ພະເຈົ້າ​ອົງ​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ.” (ຕົ້ນເດີມ 17:1) ເມື່ອ​ເຮົາ​ອະທິດຖານ​ເຖິງ​ພະເຈົ້າ ທ່າ​ທາງ​ທີ່​ເຮົາ​ເຂົ້າ​ຫາ​ພະອົງ​ຄວນ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຍອມ​ຮັບ​ຖານະ​ຂອງ​ຕົນ​ເອງ​ດ້ວຍ​ຄວາມ​ຖ່ອມ​ໃຈ​ຕໍ່​ໜ້າ​ພະອົງ. ນອກ​ຈາກ​ນັ້ນ ຄວາມ​ຖ່ອມ​ໃຈ​ຈະ​ກະຕຸ້ນ​ເຮົາ​ໃຫ້​ອະທິດຖານ​ດ້ວຍ​ຄວາມ​ຈິງ​ໃຈ ໂດຍ​ຫຼີກ​ລ່ຽງ​ການ​ອະທິດຖານ​ແບບ​ຊ້ຳໆຊາກໆທີ່​ເປັນ​ພຽງ​ພິທີ​ກຳ.—ມັດທາຍ 6:7, 8.

8. ເຮົາ​ຈະ​ປະຕິບັດ​ໃຫ້​ສອດຄ່ອງ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ອະທິດຖານ​ຂໍ​ໂດຍ​ເຮັດ​ແນວ​ໃດ?

8 ເພື່ອ​ພະເຈົ້າ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ ຂໍ້​ຮຽກ​ຮ້ອງ​ອີກ​ຢ່າງ​ໜຶ່ງ​ແມ່ນ​ການ​ປະຕິບັດ​ໃຫ້​ສອດຄ່ອງ​ກັບ​ຄຳ​ອະທິດຖານ​ຂອງ​ເຮົາ. ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ອະທິດຖານ​ຂໍ​ນັ້ນ. ຕົວຢ່າງ ຖ້າ​ເຮົາ​ອະທິດຖານ​ວ່າ “ຂໍ​ໂຜດ​ປະທານ​ອາຫານ​ທີ່​ຂ້າພະເຈົ້າ​ທັງ​ຫຼາຍ​ຕ້ອງ​ປະສົງ​ໃນ​ວັນ​ນີ້” ເຮົາ​ຕ້ອງ​ດຸ​ໝັ່ນ​ເຮັດ​ວຽກ​ອັນ​ໃດ​ກໍ​ໄດ້​ທີ່​ເຮົາ​ເຮັດ​ໄດ້. (ມັດທາຍ 6:11; 2 ເທຊະໂລນີກ 3:10) ຖ້າ​ເຮົາ​ອະທິດຖານ​ຂໍ​ໃຫ້​ພະອົງ​ຊ່ວຍເຫຼືອ​ເພື່ອ​ຈະ​ເອົາ​ຊະນະ​ຄວາມ​ອ່ອນແອ​ຂອງ​ມະນຸດ​ທີ່​ບໍ່​ສົມບູນ​ແບບ ເຮົາ​ກໍ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເຂົ້າ​ໄປ​ຢູ່​ໃນ​ສະພາບ​ແວດ​ລ້ອມ​ແລະ​ໃນ​ສະຖານະການ​ທີ່​ອາດ​ເຮັດ​ໃຫ້​ເກີດ​ການ​ລໍ້​ໃຈ. (ໂກໂລດ 3:5) ນອກ​ຈາກ​ຂໍ້​ຮຽກ​ຮ້ອງ​ພື້ນຖານ​ເຫຼົ່າ​ນີ້​ແລ້ວ ຍັງ​ມີ​ຄຳຖາມ​ກ່ຽວ​ກັບ​ການ​ອະທິດຖານ​ທີ່​ເຮົາ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄຳຕອບ.

ການ​ຕອບ​ຄຳຖາມ​ບາງ​ຂໍ້​ກ່ຽວ​ກັບ​ການ​ອະທິດຖານ

9. ເຮົາ​ຄວນ​ອະທິດຖານ​ເຖິງ​ໃຜ ແລະ​ໃນ​ນາມ​ຂອງ​ຜູ້​ໃດ?

9 ເຮົາ​ຄວນ​ອະທິດຖານ​ເຖິງ​ໃຜ? ພະ​ເຍຊູ​ສອນ​ພວກ​ລູກ​ສິດ​ໃຫ້​ອະທິດຖານ​ເຖິງ “ພະ​ບິດາ​ຂອງ​ຂ້າພະເຈົ້າ​ທັງ​ຫຼາຍ​ຜູ້​ຢູ່​ໃນ​ສະຫວັນ.” (ມັດທາຍ 6:9) ດັ່ງ​ນັ້ນ ຄຳ​ອະທິດຖານ​ຂອງ​ເຮົາ​ຕ້ອງ​ມຸ່ງ​ໄປ​ຫາ​ພະ​ເຢໂຫວາ​ພະເຈົ້າ​ເທົ່າ​ນັ້ນ. ແນວ​ໃດ​ກໍ​ຕາມ ພະ​ເຢໂຫວາ​ຮຽກ​ຮ້ອງ​ໃຫ້​ເຮົາ​ຍອມ​ຮັບ​ຖານະ​ຕຳແໜ່ງ​ຂອງ​ພະ​ເຍຊູ​ຄລິດ​ເຊິ່ງ​ເປັນ​ລູກ​ຊາຍ​ຜູ້​ດຽວ​ທີ່​ພະອົງ​ໄດ້​ສ້າງ​ໂດຍ​ກົງ. ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ທີ 5 ພະ​ເຍຊູ​ຖືກ​ສົ່ງ​ມາ​ແຜ່ນດິນ​ໂລກ​ໃຫ້​ເປັນ​ຄ່າໄຖ່​ເພື່ອ​ຈະ​ປົດ​ປ່ອຍ​ເຮົາ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. (ໂຢຮັນ 3:16; ໂລມ 5:12) ພະອົງ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ປະໂລຫິດ​ໃຫຍ່​ແລະ​ເປັນ​ຜູ້​ພິພາກສາ. (ໂຢຮັນ 5:22; ເຫບເລີ 6:20) ດ້ວຍ​ເຫດ​ນີ້ ພະ​ຄຳພີ​ຈຶ່ງ​ແນະນຳ​ໃຫ້​ເຮົາ​ອະທິດຖານ​ຜ່ານ​ທາງ​ພະ​ເຍຊູ. ພະ​ເຍຊູ​ເອງ​ກ່າວ​ວ່າ “ເຮົາ​ເປັນ​ທາງ​ນັ້ນ​ແລະ​ເປັນ​ຄວາມ​ຈິງ​ແລະ​ເປັນ​ຊີວິດ. ບໍ່​ມີ​ຜູ້​ໃດ​ມາ​ຫາ​ພະ​ບິດາ​ເທົ່າ​ເວັ້ນ​ໄວ້​ມາ​ດ້ວຍ​ເຮົາ.” (ໂຢຮັນ 14:6) ເພື່ອ​ພະ​ເຢໂຫວາ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ ເຮົາ​ຕ້ອງ​ອະທິດຖານ​ເຖິງ ພະ​ເຢໂຫວາ​ເທົ່າ​ນັ້ນ​ໂດຍ​ຜ່ານ​ທາງ ລູກ​ຊາຍ​ຂອງ​ພະອົງ.

10. ເມື່ອ​ເຮົາ​ອະທິດຖານ ເປັນ​ຫຍັງ​ຈຶ່ງ​ບໍ່​ມີ​ການ​ກຳນົດ​ທ່າ​ສະເພາະ?

10 ເມື່ອ​ອະທິດຖານ​ເຮົາ​ຕ້ອງ​ມີ​ທ່າ​ສະເພາະ​ບໍ? ບໍ່​ຕ້ອງ​ມີ. ພະ​ເຢໂຫວາ​ບໍ່​ໄດ້​ກຳນົດ​ວ່າ​ຕ້ອງ​ເຮັດ​ມື​ຫຼື​ເຮັດ​ທ່າ​ແນວ​ໃດ​ສະເພາະ. ຄຳພີ​ໄບເບິນ​ສອນ​ວ່າ​ການ​ອະທິດຖານ​ດ້ວຍ​ທ່າ​ຕ່າງໆນັ້ນ​ເປັນ​ສິ່ງ​ທີ່​ຍອມ​ຮັບ​ໄດ້. ທ່າ​ເຫຼົ່າ​ນັ້ນ​ລວມ​ເຖິງ​ການ​ນັ່ງ ການ​ກົ້ມ​ຫົວ​ລົງ ການ​ຄູ້​ເຂົ່າ ແລະ​ການ​ຢືນ. (1 ຂ່າວຄາວ 17:16; ເນເຫມີ 8:6; ດານຽນ 6:10; ມາລະໂກ 11:25) ສິ່ງ​ທີ່​ສຳຄັນ​ຢ່າງ​ແທ້​ຈິງ​ແມ່ນ​ເຈຕະຄະຕິ​ທີ່​ຖືກຕ້ອງ​ຈາກ​ຫົວໃຈ ບໍ່​ແມ່ນ​ທ່າ​ພິເສດ​ທີ່​ຄົນ​ອື່ນ​ເບິ່ງ​ເຫັນ​ໄດ້. ທີ່​ຈິງ​ແລ້ວ ໃນ​ລະຫວ່າງ​ທີ່​ເຮົາ​ເຮັດ​ວຽກ​ປະຈຳ​ວັນ​ຫຼື​ເມື່ອ​ເຮົາ​ປະເຊີນ​ກັບ​ເຫດການ​ສຸກ​ເສີນ ເຮົາ​ອາດ​ອະທິດຖານ​ໃນ​ໃຈ​ໄດ້​ບໍ່​ວ່າ​ເຮົາ​ຢູ່​ໃສ​ກໍ​ຕາມ. ພະ​ເຢໂຫວາ​ຮັບ​ຟັງ​ຄຳ​ອະທິດຖານ​ແບບ​ນັ້ນ​ເຖິງ​ແມ່ນ​ວ່າ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ​ອາດ​ຈະ​ບໍ່​ສັງເກດ​ເຫັນ​ເລີຍ.—ເນເຫມີ 2:1-6.

11. ຄວາມ​ກັງວົນ​ສ່ວນ​ຕົວ​ອັນ​ໃດ​ແດ່​ເຊິ່ງ​ເໝາະ​ສົມ​ທີ່​ຈະ​ກ່າວ​ເຖິງ​ໃນ​ຄຳ​ອະທິດຖານ?

11 ເຮົາ​ຈະ​ອະທິດຖານ​ຂໍ​ຫຍັງ​ແດ່? ຄຳພີ​ໄບເບິນ​ບອກ​ວ່າ “ຖ້າ​ເຮົາ​ທັງ​ຫຼາຍ​ຂໍ​ສິ່ງ​ໜຶ່ງ​ສິ່ງ​ໃດ​ຕາມ​ນ້ຳໃຈ​ແຫ່ງ​ພະອົງ ພະອົງ [ພະ​ເຢໂຫວາ] ໂຜດ​ຟັງ​ເຮົາ​ທັງ​ຫຼາຍ.” (1 ໂຢຮັນ 5:14) ດັ່ງ​ນັ້ນ ເຮົາ​ອາດ​ອະທິດຖານ​ຂໍ​ສິ່ງ​ໃດ​ກໍ​ໄດ້​ທີ່​ສອດຄ່ອງ​ກັບ​ໃຈ​ປະສົງ​ຂອງ​ພະເຈົ້າ. ພະເຈົ້າ​ປະສົງ​ໃຫ້​ເຮົາ​ອະທິດຖານ​ກ່ຽວ​ກັບ​ເລື່ອງ​ສ່ວນ​ຕົວ​ທີ່​ເຮັດ​ໃຫ້​ເຮົາ​ກັງວົນ​ບໍ? ແມ່ນ​ແທ້! ການ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ກໍ​ຄື​ການ​ເວົ້າ​ກັບ​ຫມູ່​ສະໜິດ. ເຮົາ​ອາດ​ເວົ້າ​ແບບ​ເປີດ​ໃຈ “ຖອກ​ໃຈ​ອອກ” ຕໍ່​ພະເຈົ້າ. (ຄຳເພງ 62:8) ເປັນ​ເລື່ອງ​ເໝາະ​ສົມ​ທີ່​ເຮົາ​ຈະ​ຂໍ​ພະ​ວິນຍານ​ບໍລິສຸດ​ເພາະ​ນັ້ນ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. (ລືກາ 11:13) ນອກ​ຈາກ​ນີ້ ເຮົາ​ຍັງ​ສາມາດ​ຂໍ​ການ​ຊີ້​ນຳ​ເພື່ອ​ຕັດສິນ​ໃຈ​ແບບ​ທີ່​ສຸຂຸມ ແລະ​ຂໍ​ກຳລັງ​ເພື່ອ​ຈະ​ອົດ​ທົນ​ກັບ​ຄວາມ​ລຳບາກ​ຕ່າງໆໄດ້. (ຢາໂກໂບ 1:5) ເມື່ອ​ເຮົາ​ເຮັດ​ບາບ ເຮົາ​ຄວນ​ຂໍ​ການ​ໃຫ້​ອະໄພ​ໂດຍ​ອາໄສ​ເຄື່ອງ​ບູຊາ​ໄຖ່​ໂທດ​ຂອງ​ພະ​ຄລິດ. (ເອເຟດ 1:3, 7) ແນ່ນອນ ເຮົາ​ບໍ່​ຄວນ​ອະທິດຖານ​ແຕ່​ເລື່ອງ​ສ່ວນ​ຕົວ​ຂອງ​ເຮົາ​ເທົ່າ​ນັ້ນ. ເຮົາ​ຄວນ​ອະທິດຖານ​ເພື່ອ​ຄົນ​ອື່ນ​ນຳ ເຊັ່ນ ສະມາຊິກ​ໃນ​ຄອບຄົວ​ແລະ​ລວມ​ທັງ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຂອງ​ເຮົາ.—ກິດຈະການ 12:5; ໂກໂລດ 4:12.

12. ເຮົາ​ອາດ​ຈະ​ຈັດ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ໃຫ້​ເປັນ​ສິ່ງ​ສຳຄັນ​ລຳດັບ​ທຳອິດ​ໃນ​ຄຳ​ອະທິດຖານ​ຂອງ​ເຮົາ​ໄດ້​ໂດຍ​ວິທີ​ໃດ?

12 ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ພະ​ເຢໂຫວາ​ພະເຈົ້າ​ຄວນ​ເປັນ​ສິ່ງ​ສຳຄັນ​ລຳດັບ​ທຳອິດ​ໃນ​ຄຳ​ອະທິດຖານ​ຂອງ​ເຮົາ. ແນ່ນອນ ເຮົາ​ມີ​ເຫດຜົນ​ທີ່​ຈະ​ສັນລະເສີນ​ແລະ​ຂອບໃຈ​ພະອົງ​ຈາກ​ໃຈ​ຈິງ​ສຳລັບ​ຄຸນ​ຄວາມ​ດີ​ທັງ​ສິ້ນ​ຂອງ​ພະອົງ. (1 ຂ່າວຄາວ 29:10-13) ຄຳ​ອະທິດຖານ​ແບບ​ຢ່າງ​ທີ່​ພະ​ເຍຊູ​ໃຫ້​ໄວ້​ເຊິ່ງ​ບັນທຶກ​ໄວ້​ໃນ​ມັດທາຍ 6:9-13 ພະອົງ​ສອນ​ເຮົາ​ໃຫ້​ອະທິດຖານ​ຂໍ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ ຄື​ຖື​ວ່າ​ຊື່​ນັ້ນ​ສັກສິດ. ລຳດັບ​ຕໍ່​ມາ​ກໍ​ຂໍ​ໃຫ້​ລາຊະອານາຈັກ​ຂອງ​ພະອົງ​ມາ​ຕັ້ງ​ຢູ່ ແລະ​ຂໍ​ໃຫ້​ໃຈ​ປະສົງ​ຂອງ​ພະອົງ​ສຳເລັດ​ທີ່​ແຜ່ນດິນ​ໂລກ​ຄື​ກັບ​ທີ່​ສຳເລັດ​ແລ້ວ​ຢູ່​ໃນ​ສະຫວັນ. ຫຼັງ​ຈາກ​ກ່າວ​ເຖິງ​ເລື່ອງ​ສຳຄັນ​ເຫຼົ່າ​ນີ້​ເຊິ່ງ​ກ່ຽວ​ຂ້ອງ​ກັບ​ພະ​ເຢໂຫວາ​ແລ້ວ ພະ​ເຍຊູ​ຈຶ່ງ​ເວົ້າ​ເຖິງ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ກັງວົນ​ສ່ວນ​ຕົວ. ໃນ​ທຳນອງ​ດຽວ​ກັນ ເມື່ອ​ຈັດ​ໃຫ້​ພະເຈົ້າ​ຢູ່​ໃນ​ລຳດັບ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຄຳ​ອະທິດຖານ ເຮົາ​ກໍ​ສະແດງ​ວ່າ​ເຮົາ​ບໍ່​ໄດ້​ສົນ​ໃຈ​ແຕ່​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ເຮົາ​ເອງ​ເທົ່າ​ນັ້ນ.

13. ກ່ຽວ​ກັບ​ຄວາມ​ຍາວ​ຂອງ​ຄຳ​ອະທິດຖານ​ທີ່​ພະເຈົ້າ​ຍອມ​ຮັບ ພະ​ຄຳພີ​ຊີ້​ໃຫ້​ເຫັນ​ຄື​ແນວ​ໃດ?

13 ຄຳ​ອະທິດຖານ​ຂອງ​ເຮົາ​ຄວນ​ຍາວ​ປານ​ໃດ? ຄຳພີ​ໄບເບິນ​ບໍ່​ໄດ້​ກຳນົດ​ຄວາມ​ຍາວ​ຂອງ​ຄຳ​ອະທິດຖານ​ສ່ວນ​ຕົວ​ຫຼື​ຄຳ​ອະທິດຖານ​ຮ່ວມ​ກັບ​ຄົນ​ອື່ນ. ຮູບ​ແບບ​ຂອງ​ຄຳ​ອະທິດຖານ​ອາດ​ມີ​ຕັ້ງ​ແຕ່​ຄຳ​ອະທິດຖານ​ສັ້ນໆກ່ອນ​ກິນ​ເຂົ້າ​ໄປ​ຈົນ​ຮອດ​ຄຳ​ອະທິດຖານ​ສ່ວນ​ຕົວ​ທີ່​ຍາວ​ເມື່ອ​ເຮົາ​ລະ​ບາຍ​ຄວາມ​ໃນ​ໃຈ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. (1 ຊາເມືອນ 1:12, 15) ແນວ​ໃດ​ກໍ​ຕາມ ພະ​ເຍຊູ​ຕຳໜິ​ຄົນ​ທີ່​ຖື​ວ່າ​ຕົນ​ເອງ​ຊອບທຳ​ເຊິ່ງ​ອະທິດຖານ​ຍືດ​ຍາວ​ແບບ​ໂອ້​ອວດ​ຕໍ່​ໜ້າ​ຄົນ​ອື່ນ. (ລືກາ 20:46, 47) ພະ​ເຢໂຫວາ​ບໍ່​ໄດ້​ປະທັບ​ໃຈ​ກັບ​ຄຳ​ອະທິດຖານ​ແບບ​ນັ້ນ. ສິ່ງ​ສຳຄັນ​ກໍ​ຄື​ເຮົາ​ຕ້ອງ​ອະທິດຖານ​ອອກ​ມາ​ຈາກ​ໃຈ​ຈິງ. ດ້ວຍ​ເຫດ​ນີ້ ຄວາມ​ຍາວ​ຂອງ​ຄຳ​ອະທິດຖານ​ທີ່​ພະເຈົ້າ​ຍອມ​ຮັບ​ອາດ​ແຕກຕ່າງ​ກັນ​ໄປ​ຕາມ​ຄວາມ​ຈຳເປັນ​ແລະ​ສະພາບການ.

ຜູ້ຄົນກຳລັງອະທິດຖານໃນສະຖານະການຕ່າງໆ

ພະອົງ​ຟັງ​ຄຳ​ອະທິດຖານ​ບໍ່​ວ່າ​ເຮົາ​ອະທິດຖານ​ໃນ​ໂອກາດ​ໃດ​ກໍ​ຕາມ

14. ເມື່ອ​ຄຳພີ​ໄບເບິນ​ແນະນຳ​ເຮົາ​ໃຫ້ “ອະທິດຖານ​ຢູ່​ສະເໝີ” ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ແລະ​ເລື່ອງ​ນີ້​ເປັນ​ການ​ປອບ​ໂຍນ​ຄື​ແນວ​ໃດ?

14 ເຮົາ​ຄວນ​ອະທິດຖານ​ເລື້ອຍ​ປານ​ໃດ? ຄຳພີ​ໄບເບິນ​ແນະນຳ​ເຮົາ​ໃຫ້ “ອະທິດຖານ​ຢູ່​ສະເໝີ” ໃຫ້ “ອ້ອນ​ວອນ​ຢູ່​ເລື້ອຍ” ແລະ​ໃຫ້ “ອ້ອນ​ວອນ​ບໍ່​ເຊົາ​ບໍ່​ຂາດ.” (ມັດທາຍ 26:41, ລ.ມ.; ໂລມ 12:12; 1 ເທຊະໂລນີກ 5:17) ແນ່ນອນ ຖ້ອຍຄຳ​ເຫຼົ່າ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໝົດ​ມື້​ໝົດ​ຄືນ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ຄຳພີ​ໄບເບິນ​ກະຕຸ້ນ​ເຕືອນ​ເຮົາ​ໃຫ້​ອະທິດຖານ​ເປັນ​ປະຈຳ ຂອບໃຈ​ພະ​ເຢໂຫວາ​ຕໍ່ໆໄປ​ທີ່​ພະອົງ​ສຳແດງ​ຄຸນ​ຄວາມ​ດີ​ຕໍ່​ເຮົາ ແລະ​ໃຫ້​ເຮົາ​ສະແຫວງ​ຫາ​ການ​ຊີ້​ນຳ ການ​ປອບ​ໂຍນ ແລະ​ກຳລັງ​ຈາກ​ພະອົງ. ການ​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ກຳນົດ​ວ່າ​ເຮົາ​ຈະ​ເວົ້າ​ກັບ​ພະອົງ​ໃນ​ຄຳ​ອະທິດຖານ​ດົນ​ປານ​ໃດ​ແລະ​ເລື້ອຍ​ປານ​ໃດ​ເປັນ​ການ​ປອບ​ໂຍນ​ບໍ່​ແມ່ນ​ບໍ? ຖ້າ​ເຮົາ​ເຫັນ​ວ່າ​ການ​ອະທິດຖານ​ເປັນ​ສິ່ງ​ທີ່​ມີ​ຄ່າ​ຢ່າງ​ແທ້​ຈິງ ເຮົາ​ກໍ​ຈະ​ພົບ​ວ່າ​ມີ​ຫຼາຍ​ໂອກາດ​ທີ່​ຈະ​ອະທິດຖານ​ເຖິງ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ.

15. ໃນ​ຕອນ​ຈົບ​ຂອງ​ຄຳ​ອະທິດຖານ​ສ່ວນ​ຕົວ​ແລະ​ຄຳ​ອະທິດຖານ​ຮ່ວມ​ກັບ​ຄົນ​ອື່ນ ເປັນ​ຫຍັງ​ເຮົາ​ຄວນ​ເວົ້າ​ວ່າ “ອາແມນ”?

15 ໃນ​ຕອນ​ຈົບ​ຂອງ​ຄຳ​ອະທິດຖານ​ເປັນ​ຫຍັງ​ເຮົາ​ຄວນ​ເວົ້າ​ວ່າ “ອາແມນ”? ຄຳ​ວ່າ “ອາແມນ” ມີ​ຄວາມ​ໝາຍ​ວ່າ “ແນ່ນອນ” ຫຼື “ຂໍ​ໃຫ້​ເປັນ​ຢ່າງ​ນັ້ນ.” ຕົວຢ່າງ​ຕ່າງໆໃນ​ພະ​ຄຳພີ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ການ​ເໝາະ​ສົມ​ທີ່​ຈະ​ເວົ້າ​ວ່າ “ອາແມນ” ໃນ​ຕອນ​ຈົບ​ຂອງ​ຄຳ​ອະທິດຖານ​ສ່ວນ​ຕົວ​ຫຼື​ຄຳ​ອະທິດຖານ​ຮ່ວມ​ກັບ​ຄົນ​ອື່ນ. (1 ຂ່າວຄາວ 16:36; ຄຳເພງ 41:13) ການ​ເວົ້າ​ວ່າ “ອາແມນ” ໃນ​ຕອນ​ຈົບ​ຂອງ​ຄຳ​ອະທິດຖານ​ເປັນ​ການ​ຢືນຢັນ​ວ່າ​ຄຳ​ເວົ້າ​ນັ້ນ​ມາ​ຈາກ​ໃຈ​ຂອງ​ເຮົາ. ເມື່ອ​ເຮົາ​ເວົ້າ​ວ່າ “ອາແມນ” ໃນ​ໃຈ​ຫຼື​ເວົ້າ​ອອກ​ສຽງ​ຫຼັງ​ຈາກ​ທີ່​ຜູ້​ນຳ​ອະທິດຖານ​ເວົ້າ​ຈົບ​ແລ້ວ ນັ້ນ​ສະແດງ​ວ່າ​ເຮົາ​ເຫັນ​ດີ​ກັບ​ຄວາມ​ຄິດ​ທີ່​ຜູ້​ນັ້ນ​ເວົ້າ​ອອກ​ມາ.—1 ໂກລິນໂທ 14:16.

ວິທີ​ທີ່​ພະເຈົ້າ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ

16. ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ອັນ​ໃດ​ໃນ​ເລື່ອງ​ການ​ອະທິດຖານ?

16 ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ແທ້ໆບໍ? ຕອບ​ແທ້! ເຮົາ​ມີ​ຫຼັກ​ຖານ​ໜັກ​ແໜ້ນ​ທີ່​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ “ຜູ້​ຟັງ​ຄວາມ​ອ້ອນ​ວອນ” ຕອບ​ຄຳ​ອະທິດຖານ​ທີ່​ຈິງ​ໃຈ​ຂອງ​ມະນຸດ​ຫຼາຍ​ລ້ານ​ຄົນ. (ຄຳເພງ 65:2) ພະ​ເຢໂຫວາ​ອາດ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ໃນ​ຫຼາຍ​ວິທີ.

17. ເປັນ​ຫຍັງ​ຈຶ່ງ​ອາດ​ເວົ້າ​ໄດ້​ວ່າ​ພະ​ເຢໂຫວາ​ໃຊ້​ບັນດາ​ທູດ​ສະຫວັນ​ແລະ​ຜູ້​ຮັບໃຊ້​ຂອງ​ພະອົງ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ເພື່ອ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ?

17 ພະ​ເຢໂຫວາ​ໃຊ້​ທູດ​ສະຫວັນ​ແລະ​ຜູ້​ຮັບໃຊ້​ຂອງ​ພະອົງ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ເພື່ອ​ຕອບ​ຄຳ​ອະທິດຖານ. (ເຫບເລີ 1:13, 14) ມີ​ປະສົບການ​ຫຼາຍ​ເລື່ອງ​ຂອງ​ຄົນ​ທີ່​ໄດ້​ອະທິດຖານ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຈົ້າ​ເພື່ອ​ໃຫ້​ເຂົ້າ​ໃຈ​ສິ່ງ​ທີ່​ຂຽນ​ໃນ​ຄຳພີ​ໄບເບິນ ແລະ​ຫຼັງ​ຈາກ​ນັ້ນ​ບໍ່​ດົນ​ກໍ​ໄດ້​ພົບ​ກັບ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ. ປະສົບການ​ດັ່ງ​ກ່າວ​ເປັນ​ຫຼັກ​ຖານ​ສະແດງ​ວ່າ​ທູດ​ສະຫວັນ​ຊີ້​ນຳ​ວຽກ​ງານ​ການ​ປະກາດ​ເລື່ອງ​ລາຊະອານາຈັກ. (ຄຳປາກົດ 14:6) ເພື່ອ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ໃນ​ຕອນ​ທີ່​ເຮົາ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຢ່າງ​ແທ້​ຈິງ ພະ​ເຢໂຫວາ​ອາດ​ກະຕຸ້ນ​ຄລິດສະຕຽນ​ຄົນ​ໜຶ່ງ​ໃຫ້​ມາ​ຊ່ວຍເຫຼືອ​ເຮົາ.—ສຸພາສິດ 12:25; ຢາໂກໂບ 2:16.

ຄລິດສະຕຽນຜົວເມຍຄູ່ໜຶ່ງຊ່ວຍເຫຼືອເພື່ອນຄລິດສະຕຽນທີ່ສູງອາຍຸເຊິ່ງບໍ່ຄ່ອຍແຂງແຮງ

ເພື່ອ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ ພະ​ເຢໂຫວາ​ສາມາດ​ກະຕຸ້ນ​ຄລິດສະຕຽນ​ຄົນ​ໜຶ່ງ​ໃຫ້​ມາ​ຊ່ວຍເຫຼືອ​ເຮົາ

18. ເພື່ອ​ຕອບ​ຄຳ​ອະທິດຖານ​ຂອງ​ຜູ້​ທີ່​ຮັບໃຊ້​ພະອົງ ພະ​ເຢໂຫວາ​ໃຊ້​ພະ​ວິນຍານ​ບໍລິສຸດ​ແລະ​ພະ​ຄຳ​ຂອງ​ພະອົງ​ແນວ​ໃດ?

18 ພະ​ເຢໂຫວາ​ພະເຈົ້າ​ຍັງ​ໃຊ້​ພະ​ວິນຍານ​ບໍລິສຸດ ແລະ​ຄຳພີ​ໄບເບິນ​ພະ​ຄຳ​ຂອງ​ພະອົງ​ເພື່ອ​ຕອບ​ຄຳ​ອະທິດຖານ​ຂອງ​ຜູ້​ທີ່​ຮັບໃຊ້​ພະອົງ. ພະອົງ​ອາດ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ທີ່​ຂໍ​ໃຫ້​ພະອົງ​ຊ່ວຍ​ເພື່ອ​ຈະ​ອົດ​ທົນ​ກັບ​ຄວາມ​ລຳບາກ​ໂດຍ​ໃຫ້​ການ​ຊີ້​ນຳ​ແລະ​ໃຫ້​ກຳລັງ​ແກ່​ເຮົາ​ໂດຍ​ທາງ​ພະ​ວິນຍານ​ບໍລິສຸດ. (2 ໂກລິນໂທ 4:7) ຫຼາຍ​ຄັ້ງ​ຄຳຕອບ​ທີ່​ເຮົາ​ໄດ້​ຮັບ​ສຳລັບ​ຄຳ​ອະທິດຖານ​ເພື່ອ​ຂໍ​ການ​ຊີ້​ນຳ​ນັ້ນ​ມາ​ຈາກ​ຄຳພີ​ໄບເບິນ ເຊິ່ງ​ພະ​ເຢໂຫວາ​ໃຫ້​ຄວາມ​ຊ່ວຍເຫຼືອ​ເພື່ອ​ເຮົາ​ຈະ​ຕັດສິນ​ໃຈ​ຢ່າງ​ສຸຂຸມ. ເຮົາ​ອາດ​ພົບ​ຂໍ້​ພະ​ຄຳພີ​ທີ່​ເປັນ​ປະໂຫຍດ​ໃນ​ລະຫວ່າງ​ການ​ສຶກສາ​ສ່ວນ​ຕົວ ແລະ​ໃນ​ຂະນະ​ທີ່​ເຮົາ​ອ່ານ​ໜັງສື​ຂອງ​ຄລິດສະຕຽນ​ເຊັ່ນ​ປຶ້ມ​ຫົວ​ນີ້. ອາດ​ມີ​ການ​ຊີ້​ເຖິງ​ຈຸດ​ຕ່າງໆໃນ​ພະ​ຄຳພີ​ທີ່​ເຮົາ​ຈຳເປັນ​ຕ້ອງ​ພິຈາລະນາ​ຢູ່​ການ​ປະຊຸມ​ຄລິດສະຕຽນ​ຫຼື​ໂດຍ​ທາງ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ເຊິ່ງ​ຫ່ວງໃຍ​ເຮົາ.—ຄາລາຊີ 6:1.

19. ເຮົາ​ຄວນ​ຈື່​ອັນ​ໃດ​ໄວ້​ຖ້າ​ບາງ​ຄັ້ງ​ຄຳ​ອະທິດຖານ​ຂອງ​ເຮົາ​ເບິ່ງ​ຄື​ວ່າ​ບໍ່​ໄດ້​ຮັບ​ຄຳຕອບ?

19 ຖ້າ​ເບິ່ງ​ຄື​ວ່າ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ຊ້າ ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະອົງ​ຕອບ​ຄຳ​ອະທິດຖານ​ບໍ່​ໄດ້. ແທນ​ທີ່​ຈະ​ຄິດ​ແນວ​ນັ້ນ ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຕາມ​ທີ່​ພະອົງ​ເຫັນ​ສົມຄວນ​ແລະ​ໃນ​ເວລາ​ທີ່​ພະອົງ​ເຫັນ​ວ່າ​ເໝາະ. ພະອົງ​ຮູ້​ຄວາມ​ຈຳເປັນ​ຂອງ​ເຮົາ​ແລະ​ຮູ້​ວິທີ​ທີ່​ຈະ​ໃສ່​ໃຈ​ເລື່ອງ​ນັ້ນ​ໄດ້​ດີ​ກວ່າ​ເຮົາ. ຫຼາຍ​ຄັ້ງ ພະອົງ​ໃຫ້​ເຮົາ ‘ຂໍ ຊອກ​ຫາ ແລະ​ເຄາະ’ ຕໍ່ໆໄປ. (ລືກາ 11:5-10) ຄວາມ​ພາກ​ພຽນ​ແບບ​ນັ້ນ​ສະແດງ​ໃຫ້​ພະເຈົ້າ​ເຫັນ​ວ່າ​ເຮົາ​ມີ​ຄວາມ​ປາຖະໜາ​ຢ່າງ​ແຮງ​ກ້າ​ແລະ​ມີ​ຄວາມ​ເຊື່ອ​ແທ້. ນອກ​ຈາກ​ນີ້ ພະ​ເຢໂຫວາ​ອາດ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ໃນ​ວິທີ​ທີ່​ເຮົາ​ເບິ່ງ​ບໍ່​ອອກ. ຕົວຢ່າງ ພະອົງ​ອາດ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ກ່ຽວ​ກັບ​ການ​ທົດລອງ​ໃດ​ໜຶ່ງ ໂດຍ​ໃຫ້​ກຳລັງ​ແກ່​ເຮົາ​ເພື່ອ​ຈະ​ອົດ​ທົນ​ຄວາມ​ລຳບາກ​ໄດ້ ແຕ່​ບໍ່​ແມ່ນ​ໂດຍ​ການ​ກຳຈັດ​ບັນຫາ​ນັ້ນ.—ຟີລິບ 4:13.

20. ເປັນ​ຫຍັງ​ເຮົາ​ຄວນ​ໃຊ້​ສິດທິ​ພິເສດ​ອັນ​ລ້ຳ​ຄ່າ​ໃນ​ການ​ອະທິດຖານ​ຢ່າງ​ເຕັມທີ?

20 ເຮົາ​ຮູ້ສຶກ​ຂອບໃຈ​ພຽງ​ໃດ​ທີ່​ພະ​ຜູ້​ສ້າງ​ເອກະພົບ​ອັນ​ກວ້າງ​ໃຫຍ່​ໄພ​ສານ​ຢູ່​ໃກ້​ທຸກ​ຄົນ​ທີ່​ອະທິດຖານ​ເຖິງ​ພະອົງ​ຢ່າງ​ເໝາະ​ສົມ! (ຄຳເພງ 145:18) ຂໍ​ໃຫ້​ເຮົາ​ໃຊ້​ສິດທິ​ພິເສດ​ອັນ​ລ້ຳ​ຄ່າ​ນີ້​ໃນ​ການ​ອະທິດຖານ​ຢ່າງ​ເຕັມທີ. ຖ້າ​ເຮົາ​ເຮັດ​ແນວ​ນັ້ນ ເຮົາ​ຈະ​ມີ​ໂອກາດ​ທີ່​ໜ້າ​ຍິນດີ​ທີ່​ຈະ​ເຂົ້າ​ໃກ້​ພະ​ເຢໂຫວາ​ຫຼາຍ​ກວ່າ​ເກົ່າ ຜູ້​ເຊິ່ງ​ຟັງ​ຄຳ​ອ້ອນ​ວອນ​ຂອງ​ເຮົາ.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ

  • ການ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເປັນ​ປະຈຳ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ພະອົງ​ຫຼາຍ​ຂຶ້ນ.—ຢາໂກໂບ 4:8.

  • ເພື່ອ​ພະເຈົ້າ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ ເຮົາ​ຕ້ອງ​ອະທິດຖານ​ດ້ວຍ​ຄວາມ​ເຊື່ອ ດ້ວຍ​ຄວາມ​ຖ່ອມ​ໃຈ​ແລະ​ດ້ວຍ​ຄວາມ​ຈິງ​ໃຈ.—ມາລະໂກ 11:24.

  • ເຮົາ​ຕ້ອງ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເທົ່າ​ນັ້ນ​ໂດຍ​ຜ່ານ​ທາງ​ລູກ​ຊາຍ​ຂອງ​ພະອົງ.—ມັດທາຍ 6:9; ໂຢຮັນ 14:6.

  • ພະ​ເຢໂຫວາ “ຜູ້​ຟັງ​ຄວາມ​ອ້ອນ​ວອນ” ໃຊ້​ທູດ​ສະຫວັນ ໃຊ້​ຜູ້​ຮັບໃຊ້​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ ໃຊ້​ພະ​ວິນຍານ​ບໍລິສຸດ ແລະ​ໃຊ້​ພະ​ຄຳ​ຂອງ​ພະອົງ​ເພື່ອ​ຕອບ​ຄຳ​ອະທິດຖານ.—ຄຳເພງ 65:2.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌