ບົດຄວາມສຶກສາທີ 48
ເຈົ້າໝັ້ນໃຈໄດ້ວ່າພະເຢໂຫວາຈະຊ່ວຍເຈົ້າໃນຍາມທີ່ລຳບາກ
“ພະເຢໂຫວາເວົ້າວ່າ: ‘ໃຫ້ [ພວກ] ເຈົ້າເຂັ້ມແຂງ . . . ເຮົາຢູ່ກັບພວກເຈົ້າ.’”—ຮກ. 2:4
ເພງ 118 “ຂໍຊ່ວຍໃຫ້ພວກເຮົາມີຄວາມເຊື່ອຫຼາຍຂຶ້ນ”
ໃຈຄວາມສຳຄັນa
1-2. ບັນຫາທີ່ເຮົາເຈິກັບບັນຫາທີ່ຄົນຢິວເຈິຄ້າຍຄືກັນແນວໃດ? (ເບິ່ງຂອບ “ເຫດການໃນສະໄໝຮັກກາຍ ເຊຄາຣີຢາ ແລະເອັດຊະຣາ”)
ບາງເທື່ອເຈົ້າກັງວົນກ່ຽວກັບອະນາຄົດບໍ? ເຈົ້າອາດຕົກວຽກແລະອຸກໃຈວ່າຈະເບິ່ງແຍງຄອບຄົວແນວໃດ. ເຈົ້າອາດເປັນຫ່ວງຄວາມປອດໄພຂອງຄອບຄົວຍ້ອນຄວາມວຸ່ນວາຍທາງດ້ານການເມືອງ ຖືກຂົ່ມເຫງ ຫຼືຖືກຕໍ່ຕ້ານໃນວຽກປະກາດ. ຖ້າເຈົ້າກຳລັງເຈິກັບເລື່ອງແບບນີ້ ເຈົ້າຈະໄດ້ຮັບກຳລັງໃຈທີ່ເຫັນວ່າພະເຢໂຫວາໄດ້ຊ່ວຍພວກອິດສະຣາເອນແນວໃດໃນສະໄໝແຕ່ກີ້ຕອນທີ່ເຂົາເຈົ້າເຈິບັນຫາຄ້າຍໆກັນນີ້.
2 ຄົນຢິວທີ່ຢູ່ບາບີໂລນຕະຫຼອດຊີວິດຕ້ອງມີຄວາມເຊື່ອເຂັ້ມແຂງແທ້ໆເພື່ອຈະປະຖິ້ມຊັບສິນເງິນຄຳແລະຊີວິດທີ່ສະດວກສະບາຍຢູ່ບາບີໂລນແລ້ວເດີນທາງໄປເມືອງເຢຣູຊາເລັມ ເຊິ່ງເປັນບ່ອນທີ່ເຂົາເຈົ້າເກືອບບໍ່ຮູ້ຈັກຊ້ຳ. ເມື່ອໄປຮອດໄດ້ບໍ່ດົນ ເຂົາເຈົ້າກໍເຈິຄວາມຫຍຸ້ງຍາກໃນການຫາລ້ຽງຄອບຄົວ ມີຄວາມວຸ່ນວາຍທາງດ້ານການເມືອງ ແລະຖືກຊາດຕ່າງໆທີ່ຢູ່ອ້ອມຂ້າງຕໍ່ຕ້ານ. ບາງຄົນຈຶ່ງຮູ້ສຶກວ່າມັນຍາກທີ່ຈະພະຍາຍາມສ້າງວິຫານຂອງພະເຢໂຫວາຄືນໃໝ່. ດັ່ງນັ້ນ ປະມານປີ 520 ກ່ອນ ຄ.ສ ພະເຢໂຫວາຈຶ່ງສັ່ງຜູ້ພະຍາກອນຮັກກາຍແລະເຊຄາຣີຢາໄປໃຫ້ກຳລັງໃຈປະຊາຊົນ. (ຮກ. 1:1; ຊກາ. 1:1) ຄືກັບທີ່ເຮົາຈະເຫັນ ສິ່ງທີ່ຜູ້ພະຍາກອນ 2 ຄົນນີ້ເຮັດເກີດຜົນດີແທ້ໆ. ແຕ່ປະມານ 50 ປີຕໍ່ມາຄົນຢິວເຫຼົ່ານີ້ກໍຕ້ອງການກຳລັງໃຈອີກ. ເອັດຊະຣາທີ່ຊຳນານໃນການຄັດລອກກົດໝາຍຂອງໂມເຊໄດ້ເດີນທາງຈາກບາບີໂລນໄປເມືອງເຢຣູຊາເລັມເພື່ອໃຫ້ກຳລັງໃຈຄົນຢິວແລະກະຕຸ້ນເຂົາເຈົ້າໃຫ້ຈັດການນະມັດສະການພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ.—ອຊຣ. 7:1, 6
3. ເຮົາຈະຕອບຄຳຖາມຫຍັງແດ່? (ສຸພາສິດ 22:19)
3 ຄຳພະຍາກອນຂອງຮັກກາຍແລະເຊຄາຣີຢາໄດ້ຊ່ວຍປະຊາຊົນຂອງພະເຢໂຫວາໃນສະໄໝແຕ່ກີ້ໃຫ້ໄວ້ວາງໃຈພະເຢໂຫວາຕໍ່ໆໄປຕອນທີ່ເຈິການຕໍ່ຕ້ານ. ໃນທຸກມື້ນີ້ຄຳພະຍາກອນເຫຼົ່ານັ້ນກໍຊ່ວຍເຮົາໃຫ້ໝັ້ນໃຈວ່າພະເຢໂຫວາຈະຊ່ວຍເຮົາ ບໍ່ວ່າເຮົາຈະເຈິບັນຫາແບບໃດກໍຕາມໃນຊີວິດ. (ອ່ານສຸພາສິດ 22:19) ເມື່ອເຮົາເບິ່ງສິ່ງທີ່ຮັກກາຍແລະເຊຄາຣີຢາເວົ້າ ແລະເບິ່ງຕົວຢ່າງຂອງເອັດຊະຣາ ເຮົາຈະຕອບຄຳຖາມຕໍ່ໄປນີ້: ບັນຫາທີ່ຄົນຢິວເຈິສົ່ງຜົນກະທົບຕໍ່ເຂົາເຈົ້າແນວໃດ? ເປັນຫຍັງເຮົາຄວນຈັດໃຫ້ຄວາມຕ້ອງການຂອງພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດເຖິງວ່າຈະເຈິບັນຫາ? ແລະເຮົາຈະໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນໄດ້ແນວໃດໃນຍາມທີ່ລຳບາກ?
ຄວາມລຳບາກເຮັດໃຫ້ຄົນຢິວໝົດຄວາມກະຕືລືລົ້ນ
4-5. ເປັນຫຍັງຄົນຢິວຈຶ່ງໝົດຄວາມກະຕືລືລົ້ນໃນການສ້າງວິຫານຄືນໃໝ່?
4 ເມື່ອຄົນຢິວມາຮອດເມືອງເຢຣູຊາເລັມ ເຂົາເຈົ້າມີວຽກຫຼາຍຢ່າງທີ່ຕ້ອງເຮັດ. ເຂົາເຈົ້າຕ້ອງຟ້າວສ້າງແທ່ນບູຊາຂອງພະເຢໂຫວາແລະວາງຮາກຖານຂອງວິຫານຄືນໃໝ່. (ອຊຣ. 3:1-3, 10) ແຕ່ບໍ່ດົນ ເຂົາເຈົ້າກໍເຈິບັນຫາຫຼາຍຢ່າງທີ່ເຮັດໃຫ້ເຂົາເຈົ້າໝົດຄວາມກະຕືລືລົ້ນ. ນອກຈາກວຽກສ້າງວິຫານ ເຂົາເຈົ້າຍັງຕ້ອງປຸກເຮືອນຢູ່ ເຮັດໄຮ່ເຮັດສວນ ແລະຫາລ້ຽງຄອບຄົວ. (ອຊຣ. 2:68, 70) ນອກຈາກນັ້ນ ເຂົາເຈົ້າຍັງເຈິການຕໍ່ຕ້ານຈາກພວກສັດຕູທີ່ວາງແຜນເພື່ອຢຸດເຂົາເຈົ້າຈາກການສ້າງວິຫານຄືນໃໝ່.—ອຊຣ. 4:1-5
5 ຄົນຢິວທີ່ກັບມາຍັງເຈິບັນຫາເສດຖະກິດແລະຄວາມວຸ່ນວາຍທາງດ້ານການເມືອງ. ຕອນນັ້ນອິດສະຣາເອນຢູ່ພາຍໃຕ້ການປົກຄອງຂອງຈັກກະວັດເປີເຊຍ. ຫຼັງຈາກໄຊຣັດກະສັດຂອງເປີເຊຍຕາຍໃນປີ 530 ກ່ອນ ຄ.ສ ເຄມບີຊິດສ໌ທີ່ເປັນກະສັດຕໍ່ຈາກລາວຢາກໄປຕໍ່ສູ້ກັບເອຢິບ. ຕອນທີ່ເດີນທາງໄປເອຢິບ ທະຫານຂອງເຄມບີຊິດສ໌ອາດຈະຜ່ານເຂດຂອງຄົນຢິວແລະເບິ່ງຄືວ່າເຂົາເຈົ້າຮຽກຮ້ອງໃຫ້ຄົນຢິວຈັດຫາອາຫານ ນ້ຳ ແລະບ່ອນຢູ່ໃຫ້ເຂົາເຈົ້າ. ເລື່ອງນີ້ແຮ່ງເຮັດໃຫ້ຊີວິດຂອງຄົນຢິວລຳບາກຫຼາຍກວ່າເກົ່າອີກ. ຕອນທີ່ກະສັດດາຣີອຸດທີ 1 ທີ່ເປັນກະສັດອົງຕໍ່ໄປເລີ່ມປົກຄອງກໍມີບັນຫາຫຼາຍຢ່າງເຊັ່ນ ການກະບົດແລະຄວາມບໍ່ສະຫງົບໃນຈັກກະວັດເປີເຊຍ. ເລື່ອງແບບນີ້ເຮັດໃຫ້ຄົນຢິວທີ່ກັບມາເປັນຫ່ວງວ່າຈະຫາລ້ຽງຄອບຄົວແນວໃດ. ຍ້ອນຄວາມລຳບາກທີ່ເຂົາເຈົ້າເຈິ ຄົນຢິວບາງຄົນຈຶ່ງຮູ້ສຶກວ່າບໍ່ຕ້ອງຟ້າວສ້າງວິຫານຂອງພະເຢໂຫວາຄືນໃໝ່ກໍໄດ້.—ຮກ. 1:2
6. ຄົນຢິວເຈິບັນຫາຫຍັງອີກ ແລະຕາມຊາກາລີ 4:6, 7 ຜູ້ພະຍາກອນເຊຄາຣີຢາໄດ້ຮັບຮອງກັບເຂົາເຈົ້າແນວໃດ?
6 ອ່ານຊາກາລີ 4:6, 7. ນອກຈາກຄົນຢິວຈະຕ້ອງເຈິກັບບັນຫາເລື່ອງເສດຖະກິດແລະຄວາມວຸ່ນວາຍທາງດ້ານການເມືອງແລ້ວ ເຂົາເຈົ້າຍັງຕ້ອງຮັບມືກັບການຂົ່ມເຫງນຳ. ໃນປີ 522 ກ່ອນ ຄ.ສ ສັດຕູໄດ້ຍຸແຍ່ໃຫ້ລັດຖະບານເປີເຊຍອອກຄຳສັ່ງຫ້າມການສ້າງວິຫານຂອງພະເຢໂຫວາຄືນໃໝ່ແລະເຂົາເຈົ້າກໍເຮັດສຳເລັດ. ແຕ່ຜູ້ພະຍາກອນເຊຄາຣີຢາຮັບຮອງກັບຄົນຢິວວ່າ ພະເຢໂຫວາຈະໃຊ້ພະລັງຂອງເພິ່ນກຳຈັດອຸປະສັກທຸກຢ່າງໃຫ້ໝົດໄປ. ໃນປີ 520 ກ່ອນ ຄ.ສ ກະສັດດາຣີອຸດໄດ້ຍົກເລີກຄຳສັ່ງຫ້າມການສ້າງວິຫານ. ລາວເຖິງຂັ້ນໃຫ້ເງິນເພື່ອສະໜັບສະໜູນການສ້າງວິຫານນີ້ ແລະຍັງໄດ້ສັ່ງພວກຂ້າລາຊະການຂອງລາວໃຫ້ຊ່ວຍຄົນຢິວນຳ.—ອຊຣ. 6:1, 6-10
7. ເມື່ອຄົນຢິວໃຫ້ຄວາມຕ້ອງການຂອງພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ ເຂົາເຈົ້າໄດ້ຮັບສິ່ງດີໆຫຍັງແດ່?
7 ພະເຢໂຫວາສັນຍາກັບຄົນຢິວຜ່ານທາງຜູ້ພະຍາກອນຮັກກາຍແລະເຊຄາຣີຢາວ່າ ຖ້າເຂົາເຈົ້າຈັດໃຫ້ເລື່ອງການສ້າງວິຫານຂອງພະເຢໂຫວາເປັນສິ່ງສຳຄັນທີ່ສຸດ ເພິ່ນກໍຈະຊ່ວຍເຂົາເຈົ້າ. (ຮກ. 1:8, 13, 14; ຊກາ. 1:3, 16) ເມື່ອຄົນຢິວໄດ້ຮັບກຳລັງໃຈຈາກຜູ້ພະຍາກອນ ເຂົາເຈົ້າກໍເລີ່ມສ້າງວິຫານຂອງພະເຢໂຫວາອີກໃນປີ 520 ກ່ອນ ຄ.ສ ແລະໃຊ້ເວລາບໍ່ຮອດ 5 ປີກໍສ້າງແລ້ວ. ຍ້ອນຄົນຢິວໃຫ້ຄວາມຕ້ອງການຂອງພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດເຖິງວ່າຈະເຈິຄວາມຍາກລຳບາກ ພະເຢໂຫວາຈຶ່ງບໍ່ພຽງແຕ່ຊ່ວຍເຂົາເຈົ້າໃຫ້ມີສິ່ງຈຳເປັນເທົ່ານັ້ນ ແຕ່ເພິ່ນຍັງຊ່ວຍເຂົາເຈົ້າໃຫ້ສະໜິດກັບເພິ່ນນຳ. ສິ່ງນີ້ຈຶ່ງເຮັດໃຫ້ເຂົາເຈົ້ານະມັດສະການເພິ່ນຢ່າງມີຄວາມສຸກ.—ອຊຣ. 6:14-16, 22
ໃຫ້ເຮັດຕາມຄວາມຕ້ອງການຂອງພະເຢໂຫວາສະເໝີ
8. ຮັກກາຍ 2:4 ຊ່ວຍເຮົາແນວໃດໃຫ້ເຮັດຕາມຄວາມຕ້ອງການຂອງພະເຢໂຫວາສະເໝີ? (ເບິ່ງໄຂເງື່ອນ)
8 ແຮ່ງຄວາມທຸກລຳບາກຄັ້ງໃຫຍ່ໃກ້ເຂົ້າມາ ເຮົາກໍແຮ່ງຕ້ອງເຊື່ອຟັງຄຳສັ່ງທີ່ໃຫ້ໄປປະກາດ. (ມຣກ. 13:10) ແຕ່ເຮົາອາດຮູ້ສຶກວ່າຍາກທີ່ຈະຈົດຈໍ່ກັບວຽກຮັບໃຊ້ ຍ້ອນເຮົາອາດເຈິບັນຫາເລື່ອງການເງິນຫຼືເຈິການຕໍ່ຕ້ານໃນວຽກປະກາດ. ຄັນຊັ້ນ ສິ່ງໃດຈະຊ່ວຍເຮົາໃຫ້ຈັດໃຫ້ວຽກຮັບໃຊ້ເປັນສິ່ງສຳຄັນທີ່ສຸດໃນຊີວິດ? ຂໍໃຫ້ຈື່ໄວ້ວ່າ “ພະເຢໂຫວາຜູ້ບັນຊາການກອງທັບ”b ຢູ່ກັບເຮົາ. ເພິ່ນຈະຊ່ວຍເຮົາຖ້າເຮົາໃຫ້ວຽກຮັບໃຊ້ເປັນສິ່ງສຳຄັນທີ່ສຸດໃນຊີວິດສະເໝີ. ຖ້າເຮົາເຮັດແບບນັ້ນ ເຮົາຈະບໍ່ຢ້ານຫຍັງ.—ອ່ານຮັກກາຍ 2:4
9-10. ຜົວເມຍຄູ່ໜຶ່ງໄດ້ເຈິກັບໂຕເອງແນວໃດວ່າຄຳເວົ້າຂອງພະເຢຊູໃນມັດທາຍ 6:33 ເປັນຄວາມຈິງ?
9 ໃຫ້ເຮົາມາເບິ່ງເລື່ອງຂອງຜົວເມຍຄູ່ໜຶ່ງຊື່ໂອເລກກັບອິຣິນ້າcທີ່ຮັບໃຊ້ເປັນໄພໂອເນຍ. ຫຼັງຈາກຍ້າຍໄປຊ່ວຍອີກປະຊາຄົມໜຶ່ງ ເຂົາເຈົ້າກໍຕົກວຽກຍ້ອນເສດຖະກິດໃນປະເທດນັ້ນບໍ່ດີຫຼາຍ. ເຖິງວ່າບໍ່ມີວຽກເຮັດເປັນປະຈຳປະມານ 1 ປີ ແຕ່ເຂົາເຈົ້າກໍຮູ້ສຶກວ່າພະເຢໂຫວາຮັກເຂົາເຈົ້າສະເໝີ ແລະບາງເທື່ອເຂົາເຈົ້າກໍໄດ້ຮັບຄວາມຊ່ວຍເຫຼືອຈາກພີ່ນ້ອງນຳ. ເຂົາເຈົ້າຮັບມືກັບຄວາມຍາກລຳບາກແບບນີ້ແນວໃດ? ພີ່ນ້ອງໂອເລກທີ່ຕອນທຳອິດຮູ້ສຶກໂສກເສົ້າບອກວ່າ: “ການໝັ່ນເຮັດວຽກຮັບໃຊ້ຊ່ວຍເຮົາໃຫ້ຈົດຈໍ່ກັບສິ່ງທີ່ສຳຄັນທີ່ສຸດໃນຊີວິດ.” ຕອນຊອກວຽກເຮັດ ເຂົາເຈົ້າກໍຍັງພະຍາຍາມຮັບໃຊ້ໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້.
10 ມື້ໜຶ່ງຫຼັງຈາກທີ່ໂອເລກແລະອິຣິນ້າກັບມາຈາກການຮັບໃຊ້ ໝູ່ສະໜິດຄົນໜຶ່ງຂອງເຂົາເຈົ້າໄດ້ເດີນທາງປະມານ 160 ກິໂລແມັດເພື່ອເອົາອາຫານແລະສິ່ງຈຳເປັນມາໃຫ້ເຂົາເຈົ້າຢູ່ເຮືອນ. ພີ່ນ້ອງໂອເລກບອກວ່າ: “ມື້ນັ້ນເຮົາເຫັນເລີຍວ່າພະເຢໂຫວາຮັກເຮົາຫຼາຍສ່ຳໃດ ແລະພີ່ນ້ອງໃນປະຊາຄົມກໍເປັນຫ່ວງເຮົາຫຼາຍແທ້ໆ. ເຮົາໝັ້ນໃຈວ່າພະເຢໂຫວາບໍ່ມີທາງລືມຜູ້ຮັບໃຊ້ຂອງເພິ່ນເຖິງວ່າເຂົາເຈົ້າຈະເຈິບັນຫາໜັກສ່ຳໃດກໍຕາມ.”—ມທ. 6:33
11. ຖ້າເຮົາໃຫ້ວຽກຮັບໃຊ້ເປັນສິ່ງສຳຄັນທີ່ສຸດໃນຊີວິດ ເຮົາໝັ້ນໃຈໄດ້ໃນເລື່ອງຫຍັງ?
11 ພະເຢໂຫວາຢາກໃຫ້ເຮົາເອົາໃຈໃສ່ວຽກສອນຄົນໃຫ້ເຂົ້າມາເປັນລູກສິດ. ຄືກັບທີ່ເຮົາໄດ້ຮຽນແລ້ວໃນຂໍ້ທີ 7 ຮັກກາຍໄດ້ກະຕຸ້ນຄົນຢິວໃຫ້ກັບມາສ້າງວິຫານອີກ. ຖ້າເຂົາເຈົ້າເຮັດຕາມທີ່ຮັກກາຍບອກ ພະເຢໂຫວາສັນຍາວ່າຈະອວຍພອນເຂົາເຈົ້າ. (ຮກ. 2:18, 19) ເຮົາກໍຄືກັນ ຖ້າເຮົາໃຫ້ວຽກຮັບໃຊ້ເປັນສິ່ງສຳຄັນທີ່ສຸດໃນຊີວິດ ພະເຢໂຫວາກໍຈະອວຍພອນເຮົາ.
ເຮົາຈະໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນໄດ້ແນວໃດ
12. ເປັນຫຍັງເອັດຊະຣາກັບຄົນຢິວກຸ່ມທີ 2 ຕ້ອງມີຄວາມເຊື່ອຫຼາຍ?
12 ໃນປີ 468 ກ່ອນ ຄ.ສ ເອັດຊະຣາກັບຄົນຢິວກຸ່ມທີ 2 ໄດ້ເດີນທາງຈາກບາບີໂລນໄປເມືອງເຢຣູຊາເລັມ. ໃນການເດີນທາງເທື່ອນັ້ນ ເອັດຊະຣາກັບຄົນຢິວເຫຼົ່ານັ້ນຕ້ອງມີຄວາມເຊື່ອຫຼາຍແທ້ໆ. ຍ້ອນຫຍັງ? ຍ້ອນວ່າເຂົາເຈົ້າຕ້ອງຜ່ານເສັ້ນທາງທີ່ອັນຕະລາຍ ແລະເຂົາເຈົ້າຍັງຕ້ອງຂົນເງິນຂົນຄຳທີ່ໄດ້ຈາກການບໍລິຈາກໄປນຳ ເຊິ່ງອາດເຮັດໃຫ້ເຂົາເຈົ້າຖືກປຸ້ນໄດ້ງ່າຍໆ. (ອຊຣ. 7:12-16; 8:31) ເມື່ອມາຮອດເມືອງເຢຣູຊາເລັມ ເຂົາເຈົ້າກໍເຫັນວ່າເມືອງນີ້ບໍ່ປອດໄພ ຍ້ອນເມືອງນີ້ເກືອບບໍ່ມີຄົນຢູ່ເລີຍ ກຳແພງກໍພັງແລະປະຕູເມືອງກໍເພໝົດ. ຕົວຢ່າງຂອງເອັດຊະຣາຊ່ວຍເຮົາໃຫ້ໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນໄດ້ແນວໃດ?
13. ເປັນຫຍັງເອັດຊະຣາຈຶ່ງໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນ? (ເບິ່ງໄຂເງື່ອນ)
13 ເອັດຊະຣາໄດ້ເຫັນແລ້ວວ່າພະເຢໂຫວາຊ່ວຍຜູ້ຮັບໃຊ້ຂອງເພິ່ນແນວໃດໃນຕອນທີ່ລຳບາກ. ໃນປີ 484 ກ່ອນ ຄ.ສ ເອັດຊະຣາຄືຊິຢູ່ບາບີໂລນຕອນທີ່ກະສັດອາຫະສຸເອຣັດອອກຄຳສັ່ງໃຫ້ກວາດລ້າງຄົນຢິວທົ່ວຈັກກະວັດເປີເຊຍ. (ອສທ. 3:7, 13-15) ຊີວິດຂອງເອັດຊະຣາແລະຄົນຢິວກຳລັງຕົກຢູ່ໃນອັນຕະລາຍ. ເມື່ອໄດ້ຍິນຂ່າວນີ້ ເຂົາເຈົ້າຮູ້ສຶກຢ້ານຫຼາຍຈົນອົດເຂົ້າ ຮ້ອງໄຫ້ ແລະອະທິດຖານຫາພະເຢໂຫວາຂໍໃຫ້ເພິ່ນຊ່ວຍ. (ອສທ. 4:3) ແຕ່ເມື່ອຄົນທີ່ຄິດຈະກວາດລ້າງຄົນຢິວຖືກກຳຈັດເອງ ລອງຄິດເບິ່ງວ່າເອັດຊະຣາກັບຄົນຢິວຈະຮູ້ສຶກແນວໃດ! (ອສທ. 9:1, 2) ເຫດການນັ້ນຄືຊິກຽມເອັດຊະຣາໃຫ້ພ້ອມສຳລັບສິ່ງທີ່ລາວຈະຕ້ອງເຈິໃນອະນາຄົດ ແລະເຮັດໃຫ້ລາວໝັ້ນໃຈຫຼາຍຂຶ້ນວ່າພະເຢໂຫວາສາມາດປົກປ້ອງຄົນຂອງເພິ່ນໄດ້ແທ້ໆ.d
14. ພີ່ນ້ອງຍິງຄົນໜຶ່ງໄດ້ຮຽນຫຍັງຈາກການທີ່ພະເຢໂຫວາຊ່ວຍລາວໃນຕອນທີ່ລຳບາກ?
14 ເມື່ອເຮົາໄດ້ຮັບຄວາມຊ່ວຍເຫຼືອຈາກພະເຢໂຫວາໃນຕອນທີ່ລຳບາກ ເຮົາຈະໝັ້ນໃຈໃນເພິ່ນຫຼາຍຂຶ້ນ. ໃຫ້ເຮົາມາເບິ່ງເລື່ອງຂອງອານາຊະຕາເຊຍພີ່ນ້ອງຍິງທີ່ຢູ່ເອີຣົບຕາເວັນອອກ. ລາວລາອອກຈາກວຽກຍ້ອນຕ້ອງຮັກສາຄວາມເປັນກາງ. ລາວບອກວ່າ: “ນີ້ເປັນເທື່ອທຳອິດທີ່ຂ້ອຍບໍ່ມີເງິນໃຊ້ເລີຍ.” ລາວເລົ່າຕໍ່ວ່າ: “ຂ້ອຍຝາກເລື່ອງນີ້ໄວ້ກັບພະເຢໂຫວາ ແລ້ວເບິ່ງວ່າເພິ່ນຈະຊ່ວຍຂ້ອຍແນວໃດ. ຖ້າໃນອະນາຄົດຂ້ອຍບໍ່ມີວຽກເຮັດອີກ ຂ້ອຍກໍບໍ່ຢ້ານ. ຖ້າພະເຢໂຫວາຊ່ວຍຂ້ອຍມື້ນີ້ ເພິ່ນກໍຈະຊ່ວຍຂ້ອຍໃນອະນາຄົດຄືກັນ.”
15. ສິ່ງໃດຊ່ວຍເອັດຊະຣາໃຫ້ໝັ້ນໃຈໃນພະເຢໂຫວາສະເໝີ? (ເອັດຊະຣາ 7:27, 28)
15 ເອັດຊະຣາໄດ້ເຫັນດ້ວຍໂຕເອງວ່າພະເຢໂຫວາຊ່ວຍລາວແນວໃດແດ່. ການທີ່ເອັດຊະຣາຄິດເຖິງຕອນທີ່ພະເຢໂຫວາຊ່ວຍລາວແຕ່ລະເທື່ອຄືຊິເຮັດໃຫ້ລາວໝັ້ນໃຈໃນພະເຢໂຫວາແທ້ໆ. ລາວບອກວ່າ: “ພະເຢໂຫວາພະເຈົ້າຂອງຂ້ອຍຢູ່ນຳຂ້ອຍ.” (ອ່ານເອັດຊະຣາ 7:27, 28) ເອັດຊະຣາໃຊ້ຄຳເວົ້າຄ້າຍໆກັນນີ້ຕັ້ງ 5 ເທື່ອໃນປຶ້ມທີ່ລາວຂຽນ.—ອຊຣ. 7:6, 9; 8:22, 31
ມີສະຖານະການຫຍັງແດ່ທີ່ເຮົາອາດເຫັນດ້ວຍໂຕເອງວ່າພະເຢໂຫວາກຳລັງຊ່ວຍເຮົາຢູ່? (ເບິ່ງຂໍ້ 16)e
16. ມີສະຖານະການຫຍັງແດ່ທີ່ເຮົາອາດເຫັນດ້ວຍໂຕເອງວ່າພະເຢໂຫວາກຳລັງຊ່ວຍເຮົາຢູ່? (ເບິ່ງຮູບ)
16 ພະເຢໂຫວາຊ່ວຍເຮົາໄດ້ຕອນທີ່ເຮົາຕ້ອງເຈິກັບຂໍ້ທ້າທາຍບາງຢ່າງ. ຕົວຢ່າງເຊັ່ນ: ເມື່ອເຮົາຂໍພັກວຽກກັບຫົວໜ້າເພື່ອເຂົ້າຮ່ວມການປະຊຸມພາກ ຫຼືເມື່ອເຮົາຂໍປັບຕາຕະລາງເຮັດວຽກເພື່ອເຂົ້າຮ່ວມການປະຊຸມໄດ້ທຸກລາຍການ ເຮົາກໍຈະເຫັນແທ້ໆວ່າພະເຢໂຫວາຊ່ວຍເຮົາແນວໃດ. ຖ້າຜົນທີ່ອອກມາມັນດີກວ່າທີ່ເຮົາຄິດໄວ້ ເຮົາກໍແຮ່ງຈະໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນ.
ຕອນທີ່ເອັດຊະຣາຢູ່ວິຫານ ລາວອະທິດຖານແລະຮ້ອງໄຫ້ເສຍໃຈທີ່ພວກອິດສະຣາເອນເຮັດຜິດ. ພວກອິດສະຣາເອນກໍຮ້ອງໄຫ້ຄືກັນ. ເຊການີອາໃຫ້ກຳລັງໃຈເອັດຊະຣາແລະຮັບຮອງກັບລາວວ່າ “ຍັງມີຄວາມຫວັງທີ່ວ່າພະເຈົ້າຈະຍົກໂທດໃຫ້ອິດສະຣາເອນ . . . ພວກເຮົາຈະຢູ່ຝ່າຍເຈົ້າ.”—ອຊຣ. 10:2, 4 (ເບິ່ງຂໍ້ 17)
17. ຕອນທີ່ເອັດຊະຣາເຈິເລື່ອງຍາກໆລາວໄດ້ເຮັດຫຍັງທີ່ສະແດງໃຫ້ເຫັນວ່າລາວເປັນຄົນຖ່ອມ? (ເບິ່ງຮູບໜ້າປົກ)
17 ເອັດຊະຣາອະທິດຖານດ້ວຍຄວາມຖ່ອມເພື່ອຂໍໃຫ້ພະເຢໂຫວາຊ່ວຍ. ທຸກເທື່ອທີ່ເອັດຊະຣາກັງວົນກ່ຽວກັບວຽກມອບໝາຍຂອງລາວ ລາວກໍອະທິດຖານຫາພະເຢໂຫວາດ້ວຍຄວາມຖ່ອມ. (ອຊຣ. 8:21-23; 9:3-5) ເມື່ອເອັດຊະຣາເພິ່ງພະເຢໂຫວາ ຄົນອື່ນກໍຢາກຈະຊ່ວຍລາວແລະຮຽນແບບຄວາມເຊື່ອຂອງລາວ. (ອຊຣ. 10:1-4) ຄ້າຍຄືກັນ ເມື່ອເຮົາຮູ້ສຶກກັງວົນວ່າຈະມີເງິນພໍໃຊ້ຫຼືບໍ່ ຫຼືກັງວົນເລື່ອງຄວາມປອດໄພຂອງຄອບຄົວ ເຮົາຕ້ອງອະທິດຖານຫາພະເຢໂຫວາແລະໝັ້ນໃຈວ່າເພິ່ນຈະຊ່ວຍເຮົາ.
18. ສິ່ງໃດຈະຊ່ວຍເຮົາໃຫ້ໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນ?
18 ຖ້າເຮົາຖ່ອມໂຕຂໍໃຫ້ພະເຢໂຫວາຊ່ວຍ ແລະຍອມຮັບຄວາມຊ່ວຍເຫຼືອຈາກພີ່ນ້ອງ ເຮົາກໍຈະໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນ. ເອຣິກ້າທີ່ມີລູກ 3 ຄົນໝັ້ນໃຈສະເໝີວ່າພະເຢໂຫວາຈະເບິ່ງແຍງລາວ ແມ່ນແຕ່ຕອນທີ່ລາວເຈິກັບເລື່ອງໂຫດຮ້າຍຫຼາຍ. ລູກຂອງລາວຕາຍຄາທ້ອງ ແລະບໍ່ດົນຜົວຂອງລາວກໍຕາຍ. ເຖິງຈະເຈິເລື່ອງແບບນີ້ ແຕ່ລາວກໍເວົ້າວ່າ: “ເຮົາບໍ່ຮູ້ດອກວ່າພະເຢໂຫວາຈະຊ່ວຍເຮົາແນວໃດ. ບາງເທື່ອເພິ່ນອາດຊ່ວຍເຮົາໃນແບບທີ່ບໍ່ຄາດຄິດ. ຂ້ອຍເຫັນວ່າພະເຢໂຫວາຕອບຄຳອະທິດຖານຂອງຂ້ອຍໂດຍທາງພີ່ນ້ອງຈາກສິ່ງທີ່ເຂົາເຈົ້າເວົ້າແລະເຮັດ. ຖ້າຂ້ອຍເປີດໃຈລົມກັບພີ່ນ້ອງ ມັນກໍງ່າຍທີ່ເຂົາເຈົ້າຈະຊ່ວຍຂ້ອຍ.”
ໃຫ້ໝັ້ນໃຈໃນພະເຢໂຫວາຈົນເຖິງທີ່ສຸດ
19-20. ເຮົາຮຽນຫຍັງຈາກຄົນຢິວທີ່ກັບໄປເມືອງເຢຣູຊາເລັມບໍ່ໄດ້?
19 ເຮົາຍັງໄດ້ບົດຮຽນທີ່ມີຄ່າຈາກຄົນຢິວທີ່ບໍ່ສາມາດກັບໄປເມືອງເຢຣູຊາເລັມ. ບາງຄົນກັບໄປບໍ່ໄດ້ຍ້ອນເຖົ້າຫຼາຍແລ້ວ ບໍ່ສະບາຍແຮງ ຫຼືມີພາລະທາງຄອບຄົວ. ເຖິງວ່າຈະກັບໄປບໍ່ໄດ້ ແຕ່ເຂົາເຈົ້າກໍຍັງເຕັມໃຈບໍລິຈາກເງິນຄຳແລະເຄື່ອງຂອງຕ່າງໆທີ່ຈຳເປັນຕ້ອງໃຊ້ໃນວິຫານ. (ອຊຣ. 1:5, 6) ເຖິງຈະຜ່ານໄປ 19 ປີແລ້ວນັບຕັ້ງແຕ່ຄົນຢິວກຸ່ມທຳອິດກັບໄປເມືອງເຢຣູຊາເລັມ ແຕ່ຄົນຢິວເຫຼົ່ານີ້ກໍຍັງສົ່ງເຄື່ອງບໍລິຈາກໄປເມືອງເຢຣູຊາເລັມເປັນປະຈຳ.—ຊກາ. 6:10
20 ເຖິງວ່າບາງເທື່ອເຮົາຮູ້ສຶກວ່າເຮົາຮັບໃຊ້ພະເຢໂຫວາບໍ່ໄດ້ຫຼາຍຄືກັບທີ່ຢາກເຮັດ ແຕ່ເຮົາກໍໝັ້ນໃຈໄດ້ວ່າພະເຢໂຫວາເຫັນຄຸນຄ່າທຸກຢ່າງທີ່ເຮົາເຮັດເພື່ອຈະເຮັດໃຫ້ເພິ່ນພໍໃຈ. ເຮົາຮູ້ເລື່ອງນີ້ໄດ້ແນວໃດ? ໃນສະໄໝຂອງເຊຄາຣີຢາ ພະເຢໂຫວາສັ່ງລາວໃຫ້ເອົາເງິນເອົາຄຳທີ່ໄດ້ຈາກຄົນຢິວໃນບາບີໂລນໄປເຮັດເປັນມົງກຸດ. (ຊກາ. 6:11) “ມົງກຸດ” ນີ້ຈະເຮັດໃຫ້ “ບໍ່ລືມ” ຄວາມໃຈກວ້າງຂອງຄົນຢິວເຫຼົ່ານັ້ນ. (ຊກາ. 6:14) ຄ້າຍຄືກັນ ເຮົາກໍໝັ້ນໃຈໄດ້ວ່າເຖິງວ່າຊີວິດເຮົາຈະລຳບາກ ແຕ່ຖ້າເຮົາຮັບໃຊ້ພະເຢໂຫວາສຸດຫົວໃຈ ເພິ່ນກໍຈະບໍ່ລືມເຮົາ.—ຮຣ. 6:10
21. ສິ່ງໃດຈະຊ່ວຍເຮົາໃຫ້ປະເຊີນໜ້າກັບອະນາຄົດດ້ວຍຄວາມໝັ້ນໃຈ?
21 ໃນສະໄໝສຸດທ້າຍ ເຮົາຈະຕ້ອງເຈິກັບບັນຫາຫຼາຍຢ່າງ ແລະສະພາບການຈະໜັກຂຶ້ນເລື້ອຍໆໃນອະນາຄົດ. (2ຕມ. 3:1, 13) ແຕ່ເຮົາບໍ່ຕ້ອງອຸກໃຈຫຼາຍເກີນໄປ. ໃຫ້ຈື່ສິ່ງທີ່ພະເຢໂຫວາເວົ້າກັບຄົນຢິວໃນສະໄໝຂອງຮັກກາຍທີ່ວ່າ “ເຮົາຢູ່ກັບພວກເຈົ້າ . . . ບໍ່ຕ້ອງຢ້ານ.” (ຮກ. 2:4, 5) ເຮົາເອງກໍໝັ້ນໃຈໄດ້ວ່າພະເຢໂຫວາຈະຢູ່ກັບເຮົາຄືກັນຖ້າເຮົາເຮັດສຸດຄວາມສາມາດເພື່ອເຮັດຕາມຄວາມຕ້ອງການຂອງເພິ່ນ. ເມື່ອເຮົາເອົາບົດຮຽນຈາກຄຳພະຍາກອນຂອງຮັກກາຍກັບເຊຄາຣີຢາແລະຕົວຢ່າງຂອງເອັດຊະຣາໄປໃຊ້ ເຮົາກໍຈະໝັ້ນໃຈໃນພະເຢໂຫວາສະເໝີບໍ່ວ່າຈະເຈິບັນຫາແບບໃດກໍຕາມໃນອະນາຄົດ.
ເພງ 122 ຂໍໃຫ້ຢືນຢັດໝັ້ນຄົງ!
a ບົດຄວາມນີ້ຈະຊ່ວຍເຮົາໃຫ້ໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນຕອນທີ່ເຮົາເຈິບັນຫາເສດຖະກິດ ຄວາມວຸ່ນວາຍທາງດ້ານການເມືອງ ຫຼືຖືກຕໍ່ຕ້ານໃນວຽກປະກາດ.
b ໃນປຶ້ມຮັກກາຍມີຄຳວ່າ “ພະເຢໂຫວາຜູ້ບັນຊາການກອງທັບ” 12 ເທື່ອ ເຊິ່ງເຕືອນຄົນຢິວແລະເຕືອນເຮົາວ່າພະເຢໂຫວາມີອຳນາດທີ່ບໍ່ມີຂີດຈຳກັດ ແລະເພິ່ນເປັນຜູ້ນຳກອງທັບທູດສະຫວັນທີ່ມີຈຳນວນຫຼາຍ.—ເພງ. 103:20, 21
c ຊື່ສົມມຸດ
d ຍ້ອນເອັດຊະຣາເປັນຜູ້ຊຳນານໃນການຄັດລອກກົດໝາຍຂອງພະເຈົ້າ ລາວຈຶ່ງໝັ້ນໃຈວ່າພະເຢໂຫວາຈະເຮັດໃຫ້ຄຳພະຍາກອນຕ່າງໆເກີດຂຶ້ນແທ້. ລາວໝັ້ນໃຈກ່ອນທີ່ຈະເດີນທາງໄປເມືອງເຢຣູຊາເລັມຊ້ຳ.—2ຂຄ. 36:22, 23; ອຊຣ. 7:6, 9, 10; ຢເຣ. 29:14
e ຄຳອະທິບາຍຮູບ: ພີ່ນ້ອງຊາຍຄົນໜຶ່ງຂໍພັກວຽກນຳຫົວໜ້າເພື່ອໄປການປະຊຸມພາກ ແຕ່ຫົວໜ້າບໍ່ໃຫ້ພັກ. ລາວອະທິດຖານຂໍໃຫ້ພະເຢໂຫວາຊ່ວຍຕອນທີ່ກຽມຊິໄປຂໍພັກກັບຫົວໜ້າອີກເທື່ອໜຶ່ງ. ລາວເອົາໃບເຊີນການປະຊຸມພາກໃຫ້ຫົວໜ້າເບິ່ງແລະອະທິບາຍວ່າຄຳພີໄບເບິນສອນໃຫ້ເປັນຄົນດີ. ຫົວໜ້າປະທັບໃຈແລະຍອມໃຫ້ພັກວຽກໄປປະຊຸມພາກ.