ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ24 ກໍລະກົດ ໜ້າ 26-29
  • ເຈົ້າ​ຈະ​ປັບ​ໂຕ​ເຂົ້າ​ກັບ​ປະຊາຄົມ​ໃໝ່​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າ​ຈະ​ປັບ​ໂຕ​ເຂົ້າ​ກັບ​ປະຊາຄົມ​ໃໝ່​ໄດ້​ແນວ​ໃດ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຫຼັກການ 4 ຢ່າງ​ທີ່​ຊ່ວຍ​ເຈົ້າ​ໃຫ້​ປັບ​ໂຕ​ໄດ້
  • “ຕ້ອນຮັບ​ກັນ​ຢ່າງ​ອົບອຸ່ນ”
  • ໂອກາດ​ທີ່​ຈະ​ກ້າວໜ້າ​ຫຼາຍ​ຂຶ້ນ
  • ເຈົ້າ​ມີ​ຄ່າ​ໃນ​ປະຊາຄົມ​ຂອງ​ພະ​ເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ເຈົ້າ​ຈະ​ບໍ່​ຮູ້ສຶກ​ໂດດ​ດ່ຽວ​ເພາະ​ພະ​ເຢໂຫວາ​ຢູ່​ກັບ​ເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ເຈົ້າ​ສາມາດ​ຊ່ວຍ​ໃນ​ປະຊາຄົມ​ຂອງ​ເຈົ້າ​ໄດ້​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ຫ24 ກໍລະກົດ ໜ້າ 26-29

ເຈົ້າ​ຈະ​ປັບ​ໂຕ​ເຂົ້າ​ກັບ​ປະຊາຄົມ​ໃໝ່​ໄດ້​ແນວ​ໃດ?

ເຈົ້າ​ເຄີຍ​ຍ້າຍ​ໄປ​ປະຊາຄົມ​ໃໝ່​ບໍ? ຖ້າ​ເຄີຍ ເຈົ້າ​ຄື​ຊິ​ເຫັນດີ​ກັບ​ຄຳເວົ້າ​ຂອງ​ຊ໋ອງຊາລ​ທີ່​ວ່າ: “ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ຈະ​ປັບ​ໂຕ​ໃຫ້​ເຂົ້າ​ກັບ​ປະຊາຄົມ​ໃໝ່​ແລະ​ໃນ​ເວລາ​ດຽວ​ກັນ​ກໍ​ຕ້ອງ​ເບິ່ງແຍງ​ຄວາມ​ເຊື່ອ​ຂອງ​ຄົນ​ໃນ​ຄອບຄົວ​ນຳ.” ນອກ​ຈາກ​ຕ້ອງ​ຊອກ​ວຽກ​ໃໝ່ ບ່ອນ​ຢູ່​ໃໝ່ ແລະ​ໂຮງຮຽນ​ໃໝ່​ແລ້ວ ຄົນ​ທີ່​ຍ້າຍ​ໄປ​ປະຊາຄົມ​ໃໝ່​ອາດ​ຕ້ອງ​ຮັບມື​ກັບ​ສະພາບ​ອາກາດ​ທີ່​ບໍ່​ເຄີຍ​ເຈິ​ມາ​ກ່ອນ ລວມ​ທັງ​ວັດທະນະທຳ​ທີ່​ແຕກຕ່າງ​ແລະ​ເຂດ​ປະກາດ​ໃໝ່​ນຳ.

ນິໂຄລັດສ໌​ກັບ​ເຊລີນ​ຕ້ອງ​ຮັບມື​ກັບ​ຂໍ້​ທ້າທາຍ​ອີກ​ແບບ​ໜຶ່ງ. ສາຂາ​ຝຣັ່ງ​ມອບໝາຍ​ໃຫ້​ເຂົາເຈົ້າ​ໄປ​ຮັບໃຊ້​ຢູ່​ປະຊາຄົມ​ໃໝ່. ເຂົາເຈົ້າ​ເວົ້າ​ວ່າ: “ຕອນ​ທຳອິດ ເຮົາ​ຕື່ນເຕັ້ນ​ຫຼາຍ ແຕ່​ຫຼັງ​ຈາກ​ນັ້ນ​ເຮົາ​ກໍ​ເລີ່ມ​ຄິດ​ຮອດ​ໝູ່. ເຮົາ​ຍັງ​ບໍ່​ສະໜິດ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ໃໝ່​ຊ້ຳ.”a ເມື່ອ​ເຈິ​ຂໍ້​ທ້າທາຍ​ແບບ​ນີ້ ເຈົ້າ​ຈະ​ມີ​ຄວາມ​ສຸກ​ແລະ​ຊ່ວຍ​ປະຊາຄົມ​ໃໝ່​ທີ່​ເຈົ້າ​ຍ້າຍ​ໄປ​ໄດ້​ແນວ​ໃດ? ພີ່ນ້ອງ​ຄົນ​ອື່ນ​ຈະ​ຊ່ວຍ​ພີ່ນ້ອງ​ທີ່​ຫາກໍ​ຍ້າຍ​ມາ​ປະຊາຄົມ​ໄດ້​ແນວ​ໃດ? ເມື່ອ​ເຈົ້າ​ຍ້າຍ​ໄປ​ປະຊາຄົມ​ໃໝ່ ເຈົ້າ​ຈະ​ໄດ້​ກຳລັງ​ໃຈ​ຈາກ​ພີ່ນ້ອງ​ທີ່ຢູ່​ຫັ້ນ​ແລະ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ​ໄດ້​ແນວ​ໃດ?

ຫຼັກການ 4 ຢ່າງ​ທີ່​ຊ່ວຍ​ເຈົ້າ​ໃຫ້​ປັບ​ໂຕ​ໄດ້

ພີ່ນ້ອງ​ຍິງ​ນັ່ງ​ພັກຜ່ອນ​ຫຼັງ​ຈາກ​ແກະ​ກ່ອງ​ເຄື່ອງ​ທີ່​ຍ້າຍ​ມາ ລາວ​ນັ່ງ​ອ່ານ​ຄຳພີ​ໄບເບິນ.

ວາງໃຈ​ພະ​ເຢໂຫວາ

1. ວາງໃຈ​ພະ​ເຢໂຫວາ. (ພສ. 37:5) ຄາຊູມິ​ທີ່​ຢູ່​ປະເທດ​ຍີ່ປຸ່ນ​ຕ້ອງ​ຍ້າຍ​ຈາກ​ປະຊາຄົມ​ທີ່​ລາວ​ເຄີຍ​ຢູ່​ມາ 20 ປີ​ຍ້ອນ​ຜົວ​ຂອງ​ລາວ​ຖືກ​ບໍລິສັດ​ສົ່ງ​ໄປ​ເຮັດ​ວຽກ​ຢູ່​ບ່ອນ​ໃໝ່. ຄາຊູມິ “ໃຫ້​ພະເຢໂຫວາ​ຊີ້​ທາງ​ໃຫ້ [ລາວ]” ແນວ​ໃດ? ລາວ​ເວົ້າ​ວ່າ: “ຂ້ອຍ​ອະທິດຖານ​ລະບາຍ​ຄວາມ​ໃນ​ໃຈ​ທຸກ​ຢ່າງ​ກັບ​ພະ​ເຢໂຫວາ ບໍ່​ວ່າ​ຈະ​ເປັນ​ຕອນ​ທີ່​ຂ້ອຍ​ຢ້ານ ເຫງົາ ຫຼື​ກັງວົນ. ທຸກ​ເທື່ອ​ທີ່​ເຮັດ​ແບບ​ນີ້ ພະ​ເຢໂຫວາ​ກໍ​ຊ່ວຍ​ຂ້ອຍ​ໃຫ້​ເຂັ້ມແຂງ​ສະເໝີ.”

ເຈົ້າ​ຈະ​ວາງໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ຄື​ກັບ​ຕົ້ນໄມ້​ທີ່​ຕ້ອງການ​ນ້ຳ​ແລະ​ສານ​ອາຫານ​ຈາກ​ດິນ​ເພື່ອ​ຫຼໍ່​ລ້ຽງ​ຕົ້ນ​ຂອງ​ມັນ​ໃຫ້​ໃຫຍ່ ເພື່ອ​ເຮົາ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ເຮົາ​ກໍ​ຕ້ອງ​ໄດ້​ຮັບ​ການ​ຫຼໍ່​ລ້ຽງ​ຄື​ກັນ. ນິໂຄລັດສ໌​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ເວົ້າ​ວ່າ ການ​ຄິດ​ຕຶກຕອງ​ກ່ຽວກັບ​ຕົວຢ່າງ​ຂອງ​ຄົນ​ທີ່​ໄດ້​ເສຍ​ສະຫຼະ​ຫຼາຍ​ຢ່າງ​ເພື່ອ​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ ເຊັ່ນ: ອັບຣາຮາມ ພະ​ເຢຊູ ແລະ​ໂປໂລ​ຊ່ວຍ​ລາວ​ໄດ້​ຫຼາຍ​ແທ້ໆ. ຕົວຢ່າງ​ເຫຼົ່າ​ນີ້​ຊ່ວຍ​ລາວ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ​ແນ່ນອນ. ການ​ສຶກສາ​ສ່ວນ​ໂຕ​ເປັນ​ປະຈຳ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບມື​ກັບ​ການ​ປ່ຽນແປງ​ໃນ​ຊີວິດ ແລະ​ເຮັດ​ໃຫ້​ເຈົ້າ​ມີ​ສິ່ງ​ດີໆ​ທີ່​ຈະ​ແບ່ງ​ປັນ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ໃໝ່.

ຜູ້​ເບິ່ງແຍງ​ຕັ້ງໃຈ​ຟັງ​ພີ່ນ້ອງ​ຊາຍ 2 ຄົນ​ທີ່​ເປັນ​ໄວລຸ້ນ​ທີ່​ກຳລັງ​ອະທິບາຍ​ວ່າ​ເຂົາເຈົ້າ​ຄຸມ​ເຄື່ອງ​ສຽງ​ແລະ​ເປີດ​ວິດີໂອ​ຢູ່​ຫໍປະຊຸມ​ແນວ​ໃດ.

ຢ່າ​ປຽບທຽບ

2. ຢ່າ​ປຽບທຽບ. (ປຍຈ. 7:10) ຈູລ​ຕ້ອງ​ປັບ​ໂຕ​ຫຼາຍ​ແທ້ໆ​ກັບ​ວັດທະນະທຳ​ໃໝ່​ຕອນ​ທີ່​ລາວ​ຍ້າຍ​ຈາກ​ເບນິນ​ໄປ​ອາເມຣິກາ. ລາວ​ເວົ້າ​ວ່າ: “ຕອນ​ທີ່​ແນະນຳ​ໂຕເອງ ຂ້ອຍ​ຕ້ອງ​ເລົ່າ​ເລື່ອງ​ຂອງ​ຂ້ອຍ​ໃຫ້​ແຕ່​ລະ​ຄົນ​ຟັງ​ທຸກ​ເທື່ອ.” ມັນ​ຕ່າງ​ກັນ​ຫຼາຍ​ແທ້ໆ​ກັບ​ວັດທະນະທຳ​ທີ່​ລາວ​ເຄີຍ​ຢູ່ ສິ່ງ​ນີ້​ເຮັດ​ໃຫ້​ລາວ​ບໍ່​ຢາກ​ລົມ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ໃໝ່. ແຕ່​ຫຼັງ​ຈາກ​ທີ່​ໄດ້​ຮູ້​ຈັກ​ພີ່ນ້ອງ​ຫຼາຍ​ຂຶ້ນ ຄວາມ​ຄິດ​ຂອງ​ລາວ​ກໍ​ປ່ຽນ​ໄປ. ລາວ​ເວົ້າ​ວ່າ: “ຕອນນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ບໍ່​ວ່າ​ເຮົາ​ຈະ​ຢູ່​ບ່ອນ​ໃດ ເຮົາ​ກະ​ເປັນ​ຄົນ​ຄື​ກັນ ພຽງ​ແຕ່​ວິທີ​ສະແດງ​ອອກ​ບໍ່​ຄື​ກັນ. ໃຫ້​ເຮົາ​ແຕ່​ລະ​ຄົນ​ຍອມຮັບ​ຄວາມ​ແຕກຕ່າງ​ຂອງ​ກັນ​ແລະ​ກັນ.” ຢ່າ​ປຽບທຽບ​ພີ່ນ້ອງ​ຢູ່​ປະຊາຄົມ​ໃໝ່​ກັບ​ພີ່ນ້ອງ​ຢູ່​ປະຊາຄົມ​ເກົ່າ​ທີ່​ເຈົ້າ​ເຄີຍ​ຢູ່. ພີ່ນ້ອງ​ຍິງ​ໄພໂອເນຍ​ຄົນ​ໜຶ່ງ​ຊື່​ແອນລີສ໌​ເວົ້າ​ວ່າ: “ຂ້ອຍ​ບໍ່​ໄດ້​ຍ້າຍ​ມາ​ເພື່ອ​ຈະ​ເຈິ​ແນວ​ເກົ່າໆ ຂ້ອຍ​ຍ້າຍ​ມາ​ເພື່ອ​ຈະ​ໄດ້​ເຈິ​ແນວ​ໃໝ່ໆ.”

ຜູ້​ເບິ່ງແຍງ​ບໍ່​ຄວນ​ປຽບທຽບ​ປະຊາຄົມ​ໃໝ່​ກັບ​ປະຊາຄົມ​ເກົ່າ. ການ​ທີ່​ພີ່ນ້ອງ​ໃນ​ປະຊາຄົມ​ໃໝ່​ເຮັດ​ສິ່ງ​ຕ່າງໆ​ບໍ່​ຄື​ກັບ​ປະຊາຄົມ​ເກົ່າ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ເຮັດ​ຜິດ. ດັ່ງນັ້ນ ເປັນ​ເລື່ອງ​ທີ່​ດີ​ທີ່​ຈະ​ຮຽນ​ຮູ້​ສະພາບການ​ໃນ​ທ້ອງຖິ່ນ​ກ່ອນ​ຈະ​ສະເໜີ​ປັບ​ປ່ຽນ​ບາງ​ຢ່າງ. (ປຍຈ. 3:1, 7ຂ) ແທນ​ທີ່​ຈະ​ໃຫ້​ພີ່ນ້ອງ​ເຮັດ​ຕາມ​ຄວາມ​ຄິດ​ຂອງ​ເຈົ້າ ມັນ​ຈະ​ດີ​ກວ່າ​ຖ້າ​ເຈົ້າ​ເຮັດ​ເປັນ​ແບບ​ຢ່າງ​ໃຫ້​ເຂົາເຈົ້າ.—2ກຣ. 1:24

ພີ່ນ້ອງ​ຊາຍ 2 ຄົນ​ເຮັດ​ເຊັດ​ປ່ອງ​ຢ້ຽມ​ທີ່​ເປັນ​ກະຈົກ​ຢູ່​ຫໍປະຊຸມ.

ໃຊ້​ເວລາ​ກັບ​ພີ່ນ້ອງ​ແລະ​ມີ​ສ່ວນ​ຮ່ວມ​ກັບ​ປະຊາຄົມ​ໃໝ່

3. ໃຊ້​ເວລາ​ກັບ​ພີ່ນ້ອງ​ແລະ​ມີ​ສ່ວນ​ຮ່ວມ​ກັບ​ປະຊາຄົມ​ໃໝ່. (ຟລປ. 1:27) ການ​ຍ້າຍ​ໄປ​ຢູ່​ບ່ອນ​ໃໝ່​ອາດ​ຕ້ອງ​ໃຊ້​ເວລາ​ແລະ​ເຮັດ​ໃຫ້​ເມື່ອຍ ແຕ່​ກໍ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ເຂົ້າ​ຮ່ວມ​ປະຊຸມ​ກັບ​ປະຊາຄົມ​ໃໝ່​ໃຫ້​ໄວ​ທີ່​ສຸດ ແລະ​ຖ້າ​ເຮັດ​ໄດ້​ກໍ​ໃຫ້​ໄປ​ປະຊຸມ​ແບບ​ເຈິ​ໂຕ​ກັນ. ຖ້າ​ເຈົ້າ​ບໍ່​ໄປ​ປະຊຸມ​ພີ່ນ້ອງ​ກໍ​ຈະ​ບໍ່​ຮູ້​ຈັກ​ເຈົ້າ​ແລະ​ຊ່ວຍ​ເຫຼືອ​ເຈົ້າ​ບໍ່​ໄດ້. ລູຊິນດ້າ​ກັບ​ລູກ​ສາວ 2 ຄົນ​ຍ້າຍ​ໄປ​ຢູ່​ເມືອງ​ໃຫຍ່​ເມືອງ​ໜຶ່ງ​ໃນ​ອາຟຣິກາ​ໃຕ້. ລາວ​ເວົ້າ​ວ່າ: “ໝູ່​ແນະນຳ​ຂ້ອຍ​ໃຫ້​ພະຍາຍາມ​ຮູ້​ຈັກ​ພີ່ນ້ອງ​ໃນ​ປະຊາຄົມ​ໃໝ່​ແລະ​ສະໜິດ​ກັບ​ເຂົາເຈົ້າ. ໃຫ້​ອອກ​ໄປ​ປະກາດ​ກັບ​ເຂົາເຈົ້າ ແລະ​ອອກ​ຄຳ​ຄິດ​ເຫັນ​ຢູ່​ການ​ປະຊຸມ​ນຳ. ເຮົາ​ຍັງ​ບອກ​ພີ່ນ້ອງ​ວ່າ​ສາມາດ​ໃຊ້​ເຮືອນ​ຂອງ​ເຮົາ​ເປັນ​ບ່ອນ​ປະຊຸມ​ເພື່ອ​ການ​ປະກາດ​ໄດ້.”

ການ​ເຮັດ​ກິດຈະກຳ “ຄຽງ​ບ່າ​ຄຽງ​ໄຫຼ່” ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ໃໝ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຂັ້ມແຂງ​ແລະ​ພີ່ນ້ອງ​ກໍ​ຈະ​ໄດ້​ກຳລັງ​ໃຈ​ຄື​ກັນ. ແອນລີສ໌​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ຜູ້​ເບິ່ງແຍງ​ໃຫ້​ພະຍາຍາມ​ໄປ​ປະກາດ​ກັບ​ພີ່ນ້ອງ​ຫຼາຍ​ຄົນ. ຜົນ​ເປັນ​ແນວ​ໃດ? ລາວ​ເວົ້າ​ວ່າ: “ຂ້ອຍ​ເຫັນ​ວ່າ​ການ​ເຮັດ​ແບບ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ຮູ້ສຶກ​ວ່າ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ.” ນອກ​ຈາກ​ນັ້ນ ຖ້າ​ເຈົ້າ​ສະເໜີ​ໂຕ​ທີ່​ຈະ​ຊ່ວຍ​ວຽກ​ຕ່າງໆ ເຊັ່ນ: ເຮັດ​ອານາ​ໄມ​ຫຼື​ເບິ່ງແຍງ​ຮັກສາ​ຫໍປະຊຸມ ເຈົ້າ​ກໍ​ກຳລັງ​ເຮັດ​ໃຫ້​ພີ່ນ້ອງ​ເຫັນ​ວ່າ​ເຈົ້າ​ຖື​ວ່າ​ນີ້​ແມ່ນ​ປະຊາຄົມ​ຂອງ​ເຈົ້າ​ຄື​ກັນ. ແຮ່ງ​ເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ຕ່າງໆ ເຈົ້າ​ກໍ​ແຮ່ງ​ຈະ​ມີ​ຄວາມ​ສຸກ​ແລະ​ຮູ້ສຶກ​ວ່າ​ພີ່ນ້ອງ​ໃນ​ປະຊາຄົມ​ໃໝ່ເປັນ​ຄື​ກັບ​ຄອບຄົວ​ຂອງ​ເຈົ້າ.

ຜົວ​ເມຍ 2 ຄູ່​ກຳລັງ​ກິນ​ເຂົ້າ​ນຳ​ກັນ.

ຊອກ​ໝູ່​ໃໝ່

4. ຊອກ​ໝູ່​ໃໝ່. (2ກຣ. 6:11-13) ການ​ສະແດງ​ຄວາມ​ສົນໃຈ​ພີ່ນ້ອງ​ເປັນ​ສ່ວນ​ໂຕ​ເປັນ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ເປັນ​ໝູ່​ກັບ​ເຂົາເຈົ້າ. ດັ່ງນັ້ນ ໃຫ້​ໃຊ້​ເວລາ​ກ່ອນ​ປະຊຸມ​ແລະ​ຫຼັງ​ປະຊຸມ​ເພື່ອ​ລົມ​ກັບພີ່ນ້ອງ​ແລະ​ຮູ້​ຈັກ​ເຂົາເຈົ້າ​ໃຫ້​ຫຼາຍ​ຂຶ້ນ. ພະຍາຍາມ​ຮູ້​ຈັກ​ຊື່​ຂອງ​ພີ່ນ້ອງ​ແຕ່​ລະ​ຄົນ. ເມື່ອ​ເຈົ້າ​ຈື່​ຊື່​ພີ່ນ້ອງ​ໄດ້ ເຂົາເຈົ້າ​ກໍ​ຈະ​ຮູ້ສຶກ​ວ່າ​ເຈົ້າ​ຢາກ​ເປັນ​ໝູ່​ກັບ​ເຂົາເຈົ້າ ແລະ​ເມື່ອ​ເຈົ້າ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ ເຂົາເຈົ້າ​ກໍ​ຢາກ​ຈະ​ຮູ້​ຈັກ​ເຈົ້າ​ແລະ​ຢາກ​ເປັນ​ໝູ່​ກັບ​ເຈົ້າ.

ແທນ​ທີ່​ຈະ​ເປັນ​ຫ່ວງ​ຫຼາຍ​ໂພດ​ວ່າ​ເຈົ້າ​ຈະ​ເຂົ້າ​ກັບ​ພີ່ນ້ອງ​ໄດ້​ບໍ່ ໃຫ້​ເຈົ້າ​ພະຍາຍາມ​ເຮັດ​ໃຫ້​ພີ່ນ້ອງ​ໃນ​ປະຊາຄົມ​ໃໝ່​ເຫັນ​ວ່າ​ເຈົ້າ​ເປັນ​ຄົນ​ແນວ​ໃດ​ແທ້ໆ. ໃຫ້​ເຈົ້າ​ເຮັດ​ຄື​ກັບ​ລູຊິນດ້າ. ລາວ​ເວົ້າ​ວ່າ: “ເຮົາ​ມີ​ໝູ່​ສະໜິດ​ຫຼາຍ​ຄົນ​ຍ້ອນ​ເຮົາ​ເປັນ​ຝ່າຍ​ເລີ່ມ​ຊວນ​ພີ່ນ້ອງ​ມາ​ຫຼິ້ນ​ເຮືອນ​ເຮົາ.”

“ຕ້ອນຮັບ​ກັນ​ຢ່າງ​ອົບອຸ່ນ”

ການ​ໄປ​ປະຊຸມ​ຢູ່​ບ່ອນ​ທີ່​ບໍ່​ຮູ້​ຈັກ​ໃຜ​ອາດ​ບໍ່​ງ່າຍ​ສຳລັບ​ບາງ​ຄົນ. ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ພີ່ນ້ອງ​ທີ່​ຍ້າຍ​ມາ​ປະຊາຄົມ​ຂອງ​ເຈົ້າ? ໂປໂລ​ແນະນຳ​ວ່າ ໃຫ້ “ຕ້ອນຮັບ​ກັນ​ຢ່າງ​ອົບອຸ່ນ​ຄື​ກັບ​ທີ່​ພະຄລິດ​ຕ້ອນຮັບ​ພວກ​ເຈົ້າ.” (ຣມ. 15:7) ຜູ້​ເບິ່ງແຍງ​ຈະ​ຮຽນ​ແບບ​ພະ​ເຢຊູ​ໂດຍ​ຊ່ວຍ​ພີ່ນ້ອງ​ທີ່​ຍ້າຍ​ມາ​ໃໝ່​ໃຫ້​ຮູ້ສຶກ​ວ່າ​ໄດ້​ຮັບ​ການ​ຕ້ອນຮັບ. (ເບິ່ງ​ຂອບ “ສິ່ງ​ທີ່​ຕ້ອງ​ເຮັດ​ເມື່ອ​ຍ້າຍ​ໄປ​ປະຊາຄົມ​ໃໝ່”) ທີ່ຈິງ ບໍ່​ແມ່ນ​ແຕ່​ຜູ້​ເບິ່ງແຍງ​ເທົ່າ​ນັ້ນ​ທີ່​ເຮັດ​ໄດ້ ພີ່ນ້ອງ​ທຸກ​ຄົນ​ໃນ​ປະຊາຄົມ​ລວມ​ທັງ​ເດັກນ້ອຍ​ກໍ​ສາມາດ​ຊ່ວຍ​ພີ່ນ້ອງ​ທີ່​ຍ້າຍ​ມາ​ໃໝ່​ໃຫ້​ຮູ້ສຶກ​ວ່າ​ໄດ້​ຮັບ​ການ​ຕ້ອນຮັບ.

ສິ່ງ​ທີ່​ຕ້ອງ​ເຮັດ​ເມື່ອ​ຍ້າຍ​ໄປ​ປະຊາຄົມ​ໃໝ່

ສິ່ງ​ທີ່​ເຈົ້າ​ຄວນ​ເຮັດ: ກ່ອນ​ຈະ​ຍ້າຍ​ປະຊາຄົມ ໃຫ້​ເຈົ້າ​ລົມ​ກັບ​ຜູ້​ເບິ່ງແຍງ​ທັງ​ປະຊາຄົມ​ເກົ່າ​ແລະ​ປະຊາຄົມ​ໃໝ່​ລ່ວງ​ໜ້າ. ບອກ​ເຂົາເຈົ້າ​ວ່າ​ເຈົ້າ​ຈະ​ຍ້າຍ​ຕອນ​ໃດ ບອກ​ທີ່​ຢູ່​ໃໝ່​ຂອງ​ເຈົ້າ ແລະ​ບອກ​ເບີ​ໂທລະສັບ​ຂອງ​ເຈົ້າ​ນຳ. ໃຫ້​ແນ່​ໃຈ​ວ່າ​ເຈົ້າ​ຮູ້​ບ່ອນ​ປະຊຸມ​ແລະ​ເວລາ​ປະຊຸມ. ຕອນ​ທີ່​ເຂົ້າ​ຮ່ວມ​ປະຊຸມ​ເທື່ອ​ທຳອິດ​ກັບ​ປະຊາຄົມ​ໃໝ່ ໃຫ້​ເຈົ້າ​ແນະນຳ​ໂຕເອງ​ກັບ​ຜູ້​ເບິ່ງແຍງ​ແລະ​ພີ່ນ້ອງ.

ສິ່ງ​ທີ່​ຜູ້​ເບິ່ງແຍງ​ຄວນ​ເຮັດ: ເລຂາ​ຂອງ​ປະຊາຄົມ​ຄວນ​ສົ່ງ​ຈົດໝາຍ​ແນະນຳ​ໂຕ​ແລະ​ສົ່ງ​ບັດ​ຜູ້​ປະກາດ​ຂອງ​ປະຊາຄົມ​ຂອງ​ພີ່ນ້ອງ​ທີ່​ຈະ​ຍ້າຍ​ໄປ​ນັ້ນ​ໃຫ້​ປະຊາຄົມ​ໃໝ່​ທັນທີ. ຄະນະ​ກຳມະການ​ການ​ຮັບໃຊ້​ຂອງ​ປະຊາຄົມ​ໃໝ່​ຄວນ​ມອບໝາຍ​ກຸ່ມ​ປະກາດ​ໃຫ້​ພີ່ນ້ອງ​ທີ່​ຫາກໍ​ຍ້າຍ​ໄປ​ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ເປັນ​ເລື່ອງ​ທີ່​ດີ​ທີ່​ຜູ້​ເບິ່ງແຍງ​ກຸ່ມ​ຈະ​ໄປ​ຢາມ​ພີ່ນ້ອງ​ທີ່​ຫາກໍ​ຍ້າຍ​ມາ​ແລະ​ຕ້ອນຮັບ​ເຂົາເຈົ້າ.

ນອກ​ຈາກ​ຊວນ​ພີ່ນ້ອງ​ມາ​ຫຼິ້ນ​ຢູ່​ເຮືອນ​ແລ້ວ ການ​ຕ້ອນຮັບ​ພີ່ນ້ອງ​ຍັງ​ໝາຍເຖິງ​ການ​ຊ່ວຍ​ເຫຼືອ​ໃນ​ເລື່ອງ​ອື່ນ​ນຳ. ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ພາ​ພີ່ນ້ອງ​ຍິງ​ທີ່​ຍ້າຍ​ມາ​ໃໝ່​ໄປ​ເລາະ​ຫຼິ້ນ​ໃນ​ເມືອງ​ແລະ​ບອກ​ວິທີ​ເດີນທາງ​ດ້ວຍ​ລົດ​ໂດຍ​ສານ. ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ພີ່ນ້ອງ​ທີ່​ຍ້າຍ​ມາ​ໃໝ່​ປະທັບໃຈ​ຫຼາຍ​ແລະ​ຊ່ວຍ​ລາວ​ໃຫ້​ຮູ້ສຶກ​ສະບາຍ​ໃຈ​ໃນ​ການ​ຢູ່​ປະຊາຄົມ​ໃໝ່​ແລະ​ປັບ​ໂຕ​ໄດ້​ໄວ​ຂຶ້ນ.

ໂອກາດ​ທີ່​ຈະ​ກ້າວໜ້າ​ຫຼາຍ​ຂຶ້ນ

ນົກ​ນ້ອຍ​ອາດ​ບໍ່​ກ້າ​ບິນ​ອອກ​ຈາກ​ຮັງ​ເປັນ​ເທື່ອ​ທຳອິດ ແຕ່​ເມື່ອ​ມັນ​ໄດ້​ລອງ​ບິນ​ອອກ​ໄປ ໃນ​ທີ່​ສຸດ​ມັນ​ກໍ​ຈະ​ບິນ​ໄດ້​ສູງໆ. ຄ້າຍຄື​ກັນ ເມື່ອ​ຍ້າຍ​ໄປ​ປະຊາຄົມ​ໃໝ່ ເຈົ້າ​ອາດ​ຈະ​ຮູ້ສຶກ​ວ່າ​ບໍ່​ກ້າ​ເຮັດ​ບາງ​ຢ່າງ ແຕ່​ເມື່ອ​ເຈົ້າ​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້​ເຈົ້າ​ຈະ​ສາມາດ​ບິນ​ໄດ້​ສູງໆ​ແລະ​ພື​ປີກ​ອອກ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ນິໂຄລັດສ໌​ກັບ​ເຊລີນ​ເວົ້າ​ວ່າ: “ເພື່ອ​ຈະ​ປັບ​ໂຕ​ໃຫ້​ເຂົ້າ​ກັບ​ຄົນ​ອື່ນ​ແລະ​ສະຖານ​ທີ່​ໃໝ່ໆ​ໄດ້ ເຮົາ​ຕ້ອງ​ປູກ​ຝັງ​ຄຸນລັກສະນະ​ໃໝ່​ແບບ​ຄລິດສະຕຽນ.” ຊ໋ອງຊາລ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ໄດ້​ເວົ້າ​ເຖິງ​ປະໂຫຍດ​ທີ່​ຄອບຄົວ​ຂອງ​ລາວ​ໄດ້​ຮັບ. ລາວ​ເວົ້າ​ວ່າ: “ການ​ປ່ຽນແປງ​ເຮັດ​ໃຫ້​ລູກ​ຂອງ​ເຮົາ​ເປັນ​ຜູ້​ໃຫຍ່​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຫຼັງ​ຈາກ​ທີ່​ເຮົາ​ຍ້າຍ​ມາ​ໄດ້​ສອງ​ສາມ​ເດືອນ ລູກ​ສາວ​ຂອງ​ເຮົາ​ກໍ​ເລີ່ມ​ເຮັດ​ສ່ວນ​ນັກ​ຮຽນ​ໃນ​ການ​ປະຊຸມ​ກາງ​ອາທິດ ແລະ​ລູກ​ຊາຍ​ຂອງ​ເຮົາ​ກໍ​ເປັນ​ຜູ້​ປະກາດ​ທີ່​ຍັງ​ບໍ່​ຮັບ​ບັບເຕມາ.”

ເຈົ້າ​ຢາກ​ຍ້າຍ​ໄປ​ຊ່ວຍ​ໃນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ​ແຕ່​ສະພາບການ​ຂອງ​ເຈົ້າ​ພັດ​ເຮັດ​ບໍ່​ໄດ້ ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້ແດ່? ເຈົ້າ​ອາດ​ເລີ່ມ​ເຮັດ​ສິ່ງ​ໃໝ່ໆ​ໃນ​ປະຊາຄົມ​ທີ່​ເຈົ້າ​ຢູ່​ແລະ​ເອົາ​ຄຳ​ແນະນຳ​ທີ່​ເວົ້າ​ເຖິງ​ໃນ​ບົດ​ນີ້​ໄປ​ໃຊ້ ເຊັ່ນ: ໃຫ້​ວາງໃຈ​ພະ​ເຢໂຫວາ ພະຍາຍາມ​ມີ​ສ່ວນ​ຮ່ວມ​ໃນ​ປະຊາຄົມ​ຫຼາຍ​ຂຶ້ນ​ໂດຍ​ເຮັດວຽກ​ກັບ​ພີ່ນ້ອງ​ຄົນ​ອື່ນ ແລະ​ຊອກ​ໝູ່​ໃໝ່​ຫຼື​ເປັນ​ໝູ່​ທີ່​ດີ​ຂຶ້ນ. ນອກ​ຈາກ​ນັ້ນ ເຈົ້າ​ຈະ​ຊ່ວຍ​ພີ່ນ້ອງ​ທີ່​ຫາກໍ​ຮັບ​ບັບເຕມາ​ຫຼື​ພີ່ນ້ອງ​ທີ່​ມີ​ຄວາມ​ຈຳເປັນ​ໄດ້​ບໍ? ຍ້ອນ​ຄວາມ​ຮັກ​ຊ່ວຍ​ໃຫ້​ຮູ້​ວ່າ​ໃຜ​ເປັນ​ຄລິດສະຕຽນ​ແທ້ ເມື່ອ​ເຈົ້າ​ຊ່ວຍ​ເຫຼືອ​ພີ່ນ້ອງ​ເຈົ້າ​ກໍ​ແຮ່ງ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. (ຢຮ. 13:35) ຖ້າ​ເຈົ້າ​ເຮັດ​ສິ່ງ​ເຫຼົ່າ​ນີ້ ເຈົ້າ​ກໍ​ໝັ້ນໃຈ​ໄດ້​ວ່າ “ພະເຈົ້າ​ພໍໃຈ​ເຄື່ອງ​ບູຊາ​ແບບ​ນັ້ນ.”—ຮຣ. 13:16

ເຖິງ​ຈະ​ເຈິ​ຂໍ້​ທ້າທາຍ​ຫຼາຍ​ຢ່າງ ແຕ່​ພີ່ນ້ອງ​ຫຼາຍ​ຄົນ​ກໍ​ມີ​ຄວາມ​ສຸກ​ແລະ​ເກີດ​ຜົນ​ດີ​ໃນ​ປະຊາຄົມ​ໃໝ່. ເຈົ້າ​ກໍ​ເຮັດ​ໄດ້​ຄື​ກັນ. ແອນລີສ໌​ເວົ້າ​ວ່າ: “ການ​ຍ້າຍ​ໄປ​ຢູ່​ປະຊາຄົມ​ໃໝ່​ຊ່ວຍ​ຂ້ອຍ​ໃຫ້​ເປີດ​ໃຈ​ໃຫ້​ກວ້າງ​ຫຼາຍ​ຂຶ້ນ.” ຕອນນີ້​ຄາຊູມິ​ໝັ້ນໃຈ​ວ່າ ການ​ຍ້າຍ​ປະຊາຄົມ “ເຮັດ​ໃຫ້​ເຫັນ​ດ້ວຍ​ໂຕເອງ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ຫຼາຍ​ກວ່າ​ທີ່​ຜ່ານ​ມາ.” ຈູລ​ເວົ້າ​ແນວ​ໃດ? ລາວ​ເວົ້າ​ວ່າ: “ເມື່ອ​ຂ້ອຍ​ສະໜິດ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ໃໝ່​ຫຼາຍ​ຂຶ້ນ ຂ້ອຍ​ກໍ​ຮູ້ສຶກ​ຄື​ກັບ​ວ່າ​ໄດ້​ຢູ່​ເຮືອນ​ຂອງ​ໂຕເອງ. ຕອນນີ້​ຂ້ອຍ​ສະໜິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ​ຈົນ​ຄິດ​ວ່າ​ຖ້າ​ຕ້ອງ​ຍ້າຍ​ອີກ​ຂ້ອຍ​ຕ້ອງ​ຮູ້ສຶກ​ເສົ້າໃຈ​ແທ້ໆ.”

a ເບິ່ງ​ຄຳ​ແນະນຳ​ໃນ​ບົດ​ຄວາມ “ການ​ຮັບມື​ກັບ​ໂລກ​ຄິດ​ຮອດ​ບ້ານ​ໃນ​ວຽກ​ຮັບໃຊ້​ພະເຈົ້າ” ໃນ​ຫໍສັງເກດການ 15 ພຶດສະພາ 1994. (ພາສາ​ໄທ)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌