ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ24 ກໍລະກົດ ໜ້າ 20-25
  • ບົດ​ຮຽນ​ສຳຄັນ​ຈາກ​ກະສັດ​ຂອງ​ອິດສະຣາເອນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ບົດ​ຮຽນ​ສຳຄັນ​ຈາກ​ກະສັດ​ຂອງ​ອິດສະຣາເອນ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເຂົາເຈົ້າ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ
  • ເຂົາເຈົ້າ​ກັບໃຈ​ແທ້ໆ​ຈາກ​ການ​ເຮັດ​ຜິດ
  • ເຂົາເຈົ້າ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ຖືກຕ້ອງ
  • ຮຽນ​ຈາກ​ຄຳເວົ້າ​ສຸດທ້າຍ​ຂອງ​ຜູ້​ຮັບໃຊ້​ທີ່​ສັດຊື່
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຕັດສິນໃຈໃນແບບທີ່ສະແດງວ່າເຮົາເພິ່ງພະເຢໂຫວາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເປັນ “ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ໃຫ້​ຖ່ອມ​ໃຈ​ຍອມຮັບ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ຫ24 ກໍລະກົດ ໜ້າ 20-25

ບົດ​ຄວາມ​ສຶກສາ​ທີ 30

ເພງ​ທີ 36 ປົກປ້ອງ​ຫົວໃຈ​ຂອງ​ເຮົາ

ບົດ​ຮຽນ​ສຳຄັນ​ຈາກ​ກະສັດ​ຂອງ​ອິດສະຣາເອນ

“ພວກ​ເຈົ້າ​ຈະ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ຄົນ​ດີ​ກັບ​ຄົນ​ຊົ່ວ ແລະ​ຄົນ​ທີ່​ຮັບໃຊ້​ພະເຈົ້າ​ກັບ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ເພິ່ນ.”—ມລກ. 3:18

ຈຸດ​ສຳຄັນ

ການ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ເບິ່ງ​ກະສັດ​ຂອງ​ອິດສະຣາເອນ​ແນວ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ.

1-2. ຄຳພີ​ໄບເບິນ​ບອກ​ເຮົາ​ໃຫ້​ຮູ້​ຫຍັງ​ກ່ຽວກັບ​ກະສັດ​ຂອງ​ອິດສະຣາເອນ​ບາງ​ຄົນ?

ຄຳພີ​ໄບເບິນ​ເວົ້າ​ເຖິງ​ກະສັດ​ຂອງ​ອິດສະຣາເອນ​ຫຼາຍ​ກວ່າ 40 ຄົນ.a ຄຳພີ​ໄບເບິນ​ບອກ​ເຮົາ​ແຈ້ງໆ​ກ່ຽວກັບ​ບາງ​ສິ່ງ​ທີ່​ກະສັດ​ເຫຼົ່າ​ນີ້​ເຮັດ​ແລະ​ຍັງ​ບອກ​ເຮົາ​ໃຫ້​ຮູ້​ວ່າ​ກະສັດ​ທີ່​ດີ​ກໍ​ເຄີຍ​ເຮັດ​ສິ່ງ​ທີ່​ບໍ່​ດີ. ຕົວຢ່າງ​ເຊັ່ນ: ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ດາວິດ​ທີ່​ເປັນ​ກະສັດ​ທີ່​ດີ. ພະ​ເຢໂຫວາ​ເວົ້າ​ວ່າ: “ດາວິດ​ຜູ້​ຮັບໃຊ້​ຂອງ​ເຮົາ . . . ເຊື່ອຟັງ​ເຮົາ​ສຸດ​ຫົວໃຈ ແລະ​ເຮັດ​ສິ່ງ​ທີ່​ເຮົາ​ເບິ່ງ​ວ່າ​ຖືກຕ້ອງ.” (1ກສ. 14:8) ເຖິງ​ຈະ​ເປັນ​ແນວ​ນັ້ນ ດາວິດ​ກໍ​ເຄີຍ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ເມຍ​ຂອງ​ຄົນ​ອື່ນ ແລະ​ລາວ​ຍັງ​ໄດ້​ວາງ​ແຜນ​ໃຫ້​ຜົວ​ຂອງ​ຜູ້​ຍິງ​ຄົນ​ນັ້ນ​ຖືກ​ຂ້າ​ຢູ່​ສະໜາມ​ຮົບ.—2ຊມ. 11:4, 14, 15

2 ຄຳພີ​ໄບເບິນ​ຍັງ​ບອກ​ໃຫ້​ຮູ້​ວ່າ​ກະສັດ​ທີ່​ບໍ່​ດີ​ກໍ​ເຄີຍ​ເຮັດ​ສິ່ງ​ທີ່​ດີ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ເຣໂຮໂບອາມ. ພະ​ເຢໂຫວາ​ຖື​ວ່າ​ລາວ​ເປັນ​ຄົນ​ທີ່ “ເຮັດ​ຊົ່ວ.” (2ຂຄ. 12:14) ແຕ່​ເຣໂຮໂບອາມ​ກໍ​ເຊື່ອຟັງ​ພະ​ເຢໂຫວາ​ຕອນ​ທີ່​ເພິ່ນ​ບອກ​ລາວ​ວ່າ​ບໍ່​ຕ້ອງ​ໄປ​ຕໍ່ສູ້​ກັບ​ອິດສະຣາເອນ 10 ຕະກູນ​ທີ່​ແຍກ​ອອກ​ຈາກ​ການ​ປົກຄອງ​ຂອງ​ລາວ. ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ເຮັດ​ໃຫ້​ເມືອງ​ຕ່າງໆ​ເຂັ້ມແຂງ​ຂຶ້ນ​ເພື່ອ​ປົກປ້ອງ​ປະຊາຊົນ​ຂອງ​ພະເຈົ້າ​ຈາກ​ພວກ​ສັດຕູ.—1ກສ. 12:21-24; 2ຂຄ. 11:5-12

3. ມີ​ຄຳ​ຖາມ​ສຳຄັນ​ຫຍັງ​ເກີດຂຶ້ນ ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

3 ຖ້າ​ກະສັດ​ອິດສະຣາເອນ​ເຄີຍ​ເຮັດ​ສິ່ງ​ທີ່​ດີ​ແລະ​ບໍ່​ດີ ພະ​ເຢໂຫວາ​ໃຊ້​ຫຍັງ​ເພື່ອ​ຕັດສິນ​ວ່າ​ກະສັດ​ຜູ້​ນັ້ນ​ເປັນ​ຄົນ​ສັດຊື່​ຫຼື​ບໍ່? ຄຳ​ຕອບ​ສຳລັບ​ຄຳ​ຖາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. ໃນ​ບົດ​ນີ້ ເຮົາ​ຈະ​ເບິ່ງ 3 ສິ່ງ​ທີ່​ພະ​ເຢໂຫວາ​ຄິດ​ເຖິງ​ເຊິ່ງ​ຊ່ວຍ​ເພິ່ນ​ໃນ​ການ​ຕັດສິນ​ກະສັດ​ຂອງ​ອິດສະຣາເອນ. ສາມ​ສິ່ງ​ນັ້ນ​ແມ່ນ (1) ສະພາບ​ຫົວໃຈ​ຂອງ​ເຂົາເຈົ້າ (2) ເຂົາເຈົ້າ​ກັບໃຈ​ແທ້ໆ​ບໍ ແລະ (3) ເຂົາເຈົ້າ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ຖືກຕ້ອງ​ບໍ.

ເຂົາເຈົ້າ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ

4. ກະສັດ​ທີ່​ດີ​ກັບ​ກະສັດ​ທີ່​ບໍ່​ດີ​ຕ່າງ​ກັນ​ແນວ​ໃດ?

4 ກະສັດ​ອິດສະຣາເອນ​ທີ່​ດີ​ຈະ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ.b ກະສັດ​ເຢໂຮຊາຟັດ “ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ.” (2ຂຄ. 22:9) ຄຳພີ​ໄບເບິນ​ເວົ້າ​ເຖິງ​ໂຢສີຢາ​ວ່າ: “ບໍ່​ມີ​ກະສັດ​ອົງ​ໃດ​ເປັນ​ຄື​ກັບ​ລາວ ບໍ່​ວ່າ​ຈະ​ກ່ອນ​ຫຼື​ຫຼັງ​ລາວ ເພາະ​ວ່າ​ລາວ​ກັບ​ມາ​ຫາ​ພະ​ເຢໂຫວາ​ແລະ​ຮັບໃຊ້​ເພິ່ນ​ດ້ວຍ​ສຸດ​ຫົວໃຈ.” (2ກສ. 23:25) ແລ້ວ​ໂຊໂລໂມນ​ເດ​ທີ່​ຕໍ່​ມາ​ເຮັດ​ສິ່ງ​ທີ່​ບໍ່​ດີ? ຄຳພີ​ໄບເບິນ​ບອກ​ວ່າ: “ລາວ​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ດ້ວຍ​ສຸດ​ຫົວໃຈ.” (1ກສ. 11:4) ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ຍັງ​ເວົ້າ​ເຖິງ​ອາບີຢຳ​ກະສັດ​ທີ່​ບໍ່​ດີ​ວ່າ ລາວ “ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ສຸດ​ຫົວໃຈ.”—1ກສ. 15:3

5. ການ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ​ໝາຍ​ຄວາມ​ວ່າ​ແນວ​ໃດ?

5 ການ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ​ໝາຍ​ຄວາມ​ວ່າ​ແນວ​ໃດ? ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ​ຈະ​ບໍ່​ຮັບໃຊ້​ເພິ່ນ​ແບບ​ພໍ​ເປັນ​ພິທີ​ເທົ່າ​ນັ້ນ ແຕ່​ລາວ​ຈະ​ຮັບໃຊ້​ຍ້ອນ​ຮັກ​ແລະ​ນັບຖື​ພະ​ເຢໂຫວາ​ຫຼາຍ ແລະ​ລາວ​ຈະ​ເຮັດ​ແບບ​ນັ້ນ​ຕໍ່ໆ​ໄປ​ຕະຫຼອດ​ຊີວິດ​ຂອງ​ລາວ.

6. ເຮົາ​ຈະ​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ​ສະເໝີ​ໄດ້​ແນວ​ໃດ? (ສຸພາສິດ 4:23; ມັດທາຍ 5:29, 30)

6 ເຮົາ​ຈະ​ຮຽນ​ແບບ​ກະສັດ​ທີ່​ດີ​ທີ່​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ​ສະເໝີ​ໄດ້​ແນວ​ໃດ? ເຮົາ​ເຮັດ​ໄດ້​ໂດຍ​ຫຼີກລ່ຽງ​ອິດທິພົນ​ຕ່າງໆ​ທີ່​ບໍ່​ດີ. ຕົວຢ່າງ​ເຊັ່ນ: ຄວາມ​ບັນເທີງ​ທີ່​ບໍ່​ດີ​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ. ການ​ຫຼິ້ນ​ນຳ​ໝູ່​ທີ່​ບໍ່​ດີ​ແລະ​ການ​ຮັກ​ເງິນ​ກໍ​ອາດ​ເຮັດ​ໃຫ້​ເຮົາ​ເປັນ​ແບບ​ນັ້ນ​ຄື​ກັນ. ຖ້າ​ເຮົາ​ເຫັນ​ວ່າ​ເລີ່ມ​ມີ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ຫຼຸດ​ລົງ ເຮົາ​ຕ້ອງ​ຟ້າວ​ຈັດການ​ກັບ​ມັນ​ທັນທີ.—ອ່ານ​ສຸພາສິດ 4:23; ມັດທາຍ 5:29, 30

7. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຕ້ອງ​ຫຼີກລ່ຽງ​ອິດທິພົນ​ທີ່​ບໍ່​ດີ?

7 ເຮົາ​ຕ້ອງ​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ​ແລະ​ບໍ່​ຍອມ​ໃຫ້​ອັນ​ໃດ​ມາ​ແບ່ງ​ແຍກ​ຫົວໃຈ​ຂອງ​ເຮົາ. ຖ້າ​ເຮົາ​ບໍ່​ລະວັງ ເຮົາ​ອາດ​ຕົວະ​ໂຕເອງ​ໂດຍ​ຄິດ​ວ່າ​ຖ້າ​ເຮົາ​ຫຍຸ້ງ​ຢູ່​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ ເຮົາ​ບໍ່​ຕ້ອງ​ລະວັງ​ອິດທິພົນ​ທີ່ບໍ່​ດີກໍໄດ້. ໃຫ້​ເບິ່ງ​ຕົວຢ່າງ​ປຽບທຽບ​ຕໍ່​ໄປ​ນີ້. ສົມມຸດ​ວ່າມື້​ໜຶ່ງ​ອາກາດ​ຮ້ອນ​ຫຼາຍ. ເມື່ອ​ເຈົ້າ​ກັບ​ມາ​ຮອດ​ເຮືອນ​ເຈົ້າ​ກໍ​ເປີດ​ແອ ຖ້າ​ເຈົ້າ​ເປີດ​ແອ​ແຕ່​ບໍ່​ໄດ້​ປິດ​ປະຕູ ເຈົ້າ​ຄິດ​ວ່າ​ເຮືອນ​ຊິ​ເຢັນ​ບໍ​ຖ້າ​ມີ​ອາຍ​ຮ້ອນ​ເຂົ້າ​ມາ? ຈຸດ​ສຳຄັນ​ແມ່ນ​ຫຍັງ? ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ຮັບ​ອາຫານ​ທີ່​ເສີມ​ຄວາມ​ເຊື່ອ​ທີ່​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ເທົ່າ​ນັ້ນ ແຕ່​ເຮົາ​ຕ້ອງ​ປິດ​ປະຕູ​ບໍ່​ຍອມ​ໃຫ້​ອາຍ​ຮ້ອນ​ທີ່​ເປັນ​ຄື​ກັບ​ອິດທິພົນ​ທີ່​ບໍ່​ດີ​ເຂົ້າ​ມາ​ໃນ​ຫົວໃຈ​ແລະ​ເຮັດ​ໃຫ້​ຫົວໃຈ​ຂອງ​ເຮົາ​ຖືກ​ແບ່ງ​ແຍກ.—ອຟຊ. 2:2

ເຂົາເຈົ້າ​ກັບໃຈ​ແທ້ໆ​ຈາກ​ການ​ເຮັດ​ຜິດ

8-9. ເມື່ອ​ກະສັດ​ດາວິດ​ແລະ​ກະສັດ​ເຮເຊກີຢາ​ຖືກ​ຕັກ​ເຕືອນ ເຂົາເຈົ້າ​ເຮັດ​ແນວ​ໃດ? (ເບິ່ງ​ຮູບ​ໜ້າ​ປົກ)

8 ຄື​ກັບ​ທີ່​ເຮົາ​ໄດ້​ອ່ານ​ໃນ​ຂໍ້​ທີ 1 ກະສັດ​ດາວິດ​ເຮັດ​ຜິດ​ຮ້າຍ​ແຮງ ແຕ່​ເມື່ອ​ຜູ້​ພະຍາກອນ​ນາທານ​ບອກ​ດາວິດ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ຄວາມ​ຜິດ​ທີ່​ລາວ​ເຮັດ ດາວິດ​ກໍ​ຖ່ອມ​ໂຕ​ແລະ​ກັບໃຈ. (2ຊມ. 12:13) ຄຳເວົ້າ​ຂອງ​ດາວິດ​ທີ່​ຢູ່​ໃນ​ເພງ​ສັນລະເສີນ​ບົດ 51 ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ລາວ​ເສຍໃຈ​ແທ້ໆ​ໃນ​ສິ່ງ​ທີ່​ລາວ​ເຮັດ. ດາວິດ​ບໍ່​ໄດ້​ເຮັດ​ທຳທ່າ​ເສຍໃຈ​ເພື່ອ​ຕົວະ​ນາທານ​ຫຼື​ເພື່ອ​ຈະ​ບໍ່​ຖືກ​ລົງໂທດ.—ພສ. 51:3, 4, 17, ຫົວ​ບົດ

9 ກະສັດ​ເຮເຊກີຢາ​ກໍ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ຄື​ກັນ. ຄຳພີ​ໄບເບິນ​ບອກ​ວ່າ: “ລາວ​ກາຍ​ເປັນ​ຄົນ​ຍິ່ງ​ຈອງຫອງ ພະເຈົ້າ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຮເຊກີຢາ ຄົນ​ຢູດາ ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ.” (2ຂຄ. 32:25) ເປັນ​ຫຍັງ​ເຮເຊກີຢາ​ຈຶ່ງ​ກາຍ​ເປັນ​ຄົນ​ຍິ່ງ? ອາດ​ເປັນ​ຍ້ອນ​ລາວ​ຄິດ​ວ່າ​ລາວ​ຮັ່ງ ເອົາ​ຊະນະ​ພວກ​ອັດຊີເຣຍ​ໄດ້ ແລະ​ເຊົາ​ເຈັບ​ປ່ວຍ​ແບບ​ອັດສະຈັນ. ເປັນ​ໄປ​ໄດ້​ທີ່​ຄວາມ​ຍິ່ງ​ອາດ​ເຮັດ​ໃຫ້​ລາວ​ຢາກ​ອວດ​ຄວາມ​ຮັ່ງມີ​ໃຫ້​ຄົນ​ບາບີໂລນ​ເຫັນ. ຜູ້​ພະຍາກອນ​ເອຊາຢາ​ຈຶ່ງ​ບອກ​ລາວ​ວ່າ ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ລາວ​ຫຼາຍ. (2ກສ. 20:12-18) ແຕ່​ຄື​ກັບ​ດາວິດ ເຮເຊກີຢາ​ຖ່ອມ​ໂຕ​ແລະ​ກັບໃຈ. (2ຂຄ. 32:26) ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈຶ່ງ​ຖື​ວ່າ​ເຮເຊກີຢາ​ເປັນ​ກະສັດ​ທີ່​ສັດຊື່​ແລະ​ລາວ “ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ​ສະເໝີ.”—2ກສ. 18:3

ຮູບ: 1. ກະສັດ​ດາວິດ​ເສຍໃຈ​ແລະ​ແນມ​ຂຶ້ນ​ໄປ​ເທິງ​ຟ້າ ນາທານ​ກຳລັງ​ເວົ້າ​ກັບ​ລາວ 2. ກະສັດ​ເຮເຊກີຢາ​ເອົາ​ມື​ຈັບ​ໜ້າ​ຜາກ​ດ້ວຍ​ຄວາມ​ເສຍໃຈ​ຕອນ​ທີ່​ເອຊາຢາ​ເວົ້າ​ກັບ​ລາວ.

ກະສັດ​ດາວິດ​ແລະ​ກະສັດ​ເຮເຊກີຢາ​ຖ່ອມ​ໂຕ​ແລະ​ກັບໃຈ​ຕອນ​ທີ່​ຜູ້​ພະຍາກອນ​ຕັກ​ເຕືອນ​ເຂົາເຈົ້າ (ເບິ່ງ​ຂໍ້ 8-9)


10. ເມື່ອ​ກະສັດ​ອາມາຊີຢາ​ຖືກ​ຕັກ​ເຕືອນ ລາວ​ເຮັດ​ແນວ​ໃດ?

10 ອາມາຊີຢາ​ກະສັດ​ຂອງ​ຢູດາ​ບໍ່​ຄື​ກັບ​ດາວິດ​ແລະ​ເຮເຊກີຢາ. ລາວ​ເຮັດ​ສິ່ງ​ທີ່​ຖືກຕ້ອງ “ແຕ່​ບໍ່​ໄດ້​ເຮັດ​ສຸດ​ຫົວໃຈ.” (2ຂຄ. 25:2) ອາມາຊີຢາ​ເຮັດ​ຫຍັງ​ຜິດ? ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ຕໍ່ສູ້​ຊະນະ​ພວກ​ເອໂດມ ລາວ​ກໍ​ເລີ່ມ​ຂາບ​ໄຫວ້​ຮູບ​ພະ​ຂອງ​ພວກ​ເອໂດມ.c ເມື່ອ​ຜູ້ພະຍາກອນ​ຂອງ​ພະ​ເຢໂຫວາ​ໄປ​ເຕືອນ​ລາວໃນ​ເລື່ອງ​ນີ້ ລາວ​ກໍ​ບໍ່​ຟັງ​ແລະ​ໄດ້​ໄລ່​ຜູ້​ພະຍາກອນ​ໜີ.—2ຂຄ. 25:14-16

11. ຕາມ 2 ໂກຣິນໂທ 7:9, 11 ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ພະ​ເຢໂຫວາ​ຈະ​ຍົກໂທດ​ໃຫ້​ເຮົາ? (ເບິ່ງ​ຮູບ​ນຳ)

11 ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ເຫຼົ່າ​ນີ້? ເຮົາ​ຕ້ອງ​ກັບໃຈ​ຈາກ​ຄວາມ​ຜິດ​ທີ່​ເຮົາ​ເຮັດ ແລະ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຈະ​ບໍ່​ເຮັດ​ຜິດ​ຊ້ຳ​ອີກ. ຖ້າ​ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ​ແມ່ນ​ແຕ່​ໃນ​ເລື່ອງ​ທີ່​ເຮົາ​ຄິດ​ວ່າ​ເປັນ​ເລື່ອງ​ນ້ອຍໆ ເຮົາ​ຈະ​ເຮັດ​ແນວ​ໃດ? ເຮົາ​ບໍ່​ຄວນ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ເຮົາ​ຫຼື​ຜູ້​ເບິ່ງແຍງ​ບໍ່​ມັກ​ເຮົາ. ຂໍ​ໃຫ້​ຈື່​ໄວ້​ວ່າ​ແມ່ນ​ແຕ່​ກະສັດ​ທີ່​ດີ​ຂອງ​ອິດສະຣາເອນ​ກໍ​ຍັງ​ຕ້ອງ​ໄດ້​ຮັບ​ຄຳ​ແນະນຳ​ແລະ​ການ​ຕັກ​ເຕືອນ. (ຮຣ. 12:6) ເມື່ອ​ເຮົາ​ຖືກ​ຕັກ​ເຕືອນ ເຮົາ​ຄວນ (1) ຖ່ອມ​ໂຕ​ແລະ​ຍອມຮັບ​ຄຳ​ຕັກ​ເຕືອນ (2) ປ່ຽນແປງ​ໂຕເອງ ແລະ (3) ຕັ້ງໃຈ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ​ຕໍ່ໆ​ໄປ. ຖ້າ​ເຮົາ​ກັບໃຈ​ຈາກ​ການ​ເຮັດ​ຜິດ ພະ​ເຢໂຫວາ​ກໍ​ຈະ​ຍົກໂທດ​ໃຫ້​ເຮົາ.—ອ່ານ 2 ໂກຣິນໂທ 7:9, 11

ຮູບ: 1. ຜູ້​ເບິ່ງແຍງ​ທີ່​ອາຍຸ​ນ້ອຍ​ລົມ​ກັບ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ ພີ່ນ້ອງ​ຊາຍ​ຄົນ​ນັ້ນ​ຫຼຽວ​ເບິ່ງ​ແກ້ວ​ເຫຼົ້າ. 2. ພີ່ນ້ອງ​ຊາຍ​ຄົນ​ນັ້ນ​ຄົນ​ຄວ້າ​ເບິ່ງ​ຄຳພີ​ໄບເບິນ​ແລະ​ປຶ້ມ “ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!” ບົດ 43. 3. ພີ່ນ້ອງ​ຊາຍ​ທີ່​ອາຍຸ​ນ້ອຍ​ແລະ​ພີ່ນ້ອງ​ຊາຍ​ຄົນ​ນັ້ນ​ປະກາດ​ຕາມ​ບ້ານ​ເຮືອນ​ນຳ​ກັນ.

ເມື່ອ​ເຮົາ​ຖືກ​ຕັກ​ເຕືອນ ເຮົາ​ຄວນ (1) ຖ່ອມ​ໂຕ​ແລະ​ຍອມຮັບ​ຄຳ​ຕັກ​ເຕືອນ (2) ປ່ຽນແປງ​ໂຕເອງ ແລະ (3) ຕັ້ງໃຈ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ​ຕໍ່ໆ​ໄປ (ເບິ່ງ​ຂໍ້ 11)f


ເຂົາເຈົ້າ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ຖືກຕ້ອງ

12. ອັນ​ໃດ​ເຮັດ​ໃຫ້​ກະສັດ​ທີ່​ດີ​ຕ່າງ​ຈາກ​ກະສັດ​ທີ່​ບໍ່​ດີ?

12 ກະສັດ​ທີ່​ພະ​ເຢໂຫວາ​ຖື​ວ່າ​ເປັນ​ຄົນ​ດີ​ຕ້ອງ​ນະມັດສະການ​ເພິ່ນ​ໃນ​ແບບ​ທີ່​ຖືກຕ້ອງ​ແລະ​ຊ່ວຍ​ປະຊາຊົນ​ໃຫ້​ເຮັດ​ແບບ​ນັ້ນ​ຄື​ກັນ. ແມ່ນ​ຢູ່​ວ່າ​ກະສັດ​ທີ່​ດີ​ເຫຼົ່າ​ນັ້ນ​ໄດ້​ເຮັດ​ຜິດ​ພາດ​ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ ແຕ່​ເຂົາເຈົ້າ​ກໍ​ນະມັດສະການ​ພະ​ເຢໂຫວາ​ຜູ້​ດຽວ​ແລະ​ພະຍາຍາມ​ທຳລາຍ​ຮູບ​ບູຊາ​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ​ອິດສະຣາເອນ.d

13. ເປັນ​ຫຍັງ​ພະ​ເຢໂຫວາ​ຕັດສິນ​ວ່າ​ອາຮາບ​ເປັນ​ກະສັດ​ທີ່​ບໍ່​ດີ?

13 ເປັນ​ຫຍັງ​ພະ​ເຢໂຫວາ​ຕັດສິນ​ກະສັດ​ບາງ​ຄົນ​ວ່າ​ເປັນ​ຄົນ​ບໍ່​ດີ? ແນ່ນອນ​ວ່າ​ບໍ່​ແມ່ນ​ທຸກ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ມັນ​ບໍ່​ດີ. ແມ່ນ​ແຕ່​ອາຮາບ​ກະສັດ​ທີ່​ຊົ່ວ​ກໍ​ສະແດງ​ຄວາມ​ຖ່ອມ​ແລະ​ຮູ້ສຶກ​ເສຍໃຈ​ເມື່ອ​ຮູ້​ວ່າ​ລາວ​ມີ​ສ່ວນ​ທີ່​ເຮັດ​ໃຫ້​ນາໂບດ​ຕາຍ. (1ກສ. 21:27-29) ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ສ້າງ​ເມືອງ​ຕ່າງໆ​ແລະ​ຕໍ່ສູ້​ຊະນະ​ສັດຕູ​ຂອງ​ອິດສະຣາເອນ​ນຳ. (1ກສ. 20:21, 29; 22:39) ແຕ່​ອາຮາບ​ກໍ​ເຮັດ​ຊົ່ວ​ຫຼາຍ​ໂດຍ​ສະໜັບສະໜູນ​ການ​ນະມັດສະການ​ປອມ​ຍ້ອນ​ໄດ້​ຮັບ​ອິດທິພົນ​ທີ່​ບໍ່​ດີ​ຈາກ​ເມຍ. ລາວ​ບໍ່​ເຄີຍ​ກັບໃຈ​ໃນ​ເລື່ອງ​ນີ້​ເລີຍ.—1ກສ. 21:25, 26

14. (ກ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຖື​ວ່າ​ເຣໂຮໂບອາມ​ເປັນ​ກະສັດ​ທີ່​ບໍ່​ດີ? (ຂ) ກະສັດ​ສ່ວນ​ຫຼາຍ​ຂອງ​ອິດສະຣາເອນ​ໄດ້​ເຮັດ​ຫຍັງ​ຜິດ?

14 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ກະສັດ​ທີ່​ບໍ່​ດີ​ອີກ​ຜູ້​ໜຶ່ງ ນັ້ນ​ແມ່ນ​ເຣໂຮໂບອາມ. ຄື​ກັບ​ທີ່​ເວົ້າ​ໄປ​ແລ້ວ​ໃນ​ຂໍ້ 2 ເຣໂຮໂບອາມ​ເຮັດ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ ແຕ່​ເມື່ອ​ການ​ປົກຄອງ​ຂອງ​ລາວ​ໝັ້ນຄົງ​ແລ້ວ ລາວ​ກໍ​ເຊົາ​ເຮັດ​ຕາມ​ກົດໝາຍ​ຂອງ​ພະ​ເຢໂຫວາ​ແລະ​ໄປ​ນະມັດສະການ​ພະເຈົ້າ​ປອມ. (2ຂຄ. 12:1) ຕໍ່​ມາ ບາງ​ເທື່ອ​ລາວ​ກໍ​ນະມັດສະການ​ພະ​ເຢໂຫວາ​ແລະ​ບາງ​ເທື່ອ​ລາວ​ກໍ​ນະມັດສະການ​ພະເຈົ້າ​ປອມ. (1ກສ. 14:21-24) ບໍ່​ແມ່ນ​ແຕ່​ເຣໂຮໂບອາມ​ກັບ​ອາຮາບ​ເທົ່າ​ນັ້ນ​ທີ່​ນະມັດສະການ​ພະເຈົ້າ​ປອມ. ທີ່ຈິງ ກະສັດ​ສ່ວນ​ຫຼາຍ​ທີ່​ເຄີຍ​ປົກຄອງ​ອິດສະຣາເອນ​ບໍ່​ສັດຊື່​ຍ້ອນ​ເຂົາເຈົ້າ​ນະມັດສະການ​ພະເຈົ້າ​ປອມ ແລະ​ສົ່ງເສີມ​ປະຊາຊົນ​ໃຫ້​ເຮັດ​ແບບ​ນັ້ນ​ຄື​ກັນ. ເຫັນ​ໄດ້​ແຈ້ງ​ວ່າ ສຳລັບ​ພະ​ເຢໂຫວາ​ການ​ນະມັດສະການ​ທີ່​ຖືກຕ້ອງ​ເປັນ​ສິ່ງ​ທີ່​ເພິ່ນ​ໃຊ້​ເພື່ອ​ຕັດສິນ​ວ່າ​ໃຜ​ເປັນ​ກະສັດ​ທີ່​ດີ​ຫຼື​ບໍ່​ດີ.

15. ເປັນ​ຫຍັງ​ການ​ນະມັດສະການ​ໃນ​ແບບ​ທີ່​ຖືກຕ້ອງ​ຈຶ່ງ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ​ສຳລັບ​ພະ​ເຢໂຫວາ?

15 ເປັນ​ຫຍັງ​ການ​ນະມັດສະການ​ຈຶ່ງ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ​ສຳລັບ​ພະ​ເຢໂຫວາ? ເຫດຜົນ​ໜຶ່ງ​ແມ່ນ ກະສັດ​ມີ​ໜ້າທີ່​ນຳໜ້າ​ປະຊາຊົນ​ໃນ​ການ​ນະມັດສະການ​ໃນ​ແບບ​ທີ່​ຖືກຕ້ອງ. ນອກ​ຈາກ​ນັ້ນ ການ​ນະມັດສະການ​ພະເຈົ້າ​ປອມ​ເຮັດ​ໃຫ້​ກະສັດ​ແລະ​ຄົນ​ອິດສະຣາເອນ​ເຮັດ​ຜິດ​ຮ້າຍ​ແຮງ​ແລະ​ເຮັດ​ໃຫ້​ເຂົາເຈົ້າ​ເຮັດ​ສິ່ງ​ທີ່​ບໍ່​ດີ. (ຮຊອ. 4:1, 2) ຍ້ອນ​ກະສັດ​ແລະ​ຄົນ​ອິດສະຣາເອນ​ໝົດ​ຊາດ​ເປັນ​ຂອງ​ພະ​ເຢໂຫວາ ເມື່ອ​ເຂົາເຈົ້າ​ບໍ່​ສັດຊື່​ຕໍ່​ເພິ່ນ​ໂດຍ​ໄປ​ນະມັດສະການ​ພະເຈົ້າ​ປອມ​ຈຶ່ງ​ເປັນ​ຄື​ກັບ​ການ​ຫຼິ້ນຊູ້. (ຢຣມ. 3:8, 9) ຄົນ​ທີ່​ຫຼິ້ນຊູ້​ບໍ່​ສັດຊື່​ຕໍ່​ຄູ່​ຂອງ​ໂຕເອງ​ແລະ​ເຮັດ​ໃຫ້​ຄູ່​ຂອງ​ລາວ​ເຈັບ​ປວດ​ໃຈ​ຫຼາຍ. ຄ້າຍຄື​ກັນ ຜູ້​ຮັບໃຊ້​ຂອງ​ພະເຢໂຫວາ​ທີ່​ອຸທິດ​ໂຕ​ໃຫ້​ເພິ່ນ ແລ້ວ​ໄປ​ນະມັດສະການ​ພະເຈົ້າ​ປອມ​ກໍ​ບໍ່​ສັດຊື່​ຕໍ່​ເພິ່ນ​ແລະ​ເຮັດ​ໃຫ້​ເພິ່ນ​ເຈັບ​ປວດ​ໃຈ​ຫຼາຍ.e—ພບຍ. 4:23, 24

16. ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ເບິ່ງ​ວ່າ​ເຮົາ​ເປັນ​ຄົນ​ດີ ເຮົາ​ຕ້ອງ​ເຮັດ​ຫຍັງ?

16 ເຮົາ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເຮົາ​ຕ້ອງ​ບໍ່​ຫຍຸ້ງ​ກ່ຽວກັບ​ທຸກ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ປອມ. ແຕ່​ເຮົາ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ຖືກຕ້ອງ​ແລະ​ໝັ່ນ​ເຮັດ​ວຽກ​ປະກາດ​ນຳ. ຜູ້​ພະຍາກອນ​ມາລາກີ​ເວົ້າ​ຢ່າງ​ຈະ​ແຈ້ງ​ວ່າ ສຳລັບ​ພະ​ເຢໂຫວາ​ເພິ່ນ​ເບິ່ງ​ຄົນ​ດີ​ຕ່າງ​ຈາກ​ຄົນ​ຊົ່ວ. ລາວ​ເວົ້າ​ວ່າ: “ພວກ​ເຈົ້າ​ຈະ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ຄົນ​ດີ​ກັບ​ຄົນ​ຊົ່ວ ແລະ​ຄົນ​ທີ່​ຮັບໃຊ້​ພະເຈົ້າ​ກັບ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ເພິ່ນ.” (ມລກ. 3:18) ດັ່ງນັ້ນ ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ເບິ່ງ​ວ່າ​ເຮົາ​ເປັນ​ຄົນ​ດີ ເຮົາ​ຕ້ອງ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ແມ່ນ​ແຕ່​ຄວາມ​ບໍ່​ສົມບູນແບບ​ຫຼື​ຄວາມ​ຜິດ​ພາດ​ຂອງ​ເຮົາ ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ການ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ຄວາມ​ຜິດ​ທີ່​ຮ້າຍ​ແຮງ​ຫຼາຍ.

17. ເປັນ​ຫຍັງ​ຕ້ອງ​ລະວັງ​ຕອນ​ທີ່​ເຮົາ​ເລືອກ​ຄົນ​ທີ່​ຈະ​ແຕ່ງດອງ​ນຳ?

17 ຖ້າ​ເຈົ້າ​ເປັນ​ຄົນ​ໂສດ​ແລະ​ກຳລັງ​ຄິດ​ຈະ​ແຕ່ງດອງ ຄຳເວົ້າ​ຂອງ​ມາລາກີ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ເລືອກ​ຄົນ​ທີ່​ຈະ​ມາ​ເປັນ​ຄູ່​ຂອງ​ເຈົ້າ? ເຈົ້າ​ອາດ​ເຈິ​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ເປັນ​ຄົນ​ນິດໄສ​ດີ ແຕ່​ຖ້າ​ລາວ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ ເພິ່ນ​ຈະ​ຖື​ວ່າ​ລາວ​ເປັນ​ຄົນ​ດີ​ບໍ? (2ກຣ. 6:14) ຖ້າ​ເຈົ້າ​ແຕ່ງດອງ​ກັບ​ຜູ້​ນີ້ ລາວ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ບໍ? ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ກະສັດ​ໂຊໂລໂມນ. ເມຍ​ຂອງ​ລາວ​ທີ່​ເປັນ​ຄົນ​ຕ່າງ​ຊາດ​ອາດ​ມີ​ນິດໄສ​ບາງ​ຢ່າງ​ທີ່​ດີ ແຕ່​ເຂົາເຈົ້າ​ກໍ​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ. ຍ້ອນ​ແນວ​ນີ້ ເຂົາເຈົ້າ​ຈຶ່ງ​ຄ່ອຍໆ​ຊັກ​ຈູງ​ໂຊໂລໂມນ​ໃຫ້​ໄປ​ນະມັດສະການ​ພະເຈົ້າ​ປອມ.—1ກສ. 11:1, 4

18. ພໍ່​ແມ່​ຄວນ​ສອນ​ລູກ​ເລື່ອງ​ຫຍັງ?

18 ຜູ້​ທີ່​ເປັນ​ພໍ່​ແມ່​ສາມາດ​ໃຊ້​ເລື່ອງ​ຂອງ​ກະສັດ​ອິດສະຣາເອນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ສອນ​ລູກ​ໃຫ້​ກະຕືລືລົ້ນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ຊ່ວຍ​ລູກ​ໃຫ້​ເຫັນ​ວ່າ​ເພື່ອ​ພະ​ເຢໂຫວາ​ຈະ​ຖື​ວ່າ​ເປັນ​ກະສັດ​ທີ່​ດີ​ຫຼື​ບໍ່​ດີ​ມັນ​ຂຶ້ນ​ກັບ​ວ່າ​ລາວ​ສະໜັບສະໜູນ​ການ​ນະມັດສະການ​ແທ້​ຫຼື​ບໍ່. ໃຫ້​ສອນ​ລູກ​ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ເຈົ້າ​ວ່າ​ກິດຈະກຳ​ຂອງ​ຄລິດສະຕຽນ ເຊັ່ນ: ການ​ອ່ານ​ແລະ​ການ​ສຶກສາ​ຄຳພີ​ໄບເບິນ ການ​ເຂົ້າ​ຮ່ວມ​ປະຊຸມ ແລະ​ການ​ປະກາດ ເປັນ​ສິ່ງ​ທີ່​ສຳຄັນ​ກວ່າ​ແນວ​ອື່ນ. (ມທ. 6:33) ຖ້າ​ເຈົ້າ​ບໍ່​ເຮັດ​ແບບ​ນັ້ນ ລູກ​ອາດ​ຈະ​ຄິດ​ວ່າການ​ເປັນ​ພະຍານ​ພະ​ເຢໂຫວາ​ເປັນ​ສາສະໜາ​ຂອງ​ຄອບຄົວ​ຊື່ໆ. ຜົນ​ກໍ​ຄື ລູກ​ອາດ​ຄິດ​ວ່າ​ການ​ນະມັດສະການ​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ຫຼື​ອາດ​ເຖິງຂັ້ນ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ກໍ​ໄດ້.

19. ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ສາມາດ​ກັບ​ມາ​ເປັນ​ໝູ່​ກັບ​ເພິ່ນ​ໄດ້​ອີກ​ບໍ? (ເບິ່ງ​ຂອບ “ເຈົ້າ​ກັບ​ມາ​ຫາ​ພະ​ເຢໂຫວາ​ໄດ້” ນຳ)

19 ຖ້າ​ບາງ​ຄົນ​ເຊົາ​ຮັບໃຊ້​ພະ​ເຢໂຫວາ ນັ້ນ​ໝາຍ​ຄວາມ​ວ່າ​ລາວ​ບໍ່​ສາມາດ​ກັບ​ມາ​ເປັນ​ໝູ່​ຂອງ​ເພິ່ນ​ໄດ້​ອີກ​ບໍ? ກັບ​ມາ​ໄດ້ ຖ້າ​ລາວ​ກັບໃຈ​ແລະ​ກັບ​ມາ​ນະມັດສະການ​ພະ​ເຢໂຫວາ​ອີກ. ລາວ​ຕ້ອງ​ສະແດງ​ຄວາມ​ຖ່ອມ​ແລະ​ຍອມຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ. (ຢກບ. 5:14) ການ​ໄດ້​ກັບ​ມາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ແລະ​ເປັນ​ໝູ່​ກັບ​ເພິ່ນ​ອີກ​ເທື່ອ​ໜຶ່ງ​ເປັນ​ສິ່ງ​ທີ່​ຄຸ້ມ​ຄ່າ​ກັບ​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆ!

ເຈົ້າ​ກັບ​ມາ​ຫາ​ພະ​ເຢໂຫວາ​ໄດ້

ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ກະສັດ​ມານາເຊ. ລາວ “ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ແທ້​ຊົ່ວ​ວ່າ.” ລາວ “ຂ້າ​ຫຼາຍ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ” ຫຼິ້ນ​ໄສຍະສາດ​ທຸກ​ຮູບ​ແບບ ແລະ​ເຖິງຂັ້ນ​ເຜົາ​ລູກ​ຊາຍ​ຂອງ​ໂຕເອງ​ເພື່ອ​ບູຊາ​ພະເຈົ້າ​ປອມ. (2ກສ. 21:6, 16) ລາວ​ເປັນ​ຕົ້ນເຫດ​ພາ​ໃຫ້​ຄົນ​ຢູດາ “ເຮັດ​ຊົ່ວ​ຫຼາຍ​ກວ່າ​ຊາດ​ຕ່າງໆ.” (2ກສ. 21:9; 2ຂຄ. 33:1-6) ແຕ່​ຕອນ​ທີ່​ມານາເຊ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ ລາວ​ສຳນຶກ​ຜິດ​ແລະ​ໄດ້​ກັບໃຈ. ລາວ​ອ້ອນວອນ​ຫຼາຍ​ເທື່ອ​ເພື່ອ​ໃຫ້​ພະ​ເຢໂຫວາ​ຍົກໂທດ​ໃຫ້​ລາວ. ຫຼັງ​ຈາກ​ມານາເຊ​ເຮັດ​ຜິດ​ຮ້າຍ​ແຮງ​ເປັນ​ເວລາ​ຫຼາຍ​ປີ ຕອນ​ທີ່​ລຳບາກ​ລາວ​ກໍ “ຖ່ອມ​ໂຕ” ແລະ “ອະທິດຖານ​ຫາ​ພະເຈົ້າ​ຫຼາຍ​ເທື່ອ.” ຜົນ​ເປັນ​ແນວ​ໃດ? ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ມານາເຊ​ແລະ​ເພິ່ນ​ກໍ “ອີ່ຕົນ” ລາວ. ຄວາມ​ອີ່ຕົນ​ນີ້​ກະຕຸ້ນ​ພະ​ເຢໂຫວາ​ໃຫ້​ຍົກໂທດ​ໃຫ້​ລາວ ແລະ​ຍອມ​ໃຫ້​ລາວ​ກັບ​ມາ​ເມືອງ​ເຢຣູຊາເລັມ​ແລະ​ເປັນ​ກະສັດ​ຄືນ​ອີກ.—2ຂຄ. 33:12, 13

ພະ​ເຢໂຫວາ​ຈະ​ເຮັດ​ແບບ​ດຽວ​ກັນ​ນີ້​ບໍ​ກັບ​ຜູ້​ທີ່​ປະຖິ້ມ​ເພິ່ນ ແຕ່​ຕໍ່​ມາ​ໄດ້​ກັບໃຈ​ແທ້ໆ? ເພິ່ນ​ຈະ​ເຮັດ​ແບບ​ນັ້ນ​ແນ່ນອນ. ເອຊາຢາ 55:7 ບອກ​ວ່າ: “ໃຫ້​ຄົນ​ຊົ່ວ​ຖິ້ມ​ແນວ​ທາງ​ຊີວິດ​ທີ່​ຊົ່ວໆ​ຂອງ​ລາວ ແລະ​ໃຫ້​ຄົນ​ບໍ່​ດີ​ຖິ້ມ​ຄວາມ​ຄິດ​ທີ່​ບໍ່​ດີ. ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ ແລ້ວ​ເພິ່ນ​ຈະ​ອີ່ຕົນ​ລາວ. ໃຫ້​ກັບ​ມາ​ຫາ​ພະເຈົ້າ​ຂອງ​ພວກ​ເຮົາ​ເພາະ​ເພິ່ນ​ຈະ​ຍົກໂທດ​ໃຫ້​ແທ້ໆ.” ດັ່ງນັ້ນ ຂໍ​ໃຫ້​ເຈົ້າ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້ເພື່ອ​ກັບ​ມາ​ຫາ​ພະ​ເຢໂຫວາ!

20. ຖ້າ​ເຮົາ​ຮຽນ​ແບບ​ກະສັດ​ທີ່​ດີ ພະ​ເຢໂຫວາ​ຈະ​ຖື​ວ່າ​ເຮົາ​ເປັນ​ຄົນ​ແບບ​ໃດ?

20 ເຮົາ​ຮຽນ​ຫຍັງ​ຈາກ​ກະສັດ​ຂອງ​ອິດສະຣາເອນ? ເຮົາ​ຈະ​ເປັນ​ຄື​ກັບ​ກະສັດ​ທີ່​ດີ​ຖ້າ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ. ຖ້າ​ເຮົາ​ເຮັດ​ຜິດ​ພາດ ໃຫ້​ເຮົາ​ຮຽນ​ຈາກ​ຄວາມ​ຜິດ​ພາດ​ນັ້ນ ກັບໃຈ ແລະ​ຍອມຮັບ​ການ​ຕັກ​ເຕືອນ. ຂໍ​ໃຫ້​ເຮົາ​ຈື່​ໄວ້​ວ່າ​ການ​ນະມັດສະການ​ພະເຈົ້າ​ທ່ຽງແທ້​ອົງ​ດຽວ​ໃນ​ແບບ​ທີ່​ຖືກຕ້ອງ​ເປັນ​ເລື່ອງ​ສຳຄັນ​ຫຼາຍ. ຖ້າ​ເຈົ້າ​ສັດຊື່​ຕໍ່​ພະ​ເຢໂຫວາ​ຕໍ່ໆ​ໄປ ເພິ່ນ​ຈະ​ຖື​ວ່າ​ເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.

ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ . . .

  •  ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ?

  •  ສະແດງ​ວ່າ​ເຮົາ​ກັບໃຈ​ແທ້ໆ?

  •  ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ຖືກຕ້ອງ?

ເພງ​ທີ 45 ສິ່ງ​ທີ່​ຄິດ​ຕຶກຕອງ​ໃນ​ໃຈ

a ໃນ​ບົດ​ນີ້ ຄຳ​ວ່າ “ກະສັດ​ອິດສະຣາເອນ” ໝາຍເຖິງ​ກະສັດ​ທຸກ​ຄົນ​ທີ່​ເຄີຍ​ປົກຄອງ​ປະຊາຊົນ​ຂອງ​ພະ​ເຢໂຫວາ ບໍ່​ວ່າ​ຈະ​ເປັນ​ກະສັດ​ທີ່​ປົກຄອງ​ອານາຈັກ​ຢູດາ​ທີ່​ມີ 2 ຕະກູນ ຫຼື​ອານາຈັກ​ອິດສະຣາເອນ​ທີ່​ມີ 10 ຕະກູນ ຫຼື​ປົກຄອງ​ທັງ 12 ຕະກູນ.

b ການ​ອະທິບາຍ​ຄຳສັບ: ຄຳພີ​ໄບເບິນ​ມັກ​ໃຊ້​ຄຳ​ວ່າ “ຫົວໃຈ” ເພື່ອ​ອະທິບາຍ​ກ່ຽວກັບ​ຕົວ​ຕົນ​ຂອງ​ເຮົາ​ທີ່​ຢູ່​ທາງ​ໃນ ເຊິ່ງ​ລວມ​ເຖິງ​ຄວາມ​ຕ້ອງການ ຄວາມ​ຄິດ ຄວາມ​ຮູ້ສຶກ ແຮງ​ກະຕຸ້ນ ແລະ​ເປົ້າໝາຍ​ຂອງ​ເຮົາ.

c ໃນ​ສະໄໝ​ນັ້ນ ເມື່ອ​ກະສັດ​ທີ່​ບໍ່​ແມ່ນ​ຄົນ​ອິດສະຣາເອນ​ຕໍ່ສູ້​ຊະນະ​ຊາດ​ໃດ ເຂົາເຈົ້າ​ກໍ​ຈະ​ນະມັດສະການ​ພະເຈົ້າ​ຂອງ​ຊາດ​ນັ້ນ.

d ກະສັດ​ອາຊາ​ເຄີຍ​ເຮັດ​ຜິດ​ຮ້າຍ​ແຮງ. (2ຂຄ. 16:7, 10) ແຕ່​ຄຳພີ​ໄບເບິນ​ບອກ​ວ່າ​ລາວ​ເປັນ​ກະສັດ​ທີ່​ດີ. ຕອນ​ທີ່​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ມາ​ຕັກ​ເຕືອນ​ອາຊາ ຕອນ​ທຳອິດ​ລາວ​ບໍ່​ຍອມ​ຟັງ ແຕ່​ເປັນ​ໄປ​ໄດ້​ທີ່​ຕໍ່​ມາ​ລາວ​ໄດ້​ກັບໃຈ. ພະ​ເຢໂຫວາ​ເຫັນ​ຈຸດ​ດີ​ຫຼາຍ​ກວ່າ​ຈຸດ​ເສຍ​ຂອງ​ລາວ. ສິ່ງ​ສຳຄັນ​ແມ່ນ​ອາຊາ​ນະມັດສະການ​ພະ​ເຢໂຫວາ​ແຕ່​ຜູ້​ດຽວ​ແລະ​ຕັ້ງໃຈ​ທຳລາຍ​ຮູບ​ບູຊາ​ທັງໝົດ​ທົ່ວ​ແຜ່ນດິນ​ທີ່​ລາວ​ປົກຄອງ.—1ກສ. 15:11-13; 2ຂຄ. 14:2-5

e ກົດໝາຍ 2 ຂໍ້​ທຳອິດ​ໃນ​ກົດໝາຍ​ຂອງ​ໂມເຊ​ບອກ​ວ່າ ໃຫ້​ນະມັດສະການ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ ແລະ​ຫ້າມ​ນະມັດສະການ​ພະເຈົ້າ​ອື່ນ​ຫຼື​ສິ່ງ​ອື່ນ.—ອພຍ. 20:1-6

f ຄຳ​ອະທິບາຍ​ຮູບ: ຜູ້​ເບິ່ງແຍງ​ທີ່​ອາຍຸ​ນ້ອຍ​ເປັນ​ຫ່ວງ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ເລື່ອງ​ການ​ກິນ​ເຫຼົ້າ. ພີ່ນ້ອງ​ຊາຍ​ຄົນ​ນີ້​ຖ່ອມ​ໂຕ​ແລະ​ຟັງ​ຄຳ​ແນະນຳ ປ່ຽນແປງ​ໂຕເອງ ແລະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ຕໍ່ໆ​ໄປ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌