ບົດຄວາມສຶກສາທີ 11
ເພງທີ 57 ປະກາດກັບຄົນທຸກຊະນິດ
ຮຽນແບບຄວາມກະຕືລືລົ້ນຂອງພະເຢຊູໃນການປະກາດ
“ພະເຢຊູ . . . ສົ່ງ [ລູກສິດ] ອອກໄປເປັນຄູ່ໆ ເພິ່ນໃຫ້ເຂົາເຈົ້າເດີນທາງໄປກ່ອນໃນທຸກເມືອງແລະທຸກບ່ອນທີ່ເພິ່ນກຳລັງຈະໄປ.”—ລກ. 10:1
ຈຸດສຳຄັນ
ເຮົາຈະເບິ່ງ 4 ຢ່າງທີ່ເຮົາສາມາດຮຽນແບບພະເຢຊູໄດ້ເຊິ່ງຈະຊ່ວຍເຮົາໃຫ້ກະຕືລືລົ້ນໃນການປະກາດ.
1. ອັນໃດເຮັດໃຫ້ຜູ້ຮັບໃຊ້ຂອງພະເຢໂຫວາຕ່າງຈາກຄລິດສະຕຽນທົ່ວໄປ?
ສິ່ງໜຶ່ງທີ່ເຮັດໃຫ້ຜູ້ຮັບໃຊ້ຂອງພະເຢໂຫວາຕ່າງຈາກຄລິດສະຕຽນທົ່ວໄປກໍຄືຄວາມກະຕືລືລົ້ນໃນການປະກາດ. (ຕຕ. 2:14) ແຕ່ບາງເທື່ອເຈົ້າອາດຮູ້ສຶກວ່າບໍ່ຢາກໄປປະກາດປານໃດ. ເຈົ້າອາດຮູ້ສຶກຄືກັບຜູ້ເບິ່ງແຍງຄົນໜຶ່ງທີ່ດຸໝັ່ນແລະເຮັດວຽກໜັກຫຼາຍ ແຕ່ລາວກໍຍອມຮັບວ່າ: “ບາງເທື່ອຂ້ອຍບໍ່ຢາກໄປປະກາດເລີຍ.”
2. ອັນໃດອາດເຮັດໃຫ້ຍາກທີ່ຈະຮັກສາຄວາມກະຕືລືລົ້ນໃນການປະກາດ?
2 ບາງເທື່ອເຮົາອາດຮູ້ສຶກຕື່ນເຕັ້ນກັບການເຮັດວຽກຮັບໃຊ້ແບບອື່ນຫຼາຍກວ່າການໄປປະກາດ. ຍ້ອນຫຍັງ? ຍ້ອນຕອນທີ່ເຮົາໄປຊ່ວຍວຽກກໍ່ສ້າງ ເບິ່ງແຍງຮັກສາຫໍປະຊຸມ ໄປຊ່ວຍວຽກບັນເທົາທຸກ ຫຼືໃຫ້ກຳລັງໃຈພີ່ນ້ອງ ເຮົາອາດເຫັນຜົນທັນທີຫຼືຮູ້ສຶກວ່າວຽກຂອງເຮົາສຳເລັດ. ເຮົາມີຄວາມສຸກທີ່ໄດ້ເຮັດວຽກກັບພີ່ນ້ອງ ຍ້ອນໄດ້ຢູ່ໃນບັນຍາກາດທີ່ມີແຕ່ຄົນຮັກກັນແລະມີສັນຕິສຸກ ແລະເຮົາກໍຮູ້ສຶກວ່າພີ່ນ້ອງເຫັນຄ່າວຽກທີ່ເຮົາເຮັດ. ກົງກັນຂ້າມ ຕອນທີ່ໄປປະກາດເຮົາອາດປະກາດຢູ່ເຂດເກົ່າຫຼາຍປີແລ້ວ ແຕ່ກໍມີຄົນສົນໃຈໜ້ອຍດຽວ ຫຼືອາດເຈິຄົນທີ່ບໍ່ສົນໃຈຟັງເລີຍ. ນອກຈາກນັ້ນ ເຮົາຍັງຮູ້ວ່າແຮ່ງຈຸດຈົບຂອງໂລກຊົ່ວໃກ້ເຂົ້າມາ ຄົນກໍແຮ່ງບໍ່ຢາກຟັງສິ່ງທີ່ເຮົາປະກາດ. (ມທ. 10:22) ສິ່ງໃດຈະຊ່ວຍເຮົາໃຫ້ຮັກສາຄວາມກະຕືລືລົ້ນໃນການປະກາດຫຼືເຮັດໃຫ້ໂຕເອງກະຕືລືລົ້ນຫຼາຍຂຶ້ນໃນການເຮັດວຽກນີ້?
3. ຕົວຢ່າງປຽບທຽບໃນລູກາ 13:6-9 ຊ່ວຍເຮົາແນວໃດໃຫ້ເຫັນຄວາມກະຕືລືລົ້ນຂອງພະເຢຊູ?
3 ເຮົາຮຽນຮູ້ທີ່ຈະກະຕືລືລົ້ນໃນການປະກາດໄດ້ໂດຍເບິ່ງຕົວຢ່າງຂອງພະເຢຊູ. ຕອນທີ່ຮັບໃຊ້ຢູ່ໃນໂລກ ເພິ່ນບໍ່ເຄີຍໝົດຄວາມກະຕືລືລົ້ນໃນການປະກາດ. ທີ່ຈິງ ແຮ່ງເວລາຜ່ານໄປເພິ່ນກໍແຮ່ງກະຕືລືລົ້ນຫຼາຍຂຶ້ນ. (ອ່ານລູກາ 13:6-9) ໃນຕົວຢ່າງປຽບທຽບຂອງພະເຢຊູ ຄົນທີ່ເບິ່ງແຍງສວນໝາກລະແຊັງລໍຖ້າ 3 ປີ ເພື່ອໃຫ້ຕົ້ນໝາກເດື່ອອອກໝາກ ແຕ່ລາວກໍບໍ່ເຫັນໝາກຂອງມັນເລີຍ. ຄ້າຍຄືກັນ ພະເຢຊູກໍໃຊ້ເວລາ 3 ປີເພື່ອປະກາດກັບຄົນຢິວ ແຕ່ກໍມີຄົນໜ້ອຍດຽວເຂົ້າມາເປັນລູກສິດ. ເຖິງຈະເປັນແນວນັ້ນ ພະເຢຊູບໍ່ເຄີຍໝົດຫວັງໃນໂຕຜູ້ຄົນຫຼືກະຕືລືລົ້ນໜ້ອຍລົງໃນການປະກາດ. ເພິ່ນເປັນຄືກັບຄົນທີ່ເບິ່ງແຍງສວນໝາກລະແຊັງທີ່ຫວັງຢູ່ສະເໝີວ່າຕົ້ນໝາກເດື່ອຕົ້ນນັ້ນຈະເປັນໝາກ. ພະເຢຊູພະຍາຍາມຫຼາຍຂຶ້ນທີ່ຈະປະກາດກັບຄົນຢິວແລະຊ່ວຍເຂົາເຈົ້າໃຫ້ຍອມຮັບຂ່າວດີ.
4. ມີ 4 ຢ່າງຫຍັງແດ່ທີ່ເຮົາຈະຮຽນຈາກພະເຢຊູ?
4 ໃນບົດນີ້ເຮົາຈະເບິ່ງວ່າພະເຢຊູສະແດງຄວາມກະຕືລືລົ້ນແນວໃດໂດຍສະເພາະໃນໄລຍະ 6 ເດືອນສຸດທ້າຍທີ່ເພິ່ນຢູ່ໃນໂລກນີ້. (ເບິ່ງຄຳວ່າ “ຕໍ່ມາ” ໃນຂໍ້ມູນສຳລັບສຶກສາໃນລູກາ 10:1)a ການຮຽນຈາກສິ່ງທີ່ພະເຢຊູສອນແລະພະຍາຍາມຮຽນແບບເພິ່ນຈະຊ່ວຍເຮົາໃຫ້ຮັກສາຄວາມກະຕືລືລົ້ນຢູ່ສະເໝີ. ໃຫ້ເຮົາມາເບິ່ງ 4 ຢ່າງທີ່ພະເຢຊູເຮັດ ນັ້ນຄື (1) ເພິ່ນໃຫ້ຄວາມຕ້ອງການຂອງພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ (2) ເພິ່ນເຂົ້າໃຈຄຳພະຍາກອນແລະເຮັດສອດຄ່ອງກັບຄຳພະຍາກອນເຫຼົ່ານັ້ນ (3) ເພິ່ນເພິ່ງໃຫ້ພະເຢໂຫວາຊ່ວຍ ແລະ (4) ເພິ່ນຄິດໃນແງ່ບວກສະເໝີວ່າຈະມີບາງຄົນຟັງເພິ່ນ.
ເພິ່ນໃຫ້ຄວາມຕ້ອງການຂອງພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ
5. ພະເຢຊູສະແດງໃຫ້ເຫັນແນວໃດວ່າເພິ່ນໃຫ້ຄວາມຕ້ອງການຂອງພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ?
5 ພະເຢຊູ “ປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ” ຢ່າງກະຕືລືລົ້ນຍ້ອນເພິ່ນຮູ້ວ່ານີ້ເປັນວຽກທີ່ພະເຢໂຫວາຢາກໃຫ້ເພິ່ນເຮັດ. (ລກ. 4:43) ພະເຢຊູໃຫ້ວຽກຮັບໃຊ້ເປັນສິ່ງສຳຄັນທີ່ສຸດໃນຊີວິດ. ແມ່ນແຕ່ໃນໄລຍະສຸດທ້າຍທີ່ເພິ່ນເຮັດວຽກຮັບໃຊ້ເພິ່ນກໍຍັງໄປ “ຕາມເມືອງແລະຕາມບ້ານຕ່າງໆ” ເພື່ອສອນ. (ລກ. 13:22) ນອກຈາກນັ້ນ ພະເຢຊູຍັງຝຶກລູກສິດຄົນອື່ນໆໃຫ້ເຮັດວຽກປະກາດຄືກັບເພິ່ນ.—ລກ. 10:1
6. ວຽກປະກາດກ່ຽວຂ້ອງກັບວຽກຮັບໃຊ້ອື່ນໆແນວໃດ? (ເບິ່ງຮູບນຳ)
6 ໃນທຸກມື້ນີ້ ວຽກປະກາດຂ່າວດີເປັນວຽກຫຼັກທີ່ພະເຢໂຫວາແລະພະເຢຊູຢາກໃຫ້ເຮົາເຮັດຄືກັນ. (ມທ. 24:14; 28:19, 20) ວຽກຮັບໃຊ້ອື່ນໆກໍກ່ຽວຂ້ອງໂດຍກົງກັບວຽກປະກາດ. ຕົວຢ່າງເຊັ່ນ: ເຮົາສ້າງອາຄານຕ່າງໆຂອງອົງການຫຼືຮັບໃຊ້ຢູ່ເບເທນກໍເພື່ອສະໜັບສະໜູນວຽກປະກາດ. ເຮົາເຮັດວຽກບັນເທົາທຸກບໍ່ແມ່ນເພື່ອຊ່ວຍເຫຼືອພີ່ນ້ອງເທົ່ານັ້ນ ແຕ່ເພື່ອຈະຊ່ວຍເຂົາເຈົ້າໃຫ້ກັບມາປະຊຸມແລະປະກາດໄດ້ອີກ. ເມື່ອເຮົາຈື່ໄວ້ວ່າວຽກປະກາດເປັນວຽກສຳຄັນທີ່ສຸດທີ່ພະເຢໂຫວາຢາກໃຫ້ເຮົາເຮັດ ເຮົາກໍຈະຖືກກະຕຸ້ນໃຫ້ຢາກອອກໄປປະກາດເປັນປະຈຳ. ຜູ້ເບິ່ງແຍງຄົນໜຶ່ງຊື່ຢາໂນດຈາກຮົງກາລີເວົ້າວ່າ: “ຂ້ອຍເຕືອນໂຕເອງເລື້ອຍໆວ່າບໍ່ມີວຽກໃດຈະມາແທນວຽກປະກາດໄດ້. ວຽກນີ້ເປັນວຽກຫຼັກຂອງເຮົາ.”
ໃນທຸກມື້ນີ້ ການປະກາດຂ່າວດີເປັນວຽກຫຼັກທີ່ພະເຢໂຫວາແລະພະເຢຊູຢາກໃຫ້ເຮົາເຮັດ (ເບິ່ງຂໍ້ 6)
7. ເປັນຫຍັງພະເຢໂຫວາຈຶ່ງຢາກໃຫ້ເຮົາປະກາດຕໍ່ໆໄປ? (1 ຕີໂມທຽວ 2:3-4)
7 ເຮົາຈະກະຕືລືລົ້ນຫຼາຍຂຶ້ນໃນວຽກປະກາດຖ້າເຮົາເປັນຫ່ວງຜູ້ຄົນຄືກັບທີ່ພະເຢໂຫວາເປັນຫ່ວງ. ເພິ່ນຢາກໃຫ້ຄົນຫຼາຍທີ່ສຸດໄດ້ຍິນຂ່າວດີແລະຮຽນຄວາມຈິງເລື່ອງເພິ່ນ. (ອ່ານ 1 ຕີໂມທຽວ 2:3, 4) ຍ້ອນຄວາມຈິງນີ້ຊ່ວຍຊີວິດຄົນໄດ້ ພະເຢໂຫວາຈຶ່ງຝຶກເຮົາໃຫ້ປະກາດເກັ່ງຂຶ້ນ. ຕົວຢ່າງເຊັ່ນ: ປຶ້ມສອນຜູ້ຄົນ—ດ້ວຍຄວາມຮັກ ມີຄຳແນະນຳທີ່ຊ່ວຍເຮົາໃຫ້ເລີ່ມລົມກັບຄົນອື່ນໂດຍມີເປົ້າໝາຍທີ່ຈະສອນເຂົາເຈົ້າໃຫ້ເປັນລູກສິດ. ເຖິງວ່າເຂົາເຈົ້າບໍ່ຟັງຫຼືບໍ່ຍອມຮັບເອົາຄວາມຈິງໃນຕອນນີ້ ແຕ່ເຂົາເຈົ້າອາດມີໂອກາດທີ່ຈະຟັງແລະຍອມຮັບເອົາຄວາມຈິງກ່ອນຄວາມທຸກລຳບາກຄັ້ງໃຫຍ່ຈົບລົງ. ໃນອະນາຄົດ ເຂົາເຈົ້າອາດຈື່ສິ່ງທີ່ເຮົາເຄີຍເວົ້າກັບເຂົາເຈົ້າແລະອາດຍອມຮັບເອົາຄວາມຈິງ ແລ້ວກໍເຂົ້າມາເປັນຜູ້ຮັບໃຊ້ຂອງພະເຢໂຫວາ. ເພື່ອເລື່ອງນີ້ຈະເປັນໄປໄດ້ ເຮົາກໍຕ້ອງປະກາດຕໍ່ໆໄປ.
ເພິ່ນເຂົ້າໃຈຄຳພະຍາກອນແລະເຮັດສອດຄ່ອງກັບຄຳພະຍາກອນເຫຼົ່ານັ້ນ
8. ການທີ່ພະເຢຊູເຂົ້າໃຈຄຳພະຍາກອນມີຜົນແນວໃດຕໍ່ວິທີທີ່ເພິ່ນໃຊ້ເວລາຢູ່ໃນໂລກ?
8 ພະເຢຊູຮູ້ວ່າຄຳພະຍາກອນໃນຄຳພີໄບເບິນຈະເກີດຂຶ້ນແທ້ແນວໃດ ເຊັ່ນ ເພິ່ນຮູ້ວ່າຈະມີເວລາເຮັດວຽກຮັບໃຊ້ແຕ່ 3 ປີເຄິ່ງ. (ດນອ. 9:26, 27) ເພິ່ນຍັງຮູ້ຈາກຄຳພະກອນນຳວ່າເພິ່ນຈະຖືກທໍລະມານແລະຕາຍ. (ລກ. 18:31-34) ການທີ່ພະເຢຊູເຂົ້າໃຈຄຳພະຍາກອນເຫຼົ່ານີ້ເຮັດໃຫ້ເພິ່ນພະຍາຍາມໃຊ້ເວລາຕອນທີ່ຢູ່ໃນໂລກນີ້ໃຫ້ເປັນປະໂຫຍດຫຼາຍທີ່ສຸດ. ເພິ່ນປະກາດຢ່າງກະຕືລືລົ້ນເພື່ອເຮັດວຽກທີ່ໄດ້ຮັບມອບໝາຍໃຫ້ສຳເລັດ.
9. ການເຂົ້າໃຈຄຳພະຍາກອນໃນຄຳພີໄບເບິນຊ່ວຍເຮົາແນວໃດໃຫ້ປະກາດຢ່າງກະຕືລືລົ້ນຕໍ່ໆໄປ?
9 ການເຂົ້າໃຈຄຳພະຍາກອນໃນຄຳພີໄບເບິນຈະກະຕຸ້ນເຮົາໃຫ້ປະກາດຢ່າງກະຕືລືລົ້ນ. ເຮົາຮູ້ວ່າລະບົບນີ້ໃກ້ຈະຮອດຈຸດຈົບແລ້ວ. ຄຳພີໄບເບິນບອກລ່ວງໜ້າວ່າຄົນໃນສະໄໝສຸດທ້າຍຈະເປັນແນວໃດແລະຈະມີເຫດການຫຍັງເກີດຂຶ້ນແດ່ ແລະເຮົາກໍເຫັນວ່າມັນກຳລັງເກີດຂຶ້ນແທ້. ຄຳພະຍາກອນໃນຄຳພີໄບເບິນຍັງບອກວ່າກະສັດທິດເໜືອກັບກະສັດທິດໃຕ້ຈະຕໍ່ສູ້ກັນ “ໃນສະໄໝສຸດທ້າຍ” ເຊິ່ງເຮົາເຂົ້າໃຈວ່ານີ້ໝາຍເຖິງຄວາມຂັດແຍ່ງລະຫວ່າງມະຫາອຳນາດໂລກອັງກິດ-ອາເມຣິກາກັບລັດເຊຍແລະປະເທດພັນທະມິດ. (ດນອ. 11:40) ນອກຈາກນັ້ນ ເຮົາຍັງເຂົ້າໃຈວ່າສ່ວນຕີນຂອງຮູບປັ້ນໃນດານີເອນ 2:43-45 ໝາຍເຖິງມະຫາອຳນາດໂລກອັງກິດ-ອາເມຣິກາ. ເຮົາໝັ້ນໃຈວ່າອີກຈັກໜ້ອຍການປົກຄອງຂອງພະເຈົ້າຈະທຳລາຍລັດຖະບານທັງໝົດຂອງມະນຸດຕາມທີ່ຄຳພີໄບເບິນໄດ້ບອກໄວ້. ຄຳພະຍາກອນທັງໝົດນີ້ເຮັດໃຫ້ເຮົາຮູ້ວ່າເຮົາກຳລັງມີຊີວິດຢູ່ໃນໄລຍະທ້າຍໆຂອງສະໄໝສຸດທ້າຍ ແລະເລື່ອງນີ້ກະຕຸ້ນເຮົາໃຫ້ປະກາດຢ່າງກະຕືລືລົ້ນ.
10. ຄຳພະຍາກອນໃນຄຳພີໄບເບິນຍັງກະຕຸ້ນເຮົາແນວໃດໃຫ້ປະກາດຕໍ່ໆໄປ?
10 ຄຳພະຍາກອນໃນຄຳພີໄບເບິນຍັງກະຕຸ້ນເຮົາໃຫ້ຢາກປະກາດຂ່າວດີ. ພີ່ນ້ອງຍິງຊື່ແຄລີ້ທີ່ຮັບໃຊ້ຢູ່ສາທາລະນະລັດໂດມິນິກັນເວົ້າວ່າ: “ເມື່ອຂ້ອຍຄິດເຖິງສິ່ງດີໆທີ່ພະເຢໂຫວາສັນຍາວ່າຈະເຮັດໃນອະນາຄົດ ຂ້ອຍກໍຮູ້ສຶກວ່າຕ້ອງບອກຄົນອື່ນໃນເລື່ອງນີ້.” ລາວເວົ້າຕື່ມອີກວ່າ: “ເມື່ອເຫັນວ່າໃນທຸກມື້ນີ້ຄົນຕ້ອງເຈິກັບບັນຫາຫຍັງແດ່ ຂ້ອຍກໍຮູ້ວ່າສິ່ງທີ່ພະເຢໂຫວາສັນຍາໄວ້ບໍ່ແມ່ນສຳລັບຂ້ອຍຄົນດຽວ ແຕ່ສຳລັບເຂົາເຈົ້ານຳ.” ຄຳພະຍາກອນໃນຄຳພີໄບເບິນຍັງກະຕຸ້ນເຮົາໃຫ້ຢາກປະກາດເຕັມທີຍ້ອນຮູ້ວ່າພະເຢໂຫວາກຳລັງຊ່ວຍເຮົາໃຫ້ເຮັດວຽກນີ້. ພີ່ນ້ອງຍິງຊື່ເລລາຈາກຮົງກາລີເວົ້າວ່າ: “ເອຊາຢາ 11:6-9 ກະຕຸ້ນຂ້ອຍໃຫ້ຢາກປະກາດຂ່າວດີແມ່ນແຕ່ກັບຄົນທີ່ຂ້ອຍຄິດວ່າຄືຊິບໍ່ສົນໃຈຟັງ. ຂ້ອຍຮູ້ວ່າພະເຢໂຫວາຊ່ວຍທຸກຄົນໃຫ້ປ່ຽນແປງໂຕເອງໄດ້.” ພີ່ນ້ອງຊາຍຊື່ຄລິດສະໂຕເຟີ້ຈາກແຊມເບຍເວົ້າວ່າ: “ມາຣະໂກ 13:10 ບອກໄວ້ລ່ວງໜ້າວ່າຈະມີການປະກາດຂ່າວດີໄປທົ່ວໂລກ ຂ້ອຍຮູ້ສຶກເປັນກຽດຫຼາຍແທ້ໆທີ່ໄດ້ມີສ່ວນເຮັດໃຫ້ຄຳພະຍາກອນໃນຂໍ້ນີ້ເກີດຂຶ້ນແທ້.” ມີຄຳພະຍາກອນເລື່ອງໃດບໍທີ່ກະຕຸ້ນເຈົ້າໃຫ້ຢາກປະກາດຕໍ່ໆໄປ?
ເພິ່ນເພິ່ງໃຫ້ພະເຢໂຫວາຊ່ວຍ
11. ເປັນຫຍັງພະເຢຊູຕ້ອງເພິ່ງພະເຢໂຫວາເພື່ອຈະປະກາດຢ່າງກະຕືລືລົ້ນຕໍ່ໆໄປ? (ລູກາ 12:49, 53)
11 ພະເຢຊູເພິ່ງພະເຢໂຫວາເພື່ອຈະປະກາດຢ່າງກະຕືລືລົ້ນຕໍ່ໆໄປ. ເຖິງວ່າພະເຢຊູເລືອກໃຊ້ຄຳເວົ້າຢ່າງດີໃນການປະກາດ ແຕ່ເພິ່ນກໍຮູ້ວ່າຂ່າວດີເລື່ອງການປົກຄອງຂອງພະເຈົ້າຈະເຮັດໃຫ້ບາງຄົນໃຈຮ້າຍແລະຕໍ່ຕ້ານຢ່າງຮຸນແຮງ. (ອ່ານລູກາ 12:49, 53) ພວກຫົວໜ້າສາສະໜາບໍ່ມັກສິ່ງທີ່ພະເຢຊູປະກາດ ເຂົາເຈົ້າຈຶ່ງພະຍາຍາມຫຼາຍເທື່ອເພື່ອຈະຂ້າເພິ່ນ. (ຢຮ. 8:59; 10:31, 39) ແຕ່ພະເຢຊູກໍປະກາດຕໍ່ໆໄປຍ້ອນຮູ້ວ່າພະເຢໂຫວາຢູ່ກັບເພິ່ນ. ພະເຢຊູເວົ້າວ່າ: “ຜູ້ທີ່ໃຊ້ຂ້ອຍມານັ້ນຢູ່ນຳຂ້ອຍ. ເພິ່ນບໍ່ປະຂ້ອຍໄວ້ໃຫ້ຢູ່ຄົນດຽວ ຍ້ອນຂ້ອຍເຮັດສິ່ງທີ່ເພິ່ນພໍໃຈສະເໝີ.”—ຢຮ. 8:29
12. ພະເຢຊູກຽມພວກລູກສິດແນວໃດໃຫ້ປະກາດຕໍ່ໆໄປເຖິງຈະເຈິການຕໍ່ຕ້ານ?
12 ພະເຢຊູບອກພວກລູກສິດວ່າເຂົາເຈົ້າເພິ່ງພະເຢໂຫວາໃຫ້ຊ່ວຍໄດ້. ເພິ່ນຮັບຮອງກັບເຂົາເຈົ້າຫຼາຍເທື່ອວ່າ ພະເຢໂຫວາຈະຊ່ວຍເຂົາເຈົ້າແນ່ນອນແມ່ນແຕ່ຕອນທີ່ເຈິການຕໍ່ຕ້ານ. (ມທ. 10:18-20; ລກ. 12:11, 12) ເຖິງຈະເປັນແນວນັ້ນ ພະເຢຊູກໍກະຕຸ້ນເຂົາເຈົ້າໃຫ້ລະວັງໂຕນຳ. (ມທ. 10:16; ລກ. 10:3) ນອກຈາກນັ້ນ ເພິ່ນຍັງບອກເຂົາເຈົ້າວ່າຖ້າຄົນບໍ່ຢາກຟັງຂ່າວດີທີ່ເຂົາເຈົ້າປະກາດກໍບໍ່ຕ້ອງບັງຄັບ. (ລກ. 10:10, 11) ເພິ່ນຍັງບອກເຂົາເຈົ້ານຳວ່າໃຫ້ໜີຖ້າຖືກຂົ່ມເຫງ. (ມທ. 10:23) ເຖິງວ່າພະເຢຊູຈະກະຕືລືລົ້ນແລະເພິ່ງພະເຢໂຫວາສະເໝີ ແຕ່ເພິ່ນກໍຫຼີກລ່ຽງສະຖານະການທີ່ເປັນອັນຕະລາຍ.—ຢຮ. 11:53, 54
13. ເປັນຫຍັງເຈົ້າໝັ້ນໃຈວ່າພະເຢໂຫວາຈະຊ່ວຍເຈົ້າ?
13 ໃນທຸກມື້ນີ້ຫຼາຍຄົນຕໍ່ຕ້ານວຽກຂອງເຮົາ ສະນັ້ນເຮົາຕ້ອງໃຫ້ພະເຢໂຫວາຊ່ວຍເພື່ອຈະປະກາດຢ່າງກະຕືລືລົ້ນຕໍ່ໆໄປ. (ພນມ. 12:17) ເປັນຫຍັງເຈົ້າໝັ້ນໃຈວ່າພະເຢໂຫວາຈະຊ່ວຍເຈົ້າ? ໃຫ້ເບິ່ງຄຳອະທິດຖານຂອງພະເຢຊູໃນໂຢຮັນບົດ 17. ພະເຢຊູອະທິດຖານຂໍໃຫ້ພະເຢໂຫວາປົກປ້ອງພວກອັກຄະສາວົກ ແລະເພິ່ນກໍຕອບຄຳອະທິດຖານນັ້ນ. ໃນປຶ້ມກິດຈະການເວົ້າເຖິງວິທີທີ່ພະເຢໂຫວາຊ່ວຍພວກອັກຄະສາວົກໃຫ້ປະກາດຢ່າງກະຕືລືລົ້ນເຖິງວ່າເຈິການຂົ່ມເຫງ. ພະເຢຊູຍັງອະທິດຖານຂໍໃຫ້ພະເຢໂຫວາປົກປ້ອງຜູ້ທີ່ສະແດງຄວາມເຊື່ອໃນຂ່າວດີທີ່ພວກອັກຄະສາວົກປະກາດແລະເຂົ້າມາເປັນລູກສິດໃນອະນາຄົດ ເຊິ່ງກໍລວມເຖິງເຈົ້ານຳ. ພະເຢໂຫວາຍັງຕອບຄຳອະທິດຖານຂອງພະເຢຊູຈົນຮອດທຸກມື້ນີ້ ພະເຢໂຫວາຈະຊ່ວຍເຈົ້າຄືກັບທີ່ໄດ້ຊ່ວຍພວກອັກຄະສາວົກ.—ຢຮ. 17:11, 15, 20
14. ເປັນຫຍັງເຮົາໝັ້ນໃຈວ່າເຮົາຈະປະກາດຕໍ່ໆໄປຢ່າງກະຕືລືລົ້ນໄດ້ແມ່ນແຕ່ໃນຕອນທີ່ຍາກລຳບາກ? (ເບິ່ງຮູບນຳ)
14 ເມື່ອຈຸດຈົບຂອງໂລກນີ້ໃກ້ເຂົ້າມາ ມັນອາດຍາກຫຼາຍຂຶ້ນທີ່ເຮົາຈະປະກາດຂ່າວດີ. ແຕ່ພະເຢຊູຮັບຮອງກັບເຮົາວ່າ ພະເຢໂຫວາຈະຊ່ວຍເຮົາໃຫ້ເຮັດວຽກນີ້ຕໍ່ໆໄປຢ່າງກະຕືລືລົ້ນ. (ລກ. 21:12-15) ເຮົາຈະເຮັດຄືກັບພະເຢຊູແລະພວກລູກສິດໂດຍປະກາດຕໍ່ໆໄປ ເຮົາໃຫ້ຄົນຕັດສິນໃຈເອົາເອງວ່າຈະຟັງຫຼືບໍ່ຟັງ ແລະເຮົາຈະບໍ່ຜິດຖຽງກັບໃຜ. ແມ່ນແຕ່ໃນປະເທດທີ່ວຽກຂອງເຮົາຖືກຈຳກັດ ພີ່ນ້ອງກໍຍັງປະກາດຂ່າວດີຕໍ່ໆໄປໄດ້ຍ້ອນເຂົາເຈົ້າເພິ່ງພະເຢໂຫວາບໍ່ແມ່ນເພິ່ງກຳລັງຂອງໂຕເອງ. ຄືກັບທີ່ພະເຢໂຫວາໄດ້ໃຫ້ພະລັງບໍລິສຸດກັບຜູ້ຮັບໃຊ້ຂອງເພິ່ນໃນສະຕະວັດທຳອິດ ໃນທຸກມື້ນີ້ເພິ່ນກໍໃຫ້ພະລັງບໍລິສຸດກັບເຮົາຄືກັນເພື່ອຈະ “ເຮັດວຽກປະກາດໄດ້ສຳເລັດຄົບຖ້ວນ” ຕາມທີ່ເພິ່ນຕ້ອງການ. (2ຕມ. 4:17) ສະນັ້ນ ເຈົ້າໝັ້ນໃຈໄດ້ວ່າຖ້າເພິ່ງພະເຢໂຫວາ ເຈົ້າກໍຈະປະກາດຕໍ່ໆໄປຢ່າງກະຕືລືລົ້ນໄດ້.
ແມ່ນແຕ່ໃນປະເທດທີ່ວຽກຂອງເຮົາຖືກຈຳກັດ ພີ່ນ້ອງທີ່ກະຕືລືລົ້ນກໍຊອກວິທີປະກາດຂ່າວດີຢ່າງລະມັດລະວັງ (ເບິ່ງຂໍ້ 14)b
ເພິ່ນຄິດໃນແງ່ບວກ
15. ອັນໃດສະແດງໃຫ້ເຫັນວ່າພະເຢຊູຄິດໃນແງ່ບວກເລື່ອງວຽກປະກາດ?
15 ພະເຢຊູຄິດໃນແງ່ບວກສະເໝີເລື່ອງວຽກປະກາດ. ການເຮັດແບບນີ້ຊ່ວຍເພິ່ນໃຫ້ກະຕືລືລົ້ນ. ຕົວຢ່າງເຊັ່ນ: ໃນທ້າຍປີ 30 ຫຼັງຈາກທີ່ພະເຢຊູເລີ່ມເຮັດວຽກປະກາດ ເພິ່ນເຫັນວ່າມີຫຼາຍຄົນເຕັມໃຈຟັງຂ່າວດີ ເພິ່ນຈຶ່ງສົມທຽບເຂົາເຈົ້າວ່າເປັນຄືກັບເຂົ້າທີ່ສຸກເຫຼືອງໃນທົ່ງນາເຊິ່ງພ້ອມທີ່ຈະກ່ຽວແລ້ວ. (ຢຮ. 4:35) ປະມານ 1 ປີຕໍ່ມາ ພະເຢຊູບອກພວກລູກສິດວ່າ “ຢູ່ທົ່ງນາມີເຂົ້າໃຫ້ກ່ຽວຫຼາຍ.” (ມທ. 9:37, 38) ຕໍ່ມາ ເພິ່ນເນັ້ນຕື່ມອີກວ່າ: “ຢູ່ທົ່ງນາມີເຂົ້າໃຫ້ກ່ຽວຫຼາຍ . . . ໃຫ້ຂໍກັບເຈົ້າຂອງນາໃຫ້ສົ່ງຄົນເຮັດວຽກມາຕື່ມເພື່ອເຮັດວຽກເກັບກ່ຽວຂອງເພິ່ນ.” (ລກ. 10:2) ພະເຢຊູໝັ້ນໃຈສະເໝີວ່າຈະມີຄົນຟັງຂ່າວດີ ແລະເພິ່ນກໍມີຄວາມສຸກເມື່ອເຂົາເຈົ້າເຮັດແນວນັ້ນ.—ລກ. 10:21
16. ຕົວຢ່າງປຽບທຽບຂອງພະເຢຊູຊ່ວຍແນວໃດໃຫ້ຄິດໃນແງ່ບວກເລື່ອງວຽກປະກາດ? (ລູກາ 13:18-21) (ເບິ່ງຮູບນຳ)
16 ພະເຢຊູສອນພວກລູກສິດໃຫ້ຄິດໃນແງ່ບວກເລື່ອງຂ່າວດີທີ່ເຂົາເຈົ້າປະກາດ ຍ້ອນມັນຈະກະຕຸ້ນເຂົາເຈົ້າໃຫ້ກະຕືລືລົ້ນຕໍ່ໆໄປ. ໃຫ້ເຮົາມາເບິ່ງຕົວຢ່າງປຽບທຽບ 2 ເລື່ອງຂອງພະເຢຊູ. (ອ່ານລູກາ 13:18-21) ໃນເລື່ອງທຳອິດ ພະເຢຊູສົມທຽບຂ່າວດີເລື່ອງການປົກຄອງຂອງພະເຈົ້າວ່າເປັນຄືກັບເມັດມັດສະຕາດທີ່ນ້ອຍໆເຊິ່ງໃຫຍ່ຂຶ້ນເປັນຕົ້ນໄມ້ທີ່ໃຫຍ່ໆ. ນີ້ໝາຍຄວາມວ່າຫຼາຍຄົນຈະຟັງຂ່າວດີແລະບໍ່ມີຫຍັງທີ່ຈະຢຸດເລື່ອງນີ້ໄດ້. ໃນອີກເລື່ອງໜຶ່ງ ພະເຢຊູສົມທຽບຂ່າວດີເລື່ອງການປົກຄອງຂອງພະເຈົ້າວ່າເປັນຄືກັບເຊື້ອເຂົ້າຈີ່. ພະເຢຊູສົມທຽບແບບນີ້ກໍຍ້ອນວ່າຈະມີການປະກາດຂ່າວດີຢູ່ຫຼາຍບ່ອນໃນທົ່ວໂລກ ແລະຂ່າວດີນີ້ຈະເຮັດໃຫ້ຄົນປ່ຽນແປງໂຕເອງໄດ້ເຖິງວ່າໃນຕອນທຳອິດຄົນອື່ນອາດຈະບໍ່ສັງເກດເຫັນໄດ້ທັນທີ. ພະເຢຊູຍົກຕົວຢ່າງເຫຼົ່ານີ້ເພື່ອຮັບຮອງກັບພວກລູກສິດວ່າຂ່າວດີທີ່ເຂົາເຈົ້າປະກາດຈະເກີດຜົນແນ່ນອນ.
ເຮົາຮຽນແບບພະເຢຊູໂດຍຄິດໃນແງ່ບວກແລະໝັ້ນໃຈວ່າຈະມີບາງຄົນຟັງຂ່າວດີທີ່ເຮົາປະກາດ (ເບິ່ງຂໍ້ 16)
17. ມີເຫດຜົນຫຍັງແດ່ທີ່ເຮົາຕ້ອງຄິດໃນແງ່ບວກເລື່ອງວຽກປະກາດ?
17 ເມື່ອເຮົາຄິດວ່າວຽກປະກາດກຳລັງຊ່ວຍຫຼາຍຄົນໃນໂລກ ເຮົາກໍຖືກກະຕຸ້ນໃຫ້ປະກາດຕໍ່ໆໄປ. ໃນແຕ່ລະປີມີຜູ້ສົນໃຈຫຼາຍລ້ານຄົນເຂົ້າຮ່ວມການປະຊຸມອະນຸສອນແລະຮຽນຄຳພີໄບເບິນ ແລະມີຫຼາຍແສນຄົນຮັບບັບເຕມາແລະເຂົ້າມາເຮັດວຽກປະກາດກັບເຮົາ. ເຮົາບໍ່ຮູ້ວ່າໃນອະນາຄົດຈະມີຄົນອີກຫຼາຍປານໃດທີ່ຈະຍອມຮັບເອົາຂ່າວດີ ແຕ່ເຮົາຮູ້ວ່າພະເຢໂຫວາກຳລັງລວບລວມຄົນກຸ່ມໃຫຍ່ເຊິ່ງຈະລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່ທີ່ກຳລັງຈະເກີດຂຶ້ນ. (ພນມ. 7:9, 14) ພະເຢໂຫວາທີ່ເປັນເຈົ້າຂອງນາໝັ້ນໃຈວ່າຍັງຈະມີອີກຫຼາຍຄົນຍອມຮັບເອົາຂ່າວດີ ສະນັ້ນເຮົາມີເຫດຜົນທີ່ດີທີ່ຈະປະກາດຕໍ່ໆໄປ.
18. ເຮົາຢາກໃຫ້ຄົນອື່ນສັງເກດເຫັນຫຍັງກ່ຽວກັບເຮົາ?
18 ພວກລູກສິດຂອງພະເຢຊູກະຕືລືລົ້ນສະເໝີໃນການປະກາດຂ່າວດີ. ເມື່ອຄົນສັງເກດເຫັນວ່າພວກອັກຄະສາວົກປະກາດຢ່າງກ້າຫານແລະກະຕືລືລົ້ນ ເຂົາເຈົ້າກໍ “ຄິດພໍ້ວ່າ [ຄົນເຫຼົ່ານີ້] ເຄີຍຢູ່ກັບພະເຢຊູ.” (ກຈກ. 4:13) ເມື່ອຄົນເຫັນເຮົາປະກາດຂ່າວດີຢ່າງກ້າຫານແລະກະຕືລືລົ້ນ ເຂົາເຈົ້າກໍຈະສັງເກດເຫັນວ່າເຮົາກຳລັງຮຽນແບບຄວາມກະຕືລືລົ້ນຂອງພະເຢຊູ.
ເພງທີ 58 ຊອກຫາຄົນທີ່ມັກຄວາມສະຫງົບສຸກ
a ພາສາໄທ
b ຄຳອະທິບາຍຮູບ: ພີ່ນ້ອງຊາຍປະກາດກັບຜູ້ຊາຍຄົນໜຶ່ງຢູ່ປ້ຳນ້ຳມັນຢ່າງລະມັດລະວັງ.