ບົດຄວາມສຶກສາທີ 46
ເພງທີ 17 “ເຮົາຢາກຊ່ວຍ”
ພະເຢຊູປະໂລຫິດໃຫຍ່ຂອງເຮົາມີຄວາມເຫັນອົກເຫັນໃຈ
“ປະໂລຫິດໃຫຍ່ຂອງພວກເຮົາເຫັນອົກເຫັນໃຈໃນຄວາມອ່ອນແອຂອງພວກເຮົາ.”—ຮຣ. 4:15
ຈຸດສຳຄັນ
ຄວາມເຫັນອົກເຫັນໃຈແລະຄວາມເມດຕາຂອງພະເຢຊູເຮັດໃຫ້ເພິ່ນເໝາະສົມທີ່ຈະເປັນປະໂລຫິດໃຫຍ່ແນວໃດ ແລະໃນທຸກມື້ນີ້ເຮົາໄດ້ຮັບປະໂຫຍດຫຍັງຈາກການທີ່ເພິ່ນເປັນປະໂລຫິດໃຫຍ່.
1-2. (ກ) ເປັນຫຍັງພະເຢໂຫວາຈຶ່ງສົ່ງລູກຊາຍຂອງເພິ່ນມາໂລກນີ້? (ຂ) ເຮົາຈະຮຽນຫຍັງໃນບົດນີ້? (ເຮັບເຣີ 5:7-9)
ປະມານ 2.000 ປີມາແລ້ວ ພະເຢໂຫວາໄດ້ສົ່ງພະເຢຊູລູກຊາຍທີ່ເພິ່ນຮັກທີ່ສຸດມາໂລກນີ້. ເປັນຫຍັງເພິ່ນຈຶ່ງສົ່ງມາ? ເຫດຜົນໜຶ່ງແມ່ນເພື່ອຊ່ວຍມະນຸດໃຫ້ຫຼຸດພົ້ນຈາກບາບແລະຄວາມຕາຍ ແລະແກ້ໄຂບັນຫາທຸກຢ່າງທີ່ຊາຕານເຮັດໃຫ້ເກີດຂຶ້ນ. (ຢຮ. 3:16; 1ຢຮ. 3:8) ພະເຢໂຫວາຍັງຮູ້ວ່າສິ່ງທີ່ພະເຢຊູເຈິຕອນທີ່ເປັນມະນຸດຈະກຽມເພິ່ນໃຫ້ພ້ອມທີ່ຈະເປັນປະໂລຫິດໃຫຍ່ທີ່ມີຄວາມເຫັນອົກເຫັນໃຈ ມີຄວາມອີ່ຕົນ ແລະມີຄວາມເມດຕາ. ພະເຢຊູເລີ່ມເຮັດໜ້າທີ່ນີ້ຫຼັງຈາກຮັບບັບເຕມາໃນປີ 29.a
2 ໃນບົດນີ້ ເຮົາຈະເບິ່ງວ່າສິ່ງທີ່ພະເຢຊູເຈິຕອນທີ່ຢູ່ໂລກນີ້ຊ່ວຍເພິ່ນແນວໃດໃຫ້ມີຄຸນສົມບັດຫຼາຍຂຶ້ນທີ່ຈະເປັນປະໂລຫິດໃຫຍ່ທີ່ມີຄວາມເຫັນອົກເຫັນໃຈ. ເມື່ອເຮົາເຂົ້າໃຈວ່າພະເຢຊູມີຄຸນສົມບັດ “ຄົບຖ້ວນ” ທີ່ຈະເຮັດໜ້າທີ່ນີ້ ມັນກໍງ່າຍຂຶ້ນສຳລັບເຮົາທີ່ຈະອະທິດຖານຫາພະເຢໂຫວາແລະໃກ້ຊິດກັບເພິ່ນໂດຍສະເພາະຕອນທີ່ເຮົາຮູ້ສຶກເສຍໃຈຍ້ອນເຮັດຜິດ.—ອ່ານເຮັບເຣີ 5:7-9
ພະເຢໂຫວາສົ່ງລູກທີ່ເພິ່ນຮັກມາໂລກນີ້
3-4. (ກ) ພະເຢຊູໄດ້ສະລະຫຍັງແດ່ຕອນທີ່ມາຢູ່ໃນໂລກນີ້? (ຂ) ຊີວິດຂອງພະເຢຊູເປັນແນວໃດຕອນທີ່ຢູ່ໃນໂລກນີ້?
3 ພວກເຮົາຫຼາຍຄົນເຄີຍເຈິການປ່ຽນແປງໃນຊີວິດ ເຊັ່ນ: ຕ້ອງຍ້າຍອອກຈາກເຮືອນທີ່ເຮົາຮັກ ແລະຈາກຄົນໃນຄອບຄົວແລະຈາກໝູ່. ການປ່ຽນແປງແບບນີ້ອາດບໍ່ງ່າຍ. ແຕ່ບໍ່ມີມະນຸດຄົນໃດເຄີຍເຈິການປ່ຽນແປງຄືກັບທີ່ພະເຢຊູເຈິ. ຕອນທີ່ຢູ່ໃນສະຫວັນ ພະເຢຊູເປັນທູດສະຫວັນອົງທີ່ສຳຄັນທີ່ສຸດຂອງພະເຢໂຫວາ. ພະເຢໂຫວາຮັກເພິ່ນຫຼາຍ ແລະເພິ່ນມີຄວາມສຸກສະເໝີທີ່ໄດ້ເຮັດວຽກ “ຢູ່ເບື້ອງຂວາມື.” ຂອງພະເຢໂຫວາ (ພສ. 16:11; ສພສ. 8:30) ແຕ່ໃນຟີລິບປອຍ 2:7 ບອກວ່າ ເພິ່ນເຕັມໃຈ “ຍອມສະລະທຸກສິ່ງ” ລວມທັງຕຳແໜ່ງທີ່ສູງສົ່ງໃນສະຫວັນເພື່ອມາຢູ່ກັບມະນຸດທີ່ບໍ່ສົມບູນແບບໃນໂລກນີ້.
4 ໃຫ້ຄິດເຖິງສະພາບການຂອງພະເຢຊູຕອນທີ່ຫາກໍເກີດ. ເພິ່ນເກີດໃນຄອບຄົວທີ່ທຸກຍາກ. ເຮົາຮູ້ເລື່ອງນີ້ຍ້ອນຫຼັງຈາກທີ່ພະເຢຊູເກີດ ພໍ່ແມ່ຂອງເພິ່ນສາມາດເອົາແຕ່ນົກ 2 ໂຕໄປເປັນເຄື່ອງບູຊາຢູ່ວິຫານ. (ລລວ. 12:8; ລກ. 2:24) ຕອນທີ່ກະສັດເຮໂຣດທີ່ຊົ່ວຮ້າຍຮູ້ເລື່ອງທີ່ພະເຢຊູເກີດ ລາວໄດ້ພະຍາຍາມທີ່ຈະຂ້າເພິ່ນ. ເພື່ອຈະບໍ່ຖືກເຮໂຣດຂ້າ ພໍ່ແມ່ໄດ້ພາເພິ່ນໜີໄປຢູ່ເອຢິບໄລຍະໜຶ່ງ. (ມທ. 2:13, 15) ຊີວິດຂອງພະເຢຊູທີ່ຢູ່ໃນໂລກນີ້ຕ່າງກັນຫຼາຍແທ້ໆກັບຊີວິດທີ່ຢູ່ໃນສະຫວັນ!
5. ພະເຢຊູເຫັນຫຍັງຕອນທີ່ເພິ່ນຢູ່ໃນໂລກນີ້ ແລະສິ່ງທີ່ເພິ່ນເຈິກຽມເພິ່ນແນວໃດໃນການເຮັດໜ້າທີ່ເປັນປະໂລຫິດໃຫຍ່? (ເບິ່ງຮູບນຳ)
5 ຕອນທີ່ພະເຢຊູຢູ່ໃນໂລກນີ້ ເພິ່ນເຫັນຫຼາຍຄົນມີຊີວິດທີ່ຍາກລຳບາກ. ເພິ່ນເຈິກັບການສູນເສຍຄົນທີ່ເພິ່ນຮັກເຊິ່ງລວມເຖິງໂຢເຊັບພໍ່ລ້ຽງຂອງເພິ່ນນຳ. ຕອນທີ່ພະເຢຊູຮັບໃຊ້ຢູ່ໃນໂລກນີ້ ເພິ່ນເຫັນຄົນທີ່ເປັນຂີ້ທູດ ຄົນຕາບອດ ຄົນທີ່ເປັນອຳມະພາດ ແລະແມ່ໝ້າຍທີ່ລູກຊາຍຫາກໍຕາຍປະ. (ມທ. 9:2, 6; 15:30; 20:34; ມຣກ. 1:40, 41; ລກ. 7:13) ເພິ່ນຈຶ່ງຮູ້ສຶກອີ່ຕົນເຂົາເຈົ້າຫຼາຍ. ແມ່ນຢູ່ວ່າຕອນພະເຢຊູຢູ່ໃນສະຫວັນເພິ່ນເຫັນຄົນເຈິຄວາມຍາກລຳບາກ ແຕ່ຕອນທີ່ເພິ່ນເປັນມະນຸດຢູ່ໃນໂລກນີ້ ເພິ່ນເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມເຈັບປວດຂອງມະນຸດ. (ອຊຢ. 53:4) ການທີ່ພະເຢຊູມີຊີວິດຢູ່ໃນໂລກຊ່ວຍເພິ່ນໃຫ້ເຂົ້າໃຈຄວາມຮູ້ສຶກ ຄວາມທໍ້ໃຈ ແລະຄວາມເຈັບປວດຂອງມະນຸດ. ຄືກັບມະນຸດຄົນອື່ນ ພະເຢຊູຮູ້ສຶກເມື່ອຍ ຮູ້ສຶກທຸກໃຈ ແລະໂສກເສົ້າເສຍໃຈຄືກັນ.
ພະເຢຊູອີ່ຕົນຄົນອື່ນ ແລະເພິ່ນສົນໃຈໃນຄວາມເຈັບປວດທໍລະມານທີ່ເຂົາເຈົ້າກຳລັງເຈິຢູ່ (ເບິ່ງຂໍ້ 5)
ພະເຢຊູເຫັນອົກເຫັນໃຈຄົນອື່ນ
6. ເຮົາຮຽນຫຍັງຈາກຄຳພະຍາກອນໃນເອຊາຢາກ່ຽວກັບຄວາມເຫັນອົກເຫັນໃຈຂອງພະເຢຊູທີ່ມີຕໍ່ຄົນອື່ນ? (ເອຊາຢາ 42:3)
6 ຕອນທີ່ພະເຢຊູຮັບໃຊ້ຢູ່ໃນໂລກນີ້ ເພິ່ນສະແດງຄວາມເຫັນອົກເຫັນໃຈຕໍ່ຄົນທີ່ອ່ອນແອແລະຄົນທີ່ທຸກຍາກ. ເມື່ອເຮັດແບບນີ້ ພະເຢຊູກໍເຮັດໃຫ້ຄຳພະຍາກອນກ່ຽວກັບເພິ່ນເປັນຈິງ. ໃນພະຄຳພີພາກພາສາເຮັບເຣີ ຜູ້ທີ່ມີຄວາມເຊື່ອເຂັ້ມແຂງໃນພະເຢໂຫວາບາງເທື່ອຖືກສົມທຽບວ່າເປັນຄືກັບສວນທີ່ຖືກຫົດນ້ຳຕະຫຼອດຫຼືເປັນຄືກັບຕົ້ນໄມ້ທີ່ສູງໃຫຍ່ແລະແຂງແຮງ. (ພສ. 92:12; ອຊຢ. 61:3; ຢຣມ. 31:12) ແຕ່ຄົນທຸກແລະຄົນທີ່ຖືກກົດຂີ່ຖືກສົມທຽບວ່າເປັນຄືກັບຕົ້ນອໍ້ທີ່ໃກ້ຈະລົ້ມແລະເປັນຄືກັບໄສ້ຕະກຽງທີ່ໃກ້ຈະມອດ ເຊິ່ງທັງສອງຢ່າງນີ້ເກືອບບໍ່ມີປະໂຫຍດຫຍັງເລີຍ. (ອ່ານເອຊາຢາ 42:3) ພະເຢໂຫວາດົນໃຈຜູ້ພະຍາກອນເອຊາຢາໃຫ້ໃຊ້ພາບປຽບທຽບເຫຼົ່ານີ້ເພື່ອບອກລ່ວງໜ້າກ່ຽວກັບຄວາມຮັກແລະຄວາມເຫັນອົກເຫັນໃຈທີ່ພະເຢຊູຈະສະແດງຕໍ່ຄົນທີ່ຄົນອື່ນຖືວ່າບໍ່ມີຄ່າ.
7-8. ພະເຢຊູເຮັດໃຫ້ຄຳພະຍາກອນຂອງເອຊາຢາເກີດຂຶ້ນແທ້ແນວໃດ?
7 ມັດທາຍເຮັດໃຫ້ເຫັນວ່າພະເຢຊູເຮັດໃຫ້ຄຳພະຍາກອນຂອງເອຊາຢາເກີດຂຶ້ນແທ້ ເມື່ອລາວຂຽນວ່າ: “ລາວຈະບໍ່ຫັກຕົ້ນອໍ້ທີ່ໃກ້ຈະລົ້ມ ແລະຈະບໍ່ມອດໄສ້ຕະກຽງທີ່ໃກ້ຈະມອດ.” (ມທ. 12:20) ພະເຢຊູເຮັດການອັດສະຈັນຫຼາຍຢ່າງເພື່ອຊ່ວຍຄົນທີ່ຖືກປະຖິ້ມເຊິ່ງເຂົາເຈົ້າຮູ້ສຶກຄືກັບວ່າເປັນຕົ້ນອໍ້ທີ່ໃກ້ຈະລົ້ມ ແລະເພື່ອຄົນທີ່ສິ້ນຫວັງເຊິ່ງເຂົາເຈົ້າຮູ້ສຶກຄືກັບວ່າເປັນໄສ້ຕະກຽງທີ່ໃກ້ຈະມອດ. ໃນຄົນກຸ່ມນີ້ ມີຜູ້ຊາຍຄົນໜຶ່ງທີ່ເປັນຂີ້ທູດເຕັມໂຕ ລາວຄືຊິຮູ້ສຶກໝົດຫວັງທີ່ຈະເຊົາຈາກພະຍາດນີ້ແລະໄດ້ຢູ່ກັບຄອບຄົວແລະໝູ່ຄູ່ຢ່າງມີຄວາມສຸກ. (ລກ. 5:12, 13) ຕໍ່ມາ ກໍມີຜູ້ຊາຍຄົນໜຶ່ງທີ່ຫູໜວກແລະເວົ້າບໍ່ຂອດ. ໃຫ້ຄິດເບິ່ງວ່າລາວຈະຮູ້ສຶກແນວໃດເມື່ອເຫັນຄົນອື່ນລົມກັນ ແຕ່ລາວພັດບໍ່ເຂົ້າໃຈວ່າເຂົາເຈົ້າເວົ້າຫຍັງ. (ມຣກ. 7:32, 33) ແຕ່ພະເຢຊູບໍ່ໄດ້ເຮັດພຽງແຕ່ສ່ຳນີ້.
8 ໃນສະໄໝຂອງພະເຢຊູ ຄົນຢິວຫຼາຍຄົນເຊື່ອວ່າຄົນທີ່ເຈັບປ່ວຍຫຼືຄົນທີ່ເສຍອົງຄະຖືກພະເຈົ້າລົງໂທດຍ້ອນຄວາມຜິດທີ່ເຂົາເຈົ້າເຮັດຫຼືຄວາມຜິດທີ່ພໍ່ແມ່ເຮັດ. (ຢຮ. 9:2) ຄວາມເຊື່ອຜິດໆແບບນີ້ເຮັດໃຫ້ຄົນເຫຼົ່ານີ້ຮູ້ສຶກວ່າໂຕເອງບໍ່ມີຄ່າ. ເພື່ອເຮັດໃຫ້ຄຳພະຍາກອນຂອງເອຊາຢາເກີດຂຶ້ນແທ້ ພະເຢຊູໄດ້ປົວເຂົາເຈົ້າໃຫ້ເຊົາແລະຊ່ວຍເຂົາເຈົ້າໃຫ້ຮູ້ວ່າພະເຢໂຫວາສົນໃຈເຂົາເຈົ້າ. ເລື່ອງນີ້ສອນຫຍັງເຮົາກ່ຽວກັບຄວາມຮູ້ສຶກທີ່ພະເຢຊູມີຕໍ່ເຮົາໃນທຸກມື້ນີ້?
9. ເຮັບເຣີ 4:15, 16 ສະແດງໃຫ້ເຫັນແນວໃດວ່າພະເຢຊູເຫັນອົກເຫັນໃຈມະນຸດທີ່ບໍ່ສົມບູນແບບແທ້ໆ?
9 ອ່ານເຮັບເຣີ 4:15, 16. ເຮົາໝັ້ນໃຈໄດ້ວ່າພະເຢຊູຈະເຫັນອົກເຫັນໃຈເຮົາສະເໝີ. ເລື່ອງນີ້ໝາຍຄວາມວ່າແນວໃດ? ຄົນທີ່ເຫັນອົກເຫັນໃຈແມ່ນຄົນທີ່ເຂົ້າໃຈຄວາມເຈັບປວດແລະຄວາມຮູ້ສຶກຂອງຄົນອື່ນ. ຄຳພາສາກຣີກທີ່ແປວ່າ “ເຫັນອົກເຫັນໃຈ” ໝາຍເຖິງການຮ່ວມຄວາມຮູ້ສຶກກັບຄົນອື່ນແລະເຂົ້າໃຈສິ່ງທີ່ຜູ້ນັ້ນກຳລັງເຈິຢູ່. (ເບິ່ງເຮັບເຣີ 10:34 ນຳ ໃນຂໍ້ນັ້ນໂປໂລໃຊ້ຄຳພາສາກຣີກຄຳດຽວກັນ) ເມື່ອເຮົາອ່ານຄຳພີໄບເບິນກ່ຽວກັບການອັດສະຈັນທີ່ພະເຢຊູເຮັດເພື່ອຊ່ວຍຄົນ ເຮົາເຫັນໄດ້ວ່າເພິ່ນຮູ້ສຶກອີ່ຕົນເຂົາເຈົ້າຫຼາຍແທ້ໆ. ເພິ່ນບໍ່ໄດ້ປົວເຂົາເຈົ້າຍ້ອນເປັນໜ້າທີ່ເທົ່ານັ້ນ ແຕ່ເພິ່ນເປັນຫ່ວງແລະຢາກຊ່ວຍເຂົາເຈົ້າແທ້ໆ. ຕົວຢ່າງເຊັ່ນ: ຕອນທີ່ພະເຢຊູປົວຄົນຂີ້ທູດ ເພິ່ນສາມາດເຮັດການອັດສະຈັນໂດຍຢືນຢູ່ໄກໆກໍໄດ້ ແຕ່ເພິ່ນພັດເດ່ມືໄປຈັບລາວ. ນີ້ອາດເປັນເທື່ອທຳອິດທີ່ມີຄົນຈັບລາວໃນຕະຫຼອດຫຼາຍປີ. ຕອນທີ່ພະເຢຊູປົວຜູ້ຊາຍທີ່ຫູໜວກ ເພິ່ນຄິດເຖິງຄວາມຮູ້ສຶກຂອງລາວໂດຍແຍກລາວອອກຈາກຄົນບັກຫຼາຍໆມາຢູ່ຕ່າງຫາກ. ນອກຈາກນັ້ນ ໃຫ້ຄິດເຖິງສິ່ງທີ່ເກີດຂຶ້ນຕອນທີ່ຜູ້ຍິງຄົນໜຶ່ງທີ່ເຄີຍເຮັດຜິດແຕ່ໄດ້ກັບໃຈແລ້ວໃຊ້ນ້ຳຕາຂອງລາວລ້າງຕີນຂອງພະເຢຊູແລະເອົາຜົມຂອງລາວເຊັດຕີນຂອງເພິ່ນໃຫ້ແຫ້ງ. ຟາຣີຊາຍຄົນໜຶ່ງບໍ່ໄດ້ສະແດງຄວາມເມດຕາຕໍ່ຜູ້ຍິງຄົນນັ້ນ ແຕ່ພະເຢຊູເວົ້າປົກປ້ອງລາວແລະຕຳໜິຟາຣີຊາຍຄົນນັ້ນແບບແຮງໆ. (ມທ. 8:3; ມຣກ. 7:33; ລກ. 7:44) ເຫັນໄດ້ແຈ້ງວ່າພະເຢຊູບໍ່ເຄີຍຫຼີກໜີຈາກຄົນທີ່ເຈັບປ່ວຍຫຼືຄົນທີ່ເຮັດຜິດຮ້າຍແຮງ. ກົງກັນຂ້າມ ເພິ່ນຍິນດີຕ້ອນຮັບເຂົາເຈົ້າແລະສະແດງຄວາມຮັກແລະຄວາມເຫັນອົກເຫັນໃຈຕໍ່ຄົນເຫຼົ່ານັ້ນ. ເຮົາໝັ້ນໃຈວ່າເພິ່ນກໍຈະເຫັນອົກເຫັນໃຈເຮົາແບບນັ້ນຄືກັນ.
ຮຽນແບບປະໂລຫິດໃຫຍ່ຂອງເຮົາໃນທຸກມື້ນີ້
10. ໃນທຸກມື້ນີ້ ເຮົາສາມາດໃຊ້ຫຍັງເພື່ອຊ່ວຍຄົນຫູໜວກແລະຄົນຕາບອດ? (ເບິ່ງຮູບນຳ)
10 ເຮົາທີ່ເປັນລູກສິດຂອງພະເຢຊູ ເຮົາພະຍາຍາມຮຽນແບບເພິ່ນໃນການສະແດງຄວາມຮັກ ຄວາມເຫັນອົກເຫັນໃຈ ແລະອີ່ຕົນຄົນອື່ນ. (1ປຕ. 2:21; 3:8) ເຮົາບໍ່ສາມາດປົວຄົນຫູໜວກຫຼືຕາບອດໄດ້ ແຕ່ເຮົາສາມາດຊ່ວຍເຂົາເຈົ້າຮຽນຮູ້ກ່ຽວກັບພະເຢໂຫວາແລະສະໜິດກັບເພິ່ນ. ຕົວຢ່າງເຊັ່ນ: ຕອນນີ້ປຶ້ມຕ່າງໆຂອງອົງການທີ່ເປັນພາສາມືມີຫຼາຍກວ່າ 100 ພາສາ. ສຳລັບຄົນຕາບອດມີປຶ້ມທີ່ເປັນອັກສອນເບວຫຼາຍກວ່າ 60 ພາສາ ແລະມີຄຳອະທິບາຍທີ່ເປັນສຽງສຳລັບວິດີໂອຕ່າງໆໃນຫຼາຍກວ່າ 100 ພາສາ. ສິ່ງເຫຼົ່ານີ້ຊ່ວຍຄົນຫູໜວກແລະຄົນຕາບອດໃຫ້ສະໜິດກັບພະເຢໂຫວາແລະພະເຢຊູລູກຊາຍຂອງເພິ່ນ.
ປຶ້ມຕ່າງໆທີ່ກ່ຽວກັບຄຳພີໄບເບິນມີໃນຫຼາຍກວ່າ 1.000 ພາສາ
ຮູບເບື້ອງຊ້າຍ: ໃນພາສາມືມີຫຼາຍກວ່າ 100 ພາສາ
ຮູບເບື້ອງຂວາ: ເປັນອັກສອນເບວມີຫຼາຍກວ່າ 60 ພາສາ
(ເບິ່ງຂໍ້ 10)
11. ອົງການຂອງພະເຢໂຫວາຮຽນແບບຄວາມຫ່ວງໃຍຂອງພະເຢຊູທີ່ມີຕໍ່ຄົນທຸກປະເພດແນວໃດ? (ກິດຈະການ 2:5-7, 33) (ເບິ່ງຮູບນຳ)
11 ອົງການຂອງພະເຢໂຫວາພະຍາຍາມຊ່ວຍຄົນທຸກປະເພດທີ່ຢູ່ທຸກບ່ອນໃຫ້ສະໜິດກັບພະເຢໂຫວາ. ຫຼັງຈາກພະເຢຊູຟື້ນຄືນມາຈາກຕາຍ ເພິ່ນໄດ້ເອົາພະລັງບໍລິສຸດໃຫ້ພວກລູກສິດເພື່ອເຂົາເຈົ້າຈະປະກາດຂ່າວດີກັບທຸກຄົນທີ່ມາຮ່ວມເທດສະການເພັນເຕກອດໃນ “ພາສາຂອງເຂົາເຈົ້າ.” (ອ່ານກິດຈະການ 2:5-7, 33) ອົງການຂອງເຮົາກໍເຮັດຕາມການຊີ້ນຳຂອງພະເຢຊູໂດຍແປປຶ້ມຕ່າງໆກ່ຽວກັບຄຳພີໄບເບິນໃນຫຼາຍກວ່າ 1.000 ພາສາ ເຊິ່ງບາງພາສາມີຄົນເວົ້າແຕ່ໜ້ອຍດຽວ. ຕົວຢ່າງເຊັ່ນ: ພາສາພື້ນເມືອງໃນອາເມຣິກາມີຄົນເວົ້າໜ້ອຍດຽວ ສະເພາະແຕ່ຢູ່ອາເມຣິກາເໜືອແລະອາເມຣິກາໃຕ້ເທົ່ານັ້ນ ແຕ່ອົງການຂອງເຮົາໄດ້ແປປຶ້ມຕ່າງໆໃນພາສາເຫຼົ່ານີ້ຫຼາຍກວ່າ 160 ພາສາເພື່ອຄົນທີ່ເວົ້າພາສາເຫຼົ່ານີ້ຈະມີໂອກາດໄດ້ຮຽນຮູ້ກ່ຽວກັບຄວາມຈິງ. ນອກຈາກນັ້ນ ປຶ້ມຕ່າງໆຂອງເຮົາຍັງແປເປັນພາສາຕ່າງໆທີ່ຄົນໂຣມາໃຊ້ໃນຫຼາຍກວ່າ 20 ພາສາ. ມີຫຼາຍພັນຄົນທີ່ເວົ້າພາສາເຫຼົ່ານີ້ໄດ້ສົນໃຈຄວາມຈິງແລະເຂົ້າມາຮັບໃຊ້ພະເຢໂຫວາ.
ຮູບເບື້ອງຊ້າຍ: ພາສາພື້ນເມືອງໃນອາເມຣິກາມີຫຼາຍກວ່າ 160 ພາສາ
ຮູບເບື້ອງຂວາ: ໃນພາສາຕ່າງໆທີ່ຄົນໂຣມາໃຊ້ມີຫຼາຍກວ່າ 20 ພາສາ
(ເບິ່ງຂໍ້ 11)
12. ອົງການຂອງພະເຢໂຫວາຍັງໄດ້ເຮັດຫຍັງອີກເພື່ອຊ່ວຍຄົນໃນທຸກມື້ນີ້?
12 ນອກຈາກຊ່ວຍຄົນໃຫ້ຮຽນຮູ້ເລື່ອງຂ່າວດີ ອົງການຂອງພະເຢໂຫວາຍັງຊ່ວຍຜູ້ທີ່ເຈິກັບໄພທຳມະຊາດ. ພີ່ນ້ອງຫຼາຍພັນຄົນອາສາສະໝັກຊ່ວຍພີ່ນ້ອງທີ່ຕ້ອງການຄວາມຊ່ວຍເຫຼືອ. ອົງການຂອງເຮົາຍັງຈັດໃຫ້ມີບ່ອນປະຊຸມທີ່ເຮັດແບບງ່າຍໆເພື່ອຄົນຈະມາຢູ່ລວມກັນແລະຮຽນຮູ້ຫຼາຍຂຶ້ນກ່ຽວກັບຄວາມຮັກທີ່ພະເຢໂຫວາມີຕໍ່ເຂົາເຈົ້າ.
ປະໂລຫິດໃຫຍ່ຊ່ວຍເຈົ້າໄດ້
13. ພະເຢຊູຊ່ວຍເຮົາໂດຍທາງໃດແດ່?
13 ພະເຢຊູທີ່ເປັນຜູ້ລ້ຽງທີ່ດີຂອງເຮົາສົນໃຈໃນສິ່ງທີ່ເຮົາຈຳເປັນຕ້ອງມີເພື່ອຈະສະໜິດກັບພະເຢໂຫວາ. (ຢຮ. 10:14; ອຟຊ. 4:7) ບາງເທື່ອສະພາບການໃນຊີວິດອາດເຮັດໃຫ້ເຮົາຮູ້ສຶກວ່າເຮົາເປັນຄືກັບໄສ້ຕະກຽງທີ່ໃກ້ຈະມອດຫຼືເປັນຄືກັບຕົ້ນອໍ້ທີ່ໃກ້ຈະລົ້ມ. ເຮົາອາດຮູ້ສຶກທໍ້ໃຈຫຼາຍຍ້ອນເຈັບປ່ວຍຮ້າຍແຮງ ເຮັດຜິດບາງຢ່າງ ຫຼືມີບັນຫາກັບພີ່ນ້ອງບາງຄົນໃນປະຊາຄົມ. ມັນອາດຈະຍາກສຳລັບເຮົາທີ່ຈະບໍ່ຄິດເຖິງຄວາມເຈັບປວດໃຈທີ່ມີໃນຕອນນີ້ ແລະຄິດເຖິງຄວາມຫວັງທີ່ດີໃນອະນາຄົດ. ແຕ່ຂໍໃຫ້ຈື່ໄວ້ວ່າພະເຢຊູເຫັນສິ່ງທີ່ເຈົ້າກຳລັງເຈິຢູ່ ແລະເພິ່ນເຂົ້າໃຈວ່າເຈົ້າຮູ້ສຶກແນວໃດ. ຍ້ອນພະເຢຊູເຫັນອົກເຫັນໃຈເຈົ້າ ເພິ່ນຈຶ່ງຢາກຊ່ວຍເຈົ້າ. ຕົວຢ່າງເຊັ່ນ: ພະເຢຊູສາມາດໃຊ້ພະລັງບໍລິສຸດເພື່ອຊ່ວຍເຈົ້າໃຫ້ເຂັ້ມແຂງເມື່ອເຈົ້າຮູ້ສຶກທໍ້ໃຈ. (ຢຮ. 16:7; ຕຕ. 3:6) ນອກຈາກນັ້ນ ພະເຢຊູສາມາດໃຊ້ “ຂອງຂວັນທີ່ເປັນມະນຸດ” ແລະພີ່ນ້ອງຮ່ວມຄວາມເຊື່ອເພື່ອໃຫ້ກຳລັງໃຈແລະຊ່ວຍເຈົ້າ.—ອຟຊ. 4:8
14. ເຮົາສາມາດເຮັດຫຍັງເມື່ອຮູ້ສຶກທໍ້ໃຈ?
14 ຖ້າເຈົ້າຮູ້ສຶກທໍ້ໃຈຫຼືຮູ້ສຶກໝົດແຮງ. ໃຫ້ຄິດເຖິງພະເຢຊູທີ່ເປັນປະໂລຫິດໃຫຍ່ຂອງເຮົາ. ຂໍໃຫ້ຈື່ວ່າພະເຢໂຫວາໃຫ້ພະເຢຊູມາໂລກນີ້ບໍ່ແມ່ນເພື່ອສະຫຼະຊີວິດເປັນຄ່າໄຖ່ເທົ່ານັ້ນ ແຕ່ເພື່ອຊ່ວຍເພິ່ນໃຫ້ເຂົ້າໃຈຫຼາຍຂຶ້ນກ່ຽວກັບບັນຫາຕ່າງໆທີ່ມະນຸດບໍ່ສົມບູນແບບເຈິ. ເມື່ອເຮົາຮູ້ສຶກທໍ້ໃຈຍ້ອນເຮັດຜິດຫຼືຍ້ອນຄວາມອ່ອນແອຂອງເຮົາ ພະເຢຊູພ້ອມແລະເຕັມໃຈທີ່ຈະຊ່ວຍ “ເມື່ອເຮົາຕ້ອງການຄວາມຊ່ວຍເຫຼືອ.”—ຮຣ. 4:15, 16
15. ພີ່ນ້ອງຊາຍຄົນໜຶ່ງໄດ້ຮັບການຊ່ວຍເຫຼືອແນວໃດໃຫ້ກັບເຂົ້າມາໃນປະຊາຄົມ?
15 ພະເຢຊູຍັງຊີ້ນຳພວກລູກສິດຂອງເພິ່ນໃນການພະຍາຍາມຊອກຫາແລະຊ່ວຍຄົນທີ່ປະຖິ້ມພະເຢໂຫວາໃຫ້ກັບມາຫາເພິ່ນ. (ມທ. 18:12, 13) ໃຫ້ເບິ່ງປະສົບການຂອງພີ່ນ້ອງຊາຍທີ່ຊື່ສະເຕຟາໂນ.b ຫຼັງຈາກຖືກຕັດອອກຈາກປະຊາຄົມເປັນເວລາ 12 ປີ ສະເຕຟາໂນຕັດສິນໃຈທີ່ຈະເຂົ້າຮ່ວມການປະຊຸມ. ລາວເວົ້າວ່າ: “ມັນບໍ່ງ່າຍສຳລັບຂ້ອຍ ແຕ່ຂ້ອຍຢາກຮັບໃຊ້ພະເຢໂຫວາຮ່ວມກັບພີ່ນ້ອງອີກ. ຜູ້ເບິ່ງແຍງທີ່ມາຫາຂ້ອຍເຮັດໃຫ້ຂ້ອຍຮູ້ສຶກໄດ້ຮັບການຕ້ອນຮັບ. ບາງເທື່ອຂ້ອຍຮູ້ສຶກວ່າໂຕເອງບໍ່ມີຄ່າແລະຢາກຍອມແພ້ທີ່ຈະກັບມາຫາພະເຢໂຫວາ. ແຕ່ຜູ້ເບິ່ງແຍງເຕືອນຂ້ອຍວ່າພະເຢໂຫວາແລະພະເຢຊູຢາກໃຫ້ຂ້ອຍພະຍາຍາມຕໍ່ໆໄປ. ພີ່ນ້ອງທຸກຄົນໃນປະຊາຄົມຕ້ອນຮັບຂ້ອຍຢ່າງອົບອຸ່ນ. ຕໍ່ມາ ເມຍຂອງຂ້ອຍກໍເລີ່ມຮຽນຄຳພີໄບເບິນ ແລະຕອນນີ້ຂ້ອຍກັບເມຍຮັບໃຊ້ພະເຢໂຫວານຳກັນ.” ປະໂລຫິດໃຫຍ່ຂອງເຮົາທີ່ມີຄວາມຮັກຕ້ອງດີໃຈຫຼາຍແທ້ໆທີ່ເຫັນຄົນທີ່ກັບໃຈໄດ້ຮັບຄວາມຊ່ວຍເຫຼືອໃຫ້ກັບເຂົ້າມາໃນປະຊາຄົມອີກ!
16. ເປັນຫຍັງເຈົ້າຈຶ່ງຮູ້ສຶກຂອບໃຈທີ່ມີປະໂລຫິດໃຫຍ່ທີ່ເຫັນອົກເຫັນໃຈ?
16 ຕອນທີ່ພະເຢຊູມີຊີວິດຢູ່ໃນໂລກນີ້ ເພິ່ນໄດ້ຊ່ວຍຫຼາຍຄົນໃນເວລາທີ່ເຂົາເຈົ້າຕ້ອງການຄວາມຊ່ວຍເຫຼືອ. ໃນທຸກມື້ນີ້ ເຮົາໝັ້ນໃຈໄດ້ວ່າເພິ່ນກໍຈະຊ່ວຍເຮົາເມື່ອເຮົາຕ້ອງການຄວາມຊ່ວຍເຫຼືອ. ໃນໂລກໃໝ່ ພະເຢຊູຈະຊ່ວຍມະນຸດທີ່ເຊື່ອຟັງໃຫ້ຫຼຸດພົ້ນຈາກບາບແລະຄວາມບໍ່ສົມບູນແບບໄດ້ແທ້ໆ. ເຮົາຂອບໃຈພະເຢໂຫວາທີ່ຮັກແລະເມດຕາເຮົາຫຼາຍຈົນໃຫ້ລູກຊາຍຂອງເພິ່ນມາເປັນປະໂລຫິດໃຫຍ່ຂອງພວກເຮົາທີ່ມີຄວາມເຫັນອົກເຫັນໃຈ.
ເພງທີ 13 ພະຄລິດເປັນແບບຢ່າງຂອງເຮົາ
a ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບບົດບາດຂອງພະເຢຊູໃນຖານະເປັນປະໂລຫິດໃຫຍ່ທີ່ເຂົ້າມາແທນທີ່ບົດບາດຂອງປະໂລຫິດໃຫຍ່ຂອງຄົນຢິວ ໃຫ້ເບິ່ງບົດຄວາມ “ໃຫ້ເຫັນຄ່າສິດທິພິເສດທີ່ໄດ້ນະມັດສະການຢູ່ວິຫານໂດຍໄນຂອງພະເຢໂຫວາ” ໃນຫໍສັງເກດການ ເດືອນຕຸລາ ປີ 2023 ໜ້າ 26 ຂໍ້ 7-9.
b ຊື່ສົມມຸດ