ໜຸ່ມສາວຖາມ
ລູກຈະຮູ້ຈັກພໍ່ແມ່ໃຫ້ຫຼາຍຂຶ້ນໄດ້ແນວໃດ?
ນາງໂສພາກຳລັງກິນເຂົ້າກັບພໍ່ແມ່ແລະໝູ່ຂອງພໍ່ແມ່. ໃນລະຫວ່າງທີ່ກິນເຂົ້າ ໝູ່ໄດ້ເວົ້າກັບແມ່ຂອງໂສພາວ່າ “ເຈົ້າຄືຊິບໍ່ເຊື່ອດອກ! ມື້ກ່ອນນີ້ຂ້ອຍເຫັນອ້າຍຄຳພັນ ແຟນເກົ່າເຈົ້າຕອນຮຽນຢູ່ອຸດົມ.”
ໂສພາເກືອບເຮັດສ້ອມຫຼຸດມື ເນື່ອງຈາກບໍ່ເຄີຍ ໄດ້ຍິນເລື່ອງຂອງຜູ້ຊື່ຄຳພັນມາກ່ອນ!
“ຫະ ແມ່ມີແຟນກ່ອນພໍ້ກັບພໍ່ຫວາ? ລູກບໍ່ເຄີຍຮູ້ ເລີຍ!”
ເຮົາເປັນຄືກັບໂສພາບໍ ທີ່ຕົກໃຈເມື່ອຮູ້ບາງເລື່ອງກ່ຽວກັບພໍ່ແມ່? ຖ້າເປັນແນວນັ້ນ ເຮົາອາດສົງໄສວ່າມີຫຍັງອີກບໍທີ່ເຮົາຍັງບໍ່ທັນຮູ້!
ເປັນຫຍັງຈຶ່ງຍັງມີໂອກາດສະເໝີທີ່ຈະຮູ້ຈັກພໍ່ແມ່ໃຫ້ຫຼາຍຂຶ້ນ? ການຮູ້ຈັກພໍ່ແມ່ໃຫ້ຫຼາຍຂຶ້ນຈະມີປະໂຫຍດຫຍັງ? ແລະເຮົາຈະຮູ້ຈັກພໍ່ແມ່ໃຫ້ຫຼາຍຂຶ້ນໄດ້ແນວໃດ?
ມີອີກຫຼາຍເລື່ອງໃຫ້ຮຽນຮູ້
ເປັນຫຍັງລູກຈຶ່ງບໍ່ຮູ້ບາງເລື່ອງກ່ຽວກັບພໍ່ແມ່? ບາງເທື່ອແມ່ນຍ້ອນຢູ່ຫ່າງໄກກັນ. ທ້າວ ສົມສັກa ເຊິ່ງຕອນນີ້ອາຍຸ 22 ປີ ບອກວ່າ “ພໍ່ແມ່ຢ່າຮ້າງກັນຕອນຂ້ອຍອາຍຸແປດປີ. ຕັ້ງແຕ່ນັ້ນມາ ຂ້ອຍພໍ້ກັບພໍ່ປີລະສອງສາມເທື່ອເທົ່ານັ້ນ. ດັ່ງນັ້ນຈຶ່ງມີຫຼາຍເລື່ອງທີ່ຂ້ອຍຢາກຮູ້ກ່ຽວກັບເພິ່ນ.”
ເຖິງວ່າຢູ່ກັບພໍ່ແມ່ເປັນເວລາຫຼາຍປີແລ້ວ ແຕ່ບາງທີເພິ່ນກໍບໍ່ໄດ້ບອກເຮົາທຸກເລື່ອງ ກ່ຽວກັບຕົວເພິ່ນ. ຍ້ອນຫຍັງ? ກໍຄືກັບພວກເຮົາທຸກຄົນ ບາງຄັ້ງພໍ່ແມ່ຮູ້ສຶກອາຍໃນເລື່ອງຂໍ້ຜິດພາດໃນອະດີດ. (ໂລມ 3:23) ອີກຢ່າງໜຶ່ງ ເພິ່ນອາດກັງວົນວ່າຖ້າເລົ່າຂໍ້ຜິດພາດຂອງຕົນໃຫ້ລູກຟັງ ລູກຈະບໍ່ນັບຖືເພິ່ນຫຼືຢ້ານວ່າລູກຈະກ້າເຮັດຕາມໃຈຕົວເອງຫຼາຍຂຶ້ນ.
ແຕ່ຫຼາຍຄັ້ງທີ່ພໍ່ແມ່ບໍ່ໄດ້ບອກໃຫ້ລູກຮູ້ກໍຍ້ອນວ່າບໍ່ມີໂອກາດເວົ້າເຖິງເລື່ອງນັ້ນ. ຊາຍໜຸ່ມຊື່ດາວໄຊເວົ້າວ່າ “ໜ້າແປກທີ່ເຮົາຢູ່ກັບພໍ່ແມ່ຫຼາຍປີ ແຕ່ກໍຍັງມີອີກຫຼາຍເລື່ອງທີ່ບໍ່ທັນຮູ້ກ່ຽວກັບພວກເພິ່ນ!” ເຮົາຄວນຈະເປັນຝ່າຍເລີ່ມຕົ້ນຂໍໃຫ້ພໍ່ແມ່ເລົ່າເລື່ອງອະດີດຂອງເພິ່ນກ່ຽວກັບສິ່ງທີ່ເຮົາບໍ່ທັນຮູ້ຈັກ. ຂໍໃຫ້ພິຈາລະນາຜົນດີສີ່ຢ່າງທີ່ເຮົາອາດຈະໄດ້ຮັບ.
ຜົນດີຢ່າງທີ 1: ພໍ່ແມ່ຄົງຈະດີໃຈທີ່ເຮົາສົນໃຈເພິ່ນ. ແນ່ນອນວ່າພໍ່ແມ່ຈະດີໃຈທີ່ເຮົາສົນໃຈພໍສົມຄວນຈຶ່ງຖາມເລື່ອງຊີວິດຂອງເພິ່ນ. ເປັນໄປໄດ້ທີ່ເພິ່ນ ອາດເຫັນໃຈລູກ ຫຼາຍຂຶ້ນ!—ມັດທາຍ 7:12
ຜົນດີຢ່າງທີ 2: ລູກຈະເຂົ້າໃຈຄວາມຄຶດຂອງພໍ່ແມ່ຫຼາຍຂຶ້ນ. ຍົກຕົວຢ່າງ ໃນອະດີດພໍ່ແມ່ເຄີຍມີຊີວິດການເປັນຢູ່ທີ່ຂັດສົນບໍ? ເລື່ອງນີ້ອາດຊ່ວຍໃຫ້ເຂົ້າໃຈວ່າເປັນຫຍັງເພິ່ນຈຶ່ງປະຢັດເອົາແທ້ເອົາວ່າ ເຖິງແມ່ນລູກອາດຄຶດວ່າບໍ່ຈຳເປັນຕ້ອງເຮັດຂະໜາດນັ້ນ.
ການເຂົ້າໃຈຄວາມຄຶດຂອງພໍ່ແມ່ແບບນີ້ອາດເປັນປະໂຫຍດ. ຊາຍໜຸ່ມຊື່ໄຊຍະສິດເວົ້າວ່າ “ເມື່ອໄດ້ຮູ້ຈັກຄວາມຄຶດຂອງພໍ່ແມ່ ຂ້ອຍຈະຄຶດກ່ອນວ່າຄຳເວົ້າຂອງຂ້ອຍຈະກະທົບໃສ່ເພິ່ນແນວໃດ.”—ສຸພາສິດ 15:23
ຜົນດີຢ່າງທີ 3: ລູກອາດສະດວກໃຈຫຼາຍຂຶ້ນທີ່ຈະເວົ້າເຖິງຊີວິດຂອງຕົວເອງ. ນາງ ພອນຈິດ ອາຍຸ 18 ປີ ເລົ່າວ່າ “ກ່ອນໜ້ານີ້ຂ້ອຍບໍ່ກ້າທີ່ຈະບອກພໍ່ເລື່ອງຜູ້ຊາຍທີ່ຂ້ອຍມັກ. ແຕ່ເມື່ອເລົ່າໃຫ້ພໍ່ຟັງ ເພິ່ນກໍເລົ່າເລື່ອງຄວາມຮັກຄັ້ງທຳອິດຂອງເພິ່ນ ແລະບອກວ່າເພິ່ນມີຄວາມສຸກຫຼາຍ. ພໍ່ຍັງເລົ່າໃຫ້ຟັງຕອນທີ່ເລີກກັບແຟນແລະເພິ່ນຮູ້ສຶກໂສກເສົ້າຫຼາຍ. ຍ້ອນແນວນັ້ນຂ້ອຍຈຶ່ງກ້າເລົ່າເລື່ອງຂອງຕົວເອງໃຫ້ພໍ່ຟັງ.”
ຜົນດີຢ່າງທີ 4: ປະສົບການຊີວິດຂອງພໍ່ແມ່ອາດຊ່ວຍລູກໃຫ້ຮັບມືກັບຄວາມວຸ່ນວາຍໃຈແລະບັນຫາຂອງຕົວເອງ. ທ້າວ ວັນນາ ອາຍຸ 16 ປີ ເວົ້າວ່າ “ຂ້ອຍຢາກຮູ້ວ່າພໍ່ແມ່ເຮັດແນວໃດຈຶ່ງສາມາດເບິ່ງແຍງຄອບຄົວທີ່ໃຫຍ່ ເຊິ່ງມີຄວາມຈຳເປັນທີ່ແຕກຕ່າງກັນທັງດ້ານຮ່າງກາຍ ດ້ານອາລົມ ແລະດ້ານສາຍສຳພັນກັບພະເຈົ້າ. ເລື່ອງນີ້ຕ້ອງໃຫ້ບົດຮຽນທີ່ສຳຄັນ.” ຄຳພີໄບເບິນກ່າວວ່າ: “ໃນພວກຜູ້ເຖົ້າແກ່ມີຄວາມປັນຍາແລະໃນອາຍຸສູງມີຄວາມເຂົ້າໃຈ.”—ໂຢບ 12:12
ຈົ່ງເປັນຝ່າຍເລີ່ມຕົ້ນ
ຖ້າຢາກຮູ້ຈັກພໍ່ແມ່ຫຼາຍຂຶ້ນ ລູກຈະເຮັດແນວໃດ? ຕໍ່ໄປນີ້ເປັນຄຳແນະນຳບາງຢ່າງ.
ເລືອກເວລາແລະສະຖານທີ່. ບັນຍາກາດບໍ່ຈຳເປັນຕ້ອງເປັນແບບທາງການສະເໝີໄປ. ພະຍາຍາມລົມກັນໃນບັນຍາກາດທີ່ສະບາຍໆ. ອາດຈະລົມກັນຕອນລ້າງລົດ ຕອນເຮັດວຽກນຳກັນ ຕອນໄປຍ່າງຫຼິ້ນ ຫຼືຕອນຂັບລົດໄປກັບພໍ່ແມ່. ທ້າວໄຊຍະສິດທີ່ກ່າວເຖິງກ່ອນໜ້ານີ້ເວົ້າວ່າ “ຂ້ອຍກັບພໍ່ແມ່ລົມກັນຢ່າງມ່ວນຊື່ນເມື່ອຂັບລົດໄປທາງໄກ. ຂ້ອຍສາມາດເອົາຫູຟັງສຸບໃສ່ຫູຫຼືນອນກໍໄດ້ ແຕ່ຂ້ອຍເຫັນວ່າການລົມກັນຄຸ້ມຄ່າກວ່າ!”
ຕັ້ງຄຳຖາມ. ຕ້ອງຍອມຮັບວ່າ ເຖິງແມ່ນຈະມີບັນຍາກາດທີ່ເໝາະສົມ ແຕ່ຢູ່ດີໆແມ່ອາດຈະບໍ່ເລົ່າເລື່ອງຄວາມຮັກຄັ້ງທຳອິດຂອງເພິ່ນໃຫ້ລູກຟັງ ແລະພໍ່ອາດບໍ່ໄດ້ເວົ້າເຖິງເທື່ອທຳອິດທີ່ເພິ່ນຂີ່ລົດໄປຕຳບາງສິ່ງຈົນລົດເພ. ແຕ່ພໍ່ແມ່ອາດເລົ່າເລື່ອງແບບນີ້ໃຫ້ຟັງຖ້າລູກຖາມ! ຖ້າລູກຢາກໄດ້ຄຳແນະນຳວ່າຈະຖາມແນວໃດ ຂໍໃຫ້ເບິ່ງໃນຂອບໜ້າ 12.
ບໍ່ຕາຍຕົວໂພດ. ຫຼາຍຄັ້ງການຕອບຄຳຖາມໃນເລື່ອງໜຶ່ງອາດນຳໄປສູ່ອີກເລື່ອງໜຶ່ງ. ລູກອາດຢາກກັບມາລົມເລື່ອງເກົ່າ ແຕ່ລູກຄວນອົດໄວ້ກ່ອນ! ໃຫ້ຈື່ໄວ້ວ່າ ເປົ້າໝາຍຂອງລູກບໍ່ແມ່ນພຽງແຕ່ຈະເກັບກຳຂໍ້ມູນເທົ່ານັ້ນ ແຕ່ຕ້ອງການຈະສ້າງສາຍສຳພັນໃຫ້ໃກ້ຊິດກັບພໍ່ແມ່ ແລະວິທີດີທີ່ສຸດຢ່າງໜຶ່ງເຊິ່ງຈະເຮັດແບບນັ້ນກໍຄື ລົມກັນໃນເລື່ອງທີ່ພໍ່ແມ່ ຢາກລົມ.—ຟິລິບ 2:4
ໃຊ້ຄວາມສັງເກດເຂົ້າໃຈ. “ຄວາມເຕືອນສະຕິ [ຄວາມຄຶດ] ໃນໃຈຂອງຄົນຜູ້ໜຶ່ງເປັນຄືນ້ຳເລິກແລະຄົນປັນຍາກໍຕັກນ້ຳນັ້ນ.” (ສຸພາສິດ 20:5) ລູກຕ້ອງມີຄວາມເຂົ້າໃຈແລະຄວາມສັງເກດເປັນພິເສດເມື່ອພະຍາຍາມໃຫ້ພໍ່ແມ່ເລົ່າເລື່ອງທີ່ກະທົບຄວາມຮູ້ສຶກຂອງເພິ່ນ. ຕົວຢ່າງເຊັ່ນ ລູກອາດຢາກຮູ້ເລື່ອງຄວາມຜິດພາດທີ່ເປັນຕາໜ້າອາຍເຊິ່ງພໍ່ເຮັດຕອນອາຍຸສ່ຳລູກ ແລະຢາກຮູ້ວ່າຖ້າຫວນຄືນໄປໄດ້ພໍ່ຈະເຮັດຕ່າງຈາກທີ່ໄດ້ເຮັດໄປແລ້ວແນວໃດ. ແຕ່ກ່ອນທີ່ຈະຖາມເລື່ອງແບບນັ້ນ ລູກອາດຖາມວ່າ “ຈະເປັນຫຍັງບໍຖ້າລູກຈະຖາມວ່າ . . . ”
ຮູ້ຈັກຜ່ອນສັ້ນຜ່ອນຍາວ. ເມື່ອພໍ່ແມ່ເລົ່າເລື່ອງຂອງເພິ່ນໃຫ້ຟັງ ຈົ່ງ “ວ່ອງໄວໆຈະຟັງ ໃຫ້ຊ້າໆຈະເວົ້າ.” (ຢາໂກໂບ 1:19) ຢ່າເຍາະເຍີ້ຍຫຼືເວົ້າດູຖູກພໍ່ແມ່ກ່ຽວກັບເລື່ອງທີ່ເພິ່ນເລົ່າໃຫ້ຟັງ. ຄຳເວົ້າທີ່ວ່າ “ລູກບໍ່ຢາກເຊື່ອເລີຍວ່າພໍ່ຫຼືແມ່ເຮັດແບບນັ້ນ!” ຫຼື “ຍ້ອນແນວນັ້ນ ພໍ່ຫຼືແມ່ຈຶ່ງເຄັ່ງຄັດກັບລູກ!” ນັ້ນຈະເຮັດໃຫ້ພໍ່ແມ່ບໍ່ຢາກເລົ່າຫຍັງໃຫ້ຟັງອີກ. ການທີ່ລູກເລົ່າເລື່ອງສ່ວນຕົວຂອງຄົນໃນຄອບຄົວໃຫ້ຜູ້ອື່ນຟັງກໍຈະເຮັດໃຫ້ພໍ່ແມ່ບໍ່ຢາກເລົ່າຫຍັງໃຫ້ລູກຟັງຄືກັນ.
ບໍ່ມີມື້ຊ້າເກີນໄປ!
ຄຳແນະນຳຂ້າງເທິງນັ້ນອາດຊ່ວຍລູກໃຫ້ຮູ້ຈັກພໍ່ແມ່ຫຼາຍຂຶ້ນໃນຂະນະທີ່ລູກຍັງຢູ່ນຳພໍ່ແມ່. ແຕ່ຖ້າລູກແຍກອອກໄປຢູ່ຕ່າງຫາກແລ້ວເດ? ຫຼັກການດຽວກັນນີ້ອາດຊ່ວຍລູກໃຫ້ກັບມາໃກ້ຊິດກັບພໍ່ແມ່ໄດ້ອີກ ຫຼືຮູ້ຈັກກັບພໍ່ແມ່ເຊິ່ງລູກບໍ່ເຄີຍໃກ້ຊິດມາກ່ອນ. ທ້າວສົມສັກທີ່ກ່າວເຖິງກ່ອນໜ້ານີ້ມີປະສົບການແບບນັ້ນ. ເຖິງວ່າບໍ່ໄດ້ຢູ່ນຳພໍ່ແມ່ແລ້ວ ແຕ່ລາວເວົ້າວ່າ “ເມື່ອບໍ່ດົນມານີ້ ຂ້ອຍຮູ້ຈັກພໍ່ຫຼາຍຂຶ້ນແລະຂ້ອຍກໍມັກທີ່ໄດ້ຮູ້ຈັກກັບພໍ່ແບບນັ້ນ.”
ບໍ່ວ່າລູກຈະຍັງຢູ່ນຳພໍ່ແມ່ຫຼືວ່າແຍກອອກໄປຢູ່ຕ່າງຫາກແລ້ວ ບໍ່ມີມື້ຊ້າເກີນໄປທີ່ຈະຮູ້ຈັກພໍ່ແມ່ໃຫ້ຫຼາຍຂຶ້ນ. ໃຫ້ຜູ້ເປັນລູກລອງໃຊ້ຄຳແນະນຳໃນບົດຄວາມນີ້ເພື່ອຊ່ວຍໃຫ້ເຮັດເຊັ່ນນັ້ນ.
[ຂໍ້ຄວາມໄຂເງື່ອນ]
a ຊື່ໃນບົດຄວາມນີ້ເປັນຊື່ສົມມຸດ
ເພື່ອຄົ້ນຄຶດຕຶກຕອງ
◼ ເລື່ອງໃດໃນບົດຄວາມນີ້ທີ່ຢາກຖາມພໍ່ແມ່?
◼ ການຮູ້ຈັກພໍ່ແມ່ໃຫ້ຫຼາຍຂຶ້ນອາດຊ່ວຍລູກແນວໃດໃຫ້ເຂົ້າໃຈຕົວເອງຕື່ມອີກ?
[ຂອບ/ຮູບພາບໜ້າ 12]
ຖາມພໍ່ແມ່ດ້ວຍຄຳຖາມຕໍ່ໄປນີ້:
ການແຕ່ງດອງ: ພໍ່ກັບແມ່ພໍ້ກັນແນວໃດ? ໃນຕອນທຳອິດປະທັບໃຈຈຸດໃດຂອງກັນ? ເມື່ອແຕ່ງດອງແລ້ວພາກັນໄປຢູ່ໃສ?
ໄວເດັກ: ພໍ່ແມ່ເກີດຢູ່ໃສ? ເຂົ້າກັນດີກັບອ້າຍເອື້ອຍນ້ອງບໍ? ປູ່ຍ່າຫຼືພໍ່ຕູ້ແມ່ຕູ້ເຄັ່ງຄັດຫຼືວ່າບໍ່ເຄັ່ງຄັດກັບພໍ່ແມ່?
ການສຶກສາ: ພໍ່ແມ່ຮຽນວິຊາໃດເກັ່ງທີ່ສຸດ? ພໍ່ແມ່ອ່ອນວິຊາໃດຫຼາຍທີ່ສຸດ? ພໍ່ແມ່ມີອາຈານທີ່ມັກຫຼາຍບໍ? ເປັນຫຍັງອາຈານຜູ້ນັ້ນຈຶ່ງພິເສດກວ່າໝູ່?
ວຽກອາຊີບ: ວຽກທຳອິດຂອງພໍ່ແມ່ແມ່ນຫຍັງ? ພໍ່ແມ່ມັກວຽກນັ້ນບໍ? ຖ້າເລືອກໄດ້ ພໍ່ແມ່ຈະເລືອກເຮັດວຽກຫຍັງ?
ຄວາມສົນໃຈ: ຖ້າພໍ່ແມ່ສາມາດໄປບ່ອນໃດກໍໄດ້ໃນໂລກນີ້ ພໍ່ແມ່ຈະໄປໃສ? ວຽກທີ່ເຮັດຍາມວ່າງຫຼືການຮຽນຮູ້ອັນໃດທີ່ພໍ່ແມ່ຢາກຝຶກໃຫ້ດີຂຶ້ນ?
ສິ່ງທີ່ຖືວ່າມີຄ່າ: ພໍ່ແມ່ຄຶດວ່າອັນໃດເປັນສິ່ງສຳຄັນທີ່ສຸດເພື່ອຈະມີມິດຕະພາບທີ່ດີ? ເພື່ອຈະມີຊີວິດທີ່ມີຄວາມສຸກ? ເພື່ອຈະປະສົບຜົນສຳເລັດໃນຊີວິດຄອບຄົວ? ພໍ່ແມ່ເຄີຍໄດ້ຮັບຄຳແນະນຳອັນໃດທີ່ດີທີ່ສຸດ?
ລອງວິທີນີ້: ໃຫ້ເລືອກສອງສາມຄຳຖາມທີ່ຢູ່ຂ້າງເທິງນັ້ນແລະເດົາເບິ່ງວ່າພໍ່ແມ່ຈະຕອບແນວໃດ. ຈາກນັ້ນໃຫ້ຖາມພໍ່ແມ່ແລະສົມທຽບຄຳຕອບຂອງເພິ່ນກັບສິ່ງທີ່ລູກໄດ້ຄຶດໄວ້.
[ຂອບໜ້າ 13]
ເຖິງຜູ້ເປັນພໍ່ແມ່
ເຮົາກຳລັງກິນເຂົ້າກັບຜົວຫຼືເມຍ ລູກສາວ ແລະໝູ່ບາງຄົນ. ໃນລະຫວ່າງທີ່ລົມກັນ ໝູ່ໄດ້ເວົ້າຮອດແຟນເກົ່າຂອງເຮົາ. ເຮົາບໍ່ເຄີຍເລົ່າເລື່ອງນີ້ໃຫ້ລູກຟັງ. ຕອນນີ້ລູກຢາກຮູ້ຫຼາຍຂຶ້ນ. ເຮົາຈະເຮັດແນວໃດ?
ຕາມທຳມະດາແລ້ວດີທີ່ສຸດແມ່ນປ່ອຍໃຫ້ລູກຖາມ. ເພາະເວລາທີ່ລູກຖາມແລະຟັງຄຳຕອບຈາກເຮົາຈະເປັນເວລາທີ່ພວກເຮົາເວົ້າລົມກັນ ນັ້ນແມ່ນສິ່ງທີ່ພໍ່ແມ່ສ່ວນຫຼາຍຕ້ອງການ.
ແຕ່ຄວນບອກລູກຫຼາຍໜ້ອຍສ່ຳໃດກ່ຽວກັບອະດີດຂອງເຮົາ? ຕາມທຳມະດາແລ້ວ ເຮົາອາດບໍ່ຢາກບອກໃນເລື່ອງທີ່ເປັນຕາໜ້າອາຍ. ແຕ່ເມື່ອເໝາະສົມ ການເລົ່າບາງເລື່ອງທີ່ເຮົາພະຍາຍາມຮັບມືອາດຈະຊ່ວຍລູກໄດ້. ຊ່ວຍໄດ້ແນວໃດ?
ຂໍໃຫ້ພິຈາລະນາຕົວຢ່າງ. ຄັ້ງໜຶ່ງອັກຄະສາວົກໂປໂລກ່າວເຖິງຕົວເອງວ່າ: “ເຮົາທີ່ຢາກກະທຳການດີ. . . . ການຊົ່ວຍັງຕິດຢູ່ໃນຕົວເຮົາ. . . . ໂອ້ເຮົາຄົນຍາກລຳບາກ [ຄົນຕາໜ້າສົມເພດ].” (ໂລມ 7:21-24) ພະເຢໂຫວາພະເຈົ້າດົນໃຈໃຫ້ມີການບັນທຶກຖ້ອຍຄຳເຫຼົ່ານີ້ໄວ້ໃນຄຳພີໄບເບິນເພື່ອປະໂຫຍດຂອງເຮົາ. (2 ຕີໂມເຕ 3:16) ເຮົາໄດ້ຮັບປະໂຫຍດແທ້ ໆ ເພາະເຮົາທຸກຄົນເຂົ້າໃຈຄຳເວົ້າທີ່ກົງໄປກົງມາຂອງໂປໂລ.
ຄ້າຍກັນ ການໄດ້ຟັງທັງທາງເລືອກທີ່ດີແລະຄວາມຜິດພາດຂອງເຮົາສາມາດຊ່ວຍລູກໃຫ້ເຂົ້າໃຈເຮົາຫຼາຍຂຶ້ນ. ເຖິງວ່າຖືກລ້ຽງໃນຄົນລະສະໄໝແລະການເວລາກໍປ່ຽນໄປ ແຕ່ທຳມະຊາດຂອງມະນຸດບໍ່ໄດ້ປ່ຽນທັງມາດຕະຖານຂອງຄຳພີໄບເບິນກໍບໍ່ໄດ້ປ່ຽນໄປ. (ຄຳເພງ 119:144) ການເວົ້າເຖິງຂໍ້ຫຍຸ້ງຍາກຕ່າງໆທີ່ເຮົາປະເຊີນແລະວິທີທີ່ເຮົາເອົາຊະນະມັນໄດ້ ສາມາດຊ່ວຍລູກເມື່ອລາວຜ່ານຜ່າບັນຫາຂອງຕົວເອງ. ຊາຍໜຸ່ມທີ່ຊື່ດາວໄຊເວົ້າວ່າ: “ເມື່ອຮູ້ວ່າພໍ່ແມ່ກໍປະສົບກັບຂໍ້ຫຍຸ້ງຍາກຄ້າຍຄືກັບຂ້ອຍ ນັ້ນເຮັດໃຫ້ພໍ່ແມ່ເປັນບຸກຄົນທີ່ມີປະສົບການຈິງສຳລັບຂ້ອຍ.” ລາວເວົ້າຕື່ມວ່າ: “ເມື່ອປະສົບບັນຫາເທື່ອໜ້າ ຂ້ອຍຖາມຕົວເອງວ່າພໍ່ແມ່ກໍຄົງຈະປະສົບແບບນີ້ ເຊັ່ນກັນ.”
ຄຳເຕືອນ: ບໍ່ໄດ້ໝາຍຄວາມວ່າທຸກເລື່ອງຈະຕ້ອງຈົບດ້ວຍການໃຫ້ຄຳແນະນຳ. ແມ່ນຢູ່ ເຮົາອາດເປັນຫ່ວງວ່າລູກໄວຮຸ່ນຈະໄດ້ຂໍ້ສະຫຼຸບທີ່ຜິດຫຼືແມ່ນແຕ່ຮູ້ສຶກວ່າເປັນສິ່ງຖືກຕ້ອງທີ່ຈະເຮັດຄວາມຜິດຄ້າຍໆກັນນັ້ນ. ແທນທີ່ຈະສະຫຼຸບໃນສິ່ງທີ່ເຮົາຕ້ອງການໃຫ້ລູກໄດ້ຮັບຈາກການສົນທະນາ (ເຊັ່ນ “ຍ້ອນແນວນັ້ນລູກຈຶ່ງບໍ່ຄວນ . . . ” ) ໃຫ້ເວົ້າສັ້ນໆວ່າເຮົາ ຮູ້ສຶກແນວໃດ (ເຊັ່ນ “ເມື່ອຄຶດຕາມຫຼັງ ພໍ່ຫຼືແມ່ຄົງຈະບໍ່ໄດ້ເຮັດແບບນັ້ນເພາະ . . . ” ) ດັ່ງນັ້ນ ລູກສາມາດຮຽນເອົາບົດຮຽນອັນລ້ຳຄ່າຈາກປະສົບການຂອງພໍ່ແມ່ໂດຍບໍ່ຕ້ອງຮູ້ສຶກຄືກັບວ່າກຳລັງຟັງເທດຢູ່.—ເອເຟດ 6:4
[ຂອບໜ້າ 13]
“ມີເທື່ອໜຶ່ງຂ້ອຍຍອມຮັບກັບແມ່ວ່າ ຂ້ອຍຮູ້ສຶກມ່ວນເມື່ອຢູ່ກັບໝູ່ຢູ່ໂຮງຮຽນຫຼາຍກວ່າຢູ່ກັບໝູ່ຄລິດສະຕຽນ. ມື້ຕໍ່ມາ ແມ່ຂຽນຈົດໝາຍວາງໄວ້ຢູ່ເທິງໜ້າໂຕະຂ້ອຍ. ແມ່ຂຽນວ່າ ແມ່ກໍຄືກັນເຄີຍຄຶດວ່າບໍ່ມີໝູ່ໃນທ່າມກາງພີ່ນ້ອງຄລິດສະຕຽນ. ແມ່ເຕືອນໃຈຂ້ອຍໃຫ້ຄຶດເຖິງບາງຄົນໃນຄຳພີໄບເບິນທີ່ໄດ້ຮັບໃຊ້ພະເຢໂຫວາເຖິງວ່າບໍ່ມີໃຜເລີຍທີ່ຢູ່ໃກ້ແລະໃຫ້ການຊູໃຈ. ນອກຈາກນັ້ນ ແມ່ຍັງຊົມເຊີຍຂ້ອຍທີ່ພະຍາຍາມສ້າງມິດຕະພາບທີ່ດີງາມ. ຂ້ອຍຮູ້ສຶກແປກໃຈເມື່ອຮູ້ວ່າບໍ່ແມ່ນແຕ່ຂ້ອຍຜູ້ດຽວທີ່ມີບັນຫາແບບນີ້ ແຕ່ແມ່ກໍມີຄືກັນ ແລະຂ້ອຍດີໃຈຈົນນ້ຳຕາໄຫຼເມື່ອໄດ້ຮູ້ເລື່ອງນີ້. ຂ້ອຍໄດ້ກຳລັງໃຈຫຼາຍຈາກເລື່ອງທີ່ແມ່ເລົ່າໃຫ້ຟັງແລະນັ້ນເຮັດໃຫ້ຂ້ອຍຮູ້ສຶກເຂັ້ມແຂງເພື່ອຈະເຮັດໃນສິ່ງທີ່ຖືກຕ້ອງ.”—ນ. ຈຸງໂກະ ອາຍຸ 17 ປີ ຈາກປະເທດຍີ່ປຸ່ນ.
[ຮູບພາບໜ້າ 11]
ຂໍພໍ່ແມ່ໃຫ້ເອົາຮູບຫຼືເຄື່ອງຂອງແຕ່ກີ້ຂອງເພິ່ນມາໃຫ້ລູກເບິ່ງ. ສິ່ງເຫຼົ່ານີ້ມັກຈະພາໃຫ້ມີການລົມກັນແບບມີຊີວິດຊີວາ