ບົດທີ 37
ເປັນຫຍັງພໍ່ແມ່ບໍ່ປ່ອຍໃຫ້ຂ້ອຍມີຄວາມມ່ວນຊື່ນແດ່?
ສຳລັບນາງແອລິສັນເຊິ່ງເປັນໄວຮຸ່ນຄົນໜຶ່ງໃນປະເທດອົດສະຕຣາລີ ທຸກຕອນເຊົ້າວັນຈັນຢູ່ໂຮງຮຽນເປັນເວລາທີ່ລາວເຄັ່ງຕຶງຫຼາຍ.
ແອລິສັນບອກວ່າ: “ທຸກຄົນເວົ້າເຖິງສິ່ງທີ່ເຂົາເຈົ້າເຮັດໃນມື້ວັນເສົາແລະວັນອາທິດ. ເຂົາເຈົ້າເລົ່າເລື່ອງທີ່ຟັງເປັນຕາໜ້າຕື່ນເຕັ້ນເຊັ່ນ ໄປງານລ້ຽງຈັກບ່ອນ ໄດ້ຈູບຜູ້ຊາຍຈັກຄົນ ແມ່ນກະທັ່ງການໜີຕຳຫຼວດ . . . ຟັງເປັນຕາຢ້ານ ແຕ່ກໍຄົງຈະເປັນຕາມ່ວນ! ເຂົາເຈົ້າພາກັນເມືອເຮືອນຕອນຫ້າໂມງເຊົ້າ ແລະພໍ່ແມ່ກໍບໍ່ໄດ້ເວົ້າຫຍັງ. ສ່ວນຂ້ອຍຕ້ອງເຂົ້ານອນກ່ອນທີ່ພວກນັ້ນຈະອອກໄປທ່ຽວຊ້ຳ!
“ແນວໃດກໍຕາມ ຫຼັງຈາກທີ່ເລົ່າເຖິງສິ່ງທີ່ເຂົາເຈົ້າໄດ້ເຮັດ ໝູ່ທີ່ຮຽນໜັງສືຢູ່ຫ້ອງດຽວກັນກໍຖາມເຖິງສິ່ງທີ່ຂ້ອຍໄດ້ເຮັດ . . . ຂ້ອຍໄປການປະຊຸມແລະໄປປະກາດ. ຂ້ອຍຮູ້ສຶກວ່າຕົນເອງພາດໂອກາດທີ່ມ່ວນຊື່ນ. ດັ່ງນັ້ນ ຂ້ອຍຈຶ່ງບອກວ່າບໍ່ໄດ້ເຮັດຫຍັງ. ຈາກນັ້ນ ເຂົາເຈົ້າກໍຖາມວ່າເປັນຫຍັງຂ້ອຍຈຶ່ງບໍ່ໄປນຳເຂົາເຈົ້າ.
“ເມື່ອວັນຈັນຜ່ານໄປ ອາດຈະຄິດວ່າຄົງຈະບໍ່ເປັນຫຍັງແລ້ວ. ແຕ່ມັນບໍ່ເປັນແນວນັ້ນ. ເມື່ອຮອດວັນອັງຄານ ທຸກຄົນກໍເວົ້າເຖິງວັນເສົາແລະວັນອາທິດທີ່ຈະມາເຖິງ! ຂ້ອຍກໍມີແຕ່ນັ່ງຟັງພວກເຂົາເຈົ້າລົມກັນ. ຂ້ອຍຮູ້ສຶກວ່າຖືກປະຖິ້ມ!”
ເມື່ອໄປໂຮງຮຽນຕອນເຊົ້າວັນຈັນ ເຈົ້າພໍ້ກັບເລື່ອງທີ່ຄ້າຍໆກັນນີ້ບໍ? ເຈົ້າອາດຮູ້ສຶກວ່າມີໂລກແຫ່ງຄວາມມ່ວນຊື່ນຢູ່ນອກປະຕູເຮືອນ ແຕ່ພໍ່ແມ່ປິດປະຕູລ໋ອກໄວ້ຢ່າງແໜ້ນ ຫຼືເຈົ້າຮູ້ສຶກຄືກັບວ່າຢູ່ສວນສະໜຸກ ແຕ່ບໍ່ໄດ້ຮັບອະນຸຍາດໃຫ້ຫຼິ້ນສິ່ງໃດທີ່ມ່ວນ. ບໍ່ແມ່ນວ່າເຈົ້າຢາກຈະເຮັດທຸກຢ່າງທີ່ຄົນໃນໄວດຽວກັນເຮັດ. ເຈົ້າກໍພຽງແຕ່ຢາກມ່ວນຊື່ນແດ່ໃນບາງຄັ້ງບາງຄາວ! ຍົກຕົວຢ່າງ ກິດຈະກຳທີ່ໃຫ້ການພັກຜ່ອນຢ່ອນໃຈອັນໃດທີ່ເຈົ້າຢາກເຮັດຫຼາຍທີ່ສຸດໃນທ້າຍອາທິດນີ້?
◻ ໄປເຕັ້ນ
◻ ໄປງານລ້ຽງ
◻ ໄປເບິ່ງການສະແດງເພງ
◻ ໄປເບິ່ງພາບພະຍົນ
◻ ອື່ນໆ ․․․․․
ເຈົ້າຕ້ອງການການພັກຜ່ອນຢ່ອນໃຈ. ທີ່ຈິງຜູ້ສ້າງຕ້ອງການໃຫ້ເຈົ້າມີຄວາມສຸກໃນໄວໜຸ່ມສາວ. (ຜູ້ເທສະໜາປ່າວປະກາດ 3:1, 4) ແລະເຖິງແມ່ນວ່າບາງຄັ້ງເຈົ້າອາດບໍ່ແນ່ໃຈ ແຕ່ພໍ່ແມ່ຕ້ອງການໃຫ້ເຈົ້າມີຄວາມມ່ວນຊື່ນຄືກັນ. ແນວໃດກໍຕາມ ພໍ່ແມ່ຄົງຈະມີເລື່ອງທີ່ຄວນເປັນຫ່ວງສອງຢ່າງ (1) ເຈົ້າຈະເຮັດຫຍັງ ແລະ (2) ໃຜຈະໄປກັບເຈົ້າ.
ຈະວ່າແນວໃດຖ້າໝູ່ຊວນເຈົ້າໄປທ່ຽວແຕ່ເຈົ້າບໍ່ແນ່ໃຈວ່າພໍ່ແມ່ຈະວ່າແນວໃດໃນເລື່ອງນີ້? ຂໍໃຫ້ພິຈາລະນາທາງເລືອກສາມຢ່າງແລະຜົນທີ່ຕາມມາຂອງທາງເລືອກແຕ່ລະຢ່າງ.
ທາງເລືອກຂໍ້ ກ ບໍ່ຂໍອະນຸຍາດ ໄປໂລດ
ເຫດຜົນທີ່ເຈົ້າອາດຄິດທີ່ຈະເລືອກວິທີນີ້ ເຈົ້າຕ້ອງການເຮັດໃຫ້ໝູ່ປະທັບໃຈວ່າເຈົ້າມີຄວາມເປັນອິດສະຫຼະສ່ຳໃດ. ເຈົ້າຄິດວ່າຮູ້ດີກວ່າພໍ່ແມ່ ຫຼືເຈົ້າມີຄວາມນັບຖືຕໍ່ກັບການຕັດສິນໃຈຂອງພວກເພິ່ນພຽງແຕ່ໜ້ອຍດຽວ.—ສຸພາສິດ 14:18.
ຜົນທີ່ຕາມມາ ໝູ່ເຈົ້າອາດຈະປະທັບໃຈເຈົ້າ ແຕ່ເຂົາເຈົ້າຈະຮູ້ວ່າເຈົ້າເປັນຄົນຫຼອກລວງ. ຖ້າເຈົ້າຫຼອກລວງພໍ່ແມ່ໄດ້ ເຈົ້າຄົງຈະຫຼອກລວງໝູ່ເພື່ອນໄດ້ຄືກັນ. ຖ້າພໍ່ແມ່ຈັບໄດ້ ພວກເພິ່ນຈະເສຍໃຈແລະຮູ້ສຶກວ່າຖືກທໍລະຍົດ ແລະຄົງຈະຫ້າມບໍ່ໃຫ້ເຈົ້າອອກໄປນອກເຮືອນໄລຍະໜຶ່ງ! ການບໍ່ເຊື່ອຟັງພໍ່ແມ່ແລະລັກໄປຫຼິ້ນເປັນທາງເລືອກທີ່ບໍ່ສະຫຼາດ.—ສຸພາສິດ 12:15.
ທາງເລືອກຂໍ້ ຂ ບໍ່ຂໍອະນຸຍາດ ແລະບໍ່ໄປ
ເຫດຜົນທີ່ເຈົ້າອາດຄິດທີ່ຈະເລືອກວິທີນີ້ ເຈົ້າຄິດເຖິງເລື່ອງທີ່ໝູ່ຊວນ ແຕ່ຕັດສິນໃຈວ່າກິດຈະກຳນັ້ນບໍ່ໄດ້ສອດຄ່ອງກັບຫຼັກການຂອງເຈົ້າ ຫຼືຄິດວ່າບາງຄົນທີ່ຊວນບໍ່ເໝາະທີ່ຈະຄົບຫານຳ. (1 ໂກລິນໂທ 15:33; ຟີລິບ 4:8) ໃນອີກດ້ານໜຶ່ງ ເຈົ້າອາດຢາກໄປແຕ່ພັດບໍ່ກ້າຂໍອະນຸຍາດນຳພໍ່ແມ່.
ຜົນທີ່ຕາມມາ ຖ້າບໍ່ໄປເພາະເຈົ້າຄິດວ່າບໍ່ເໝາະ ເຈົ້າຈະໝັ້ນໃຈຫຼາຍຂຶ້ນເມື່ອຕອບໝູ່. ແຕ່ຖ້າບໍ່ໄປພຽງແຕ່ຍ້ອນວ່າບໍ່ກ້າຄອບພໍ່ແມ່ ສຸດທ້າຍເຈົ້າອາດມີແຕ່ນັ່ງເຈົ້າຢູ່ເຮືອນ ແລະຮູ້ສຶກວ່າມີແຕ່ເຈົ້າຄົນດຽວເທົ່ານັ້ນທີ່ບໍ່ມ່ວນ.
ທາງເລືອກຂໍ້ ຄ ລອງຂໍອະນຸຍາດພໍ່ແມ່ເບິ່ງ
ເຫດຜົນທີ່ເຈົ້າອາດຄິດທີ່ຈະເລືອກວິທີນີ້ ເຈົ້າຍອມຮັບສິດອຳນາດຂອງພໍ່ແມ່ທີ່ມີເໜືອເຈົ້າ ແລະກໍນັບຖືການຕັດສິນໃຈຂອງເພິ່ນ. (ໂກໂລດ 3:20) ເຈົ້າຮັກພໍ່ແມ່ແລະບໍ່ຢາກເຮັດໃຫ້ພວກເພິ່ນເສຍໃຈໂດຍການລັກໄປຫຼິ້ນ. (ສຸພາສິດ 10:1) ເຈົ້າຍັງມີໂອກາດອະທິບາຍເຫດຜົນຂອງເຈົ້າ.
ຜົນທີ່ຕາມມາ ພໍ່ແມ່ຮູ້ສຶກວ່າເຈົ້າຮັກແລະນັບຖືພວກເພິ່ນ. ແລະຖ້າພວກເພິ່ນເຫັນວ່າຄຳຂໍຂອງເຈົ້າມີເຫດຜົນ ເພິ່ນອາດຈະອະນຸຍາດກໍໄດ້.
ເຫດຜົນທີ່ພໍ່ແມ່ອາດຈະບໍ່ອະນຸຍາດ
ແຕ່ຈະວ່າແນວໃດຖ້າພໍ່ແມ່ບໍ່ອະນຸຍາດ? ອາດເຮັດໃຫ້ເຈົ້າຮູ້ສຶກໝຸດໝິດໄດ້. ແນວໃດກໍຕາມ ການເຂົ້າໃຈທັດສະນະຂອງພໍ່ແມ່ອາດຊ່ວຍເຈົ້າໃຫ້ຮັບມືກັບການຫ້າມຂອງພວກເພິ່ນ. ຕົວຢ່າງເຊັ່ນ ພວກເພິ່ນອາດບໍ່ອະນຸຍາດຍ້ອນເຫດຜົນຕໍ່ໄປນີ້.
ມີຄວາມຮູ້ແລະປະສົບການຫຼາຍກວ່າ. ຖ້າເລືອກໄດ້ ເຈົ້າຄົງຈະເລືອກລອຍນ້ຳຢູ່ຫາດຊາຍທີ່ມີເຈົ້າໜ້າທີ່ຊ່ວຍຊີວິດ. ເປັນຫຍັງ? ເພາະເມື່ອຫຼິ້ນນ້ຳຢ່າງມ່ວນຊື່ນ ເຈົ້າຄົງຈະເບິ່ງບໍ່ເຫັນອັນຕະລາຍ. ແຕ່ເຈົ້າໜ້າທີ່ຊ່ວຍຊີວິດຢູ່ໃນບ່ອນທີ່ສູງຈະເຫັນອັນຕະລາຍໄດ້ດີກວ່າ.
ໃນທຳນອງດຽວກັນ ເນື່ອງຈາກພໍ່ແມ່ມີຄວາມຮູ້ແລະປະສົບການຫຼາຍກວ່າ ພວກເພິ່ນອາດສຳນຶກເຖິງອັນຕະລາຍທີ່ເຈົ້າຄິດບໍ່ເຖິງ. ຄ້າຍກັບເຈົ້າໜ້າທີ່ຊ່ວຍຊີວິດຢູ່ຫາດຊາຍ ພໍ່ແມ່ບໍ່ຢາກທຳລາຍຄວາມມ່ວນຊື່ນຂອງເຈົ້າ ແຕ່ຢາກຊ່ວຍເຈົ້າໃຫ້ຫຼີກລ່ຽງອັນຕະລາຍເຊິ່ງອາດເຮັດໃຫ້ເຈົ້າຂາດຄວາມເພີດເພີນໃນຊີວິດ.
ຮັກເຈົ້າ. ພໍ່ແມ່ຕ້ອງການປົກປ້ອງເຈົ້າເປັນຢ່າງຍິ່ງ. ດ້ວຍຄວາມຮັກ ພວກເພິ່ນອະນຸຍາດຖ້າເຮັດໄດ້ ແຕ່ບໍ່ອະນຸຍາດຖ້າວ່າຈຳເປັນ. ເມື່ອເຈົ້າຂໍອະນຸຍາດພວກເພິ່ນເພື່ອເຮັດບາງຢ່າງ ພວກເພິ່ນຈະຖາມຕົວເອງວ່າຖ້າອະນຸຍາດໃຫ້ແລ້ວ ພວກເພິ່ນພ້ອມທີ່ຈະຮັບຜົນທີ່ຕາມມາຫຼືບໍ່. ພວກເພິ່ນຈະບອກວ່າອະນຸຍາດໄດ້ກັບຕົວເອງແລະກັບເຈົ້າກໍຕໍ່ເມື່ອໝັ້ນໃຈພຽງພໍແລ້ວວ່າເຈົ້າຈະບໍ່ໄດ້ຮັບຄວາມເສຍຫາຍ.
ວິທີເພີ່ມໂອກາດທີ່ພໍ່ແມ່ຈະອະນຸຍາດ
ມີປັດໄຈສີ່ຢ່າງທີ່ກ່ຽວຂ້ອງ.
ຄວາມສັດຊື່ ທຳອິດ ເຈົ້າຕ້ອງຖາມຕົວເອງຢ່າງຈິງໃຈວ່າ: ‘ເປັນຫຍັງຂ້ອຍຈຶ່ງຢາກໄປແທ້ໆ? ເຫດຜົນຫຼັກຄືຂ້ອຍມັກກິດຈະກຳນັ້ນ ຫຼືຍ້ອນວ່າຢາກເປັນທີ່ຍອມຮັບຂອງໝູ່ເພື່ອນ? ຫຼືວ່າຄົນທີ່ຂ້ອຍມັກຈະໄປນຳ?’ ແລ້ວໃຫ້ສັດຊື່ຕໍ່ພໍ່ແມ່. ພວກເພິ່ນເຄີຍເປັນໄວຮຸ່ນມາກ່ອນ ແລະພວກເພິ່ນຮູ້ຈັກເຈົ້າດີ. ດັ່ງນັ້ນ ພວກເພິ່ນຄົງຈະເຂົ້າໃຈເຈຕະນາທີ່ແທ້ຈິງຂອງເຈົ້າຢູ່ແລ້ວ. ພວກເພິ່ນຈະມັກຖ້າເຈົ້າເວົ້າແບບກົງໄປກົງມາ ແລະເຈົ້າຈະໄດ້ຮັບປະໂຫຍດຈາກສະຕິປັນຍາຂອງພວກເພິ່ນ. (ສຸພາສິດ 7:1, 2) ໃນທາງກົງກັນຂ້າມ ຖ້າບໍ່ສັດຊື່ ເຈົ້າກໍເຮັດໃຫ້ພໍ່ແມ່ບໍ່ໄວ້ໃຈເຈົ້າ ແລະໂອກາດທີ່ຈະໄດ້ຮັບອະນຸຍາດກໍມີໜ້ອຍລົງ.
ຈັງຫວະເວລາ ຢ່າຊູ່ຊີຂໍອະນຸຍາດພໍ່ແມ່ຕອນທີ່ພວກເພິ່ນຫາກໍກັບມາແຕ່ບ່ອນເຮັດວຽກ ຫຼືຕອນທີ່ພວກເພິ່ນຈົດຈໍ່ຢູ່ກັບບາງເລື່ອງ. ເຂົ້າຫາພໍ່ແມ່ຕອນທີ່ພວກເພິ່ນຜ່ອນຄາຍຫຼາຍກວ່າ. ແຕ່ຢ່າລໍຖ້າຈົນຮອດນາທີສຸດທ້າຍແລ້ວພະຍາຍາມກົດດັນພວກເພິ່ນເພື່ອຈະໃຫ້ອະນຸຍາດ. ພໍ່ແມ່ຈະບໍ່ພໍໃຈທີ່ເລັ່ງເພິ່ນໃຫ້ຕັດສິນໃຈ. ໃຫ້ຄອບແຕ່ເຫິງໆເພື່ອພໍ່ແມ່ມີເວລາທີ່ຈະຄິດ ແລະພວກເພິ່ນຈະຮູ້ຄຸນຄ່າທີ່ເຈົ້າຄຳນຶງເຖິງຄົນອື່ນ.
ເລື່ອງທີ່ຈະຂໍອະນຸຍາດ ຢ່າເວົ້າແບບບໍ່ຈະແຈ້ງ. ໃຫ້ອະທິບາຍຢ່າງຈະແຈ້ງເຖິງສິ່ງທີ່ເຈົ້າຕ້ອງການຢາກເຮັດ. ພໍ່ແມ່ບໍ່ສະບາຍໃຈກັບຄຳຕອບທີ່ວ່າ: “ລູກບໍ່ຮູ້” ໂດຍສະເພາະຢ່າງຍິ່ງເມື່ອເພິ່ນຖາມວ່າ: “ມີໃຜແດ່ຈະໄປ?” “ຈະມີຜູ້ໃຫຍ່ທີ່ມີຄວາມຮັບຜິດຊອບຢູ່ນຳຫຼືບໍ່?” ຫຼື “ງານລ້ຽງຈະແລ້ວຕອນຈັກໂມງ?”
ເຈຕະຄະຕິ ຢ່າເຫັນວ່າພໍ່ແມ່ຂອງເຈົ້າເປັນສັດຕູ. ໃຫ້ເຫັນວ່າພວກເພິ່ນເປັນສ່ວນໜຶ່ງຂອງກຸ່ມ ຖ້າຈະວ່າໄປແລ້ວ ພວກເພິ່ນກໍເປັນແບບນັ້ນແທ້. ຖ້າເຫັນວ່າພໍ່ແມ່ຢູ່ຝ່າຍເຈົ້າ ເຈົ້າຄົງຈະບໍ່ເວົ້າດ້ວຍທ່າທີທີ່ຈະເອົາຊະນະ ແລະຄົງຈະມີໂອກາດຫຼາຍຂຶ້ນທີ່ພວກເພິ່ນຈະອະນຸຍາດ. ໃຫ້ຫຼີກລ່ຽງຄຳເວົ້າທີ່ວ່າ: “ພໍ່ແມ່ບໍ່ໄວ້ວາງໃຈລູກ” “ຄົນອື່ນກໍຍັງໄປເລີຍ” ຫຼື “ພໍ່ແມ່ຂອງໝູ່ຍັງຍອມໃຫ້ລູກເຂົາເຈົ້າ ໄປ!” ຈົ່ງສະແດງໃຫ້ພໍ່ແມ່ເຫັນວ່າເຈົ້າເປັນຜູ້ໃຫຍ່ພຽງພໍທີ່ຈະຍອມຮັບການຕັດສິນໃຈຂອງພວກເພິ່ນແລະນັບຖືການຕັດສິນໃຈນັ້ນ. ຖ້າເຮັດເຊັ່ນນັ້ນແລ້ວ ພວກເພິ່ນກໍຈະນັບຖືເຈົ້າ ແລະເທື່ອໜ້າ ພວກເພິ່ນອາດຈະມີທ່າອ່ຽງທີ່ຈະອະນຸຍາດຫຼາຍຂຶ້ນ.
ສາມາດອ່ານເພີ່ມເຕີມກ່ຽວກັບຫົວເລື່ອງນີ້ໃນບົດທີ 32 ຂອງເຫຼັ້ມທີ 2
ຂໍ້ພະຄຳພີຫຼັກ
“ລູກຊາຍເອີຍຈົ່ງເປັນຄົນປັນຍາ ແລະຈົ່ງໃຫ້ໃຈຂ້ອຍຊື່ນບານ.”—ສຸພາສິດ 27:11.
ຄຳແນະນຳ
ເມື່ອໄປຮ່ວມງານລ້ຽງສັງສັນ ໃຫ້ຂຶ້ນແຜນໄວ້ລ່ວງໜ້າວ່າຈະເຮັດແນວໃດຖ້າງານລ້ຽງນັ້ນບໍ່ໄດ້ດຳເນີນໄປໃນແບບທີ່ຄວນເປັນ. ກ່ອນທີ່ຈະໄປຮ່ວມ ໃຫ້ຄິດເຖິງສິ່ງທີ່ຈະເວົ້າຫຼືເຮັດໃນກໍລະນີທີ່ຈຳເປັນ ເພື່ອເຈົ້າສາມາດອອກຈາກບ່ອນນັ້ນພ້ອມກັບມີສະຕິຮູ້ສຶກຜິດຊອບທີ່ດີ.
ເຈົ້າຮູ້ບໍ . . .?
ພໍ່ແມ່ທີ່ປ່ຽມດ້ວຍຄວາມຮັກອາດລະວັງຫຼາຍເກີນໄປເພື່ອຫຼີກລ່ຽງອັນຕະລາຍ. ຖ້າພວກເພິ່ນບໍ່ເຂົ້າໃຈໃນສິ່ງທີ່ເຈົ້າຂໍອະນຸຍາດ ຫຼືຖ້າພວກເພິ່ນຮູ້ສຶກວ່າຂໍ້ມູນສຳຄັນທີ່ສຸດຂາດຫາຍໄປໃນການຂໍອະນຸຍາດຂອງເຈົ້າ ຄວາມເປັນໄປໄດ້ກໍຄືພວກເພິ່ນຈະບໍ່ອະນຸຍາດ.
ແຜນພາກປະຕິບັດ!
ຖ້າສະຕິຮູ້ສຶກຜິດຊອບລົບກວນຂ້ອຍຍ້ອນສິ່ງທີ່ເຫັນຫຼືສິ່ງທີ່ໄດ້ຍິນເມື່ອຢູ່ໂຮງພາບພະຍົນຫຼືງານລ້ຽງ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເປັນຫຍັງເຈົ້າອາດບໍ່ເຕັມໃຈບອກຂໍ້ມູນທຸກຢ່າງທີ່ພໍ່ແມ່ຕ້ອງຮູ້ເພື່ອຊ່ວຍພວກເພິ່ນໃນການຕັດສິນໃຈ?
• ອາດມີຜົນຕາມມາແນວໃດຈາກການໄດ້ຮັບອະນຸຍາດຈາກພໍ່ແມ່ໂດຍປົກປິດຄວາມຈິງທີ່ສຳຄັນທີ່ສຸດ?
[ຈຸດເດັ່ນໜ້າ 268]
“ຂ້ອຍຈັ່ງແມ່ນໂງ່ຕອນທີ່ຍັງນ້ອຍກວ່ານີ້. ‘ຄວາມມ່ວນຊື່ນ’ ບາງຢ່າງທີ່ຂ້ອຍເຮັດ ບໍ່ໄດ້ມ່ວນໃນໄລຍະຍາວ. ເຈົ້າຈະໄດ້ຮັບຜົນຕອບແທນຈາກການກະທຳຂອງເຈົ້າ. ຂ້ອຍເສຍໃຈທີ່ບໍ່ຟັງຄວາມພໍ່ແມ່.”—ທ້າວ ບາຍອັນ
[ຮູບພາບໜ້າ 269]
ເຊັ່ນດຽວກັບເຈົ້າໜ້າທີ່ຊ່ວຍຊີວິດຢູ່ຫາດຊາຍ ພໍ່ແມ່ຢູ່ໃນບ່ອນທີ່ເບິ່ງເຫັນອັນຕະລາຍໄດ້ດີກວ່າ