ບົດທີ 22
ເປັນຫຍັງຕ້ອງມີກົດຫຼາຍຂະໜາດນີ້?
ຂຽນກົດບາງຢ່າງທີ່ມີຢູ່ໃນຄອບຄົວຂອງເຈົ້າ. ․․․․․
ເຈົ້າຄິດວ່າກົດເຫຼົ່ານັ້ນສົມເຫດສົມຜົນບໍ?
□ ແມ່ນ □ ບໍ່ແມ່ນ
ກົດຂໍ້ໃດທີ່ເຈົ້າຮູ້ສຶກວ່າເຮັດຕາມໄດ້ຍາກທີ່ສຸດ? ․․․․․
ພໍ່ແມ່ມັກຈະຕັ້ງກົດວ່າອັນໃດເຮັດໄດ້ແລະອັນໃດເຮັດບໍ່ໄດ້ ເຊັ່ນ ເຈົ້າຕ້ອງກັບບ້ານຈັກໂມງ ມີວຽກເຮືອນຫຍັງແດ່ທີ່ເຈົ້າຕ້ອງເຮັດ ແລະຕ້ອງເຮັດວຽກບ້ານໃຫ້ແລ້ວກ່ອນຈຶ່ງຈະເຮັດແນວອື່ນໄດ້. ລວມທັງກົດເລື່ອງການເບິ່ງໂທລະທັດ ໃຊ້ໂທລະສັບແລະຄອມພິວເຕີ. ກົດບາງຂໍ້ອາດລວມເຖິງກິດຈະກຳນອກບ້ານນຳເຊັ່ນ ຢູ່ໂຮງຮຽນເຈົ້າຄວນປະພຶດໂຕແນວໃດແລະຕ້ອງເລືອກຄົບໝູ່ແບບໃດ.
ເຈົ້າຮູ້ສຶກຖືກຈຳກັດຈົນຈະເໜັງໄປໃສບໍ່ໄດ້ແມ່ນບໍ? ບາງທີເຈົ້າອາດຮູ້ສຶກຄ້າຍກັບໜຸ່ມສາວເຫຼົ່ານີ້:
“ໝູ່ຂ້ອຍພາກັນກັບບ້ານເດິກໄດ້ ແຕ່ຂ້ອຍຕ້ອງກັບໄວກວ່າໝູ່. ມັນຮູ້ສຶກຫງຸດຫງິດແທ້ໆ.”—ອັນເລນ
“ພໍ່ແມ່ມັກກວດເບິ່ງໂທລະສັບຂ້ອຍຕະຫຼອດວ່າຂ້ອຍໂທລົມນຳໃຜແດ່.ມັນໜ້າລຳຄານ ເຮັດຄືກັບວ່າຂ້ອຍຍັງເປັນເດັກນ້ອຍຢູ່!”—ເອລີຊາເບັດ
“ຂ້ອຍຮູ້ສຶກວ່າພໍ່ແມ່ມາວຸ່ນວາຍກັບຊີວິດຂ້ອຍຂະໜາດ ເຮັດຄືກັບວ່າບໍ່ຢາກໃຫ້ຂ້ອຍມີໝູ່ເລີຍ!”—ນິໂຄລ໌
ເຖິງວ່າຄົນໜຸ່ມສາວສ່ວນຫຼາຍຈະບໍ່ມັກເຮັດຕາມກົດຂອງພໍ່ແມ່ ແຕ່ກໍຍອມຮັບວ່າຕ້ອງມີກົດໃນບ້ານເພື່ອຄວາມເປັນລະບຽບ. ທັງທີ່ຮູ້ເລື່ອງນີ້ດີ ແຕ່ເປັນຫຍັງເຈົ້າຍັງຮູ້ສຶກຫງຸດຫງິດກັບກົດບາງຂໍ້?
“ຂ້ອຍບໍ່ແມ່ນເດັກນ້ອຍແລ້ວ!”
ບາງທີເຈົ້າອາດຮູ້ສຶກບໍ່ມັກກົດເຫຼົ່ານັ້ນຍ້ອນພໍ່ແມ່ເຮັດຄືກັບວ່າເຈົ້າເປັນເດັກນ້ອຍ. ເຈົ້າຢາກຈະຮ້ອງອອກມາດັງໆວ່າ: “ຂ້ອຍບໍ່ແມ່ນເດັກນ້ອຍແລ້ວ!” ແນ່ນອນ ພໍ່ແມ່ຂອງເຈົ້າອາດຈະຄິດວ່າກົດທີ່ເຂົາເຈົ້າຕັ້ງໄວ້ຈະຊ່ວຍປົກປ້ອງເຈົ້າແລະກຽມເຈົ້າໃຫ້ເປັນຜູ້ໃຫຍ່ທີ່ຮູ້ຈັກຮັບຜິດຊອບ.
ເມື່ອເວລາຜ່ານໄປເຈົ້າກໍໃຫຍ່ຂຶ້ນ ແຕ່ເບິ່ງຄືວ່າກົດທີ່ພໍ່ແມ່ຕັ້ງໄວ້ກໍຍັງຄືເກົ່າບໍ່ປ່ຽນແປງ. ເຈົ້າອາດຮູ້ສຶກອຶດອັດຄືກັບໄວລຸ້ນຍິງທີ່ຊື່ບຣີເອນ ເຊິ່ງເວົ້າເຖິງພໍ່ແມ່ຂອງລາວວ່າ: “ເຂົາເຈົ້າລືມໄປແລ້ວວ່າໂຕເອງເປັນແນວໃດຕອນທີ່ອາຍຸສ່ຳຂ້ອຍ. ເຂົາເຈົ້າບໍ່ຍອມໃຫ້ຂ້ອຍເລືອກຫຼືຕັດສິນໃຈຫຍັງເລີຍ ເຮັດຄືກັບວ່າຂ້ອຍເປັນເດັກນ້ອຍ.” ໄວລຸ້ນຍິງອີກຄົນໜຶ່ງຊື່ເອລິສັນກໍຮູ້ສຶກຄ້າຍໆກັນ. ລາວບອກວ່າ: “ພໍ່ແມ່ເຮັດຄືບໍ່ຮູ້ວ່າຂ້ອຍອາຍຸ 18 ປີແລ້ວ ບໍ່ແມ່ນ 10 ປີ. ເຂົາເຈົ້າໜ້າຈະໄວ້ໃຈຂ້ອຍຫຼາຍກວ່ານີ້!”
ຖ້າອ້າຍເອື້ອຍນ້ອງຂອງເຈົ້າບໍ່ຕ້ອງເຮັດຕາມກົດທີ່ພໍ່ແມ່ຕັ້ງ ເຈົ້າກໍຄືຊິບໍ່ຢາກເຮັດນຳເພາະຮູ້ສຶກວ່າມັນບໍ່ຍຸຕິທຳ. ຕົວຢ່າງເຊັ່ນ ແມັດທິວຄິດເຖິງສະໄໝທີ່ລາວເປັນໄວລຸ້ນແລະເວົ້າເຖິງນ້ອງສາວກັບຍາດພີ່ນ້ອງຂອງລາວວ່າ: “ພວກຜູ້ຍິງເຮັດຫຍັງກໍໄດ້ບໍ່ເຄີຍຜິດ. ຕໍ່ໃຫ້ຂ້າຄົນກໍຄືຊິບໍ່ຜິດ!”
ຈະດີກວ່າບໍຖ້າບໍ່ມີກົດ?
ເຈົ້າຄືຊິຢາກເປັນອິດສະຫຼະຈາກອຳນາດຂອງພໍ່ແມ່. ແຕ່ຖ້າບໍ່ມີກົດ ຊີວິດເຈົ້າຈະດີກວ່ານີ້ບໍ? ເຈົ້າຄືຊິຮູ້ວ່າໄວລຸ້ນບາງຄົນກໍມີອິດສະຫຼະຫຼາຍ ຈະກັບເຮືອນເດິກສ່ຳໃດກໍໄດ້ ນຸ່ງເຄື່ອງແນວໃດກໍໄດ້ ຫຼືຢາກໄປທ່ຽວໃສກັບໃຜກໍໄດ້. ບາງທີພໍ່ແມ່ຂອງເຂົາເຈົ້າອາດຫຍຸ້ງຫຼາຍຈົນບໍ່ມີເວລາມາສົນໃຈສິ່ງທີ່ລູກເຮັດ. ບໍ່ວ່າດ້ວຍເຫດຜົນໃດ ຄຳພີໄບເບິນກໍບອກວ່າການລ້ຽງລູກແບບນີ້ເຮັດໃຫ້ເກີດຜົນເສຍ. (ສຸພາສິດ 29:15) ໂລກທຸກມື້ນີ້ຂາດຄວາມຮັກຍ້ອນຜູ້ຄົນມັກຄິດເຖິງແຕ່ໂຕເອງ ແລະຫຼາຍຄົນທີ່ເປັນແບບນີ້ກໍຍ້ອນຖືກລ້ຽງມາໃນເຮືອນທີ່ບໍ່ມີກົດຫຼືຂໍ້ຈຳກັດຫຍັງ.—2 ຕີໂມທຽວ 3:1-5
ແທນທີ່ຈະອິດສາໄວລຸ້ນທີ່ເຮັດຕາມໃຈໂຕເອງໄດ້ ໃຫ້ພະຍາຍາມເບິ່ງວ່າການທີ່ພໍ່ແມ່ຕັ້ງກົດກໍຍ້ອນເຂົາເຈົ້າຮັກແລະເປັນຫ່ວງເຈົ້າ. ເຂົາເຈົ້າຕັ້ງຂໍ້ຈຳກັດທີ່ສົມເຫດສົມຜົນເພາະເຂົາເຈົ້າຮຽນແບບພະເຢໂຫວາພະເຈົ້າທີ່ເວົ້າກັບປະຊາຊົນຂອງເພິ່ນວ່າ: “ເຮົາຈະໃຫ້ເຈົ້າມີຄວາມເຂົ້າໃຈແລະຊີ້ນຳເຈົ້າໃຫ້ໄປໃນທາງທີ່ເຈົ້າຄວນໄປ. ເຮົາຈະໃຫ້ຄຳແນະນຳເຈົ້າແລະເບິ່ງແຍງເຈົ້າສະເໝີ.”—ເພງສັນລະເສີນ 32:8
ແຕ່ຖ້າບາງເທື່ອເຈົ້າຮູ້ສຶກທົນບໍ່ໄຫວກັບກົດຫຼາຍຢ່າງທີ່ພໍ່ແມ່ຕັ້ງ. ເຈົ້າຈະເຮັດແນວໃດ?
ການລົມກັນຊ່ວຍໄດ້
ຖ້າເຈົ້າຢາກໄດ້ອິດສະຫຼະຫຼາຍຂຶ້ນຫຼືພຽງແຕ່ຢາກລະບາຍຄວາມອຸກອັ່ງຍ້ອນຂໍ້ຈຳກັດທີ່ພໍ່ແມ່ຕັ້ງໄວ້ ວິທີທີ່ດີທີ່ສຸດແມ່ນໃຫ້ໄປລົມກັບພໍ່ແມ່. ບາງຄົນອາດເວົ້າວ່າ ‘ຂ້ອຍພະຍາຍາມລົມກັບພໍ່ແມ່ແລ້ວ ແຕ່ກໍບໍ່ໄດ້ຜົນປານໃດ!’ ຖ້າເຈົ້າຮູ້ສຶກແບບນັ້ນ ໃຫ້ຖາມໂຕເອງວ່າ ‘ຂ້ອຍຈະປັບປຸງວິທີເວົ້າໄດ້ບໍ?’ ການລົມກັນຈະຊ່ວຍໃຫ້ (1) ພໍ່ແມ່ເຂົ້າໃຈເຈົ້າ ຫຼື (2) ເຈົ້າເຂົ້າໃຈວ່າເປັນຫຍັງພໍ່ແມ່ຈຶ່ງບໍ່ຍອມຕາມໃຈ. ແທ້ໆແລ້ວ ຖ້າເຈົ້າຢາກໄດ້ຮັບການປະຕິບັດຄືຜູ້ໃຫຍ່ ເຈົ້າກໍຕ້ອງຮຽນຮູ້ທີ່ຈະລົມແບບຜູ້ໃຫຍ່. ແຕ່ຈະເຮັດແບບນັ້ນໄດ້ແນວໃດ?
ຝຶກຄວບຄຸມອາລົມຂອງເຈົ້າ. ການຮູ້ຈັກຄວບຄຸມໂຕເອງຈະຊ່ວຍໃຫ້ລົມກັນໄດ້ດີ. ຄຳພີໄບເບິນບອກວ່າ: “ຄົນໂງ່ລະບາຍຄວາມຮູ້ສຶກທັງໝົດຂອງລາວອອກມາ ແຕ່ຄົນສະຫຼາດໃຈເຢັນຈົນບັນຫາຜ່ານພົ້ນໄປ.” (ສຸພາສິດ 29:11) ດັ່ງນັ້ນ ຢ່າເຮັດໜ້າບູດໜ້າບຶ້ງ ໂວຍວາຍຫຼືໃຈຮ້າຍແບບເດັກນ້ອຍ. ເມື່ອພໍ່ແມ່ບໍ່ຍອມຕາມໃຈເຈົ້າ ເຈົ້າອາດຢາກປິດປະຕູດັງໆຫຼືຍ່າງທືບຕີນແຮງໆ. ຖ້າເຮັດແບບນັ້ນ ພໍ່ແມ່ກໍແຮ່ງຈະຕັ້ງກົດໃຫ້ເຈົ້າຫຼາຍຂຶ້ນອີກ ບໍ່ແມ່ນໃຫ້ອິດສະຫຼະເຈົ້າ.
ພະຍາຍາມເຂົ້າໃຈຄວາມຄິດຂອງພໍ່ແມ່. ໄວລຸ້ນຍິງທີ່ຊື່ເທຣຊີ້ໃຫຍ່ມາໃນຄອບຄົວທີ່ມີແຕ່ແມ່ຝ່າຍດຽວເລົ່າວ່າ: “ຂ້ອຍພະຍາຍາມຄິດວ່າເປັນຫຍັງແມ່ຈຶ່ງຕັ້ງກົດແບບນີ້?” ແລ້ວລາວກໍຄິດໄດ້ວ່າ: “ແມ່ຢາກຊ່ວຍໃຫ້ຂ້ອຍມີນິດໄສທີ່ດີຂຶ້ນ.” (ສຸພາສິດ 3:1, 2) ການເຂົ້າໃຈຄວາມຄິດຂອງພໍ່ແມ່ຈະຊ່ວຍໃຫ້ເຈົ້າລົມກັບເຂົາເຈົ້າໄດ້ດີຂຶ້ນ.
ຕົວຢ່າງເຊັ່ນ ຖ້າພໍ່ແມ່ບໍ່ຢາກໃຫ້ເຈົ້າໄປທ່ຽວກັບໝູ່. ແທນທີ່ຈະໃຈຮ້າຍ ໃຫ້ເຈົ້າພະຍາຍາມເຂົ້າໃຈວ່າພໍ່ແມ່ເປັນຫ່ວງເລື່ອງຫຍັງ ເຊິ່ງຈະຊ່ວຍເຈົ້າໃຫ້ມີໂອກາດສະເໜີທາງເລືອກທີ່ຍອມຮັບໄດ້ດີກວ່າເຊັ່ນ ເຈົ້າສາມາດຖາມພໍ່ແມ່ວ່າ “ຖ້າມີໝູ່ທີ່ພໍ່ແມ່ໄວ້ໃຈໄປນຳ ພໍ່ແມ່ຈະອະນຸຍາດໃຫ້ລູກໄປບໍ?”
ເຮັດໃຫ້ພໍ່ແມ່ໄວ້ໃຈເຈົ້າ. ສົມມຸດວ່າມີຜູ້ຊາຍຄົນໜຶ່ງເປັນໜີ້ທະນາຄານ. ຖ້າລາວໄຊ້ໜີ້ຕາມເວລາທີ່ກຳນົດທຸກຄັ້ງ ທະນາຄານກໍຈະເຊື່ອໃຈແລະໄວ້ໃຈໃຫ້ລາວກູ້ຢືມເງິນອີກໃນເທື່ອຕໍ່ໄປ. ເລື່ອງນີ້ກໍຄ້າຍກັນ. ເຈົ້າມີໜ້າທີ່ຕ້ອງເຊື່ອຟັງພໍ່ແມ່. ຖ້າເຈົ້າພິສູດໃຫ້ເຫັນວ່າເຈົ້າໄວ້ໃຈໄດ້ແມ່ນແຕ່ເລື່ອງເລັກໆນ້ອຍໆ ພໍ່ແມ່ກໍຈະເຊື່ອໃຈເຈົ້າຫຼາຍຂຶ້ນໃນອະນາຄົດ. ແຕ່ຖ້າເຈົ້າເຮັດໃຫ້ພໍ່ແມ່ຜິດຫວັງຢູ່ຕະຫຼອດ ມັນກໍບໍ່ແປກທີ່ພໍ່ແມ່ຈະເຊື່ອໃຈເຈົ້າໜ້ອຍລົງຫຼືເຊົາເຊື່ອໃຈເຈົ້າເລີຍ.
ເມື່ອເຮັດຜິດກົດ
ອາດຈະມີຈັກມື້ໜຶ່ງທີ່ເຈົ້າແຫກກົດຂອງພໍ່ແມ່ ເຊັ່ນ ບໍ່ເຮັດວຽກເຮືອນ ເບິ່ງໂທລະທັດຫຼາຍເກີນໄປ ຫຼືກັບບ້ານເດິກ. (ເພງສັນລະເສີນ 130:3) ຖ້າເປັນແນວນັ້ນ ເຈົ້າຈະອະທິບາຍແນວໃດເພື່ອບໍ່ໃຫ້ພໍ່ແມ່ໃຈຮ້າຍໃຫ້ເຈົ້າຫຼາຍຂຶ້ນ?
ເວົ້າຄວາມຈິງ. ຢ່າແຕ່ງເລື່ອງ ເພາະຖ້າເຮັດແບບນັ້ນພໍ່ແມ່ກໍແຮ່ງຈະບໍ່ໄວ້ໃຈເຈົ້າ. ໃຫ້ເລົ່າເລື່ອງທັງໝົດຕາມຄວາມເປັນຈິງ. (ສຸພາສິດ 28:13) ຢ່າພະຍາຍາມແກ້ໂຕຫຼືເຮັດໃຫ້ເບິ່ງຄືວ່າສິ່ງທີ່ເຈົ້າເຮັດນັ້ນບໍ່ຜິດ ແລະຈື່ໄວ້ສະເໝີວ່າ “ຄຳຕອບທີ່ອ່ອນຫວານເຮັດໃຫ້ເຊົາໃຈຮ້າຍ.”—ສຸພາສິດ 15:1
ຂໍໂທດ. ຄວນຂໍໂທດພໍ່ແມ່ທີ່ເຈົ້າເຮັດໃຫ້ເຂົາເຈົ້າເປັນຫ່ວງ ຜິດຫວັງ ຫຼືມີບັນຫາຫຼາຍຂຶ້ນ. ການຂໍໂທດຈາກໃຈຈະຊ່ວຍໃຫ້ໂທດໜັກກາຍເປັນເບົາໄດ້.
ຍອມຮັບການລົງໂທດ. (ຄາລາເຕຍ 6:7) ທຳອິດ ເຈົ້າອາດບໍ່ຢາກຍອມຮັບການລົງໂທດຍ້ອນຄິດວ່າມັນບໍ່ຍຸຕິທຳ. ແຕ່ຖ້າເຈົ້າຍອມຮັບກໍສະແດງວ່າເຈົ້າເປັນຜູ້ໃຫຍ່ແລ້ວ. ເຈົ້າໜ້າຈະພະຍາຍາມເຮັດໃຫ້ພໍ່ແມ່ໄວ້ໃຈເຈົ້າອີກ ເພາະນີ້ເປັນວິທີທີ່ດີທີ່ສຸດທີ່ເຈົ້າເຮັດໄດ້.
ໃນ 3 ຈຸດນີ້ມີຈຸດໃດທີ່ເຈົ້າຕ້ອງພະຍາຍາມເປັນພິເສດ. ․․․․․
ຂໍໃຫ້ຈື່ໄວ້ວ່າ ພໍ່ແມ່ມີໜ້າທີ່ຮັບຜິດຊອບໃນການຄວບຄຸມການປະພຶດຂອງເຈົ້າ. ຍ້ອນແນວນີ້ ຄຳພີໄບເບິນຈຶ່ງເວົ້າເຖິງ “ຄຳສັ່ງຂອງພໍ່” ແລະ “ຄຳສອນຂອງແມ່.” (ສຸພາສິດ 6:20) ຢ່າຮູ້ສຶກວ່າກົດໃນບ້ານຈະເຮັດໃຫ້ເຈົ້າບໍ່ມີອິດສະຫຼະ. ຖ້າເຈົ້າຍອມຢູ່ໃຕ້ອຳນາດຂອງພໍ່ແມ່ ພະເຢໂຫວາສັນຍາວ່າ ໃນທີ່ສຸດ ເຈົ້າຈະ “ມີຊີວິດທີ່ດີ”!—ເອເຟໂຊ 6:1-3
ອ່ານເພີ່ມເຕີມກ່ຽວກັບຫົວຂໍ້ນີ້ໃນເຫຼັ້ມທີ 1 ບົດທີ 3
ເຈົ້າມີພໍ່ແມ່ທີ່ຕິດເຫຼົ້າຕິດຢາບໍ? ມາເບິ່ງວ່າເຈົ້າສາມາດຮັບມືໄດ້ແນວໃດ.
ຂໍ້ຄຳພີຫຼັກ
“ໃຫ້ນັບຖືພໍ່ແມ່ . . . ແລ້ວເຈົ້າຈະມີຊີວິດທີ່ດີ.”—ເອເຟໂຊ 6:2, 3
ເຈົ້າຮູ້ບໍ . . . ?
ຈາກການວິໄຈພົບວ່າ ໜຸ່ມສາວທີ່ພໍ່ແມ່ຕັ້ງກົດດ້ວຍຄວາມຮັກມີແນວໂນ້ມທີ່ຈະຮຽນເກັ່ງ ມີມະນຸດສຳພັນດີ ແລະມີຄວາມສຸກ.
ຄຳແນະນຳ
ຖ້າເຈົ້າຢາກໄດ້ອິດສະຫຼະຈາກພໍ່ແມ່ ເຈົ້າຄວນເຮັດຕາມກົດຂອງພໍ່ແມ່ກ່ອນ. ເມື່ອພໍ່ແມ່ເຫັນວ່າເຈົ້າເຊື່ອຟັງ ເຂົາເຈົ້າກໍຈະອະນຸຍາດໃຫ້ຕາມທີ່ເຈົ້າຂໍ.
ແຜນພາກປະຕິບັດ!
ຖ້າຂ້ອຍເຮັດຜິດກົດໃນເຮືອນ ຂ້ອຍຈະ ․․․․․
ຂ້ອຍຈະເຮັດໃຫ້ພໍ່ແມ່ໄວ້ໃຈຂ້ອຍໄດ້ໂດຍ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເປັນຫຍັງບາງເທື່ອຈຶ່ງເບິ່ງຄືວ່າພໍ່ແມ່ປົກປ້ອງເຈົ້າຫຼາຍເກີນໄປ?
● ເປັນຫຍັງບາງເທື່ອເຈົ້າຈຶ່ງເຮັດທ່າທີບໍ່ພໍໃຈຕໍ່ກົດຂອງພໍ່ແມ່?
● ເຈົ້າຈະປັບປຸງວິທີລົມກັບພໍ່ແມ່ໄດ້ແນວໃດ?
[ຖ້ອຍຄຳທີ່ຍົກມາໜ້າ 183]
“ຕອນຍັງນ້ອຍ ເຮົາມັກຈະຄິດວ່າເຮົາຮູ້ທຸກຢ່າງແລະບໍ່ມັກໃຫ້ພໍ່ແມ່ຕັ້ງກົດ. ແຕ່ທີ່ພໍ່ແມ່ເຮັດແບບນັ້ນກໍເພື່ອປະໂຫຍດຂອງເຮົາ.”—ເມແກນ
[ຂອບໜ້າ 186]
ພໍ່ແມ່ລຳອຽງບໍ?
ເຈົ້າເຄີຍຖາມໂຕເອງບໍວ່າ ‘ເປັນຫຍັງພໍ່ແມ່ຈຶ່ງປະຕິບັດກັບທຸກຄົນບໍ່ຄືກັນ?’ ເຈົ້າກັບອ້າຍເອື້ອຍນ້ອງມີນິດໄສຕ່າງກັນ ຈຶ່ງເປັນໄປບໍ່ໄດ້ທີ່ພໍ່ແມ່ຈະປະຕິບັດກັບພວກເຈົ້າແບບດຽວກັນຕະຫຼອດເວລາ. ເຈົ້າຖືກພໍ່ແມ່ເບິ່ງຂ້າມແລະບໍ່ໄດ້ຮັບສິ່ງຈຳເປັນບໍ? ຕົວຢ່າງເຊັ່ນ ເມື່ອເຈົ້າຕ້ອງການຄວາມຊ່ວຍເຫຼືອ ຄຳແນະນຳຫຼືກຳລັງໃຈ ພໍ່ແມ່ພ້ອມຈະຊ່ວຍເຈົ້າບໍ? ຖ້າແມ່ນ ເຈົ້າຈະບອກບໍວ່າເຈົ້າບໍ່ໄດ້ຮັບການປະຕິບັດແບບຍຸຕິທຳ? ຄືກັບຕົວຢ່າງຂອງເບດທີ່ອາຍຸ 18 ປີ ລາວເລົ່າວ່າ: “ຂ້ອຍກັບນ້ອງຊາຍມີບຸກຄະລິກທີ່ແຕກຕ່າງກັນ ພໍ່ແມ່ຈຶ່ງປະຕິບັດກັບພວກເຮົາຕ່າງກັນ. ເມື່ອຄິດຄືນຫຼັງຕອນທີ່ຂ້ອຍຍັງນ້ອຍ ຂ້ອຍກໍແປກໃຈທີ່ບໍ່ເຂົ້າໃຈເລື່ອງນີ້ເລີຍ.”
[ຂອບ/ຮູບພາບໜ້າ 189]
ສາລະບານແບບສອບຖາມ
ລົມກັບພໍ່ແມ່
ສອງບົດກ່ອນໜ້ານີ້ໄດ້ເວົ້າເຖິງສິ່ງທີ່ເຈົ້າຄວນເຮັດເມື່ອຖືກພໍ່ແມ່ຈົ່ມໃຫ້ແລະຕັ້ງກົດໃນເຮືອນ. ແຕ່ຖ້າເຈົ້າຮູ້ສຶກວ່າພໍ່ແມ່ເຂັ້ມງວດເກີນໄປຫຼືຈົ່ມໃຫ້ເຈົ້າບໍ່ເຊົາ? ເຈົ້າຈະລົມກັບເຂົາເຈົ້າແນວໃດ?
● ເລືອກເວລາທີ່ເຈົ້າຜ່ອນຄາຍແລະພໍ່ແມ່ກໍບໍ່ຫຍຸ້ງຫຼາຍເກີນໄປ.
● ໃຫ້ລະບາຍຄວາມຮູ້ສຶກໃນໃຈແຕ່ຢ່າໃຊ້ອາລົມຫຼາຍເກີນໄປ ແລະໃຫ້ເວົ້າກັບພໍ່ແມ່ດ້ວຍຄວາມນັບຖື.
ຖ້າເຈົ້າຮູ້ສຶກວ່າພໍ່ແມ່ຈົ່ມຫຼາຍເກີນໄປ ເຈົ້າອາດເວົ້າວ່າ: “ລູກຂໍໂທດເດີ້. ລູກຮູ້ວ່າລູກເຮັດໃຫ້ພໍ່ແມ່ບໍ່ພໍໃຈ ແຕ່ລູກກໍບໍ່ຮູ້ຊິເຮັດແນວໃດໃຫ້ດີຂຶ້ນ. ຂໍຊ່ວຍບອກລູກໄດ້ບໍ່?”
ໃຫ້ຂຽນວ່າເຈົ້າຈະລົມກັບພໍ່ແມ່ແນວໃດ.
․․․․․
✔ ເຄັດລັບ: ໃຫ້ໃຊ້ຄຳແນະນຳໃນບົດທີ 21 ລົມກັບພໍ່ແມ່. ບາງທີພໍ່ແມ່ອາດຍອມອ່ານແລະລົມເລື່ອງນັ້ນກັບເຈົ້າ.
ຖ້າເຈົ້າຮູ້ສຶກວ່າພໍ່ແມ່ບໍ່ຄ່ອຍໃຫ້ເຈົ້າມີອິດສະຫຼະ ເຈົ້າອາດເວົ້າວ່າ: “ລູກຄວນເຮັດແນວໃດພໍ່ແມ່ຈຶ່ງຈະໄວ້ໃຈແລະໃຫ້ອິດສະຫຼະກັບລູກຫຼາຍຂຶ້ນ?”
ໃຫ້ຂຽນວ່າເຈົ້າຈະລົມກັບພໍ່ແມ່ແນວໃດ.
․․․․․
✔ ເຄັດລັບ: ໃຫ້ອ່ານບົດທີ 3 ໃນເຫຼັ້ມທີ 1. ຈາກນັ້ນໃຫ້ຂຽນວ່າມີເລື່ອງຫຍັງແດ່ທີ່ເຈົ້າຢາກລົມກັບພໍ່ແມ່.
[ຮູບພາບໜ້າ 184, 185]
ຖ້າເຈົ້າໄຊ້ໜີ້ໃຫ້ທະນາຄານຕາມເວລາທີ່ກຳນົດ ເຂົາເຈົ້າກໍຈະເຊື່ອໃຈແລະໄວ້ໃຈໃຫ້ເຈົ້າຢືມເງິນຫຼາຍຂຶ້ນ ຄ້າຍກັນ ຖ້າເຈົ້າເຊື່ອຟັງພໍ່ແມ່ ເຂົາເຈົ້າກໍຈະໄວ້ໃຈເຈົ້າຫຼາຍຂຶ້ນ